Wednesday, November 23, 2011

                                       ລາວເສຣີທຸກຄົນເຂົ້າໃຈດີວ່າພວກສຫາຍພົບທາງຕັນ
                                ຂນະດຽວກັນພວກເຣົາຕ້ອງກາຣຊ່ອຍເຫຼືອຄົນລາວດ້ວຍກັນ
                                ແຕ່ພວກສຫາຍຕ້ອງເປີດກວ້າງແລະຕ້ອງເຂົ້າໃຈຄຳວ່າ
                                                        "Forgive and Forget"

     ເຖິງຢ່າງກໍຕາມສັນຊາຕິຍານຂອງມະນຸສຍ໌ນັ້ນຍອມຮັບຮູ້ຄຳວ່າ"ໂຈຣ"ແລະໂຈຣຫຼືມະຫາໂຈຣ
ຈະບໍ່ມີສັຈຈະເພາະໂຈຣຖືເປັນກຸ່ມຄົນນອກກົຕໝາຽ ແມ້ແຕ່ຊຸມຊົນໂຈຣດ້ວຽກັນຍັງປຼະຫັສປຼະຫາຣ
ກັນເອງ..ດັ່ງສັງຄົມໂລກຈຶ່ງຖືວ່າໂຈຣບໍ່ຖືສັຈຈະ ໂຈຣກັບລັດທິຄອມຯຫຼືກຸ່ມຄອມຯເອງກໍຍັງບໍ່ຍອມ
ເຊື່ອຖືກັນທັງໃນທາງພຶຕຕິນັຍແລະນິຕິນັຍ.
       ດັ່ງນັ້ນກຸ່ມປົກຄອງຣັຖ ສປປ ລາວຈຶ່ງປຽບດັ່ງມະຫາໂຈຣປຸ້ນຊາຕິ ປຸ້ນປຼະຊາຊົນ ຫາກພວກເຮົາ
ຍອມຮັບໃນຣະບອບຜເດັຈກາຣຂອງຣັຖບາລໂຈຣ ເຮົາກໍກາຽເປັນປຼະຊາຊົນໃນໝູ່ໂຈຣໂດຽບໍ່ຮູ້ສຶກ
ຕົວ. ເຖິງມະນຸສຍ໌ທຸກຊາຕິ ທຸກສາສນາຈະຖືຄຸນທັມເປັນຫຼັກໃນກາຣປົກຄອງປຼະຊາຊົນຂອງຕົນແຕ່
ພວກໂຈຣຈະບໍ່ມີສັຈຈະທັມແລະບໍ່ມີຄຸນທັມເພາະໂຈຣບໍ່ມີສາສນາເປັນຫຼັກ.
      ສນັ້ນຫາກກຸ່ມຜູ່ປົກຄອງຂາດຄຸນທັມ,ຂາດສັຈະທັມ ຂາດມະໂນທັມໃນກາຣປົກຄອງບໍຣິຫາຣ
ຂນະນີ້ເອງມັນຈຶ່ງບໍ່ມີສເຖັຽພາບໃນກາຣບໍຣິຫາຣຈັດກາຣປົກຄອງປຼະຊາຊົນເພາະສຫາຽເຄີຽປຼະ
ກາສສເມີໆວ່າ"ປຼະຊາຊົນຕ້ອງເປັນໃຫຍ່ໃນແຜນດິນ"ແຕ່ແລ້ວປຼະຊາຊົນລາວຈຶ່ງເປັນພຽງທາສ
ໃນຣະບອບກາຣປົກຄອງຣັຖຯ.
      ຣະບອບທີ່ຖືກຕ້ອງສອດຄ່ອງໃນໂລກສມັຍໃໝ່ຫຼຶຍຸຄໂລກໂລກາພິວັຕນ໌ກໍຄື"ຣະບອບປຼະຊາທິ
ປໄຕຍແລະຖືເປັນຣະບອບທີ່ສາມາດຜ່ານພົ້ນວິກຣິຕສັທທາໃນສັງຄົມໂລກເພາະນານາປຼະເທສໃນ
ຂນະນີ້ເຂົາປ່ຽນແປງປຼັບຕົວເຂົ້າກັບສັງຄົມໂລກເກືອບຈະໝົດແລ້ວ ຄົງຫຼົງເຫຼືອໃຫ້ເຫັນພຽງ"ຈີນ-
ວຽຕທີ່ເປັນຫົວໂຈກປະຕິກາຣປ່າເຖື່ອນ"ແລ້ວລາວເຮົາຊຶ່ງເປັນປຼະເທສສາສນາພຸທມາແຕ່ກຳເນີດ
ຍັງຈະມາຕົວະຕົນເອງຕົວະປຼະຊາຊົນຢູ່ບໍ? ຣະວັງຄວາຍຊົນຄວາຍຈະແພ້ຫ້ຽາແພດ"
     ສນັ້ນພວກເຮົາລາວເສຣີທັງຫຼາຽບໍ່ຕ້ອງກັງວົນຢ້ານກົວພວກມັນ ແມ້ແຕ່ພມ້າຊຶ່ງເປັນລູກນ້ອງ
ໃກ້ຊິດກັບຈີນພວກເຂົາຍັງປັຼບຕົວແລະຕີຫ່າງຈາກຈີນ ຄືເປັນຫັຽງພວກເຂົາບໍ່ຢ້ານບໍ່ກຼົວຈີນເພາະ
ໃນຄວາມຢ້ານກົວຕ່າງໆບາງຄັ້ງກໍເຮັດໃຫ້ເຮົາຫູໜວກຕາບອດຈົນຂຶ້ນຫົວ ສນັ້ນຄວາມຢ້ານກົວ
ນັ້ນແຫຼະຈະເຮັດໃຫ້ພວກເຮົາເກີດຄວາມເສື່ອມທາງສັງຄົມ ເມື່ອຄວາມເສື່ອມມາປົກຄຸມເລີຽກາຽ
ເປັນຄວາມຂາດສັທທາໄປ.
     ນັກຕໍ່ສູ້ເພື່ອປຼະຊາທິປໄຕຍທັງຫຼາຍຄວນທຳຈິຕໃຫ້ເຂັ້ມແຂງລວມພລັງສາມັຄຄີ ຮູ້ເຂົາຮູ້ເຮົາ
ສິ່ງຜິດພາດທີ່ຜ່ານມາຄືຕຳຣາສອນໃຫ້ຮູ້ຍຸທວິທີ ໃຫ້ຮູ້ຈຸດຍຸທສາສຕຣ"ໃນລັດທິຄອມຯໃນທຶສດີ
ຂອງ ດຣ.ຮຸນ ຍັດເຊນ ແລະຄະຕິພົຈນ໌ຂອງຈຽງໄຄເຊັຄບອກໄວ້ວ່າ"..ຮູ້ເຂົາ ຮູ້ເຮົາ ຣົບຮ້ອຍຄັ້ງ
ຊນະຮ້ອຍຄັ້ງແລະອີກຄຳນຶ່ງທີ່ທ່ານຂຽນໄວ້ເປັນວາທະກັມນັ້ນຄື: ຢ່າຟັງຄອມມິວນິສຍ໌ເວົ້າ ໃຫ້
ເບິ່ງກາຣກຼະທຳຂອງມັນ"ເພາະຄອມຯໃຊ້ຕຳຣາແລະວິຊາ"ກ່ອມລິງນອນ"ນັ້ນເອງ.
     ຕ້ອງເຂົ້າໃຈໃຫ້ວ່າວ່າ:ປຼະຊາຊົນມີໜ້າທີ່ປົກປ້ອງອຳນາຈອະທິປໄຕຍແລະສິດທິຜົລປຼະໂຍຊນ໌
ຂອງຕົນເອງແລະມີຄວາມຊອບທັມທີ່ຈະກ່າວຫາແລະລົງໂທສຜູ່ປົກຄອງທີ່ຜິດກົຕໝາຽແລະຂັດ
ຕໍ່ກົຕບັຕຣສຫະປຼະຊາຊາຕິທີ່ລະເມີດສິດທິຂອງຄວາມເປັນມະນຸສຍ໌ຊາຕິຂອງພວກເຮົາ.

                                                           ລາວເສຣີ

No comments:

Post a Comment