Friday, November 11, 2011

                             ສະພາບຄວາມເປັນຈິງຂອງສະພາປຼະຊາຊົນ  ຫຼືສະພາຕົບມືແຫ່ງຊາຕິ
                            ຂອງ ສປປ ລາວແລະວຽຕນາມ(ລັດທິແກ້ພຽງແຕ່ພວກກູໄດ້ກຸມອຳນາຈ
                                                  ເຣື້ອງຊາຕິແລະປຼະຊາຊົນເອົາໄວ໊ຕາມຫຼັງ)
                                                                            (ພາຄທີ່ 1)
  ຢ່າງໃດກໍຕາມຫຼາຍທ່ານອາຈຈະຮູ້ແລະຊາບດີມາແລ້ວວ່າ"ຣະບອບຜເດັຈກາຣຊົນຊັ້ນປົກຄອງ"ດັ່ງທີ່ເປັນຢູ່
ໃນ ສປປ ລາວນັ້ນມັນຖືກຕ້ອງສອດຄ່ອງກັບໂລກຍຸຄໂລກາພິວັຕນ໌ດັ່ງປັຈຈຸບັນນີ້ຫຼືບໍ່ຢ່າງໃດກໍສຸດແລ້ວແຕ່ບັລ
ດາທ່ານຜູ່ຮູ້ແລະຜູ່ວິເຄາະຫ໌ຈາກສຖານະພາບຄວາມເປັນຈິງຢ່າງໃດ?ນັ້ນສຸດແລ້ວແຕ່ຈະພິນິຈເອົາເອງ.
   ບໍຣິບົທທີ່ຂຽນມາເພຶ່ອກາຣວິເຄາະຫ໌ນີ້ໄດ້ຣວບຣວມເອົາຕາມສະພາບຄວາມເປັນຈິງທີ່ເປັນຢູ່ໃນປັຈຈຸບັນບໍ່ມີ
ອະຄະຕິແລະບໍ່ສນັບສນຸນແລະເຫັນຄວນປ່ຽນຣະບອບເສັຽໃໝ່ບໍ່ດັ່ງນັ້ນມັນຈະບໍ່ເຂົ້າຣະບົບແລະເຮັດໃຫ້ຄນະ
ບໍຣິຫາຣຈັດກາຣພາກຣັຖບໍ່ມີວິນັຍແລະປຼະຊາຊົນຈະເສັຽວັທນະທັມແຫ່ງຊາຕິ.
   ກາຣທີ່ທັງລາວແລະວຽຕນາມຍັງຄົງມີກາຣຜູກຂາດອຳນາຈທາງກາຣເມືອງໂດຍມີພັຄດຽວເຣື້ອຍມາຈົນເຖິງ
ທຸກວັນນີ້ ຄື ພັຄປະຕິວັຕິປຼະຊາຊົນລາວແລະພັຄຄອມມິວນິສຕ໌ວຽຕນາມນັ້ນໄດ້ເຮັດໃຫ້ທັງສອງປຼະເທສນີ້ຖືກ
ນານາຊາຕິມອງວ່າບໍ່ມີຄວາມເປັນປຼະຊາທິປໄຕຍໃນທາງກາຣເມືອງຢ່າງແທ້ຈິງໂດຽເຖິງແມ່ນວ່າທັງສອງປຼະ
ເທສນີ້ຈະມີກາຣເປີດໂອກາສໃຫ້ປຼະຊາຊົນຂອງຕົນສາມາດໃຊ້ສິດທິອອກສຽງເພື່ອກາຣເລືອກຕັ້ງສມາຊິກຣັຖ
ສະພາ(ສະພາຕົບມືແຫ່ງຊາຕິ)ໄດ້ເໝືອນກັບໃນປຼະເທສທີ່ສົມກັບອ້າງວ່າ)ເປັນປຼະຊາທິປໄຕຍທັງຫຼາຍປານໃດ
ກໍຕາມ.
  ແຕ່ຢ່າງໃດກໍຕາມອຳນາຈກາຣນຳຂອງພັຄຯທັງໃນລາວແລະວຽຕນາມກໍໄດ້ພຍາຍາມລວງຕາຊາວໂລກໃຫ້
ເຫັນວ່າພັຄຯໄດ້ພຍາຍາມດຳເນີນກາຣໃນທຸກວິຖີທາງເພື່ອກຼະຈາຍອຳນາຈກາຣຕັດສິນໃຈແລະເສິມສ້າງກາຣ
ມີສ່ວນຮ່ວມໃນກາຣພັທນາປຼະເທສໄປສູ່ປຼະຊາຊົນຂອງຕົນໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ  ໂດຍສເພາະຢ່າງຍິ່ງໃນ
ກາຣເລືອກຕັ້ງ(ລາກຕັ້ງ)ສມາຊິກສະພາຕົບມືແຫ່ງຊາຕິ ຊຶ່ງແມ່ນວ່າພັຄຯຈະເປັນຜູ່ຜູກຂາດໃນກາຣຄັດເລືອກ
ແລະຮັບຮອງຜູ່ສມັຄຣແຂ່ງຂັນໃນກາຣເລືອກຕັ້ງກໍຕາມ ແຕ່ທັງພັຄຯໃນລາວແລະໃນວຽຕນາມກໍໄດ້ມີກາຣເປີດ
ກວ້າງຫຼາຍຂຶ້ນດ້ວຍກາຣຍິນຍອມໃຫ້ມີຜູ່ສມັຄຣອິສຣະ(ຕາມບົທລະຄອນຂອງລັດທິ)ຫຼືຜູ່ທີ່ບໍ່ແມ່ນສມາຊິກໃນ
ພັຄຯໃຫ້ສາມາດສມັຄຣລົງແຂ່ງຂັນໃນກາຣເລືອກຕັ້ງໄດ້ພໍສົມຄວນ.
   ຫາກຈະກ່າວສຳລັບພັຄຄອມມິວນິສຕ໌ວຽຕນາມນັ້ນກໍໄດ້ອະນຸຍາຕິໃຫ້ຜູ່ທີ່ບໍ່ໄດ້ເປັນສມາຊິກພັຄຯສາມາດລົງ
ສມັຄຣແຂ່ງຂັນໃນກາຣເລືອກຕັ້ງສມາຊິກສະພາຕົບມືແຫ່ງຊາຕິຊຸດທີ 13 ທີ່ຊາວວຽຕນາມຫຼາຍກວ່າ 62 ລ້ານ
ຄົນເພິ່ງກໍຫາລົງຄະແນນຜ່ານພົ້ນໄປເມື່ອ 22 ພຶສພາທີ່ຜ່ານມາຈຳນວນເຖິງ 133 ຄົນຈາກຜູ່ສມັຄຣທັງໝົດ 827
ຄົນແລະເຖິງແມ່ນວ່າຈະຍັງຄົງບໍ່ໄດ້ປຼະກາສຜົລກາຣເລືອກຕັ້ງຈົນເຖິງຂນະນີ້ກໍຕາມ ແຕ່ກໍເຊື່ອແນ່ວ່າຈະມີຜູ່
ສມັຄຣອິສຣະຫຼາຍສິບຄົນທີ່ຈະໄດ້ຮັບກາຣເລືອກຕັ້ງໃຫ້ເຂົ້າໄປທຳໜ້າທີ່ໃນສະພາຕົບມືແຫ່ງຊາຕິຊຸດໃໝ່ຂອງ
ວຽຕນາມຊຶ່ງປຼະກອບດ້ວຍສມາຊິກຈຳນວນທັງໝົດ 500 ສຫາຍ.
   ທັງນີ້ກໍເນື່ອງຈາກວ່າກາຣໃຊ້ສິດທິເລືອກຕັ້ງຂອງຊາວວຽຕນາມນັບຕັ້ງແຕ່ປີ 1976 ເປັນຕົ້ນມາຈົນເຖິງກາຣ
ເລືອກຕັ້ງຄັ້ງກ່ອນໜ້ານີ້ຄືໃນປີ 2007 ນັ້ນປຼາກົຕວ່າມີຜູ່ສມັຄຣອິສຣະທີ່ໄດ້ຮັບກາຣເລືອກຕັ້ງເພີ້ມຂຶ້ນເຣື້ອຍໆ
ສຳຫຼັບໃນສະພາຕົບມືແຫ່ງຊາຕິຊຸດທີ 12 ທີ່ກຳລັງຈະໝົດວາຣະລົງໃນເດືອນມິຖຸນານີ້ກໍມີສມາຊິກທີ່ບໍ່ໄດ້ເປັນ
ສມາຊິກພັຄຯ ຫາກແຕ່ເປັນບຸຄຄົລຣຸ້ນໃໝ່ຢູ່ເຖິງ 42 ສຫາຍຈາກຈຳນວນທັງໝົດ 493 ສຫາຍ.
   ໃນຂນະດຽວກັນນັ້ນ ຊາວວຽຕນາມຕ່າງກໍໄດ້ຮຽນຮູ້ແລະໄດ້ເຫັນເຖິງຄວາມສຳຄັນໃນພາຣະໜ້າທີ່ຂອງສມາ
ຊິກສະພາຕົບມືຯຂອງພວກຕົນເປັນຢ່າງດີໂດຍສເພາະຢ່າງຍິ່ງພາຣະໜ້າທີ່ໃນດ້ານນິຕິບັນຍັຕິທີ່ຈະຕ້ອງມີກາຣ
ພັທນາຣະບົບກົຕໝາຍຕ່າງໆໃຫ້ເທົ່າທັນແລະໄດ້ມາຕຣຖານສາກົລດ້ວຍນັ້ນ ກໍຍິ່ງເຮັດໃຫ້ຊາວວຽຕນາມຕ່າງ
ກໍໄດ້ເຫັນເຖິງຄວາມຄວາມຈຳເປັນທີ່ຈະຕ້ອງເລືອກບຸຄລາກອນທີ່ມີຄວາມຮູ້ຄວາມສາມາດຢ່າງແທ້ຈິງເຂົ້າໄປ
ປະຕິບັຕິໜ້າທີ່ໃນສະພາຕົບມືແຫ່ງຊາຕິຊຸດໃໝ່ ດັ່ງຈະໄດ້ເຫັນຈາກກາຣອອກມາໃຊ້ສິດທິເລືອກຕັ້ງເກີນກວ່າ
99% ໂດຍປຼາສຈາກກາຣຊື້ສິດທິ-ຂາຍສຽງເຖິງ 100% ເຕັມໆ. ຜູ່ສມັຄຣຮັບເລືອກຕັ້ງວຽຕນາມແຕກຕ່າງໄປ
ຈາກ ສປປ ລາວຢູ່ທີ່ວ່າ""ຜູ່ມີຄຸນສົມບັຕິ ມີຄວາມຮູ້" ແຕ່ ສປປ ລາວຄັດເລືອກຄົນຂອງພັຄຕາມໃຈມັກ
ຄື ຊຽງສີ ຊຽງສາ ທິດລາ..ສ່ວນຜູ່ສມັຄອິສຣະມີໜ້ອຍກວ່າວຽຕນາມເພາະລາວຂາດຣະດັບກາຣສຶກ
ສາກວ່າວຽຕນາມ..ໃນເມື່ອຜູ່ສມັຄຣອິສຣະໄດ້ຮັບເລືອກໜ້ອຍກວ່າກໍປຽບເໝືອນໄປນັ່ງຟັງກັນເທສ
ຕາມທຶສດີ ອອກສຽງໄປໄດ້ ກໍພຽງບໍ່ໃຫ້ເສັຽພາບພົຈນ໌ທາງກາຣເມືອງມັນຈຶ່ງບໍ່ໄປບໍ່ມາໃນກາຣອອກ
ກົຕໝາຍເພາະແຕ່ລະຄົນບໍ່ຈົບຊັ້ນປະຖົມ ບາງຄົນກໍເປັນພຼະເປັນເນຣໃນຣະບອບຄອມຯມິວນິສຕ໌ມັນ
ຈຶ່ງບໍ່ເຂົ້າຕຳຣາສາກົລ..ເປັນພຽງນົກແກ້ວນົກຂຸນທອງເວົ້າຕາມທຶສດີມາກຊ໌-ເລນິລ".
   ຍິ່ງໄປກວ່ານັ້ນເຫັນວ່າອຳນາຈກາຣນຳຂອງພັຄຯວຽຕນາມຈະໄດ້ໃຫ້ຄວາມສຳຄັນຫຼາຍສຸດກັບຄຸນພາບດ້ານ
ກາຣສຶກສາແລະຄວາມຮູ້ຄວາມສາມາດດ້ານວິທຍາກາຣສມັຍໃໝ່ຂອງຜູ່ສມັຄຣແຂ່ງຂັນໃນກາຣເລືອກຕັ້ງແຕ່
ລະຄັ້ງຊຶ່ງກໍເຫັນໄດ້ຈາກຜູ່ສມັຄຣທັງ 827 ສຫາຍນັ້ນປຼາກົຕວ່າມີຢູ່ເຖິງ 796 ສຫາຍທີ່ຈົບກາຣສຶກສາຕັ້ງແຕ່ຣະ
ດັບວິຊາຊີພຊັ້ນສູງຂຶ້ນໄປຈົນເຖິງຣະດັບປຣິນຍາເອກ.
   ຊຶ່ງນັ້ນກໍເປັນເພາະວ່າອຳນາຈກາຣນຳພັຄຯນັ້ນໄວ້ວາງເປົ້າໝາຍແຜນກາຣໄວ້ຢ່າງຊັດເຈນວ່າຈະພັທນາໃຫ້
ວຽຕນາມເປັນປຼະເທສທີ່ມີຄວາມຈເຣີນກ້າວໜ້າໃນທຸກໆດ້ານໃຫ້ຫຼາຍທີ່ສຸດແຫ່ງນຶ່ງໃນເອເຊັຽຕະວັນອອກສຽງ
ໃຕ້ຫຼືຢ່າງນ້ອຍກໍໃຫ້ທຽບເທົ່າກັບໄທຍແລະມາເລເຊັຽໃນທຸກໆດ້ານໃຫ້ໄດ້ພາຽໃນປີ 2020 ເປັນຢ່າງຊ້າ ມັນແຕກ
ຕ່າງໄປຈາກແນວຄິດ ອຸດົມກາຣຂອງພັຄຯລາວປານຟ້າກັບດິນເພາະກຸ່ມຜເດັຈກາຣລາວບໍ່ຈົບຊັ້ນປະຖົມເປັນ
ສ່ວນໃຫຍ່ເລີຍມອງເຫັນແຕ່ຫຳຕົນເອງແລະຄັດຄ້ານແນວຄິດກ້າວໜ້າຂອງນັກປະຕິວັຕິຣຸ້ນໃໝ່ທີ່ຕ້ອງກາຣພັທ
ນາຊາຕິໃຫ້ທຽມທັນປຼະເທສໃນພູມິພາຄ.(ເຊິນຕິດຕາມອ່ານຕໍ່ສບັບຕໍ່ໄປ).



No comments:

Post a Comment