Wednesday, February 1, 2012

                                           ເວຣກັມຂອງຊາຕິແລະປຼະຊາຊົນລາວເກີດຂຶ້ນຍ້ອນ:
-ແຕກຄວາມສາມັຄຄີ,ກຸ່ມຜູ້ປົກຄອງບໍ່ມີຈັນຍາບັລສາສຕຣ໌,ຂາດຈາຣິຍະທັມ,ຂາດຄວາມຮູ້ດ້ານຣັຖສາສຕຣ໌  ແລະກາຣປົກຄອງ ເປັນໄດ້ພຽງ"ນາຍ"ເປັນຜູ່ນຳບໍ່ໄດ້"ພາສາຊາຕິບິດເບືອນພາສາສາສຕຣ໌ຊາຕິຕົນເອງ.                 

ເວຣກັມຂອງຊາຕິລາວທີ່ຜ່ານມາແລະກຳລັງພະເຊີນນັ້ນກໍຄືຫຼັງຈາກເປັນປຼະເທສອານານິຄົມຝຼັ່ງເສສກໍ
ເກີດຄວາມບອບຊ້ຳມາຢູ່ແລ້ວ ພໍຕົກມາຫຼັງຍຸຄສົງຄາມເຢັນຊ້ຳພັດກາຍມາເປັນປຼະເທສອານານິຄົມຂອງ
ວຽຕນາມຕຶ່ມອີກໃນຂນະດຽວກັນກຸ່ມແນວຄິດຊ້າຍຕົກຂອບຂອງກຸ່ມຈູມມະລີ ໄຊຍະສອນ-ທອງສິງ ທັມ
ມະວົງຍັງຊ້ຳພັດດຶງຈີນເຂົ້າມາເພື່ອປະລອງຍຸຄກັບວຽຕນາມໃນປຼະເທສລາວອີກ ພວກຕົນເອງໃນຖານະ
ເປັນຜູ່ປົກຄອງປຼະເທສກໍກົດຂິ່ຂົ່ມເຫງແລະມ້າງເພທັງຮີຕຄອງວັທນະທັມ,ທຳລາຍຊັພຍ໌ໃນດິນສິນໃນນ້ຳ
ດ້ວຽກາຣນຳຈຳໜ່າຍອະນຸຍາຕິໃຫ້ພວກດັ່ງກ່າວເຂົ້າມາຂຸດກົ່ນ ເລາະຊາຍແດນລາວ-ແກວ,ລາວ-ຈີນກໍ
ສ້າງທັງໃຫ້ສັມປທານແລະເຊົ່າຊື້ຈົນເຮັດໃຫ້ປຼະຊາຊົນລາວເລາະຊາຍແດນເກີດຜວາຢ້ານກົວຕໍ່ອຳນາຈ
ມືດຂອງກຸ່ມຕ່າງຊາຕິເຫຼົ່ານີ້ຢູ່ຕຼອດເວລາ ເຖິງແມ່ນຈະໄປຮ້ອງຮຽນທາງກາຣບັລດາເຈົ້າໜ້າທີ່ກໍບໍ່ສາມາດ
ຈະແກ້ໄຂເຣື້ອງໃດໆໄດ້ ອັນເກີດຈາກກົຕໝາຍຂອງຣັຖບໍ່ຮັດກຸມແລະມີຊ່ອງໂຫວ່ໃຫ້ແກ່ງຕ່າງດ້າວນັ້ນ
ເອງ ແມ້ແຕ່ກຸ່ມຫົວຈັກຣພັຄ-ຣັຖເອງກໍຍັງບໍ່ສາມາດເຂົ້າໄປແກ້ໄຂໄດ້ແລະທັ້ງສອງປຼະເທສດັ່ງກ່າວກໍປົກ
ຄອງປຼະເທສດ້ວຍຣະບອບຜເດັຈກາຣຕົກຂອບ ມີກາຣກົດຂິ່ຂົ່ມເຫງປຼະຊາຊົນໃຊ້ຣະບົບອຳນາຈນິຄົມປົກ
ຄອງບໍຣິຫາຣປຼະເທສດ້ວຍກັນທັງຄູ່ແລະວິທີກາຣເຂົ້າມາລົງທຶນໃນລາວຂອງທັງສອງປຼະເທສແລະກຸ່ມ
ຜເດັຈກາຣອຳນາຈນິຍົມລາວຫວັງອາໃສຕໍ່ອາຍຸໄປວັນໆນັ້ນມີຄື:
-ສຳລັບກັບຝ່າຍວຽຕນາມນັ້ນອາໃສແຕ່ກຳລັງທຫາຣວຽຕໃຫ້ມາປົກປ້ອງບັລລັງພ໌ຂອງພວກຕົນດ້ວຍເປີດ
ກວ້າງໃຫ້ກັບວຽຕນາມດັ່ງນີ້:
-ເກັບກ່ຽວຜົລປຼະໂຍຊນ໌ຫຼັງສົງຄາມເຢັນທີ່ແກວໄດ້ຊ່ອຍເຫຼືອໃນກາຣປຸ້ນອຳນາຈຂອງປຼະຊາຊົນລາວໃນນີ້
ມີທັງໄມ້,ແຮ່ທາຕຸແລະໃຫ້ຣັຖບາລຫຸ່ນລ້ຽງດູກອງກຳລັງວຽຕນາມທີ່ມາປຼະຈຳຢູ່ດິນລາວທັງໝົດແລະກອງ
ກຳລັງວຽຕນາມພວກນີ້ມີທຫາຣຊ່າງແລະກຳລັງທາງອາກາສ ເມື່ອຕັດໄມ້ແລະຂຸດແຮ່ທາຕຸໄດ້ແລ້ວກໍຂົນໃສ່
ຣົຖສິບລໍ້ຂົນທັງວັນທັງຄືນໃນເລາະຊາຍແດນເລິກເຂົ້າມາກວ່າ 50 ກິໂລແມຕ..ຫາກຢູ່ເລິກເຂົ້າໄປກໍໃຊ້ເຮລິ
ຄອຟເຕີຣ໌ຂົນໄປນັບຕັ້ງແຕ່ເຂຕວຽຕນາມເໜືອເມືອງໄທດຳ(ໜອງແສສອງເປິງເປັນອານາຈັກຣ)ລົງໄປເຖິງ
ເຂຕກວາງຕຸ້ມ,ໂຄງເຊໂດນແລະອັຕປື.
   ສ່ວນເຂຕດ້ານເໜືອຈຸດຈອດກັບວຽຕເໜືອເຊັ່ນຜົງສາລີ,ຫຼວງນ້ຳທາເລີຍລົງມາເຖິງປາກລາຍເຂົ້າຈຸກຈອດ
ຖນົນເລຂທີ 13 ຫຼວງພຼະບາງຖືເປັນເຂຕແບ່ງປັນຜົລປຼະໂຍຊນ໌ຂອງວຽຕນາມແລະຈີນມີທຸກຮູປແບບຂອງກາຣ
ໃຫ້ເຄຣດິຕຣະຫວ່າງສອງຊາຕິນີ້.
   ສ່ວນຊຽງຂວາງ-ຫຼວງພຼະບາງລົງຫາວຽງຈັນທຣ໌ເລາະຕາມສາຍທາງຕ່າງໆທີ່ພວກບັລດາທ່ານກາຍໄປເຫັນ
ບ້ານເຮືອນຫຼັງງາມໆ ມີຣີສອຣຼຕ,ມຸງດິນແດງໆຮູປທຣົງໄທຍນັ້ນແມ່ນເຂຕອິດທິພົລຂອງໄທຍດ້ວຍທີວີກາຣ
ໃຫ້ຊາວບ້ານຊອກຫາຕົ້ນໄມ້ໃຫຍ່ແລະດິນດອນຕ່າງໆພວກພໍ່ຄ້າໄທຍຈະຊື້ເອົາດິນແລະຕົ້ນໄມ້ແລກກັບຣາຄາ
ບ້ານທີ່ເຂົາປຸກໃຫ້ ດັ່ງນັ້ນບ້ານເຮືອນຕ່າງໆທີ່ເຫັນກັນຢູ່ນັ້ນຈຶ່ງລ້ວນແຕ່ເປັນຮູປທຣົງໄທຍ. ຜູ່ໃດມີດິນ,ມີໄມ້ຮັບ
ຄ້ຳປຼະກັນແລ້ວພໍ່ຄ້າຈະປຸກໃຫ້ຕາມຣາຄາໄມ້ແລະດິນທີ່ຂາຍທັນທີ.
   ສ່ວນປຼະຊາຊົນລາວຜູ່ທຸກຂ໌ໄຮ້ບໍ່ມີຕົນໄມ້ໃຫຍ່ແລະມີດິນໃກ້ທາງກໍຈະເຫັນວ່າເປັນບ້ານທີ່ມຸງດ້ວຍສັງກະສີ
ສີແດງຂີ້ມ້ຽງ.
      ຂນະນີ້ຈະເຫັນໄດ້ວ່າກາຣລຸກກວາດຊຶ້ດິນ,ໄມ້ທັງຂອງໄທຍ,ວຽຕນາມແລະຈີນມີບໍ່ຂາດສາຍ..ຫາກດິນ
ຕອນໃດທີ່ພວກເຂົາເຫັນວ່າມີປຼະໂຍຊນ໌ໃນກາຣຄ້າພວກເຂົາກໍຈະໄປບອກກຸ່ມກຳອຳນາຈຣັຖຯຫາວິທີຂັບໄລ່
ແລ້ວປຼະກາສວ່າເປັນເຂຕພັທນາ ພຶຕຕິກັມຕ່າງໆທີ່ເກີດຂຶ້ນໃນລາວບໍ່ຕ່າງຫັຽງກັບເຫຕຸກາຣນ໌ທີ່ເກີດໃນປຼະ
ເທສຈີນແລະວຽຕນາມເຣື້ອງກາຣໄລ່ທີ່ຂອງຣັຖຯ.
     ສ່ວນພັຄ-ຣັຖຫຸ່ນລາວພວກເຂົາບໍ່ສົນໃຈນຳຄວາມເດືອດຮ້ອນຂອງປຼະຊາຊົນ ພວກເຂົາສົນໃຈຢ່າງດຽວ
ຄືຜົລປຼະໂຍຊນ໌ແລະເງິນຕຼາໃຫ້ກັບຄອບຄົວແລະຍາຕິພີ່ນ້ອງຂອງເຂົາເທົ່ານັ້ນ. ດັ່ງນັ້ນດ້ານກາຣເງິນ,ເສຖກິຈ
ຈຶ່ງເປັນພຽງຟອງສະບູ່ຕາມຣາຍງານດອກໄມ້..ເພາະພວກເຂົາຢ້ານວຽຕນາມຖອນກຳລັງອອກ.ສ່ວນຈີນເຂົາຊື້
ກຸ່ມຜູ່ນຳຜເດັຈກາຣລາວຢ່າງຕາຍຕົວແລ້ວ. ດັ່ງນັ້ນຈຶ່ງເຫັນວ່າກາຣຈະເອົາຄົນນອກເຂົ້າມາຮັບຜິດຊອບໜ້າ
ທີ່ໃນພັຄ-ຣັຖຫຸ່ນ ເຖິງແມ່ນຈະຮຽນໄປຈາກໂລກເສຣີມີຄວາມຮູ້ກໍຕາມພວກເຂົາຈະຫາວິທີກາຣນ໌ຕ່າງໆໃສ່
ທັງນີ້ກໍເພາະຢ້ານຄົນມີຄວາມຮູ້ໄປເຫັນຄວາມຂິ້ຕົວະ ໄປເຫັນຄວາມຊົ່ວສາມາຣຂອງພວກເຂົານັ້ນເອງ ຈຶ່ງ
ໃຊ້ຣະບົບຕົວຕາຍຕົວແທນທີ່ເລິ້ມປະຕິບັຕິກັນມານັບຕັ້ງແຕ່ສຫາຍໄກສອນ ພົມວິຫາຣໄປນາຣົກ..
    ຂນະນີ້ພວກກຳອຳນາຈໃນກົງຈັກຣຣັຖຯທີ່ສຳຄັນລ້ວນແລ້ວແຕ່ລູກຫຼານຂອງກຸ່ມຂາຍຊາຕິເຊັ່ນລູກໄກສອນ
ລູກສມານວິຍະເກຕ,ລູກຄຳໄຕ ສີທັນດອນ,ລູກອາຊ່າງເລົ່າລີ,ລູກຂອງກິນິມ ພົລເສນາເຕັມກົງຈັກຣ ໃນຂນະດຽວ
ກັນພວກກໍຕັ້ງຂໍ້ລັງກຽຕພວກລາວເສຣີທີ່ຢູ່ຕ່າງປຼະເທສ ຈຶ່ງອອກກົຕໝາຍກີດກັນມີທັງກົຕໝາຍສັນຊາຕິແລະ
ກົຕໝາຍເຊື້ອ ຊຶ່ງໃນໂລກນີ້ກໍຫາເຫັນປຼາກົຕມີປຼະເທສດຽວຄືຣັຖຫຸ່ນອອກກົຕໝາຍເຣື້ອງເຊື້ອຊາຕິ.
    ຍ້ອນເຫຕຸເຫລົ່ານີ້ເອງຜ່ານມາ 37 ປີເມືອງລາວຈຶ່ງບໍ່ກ້າວໜ້າເທົ່າທີ່ຄວນທັ້ງທີ່ຊັພຍ໌ໃນດິນຈົນເກືອບບໍ່
ຫຼົງເຫຼືອໄວ້ໃຫ້ລູກຫຼານລາວ ແລະຫາກເມື່ອຊັພພຍາກອນເຫຼົ່ານີ້ໝົດແລ້ວ ຄຸນຄ່າຂອງຄວາມເປັນຊາຕິລາວ
ຄົງເປັນພຽງດິນແດນແຫ່ງຄວາມອານະຖາ ອັປຫິບໍ່ມີຊາຕິໃດຢາກຈະຄົບຄ້າສມາຄົມອີກຕໍ່ໄປ.

                                   ຫາກທ່ານໃດມີປຼະສົບກາຣນ໌ໄປພົບເຫັນມາອີກຊ່ອຍເສິມແລະຕຶ່ມໃສ່ໃຫ້ດ້ວຍ.