Thursday, November 10, 2011

                                       ສົງຄາມຍາດແຍ່ງຊັພພຍາກອນທັມຊາຕິກຳລັງເຣິ້ມ
                                 ຣະຫວ່າງພັນທ໌ມິຕຣສຫະຣັຖກັບຈີນ ໃນພູມິພາຄເອເຊັຽໃຕ້
                            (ຈຶ່ງຢາກຂໍເຕືອນພວກສຫາຍຣັຖຫຸ່ນລາວໃຫ້ມີສຕິທີ່ແລ່ນຕາມກົ້ນຈິນ)
      ນາຍທຫາຣຊັ້ນຜູ່ໃຫຍ່ສຫະຣັຖຯເຕືອນ"ເຫຕຸກາຣນ໌ນ້ອຍໆໃນທະເລຈີນໃຕ້ອາຈບານປາຽໄດ້"
 ສຳນັກຂ່າວເອເອຟພີຣາຍງານເມື່ອ 9 ພຶສຈິກາ 2011 ວ່າຜູ່ບັນຊາກາຣກອງເຮືອທີ 7 ຂອງສຫະຣັຖຯບອກວ່າ
ເຂົາບໍ່ຄ່ອຍກັງວົລ ທີ່ເຫຕຸກາຣເລັກໆນ້ອຍໆຈະເກີດຄວາມຂັດແຍ່ງກາຍເປັນຣະດັບໃຫນ່ໂຕໃນເອ
ເຊັຽ ແຕ່ເຂົາເປັນຫ່ວງທີ່ສຸດຄືເຫຕຸກາຣນ໌ເຫຼົ່ານີ້ອາຈບໍ່ຄາດເດົາໄດ້ໃນທະເລຈີນໃຕ້.

    ພົລເຣືອໂທ.ສກອຕຕ໌ ສວິຟຕ໌ ກ່າວເມື່ອວັນພຸທທີ 9 ຜ່ານມາວ່າ ປັຈຈຸບັນກາຣສົນທນາຫາຣືແບບທຫາຣ
ກັບທຫາຣຣະຫວ່າງວໍຊິງຕັນກັບປັກກິ່ງ ກຳລັງເກີດຂຶ້ນໃນຣະດັບສູງຂອງສາຍກາຣບັງຄັບບັນຊາແລ້ວ ແລະ
ທັງສອງຝ່າຍຕ່າງມີຄວາມຕ້ອງກາຣຕຼົງກັນໃນກາຣລົດບັລຍາກາສຄວາມຕຶງຄຽດໃຫ້ເຫຼືອນ້ອຍທີ່ສຸດ.
  ຢ່າງໃດກໍຕາມເຂົາໄດ້ເຕືອນວ່າໃນບໍຣິເວນທະເລຈິນໃຕ້ອາຈຈະອຸດົມດ້ວຍຊັພພຍາກອນທັມຊາຕິນັ້ນໄດ້ມີ
ຫຼາຍປຼະເທສຊຶ່ງຣວມທັງຈິນ ຕ່າງອ້າງສິດທິເໜືອນດິນແດນແລະອະທິປໄຕຍທາງທະເລ ດັ່ງນັ້ນຈຶ່ງຕ້ອງກາຣ
ແລະໃສ່ໃຈເປັນພິເສສເພື່ອຫລີກລ້ຽງຄວາມຂັດແຍ່ງທີ່ຮຸນແຮງຈາກເຫຕຸກາຣນ໌ເຫຼົ່ານີ້ ທີ່ອາຈມີນັຍທາງຍຸທ
ສາສຕຣ໌. ແຕ່ເຖິງຢ່າງໃດເຂົາກໍເຊື່ອວ່າກາຣປຼະນີປຼະນອມກັນຢ່າງໄວໆແລະກາຣວິນິຈສັຍຢ່າງເໝາະສົມໃນ
ຣະດັບກາຣທູຕຈະຊ່ອຍຜ່ອນຄາຍຂໍ້ພິພາທນີ້ໄດ້.
  ແລະເຂົາກໍກ່າວເສີມດ້ວຍວ່າສມາຄົມປຼະຊາຊາຕິເອເຊັຽຕະວັນອອກສຽງໃຕ້(ເອຊ່ຽນ)ມີຄວາມຄືບໜ້າທີ່ສຸດ
ໃນກາຣສົ່ງເສີມກາຣເຈຣຈາຣະຫວ່າງປຼະເທສທີ່ອ້າງສິດທິອະທິປໄຕຍທາງທະເລໃນບໍຣິເວນນອກຊາຍຝັ່ງ
ດ້ານໃຕ້ຂອງຈີນ.
   ແຕ່ທັງນີ້ປັກກິ່ງໄດ້ອ້າງກັມສິດທິແລະອະທິປໄຕຍໃນທະເລຈີນໃຕ້ແທຍທັງໝົດ ນອກຈາກນີ້ຈືນຍັງຕ້ອງ
ກາຣພະເຊີນໜ້າກັບວຽຕນາມ-ຟິລິປປິນສ໌-ໄຕ້ຫວັນ-ບຣູໄນແລະມາເລັຽເພາະຕ່າງກໍອ້າງສິດທິເໜືອໝູ່ເກາະ
ສແປຣຕລີຍ໌ດ້ວຍກັນທັງນັ້ນແລະຕ່າງກໍວ່າ"ທະເລຈີນໃຕ້ບໍ່ໄດ້ໝາຍເຖິງວ່າເປັນອະທິປໄຕຍຂອງຈີນພຽງ
ຝ່າຍດຽວ".
    ຈີນແລະວຽຕນາມຍັງມີຂໍ້ພິພາທກັນມາຍາວນານກ່ຽວກັບໝູ່ເກາະພາຣາເຊລແລະເມື່ອອາທິຕຍ໌ຜ່ານມາ
ນັກກາຣທູຕວຽຕນາມຄົນນຶ່ງຍັງກ່າວດ້ວຍວ່າພູມິພາຄແຫ່ງນີ້ອົບແວລໄປດ້ວຍຄວາມຕຶງຄຽດທີ່ຈີນຄຸກຄາມ
ແລະມີແນວໂນ້ມຮຸນແຮງຂຶ້ນອາຈລາມໄປກາຍເປັນຄວາມຂັດແຍ່ງເຕັມຮູປແບບໄດ້.
    ໃນຂນະທີ່ຟິລິປປິນສ໌ແລະວຽຕນາມຕ່າງໄດ້ຮ້ອງຮຽນວ່າ ຊາວປຼະມົງຂອງພວກຕົນຖືກເຮືອຣົບຈີນກໍ່
ກວນຕຼອດເວລາໃນບໍຣິເວນດັ່ງກ່າວ ສ່ວນ ສ.ສ.ໄຕ້ຫວັນກໍສເນີໃຫ້ນຳຂີປນາວຸທຊັ້ນສູງໄປປຼະຈຳກາຣໃນ
ນ່ານນ້ຳທີ່ເປັນຂໍ້ພິພາທໂດຍໄວ.
   ກອງທັພເຮືອທີ 7 ຂອງສຫະຣັຖຯ(US Seventh Fleet) ພາຍໃຕ້ກາຣບັງຄັບບັນຊາຂອງພົລເຣືອໂທ.ສວິຟຕ໌
ເປັນສ່ວນປຼະກອບສຳຄັນສ່ວນນຶ່ງຂອງກອງເຣືອພາຄພຶ້ນປາຊິຟິກຂອງສຫະຣັຖຯ (US Pacific Fleet) ໂດຍ
ທີ່ກອງເຣືອພາຄພື້ນປາຊິຟິກຊຶ່ງກໍເປັນສ່ວນນຶ່ງຂອງກອງບັນຊາກາຣທຫາຣສຫະຣັຖຯພາຄພຶ້ນປາຊິຟິກ(US
Pacific Command) .
   ສວິຟຕ໌ກ່າວເຣື້ອງນີ້ທີ່ຮ່ອງກົງ ຊຶ່ງເຂົາໄດ້ນຳເຮືອຣົບໄປເຢືອນພ້ອມກັບເຮືອບັລທຸກເຄື່ອງບິນ ຈອຣ໌ຈ ວໍຊິງ
ຕັນທີ່ເປັນເຮືອຣົບແລະເຮືອບັນທຸກເຄື່ອງບິນທີ່ໃຫຍ່ສຸດແລະມີອາວຸທທຸກຊນິດພ້ອມຈະບົດຂຍີ້ສັຕຼູ ຊຶ່ງກໍເປັນ
ນຶ່ງໃນກອງເຮືອທີ 7 ຂອງສຫະຣັຖຯປຼະຈຳກາຣນ໌ໃນບໍຣິເວນນີ້.
   ກາຣເຢືອນຮ່ອງກົງຂອງສວິຟຕ໌ຄັ້ງນີ້ຍັງບັງເກີດຂຶ້ນໃນຂນະທີ່ກຸງວໍຊິງຕັນພຍາຍາມປ່າວປຼະກາສຄວາມສຳ
ຄັນເຊິງຍຸທສາສຕຣ໌ຂອງເອເຊັຽໃຕ້ດ້ວຍ.
   ໃນກາຣເດີນທາງເຢືອນເອເຊັຽ-ປາຊິຟິກເມື່ອເດືອນຜ່ານມາຂອງ ຣມຕ.ປ້ອງກັນປຼະເທສຂອງສຫະຣັຖ ລີ
ອອນ ເພຕເນຕຕາ ຊຶ່ງເປັນກາຣເຢືອນພູມິພາຄເອເຊັຽຄັ້ງສຳຄັນນັບແຕ່ເຂົ້າຮັບໜ້າທີ່ ເຂົາກ່າວວ່າສຫະຣັຖຯ
ຕ້ອງກາຣເສີມສ້າງຖານະໃນປາຊິຟິກໃຫ້ເຂັ້ມແຂງຂຶ້ນ.
   ນອກຈາກນີ້ໃນອາທິຕຍ໌ນີ້ສຫະຣັຖຯຈະເປັນເຈົ້າພາບກາຣປຼະຊຸມກຸ່ມຄວາມຮ່ວມມືທາງເສຖກິຈເອເຊັຽ-ປາ
ຊິຟິກ(ເອເປກ)ທີ່ຮາວາຍອີ ຫຼັງຈາກນັ້ນປຼະທານາທິບໍດີ ໂອບາມາຈະເຂົ້າຮ່ວມກາຣປຼະຊຸມສຸດຍອດເອເຊັຽຕະ
ວັນອອກທີ່ອິນໂດເນເຊັຽປາຍເດືອນນີ້ດ້ວຍ.
    ນອກຈາກກາຣຂາຍອາວຸທໃຫ້ກັບໄຕ້ຫວັນເມື່ອບໍ່ນານມານີ້ຄວາມສັມພັນທ໌ຣະຫວ່າງຈີນ-ສຫະຣັຖຯຍັງຕຶງ
ຄຽດຍິ່ງຂຶ້ນຈາກກໍຣະນີກາຣກ່າວຫາວ່າຈີນເຈາະຣະບົບຄອມພິວເຕິຣ໌ສຫະຣັຖຯຣວມທັງຜລິຕພັນທ໌ອິເລັກ
ໂທຣນິກສ໌ປອມຂອງບໍຣິສັທຈີນຍັງໄປປຼາກົຕຢູ່ໃນຍຸທພັນທ໌ຂອງກອງທັພອະເມຣິກັນອີກ.
   ໃນຂນະມີຣາຍງານວ່າຈີນໄດ້ນຳປຼະຈຳກາຣຂີປນາວຸທຕິດຫົວຣົບນິວເຄລັຽຣ໌ຣຸ້ນໃໝ່ 4 ຈຸດດັ່ງນັ້ນສວິຟຕ໌
ຈຶ່ງກ່າວວ່າຍັງບໍ່ຮູ້ສຶກກັງວົລວ່າຈະມີກາຣໂຈມຕີຫຼືກາຣຄຸກຄາມອື່ນໃດ.
    ແຕ່ຢ່າງໃດກໍຕາມ ຜູ່ບັນຊາກາຣກອງເຮືອທີ 7 ສຫະຣັຖຯຍັງພຍາຍາມລົດທອນກຼະແສຂ່າວທີ່ອອກໃນຊ່ວງ
ອາທິຕຍ໌ຜ່ານມາວ່າຈີນໄດ້ຊຶ້ສຖານີຕິດຕາມວັດຖຸໃນອາວກາສແຫ່ງນຶ່ງໃນອອສເຕຼເລັຽ ພັນທ໌ມິຕຣໃກ້ຊິດຂອງ
ສຫະຣັຖຯທັງນີ້ແດນຈິງໂຈ້ເປັນເຈົ້າຂອງສຖານີແລະກໍເປັນຜູ່ຮ່ວມດຳເນີນກາຣສຖານີຕິດຕາມວັດຖຸໃນອາວ
ກາສຂອງສຫະຣັຖຯອີກແຫ່ງຊຶ່ງມີຊື່ວ່າ"ໄພຣ໌ ແກປ" ແຕ່ເຂົາກ່າວວ່າເປັນເຣື້ອງປົກຕິທີ່ຈີນຈະມີຜົລປຼະໂຍຊນ໌
ໃນກິຈກາຣນ໌ຕ່າງໆຢູ່ທົ່ວໂລກ.

No comments:

Post a Comment