Friday, November 18, 2011

ວັນອຸບາທຊາຕິວິປຣິຕໃກ້ມາເຖິງແລ້ວ ພີ່ນ້ອງລາວເອີຍ!! ພວກເຮົາຄວນກຼະທຳກາຣຢ່າງໃດຢ່າງນຶ່ງ
ສຸດແລ້ວແຕ່ໃຜຫຼືຂະບວນກາຣທາງກາຣເມືອງເຫຼົ່າໃຜມັນຈະມີແນວຄິດຊ່ອຍສລອງພວກທໍຣະຣາສ
"ແຍກກັນຕີຣວມພລັງຢ່າງສ້າງສັລ"ຊຶ່ງມີເປົ້າໝາຍດຽວກັນນັ້ນກໍຄື"ກາຣປ່ຽນຣະບອບຈາກຣະບອບ
ຜເດັຈກາຣສັງຄົມນິຍົມໄປສູ່"ຣະບອບປຼະຊາທິປໄຕຍເພື່ອກ້າວຂຶ້ນສູ່"ເສຣີປຼະຊາທິປໄຕຍ"ອັນມີເປົ້າ
ໝາຍດຽວກັນໂດຍສເພາະແລ້ວແມ່ນ"Human Rights @ Democracy"


                                                2 ທັນວາ ມະຫາອຸບາທຈົນເຖິງຂັ້ນຊາຕິວິປຣິຕ

   ຢ່າງໃດກໍດີ"2 ທັນວາມະຫາອຸບາທ"ນີ້ ໄດ້ຮັບມາຈາກທ້າວຊ້ອຍ ວໍຊິງຕັນແລະພວກເຮົາຂໍສນັບສຸນ
ແລະສັລເສິລວ່າທ່ານບໍ່ໄດ້ນອນຫລັບທັບສິດທິຂອງຄວາມເປັນລາວຊາຕິນິຍົມ ຈຶ່ງຂໍນຳເອົາບົທກວີຫຼຶ
ກາບກອນຂອງທ່ານຜູ່ນີ້ອອກມາໃຫ້ບັນດາທ່ານທັງຫຼາຽໄດ້ອ່ານດັ່ງຕໍ່ໄປນີ້:


ເຊີນເຢີລາວພີ່ນ້ອງ                                           ຜູ່ຮັກຊາຕິແພງລາວ  ຮຽມເອີ!!
ເຊິນຮ່ວມແຮງ ສາມັຄຣຄີ                                 ເພື່ອສະແດງກຳລັງກ້າ
ໝາຍໃຫ້ໂລກາຮູ້                                              2 ທັນວາວັນອຸບາທ
ລາວທັງຊາຕິເກີດເດືອດຮ້ອນ                           ອັຄຄີໄໝ້ລວກລົນ  ຫັ້ນແລ້ວ!!


2 ທັນວາ 75 ກາບອກແຈ້ງ                                 ສັນຍາຮ່ວມໂຮມລາວ  ຫັ້ນນາ!
ຖືກຫັກຫຼັງພັງທລາຍ                                         ເພາະກຸ່ມລາວແດງປິ້ນ
ຈູດຕໍ່ ນຳໄຟເຂົ້າ                                                ເຜົາຄົນລາວເຊື້ອເຜົ່າ
ນຳຣະບອບຄອມມິວນິສຕ໌                                  ເຂົ້າມາໃຊ້ຢູ່ລາວ        ເຮົານ໋າ!


ຄວາມສງົບ ຖືກຜ່າມ້າງ                                      ພວກເຮົາຈຶ່ງໄດ້ລອຍຂອງ
 ໜີພາກຄົນເຄີຽຮັກ                                             ພາກເຮືອນຊານຢ້າວ
ພາກດິນດອນ ຕ່ອນຫ້ຽາ                                     ພາກໄຮ່ນາ ເຄີຽປູກວ່ານ
ເປັນອົພຍົບຄື່ກຳພ້າ                                            ຫາຊົ້ນຊາຕິອື່ນໄກ          ພີ່ນ້ອງເອີຍ!!

ສັນຕິພາບ ຖືກປົ່ນປີ້                                            ເສຣີພາບ ຖືກປິດບັງ
ອິສຣະເສຣີໃນລາວ                                            ຖືກໝູ່ແກວກວນມ້າງ
ແປງທາງໃຫ້ແກວແດງເຂົ້າ                                ມາຄອງລາວ ກືນຊາຕິ
ກືນລາວ ໜ້າດ້ານໆ                                             ສັນຍາພ້ຽນວ່າຊ່ອຍລາວ  ໜ່າຍເດ໋!


ແກວແດງລຸຫຼັ່ງເຂົ້າ                                             ມາຢູ່ເຕັມລາວ  ຊາວໂລກເອີຍ!
ກຸ່ມຜູ່ນຳລາວແດງ                                               ພັຄ-ລັຖລາວ  ໂກງສໍ້
ຊອມຊໍ່ ໄປຂໍຊົ້ນ                                                   ກອງທຫາຣຂອງອົງເດືອກ
ພຽງເພື່ອ ຄຸມອຳນາຈໄວ້                                      ໃຫ້ເຖິງມື້ ເຂົ້າໂຣງ ຫັ້ນແລ້ວ!


ປຼະຊາລາວ ເກີດເດືອດຮ້ອນ                                ຍ້ອນຊີວິຕ ທໍຣະມາຣ
ນັກຮັກຊາຕິ ທອງສຸກ                                            ອອກຕໍ່ຂານ ປຼະຈານໜ້າ
ທອງປຼະເສີດ ນຳພາສູ້                                           ເຜີຍຄວາມຈິງ ທີ່ຊ້ອນບົ່ມ
ຖືກປຼາບປຼາມ ເຂັ່ນຂ້າ                                            ຍ້ອນແກວຊີ້ສັ່ງກາຣ ຫັ້ນແລ້ວ!


ເຮົາຕາຍນຶ່ງ ຈຶ່ງຕ້ອງລຸກຂຶ້ນສູ້                                ນັບເປັນໝຶ່ນເປັນແສນ ລາວເອີຽ!
ຊົນເຜົ່າ ເຮົາທັງມວລ                                              ບໍ່ອ່ອນເພັຽ ຍອມແພ້
ເພື່ອຊາຕິ ເປັນຄຳຂວັນຝັງແໜ້ນ                            ໃນໃຈນັກຮັກຊາຕິ
ກ້າສ່ຽງ ກ້າລຸກຂຶ້ນຕໍ່ສູ້                                              ແກວແດງຕ້ອງອອກຈາກລາວ ແທ້ເນີ!

2 ທັນວາ ເຮົາຮີບມາພີ່ນ້ອງ                                      ມາສາບແຊ່ງພວກລາວແດງ
ຂາຍຊາຕິລາວໃຫ້ແກວແດງ                                    ແຜ່ນດິນລາວ ຊິໝົດກ້ຽງ
ແຜນທີ່ລາວ ຊິໝົດສ້ຽງ                                             ສູນຍ໌ຫາຽໄປຈາກໂລກ ແທ້ເນີ!
ຄົນລາວ ຊິໄດ້ຮ້ອງຮ່ຳໄຫ້                                         ຫາດິນຊົ້ນ ແມ່ນບໍ່ມີ   ພີ້ນ້ອງເອີຍ!

2 ທັນວາຊາວລາວຕ້ອງອອກທ້າ                               ປຼະທ້ວງວ່າແກວກືນລາວ  ຈິງແລ້ວ!
ເຊີນຮ່ວມ ໂຮມແຮງປຼະສານ                                     ເພື່ອປຼາບມາຣ ພວກກືນບ້ານ
ເຕືອນໝາພານ ທີ່ລືມຊາຕິ                                         ລູກສມຸນ ພວກຫຼົງຊາຕິ
ມາປຼະກາສໃຫ້ໂລກຮູ້                                                ພວກເຮົາສູ້ຂັບໄລ່ແກວ  ແທ້ແລ້ວ!

ລູກລາວເລືອດເກັ່ງກ້າ                                              ຫຼານຟ້າງຸ່ມ ຜູ່ໂຮມລາວ
ເນົາຢູ່ດິນແດນໃດ                                                     ເຖິງຫ່າງໄກເມືອງບ້ານ
ຍັງຝັງ ຄວາມເຄືອງແຄ້ນ                                          ຍ້ອນເສັຽດິນແດນເດີມເກົ່າ
ເຕົ້າລູກແຄນ ລຸກຂຶ້ນສູ້                                               ຮັກສາເຊື້ອສືບຕຼະກຸລ ລາວແລ້ວ!

ບ້ານແມ່ມຶງ ຢູ່ຮ່າໂນຍ                                               ເປັນຫັຽງ ຈຶ່ງມາວຽງຈັນທຣ໌??
ບ້ານແມ່ກູ ມູລມັງລາວ                                                ຕ້ອງແມ່ນລາວ ເປັນເຈົ້າ
ໃຫ້ສູໜີຄືນທ້ອນ                                                         ບັກຫົວງອນ ອິ່ຫົວຂອດ
ດິນແດນກູ ລາວລ້ານຊ້າງ                                           ບໍ່ຍອມຂຶ້ນຕໍ່ສູ   ງ່າຍແລ້ວ!!

                                            ໂດຽສົມສັກ ອະນຸບຸຕຣ     
 


No comments:

Post a Comment