Tuesday, November 1, 2011

"ໂລກວັນນີ້"ເຣື້ອງກົຕແຫ່ງກັມ"ທຸກຄົນໜີບໍ່ພົ້ນ ມີທັງກັມດີແລະກັມຊົ່ວເຣື້ອງເອົາ.

  ເຖິງຢ່າງໃດກໍຕາມເຊື່ອແນ່ວ່າ"ພວກທີ່ບໍ່ມີຄວາມລະອາຍແກ່ບາປ"ຫຼືຜູ່ທີ່ມີແນວຄິດຜເດັຈກາຣອາຈຈະບໍ່ຍອມ
ເຊື່ອເຣື້ອງກົຕແຫ່ງກັມ ບໍ່ວ່າຈະເປັນກັມດີຫຼືກັມຊົ່ວ ດັ່ງນັ້ນໃຜທຳກັມອັນໃດໄວ້ຍ່ອມຈະໄດ້ຮັບຜົລກັມນັ້ນໆບໍ່
ວ່າຈະໄວຫຼືຊ້າກໍຕ້ອງໄດ້ຮັບຜົລຢູ່ດີ ບໍ່ໃນຊາຕິນີ້ຫຼືຊາຕິໜ້າ!!
  ກັມເປັນສິ່ງທີ່ເກີດຈາກກາຣກຼະທຳຊົ່ວບໍ່ວ່າເຣື້ອງໃດໆກໍຕາມ ຖ້າເປັນທາງໂລກຍັງມີໂອກາສໝົດອາຍຸຄວາມ
ຂຶ້ນຢູ່ກັບວ່າຄະດີນັ້ນໆມີອາຍຸຄວາມໄວ້ຈັກປີ ຫາກຜູ່ກຼະທຳຜິດໜີກາຣຕາມຈັບຂອງຕຳຣວຈຈົນໝົດອາຍຸຄວາມ
ກໍອາຈພົ້ນຜິດຫຼືກຼະທຳຜິດຈິງແຕ່ກຼະບວນກາຣຍຸຕິທັມບໍ່ມີຫຼັກຖານພຽງພໍທີ່ຈະເອົາຜິດກັບບຸກຄົນນັ້ນໆໄດ້ກໍອາຈ
ຈະພົ້ນຜິດໄດ້.
  ສ່ວນທາງດ້ານກົຄແຫ່ງກັມແລ້ວຈະບໍ່ມີຄຳວ່າໝົດອາຍຸຄວາມ ໃຜກຼະທຳກາຣໃດໆກໍຈະໄດ້ຜົລໄປຕາມນັ້ນເຊັ່ນ
ທີ່ເຮົາຮຽກກັນວ່າກົຕແຫ່ງກັມ ຄົນທີ່ທຳແຕ່ບາປຫຼືທຳຊົ່ວ ຖາມວ່າມີທາງໜີພົ້ນຫຼືບໍ່? ຄຳຕອບກໍຄືບໍ່ໄດ້ ແຕ່ສຳລັບ
ກົຕແຫ່ງກັມແລ້ວບໍ່ມີທາງຈະຫຼີກລ້ຽງໄດ້.
  ກັມອາຈຈະສາມາດບັລເທົາເບົາບາງລົງໄດ້ດ້ວຍກາຣທຳແຕ່ຄວາມດີຢູ່ຕຼອດເວລາ ປຼະພຶຕປະຕິບັຕິທັມຈົນເກີດ
ກາຣອະໂຫສິກັມໃຫ້ແກ່ກັນ ຖ້າບໍ່ມີກາຣທຳດີແລ້ວຈະບໍ່ມີຄຳວ່າພົ້ນກົຕແຫ່ງກັມໄດ້ເລີຍແລະບໍ່ຕ້ອງມາຕີຄວາມ
ກັນເໝືອນກັບຕີຄວາມທາງກົຕໝາຍເພາະລອງຕົກໄດ້ເປັນກັມແລ້ວບໍ່ຕ້ອງຕີຄວາມໃຫ້ເສັ-ເວລາ.
  ຄວາມຈິງຂອງກົຕແຫ່ງກັມນັ້ນມີກາຣລົງໂທສກັນໂດຍບໍ່ຕ້ອງນັດສືບພຍານວ່າຜິດຈິງຫຼືບໍ່?ບໍ່ຈຳເປັນຕ້ອງແຕ່ງ
ທນາຍຂຶ້ນມາຕໍ່ສູ້ເພາະກົຕແຫ່ງກັມມີຄວາມທ່ຽງທັມໃນຕົວມັນເອງຢ່າງຊັດແຈ້ງໂດຍບໍ່ຈຳເປັນຕ້ອງມີຕົວຊ່ວຽ
ແລະບໍ່ຈຳເປັນຕ້ອງມີມືທີສາມຍື່ນເຂົ້າມາຍຸ້ງກ່ຽວ ນອກເສັຽແຕ່ວ່າຄົນໆນັ້ນໄປສ້າງອຸປຖັມຜົລກັມມາປິດກັ້ນໄວ້
ຫຼືອຸປປີພັກກັມຄືບໍ່ເຮັດໃຫ້ກຸສົລທີ່ທຳໄປນັ້ນເກີດຜົລເພາະມັນເປັນກົຕທີ່ເດັຈຂາດໃນຕົວມັນເອງ.
  ຢ່າງໃດກໍຕາມຄະດີຄວາມອັນໃດກໍຕາມທີ່ໃຜທຳໄວ້ແມ້ວັນນີ້ທາງກົຕໝາຍໃນທາງໂລກຈະຫຼຸດໄປໄດ້ ແຕ່ໃນ
ທາງທັມຫຼືຜົລແຫ່ງກັມນັ້ນຍາກທີ່ຈະຫຼຸດພົ້ນ ທາງທັມຈຶ່ງບໍ່ເໝືອນກັບທາງໂລກເພາະບໍ່ມີຕົວຊ່ວຍ ແຕ່ໃນທາງ
ໂລກຖ້າໃຜມີເງິນ ມີອຳນາຈເປັນຕົວຊ່ວຍມັກອາຈລອດໄດ້ ບໍ່ວ່າຄະດີນັ້ນໆຈະຮ້າຍແຮງຂນາດໃດຫາກມີຕົວ
ຊ່ວຍກໍສາມາດຊນະຄະດີຄວາມນັ້ນໄດ້ ດັ່ງທີ່ຊາວບ້ານເຂົາຮຽກກັນວ່າ"ເງິນງ້າງຜິດໃຫ້ເປັນຖືກໄດ້".
  ໃຜທຳກັມຊົ່ວໄວ້ຫຼາຍໆເຮັດຢ່າງໃດກໍຈະບໍ່ໝົດໄປບໍ່ລອດ ເພາະຍົມພຼະບາລທ່ານບໍ່ມີອະຄຕິກັບໃຜ ທ່ານຍໍ່
ຍອມກິນສິນບົນຈາກໃຜຄືສັ່ງລົງໂທສໄປຕາມຄວາມຜິດຂອງຄົນນັ້ນໆ. ສນັ້ນຫາກໃຜສ້າງກັມຊົ່ວໄວ້ຢ່າງໃດ
ຈະບໍ່ສາມາດຂວາງກັ້ນກົຕແຫ່ງກັມນີ້ໄດ້ເພາະຍົມຣາຊທ່ານບໍ່ມີພັຄບໍ່ມີພວກບໍ່ມີສີບໍ່ມີກຸ່ມທີ່ຕິດສິນບົນຍົມພຼະ
ບາລທ່ານໄດ້ໃຜທຳກັມໃດໄວ້ກັມນັ້ນຍ່ອມສນອງຢ່າງຫຼີກລ້ຽງບໍ່ໄດ້.
  ເຣື້ອງຂອງກົຕແຫ່ງກັມຂໍໃຫ້ຈຳໃສ່ກະບາລຫົວໄວ້ວ່າບໍ່ມີວັນໝົດອາຍຸຄວາມເໝືອນກັບຄະດີທາງໂລກແລະ
ຈະບໍ່ມີໃຜໜີພົ້ນກົຕແຫ່ງກັມນີ້ໄດ້ ຫຼືຫາກໃຜຍັງຄິດວ່າໜີພົ້ນກໍຖືວ່າເປັນຄວາມຄິດທີ່ໂງ່ທີ່ຍັງບໍ່ຮູ້ກົຕແຫ່ງກັມ
ຕາມຫຼັກຂອງພຼະພຸທສາສນາ ແຕ່ເຮົາສາມາດຍັບຍັ້ງກັມຊົ່ວບໍ່ໃຫ້ເກີດຫາກຮູ້ຈັກຄວບຄຸມຜັສສະດ້ວຍສຕິປັນ
ຍາຢ່າງໝັ້ນຄົງ ແລ້ວເຮົາຈະດຳຣົງຢູ່ຣອດປອດໄພຍອຸປປີພັກກັມທີ່ມັນຕາມບີບຄັ້ນກັ່ນແກ້ງ.
  ດັ່ງນັ້ນຈຶ່ງຕ້ອງຊ່ອຍກັນອຸປຖັມດູແລວ່າສິ່ງໃດທີ່ເປັນປຼະໂຍຊນ໌ຕໍ່ໂລກມະນຸສຍ໌ ອຸປຖັມສາສນາປ່ອຍນົກປ່ອຍ
ປາ ປ່ອຍສັຕວ໌ໃຫຍ່ນ້ອຍເພື່ອເປັນກາຣສ້າງອຸປຖັມທີ່ຈະນຳພາເຮົາຣອດພົ້ນຕໍ່ກັມທີ່ກຳລັງຕາມລ້າງຕາມເສັດ
ພວກເຮົາຢູ່ທຸກລົມຫາຍໃຈເຂົ້າອອກ. ກັມຈະມອງບໍ່ເຫັນຕົວຈົນກວ່າທ່ານຈະລົງສ້າງມັນ ມັນຈຶ່ງປຼາກົຕຕົວໃຫ້
ເຫັນຫາກເປັນທາງໂລກນັ້ນຄືຄະດີຄວາມ..ສ່ວນທາງທັມນັ້ນມອງບໍ່ເຫັນຕົວ ເມື່ອຮູ້ຕົວກໍສາຍເສັຽແລ້ວ!!

                                             ຈົ່ງຈເຣີນແດ່ທ່ານຜູ່ຊຶ້ງແຫ່ງທາງທັມ.
             ຖ່າຍທອດມາຈາກກັນເທສສນາໃຜຈະເຊື່ອກໍ(Thank you ໃຜບໍ່ເຊື່ອເຊີນທົສສອບເອົາເອງ)
                                                                 ພົມສີ່ໜ້າ

1 comment: