Tuesday, January 31, 2012

                                3 ຊາຕິອິນໂດຈີນຝຼັ່ງເສສ ກັບ 1 ຊາຕິອານານິຄົມອັງກຣິຕໃນ"ຂໍ້ແຕກຕ່າງ"

3 ຊາຕິອິນໂດຈີນຝຼັ່ງເສສຍຸຄອານານິຄົມຝຼັ່ງເສສ ຊຶ່ງວຽຕນາມເປັນເມືອງຂຶ້ນຂອງຝຼັ່ງເສສ ລາວ-ຂເມຣເປັນ
ພຽງປຼະເທສອານານິຄົມຣະດັບກາຣສຶກສາທັງສາມປຼະເທສໃນຍຸຄສມັຍນັ້ນເຫັນວ່າພໍໃຊ້ໄດ້..ບໍ່ນັບວຽຕແລະ
ຂເມຣແມ້ກຼະທັງຂນະນີ້ກໍຍັງຖືວ່າຕິດອັນດັບເພາະທັງສອງຊາຕິເອົາຕົວລອດແລະປຼະຄັບປຼະຄອງກັນໄປໄດ້
ສ່ວນລາວແລ້ວໜ້າອັບອາຍຂາຍໜ້າບໍ່ວ່າລູກເຈົ້າຫຼານນາຍຜູ່ທີ່ມີໂອກາສໄປຮຽນຕ່າງປຼະເທສພໍກັບເຖິງບ້ານ
ແຕ່ລະຄົນຫາບໃບປຼະກາສນິຍະບັຕຣມາເຕັມກຼະບຸງ ແຕ່ແທນທີ່ຮຽນມາແລ້ວຈະນຳມາໃຊ້ຖ່າຍທອດແຕ້ມ
ແຕ່ງເປັນຕຳຣາເພື່ອໝູນໃຊ້ໃຫ້ກັບລູກຫຼານ ຊ້ຳພັດເອົາໃບປຼະກາສໄປຕິດຝາເຮືອນຂອງຕົນ..ຜ່ານມາເປັນ
ທັສວັຕິຫຼືສັຕວັຕິຍັງບໍ່ປຼາກົຕແມ້ແຕ່ປຶ້ມຕຳຣາຮຽນຫົວດຽວໃນຫໍສມຸທແຫ່ງຊາຕິເພາະອາຈະເປັນເພາະຮຽນ
ບໍ່ສຳເຣັຈຫຼືວ່າຮຽນສຳເຣັຈແຕ່ເປັນພຽງວິຊາກາຣໃນເຈັ້ຽກໍວ່າໄດ້.
  ໃນສາມປຼະເທສນີ້ລ້ວນແຕ່ເປັນລູກນ້ອງຝຼັ່ງເສສເກົ່າຖືກຝຼັ່ງເສສເຕະຖິ້ມແລະດູຖູກມາດ້ວຍກັນ ແຕ່ວຽຕ-
ຂເມຣເຂົາປຼະຄັບປຼະຄອງແກ້ໄຂບັນຫາຊາຕິບ້ານເມືອງຂອງພວກເຂົາມາໄດ້ດີພໍສົມຄວນອາຈເປັນເພາະ
ພວກເຂົາບໍ່ຖືກສຍາມແຊກແຊງແລະແຊກຊ້ອນເປົ່າກຼະໝ່ອມຈຶ່ງຢືນຢັດຢູ່ໄດ້ ອັນນີ້ເປັນອີກເຫຕຸຜົລນຶ່ງພໍ
ມີໄວ້ເປັນອຸທຫອນ..
   ຢ່າງໃດກໍຕາມມັນໜ້າເສັຽດາຍແທ້ໆທີ່ຄົນລາວເຮົາບໍ່ມີຈິຕມີໃຈໃນກາຣເປັນນັກຊາຕິນິຍົມທັ້ງໆທີ່ເອົາ
ເງິນພາສີຂອງປຼະຊາຊົນລາວໄປຮຽນຕ່າງປຼະເທສ ແຕ່ປຼະຊາຊົນລາວບໍ່ມີສິ່ງຕອບແທນຄ່າເງິນພາສີເລົ່າ
ນັ້ນເລີຍ..ແຕ່ໃນຂນະທີ່ບ້ານເມືອງເກີດວິກຣິຕເກີດວົງຈອນອຸບາທດັ່ງເປັນຢູ່ຍັງບໍ່ປຼາກົຕວ່າມີບຸຣຸສຫຼືສຕຼີ
ລາວຄົນໃດຜງາດຂຶ້ນມາເປັນທີ່ເພິ່ງຂອງປຼະຊາຊົນໄດ້ແມ້ແຕ່ຄົນດຽວ?"ໂງ່ງ່າວແລະເປັນກົບໃນນ້ຳສ້າງ
ຄົງໜີບໍ່ພົ້ນກຸ່ມກຳອຳນາຈເຖື່ອນໃນລາວ".
  ເຖິງແມ່ນບັກຝຼັ່ງຊົ່ວຈະສ້າງໃຫ້ຄົນລາວບໍ່ຮູ້ປຼະວັຕິຂອງຕົນເອງກໍຕາມເຊື່ອວ່າບໍ່ແມ່ນອຸປສັກມັນອາຈເກີດ
ຈາກສັນດານທີ່ບໍ່ເປັນສັນດອນຫຼືເກາະແກ່ງພໍທີ່ຈະໃຫ້ຝູງນົກອາໃສໄດ້..ຍິ່ງຕົກມາໃນຍຸຄສມັຍຜເດັຈກາຣ
ອຳນາຈນິຄົມແຝງຕົວໄປໃສ່ເສື້ອສັງຄົມນິຍົມຄອມຯແບບແຕ້ມຮູປເສືອໃຫ້ລີງຢ້ານກໍຍິ່ງເຮັດໃຫ້ເຫັນໄດ້ວ່າ
ຣະບົບຝຼັ່ງຊົ່ວທີ່ໃຊ້ວິທີແຊກຊ້ອນແຍກກຸ່ມເພື່ອງ່າຍແກ່ກາຣປົກຄອງນັ້ນກໍຍິ່ງແຈ້ງຂາວຂຶ້ນທັ້ງໆທີ່ຄວາມຮູ້
ຄວາມສາມາດຣະດັບກາຣສຶກສາຕ່ຳກວ່າຣະດັບກາຣບໍຣິຫາຣດ້ວຽແລ້ວກໍຍິ່ງເຮັດໃຫ້ຊາຕິແລະປຼະຊາຊົນ
ອັປຈົນຍິ່ງຂຶ້ນຄືບໍ່ຍອມຮັບຄວາມຈິງຂອງສັງຄົມທີ່ເກີດຂຶ້ນໃນເວທີໂລກຈົນກາຍເປັນພວກສາຍຕາສັ້ນໄປໝົດ
ທັງກຸ່ມຈຶ່ງໃຊ້ໄດ້ພຽງຄວາມເປັນນາຍ ແຕ່ຄວາມເປັນຜູ່ນຳນັ້ນແມ້ແຕ່ຈະມອບໃຫ້ເປັນຜູ່ນຳໝູ່ບ້ານກໍຄົງບໍ່ຫຼ້ອນ
    ທຸກຢ່າງທີ່ກ່າວມານັ້ນເປັນພຽງອຸທຫອນ..ໃນຂນະຫັນໄປເບິ່ງຂເມຣຂນະນີ້ກາຣພັທນາປຼະເທສໄປໄກກວ່າ
ສຍາມເວລານີ້..ຊຶ່ງບໍ່ມີວຽຕນາມແລະຈີນເຂົ້າໄປຄອບງຳໄດ້ຢ່າງເຕັມພາຄພູມິເໝືອນກັບ "ສາທາຣະນະຣັຖ
ປຼະຊາທິປໄຕຍ ປຼະຊາຊົນລາວ"..ເຂົາມີເອກເທສໃນກາຣບໍຣິຫາຣຈັດກາຣຂອງເຂົາເອງຕ່າງຈາກກຸ່ມ"ນາຍ"
ປຼະຊາຊົນລາວທີ່ບໍ່ມີຫັຽງໃນຕົວຕົນເລີຍ..ຫາກວັນໃດວັນນຶ່ງວຽຕຖອຍແລະອະເມຣິກັນຖີບຈີນອອກຈາກເອ
ເຊັຽຕາວັນອອກກໍຄົງພໍດີກັບຈັງຫວະຊັພພຍາກອນທັມຊາຕິຂອງລາວໝົດແຜ່ນດິນ,ຊັພພຍາກອນມະນຸສຍ໌
ລາວກາຍເປັນຜີດິບຫຼືຂ້າຕອງເຫຼືອງພໍດີ.."ລູກສມູນອັງກຣິຕດີກວ່າຫົວໄວກວ່າສມຸນຝຼັ່ງເສສ"
    ຊຶ່ງໃນຂນະດຽວກັນນີ້ພມ້າກໍເປັນອີກຊາຕິນຶ່ງປຸ້ນອຳນາຈໄປຈາກປຼະຊາຊົນ ຫຼັງຈາກພົ້ນຂອບປາກສ້າງມາ
ຍັງບໍ່ພໍເທົ່າໃດໃນຊ່ວງທີ່ຈີນໃຊ້ອິດທິຄອບງຳຍັງໄດ້ຊັພພຍາກອນໄປໄດ້ບໍ່ນານ..ພວກເຂົາຮູ້ທັນແລະຕື່ນຕົວ
ທັນເວລານີ້ກໍໄລ່ອິດທິພົລຈີນອອກໄປເປີດກວ້າງໃຫ້ທຶນນິຍົມເສຣີເຂົ້າໄປປະຕິຣູປເສຖກິຈເວລານີ້ຄືສິງຄ໌ໂປຣ໌
ພ້ອມເປີດກວ້າງຮອບດ້ານ"ມີຊາຕິພມ້າຊາຕິດຽວ"ຕ່າງໄປຈາກພວກສມອງໝາປັນຍາຄວາຍຫຼືກົບໃນນ້ຳສ້າງ"
ຂອງກຸ່ມຈູມມະລີ ໄຊຍະສອນແລະທອງສິງ ທັມມະວົງ"ໃນໂລກນີ້ເຂົາແກ້ໄຂກົຕໝາຍສັນຊາຕິ"ແຕ່ພວກ
ສມອງໝາກັບສ້າງກົຕໝາຍໃໝ່ຂຶ້ນມາວ່າດ້ວຍເຊື້ອຊາຕິ"ມາເປັນຂໍ້ຖົກຖຽງກັນໃນສະພາຕົບມືແລະມີປຼະເທສ
ດຽວໃນໂລກຂນະນີ້ທີ່ເອົາບັນຫາເຊື້ອຊາຕິມາພິຈາຣະນາ ແລ້ວເປັນຫັຽງບໍ່ເອົາຄົນເຊື້ອຊາຕິແກວເຊື້ອຊາຕິ
ຈີນທີ່ເຕັມໃນດິນລາວມາເປັນຂໍ້ວິນິສສັຍແດ່?
     ສນັ້ນຈຶ່ງໝາຍຄວາມວ່າພວກເຂົາຈະພຍາຍາມປະຕິເສສລາວເສຣີໃນຕ່າງປຼະເທສຕຼອດກາລເພາະພວກ
ເຂົາຢ້ານພວກລາວເສຣີໄປເປັນນາຍພວກເຂົາແລະເຂົາຍອມຮັບວ່າພວກລາວເສຣີມີຄວາມຮູ້ເໜືອກວ່າເຂົາ
ນັ້ນເອງແລະອັນສຸດທ້າຍທີ່ຕາມຫຼອກຫຼອນພວກເຂົາຢູ່ຂນະນີ້ກໍຄືຈິຕວິນຍານຂອງວີຣະຊົນລາວທີ່ພວກເຂົາ
ຫາເຣື້ອງນຳໄປຂ້າແບບປ່າເຖື່ອນເຫຼົ່ານັ້ນຕາມມາຫຼອກມາຫຼອນພວກເຂົານັ້ນເອງ.
   ແຕ່ຂໍເຕືອນພວກສຫາຍວ່າປຼາກົຕກາຣນ໌ທັມຊາຕິເປັນໄປຕາມວາຣະກາລຂອງສັງຄົມໂລກເພາະໂລກນີ້
ມັນເປັນວັຖຈັກຣບໍ່ມີສິ່ງໃດຈີຣັງຢັ້ງຢືນໄດ້..ໂລກມັນກຼົມ..ເມື່ອມັນໝູນໄປຄົບວົງຈອນຂອງມັນແລ້ວ ມັນກໍ
ກັບຄືນສູ່ທີ່ເດິມ ຂຶ້ນສຸດແລ້ວກໍຕົກລົງມາທີ່ເດີມ ອັນນີ້ຄືສັຈຈະທັມໃນວົງວາລກາຣໂຄຈອນຂອງໂລກ.

                                  ຂອບໃຈທີ່ຫຼານທ່ານໂພຕມາໃຫ້ກຳລັງໃຈ 

Monday, January 30, 2012

                      ວິຖີຂອງສັງຄົມລາວຍຸຄຜເດັຈກາຣອຳນາຈນິຍົມ

ສັງຄົມລາວຍຸຄປັຈຈຸບັນຊຶ່ງຢູ່ພາຽໃຕ້ລັດທິອຳນາຈນິຍົມຜເດັຈກາຣຊ້າຍຕົກຂອບຂນະນີ້ຖືໄດ້ວ່າເປັນສັງຄົມ
ວິປຣິຕຜິດພ້ຽນເຂົ້າກະຕ່າຕົນເອງຈົນເກີດເປັນໂຣຄພິການມີແຕ່ກາຣໂຄຊນາຊວນເຊື່ອຍົກຍ້ອງກັນເອງໃນ
ຂນະທີ່ປິດຫູບັງຕາປຼະຊາຊົນແລະສ້າງກົລລວງໂລກຜ່ານມາໄດ້ 37 ປີຈຶ່ງສາມາດກ່າວໄດ້ວ່າໃນທຶສດີທີ່ປຼະ
ຊາຊົນລາວບໍ່ມີໂອກາສເປັນຕົວຂອງຕົວເອງ ຖຶກຄອບງຳດ້ວຍອຳນາຈມືດ.
   ພຶຕຕິກັມດັ່ງກ່າວເປັນພຽງເພື່ອປູກຝັງຮູປກາຣຈິຕໃຕ້ສຳນຶກໃນກາຣກົບເກື່ອນຄວາມເປັນຈິງໃນສັງຄົມ
ລາວທີ່ເປື່ອຍເຍື່ອຍທີ່ບໍ່ສອດຄ່ອງກັບສັງຄົມໂລກໃນຍຸຄໂລກາພິວັຕນ໌ເພາະພວກເຂົາອໍເອງ ຄິດເອງແລະ
ສ້າງຄວາມມ່ວນຊື່ນພາຍໃນນ້ຳສ້າງຈຶ່ງບໍ່ເຫັນໂລກກວ້າງ.
   ສນັ້ນພວກເຮົາທີ່ເປັນນັກຊາຕິນິຍົມຕ້ອງຊ່ອຍກັນກຳຈັດປັດເປົ່າລັດທິອຸບາທຊາຕິຊົ່ວເລົ່ານີ້ອອກໄປຈາກ
ສັງຄົມລາວໃຫ້ໄດ້ແລະມຸ້ງປຼະກາສເອົາຄວາມຈິງພາຍໃຕ້ຣະບອບຊົ່ວຊ້າສາມາຣເຫົຼ່ານີ້ອອກມາເຜີຍແບ
ຕໍ່ຊາວໂລກໃຫ້ໄດ້ຫຼາຍທີ່ສຸດເໝືອນກັບປຣັຊຍາຂອງພຼະພຸທອົງຄ໌ທຣົງຕຣັສໄວ້ວ່າ"ຄວາມຈິງເປັນສິ່ງບໍ່
ຕາຍ ຄວາມຈິງຍ່ອມເປັນຄວາມຈິງຕຼອດໄປ"ເພື່ອມຸ້ງໜ້າໄປສູ່ຄວາມກ້າວໜ້າໃຫ້ແກ່ລູກລາວຫຼານລາວ
ເມື່ອໃຫຍ່ມາຈະໄດ້ຮູ້ສຶກແລະເຂົ້າໃຈໃນເວທີສັງຄົມໂລກຢ່າງສລາດປຼາຊເປື່ອງ..
   ກຸ່ມທຶນອະນຸຣັກສ໌ກໍຄືກຸ່ມທຶນພາຍໃຕ້ກົຕກະຕິກາສ່ວນກຸ່ມຂອງຜເດັຈກາຣອຳນາຈນິຍົມບໍ່ແມ່ນກຸ່ມທຶນ
ສາທາຣນະ.ໃນຂນະດຽວກັນເວລານີ້ກຳລັງເກີດວົງຈອນອຸບາທມາຢາມກຸ່ມຜເດັຈກາຣຈົນເຖິງຂັ້ນຈັດ
ພິມເງິນກືບໃບ 200,000 ອອກມາຮັບຮອງກາຣຄື່ນໄຫວຂອງເງິນຕຼາຕ່າງປຼະເທສ ອັນນີ້ກໍສະແດງໃຫ້
ເຫັນວ່າ"ເລືອດດັງອອກແລ້ວ".

                                                       ພາກທີ 4

                                                  "ໂສກນາຕກັມລາວ"

ຄົນລາວທຸກຂ໌ຍາກຢູ່ແລ້ວ                                                ຊ້ຳພັດຕຶ່ມທົງທຸກຂ໌
ຄອບວ່າ ມັນຫວັງໃຫ້ທຸກຄົນ                                            ຕົກຊ່ຳກັນໂດຽດ້າມ ຍົກເວັ້ນກຸ່ມເຂົາ
ຊອມແຕ່ເຫັນໃຜສູງຂຶ້ນ                                                   ຄອນແຕ່ຮານຮອນບັ່ນ
ໃຫ້ເຮົາທົງທຸກຂ໌ແຄ້ນ                                                     ຄາແລ້ວຈ່ອງຈຳ

ມັນວາງແຜນອຸບາທຮ້າຍ                                                ແນວໃໝ່ເອກສາຣ
ມັນຮີບເອົາຄົນລາວໜີ                                                    ຈາກເມືອງພາຍພຶ້ນ
ເອົາຄົນຄາເມພຸ້ນ                                                           ມາແທນບໍ່ຢູ່
ສັບປ່ຽນມ້າງ                                                                  ສຖານແທ້ແຕ່ເດິມ

ສົມບັຕິອັນແສ່ງສ້າງ                                                       ຕັ້ງແຕ່ເມື່ອຄາວຫຼັງ  ຫັ້ນນ່າ!
ເຮຶອນຊານຈຳເປັນປະ                                                    ປ່ອຍໜີຈຳຖິ້ມ
ມັນບັງຄັບໄປໂຮມສ້າງ                                                   ຂົນຂວາຍທ້ອງຖິ່ນ
ສີວິໄລບາດນີ້                                                                 ເມືອງບ້ານແຫ່ງລາວ ວ່າເນ໋!

ຜົວເມັຽທັງລູກເຕົ້າ                                                          ໜ້າທີ່ໃຜມັນ
ແຈກຈາຍຢາຍກັຍໄປ                                                      ສູ່ທາງຕາມຜ້ານ
ພໍເມື່ອເຮັດກາຣແລ້ວ                                                       ຄືນເຮືອນຫຼົບຕ່າວ ມັນວ່າ!
ໄດ້ທໍ່ແນວເບິ່ງໜ້າ                                                          ກັນແລ້ວແກວ່າງແຕ່ຫົວ

ແມ້ງນຶ່ງ ເກັບບ່າວສາວສ່ຳນ້ອຍ                                        ໄປເຮັດນາແຊງ
ໄລ່ໄປ ໄຂຕະຄອງ                                                           ເປັ່ງທາງໄຫລນ້ຳ
ເກນກັນໄປຂຸດພູມິພຶ້ນ                                                       ປັຖພີຍາວຍ່ານ
ບັງຄັບທຸກທົ່ວໜ້າ                                                            ໃຫ້ໂຮຮ້ອງ   ວ່າມ່ວນຫລາຍ!

ນາແຊງ ປີງລ້ອມດັ້ນ                                                         ຊອນແຊກອຸທະກັງ
ເກາະຂາຂອງຊຸມສາວ                                                      ສະເດີດຫຼົງໄຫຼຮ້ອງ
ລາງເທື່ອ ມີງູງ້ຽວ                                                             ແນວພາລຂົບຕອດ
ຢາປິ່ນປົວທຸກຂ໌ໄຮ້                                                           ຫາແລ້ວແມ່ນບໍ່ມີ

ຄັນວ່າ ຍາມຄ່ຳເຊົ້າ                                                         ເອີ້ນຮຽກໂຮມກັນ
ບັງຄັບໄປຢືນແຖວ                                                           ໃຫ້ໂຫ່ເຮວ   ໂຮຮ້ອງ
ທັງຕົບມື ຊົມເຊີຍສ້າງ                                                       ວັນນະຄະດີໃສສ່ອງ
ໃຫ້ທາງມື ແອະແອ່ນຟ້ອນ                                                 ນ້ຳຕາຍ້ອຍຍ່າວໃນ
                               
                                        ເຊິນຕິດຕາມຕໍ່

Thursday, January 26, 2012

ໂຄງກາຣພັທນາຂອງພັຄ-ຣັຖຫຸ່ນທຣົງລາວບໍ່ແມ່ນແຜນກາຣສົ່ງເສີມຫຼືແກ້ໄຂຄວາມຍາກຈົນຂອງປຼະຊາຊົນ
ລາວໃຫ້ຢູ່ດີກິນອິ່ມເພາະປຼະຊາຊົນລາວບໍ່ໄດ້ຊົມໃຊ້ຜົລປຼະໂຍຊນ໌ຂອງຣັຖຕາມທີ່ໂຄຊນາຊວນເຊື່ອຂອງພວກ
ເຂົາ ແຕ່ຫາກແມ່ນແຜນກາຣພັທນາເພື່ອກຸ່ມຂອງພວກເຂົາເທົ່ານັນ..ຫາກໃຜຕ້ອງກາຣພິສູຈນ໌ວ່າຈິງຫຼືບໍ່ໃຫ້
ອອກໄປທ່ຽວຕາມຊົນບົທແລະສັງເກຕເບິ່ງຄັກໆ ບໍ່ຕ້ອງຖາມປຼະຊາຊົນ ຖາມໄດ້ພວກເຂົາກໍບໍ່ກ້າບອກເພາະ
ນັກສືບສອດແນມໃນຄນະຈັດຕັ້ງຂອງພວກເຂົາຕິດຕາມພວກນັກທ່ອງທ່ຽວແລະຄົນແປກໜ້າ..ໃນຂນະພວກ
ໜ່ວຍງານນີ້ບໍ່ມີເງີນເດືອນ ຖ້າມີກໍແຕ່ສເພາະຜູ່ເປັນຫົວໜ້າເດືອນລະ $5.00 ສ່ວນລູກນ້ອງຖັນແຖວອາໃສກິນ
ດ້ວຍກາຣຂູດຮີດ ຄ່າຄຸ້ມຄອງ ຄ່າພາສີຕາດິນ ຂາຍໄມ້ແລະໃຫ້ກາຣຄຸ້ມຄອງຜູ່ຄົນໄປໆມາໆຫຼືພວກທີ່ໄປແຕ່ງ
ດອງກັບຜູ່ຍິງລາວ..ຣົຖເກງຄັນງາມໆ ເຮືອນຫຼັງງາມໆໃຫຍໆລ້ວນແຕ່ແມ່ນຣະດັບຫົວແຖວຂອງພັຄ-ຣັຖບັລ
ດາຣັຖມົນຕຼີຫຸ່ນບໍ່ມີໂອກາສໄດ້ງາບຄືພວກນີ້ບໍ່ແມ່ນຄົນຂອງຄນະປະຕິວັຕິດັ່ງເຫັນແຈ້ງວ່າຕົວຕາຍຕົວແທ່ນທີ່
ເປັນຣັຖມົນຕຼີຢູ່ຂນະນີ້..ອິງຕາມຣາຍງານກະບອກສຽງຂອງພັຄວ່າຣະດັບກະຊວງຕ່າງໆຂນະນີ້ຖືເປັນກາຣຕອກ
ຢ້ຳເຖິງກາຣສົ່ງຕໍ່ອຳນາຈທາງກາຣເມືອງຈາກຣຸ້ນພໍ່-ແມ່ໄປສ່ິຣຸ້ນລູກຫຼານຂອງບັລດາກຸ່ມຜເດັຈກາຣຣັຖບາລ
ຫຸ່ນຜູກຂາດອຳນາຈໄວ້ແຕ່ພຽງພວກກຸ່ມຕົນເຊັ່ນ:ສຫາຍສັນຕິພາບ(ຣະຫັສ)ພົມວິຫານ ລູກຊາຍໄກສອນ ພົມວິ
ຫານໄດ້ຮັບແຕ່ຕັ້ງເປັນຣັຖມົນຕຼີກຼະຊວງກາຣເງິນເພື່ອເປີດທາງໃຫ້ສຫາຍອັສພັງທອງ ສີທັນດອນລູກຊາຍຂອງ
ສຫາຍຄຳໄຕ ສີທັນດອນແຕ່ງຕັ້ງໃຫ້ເປັນຫົວໜ້າກົຼມພາສີຢ່າງເຕັມຕົວໃນຂນະທີ່ສຫາຍຊຸບພະໄຊ ສຸພານຸວົງ
ລູກຊາຍສຫາຍສຸພາຯໄດ້ແຕ່ງຕັ້ງໃຫ້ເປັນຣັຖມົນຕຼີກະຊວງພລັງງານແລະບໍ່ແຮ່ແລະ ດຣ.ອິນລາວັນ ແກ້ວບຸນ
ພັນ ທາຍາທສຫາຍສີສະຫວາດ ແກ້ວບຸນພັນແຕ່ງຕັ້ງເປັນຣັຖມົນຕຼີສາທາຣະນະສຸຂ..ດັ່ງນີ້ເປັນຕົ້ນ. ອັນນີ້ແຫຼະ
ຈຶ່ງຮຽກວ່າ"ຕົວຕາຍຕົວແທນ"ບໍ່ມີຄວາມຮູ້ຄວາມສາມາດຜ່ານວິຊາກໍດຶງກັນຂຶ້ນມານັ່ງກິນນອນກິນເອົາເມັຽ
ນ້ອຍຫ້ອຽເມັຽປາຍ ບ້ານເມືອງຈິບຫາຍປຼະຊາຊົນອຶດຢາກປາກແຫ້ງບໍ່ສົນ ຕາຍຫຼາຍເທົ່າໃດຍິ່ງດີເພາະໃນໄລ
ຍະຕໍ່ໄປພວກເຂົາຄິດວ່າ ຫາກປຼະຊາຊົນລາວຕາຍໝົດແລ້ວ ຍັງມີແກວ-ຈີນຢູ່ເຕັມເມືອງນັ້ນແຫຼະຄືປຼະຊາຊົນ
ລາວໃນອະນາຄົຕ..ຂໍຮຽກຮ້ອງຫາເຜົ່າພັນທ໌ລາວໃນທົ່ວໂລກຮີບລົງມືໄປຊ່ອຍພີ່ນ້ອງລາວເຮົາກຳລັງຈະຖືກ
ຂາຍໃຫ້ຈີນແລະແກວລວມທັງແຜ່ນດິນເກີດຂອງພວກເຮົາໃນຂນະນີ້.

                                                           ໂສກນາຕກັມລາວພາຄທີ 3

    ມັນຊ້ຳແຫ່ງຢາກຮ້າຽ                                                     ມວລໝູ່ຄົນລາວ
ຫາວ່າ ນຳບໍ່ທັນແຜນກາຣ                                                  ກຼະໂດດກາຍເກີນຊັ້ນ
ມັນເລົ່າ ຂົ່ມເຫງໃຫ້                                                           ກຼະທຳກາຣໜັກຕຶ່ມ
ປຼະຊາລາວບໍ່ພ້ອມ                                                             ຊອມຖ້າແຕ່ທ່າໜີ

ເລີຍເລົ່າ ລັກລອບລີ້                                                          ໜີຈາກເຮືອນຊານ
ທຳອິດ ສອງສາມຄົນ                                                         ຕໍ່ມາພໍຮ້ອຍ ຈົນເຖິງພັນເປັນໝຶ່ນ
ຊຸມມັນເລີຍຫາເວົ້າ                                                           ປະຕິກາຣສັບສໍ່
ຄົນລາວຈຶ່ງພາກັນແລ່ນເຕັ້ນ                                              ໂຕນຂ້າມຝັ່ງຂອງ  ວ່ານາ!

ຄົນລາວພາກັນລັກຫຼີກລີ້                                                    ໜີຈາກຄວາມທຸກຂ໌ ທໍຣະມາຣ!
ລາວທີ່ເນົາໃນລາວ                                                            ຈຶ່ງຖືກມັນຄຸມຂ້າ
ຍູຖ່າງ ຈັບໄປດັດສ້າງ                                                         ເມືອງສວັນກາງປ່າ
ເຈັບປ່ວຍ ຕາຍນອກນັ້ນ                                                      ເຫຼືອແລ້ວ ແລ່ນໜີ

ມັນຊ້ຳແຫ່ງຢາກຮ້າຍ                                                          ເອົາວຽຕມາຄຸມ
ເອົາມາຢາຍຕາມທາງ                                                          ຊອກຊອມລາວໄວ້
ພໍເມື່ອເຫັນແກວແລ້ວ                                                          ຄົນລາວຍິ່ງຂົມຄຽດ
ແຫ່ງພາກັນພ່າຍລີ້                                                               ຕາຍໜ້າກໍຊ່າງມັນ 

ພວກມັນ ຊ້ຳພັດຮຫຸ່ມຮ້ອນ                                                   ແຮງເຮັ່ງວາງແຜນ
ເກນທ໌ເອົາຄົນລົງ                                                                 ຍ່ຳຖອງເຖິງພຶ້ນ
ຈຳກັດ ຕັດຈົນຫຍໍ້                                                               ປັນຍາອຶ່ນເຮືອງຮຸ່ງ
ສ້າງຄົນໃຫ້ເປັນຄວາຍກືກໃບ້                                               ງົມງ້ວງຖ່ອຍຜຍາ

                                             ຍັງມີຕໍ່ສບັບໜ້າ

                             "ພວກວີຣະຊົນຄົນຂາຍຊາຕິ ຂາຍແຜ່ນດິນ" 


ວີຣະຊົນຄົນກ້າເສັຽສລະຊີວິຕເພື່ອຊາຕິເພື່ອແຜ່ນດິນຄືຜູ່ສ້າງວີຣະກັມປົກປ້ອງແຜ່ນດິນມາຕຸພູມິບໍ່ແມ່ນສ້າງ
ວີຣະກັມໃຫ້ແກວ..ດັ່ງພວກສຸພານຸວົງ-ໄກສອນພົມວິຫາຣ-ໜູຮັກ ພູມິສວັນທີ່ເອົາແກວເຂົ້າມາເຂັ່ນຂ້າປຼະຊາ
ຊົນລາວ ຈຶ່ງຂໍຕັ້ງຊື່ໃຫ້ພວກດັ່ງກ່າວນີ້ວ່າ"ກຸ່ມໂຈຣຫ້າຮ້ອຍ"ປຸ້ນອຳນາຈຍັງບໍ່ພໍຍັງສີກຣັຖທັມນູນສບັບປຼະ
ຊາຊົນຖິ້ມອີກ ແລ້ວຍັງກ້າໜ້າດ້ານວ່າເປັນ"ພວກຕົນເປັນວີຣະຊົນ"ອີກຢູ່ບໍ?
   ຈາກໜັງສືພິມວຽງຈັນທຣ໌ໃໝ່ຂອງກອງທັພພັຄປະຕິວັຕິປຼະຊາຊົນລາວຣາຍງານວ່າມີກາຣສລອງວັນສ້າງ
ຕັ້ງກອງທັພປ້ອງກັນຊາຕິໃຫ້ເຂັ້ມແຂງແລະເທົ່າທັນສະພາບກາຣນ໌ສາກົລ..ແຕ່ເທົ່າທີ່ປຼາກົຕໃຫ້ເຫັນນັບແຕ່
ວັນປຸ້ນອຳນາຈໄປເມື່ອປີ 1975 ຜ່ານມາຣວມ 35+2=37 ປີແລ້ວ ຢາກຖາມວ່າກອງທັພເຫຼົ່ານີ້ມີໄວ້ປ້ອງກັນ
ສັຕຼູຂອງຊາຕິຂອງປຼະຊາຊົນລາວຫຼືວ່າມີໄວ້ປ້ອງກັນອຳນາຈຂອງກຸ່ມຕົນກັນແນ່? ເພາະແກວ-ຈີນຄືສັຕຼູຂອງ
ຊາຕິແລະປຼະຊາຊົນລາວ ແຕ່ກອງທັພແກວແລະທຫາຣຈີນເຂົ້າມາເຕັມເມືອງລາວ ແລ້ວກອງທັພດັ່ງກ່າວນີ້
ມີໄວ້ປ້ອງກັນຊາຕິໃດອີກ..ແກວ-ຈີນບໍ່ແມ່ນສັຕຼູຂອງຊາຕິລາວບໍ?ປຼະຊາຊົນລາວລາວແລະນັກຊາຕິນິຍົມທັງ
ຫຼາຍຄວນນຳສເນີໃນສະພາຕົບມືບອກໃຫ້ສຫາຍຈູມມະລີ ໄຊຍະສອນເລຂາທິກາຣພັຄໂທນ,ສຫາຍນາຍພົລ
ດວງໃຈ ໄພຈິດຖານະຣັຖມົນຕຼີປ້ອງກັນຊາຕິວ່າເອົາທຫາຣຂອງຊາຕິທີ່ເປັນສັຕຼູຂອງຊາຕິເຂົ້າມາຕັ້ງຖານທັພ
ໃນປຼະເທສລາວໄດ້ຢ່າງໃດ?ຫຼືວ່າປຼະເທສລາວຂນະນີ້ເປັນປຼະເທສເມືອງຂຶ້ນຫຼືອານານິຄົມຂອງຊາຕິເຫຼົ່ານີ້
ແລ້ວ?
   ຊຶ່ງໃນຖແລງກາຣສບັບດັ່ງກ່າວນີ້ໄດ້ປຼະກາສຊັດເຈນວ່າຈາກປັຈຈຸບັນມີທັງໝົດ 5 ດ້ານດັ່ງນີ້:
 -ສູ້ຊົນຮັບປຼະກັນປຼະເທສມີຄວາມສງົບປອດໄພຍ..ອັນນີ້ກໍສແດງວ່າເມືອງລາວຍັງບໍ່ທັນສງົບແລະປອດໄພຍ!
-ເຮັດໃຫ້ສັງຄົມລາວມີຄວາມເປັນຣະບຽບຣຽບຮ້ອຍ ແຕ່ປຼາກົຕວ່າປັຈຈຸບັນສັງຄົມລາວນອກຈາກເປື່ອຍເຍື່ອຽ
 ແລ້ວຍັງເນົ່າເໝັນເຖິງດັງນານາຊາຕິອີກ..
-ເສຖກິຈຂອງຊາຕິມີກາຣຂຍາຍຕົວ..ແຕ່ເທົ່າທີ່ຕ່າງປຼະເທສໄປເຫັນນັ້ນຍັງບໍ່ປຼາກົຕເຫັນຊັດເຈນວ່າຂຍາຍ
 ຕົວຫຼືຖອຍຫຼັງເພາະສິ່ງທີ່ພູສູຈນ໌ໄດ້ໃຫ້ອອກໄປຕິດຕາມເຂຕຊົນບົທຈຶ່ງຈະຮູ້ໄດ້ຢ່າອາໃສຣາຍງານດອກໄມ້
-ເສິມຂຍາຍມູລເຊື້ອຈິຕໃຈເພິ່ງຕົນເອງ..ມັນເພິ່ງຕົນເອງຫຼືວ່າເພິ່ງແກວ-ຈີນແລະໄທຍ..ເພາະຜລິຕພັນຕ່າງໆ
  ທີ່ໃສ່ປ້າຍຍິ່ຫໍ້ Made In Laos ນັ້ນລ້ວນແຕ່ມາຈາກແກວ-ຈີນແລະໄທຍພຽງແຕ່ເອົາຊື່ຍິ່ຫໍ້ຂອງລາວໃສ່ທໍ່
  ນັ້ນເອງດັ່ງນັ້ນຈຶ່ງເຫັນໄດ້ວ່າໃນຕລາດພາຽໃນປຼະເທສຜົລໄມ້ຕ່າງໆທີ່ຂາຍກັນຕາມຕລາດນັ້ນລ້ວນແຕ່ມາ
  ຈາກໄທຍ-ຈີນແລະແກວທັງສິ້ນຍົກເວັ້ນ"ກາເຟ".
-ຍົກລະດັບຊີວິຕກາຣເປັນຢູ່ໃຫ້ດີຂຶ້ນ 35+2=37 ປີຜ່ານມາແລ້ວຜານຊັພຍ໌ໃນດິນສິນໃນນ້ຳແລະທຳລາຍສິ່ງ
  ແວດລ້ອມດ້ວຍກາຣສ້າງເຂື່ອນຈົນປະຊາຊົນບໍ່ມີບ່ອນຫາຢູ່ຫາກິນ..ຜືນດິນພັຄ-ຣັຖນຳຂາຍກິນໃຫ້ກັບຕ່າງ
  ຊາຕິແລ້ວຍັງໜ້າດ້ານມາກ່າວວ່າໃຫ້ຢູ່ດີກິນດີອີກ..
-ສືບຕໍ່ປະຕິບັຕິແນວທາງຕ່າງປຼະເທສຂອງພັຄໃນສະພາບເງື່ອນໄຂໃໝ່ໃຫ້ຖືກຕ້ອງແລະສຸມໃສ່ປັບປຸງກໍ່ສ້າງ
  ກຳລັງໃຫ້ມີຄວາມເຂັ້ມແຂງມີຣະບຽບວິນັຍແລະຄວາມຊຳນານໃນຍຸທວິທີແລະສິລປະກາຣສູ້ຣົບໃນທຸກສະ
ພາບກາຣນ໌ວ່າດັ່ງນັ້ນ..ຄຳວ່າຕ່າງປຼະເທສໃນທີ່ນິ້ຄົງໝາຍເຖິງແກວແລະຈີນ..ເພາະກອງທັພຣັຖຫຸ່ນສົ່ງກັນ
ໄປຮຽນທີ່ເມືອງແກວແລະເມືອງຈີນ..ຂໍໃຫ້ເຊື່ອເຖິະວ່າ..ຕຳຣາພິຊັຍສົງຄາມທີ່ເຂົາສອນໃຫ້ກອງທັພປົດປ່ອຽ
ນັ້ນເປັນພຽງເສສກຼະດາສອັນເຂົ້າສນິມບໍ່ແມ່ນອັນໃໝ່ເພາະແກວກັບຈິນເຂົາບໍ່ໂງ່ດອກຈະໄປສອນໃຫ້ສມຸນ
ເຂົາເກັ່ງກວ່າເຂົາ..ດັ່ງທີ່ຜ່ານມາຕອນຕໍ່ສູ້ຍຸຄສົງຄາມເຢັນ.
    ສເພາະກອງກຳລັງພວກສຫາຍແລ້ວຢ່າຫວັງເລີຍວ່າຈະປຸ້ນອຳນາຈປຼະຊາຊົນໄປໄດ້..ໄດ້ໄຊຊນະຝ່າຽ
ຂວາກໍເພາະທຫາຣແກວ-ໂຊວຽຕມາຊ່ອຍເຫຼືອເພື່ອແລກກັບທາງຜ່ານໄປປົດປ່ອຍວຽຕນາມໃຕ້ແລະມອບ
ດິນລາວແຖບຊາຍແດນຣະຫວ່າງແກວກັບລາວໃຫ້ກັບແກວ ແຕ່ທ້າຍສຸດມາຫຼັງສົງຄາມສງົບແກວຜູ່ແກວ
ແມ່ແລະທຫາຣແກວເຕັມບ້ານເຕັມເມືອງຍັງບໍ່ພໍຍັງນຳເອົາຈີນຜູ່ຈີນແມ່ເຂົ້າເຕັມດິນລາວທາງພາຄເໜືອ
ອີກໂດຍສເພາະພວກນີ້ສຫາຍອາຊ່າງເລົ່າລີແລະສຫາຍຄຳອ້ວຍບຸບຜາທີ່ເຊັນກັນໄວ້ກ່ອນຈະຮ່ວມກັນປຸ້ນ
ຊາຕິກ່ອນປີ 1975 ນັ້ນເອງແລະພວກສຫາຍຍັງຄິດວ່າແກວແລະຈີນຈະສາມາດຄ້ຳກະບາລພວກສຫາຍໄດ້
ຢູ່ບໍ? ຂໍເຕືອນວ່າ ຫາກຍັງບໍ່ບອມເປີດກວ້າງໃນກາຣປ່ຽນຣະບອບແລະນັບຖືສິດທິມະນຸສຍ໌ຊົນຢູ່ຕໍ່ໄປຄົງບໍ່
ຊ້າເກີນລໍ ພວກສຫາຍຈະເປັນຜູ່ຮັບກັມເອງ..ຂນະນີ້ປຼາກົຕກາຣນ໌ຣະຫວ່າງແກວກັບຈີນຂັດຜົລປຼະໂຍຊນ໌
ກັນເຣິ້ມປຼາກົຕຊັດເຈນຂຶ້ນ ຣະວັງແຜ່ນດິນລາວຈະເປັນສມໍຣະພູມິຫຼືເປັນສນາມມວຍຣະຫວ່າງແກວກັບ
ຈີນຢ່າງຫຼີກບໍ່ພົ້ນ..ຫຼັງເລືອກຕັ້ງປຼະທານາທິບໍດີສຫະຣັຖຯຄົງບໍ່ຊ້າເກີນລໍ.!!
        ຢ່າຕົວະລູກນ້ອງຕົນເອງ..ຢ່າຝັນກາງວັນ ຄວາມຈິງກໍຄືຄວາມຈິງ.ຢ່າຫວັງມັນຍ້ອນໝູຄືແຕ່ກ່ອນ!!
                      ເຕືອນມາດ້ວຍຄວາມເປັນຫ່ວງເພາະເຮົາກໍລາວດ້ວຍກັນ..ເຖິງກົຕໝາຍສຫາຍຈະບໍ່ຍອມ
ຮັບວ່າພວກເຮົາເປັນລາວດ້ວຍຊາຕິກຳເນີດ..ແລ້ວຢາກຖາມວ່າກຸ່ມພວກສຫາຍເປັນຄົນຊາຕິໃດ?ຈຶ່ງບໍ່ຮັບ
ວ່າພວກເຮົາເປັນຄົນລາວ..ສາກົລເຂົາຖືຊາຕິກຳເນີດ ສັນຊາຕິເປັນພຽງໃບຜ່ານຊົ່ວຄາວແລະປ່ຽນແປງໄດ້
ພວກເຮົາຈຶ່ງເຂົ້າໃຈວ່າພວກສຫາຍບໍ່ແມ່ນເຊື້ອຊາຕິແກວກໍແມ່ນເຊື້ອຊາຕິຈີນເພາະແກວກັບຈີນຢູ່ດິນລາວ
ພວກສຫາຍໃຫ້ສິດທິເປັນຄົນລາວທັ້ງທີ່ປາກພາສາລາວບໍ່ຂອດເໝືອນກັບພວກສຫາຍທີ່ໃຊ້ພາສາລາວໃນ
ຍຸຄຊັ້ນປໍ-ປາ ສລະອິ ສລະອີໃນຊັ້ນຫ້ອງທີຫ້າແລະຫ້ອງທີສີ່ຈຶ່ງມີບັນຫາຄວາມບໍ່ເຂົ້າໃຈໃນພາສາເວົ້າຈາ
ກັນຣະຫວ່າງລາວກັບລາວ!!..
                              ລາວເສຣີຜູ່ມີອິສຣະເສຣີໃນກາຣຂີດຂຽນ ປາກເວົ້າ ໃຜບໍ່ດີເຕືອນບໍ່ຟັງຕ້ອງໃຊ້ພາສາ
ຕລາດຄື..ຈຳພວກສມອງໝາ ປັນຍາຄວາຍເໝືອນກັບກົບໃນນ້ຳສ້າງ..ຄັກບໍ?

Wednesday, January 25, 2012

ໃຜຄືວີຣະຊົນຕົວຈິງໃນກາຣຕໍ່ສູ້ເພື່ອແຜ່ນດິນບ້ານເກີດ ເພື່ອຊາຕິແລະເພື່ອປຼະຊາຊົນ???

   ບຸຄຄົລທີ່ສົມຄວນໃຫ້ກຽຕິຍົກຍ້ອງວ່າເປັນວີຣະຊົນນັ້ນຄວນເປັນຜູ່ເສັຽສລະເພື່ອຊາຕິເພື່ອປຼະຊາຊົນ
ຢ່າງແທ້ຈິງເຊັ່ນຍຸຄ"ລາວອິສຣະ"ຕໍ້ສູ້ກັບນັກລ້າເມືອງຂຶ້ນຝຼັ່ງເສສຊຶ່ງມີທ່ານສີທົນ ກົມມະດຳ,ນາຍພົລ
ພົມມາ ດວງມະລາແລະອີກ 5 ທ່ານຈຳຊື່ບໍ່ໄດ້ພ້ອມທັງອີກຫຼາຍທ່ານທີ່ສູ້ກັບນັກລ້າເມືອງຂຶ້ນຝຼັ່ງເສສທີ່
ລົ້ມຫາຽຕາຍຈາກໃນຊ່ວງຕໍ່ສູ້ ຫຼັງຈາກພວກດັ່ງກ່າວນີ້ແລ້ວທີ່ຈຳໄດ້ອີກກໍຄືວີຣະຊົນບ້ານວັງເຕົ່າທີ່ທາງ
ເຈົ້າໜ້າທີ່ໄທຍຍຶດໄດ້ທັງແຜນທີ່ແລະນະໂຍບາຍກາຣຕໍ່ສູ້ກັບກຸ່ມພວກຂາຍຊາຕິສພວກຫາຍສຸພານຸວົງ
ສຫາຍໄກສອນ ພົມວິຫານ,ໜູຮັກ ພູມສວັນ,ສມານ ວິຍະເກຕ,ສີສະຫວາດ ແກ້ວບຸນພົນ,ແຈ້ງໄຊຍະວົງ
ສຫາຍທອງວິນ ພົມວິຫານ ຊຶ່ງພວກນີ້ບໍ່ຄວນຖືເປັນວີຣະຊົນເພາະຊ່ວງກາຣຕໍ່ສູ້ລະຖິ້ມຄວາມຮັກຊາຕິ
ຍັງບໍ່ພໍຍັງອະນຸຍາຕິໃຫ້ແກວເໜືອໃຊ້ດິນລາວໄປປົດປ່ອຍແກວໃຕ້ເພາະມັນເປັນເຣື້ອງພາຽໃນແກວແຕ່
ທີ່ໜ້າເຈັບໃຈທີ່ສຸດນັ້ນກຸ່ມຂາຍຊາຕິດັ່ງກ່າວຍັງປ່ອຍໃຫ້ແກວຂົນເອົາຄອບຄົວແລະທຫາຣແກວເຂົ້າມາ
ຢູ່ໃນດິນລາວແລະໃຊ້ສິດທິເໜືອຄົນລາວເຈົ້າຂອງປຼະເທສ.
   ໃນເມື່ອແກວໄປຕີປົດປ່ອຍແກວຜ່ານດິນລາວຖນົນໄມ້ລົ້ມແບ່ງແດນແກວແລະພາຄສ່ວນນຶ່ງມາຊຸກຍູ້
ສນັບສນຸນກຸ່ມຂາຍຊາຕິໂດຍບໍ່ຖາມປຼະຊາຊົນລາວຜູ່ເປັນເຈົ້າຂອງປຼະເທສ ເມື່ອພວກແກວຮຸກຮານລາວ
ຕາຍໃນດິນລາວຕາມທີ່ຂ່າວຕ່າງປຼະເທສຣາຍງານເຖິງຊາກສົພແກວທີ່ຄົ້ນພົບໃນດິນລາວ ພວກແກວຊ້ຳ
ພັດມາທວງໜີ້ເລືອດຈາກປຼະຊາຊົນລາວທັງໆທີ່ລາວບໍ່ໄດ້ມີຜົລປຼະໂຍຊນ໌ຈາກກາຣຣຸກຣານລາວ.
  ແຕ່ກຸ່ມຂາຍຊາຕິຍອມໃຫ້ແກວເຂົ້າມາຂົນເອົາຊັພຍ໌ໃນດິນສິນໃນນ້ຳຂອງລາວບໍ່ວ່າໄມ້,ແຮ່ທາຕຸແລະ
ພຶ້ນທີ່ປູກຝັງຂອງຄົນລາວດັ່ງທີ່ພວກເຮົາຊາບກັນດີທາງພາຄໃຕ້ຂອງລາວ.
  ສ່ວນທາງພາຄເໜືອຕົວກາຣສຳຄັນທີ່ປ່ອຍໃຫ້ຈິນຂົນປຼະຊາຊົນປົນທຫາຣເຂົ້າມາຍຶດຄອງແລະຕັ້ງທຸ
ຣະກິຈທາງພາຄເໜືອນັບແຕ່ຜົງສາລີລົງມາຈົນເຖິງຫຼວງພຼະບາງແມ່ນ,ສຫາຍຄຳອ້ວນ ບຸຜາ,ອາຊາ ເລົາ
ລີທັງໝົດນີ້ບໍ່ຄວນເອີ້ນແລະບັນທຶກໃນປຼະວັຕິສາສຕຣ໌ຊາຕິລາວວ່າເປັນ"ວີຣະຊົນ"ໄດ້. ວີຣະຊົນຕົວຈິງ
ແທ້ຕາຍໝົດແໝ້ວ ທີ່ເຫຼືອໃຫ້ເຫັນຢູ່ເວລານີ້ຄືພວກຂາຍຊາຕິຂາຍແຜ່ນດິນລາວ ສົມຄວນສາບແຊງ
ປ້ອຍດ່າແລະຢາດນ້ຳໃຫ້ຕາຍໄປເປັນຜີເປຕສາມຊົ່ວໂຄຕຣມັນຈຶ່ງສົມໃຈນັກຕໍ່ສູ້ ພວກເຂົາຮັ່ງມີສີສຸຂຢູ່
ບົນກອງກະດູກນັກວີຣະຊົນແລະປຼະຊາຊົນບັລດາເຜົ່າທີ່ເອົາຊີວິຕເລືອດເນື້ອອອກຕໍ່ສູ້ຂັບໄລ່ນັກລ້າເມືອງ
ຂຶ້ນຝຼັ່ງເສສ. ແຕ່ຍຸຄນີ້ເປັນຫັຽງພວກເຂົາບໍ່ປຸກຣະດົມຂັບໄລ່ນັກລ້າເມືອງຂຶ້ນທ້ອງຖິ່ນແຫ່ງວຽຕນາມຫຼື
ພວກເຮົາຈະຍອມເປັນປຼະເທສອານານິຄົມແກວຕໍ່ອີກຊັ້ນບໍ?ສນັ້ນຈຶ່ງຖືວ່າພວກກຸ່ມດັ່ງກ່າວລະເມີດອຸ
ດົມກາຣກາຣຕໍ່ສູ້ເພື່ອຊາຕິ.(ພວກນຶ່ງຫົວເປັນແກວ ອີກພວກນຶ່ງຫົວເປັນຈີນຄອຍຟັງຈີນຈະເຕະແກວ
ຜູ່ທີ່ຈະຫ້າມໄດ້ຕ້ອງແມ່ນ ອະເມຣິກາໄປເຕະຜ່າຫີບໂດຽອາໃສຊາວໜຸ່ມລາວຜູ່ຮັກຊາຕິຮ່ວມມືແກ້ໄຂ).
                                       (ໂສກນາຕກັມລາວ(ບັ້ນຂ້າມນ້ຳຂອງຊ່ວງປີ 1975)
                                                     ຕໍ່ຈາກສບັບຜ່ານມາ

-ມັນມາປູນປ່ຽນປິ້ນ                                  ຣະບອບໃໝ່ສັງຄົມໂຈຣ
ກາຣທີ່ຖືຕົນເອງ                                      ແຕ່ຫຼັງ ຈຳມ້າງ
ພໍ່ແມ່ ປຸຕຕາພ້ອມ                                    ວົງສາຄນາຍາຕິ
ຕັດຂາດນັບແຕ່ນັ້ນ                                  ເມືອໜ້າບໍ່ໃຫ້ຖື  ວ່າເນ!

ມັນວ່າ ໃຜຜູ່ຮັກຊາຕິພ້ອມ                        ລັດທິໃໝ່ຖືນັບ
ທຸກຄົນ ຄືຄົນຫຼວງ                                   ສ່ຳກັນໂດຽດ້າມ ມັນສັ່ງ
ໃຜໆກໍເປັນໄດ້                                         ທແນມໃຈຮັກຊາຕິ
ມາຣ໌ກ-ເລນິລແມ່ນແທ້ໆ                          ຄືພຼະເຈົ້າແຫ່ງລາວ ວ່າເນ!

ທຸກມື້ນີ້                                                   ຕ້ອງສຳຣວຈຕົນເອງ
ມັນໃຊ້ ຄົນຄອຍຄຸມ                                 ສອດແນມດີຮ້າຍ
ທັງຄົນເມືອງ ໄທບ້ານ                              ຕ້ອງເດີນຕາມມັນບອກ
ວ່າແຕ່ ພັຄສັ່ງຊີ້                                      ໃດໆລ້ວນແມ່ນຕ້ອງທຳ

ພໍວ່າ ມັນເຮັດໄດ້                                     ປີນຶ່ງ ສອງປີ
ຄວາມສັບສົນວຸ້ນວາຍ                              ກໍເກີດມີຫຼາຍຂຶ້ນ
ເສຖກິຈກາຣຄ້າ                                       ກາຣເມືອງໃນປຼະເທສ
ນັບມື້ ໝອງໝົ່ນເສົ້າ                                 ຊາວບ້ານໜ່າຍແໜງ

ພວກມັນຍັງນາບ ຟູ້ໆ                                ໃຫ້ພວກໝູ່ຄົນລາວ
ຈອງຫອງ ບາຍຫົວສອນ                            ສ່ຳກັນທຸກຜ້ານ
ຂູ່ເຂັນເອົາຣອງໃຊ້                                     ຕັນຫາມັນທຸກເຍື່ອງ
ເຮັດໃດໆແມ່ນແຕ່ລ້ວນ                              ຖືແພ້ສູ່ອັນ

ເບິ່ງມັນ ຄຸມຂອດຂ້ຽວ                                 ມີແຕ່ສັມນາ
ເສຖກິຈຄົນລາວ                                        ຊຸດໂຊມກຸດຫ້ຽນ
ອັນວ່າ ກາຣເມືອງນັ້ນ                                 ແຜນງາມສຸດຂນາດ
ບາດລົງມືເຮັດແລ້ວ                                    ແຫຼວລົ້ມສູ່ອັນ
                                        (ຍັງມີຕໍ່)      






Saturday, January 21, 2012

ຂໍກ່າວເປັນຂໍ້ປຽບທຽບແລະຕາມຄວາມເຂົ້າໃຈຂອງຜູ່ຂຽນ..ສ່ວນທ່ານໃດເຂົ້າໃຈເປັນຢ່າງອື່ນກໍສຸດແລ້ວ
ແຕ່ຈະຕີຄວາມແລະຫາຂໍ້ເທັຈຈິງເອົາເອງຄື: "ເປັນຫັຽງຂນະນີ້ປຼະຊາຊົນໃນເກືອບທົ່ວໂລກຈຶ່ງລຸກຮືຂຶ້ນ
ຕໍ່ຕ້ານຂັບໄລ່ຜູ່ນຳຜເດັຈກາຣຢ່າງຟົດເດືອດເຖິງຂັ້ນນອງເລືອດ ທັງນີ້ກໍເພາະກຸ່ມຜູ່ນຳແຫ່ງຣັຖຯໃຊ້ຣະ
ບອບຜເດັຈກາຣແບບຕົກຂອບຊຶ່ງໃນຣະບອບດັ່ງກ່າວມີທັງ"ຣະບອບຊ້າຽຈັດຕົກຂອບຄືຣະບົບສັງຄົມນິ
ຍົມຄອມຯແລະຣະບອບຣາຊາທິປໄຕຍຊຶ່ງຣາຊາຢູ່ນອກເໜືອອຳນາຈໃນຣັຖທັມນູນນັນເອງ.
  -ໃນຣະບອບດັ່ງກ່າວຄື ຣະບອບຣາຊາທິປໄຕຍອຳນາຈກາຣບໍຣິຫາຣຈັດກາຣຣັຖບາລແລະປົກຄອງປຼະ
ເທສແມ່ນພຼະຣາຊາມີອຳນາຈສູງສຸດໃນກົກຊີ້ຕາຍປາຍຊີ້ເປັນ. ອຳມາຕໃນຣະບອບຣາຊາຯກໍເຊັ່ນດຽວກັບ
ຄນະໂປລິສບູໂຣຂອງຣະບອບຄອມຯນັ້ນເອງ ສ່ວນເລຂາທິກາຣພັຄກໍຄືພຼະຣາຊາຄົນຈຳພວກນີ້ມີອຳນາຈ
ສູງສຸດໃນກາຣບໍຣິຫາຣຣັຖເຊັ່ນດຽວກັບພຼະຣາຊາມີໄມ້ກົກຊີ້ຕາຍປາຍຊີ້ເປັນແບບດຽວກັນຕ່າງກັນແຕ່ຊືທີ່
ຮຽກຂານກັນເທົ່ານັ້ນເອງ.
   -ສນັ້ນທັງສອງຣະບອບນີ້ເປັນອັນຕຼາຍຕໍ່ສັງຄົມໂລກແລະຂັດຕໍ່ວັທນະທັມຈາຣິຍະທັມຂອງໂລກຢ່າງຮ້າຽ
ແຮງຕໍ່ມະນຸສຍ໌ຊາຕິເພາະໃນຣະບອບນີ້ເຫັນຄົນເປັນສັຕວ໌ແລະຄົນກັບສັຕວ໌ໃຊ້ແແຮງງານທຳນອງດຽວກັນ
ຕ່າງແຕ່ງວິທີກາຣແລະເປັນໄປຕາມສາກລະຄອນຂອງກຸສໂລບາຍຂອງຄນະກົມກາຣເມືອງທີ່ສັ່ງໃຫ້ຫຼິ້ນ.
    ສນັ້ນທັງສອງຣະບອບນີ້ໄດ້ທຳລາຍອະນາຄົຕຂອງເດັກປຖົມວັຍແລະວັຍທຳງານໂດຽພວກເຂົາໄດ້ມ້າງ
ເພແລະທຳລາຍຍະບົບນິເວສຂອງວັທນະທັມແລະທຳລາຍຈາຣິຍະທັມອັນດີງາມເກົ່າແກ່ນັ້ນຖິ້ມແລ້ວຫັນ
ມາສ້າງຣະບົບສັງຄົມໃໝ່ໃຫ້ເຫັນຜິດເປັນຖືກ ທຳລາຍແນວຄິດທຳລາຍຄວາມຮູ້ສຶກຂອງຣະບົບນິເວສໃນ
ສັງຄົມປຼະຊາທິປໄຕຍເດີມ.
    ໂດຽພຶ້ນຖານຂອງພວກເຂົາຄືສ້າງໃຫ້ເດັກປຖົມວັຍລຸມຫຼົງກັບວັດຖຸສິ່ງຂອງທີ່ຂັດຕໍ່ຈາຣິທັມຈົນກາຽເປັນ
ພວກວັດຖຸນິຍົມຈຶ່ງເຮັດໃຫ້ເດັກປຖົມວັຍແລະວັຍທຳງານໄດ້ຖລຳຕົວເຂົ້າໄປເປັນທາຕຸຮັບໃຊ້ໃນສັງຄົມນິ
ຍົມຄອມຯບາງປຖົມວັຍເມື່ອບໍ່ມີທາງເລືອກກໍຈຶ່ງນຳຕົວເປັນໄປແລກກັບສິ່ງຕ້ອງກາຣເຊັ່ນ ກາຣຂາຍຕົວ
ແລກເງິນກໍເພາະທາງຄອບຄົວທຸກຂ໌ຈົນ,ຕ້ອງກາຣຄວາມກ້າວໜ້າທາງສັງຄົມໃຫ້ທັດທຽມຕາມວັທນະທັມ
ໃໝ່ແລະຕ້ອງກາຣອະນາຄົຕຂອງຕົນໃນກາຣຮ່ຳຮຽນຫາຄວາມຮູ້ໃສ່ຕົນ.
    ສິ່ງຕ່າງໆເຫຼົ່ານີ້ລ້ວນແຕ່ເປັນໝາກລຸກທາງກາຣເມືອງຂອງກຸ່ມຜເດັຈກາຣຂອງສອງຣະບອບທັງສິ້ນທີ່
ວາງໄວ້ແລະນອກນັ້ນຍັງໄຈ້ແຍກແລະສອດແຊກໃນສັງຄົມເດັກປຖົມວັຍບໍ່ໃຫ້ລວມຕົວກັນໄດ້ດັ່ງນັ້ນຣະບົບ
ກາຣສຶກສາຂອງສອງຈຳພວກນີ້ຈຶ່ງບໍ່ມີຄວາມກ້າວໜ້າເທົ່າທີຄວນໂດຽມີແຕ່ສ້າງຄວາມງົມງາຍໃຫ້ກັບສັງ
ຄົມເດັກປຖົມວັຍແລະວັຍທຳງານໂດຍບໍ່ໃຫ້ພວກເດັກດັ່ງກ່າວຮູ້ສຶກຕົວເພື່ອງ່າຍແກ່ກາຣໝູນໃຊ້ແລະງ່າຍ
ແກ່ກາຣຄວບຄຸມໂດຽອາໃສເຄື່ອງມືບັລດາຕຳຣວຈ,ສາລ,ທຫາຣເປັນກົລໄກຮັບໃຊ້ທີ່ຊື່ສັຈຂອງພວກຕົນ.
   ໃນຂນະດຽວກັນພວກເຂົາກໍສວຍໃຊ້ຊັພພຍາກອນທັມຊາຕິທີ່ມີຢູ່ໄປຂາຍກິນແລະສ້າງວິວທັສນ໌ວ່າເປັນ
ກາຣສ້າງສາພັທນາປຼະເທສຊຶ່ງໂດຍໃຊ້ຣະບົບອຸປຖັມພ໌ທີ່ປ່ອຍໃຫ້ຕ່າງຊາຕິເຂົ້າມາຜູກຂາດກັມສິດທິທີ່ດິນ
ແລະອື່ນໆພຽງອາໃສແຕ່ເງິນກ້ອງໂຕະແລະນາຍໜ້າຢ່າງເປີດແປນ.ສ່ວນຄົນໃນປຼະເທສນ້ອຍຄົນຈະມີໂອ
ກາສລົງທຶນເປັນຂອງຕົນເອງໄດ້ນອກຈາກກຸ່ມທຶນລາວຜູ່ເປັນລູກຫຼານແລະພັກພວກໃນເຄືອຂ່າຍຂອງພັຄ
ໂທນເທົ່ານັ້ນເອງ ແມ້ແຕ່ໃນກາຣບໍຣິຫາຣຈັດກາຣພາຽໃນກົງຈັກຣຣັຖບາລກໍລ້ວນແຕ່ແມ່ນລູກຫຼານຂອງ
ກຸ່ມພັຄໂທນ ຊຶ່ງບໍ່ມີຄວາມຮູ້ຄວາມສາມາດແມ້ແຕ່ກາຣຂຽນຣາຽງານກໍຕ້ອງໃຫ້ຊາວຕ່າງຊາຕິຂຽນໃຫ້ດັ່ງ
ນັ້ນຄວາມຈິງຈຶ່ງບໍ່ເກີດບໍ່ມີໃຜສາມາດຮູ້ໄດ້ຈຶ່ງພາກັນຕົກຢູ່ໃນຫຼຸມພາງຂອງພວກເຂົາຕຼອດມາເຖິງ 35 ປີ.
    ສິ່ງທີ່ກ່າວມານີ້ເປັນພຽງສ່ວນນ້ອຍໆແລະຍັງມີຕໍ່ໂປຼດຕິດຕາມອ່ານຕໍ່..ໜ່ວຍຣາຊກາຣລັບມີໄວ້ພຽງຕິດ
ຕາມກາຣເຄື່ອນໄຫວແລະໃສ່ຮ້າຽຄົນຜູ່ມີແນວຄິດຕຼົງກັນຂ້າມ ບໍ່ແມ່ນຕິດຕາມພຶຕຕິກັມຂອງເຈົ້າໜ້າທີ່ຣັຖຯ
ກາຣສໍ້ຣາສບັງຫຼວງຫຼືທຳຜິດກົຕໝາຍ ແລ້ວຣາຍງານດອກໄມ້ໃຫ້ແກ່ກັນເທົ່ານັ້ນເອງ.
                                       ໂດຽລາວເສຣີຜູ່ມີເສຣີພາບທາງຄວາມຄິດ

  

Friday, January 20, 2012

          ພວກກຸ່ມໂຈຣກ່າວກ່ອນປຸ້ນອຳນາຈປຼະຊາຊົນໄປວ່າ"ປຼະຊາຊົນຕ້ອງເປັນໃຫຍ່ໃນແຜ່ນດິນ"ແລ້ວ
ຫຼັງຈາກພວກເຂົາປຸ້ນອຳນາຈໄປໄດ້ແລ້ວເປັນໄປຢ່າງໃດ..ມັນຖືຄຳເວົ້າບໍ?ບອກແລ້ວໂຈຣບໍ່ມີສັຈຈະ!!
          ແຕ່ຫຼັງຈາກກຸ່ມຜເດັຈກາຣຫຸ່ນທຣົງປຸ້ນອຳນາຈຂອງປຼະຊາຊົນລາວໄປແລ້ວ ແຜ່ນດິນລາວກາຍໄປ
ເປັນຂອງຂອງແກວ-ຈີນແລະສຍາມຄວບຄຸມໂດຽທາງກາຣຫຸ່ນອ້າງວ່າເປັນແຜນກາຣພັທນາ ແຕ່ທາຕຸແທ້
ຄືເປັນກາຣຂາຍກັມສິດທິຜູ່ເປັນເຈົ້າຂອງແຜ່ນດິນແລະຂນະນີ້ນັບມື້ນັບຂຍາຽເປັນວົງກວ້າງອອກໄປທົ່ວປຼະ
ເທສ. ໃນກາຣຂັບໄລ່ປຼະຊາຊົນອອກຈາກພຶ້ນທີ່ຕ່າງໆຊຶ່ງເປັນມໍຣະດົກຕົກທອດຂອງບັລພະບຸຣຸສຂອງພວກ
ປຼະຊາຊົນນັ້ນ ພັຄ-ຣັຖຫຸ່ນໄດ້ນຳໄປຂາຍໃຫ້ກັບຕ່າງຊາຕິແລະຈ່າຍຄ່າຊົດເຊີຍໃນຣາຄາຖືກທຳນອງດຽວ
ກັນກັບທີ່ກຸ່ມກຳອຳນາຈຣັຖຈີນທີ່ໃຊ້ກັບປຼະຊາຊົນຈີນໃນເວລານີ້ແລະຂນະນີ້ເຫຕຸກາຣນ໌ດັ່ງກ່າວກຳລັງບານ
ປາຍຖືກປຼະຊາຊົນຈີນຜູ່ຖືກໄລ່ທີ່ລຸກຮືແລະປະທະກັນກັບເຈົ້າໜ້າທີ່ຣັຖໄປທົ່ວແດນມັງກອນຂນະນີ້.
            ເພື່ອເປັນກາຣຕອບສນອງບຸນຄຸນແຜ່ນດິນພວກເຮົາຄນະລາວເສຣີຈຶ່ງຂໍຝາກຄຳກອນປູ່ສອນຫຼານ
ມາໃຫ້ຄິດຮິ່ນຕອງເຕືອນຈິຕໃຕ້ສຳນຶກກຸ່ມຄົນລາວທີ່ວ່າ"ຊ່າງມັນເຖາະ..ສິ່ງທີ່ມັນຈະເກີດ ມັນຕ້ອງເກີດ"
ມາໄວ້ເປັນຂອງຂວັນປີ 2012 ຄືປີ "ພຍານາຄຣາຊໃນຍຸຄ"ກຸງສຣີສັຕນາຄຣາຫຸຕ"ວ່າໄວ້ດັ່ງນີ້:


                                                    "ປູ່ສອນຫຼານ"


ບັດນີ້ ຂ້າຂໍຂຽນຂີດແຕ້ມ                         ເກັບກ່າຍເປັນກອນ   ກ່ອນເນີ!
ພໍໄດ້ສອນຫຼານລາວ                               ຜູ່ເກີດມາພາຽຊ້ອຍ
ຈົ່ງໄດ້ກອຍໃຈຕັ້ງ                                   ບຳເພັນພຽນຮຽນຮ່ຳ  ເອົາເນີ!
ທຳດີ..ສ້າງແຕ່ຄວາມດີ                            ມີສີແກ່ໜ້າ..ພາເຈົ້າຮຸ່ງຈເຣີນ
ຊາຕິທີ່ແນວນາມບົ້ງ                                ແປນໂຕ ກາຊິຕອດກິນໄດ໋
ຕ້ອງມີໃຍຫໍ່ຫຸ້ມ                                       ຕົນຕົວໄວ້ ຈຶ່ງຄ່ອຍດີ


ໃຍນັ້ນປຽບປະມານຄືຄວາມຮູ້                   ຄຣູອາຈາຣຍ໌ ຜູ່ສອນສັ່ງ
ໃຜຫາກຈຳຈື່ໄດ້                                      ເອົາມາໃຊ້ເມື່ອລຸນ
ອັນວ່າ ຄົນດາຍດື້                                     ດ້ອຍຊັພຍ໌ ອັບປັນຍາ
ຍ້ອນບໍ່ມີຄວາມພຽນ                                  ບໍ່ຫ່ວງຫາຄວາມຮູ້


ຫຸນລູ ຫຸນລັງດັ້ນ                                       ເມົາກັນຊາ ຕິດຝິ່ນ
ເຮໂຣອິນ ປ່ວງບ້າ                                     ພາໃຫ້ໝົ່ນໝອງ
ຄົນດີ ມີສີໜ້າ                                            ກິຣິຍາວາດກໍຄ່ອງ
ຄົນຊົ່ວໝອງໝົ່ນເສົ້າ                                 ຜອງເທົ່າຊົ່ວຊິວັງ  ແທ້ແລ້ວ!


ລູກຫຼານລາວຕ້ອງຫາໄວ້                            ເງິນຄຳ ຄາວຍັງໜຸ່ມ
ເຖິງເມື່ອຍາມແກ່ເຖົ້າ                                  ເຮົາຊິໄດ້ຢູ່ສະບາຍ
ຢ່າຫາເມົາມົວຫຼິ້ນ                                       ກາຣງ່ຣໃຫ້ຄິດຮ່ຳ


ເງິນຄຳຂອງເຄື່ອງໃຊ້                                   ມີໄວ້ໃຫ້ຮ່ຳເພີງ  ແທ້ເນີ!
ຫຼອນວ່າໄປພາຍໜ້າ                                    ເກັບຫາມາ ຈັບຈ່າຍ
ສຸຂສະບາຍ ຍາມເມື່ອເຖົ້າ                             ເງິນຄຳໃຊ້ບໍ່ຂາດເຂິນ


ແນວວ່າ ຄົນຂີ້ຄ້ານ                                       ບໍ່ຕັ້ງຕໍ່ ຫາງານທຳ
ຕຼອດກາຣສຶກສາ                                           ບໍ່ຮ່ຳເພີງ ຮຽນຮູ້
ອົດສູ ໄປພາຍໜ້າ                                          ຈະພາຕົນຈົມຈຸ່ມ
ຕົກລຸ່ມໃຕ້ໂລກຫຼ້າ                                         ຊີວາເຈົ້າຊິໝົ່ນໝອງ  ຫຼານລາວເອີຍ!!!
 

Friday, January 13, 2012

                                                       ພາສິຕ"ໂບຮານລາວ"

ຕ.ເຕົ່ານ້ອຍເດີນໄຕ່ຕາມໜອງ                               ຕາມກຼະບວນຂອງມີຕີນຫາກໄຕ່ໄປແຄມນ້ຳ
ຕໍຕາຽຕັ້ງກາງໄພຼຫາກຮູ້ປົ່ງໃບເຫຼືອ                        ຕາຍແລ້ວກັບກ່າວປີ້ນປີນຂຶ້ນປົ່ງໃບເປັນບໍ?
ຕາລລຳດ້ວນ ຂົວນົວຕົ້ນຕາລດ່ຽວ                          ຫຼຽວເຫັນຂອງໝູ່ນີ້ເມືອງບ້ານຫາກຊຸ່ມເຢັນ
ຕົມຕິດເອົາຕົມລ້າງແຖມກັນໃຫ້ມັນຄ່ອງ                  ນ້ຳຕິດເອົານ້ຳລ້າງແຖມຊ້ຳຕຶ່ມຜູ່ດີ
ຕົກຕ່ຳຄ້ອຽຕ່ຳນຳທຸກຂ໌ກໍດີດາຍ                               ຢ່າໄດ້ແຖມເຕິມຕິດຕໍ່ຕາມກັມຊ້ຳ

                                            ບົທທົບທວນ"ໂສກນາຕກັມລາວ
                                            ບັ້ນໜີຕາຽຂ້າມນ້ຳຂອງ(ພາຄ ນຶ່ງ) 

(1) ຍາມເມື່ອຄອມຯປຸ້ນອຳນາຈປຼະຊາຯໄດ້                ຄອບຄອງເມືອງລາວຕຳອິດ
ປຸນດັ່ງ ດວງຕາເວນໝອງ                                          ມືດມົວສູນຍ໌ເສົ້າ  ທ່ານເອີຍ!
ແຜ່ນດິນລາວລຸກລາມຮ້ອນ                                        ຮົມເຮັ່ງໄປທົ່ວແດນ
ສຸດຊົ່ວ ພູນແຜ່ນພຶ້ນ                                                   ທະຣັງ ໄໝ້ມຸ່ນກຼະຈວນ

(2) ເດິມມັນ ຄັ້ງແຣກນັ້ນ                                             ຄຸມເຂັ່ນ ຄົນເຮັດກາຣ
ຈັບກຸມໄປກັກຂັງວ່າສັມນາ                                          ອັ່ງອໍໂຮມໄວ້
ຕຳຣວຈເຂົາພຽງພ້ອມ                                                 ຊຸມທຫາຣ ກອງຫຼອນ ຄົນເກັ່ງ
ມັນຊ່າງ ຊອມຊອກເຣື້ອງ                                             ຄຸມແຄ້ນຂົ່ມເຫງ

(3) ເອົາໄປ ກັກຄຸມໄວ້                                                  ໃນບ່ອນສັມນາ
ສຸດເຂຕ ແດນດິນລາວ                                                  ຕັ້ງແຕ່ເໜືອຈົດໃຕ້
ມັນຫາກຫາແນວເວົ້າ                                                   ວ່າມຶງສມອງເປື່ອຍເຍື່ອຍ
ອັນນັ້ນ ໃຊ້ບໍ່ໄດ້                                                           ຈຳຕ້ອງສວ່າຍສີ  ວ່າເນ!

(4) ຄົນທີ່ມີພຍາທິຮ້າຽ                                                  ແຮງອ່ອນຕາຍໄປ
ຄັນໃຜຍັງເປັນຄົນ                                                        ໃຫ້ຊ່ອຍກັນແປງສ້າງ
ໂຮມຮ່ວມເຮັດເມືອງບ້ານ                                             ລາວເຮົາໃຫ້ເຮືອງຮຸ່ງ  ແດ່ທ້ອນ!
ຕາມແບບອັນພຸ່ງພຶ້ນ                                                     ຄອມຯນັ້ນຈຶ່ງບໍ່ຄວນ.

(5) ຄອບຄົວຍັງຢູ່ບ້ານ                                                  ລູກຮັກເມັຽແພງ  ເຮົານາ!
ເນົາພາຽຫຼັງ                                                                 ຊ່ອຍກັນແປງສ້າງ
ມັນວ່າ ເຮົາມາໂຮມກັນຍູ້                                              ສັງຄົມເຮົາໃຫ້ກ້າວກຼະໂດດ ວ່າຊັ້ນ!
ມັນໂພດ ຕັ້ງແຕ່ເຊົ້າ                                                     ກິນນັ້ນ ຊອກເອງ  ຫັ້ນແລ້ວ!

                           



ຣະບອບຣາຊາທິປະໄຕຍ ກັບ ຣະບອບສັງຄົມນິຍົມຄອມຯ ບໍ່ມີຫັຽງແຕກຕ່າງກັນເທົ່າໃດ ຜິດພ້ຽນພຽງ
ແຕ່ຊື່ໃນຄຳວ່າ"ລັດທິຣາຊາທິປໄຕຍແລະລັດທິສັງຄົມນິຍົມຄອມຯ)ເພາະມີຣະບົບ"ຕົວຕາຍຕົວແທນພາຽໃນ
ກຸ່ມແລະຄອບຄົວນັ້ນເອງ.
                                  "ປຣັຊຍາຄວາມເຊື່ອຂອງມວລມະນຸສຍ໌"
ໃນຄຳຈຳກັດຄວາມຄຳວ່າ"ມະນຸສຍ໌"ໄດ້ມີຄວາມເຊື່ອກັນວ່າມະນຸສຍ໌ທີ Free will ມີເສຣີພາບ essenceມີຄວາມ
ເປັນຕົວຂອງຕົວເອງ,ມີຄວາມສາມາດເໜືອສັຕວ໌ທັງປວງທີ່ຈະປົກຄອງຕົນເອງ ຮັບຜິດຊອບຕົນເອງຫຼືມີອິສລະ
ທີ່ຈະໃຫ້ຄວາມໝາຽແກ່ໂລກແລະຊີວິຕເລືອກທາງເດີນຂອງຊີວິຕຕາມທີ່ຕົນເພິ່ງພໍໃຈເໝືອນກັບຝູງສັຕວ໌ໂດ່ຽ
ທົ່ວໆໄປຢ່າງແທ້ຈິງ ມັນຈຶ່ງເຫັນວ່າໜ້າປຼາຖນາແລະມອງໂລກໃນແງ່ດີ.
   ແຕ່ເມື່ອຫັນມາພິຈາຣນາ"ຄວາມເປັນຈິງ"ແລ້ວກັບໄດ້ພົບວ່າມະນຸສຍ໌ຖືກຄວບຄຸມ,ບົງກາຣດ້ວຽສາຣະພັດ
ກົຕບໍ່ວ່າຈະກົຕທັມຊາຕິທາງຊີວະພາບທີ່ກຳນົດໃຫ້ຊີວິຕດ້ານກາຍພາບ,ອາຣົມຄວາມຮູ້ສຶກຕ່າງໆຂອງເຮົາ
ເປັນໄປຢ່າງກົລໄກ ເຮົາບໍ່ມີອິສຣະພາບພໍທີ່ຈະຈັດກາຣກັບໂຣຄບາງຢ່າງທາງຮ່າງກາຍ ເຮົາບໍ່ມີອາຣົມຄວາມ
ຮູ້ສຶກບາງຢ່າງ ນິສັຍບາງຢ່າງຂອງຕົນເອງໄດ້ອີກດ້ວຽ.
   ໃນຂນະທີ່ເຮົາຍັງຢູ່ພາຽໃຕ້ກົຕຂອງສັງຄົມ ເສຖກິຈ ກາຣເມືອງ ສາສນານັ້ນຄວາມປັ່ນປ່ວນຜັນຜວນປ່ຽນແປງ
ຕ່າງໆຂອງເຫຕຸຂອງເຫຕຸກາຣນ໌ໂລກເຊັ່ນ ວິກຣິຕພລັງງານ,ເສຖກິຈ,ກາຣເກີດຂອງໂຣຄຣະບາດ,ສົງຄາມກໍ່
ກາຣນ໌ຮ້າຽ,ສົງຄາມສາສນາ,ສົງຄາມນິວເຄຣີຽຣ໌ແລະຄວາມປ່ຽນແປງທີ່ບໍ່ແນ່ນອນຂອງປຼາກົຕການ໌ຕ່າງໆທາງ
ທັມຊາຕິທີ່ເກີດຂຶ້ນບົນໂລກໜ່ວຽນີ້ ແມ້ແຕ່ຄວາມປັ່ນປ່ວນຂອງທັມຊາຕິໃນຣະດັບຂອງຣະບົບສຸຣິຍະແລະຣະ
ດັບຈັກຣວາລ.
  ຫາກເຮົາຈະກ່າວກັນໃຫ້ຊັດເຈນຄົງຄ້າຽໆກັບວ່າ"ມະນຸສຍ໌ກໍເປັນພຽງ"ຝຸ່ນລະອອງຂອງທຸລີດິນ"ນ້ອຽໆທັງສາ
ມາດມອງເຫັນແລະມອງບໍ່ເຫັນ. ແຕ່ກຼະແສພາຍຸຂອງກົຕເກນທ໌ຄວາມບໍ່ແນ່ບໍ່ນອນແລະເຫຕຸປັຈຈັຍຮ້ອຽແປດ
ພັນປຼະກາຣນ໌ຈະພັດໄປ,ມະນຸສຍ໌ບໍ່ໄດ້ມີເສຣີພາບຫຼຶເປັນຕົວຂອງຕົວເອງຢ່າງແທ້ຈິງ.
   ແມ້ແຕ່ປຼະຊາຊົນລາວໃນກົງເຫຼັກຂອງພັຄ-ຣັຖຫຸ່ນທຣົງ ຜູ່ທີ່ເປັນເຈົ້າຂອງແຜ່ນດິນຜືນນີ້ແທ້ໆກໍຍັງບໍ່ມີໂອ
ກາສຈະໄດ້ຊົມໃຊ້ແຜ່ນດິນຢ່າງເຕັມພາຄພູມິເລີຍ..ຜູ່ທີ່ມີອຳນາຈຊົມໃຊ້ແມ່ນກຸ່ມກຳອຳນາຈພັຄ-ຣັຖຫຸ່ນທຣົງ
ແລະສາມາດຈຳໝ່າຍຈ່າຍແຈກໃຫ້ກັບຊາວຕ່າງຊາຕິໂດຍບໍ່ເກງຂາມຕໍ່ປຼະຊາຊົນລາວເລີຍ. ດັ່ງນັ້ນພວກເຮົາ
ຈຶ່ງສາມາດກ່າວໄດ້ວ່າ"ກຸ່ມມະນຸສຍ໌"ພວກນີ້ຂາດຈັນຍາບັນ,ຂາດຈິຕສຳນຶກຄວາມເປັນມະນຸສຍ໌ຊາຕິ,ຂາດຈາ
ຣິທັມ ບໍ່ມີຄວາມລະອາຍແກ່ບາປບຸນຄຸນໂທສ.
    ສນັ້ນພວກເຮົາຈຶ່ງອົດສົງໃສບໍ່ໄດ້ວ່າເວລາພວກເຮົາກ່າວເຖິງຫຼືຮຽກຮ້ອງຫຼືໄຝ່ຝັນເຖິງຄວາມມີເສຣີພາບ ອິສຣະພາບ ປຼະຊາທິປໄຕຍດັ່ງທີ່ຄວາມຄິດທາງປຣັຊຍາແລະທາງສາສນາຕ່າງໆທີ່ພຍາຍາມອະທິບາຽຫຼື"ວາດ
ພາບ"ໃຫ້ເຮົາເຫັນເຖິງຄວາມ"ສວຍງາມ"ຂອງມັນນັ້ນ ມັນຄົງຈະເປັນພຽງຄວາມຝັນຫຼືຄວາມລະເມີເຖິງສິ່ງທີ່
ເຮົາ"ຂາດຫາຍ"ຫຼືສິ່ງທີ່ເຮົາບໍ່ສາມາດຈະມີມັນໄດ້ຢ່າງເປັນຕົວຕົນທີ່ແທ້ຈິງໄດ້ເຊັ່ນ"ຄວາມຮັກຊາຕິ,ກາຣສ້າງ
ຊາຕິເຫຼົ່ານີ້ຈຶ່ງຈົມຢູ່ກັບກາຣກຼະທຳຂອງກຸ່ມກຳອາຈຣັຖຯ.
     ຫົນທາງທີ່ຖືກຕ້ອງນັ້ນນະທີ່ແຫ່ງໃດມີກາຣປົກຄອງແບບກົດຂີ່ ຂູດຮີດ ໃຊ້ອຳນາຈປ່າເຖື່ອນແກ່ຜູ່ຖືກປົກ
ຄອງກາຣລຸກຮືຕໍ່ຕ້ານຂອງສັງຄົມພາຽໃນຈຶ່ງເກີດຂຶ້ນເປັນກາຣຕອບໂຕ້ໃນສິ່ງທີ່ລະເມີດກົຕຂອງສັງຄົມໂລກ
ແຫ່ງປຼະຊາທິປໄຕຍ ດັ່ງທີ່ເກີດຂຶ້ນທົ່ວທຸກມຸມໂລກໃນຂນະນີ້.
                    ຂໍຂໍຝາກໄປເຖິງກຸ່ມຜູ່ປົກຄອງຣັຖຫຸ່ນທຣົງຈົ່ງຈຳໃສ່ກຼະຫລົກໄວ້ໃຫ້ດີວ່າ..ຫາກກັມໃດໃຜສ້າງ
ກັມນັ້ນຍ່ອມສນອງ ສຸດແລ້ວກັມດີຫຼືກັມຊົ່ວທີ່ສ້າງໄວ້."
                    ຈາກລາວເສຣີ ຜູ່ມີເສຣີພາບທາງຄວາມຄິດ.
                   
  

Tuesday, January 10, 2012

                            "ສັກດິນາຕົວຈິງກໍຄືກຸ່ມກຳອຳນາຈຣັຖຫຸ່ນທຣົງປັຈຈຸບັນໃນລາວ"
ຢ່າງໃດກໍຕາມ"ຂໍເຕືອນວ່າ ຈະບໍ່ມີຊາຕິໃດມາຮັກຄົນລາວຢ່າງຈິງຈັງ ເທົ່າກັບຄົນລາວຮັກຄົນລາວ..ພວກ
ສຫາຍຈົ່ງທົບທວນຄືນວ່າ ພວກສຫາຍໄດ້ເດີນທາງຜິດແລ້ວ..ເພາະຫັນໄປເຫັນຂີ້ດີກວ່າໄສ້ ໄປເຫັນຕ່າງ
ຊາຕິໂດຍສເພາະຈີນ-ແກວແລະສຍາມດີກວ່າຊົນຊາຕິຕົນເອງ!!ພວກເຮົາຈຶ່ງຂໍຝາກບົທກອນສບັບນີ້ໃຫ້ໄປ
ອ່ານທົບທວນວ່າເທັຈຫຼືຈິງ?ແລະພວກສຫາຍຍັງນັບຖືພຸທສາສນາຢູ່ບໍ?ຫຼືວ່າເວົ້າໃຫ້ເປັນບໍ່ເສັຽກາຣເມືອງ.
 ຫຼືວ່າຫັນໄປນັບຖືສາສນາຜີຕາມກົ້ນແກວແລ້ວ?ຫຼືວ່າເປັນພຽງອາໃສໃບບຸນຫາກິນກັບສາສນາພຸທ?

             ຫຼັກແຫ່ງຄວາມເຊື່ອທີ່ພຼະພຸທອົງຄ໌ທຣົງວາງໄວ້ໃຫ້ແກ່ພຸທສາສນິກາຊົນບໍ່ໃຫ້ເຊື່ອຢ່າງງົມງາຍ
 ກາລາມສູຕຣເປັນຫຼັກແຫ່ງຄວາມເຊື່ອທີ່ພຼະພຸທອົງຄ໌ທຣົງວາງໄວ້ໃຫ້ແກ່ພຸທສານິກຊົນ ບໍ່ໃຫ້ເຊື່ອສິ່ງໃດໆ
ຢ່າງງົມງາຍໂດຽບໍ່ໃຊ້ປັນຍາວິເຄາະຫ໌ພິຈາຣນາໃຫ້ເຫັນຈິງເຖິງຄຸນໂທສຫຼືດີບໍ່ດີກ່ອນຈະເຊື່ອມີຢູ່ 10 ປຼະ
ກາຣໄດ້ແກ່:
-ຢ່າຟ້າວເຊື່ອຕາມທີ່ໄດ້ຟັງກັນມາ
-ຢ່າຟ້າເຊື່ອຕາມທີ່ກຼະທຳຕໍ່ກັນມາ
-ຢ່າຟ້າວເຊື່ອຕາມຄຳບອກເລົ່າຫຼືຂ່າວລື
-ຢ່າຟ້າວເຊື່ອໂດຽອ້າງຕຳຣາ
-ຢ່າຟ້າວເຊື່ອໂດຽນຶກເດົາເອົາ
-ຢ່າຟ້າວເຊື່ອໂດຽຄາດຄເນເອົາ
-ຢ່າຟ້າເຊື່ອໂດຽນຶກຄິດຕາມແນວເຫຕຸແລະຜົລ
-ຢ່າຟ້າວເຊື່ອເພາະຖືກກັບທຶສດີຂອງຕົນ
-ຢ່າຟ້າເຊື່ອເພາະມີຮູປລັກສນະທີ່ຄວນເຊື່ອໄດ້
-ຢ່າຟ້າວເຊື່ອເພາະຜູ່ເວົ້າເປັນຄຣູບາອາຈາຣຍ໌ຂອງຕົນ.
  ທັງນີ້ເພາະໃນປັຈຈຸບັນແນວຄິດແລະຫຼັກສູຕຣທີ່ສອນໃຫ້ຄົນມີເຫຕຸຜົລບໍ່ໃຫ້ຫຼົງເຊື່ອງົມງາຍໃນທຳນອງ
ດຽວກັບຄຳສອນຂອງພຼະພຸທອົງຄ໌ເມື່ອ 2500 ປີກ່ອນໄດ້ຮັບກາຣບັລຈຸເປັນວິຊາບັງຄັບວ່າ ດ້ວຍກາຣສ້າງ
ທັກສະໃນກາຣຄິດຫຼືຮຽກຂານວ່າ"ກາຣຄິດເຊິງວິຈາຣນ໌"(Critical thinking) ໄວ້ໃນກຼະບວນກາຣຮຽນຮູ້ໃນ
ມະຫາວິທຍາລັຍທີ່ພັຄ-ຣັຖໃຊ້ໃຫ້ເປັນທຶສດີຫຼືນະໂບຍາຽທີ່ຫຼອກໃຫ້ຫຼົງເຊື່ອເພາະກຸ່ມຜເດັຈກາຣພັຄ-ຣັຖ
ບໍ່ໄດ້ປະຕິບັຕິໃຫ້ເຫັນຕາມທຶສດີຈຶ່ງຖືວ່າເປັນ"ທຶສດີນ້ຳເຕົ້າເປົ່າ"ເພາະພວກນີ້ມັນເປັນໂຈຣ ໂຈຣບໍ່ມີສັຈຈະ

ຊາຕິອື່ນທີ່ກ່າວອ້າງ                               ວ່າເຂົານັ້ນຮັກແພງລາວ
ບໍ່ຫ່ອນທໍ່ລາວຮັກລາວ                            ຊາຕິດຽວຕະກຸລເຊື້ອ
ລາວເໜືອ ກາງ ລາວໃຕ້                          ຄືລາວດຽວກັນນ້ອງພີ່
ເຂົ້າເມັດຫັຜັກເສັ້ນນ້ອຽ                           ຫາມາໄດ້ກໍແບ່ງກັນ
ຈັບມືກັນໃຫ້/ຽວແໜ້ນ                             ລາວໃນແລະລາວນອກກໍຄືດ້າມດ່ັງດຽວ!
ໃຜຫວັງເພເປ້ມ້າງ                                  ໃຫ້ໂຮມແຮງສູ້ຢ່າຖອຍ
ລາວເຮົາບໍ່ໄດ້ຕ່ຳຕ້ອຽ                              ລາວຄືຊາຕິວິຣະຊົນ
ລາວເດັ່ນຢູ່ໃນສາກົລ                               ໂລກລືຊາຍົກຍ້ອງ
ຕັ້ງທ່າເປັນຄືລຳຮົ້ວ                                  ຄະຍຸງແຄນໄມ້ໝາກຂ່າ
ປົກປັກຮັກສາຊາຕິໄວ້                               ໃຫ້ລາວໝັ້ນບໍ່ສລາຽ
ຜິດຖືກ ດີແລະຮ້າຽ                                    ພ້ອມພ່ຳກໍ່ປົວແປງ
ສມາຄັຄຄີໂຮງແຮງ                                   ປຼະກອບກັນໂຮມທ້ອນ
ຄືດັ່ງເກືອເຄັມກ້ອນ                                    ຮັກສາຄວາມເຄັມບໍ່ມີຈືດ
ເລືອດສີແດງຂຸ່ນເຂັ້ມ                                 ເລືອດລາວລ້ວນລູກເຂົ້າໜຽວ
ກົມກຽວກັນໃຫ້ໜຽວແໜ້ນ                         ສາມັຄຄີກັນໃຫ້ໝັ້ນແກ່ນ
ແສນຈະທຸກຂ໌ຍາກຫຍຸ້ງ                            ໂຮມພລັງສູ້ເພື່ອຊາຕິລາວ
ຢ່າໄດ້ຕົກຄາຣົມລວງລໍ້                              ຜິດຖຽງກັນບໍ່ຮ່ວມກຸ່ມ
ຮັກແພງກັນຮໍ່ຫຸ້ມ                                      ແນວບໍ່ຖຶກໃຫ້ປະລະ
ຕັ້ງຕໍ່ທຳແຕ່ຄວາມດີໆ                                ຮ່ວມພລັງກັນເປັນກ້ອນ
ພາກັນສິຕສອນໃຫ້                                    ລູກຫຼານລາວຜູ່ເກີດໃໝ່
ໃຫ້ເອົາໃຈຮຽນຮ່ຳຮູ້                                  ວິຊາຊັ້ນສ່ວນສູງ
ຢ່າໄດ້ພາກັນຫຍຸ້ງ                                     ແນວບໍ່ຖືກຢ່າຫຼົງຜິດ
ເຫັນກົງຈັກຣເປັນດອກບົວ                         ຢ່າໄດ້ມົວເມົາເຊີ້
ຢ່າລະເມີແລ່ນນຳກົ້ນ                                 ຈີນ-ແກວມັນລວງກືນກິນຊາຕິ
ຢ່າໃຫ້ເຂົາລູບຫຼິ້ນໆ                                   ຜົມຂາວແກ້ວຫງອກງາ
ເຮົາບໍ່ໄດ້ເວົ້າບ້າໆ                                      ອວດເກັ່ງທາງວາຈາ
ສາມສິບເຈັດປີມີບົທຮຽນ                             ໃສ່ຫົວໃຈເອົາໄວ້
ຕາມີ ເຫັນ ຮຽນ ຮູ້                                       ຈົດຈຳເອົາມາແຕ້ມແຕ່ງ
ແປງເປັນກາບກອນກໍໄດ້                              ເພາະຫົວໃຈຂ້ອຽກໍແມ່ນລາວ
ຄາວກ່ອນກີ້                                                ບໍ່ເຄີຽເວົ້າດອກ ເຣື້ອງກາຣເມືອງ
ເຄີຍແຕ່ນອນຢູ່ໃນຫຼຸມຄອງ                          ຖືກກຼະສຸນທີ່ຂາຊ້າຽ
ເລືອດສີແດງໄຫຼລິນຍ້ອຽ                              ໄຫຼລົງລົ້ນອັ່ງ
ໄຫຼຫຼັ່ງລົງສູ່ພຶ້ນ                                            ຖວາຍເຈົ້າແມ່ທໍຣະນີ
ເພື່ອໃຫ້ພຼະແມ່ເຈົ້າ                                       ໄດ້ຮູ້ຂ່າວມາຄຸ້ມຄອງ
ເລືອດສີແດງລິນໄຫຼນອງ                              ຄືເລືອດລາວຜູ່ຫາຣກ້າ
ບໍ່ໃຫ້ໄຫຼເສັຽຖິ້ມ                                           ໃຫ້ໄຫຼລົງທາພຶ້ນແຜ່ນ
ດິນແດນລາວລ້ານຊ້າງ                                  ຕ້ອງຮັກສາໄວ້ເພື່ອລູກຫຼານລາວ
ລາວຄືວີຣະຊົນຊາຕິເຊື້ອ                                ເລືອດວີຣະບຸຣຸສຜູ່ຊານໄຊຍ໌
ລາວອາດຫານທາງແນວຄິດ                           ຮັກເຜົ່າພົງພັນທ໌ເຊື້ອ
ເຮືອນຫໍລາວຕ້ອງສ້າງ                                   ດິນແດນລາວ-ລາວຕ້ອງຢູ່
ສາຍອູ່ແມ່ເຮົາແຂນຫ້ອຽ                                 ຝັງໃຈໄວ້ຢ່າໄດ້ລືມ
ລາວທຸກຄົນຕ້ອງຊາບຊຶ້ງ                                ໃນຄວາມເປັນຊາຕິຂອງລາວ
ກອດຄໍກັນສຸຂທຸກຂ໌                                         ຮ່ວມຕາຍນຳກັນໄດ້
ຍາມໃດມີໂພຽໄພຮ້າຽ                                      ສັຕຼູມາຣມາຂົ່ມຂູ່
ລາວຕ້ອງລຸກຂຶ້ນສູ້                                          ຕົວຕາຽຊາຕິຍັງຢູ່   ທ່ານເອີຍ!!    
                 ຈຶ່ງຂໍຝາກໄວ້ນຳພີ່ນ້ອງເພື່ອນຮ່ວມຊາຕິທຸກໆທ່ານ!!
 



Monday, January 9, 2012

                           ບົທທົບທວນ"ແມ່ທໍຣະນີລາວ"ເພື່ອເຕືອນຈິຕສຳນຶກເຜົ່າພັນທ໌ລາວ

ດິນລາວ ຫອນໃຫຍ່ກວ້າງ  ສເມີເພື່ອນທັງປວງ ຕາມຖ້ອນ  ແຕ່ທຸກຕາກິໂລແມຕຣແມ່ນແມ່ນແຕ່ດິນ
 ດີລ້ວນ  ຊັພພຍາກອນໜາແໜ້ນ  ຝັງໃນເປັນປຼະໂຍຊນ໌  ຫິນກໍແມ່ນຫິນຄ່າລ້ານ  ພຽງພ້ອມຖ່ານຫິນ

ແມ່ນວ່າ ທາຕຸອຶ່ນນັ້ນ  ເຫຼັກົວຊືນທອງ   ເງິນຄຳມີ  ຄວ່າເຫັນຫຼາຽແລ້ວ  ອາຈມີກ໊າຊແລະນ້ຳ ມັນຫຼາຍ
                           ຄັນຫາກຊອກ  ຂໍໂອກາສແຕ່ໃຫ້   ລາວໄດ້ຢູ່ສແວງ  ວ່ານາ!

ຍ້ອນວ່າ ດິນທຸກໝ້ອງ  ກໍມີຝຸ່ນສຸດດີ   ຈັກປູກຝັງແນວໃດ  ຫວ່ານລົງກໍຂຽວຂຶ້ນ  ບໍ່ວ່າຜັກຫຼືເຂົ້າ  ຫົວມັນ
                             ແກວຕ່າງໆ  ວ່າແຕ່ເຮົາບໍ່ຄ້ານ  ອຶດນັ້ນແມ່ນບໍ່ມີ   ແທ້ແລ້ວ!

ຍັງມີສາຽແມ່ນ້ຳ ນ້ອຽໃຫຍ່ລຳເຊ  ໄຫຼຫຼັ່ງລົງລຳຂອງ  ແຕ່ເໜືອເຖິງໃຕ້  ເກີດຈາກສາຍພູໃກ້ ພູໄກນັບຮ້ອຍໆ
                              ແຫ່ງດິນກໍຊຸ່ມລ້ຽງໝູ່ໄມ້   ຂຽວສະອຶ້ນທົ່ວແດນ  ເຈົ້າເອີຍ!

ນອກຈາກນີ້ ວັງບວດບຶງໜອງ   ນ້ອຽໃຫຍ່ຊົລທາຂັງ   ເກີດເອງກໍຫຼາຽລ້ຳ   ທຸກທົ່ວສາຽນະທີນ້ຳ  ກໍມີປານ້ອຽ
                               ໃຫຍ່  ນັບແຕ່ດຸກຄໍ່ຄ້າວ    ບຶກພ້ອມພ່ຳເລິມ

ນອກຈາກນ້ຳ  ເປັນທີ່ຢູ່ປູປາ ແລ້ວນັ້ນ     ຍັງເລົ່າເປັນສຖານທີ່ນົກ  ຄວ່າກິນທັງຄ້າຽ   ເປັນບ່ອນແນວຜັກນ້ຳ
                                 ແໜບົວອໍອັ່ງ   ຄົນລາວໄດ້ເພິ່ງນ້ຳ   ໄດ້ກິນເຂົ້າແລະປາ   ແທ້ນາ!

ຄັນວ່າ ດົງດ້ານດ້າວ   ມວລໝູ່ພຶສສາ  ນານາແນວ  ດູ່ ແດງ ແຄນຄໍ້  ຍຸງ ຍາງ ແຕ້ ຮັງ ສັກ ສີສຽດ ສຸດທີ່ມີຄ່າ
                                           ລົ້ນ ເປັນສິນຄ້າສົ່ງຂາຍ ແທ້ເດີ!

               ມີທັງ ຮາກະຍ່ອມ  ຢາຫົວກັບໝາກແໜ່ງ   ຂອງແພງມີຄ່າລ້ຳ   ກຳຍານເຂົາກວາງອ່ອນ
ດູກເສືອ ດູກໝີ ໜັງ  ມີພ່ຳພ້ອມ ຝູງນີ້ຄ່າສູງ   ນັບທັງຕົ້ນໄມ້ຈວງຈັນທຣ໌ຫວ້ານ  ແຂ່ນາງຂອງປ່າ ພວກນີ້
                                         ເປັນຢາພຶ້ນບ້ານ    ມີມາກລົ້ນໃນພຶ້ນແຜ່ນດິນລາວ

ອີກທັງ ຫວາຍບຸ່ນແຍ້  ຍາວຍື່ນເປັນເຄືອ  ແມ່ນແຕ່ແນວມີຣາຄາ  ສົ່ງຂາຽຄົນຊື້  ມີພືຊແນວກິນໄດ້ ເປັນເອງ
                                           ທັມຊາຕິ  ແມ່ພຼະທໍຣະນີລາວແຕ່ງໃຫ້  ລາວໄດ້ເພິ່ງພາ  ແທ້ນາ!

ອັນນຶ່ງ ທຸກປ່າໄມ້  ດົງດ່ານພູຜາ  ມີໝູ່ແສນສັຕວ໌ເນົາ   ແພ່ພັນທ໌ກຼະເສິມຊົ້ນ  ນັບແຕ່ກວາງຟານພ້ອມ  ງົວປ່າ
                                           ອົງ ມັ່ງ  ເຫງັນ  ກຼະຕ່າຍ  ໄກ້  ໝີເໝັ້ນ ລິ່ນແລນຯລຯ

ຄິດເບິ່ງ  ຫຼາຽປຼະເທສແທ້  ອັປໂຊຄທາງດິນ  ດິນບໍ່ດີມີໄຮ  ຝຸ່ນຈາງ ເຄັມ ສົ້ມ  ປູກແນວໃດຫອນຂຶ້ນ  ເປັນລຳ
                                         ລຳເປັນໜ່ວຍ  ຄອບວ່າ ເກີດໃຫຍ່ແລ້ວ  ເຫຼືອງແຫ້ງຫ່ຽວຕາຍ

ດັ່ງນັ້ນ ຂໍແກ່ລາວຮຸ່ນຫຼ້າ  ນ້ອຽໜຸ່ມແຂງແຮງ  ໃຫ້ເອົາໃຈທວນຄຶດ  ຮອດລາວເລີງເລື້ອຽ  ຄວນທີ່ຫວັງຄືນກ້ຳ
                                       ກຸງລາວຂອງເກົ່າ  ເຮົາເນີ...ດິນລາວ ລາວບໍ່ສ້າງຈະວາງໃຫ້ໝູ່ແກວ ຊັ້ນບໍ?

ຂໍເຊິນລາວພີ່ນ້ອງ  ຢ່າປຼະມາທລືມໂຕ  ເພິ່ງທີ່ ຫລິງຫຼຽວຄືນ ໃຄ່ຄະນຶງເດິມດັ້ງ ວ່າເຮົານີ້    ເດິມດາແທ້ສກຸລ
                                      ລາວຊາຕິເຊັ່ນ  ບໍ່ແມ່ນແຊງຊາຕິເຊື້ອ ຂາວເນື້ອໂດ່ງດັງ  ແດ່ເນີ!

ແນວໃດ ເຮົາຈັກໄດ້ກັບຕ່າວດິນລາວເຮົານັ້ນ   ພ້ອມພ່ຳກັນໂຮມແຮງເຮັດ  ຮ່ວມສາມັຄຄີໝັ້ນ  ຝູງທີ່ແຮງ
                                       ຍັງເຂັ້ມ  ວັຍປະຖົມຢ່າໃຈອ່ອນ   ພໍທີ່ຄືນຕ່າງຕັ້ງ  ຊົນສູ້ໃຫ້ຮີບຄືນ ວ່າເນ!

ສ່ວນວ່າ ຜູ່ໃຫຍ່ພົ້ນແຮງອ່ອນຊຣາກາຣແລ້ວນັ້ນ  ຊ່ອຍກັນຈູງໃຈຊັກລູກຫຼານທັງຄ້າຽ  ພ້ອມພ່ຳເສັຽສລະ
                            ເຂົ້າ   ຂອງດີມີຄ່າ  ເງິນຄຳມ້ວນມອບໃຫ້ ປຼະສົງຄ໌ຊວ້ານຊ່ອຍແຮງ  ແດ່ທ້ອນ! 

ນັ້ນລະ  ເຮົາຜູ່ພັດພາກບ້ານ  ຈະໄດ້ຕ່າວຄືນລາວ  ໄດ້ນັ່ງເນົາດິນເດີມ  ຍູຖ່າງປຸນແປງສ້າງ  ຍູຖ່າງຫາກັດ
                              ຕ້ອນ  ຕຶກແຫປາໃຫຍ່   ຍູຖ່າງສນຸກມ່ວນແມ້ງ  ກະເສິມດ້າມດັ່ງຫຼັງ  ທ່ານເອີຍ!

          ດັ່ງນັ້ນ ຈຶ່ງຂໍເຕືອນພີ່ນ້ອງ ລາວພັດຖິ່ນທັງມວລ

     ຟັງເດີ  ພວກພີ່ນ້ອງ                  ຜອງເພື່ອນໄທລາວ  ເຮົາເອີຍ!
ຢ່າຊິມົວຫຼັບໄຫຼ                            ລຶ່ນຄອງເຫຼືອລົ້ນ
ແມ່ນໄດ້ໜີໄປຊົ້ນ                         ຊາຍຄາເຮືອນບ້ານເພິ່ນ  ກໍດາຍແລ້ວ!
ຫຼືຮ່ອນຄືຮົ່ມບ້ານ                         ເຮືອນຢ້າວແຫ່ງເຮົາ  ດອກນາ!
     ຂໍໃຫ້ຄິດເບິ່ງບ້າງ                    ຂອງເກົ່າໄທລາວເຮົາ
ຊັພຍ໌ໃນດິນກໍມີຫຼາຽ                      ອີກພ່ອງສິນໃນນ້ຳ
ບາດລາວແກວມັ້ນໂຄມບ້ານ         ຄອງເມືອງມັນມ້າງມຸ່ນ  ແລ້ວເດ!
ຂົນຊົພຍ໌ສິນຂອດສ້ຽງ                  ເມືອຂຶ້ນສ່ວຍແກວ  ຮູ້ບໍ!
   ເມື່ອເປັນດັ່ງນແລ້ວ                   ຊິຄິດໃຄ່ປຼະກາຣໃດ
ຈຶ່ງຊິປອງຮັກສາ                          ຊັພຍ໌ສິນແສນຊັ້ນ
ຂອງລາວເຮົາໃຫ້ຄົງໄວ້                ຄືເດິມກີ້ກ່ອນ
ຂໍນຳຫລ້າອ່ອນນ້ອຽ                     ລາວໄດ້ຮ່ຳຄະນຶງ  ເຮົາແດ່ທ້ອນ!   


                                   ອິງຕາມກຼະແສສັງຄົມຫຼືສຽງຈົ່ມຂອງສັງຄົມວັທນະທັມພາຽໃນ ສປປລາວ

ບັນຫາຕ່າງໆຂອງຊາວຕ່າງດ້າວທີ່ພັຄ-ຣັຖຫຸ່ນອະນຸຍາຕໃຫ້ເຂົ້າມາຄ້າຂາຍ-ຕັ້ງຖິ່ນຖານໃນລາວຕາມສັນ
ຍາ"ມິຕຣພາບ"ນັ້ນກາຍມາເປັນສັນຍາ"ມິດອາບຟາບ"ຄືເມື່ອມີບັນຫາຄວາມຂັດແຍ່ງກັບປຼະຊາຊົນລາວ
ທ້ອງຖິ່ນບໍ່ສາມາດຍື່ນມືເຂົ້າໄປແກ້ໄຂໄດ້..ປ່ອຍໃຫ້ອຳນາຈທ້ອງຖິ່ນຈັດກາຣກັນເອງ ແຕ່ກໍໃນທຳນອງຂໍ
ໄປທີເພາະບໍ່ວ່າເຂຕເຊົ່າຈີນຫຼືເຂຕເຊົ່າແກວແລະເຫຕຸກາຣນ໌ດັ່ງກ່າວນັບມື້ນັບຂຍາຍຕົວອອກໄປໃນວົງ
ກວ້າງ..ທາງຣັຖບາລກາງມິດປານແປ້ນອັດປາກ.
   ແຕ່ລະເຂຕດັ່ງກ່າວມານັ້ນບັນດານັກທຸຣະກິຈຕ່າງດ້າວເຫຼົ່ານັ້ນນັບມື້ລຸກໄລ່ທີ່ທຳມາຫາກິນຂອງຊາວ
ບ້ານທ້ອງຖິ່ນໄປເຣື້ອຽໆເຖິງຂັ້ນບາງເຂຕປຼະຊາຊົນລາວເອົາໄມ້ຄ້ອນໄລ່ຟາດຫົວແກວກັບຈີນແລະນັກ
ທຸຣະກິຈຕ່າງດ້າວເຫຼົ່າກໍບໍ່ໄດ້ເສັຽພາສີໃຫ້ແກ່ຣັຖບາລລາວ..ເພາະພວກເຂົາກ່າວວ່າເສັຽໃຫ້ກັບເຈົ້າແຂວງ
ເຈົ້າເມືອງໄປແລ້ວບໍ່ຕ້ອງຈ່າຍໃຫ້ຄັງຫຼວງ.
    ວ່າດ້ວຽກາຣຄ້າມະນຸສຍ໌ໃນລາວມີຜູ່ປົກຄອງບາງໝູ່ບ້ານວ່າ ຫົວໜ້າແກ້ງຕົວຈິງບໍ່ແມ່ນຕ່າງດ້າວ ມັນ
ຕັ້ງແມ່ນພນັກງານຂອງຣັກຯເອງທີ່ລວມຫົວກັບຊາວຕ່າງຊາຕິແລະທາງດ້ານສັງຄົມທົ່ວໄປໃນລາວເວລາ
ນີ້ມັນບໍ່ແມ່ນເປື່ອຍເຍຶ່ອຽທັມດາ ມັນໜັກໜາສາຫັສກວ່າສມັຍຣັຖບາລຣາຊອານາຈັກຣຈິງຢູ່ບໍ່ມີໂຮງແມ່
ຈ້າງນາງເລງ ແຕ່ກາຣຄ້າປຼະເວນີເຂົາມີຄວາມກ້າວໜ້າໄປຕາມເທຄໂນໂລຍີຄື ສ້າງຣິສອຣ໌ຕໄປຕາມສາຍ
ທາງຫຼວງແລະຢູ່ຕາມແຫຼ່ງທ່ອງທ່ຽວໂດຽອາໃສກາຣຕິດຕໍ່ດ້ວຍຣະບົບໂທຣສັພທ໌ຊຶ່ງຜູ່ເປັນຫົວໜ້າຣິສອຣ໌ຕ
ນັ້ນແຫຼະເປັນຜູ່ໂທຣໃຫ້..ຈົນມີຄຳວັທກັມຕິດປາກເົຍາວະຊົນລາວວ່າ"ໂຣຄເອສດ໌ບໍ່ຢ້ານ ຢ້ານແຕ່ໂຣຄອຶດ".
     ສາເຫຕຸມາຈາກຄວາມອັປຍົດອົດສູປູ້ປັນຍາຫາທາງອອກໃຫ້ສັງຄົມຂອງຣະບົບກາຣປົກຄອງຣັຖຯນັ້ນ
ເອງ. ນອກຈາກນັ້ນກຸ່ມກຳອຳນາຈຍັງມີສາຍຕາສັ້ນຕຶ່ມອີກຄືສ້າງໃຫ້ຊາວໜຸ່ມກາຽເປັນພວກວັດຖຸນິຍົມເພື່ອ
ພຽງວ່າເປັນທາງອອກບໍ່ໃຫ້ພວກປຼະຊາຊົນແລະເຍົາວະຊົນເກີດປະຕິກິຣິຍາຕໍ່ຕ້ານພັຄ-ຣັຖຯເຖິງຊັພພຍາ
ກອນມະນຸສຍ໌ຈະເສື່ອມເສັຽມຸ່ນທະລາຍ ລູກຫຼານພັຄ-ຣັຖແລະຣັຖຯກໍບໍ່ເສັຽຫາຍໄປກັບອາຊຍາກັມເຫຼົ່ານີ້
ເທົ່ານັນເອງ
    ດັ່ງນັ້ນມາເຖິງວັນນີ້ຈຶ່ງສາມາດກ່າວໄດ້ວ່າເມື່ອຣະບອບກາຣປົກຄອງບໍ່ດີ ຣະບົບກາຣບໍຣິຫາທີ່ປະຕິບັຕິ
ຕາມກໍໄປບໍ່ໄດ້ເພາະທັງໝົດນັ້ນມັນໄປຂັດກັບສັງຄົມວັທນະທັມພຶ້ນຖານ..ຕາມຈິງແລ້ວເຍົາວະຊົນລາວໃນ
ຍຸຄໃໝ່ເຂົາຕ້ອງກາຣຄວາມກ້າວໜ້າທາງວັທນະທັມສັງຄົມແບບສາກົລ ແຕ່ກົລໄກບໍຣິຫາຣຈັດກາຣຂອງ
ຣະບົບຣັຖບາລມັນໄປຂັດຂວາງຄວາມກ້າວໜ້າຂອງສັງຄົມວັທນະທັມຢ່າງບໍ່ເປັນສາກົລນັ້ນເອງ. ທັ້ງໆທີ່
ພັຄ-ຣັຖປິດຫູບັງຕາທຸກວິຖີທາງເຊັ່ນ ໝົດເມືອງລາວມີສື່ມວລຊົນສອງສບັບຄື ໜັງສືພີມສຽງປຼະຊາຊົນ-
ໜັງສືພິມວຽງຈັນທຣ໌ໃໝ່ ແຕ່ລະສບັບບໍ່ມີເນື້ອຫາສາຣະພໍທີ່ເຍົາວະຊົນຈະນຳໄປສຶກສາເພາະທຸກສບັບມີ
ແຕ່ຍົກຍ້ອງແລະບໍຣິຫາຣກັນເຂົ້າກະຕ່າທັງສິ້ນ. ແມ້ແຕ່ໂທຣທັສນ໌ຫຼືທີວີ ຢູ່ພາຽໃນປຼະເທສອາໃສແຕ່ໂຄສ
ນາສິນຄ້າຂ່າວສາຣອື່ນທີ່ເປັນສາຣະບໍ່ມີ ແລະສິນຄ້າທີ່ໂຄຊນາກໍແມ່ນໂຄຊນາໃຫ້ພໍ່ພ້າແມ່ຄ້າໄທຍ ແມ້
ແຕ່ທີວີທີ່ອ້າງຊື່ລາວໃນສຫະຣັຖຯກໍບໍ່ມີສາຣະສຳຄັນດ້ານຂ່າວສາຣແບບສາກົລມີພຽງໂຄຊນາສິນຄ້າໃຫ້
ໄທຍທັງສິ້ນ.
                                ຍັງມີຫຼາຍກວ່ານີ້ ເຊິນຕິດຕາມອ່ານສບັບຕໍ່ໄປ

Saturday, January 7, 2012

ກຸ່ມຣັຖບາລຫຸ່ນທຣົງປັຈຈຸບັນຫຼາຽພາຄສ່ວນຍັງອ່ອນດ້ອຽດ້ານຄວາມຮູ້ໃນເວທີພູມິພາຄແລະ
ໃນເວທີສາກົລຍຸຄໂລກາພິວັຕນ໌ ໃນສາຍຕາມອງເຫັນແຕ່ກຸ່ມສັງຄົມນິຍົມຄອມຯເພາະຍັງບໍ່ກ້າ
ອອກສູ່ວົງຈອນອຸບາທຂອງຄອມຯຈີນ-ວຽຕຯຈຶ່ງເຮັດໃຫ້ພວກເຂົາສາຍຕາສັ້ນໃນກາຣບໍຣິຫາຣ
ຈັດກາຣ. ໂດຽສເພາະກຸ່ມຜູ່ນຳ 9 ສຫາຍໃນຄນະໂປລິສບູໂຣຕ່າງຈາກຄອມຯພມ້າ-ຂເມຣທີ່ມີຜູ່
ນຳກ້າຕັດສິນໃຈເດັດດ່ຽວເພາະພວກເຂົາມີຣະດັບກາຣສຶກສາສູງ. ທາງອອກກໍຄື"ຕ້ອງເພິ່ງຕົນ
ເອງ..ແລະເດັດຂາດດ້ວຍຕົນເອງ ລາວເສຣີກໍເປັນລາວດັ່ງດຽວກັນນີ້. ແຕ່ຂໍຢ່າເປັນໄພຍຕໍ່ສັງຄົມ
ໂລກ ຫາກຕ້ອງກາຣໜີຈາກແກວແລະຈີນ!!


                                            ພາຄທີສາມ "ນົກເຄົ້າທ້ວງຕາແມ່"

ໄກສອນ ແກວໜໍ່ເນື້ອ                                  ເຂີຍວຽຕຯນາມສຸພາຯ
ພ້ອມກັນ ຕົວະຊາວລາວ                              ວ່າແກວດີເລີສລ້ຳ
ວ່າແກວມາພາລາວໃຫ້                                ມີກາຣເມືອງສູງສົ່ງ ວ່າຊັ້ນ!
ທຫາຣແກວ ມາຊ່ອຍປ້ອງ...                        ກັນດ້າວດ່ານລາວ ວ່າເນ!

   ຕັ້ງທີແທ້                                                 ແກວຢຽບປາກແນວລາວ
ປາກບໍ່ໄດ້ ໄອບໍ່ດັງ                                      ດັ້ງເດີມດາພຸ້ນ
ແກວກໍອັປປຼີຍ໌ລ້ຳ                                        ຫົວທີ ສາມປຼະເທສ
ຂເມຣ-ລາວ-ວຽຕຯພ້ອມ                             ພຽງເຂົ້າຮ່ວມພລັງ ວ່າຊັ້ນ!

    ກອດຄໍກັນກອບກູ້                                    ເອກຣາຊຫຼາຍປີ
ໂຕ້ຕອບ ຕີຈັກຣພັດດິ໌                                   ບໍ່ຖອຍເລັ່ງສູ້
ຈົນວ່າ ມີໄຊຍໄດ້                                         ອະເມຣິກາ-ຝຼັ່ງເສສພ່າຍ
ສາມປຼະເທສໂຮອຶ້ນໆ                                  ສລອງແພ້ມ່ວນເມິງ     ຄັກແຫລ້ວ!

    ພໍບໍ່ຈັກກີ່ຟ້າ                                           ຝົນແດດກາຽໄປ 
ແກວຮ່າໂນຍຫົວໃສ                                   ເປີບເສີມໃຈລົ້ນ
ເປີບນຳໄຊຍມັນໄດ້                                     ໂລກາລືຊື່   ວ່າເນ!
ເລີຍທໍຣະຍົສພີ້ນ້ອງ                                     ລາວພ້ອມພ່ຳຂເມຣ ຄັກບໍ!

    ມັນບໍ່ຄິດວ່າເຊື້ອ                                     ຊາວຊາຕິຂເມຣ-ລາວ
ກໍຢາກເປັນໂຕເອງ                                     ດັ່ງແກວໂດຽດ້າມ
ຈຶ່ງໄດ້ລົງທຶນສູ້                                           ໝາຍເອົາເອກຣາຊ
ເພາະເປັນທາສເພິ່ນນັ້ນ                               ຝັນພໍ້ກໍເມື່ອຽໃຈ  ແທ້ນາ!

    ມາບັດນີ້ ແກວວຽຕຯຊ້ຳ                           ຊົມຊອບຈັກຣພັຕດິ໌
ຢາກເປັນນາຍເໜືອຫົວ                               ເອກອົງຄ໌ໂຂງນີ້
ມັນຈຶ່ງເສິມກຳລັງສ້າງ                                 ກອງທຫາຣໃຫ້ກ້າເກ່ງ
ຣາສດອນອຶດຢາກເຂົ້າ                                ກໍຄຳແລ້ວແມ່ນບໍ່ຫຼຽວ

   ມັນວ່າ ສາງເຂົ້າເຕັມຢູ່ພຶ້ນ                         ຜືນແຜ່ນດິນລາວ
ແດນຂເມຣເມືອງປາ                                    ໄປຄ່ວາກິນທາງໜ້າ
ມັນຍັງຫວັງກືນດ້າວ                                     ດິນສຍາມອີກຕຶ່ມ  ຫາກມີໂອກາສພ້ອມ!
ຄັນໄດ້ສາມປຼະເທສນີ້ແລ້ວ                            ແກວຊິຂຶ້ນກວ່າຈີນ  ວ່າເນ!

  ມັນຕັ້ງຄຳຄາດໄວ້                                       ໃຫ້ຊາວວຽຕຯ-ຂເມຣ-ລາວ
ຈື່ຈຳແນວທາງຄິດ                                         ສືບສາວໝາຍໝັ້ນ
ມັນວ່າ "ແກວຊິເປັນເຈົ້າ"                                ລາວຊິເປັນຟືນກອງໃຫຍ່
ໄຟຄື ຂເມຣມາບໄໝ້                                     ໄທຍກ້ຽງຝຸ່ນຜົງ ວ່ານ່າ!

     ອັນເຫຕຸກາຣນ໌ດັ່ງເວົ້າ                               ແກວຄອບຄອງລາວ  ເທື່ອນີ້!
ຢ້ານແຕ່ລາວຊິເປັນແກວ                                 ປຼະເທສລາວຊິສູນຍ໌ສ້ຽງ ຫັ້ນແລ້ວ!
ຢ້ານແຕ່ແກວຊິເຕັມຕຶ້ງ                                   ດິນລາວທຸກທີ່  ຫັ້ນແລ້ວ!
ລາວແຫ່ງໜ້ອຽ ແກວມາຖ້ວມ                         ໃດຊິແພ້ໝູ່ແກວ

    ມາເສັຽດາຽດ່ານດ້າວ                                   ລາວປຼະເທສເດິມດາ   ເຮົາເດ!
ແມ່ນວ່າ ດິນຫ່ອນຫຼາຽ                                     ກໍແມ່ນດິນດີລ້ວນ
ຝັງພືຊໃດລົງແລ້ວ                                            ກໍມີຫົວ-ເກີດໜ່ວຍ
ໄກທະເລ  ກໍຫາກຫຼາຽແມ່ນ້ຳ                            ເຫຼືອລົ້ນຫລາກປາ ແທ້ນາ!

    ຕັງແຕ່ກີ້                                                      ເດິນດຸ່ງແດນໃດ
ເຫັນແຕ່  ຊຸມຊາວລາວ                                     ໄຖ່ຖາມຍີແຍ້ມ
ໄປໃສ ຫອນອຶດເຂົ້າ                                         ຂໍກິນໄດ້ທຸກແຫ່ງ
ນອນໃສ ເໝືອນພີ່ນ້ອງ                                     ບໍ່ຢຳຢ້ານໝູ່ໂພຍ ແທ້ນາ!

    ຕັ້ງແຕ່ນີ້                                                     ດ້າວດ່ານດິນລາວ
ຈັກມີແກວເປັນຝູງໆ                                        ຊ່ວງເສັງລາວສ້າງ
ໄປທາງໃດຊິຕຳຕ້ອງ                                       ຄົນແກວທຸກບ່ອນ    ແລນໍ!
ມາໃສ ເຫັນແຕ່ໜ້າ                                         ສຽງເວົ້າແມ່ນແມ່ນແຕ່ກແວ  ໂອຽ ໜ່າຍເດ!

    ຮຽມຂໍ ຈິຕເນືອງນ້ອມ                                 ພຼະຄຸນແຫ່ງແຣງຣິຕທິ໌
ຂໍໄຫວ້ວອນເຖິງບຸນ                                        ພຼະ ຊາຕິຊົນລາວກ້າ
ຂໍເຊີນມາຊູຊ້ວນ                                             ພລັງກອງກູ້ຊາຕິ  ແດ່ທ້ອນ!
ມີເດຊານຸພາບຖ້ວມ                                         ຜຈົນແພ້ໝູ່ມາຣ  ແດ່ທ້ອນ!!!                
                                              ທົບທວນປຼະວັຕິສາຕຣ໌ກັນລູກລາວຫຼານລາວຫຼົງລືມ
ຍຸຄອານາຈັກຣໜອງແສນຶ່ງຢູ່ທີ່ເມືອງຈີນຕັ້ງອານາຈັກຣຣະຫວ່າງແມ່ນ້ຳ"ລາວ"ຕົກໃສ່ແມ່ນ້ຳ
ຂອງຫຼືແມ່ນ້ຳລ້ານຊ້າງ"ແຂວງສິບສອງປັນນາຫຼືສິບສອງພັນນາລື້ຍັງຂຶ້ນຢູ່ກັບອານາຈັກຣລ້ານ
ຊ້າງຊຶ່ງລວມທັງຕິດກັບອານາຈັກຣນານເຈົ້າຂອງຈີນ. ຕໍ່ມາຖືກມົງໂກນໄລ່ແຕກລົງມາຕັ້ງເປັນ
ອານາຈັກຣໜອງແສສອງ(ບ້ານນານ້ອຍອ້ອຍໜູ)ທີ່ເປັນແຂວງໄທດຳ-ໄທແດງຍັງບໍ່ປ່ຽນແປງ
ຮູປກາຣປົກຄອງຣັຖຯມາປ່ຽນແປງເອົາຕອນແກວສາມອ້າຍນ້ອງບຸກຕີແລະຍຶດຄອງໄປ 13 ແຂວງ
ແລະຈີນບຸກຍຶດຈຶ່ງເສັຽດິນແດນແລ້ວຈ້ອນເຂົ້າມາຕັ້ງຊຽງດົງຫຼວງພຼະບາງ(ໃຫ້ຕິດຕາມອ່ານປຼະວັຕິ
ສາສຕຣ໌ໃນຫໍສມຸທຕໍ່ຈຶ່ງຂໍກ່າວມາພຽງກັນລືມໂດຽສັ້ນໆ.

   ຕົກມາໃນປີນີ້ຈຶ່ງຕ້ອງກາຣຊຳຣະປຼະວັຕິສາສຕຣ໌ລາວ-ວຽຕນາມເຊັ່ນກັນ ຫຼັງຈາກຜ່ານກາຣປຼະຊຸມສັມນາ
ຄົ້ນຄວ້າຫຼາຽຮອບ ສອງຝ່າຍໄດ້ຮ່ວມກັນຕີພິມເປັນໜັງສືບອກເລົ່າປຼະວັຕິຄວາມສັມພັນທ໌ໃນຊ່ວງປີ 1930-
2007 (ກ່ອນເສັດໃຫ້ແກວຄົງມາເສັດໃຫ້ຈີນ)ຝ່າຍຄອມຯວຽຕນາມນຳໂດຽສຫາຍເຈືອງເຕິນຊ່າງກົຼມກາຣ
ເມືອງອາວຸໂສຊຶ່ງຕໍ່ມາໄດ້ຮັບເລືອກຕັ້ງເປັນປຼະທານາທິບໍດີ..ຝ່າຽຄອມຯລາວໂດຽສຫາຽ ພົລ.ທ.ສະໝານ ວິ
ຍະເກຕ(ແກວມຸກດາຫານ)ກົຼມກາຣເມືອງອາວຸໂສ ອະດີຕຜູ່ຊິ້ນຳງານທຶສດີແລະວັທນະທັມຂອງພັຄມີ"ທຫາຣ
ອາສາວຽຕນາມ"ເສັຽສລະຊີວິຕໃນລາວນັບໝຶ່ນຄົນຊ່ວງສົງຄາມເພື່ອເອກຣາຊຫຼືສມຸນຕົວແທນຮ່ວມກັນ.
    ກາຣຄົ້ນຫາຜູ່ເສັຽຊີວິຕຍັງດຳເນີນມາເຖິງທຸກວັນນີ້ ຖ້າຫາກປຼວັຕິສາສຕຣ໌ຈີນ-ລາວບອກເລົ່າ"ຄວາມສັມ
ພັນທ໌"ມິຕຣພາບ"ປຼະວັຕິສາສຕຣ໌ລາວ-ວຽຕຯກໍເປັນຄວາມສັມພັນທ໌ຣະຫວ່າງສຫາຍຮ່ວມຣົບ. ໃນນັ້ນເປັນ
ຊ່ວງປີທີ່ມີ"ທຫາຣອາສາວຽຕນາມ"ກັບຜູ່ຊຽວຊານວຽຕຯຫຼາຽໝຶ່ນຄົນເຂົ້າປຼະຈຳກາຣໃນລາວ.(ໃສວ່າບໍ່ມີ
ທຫາຣແກວເຂົ້າຣົບໃນລາວ ເຫັນກັນແຈ້ງໂຈ່ງໂປ່ງສາຣະພາບໝົດເປືອກແລ້ວ).
  
      ຕໍ່ມາວ່າຈີນກັບລາວເປັນສັຕຼູກັນຕຼອດຊ່ວງປາຍທົສວັຕິທີ 1970 ແລະຕຼອດທົສວັຕິທີ 1980 ສື່ທາງກາຣ
ຣັຖຯຫຸ່ນຄົງຣາຽງານເຫຕຸກາຣນ໌ທີ່ຈີນຍິງປືນໃຫຍ່ຖລົ່ມພາຄເໜືອລາວເປັນໄລຍະໆນັ້ນເອງ.
   ຄວາມຕຶງຄຽດຫາຽໄປເມື່ອເຖິງກາລລົ້ມສລາຍຂອງສຫະພາບໂຊວຽຕໃນປີ 2534 ເຮັດໃຫ້ວຽຕຯຄອມຯ
ທີ່ມີເສຖກິຈອ່ອນແອຫວາດຜວາໄພຍຈາກກາຣປ່ຽນແປງຢ່າງສັນຕິແບບສຫະພາບໂຊວຽຕທີ່ນຳໂດຽສຫາຽ
ມິຄາອິລ ໂກບາຊອພ ແລະຫັນໄປຫາທາງຄືນດີກັບຄອມຯຈີນອີກຄັ້ງແລະເຂົ້າຊອກຫາທາງເປັນມິຕຣກັບ
ສມາຊິກກຸ່ມເອຊ່ຽນໃນຂນະດຽວກັນ.
    ສຖານະກາຣນ໌ຍັງບັງຄັບໃຫ້ຣັຖບາລຮຸນເຊນຕ້ອງຫັນໄປເຈຣຈາສັນຕິພາບຢ່າງຈິງຈັງກັບຣັຖບາລຜສົມ
ກັມພູຊາປຼະຊາທິປໄຕຍທີ່ມີອະດີຕເຈົ້ານໍໂຣດົມສີຫານຸເປັນຜູ່ນຳແລະມີກຸ່ມອຳນາຈຂເມຣແດງທີ່ຖືກຂັບໄລ່
ຈາກພນົມເປັນເປັນແກນນຳ ກາຣເຈຣະຈາຫຼາຽຄັ້ງໄດ້ນຳໄປສູ່ກາຣເຊັນສັນຍາສັນຕິພາບກຸງປາຣີໃນເດືອນ
ຕຸລາ 2534 ແລະຄອມຯກັມພູຊາເຣິ້ມເຂົ້າສູ່ຍຸຄສັນຕິນຳໄປສູ່ກາຣເລືອກຕັ້ງທົ່ວໄປພາຽໃຕ້ອຳນວຍກາຣຂອງ
ສຫະປຼະຊາຊາຕິໃນປີ 2536.
ແຕ່ຖານະກາຣເປັນກຸ່ມ"ສາມຊາຕິອິນໂດຈີນ"ວຽຕນາມ-ລາວແລະກັມພູຊາກໍຍັງດຳຣົງຢູ່(ຍຸຄປັຈຈຸບັນລາວ
-ຂເມຣກາຽເປັນອານານິຄົມແກວແທນອານານິຄົມຝຼັ່ງເສສ). ສຖານະກາຣນ໌ໂລກທີ່ປ່ຽນໄປໃນຊ່ວງທົສວັຕິ
1990 ເຮັດໃຫ້ອະດີຕສຫາຍໄກສອນ ພົມວິຫານຜູ່ນຳສູງສຸດຂອງລາວຄອມຯຕ້ອງຫາຈັງຫວະເດີນທາງໄປ
ເຢືອນຈີນ ເປັນກາຣສານຕໍ່ຄວາມສັມພັນທ໌ສອງຝ່າຍນຳມາສູ່ກາຣແລກປ່ຽນກາຣເຢືອນໃນຣະດັບສູງອີກ
ຫຼາຽຄນະ.
    ຄວາມສັມພັນທ໌ຈີນ-ລາວຄອມຯພັທນາມາຢ່າງວ່ອງໄວນັບຕັ້ງແຕ່ນັ້ນມາ ປັຈຈຸບັນຈີນໄດ້ກັບມາເປັນຜູ່
ໃຫ້ຄວາມຊ່ອຍເຫຼືອຣາຽໃຫຍ່ທີ່ສຸດສຳລັບລາວຄອມຯອີກຄັ້ງໃໝ່ຣວມທັງເປັນນັກລົງທຶນຣາຽໃຫຍ່ອັນດັບ
ຕົ້ນໆອີກ.
                                     ບົທວິຈາຣນ໌ໃນທັສນະຜູ່ຣາຽງານ

ໃນຄວາມເປັນຈິງຄົນລາວບໍ່ໄດ້ມັກໜັງໜ້າແກວເປັນເດີມພັນຢູ່ແລ້ວ ແຕ່ເຊື່ອວ່າໃນຊ່ວງສົງຄາມຫວັງ
ແກ້ແຄ້ນແລະຂຶ້ນກຳອຳນາຈຣັຖຯນັ້ນ ວຽຕຯຖືໂອກາສອົພຍົບທັງທຫາຣແລະພົລເຮືອນເຂົ້າມາໃນ
ລາວນັບເປັນແສນໆຄົນແລະຍັງມີກາຣບັງຄັບໃຫ້ຜູ່ິງລາວແຕ່ງງານກັບຜູ່ຊາຍວຽຕນາມ. ໃນປັຈຈຸບັນ
ຈຶ່ງມີຄົນລາວເຊື້ອສາຽວຽຕຯອາໃສຢູ່ໃນລາວເປັນຈຳນວນມາກມາຍຊຶ່ງຄົນພວກນີ້ກໍແຊກຕົວຢູ່ໃນກົລໄກ
ຕ່າງໆຂອງຣັຖຯຫຸ່ນທຣົງເຮັດໃຫ້ກາຣຕັດສິນໃຈໃດໆຂອງຣັຖຯຫຸ່ນຖືກແຊກແຊງຈາກທາງຝ່າຽວຽຕຯ
ສເມີມາ ຊຶ່ງຄົນລາວແທ້ໆເຂົາກໍພຍາຍາມຕໍ່ຕ້ານເພື່ອໃຫ້ຫລຸດພົ້ນຈາກກາຣຄອບງຳນີ້ຢູ່ ໂດຽຂໍແບ່ງອອກ
ເປັນສອງຝ່າຍ ໃນຣັຖຯຫຸ່ນຄືຝ່າຍທີ່ນິຍົມຈີນຊຶ່ງເປັນລາວແທ້ຯແລະຝ່າຍນຶ່ງໄປນິຍົມແກວຊຶ່ງເປັນລາວ
ເຊື້ອສາຍວຽຕຯ.
  ແຕ່ໂດຽຮູປກາຣແລ້ວ ອະນາຄົຕຝ່າຍລາວແທ້ອາຈຈະເປັນຝ່າຽຊນະໄດ້ຄອງອຳນາຈໂດຽເດັດຂາດ
ປັຈຈຸບັນຝ່າຍນິຍົມວຽຕຯອ່ອນກຳລັງລົງໄປເນື່ອງຈາກທາງວຽຕຯກໍມີພາວະທີ່ຊຸດໂຊມ ນັບຕັ້ງແຕ່ໂຊ
ວຽຕລົ້ມສລາຍລົງແລະກໍຈຶ່ງຫັນໄປເພິ່ງບາຣະມີສຫະຣັຖຯ ແຕ່ປັຈຈຸບັນສຫະຣັຖຯຊຶ່ງພັຄເດໂມແຄຣຕ
ເຮັດໃຫ້ເສຖກິຈຖົດຖອຽຢ່າງໜັກເຊັ່ນກັນ ເຮັດໃຫ້ວຽຕຯຊຶ່ງໃນຊ່ວງສິບປີຫຼັງເພິ່ງພີງເສຖກິຈຂອງສຫະ
ຣັຖຯເຕັມຕົວນັ້ນພອຍຕົກກະປ໊ອງໄປດ້ວຽແລະອິດທິພົລທາງກາຣເມືອງນັ້ນເປັນດັ່ງທີ່ຊາບກັນດີຫຼັງຈາກ
ສຫະພາບໂຊວຽຕລົ້ມສລາຍ ຈີນກໍແຜ່ອິດທິພົລໄປທົ່ວອິນໂດຈີນແລະຍິ່ງທວີຄວາມເຂັ້ມແຂງທັງທາງ
ເສຖກິຈແລະກາຣເມືອງຫຼາຽຂຶ້ນເຣື້ອຽໆຈຶ່ງບົດບັງວຽຕນາມຈົນມຶດມຸດເປັນໝົດທຸກດ້ານຊຶ່ງຈະເຮັດໃຫ້
ວຽຕນາມອາດໝົດອິດທິພົລໃດໆຕໍ່ລາວໃນອະນາຄົຕອັນໃກ້ນີ້ໄດ້ຢ່າງແນ່ນອນ.

           ເຍີງໃຫ້ເຫັນເປັນອຸທຫອນເຖິງວຽຕອອກໄປ ແຕ່ຈີນເຂົ້າມານັ້ນຄືຄຳຖາມ? 


    
                            "ໃຜກຸ່ມໃດຄົນຂາຍຊາຕິ..?ໃຜກຸ່ມໃດຊັກເສິກເຂົ້າບ້ານບ້ານ?"
                              ຈຸດອັນຕຼາຍໃກ້ມາເຖິງພູມິພາຄເອເຊັຽຕະວັນອອກສຽງໃຕ້
                                 "ຈຸດຍຸທສາສຕຣ໌ຄວາມໝັ້ນຄົງພູມິພາຄຄືປຼະເທສລາວ"
                                         " ປີ 2012 ເປັນປີຊີ້ຂາດຄວາມເປັນຄວາມຕາຍ"

    ພຶຕຕິກັມແລະປະຕິກິຣິຍາ..ຈີນ-ລາວໄດ້ຮ່ວມກັນແນະນຳໜັງສືປຼະວັຕິສາຕຣ໌ມິຕຣພາບຄວາມສັມພັນທ໌
ຣະຫວ່າງສອງປຼະເທສໃນຊ່ວງທົສວັຕິທີ 1970 ອັນເປັນຊ່ວງທີ່ຄວາມສັມພັນທ໌ສອງຝ່າຍຍັງຫວານຊຶ່ນກ່ອນ
ຈະກາຍມາເປັນຄອມຯຕ່າງອຸດົມກາຣນ໌ແລະເປັນສັຕຼູກັນຂ້າມທົສວັຕິຕຼອດຊ່ວງປາຍແຫ່ງສົງຄາມເຢັນເມື່ອ
ຄອມຯລາວເລືອກຫັນໄປເຂົ້າຂ້າມວຽຕຯທີ່ໄດ້ຮັບກາຣສນັບສນຸນຈາກຄ້າຍຄອມຯໃຫຍ໋ທີ່ນຳໂດຽສຫະພາບ
ໂຊວຽຕ.
    "ໃນໜັງສືມິຕຣພາບຈີນ-ລາວໄດ້ບອກເລົ່າປຼະວັຕິສາສຕຣ໌ຊ່ວງປີ 1967-1975 ພ້ອມຮູປປຼະກອບທີ່ຈີນໃຫ້
ຄວາມຊ່ອຍເຫຼືອແກ່ຝ່າຍຄອມຯປຼະເທສລາວ ໂດຽເປີດໂຮງຮຽນໃຫ້ເຖິງ 67 ແຫ່ງຂຶ້ນໃນນານໜິງ ມົນທົລ
ກວາງຊີເພື່ອສອນ(ເປົ່າກຼະໝ່ອມ)ເດັກນ້ອຽຊາວລາວ 1,000 ຄົນ.
  ໃນນັ້ນກໍຄືຊ່ວງປີທີ່ຄອມຯຈີນທຸ້ມຄວາມຊ່ອຍເຫຼືອຢ່າງຮອບດ້ານໃຫ້ແກ່ພັຄຄອມຯໃນຍ່ານເອເຊັຽຯທີ່ກຳ
ລັງທຳສົງຄາມປຼະຊາຊົນຊ່ວງຊີງອຳນາຈຣັຖ ຣວມທັງພັຄຄອມຯແຫ່ງປຼະເທສໄທຍດ້ວຍ.
   ພິທີແນະນຳ(ທວງໜີ້ສົງຄາມແບບໃໝ່)"ໜັງສືມິຕຣພາບ"ດັ່ງກ່າວຈັດຂຶ້ນທີ່ວຽງຈັນທຣ໌ໃນວັນເສົາຣ໌ 24 ທັນ
ວາທີ່ຜ່ານມານີ້ເອງໂດຍສຫາຍ ດຣ.ໄຊສົມແພງ ພົມວິຫານລູກປະຕິກາຣໄກສອນ ພົມວິຫານຮອງປຼະທານ
ສະພາຕົບມືແຫ່ງຊາຕິກັບສຫາຍທອງສາ ປັນຍາສິດ(ປັນຍາທຶບ)ຮອງປຼະທານສຖາບັນວິທຍາສາສຕຣ໌ສັງຄົມ
ແຫ່ງຊາຕິເປັນຕົວແທນຮ່ວມກັບສຫາຍຫວງມິງຈູ ຫົວໜ້າກົມເອກສາຣ ມົນທົລກວາງຊີ ຊຶ່ງເປັນບັນນາທິກາຣ
ໃນກາຣຣາຽງານ.
    ໜັງສືດັ່ງກ່າວ"ເປັນຫຼັກຖານສຳຄັນທີ່ຢືນຢັນເຖິງສາຍສັມພັນທ໌ມິຕຣພາບຫຼື(ທວງໜີ້ສົງຄາມ)ລາວ-ຈີນຫຼືຈີນ
-ລາວທີ່ມີມາແຕ່ນານເພື່ອໃຫ້ລູກຫຼານໄດ້ສຶກສາ". ພຽງຜ່ານໄປບໍ່ນານຫຼັງຝ່າຍຄອມຯຍຶດອຳນາຈກາຣປົກຄອງ
ໃນຄາບສມຸທອິນໂດຈີນ(ສຫະຣັຖຯປັບປ່ຽນຍຸທສາສຕຣ໌ໄປລົ້ມໂຊວຽຕບໍ່ແມ່ນຖອບຫຼືແພ້ສົງຄາມ)ຄວາມສັມພັນ
ຣະຫວ່າງຄ້າຍຄອມຯໃຫຍ່ແຫ່ງເອເຊັຽ(ຈີນ)ກັບຄອມຯລາວ-ຄອມຯວຽຕກໍເຣິ້ມເກີດຣະຫອງຣະແຫງເມື່ອຜູ່ນຳ
ສອງປຼະເທສນີ້ຫັນໄປຕີສນິທຊິດເຊື້ອພິເສສກັບສຫະພາບໂຊວຽຕ ຜູ່ນຳຄອມຯຍູໂຣປຕະວັນອອກທີ່ຄອມຯຈີນ
ໃສ່ຊື່ໃຫ້ວ່າ"ພວກລັດທິແກ້".
    ກາຣແຕກຫັກເກີດຂຶ້ນໃນປາຍປີ 2521-2522 ຕົ້ນປີເມື່ອວຽຕນາມສົ່ງທຫາຣນັບແສນໆຂ້າມສາຍແດນເຂົ້າ
ໄປຂັບໄລ່ຣັຖບາລຂເມຣແດງ(ສມຸນຈີນ)ກຸ່ມພອລພົຕ-ອຽງສາລີ-ຂຽວສັມພັນ ທີ່ຈີນໜຸນຫຼັງອອກໄປຈາກກຸງ
ພນົມເປັນ ຕັ້ງຂເມຣແດງກຸ່ມເຮັງສັມຣິນ-ເຈັຽຊິມກັບຮຸນເຊນຂຶ້ນຄອງອຳນາຈແທນແລະຈີນໄດ້ຕັດຄວາມຊ່ອຍ
ເຫຼືອທີ່ໃຫ້ແກ່ລາວແລະວຽຕນາມທັງໝົດ ຣວມທັງກາຣສ້າງຖນົນຈາກດ່ານບໍ່ແຕນຂອງລາວໄປເຊື້ອມກັບ
ວຽງຈັນທຣ໌ທີ່ຍັງບໍ່ທັນແລ້ວແລະກາຣກໍ່ສ້າງທາງຣົຖໄຟໃນພາຄເໜືອຂອງວຽຕນາມ.
    ໃນຕໍ່ມ່ປຼະມານກາງເດືອນກຸມພາປີດຽວກັນນີ້ ຈີນໄດ້ສົ່ງທຫາຣຫຼາຍແສນຄົນຂ້າມສາຍແດນເຂົ້າມາທາງ
ພາຄເໜືອຂອງວຽຕຯເພື່ອທຳສົງຄາມສັ່ງສອນວຽຕຯ ສຖານີວິທຍຸກຼະບອກສຽງຫຸ່ນລາວແລະສຳນັກຂ່າວ
ທາງກາຣຫຸ່ນລາວຣາຽງານໃນຊ່ວງນັ້ນກ່າວຫາວ່າຈີນຍິງປືນໃຫຍ່ຖລົ່ມແຂວງພາຄເໜືອຂອງລາວຫຼາຽ
ລູກບໍຣິເວນສາຍແດນລາວ-ຈີນ.

                                    (ເຊິນຕິດຕາມເຫຕຸກາຣນ໌ນີ້ຕໍ່)


 ຍຸຄສົງຄາມເຢັນໃຊ້ເສັ້ນຂນານທີ 17 ແບ່ງແກວອອກເປັນແກວເໜືອ-ແກວໃຕ້..ຫຼັງສົງຄາມເຢັນ
ແກວ-ຈີນນຳເອົາເສັ້ນຂນານທີ 17 ມາໃຊ້ໃນດິນແດນລາວແທນ. ເຫັນໄດ້ຈາກອິດທິພົລແກວຍຶດ
ຄອງພາຄໃຕ້ ສ່ວນຈີນຍຶດຄອງທາງພາຄເໜືອຂອງລາວ ໃນຂນະທີ່ສຍາມຍຶດຄອງເມືອງຫຼວງ
ແລະເມືອງຊາຍຝັ່ງແມ່ນ້ຳຂອງຕຼອດແນວ..ຄຳຖາມຈາກປຼະຊາຊົນລາວວ່າ ແຜ່ນດິນຕອນນີ້ໃຜ
ເປັນເຈົ້າຂອງກັນແນ່?
    ຍຸຄສມັຍອານາຈັກຣລ້ານຊ້າງຖືວ່າ"ລາວ"ມີຄວາມແຂງແກ່ງກ້າວໜ້າເຖິງຂັ້ນພູມິພາຄເອເຊັຽ
ທັງໝົດເກງຂາມຣັສມີແລະມີຫຼາຽຊາຕິຫົວຫົດຕົດຫາຍ..ຫຼັງຈາກມາປ່ຽນເປັນສາມອານາຈັກຣຄື
ອານາຈັກຣຫຼວງພຼະບາງ ອານາຈັກຣວຽງຈັນທຣ໌ແລະອານາຈັກຣຈຳປາສັກ ຣາຊອານາຈັກຣລ້ານ
ຊ້າງເລີຍກາຍເປັນສາມພຍາຊົນຊ້າງ..ຜູ່ຫົວເຣາະແລະຍິ້ມໃນໃຈແມ່ນສຍາມປຼະເທສ?ເຂົ້າແຜນ.

    ກ່ອນຍຸຄລ້າເມືອງຂຶ້ນຝຼັ່ງອານາຈັກຣລາວເປັນເມືອງຂຶ້ນຂອງສຍາມຍ້ອນລາວແຕກຄວາມສາ
ມັຄຄີຜ່ານມາຫຼາຍປີ..ໃນຍຸຄລ້າເມືອງຂຶ້ນຝຼັ່ງເສສຫຼືຍຸຄອິນໂດຈີນຝຼັ່ງເສສວຽຕນາມເປັນເມືອງຂຶ້ນ
ຝຼັ່ງ ສ່ວນຣາຊອານາຈັກຣລາວແລະກັມພູຊາເປັນພຽງປຼະເທສອານານິຄົມຝຼັ່ງເສສແລະໃນຊ່ວງນີ້
ເອງແຫລະທີ່ມີກາບກອນຂຽນໄວ້ວ່າ"..ບ້ານເມືອງຂ້ອຽມີຊື່ວ່າເມືອງລາວ  ລວງກວ້າງຍາວສຸດຕາ
ເຫຼືອອ່ານ  ນ້ຳຂອງຜ່ານໄຫຼຜ່າທາງກາງ ມີຖນົນຫົນທາງສວຍງາມສະອາດ..?"


    ຍຸຄສຫາຽໄກສອນ ພົມວິຫານເປັນເລຂາພັຄຄອມຯ-ນາຍົກ ຜູ່ເປັນພໍ່ເຊັນອະນຸຍາຕິໃຫ້ແກວເຊົ່າ
ທີ່ດິນລາວຄັ້ງລະ 20ປີ ຕໍ່ໄປເລື້ອຽໆບໍ່ມີກຳນົດພ້ອມອະນຸຍາຕໃຫ້ຂົນເອົາປຼະຊາຊົນວຽຕຯເຂົ້າມາ
ນັບຫຼາຽແສນຄົນ ປຼະຊາຊົນລາວເຈົ້າຂອງປຼະເທສມີສິດທິເທົ່າກັບສູນຍ໌..ຊັພຍ໌ໃນດິນທາງດ້ານ
ສາຍແດນວຽຕສູນຍ໌ຫາຍພ້ອມປ່າໄມ້ດົງດິບຂຍັບເຂົ້າມາ 60 km.
   ໃນຍຸຄຂອງສຫາຍຈູມມະລີ ໄຊຍະສອນເປັນເລຂາທິກາຣພັຄຄອມຯລວມຫົວກັບສຫາຍໄຊ
ສົມພອນ ພົມວິຫານຜູ່ເປັນລູກໃຊ້ຕຳແໜ່ງຣອງປຼະທານສະພາເຊັນອະນຸຍາຕໃຫ້ຈີນເຊົ່າທີ່ດິນ
ສາມແຂວງພາຄເໜືອຂອງລາວ:ຜົງສາລີ,ຫຼວງນ້ຳທາແລະບໍ່ແຕນຄັ້ງລະ 20 ປີຕໍ່ໂດຍບໍ່ມີກຳນົດ
ພ້ອມຂົນປຼະຊາຊົນຈີນເຂົ້າມາຕັ້ງຖິ່ນຯໃນລາວ 5 ໝຶ່ນຄອບຄົວ ຊັພຍ໌ໃນດິນແລະປ່າໄມ້ຫາຍກ້ຽງ
ຍັງບໍ່ພໍ..ຈີນສວຍໂອກາສເອົາແຫຼ່ງຄາຊິໂນຕັ້ງເປັນບ່ອນຜລິຕຢາເສພຕິດສົ່ງຈຳໜ່າຍທົ່ວສມາ
ຄົມເອຊ່ຽນ.ຊຶ່ງໃນຊ່ວງສົງຄາມເຢັນແກວກັບຈີນເປັນສັຕຼູຕໍ່ກັນເພາະແກວຫັນໄປແລ່ນຕາມກົ້ນ
ໂຊວຽຕດຶງລາວໄປເປັນສົງຄາມຕົວແທນ..ຈີນກັບແກວຈຶ່ງຍິ່ງແຂ້ວໃສ່ກັນ ຊຶ່ງກໍເປັນຊ່ວງເວລາ
ໃກ້ຄຽງກັນນີ້ເອງທີ່(ໂຊວຽຕ)ຣັສເຊັຽມາທວງໜີ້ສົງຄາມໂດຽມີແກວຂນາບຂ້າງລາວຢູ່ນີ້ຣັສເຊັຽ
ກໍໄດ້ເຂົ້າມາຈັດຕັ້ງແລະເປີດສູນຍ໌ວັທນະທັມໃນລາວພ້ອມຫໍສມຸທນຳເອົາຕຳຣາມາກຊ໌-ເລນິນ
ກັບເຂົ້າມາໃນລາວອີກຫຼັງຈາກຕຳຣາດັ່ງກ່າວຖືກນັກສຶກສາລາວລຸ້ນໃໝ່ເຕະລົງບຶງພຼະທາຕຸຫຼວງ
    ຢ່າງໃດກໍດີຂໍກ່າວໂດຍຫຍໍ້ໆ..ວ່າເມື່ອຈີນມອງເຫັນວ່າອິດທິພົລຕົນຈະຫາຍໃນເອເຊັຽຕະວັນ
ອອກສຽງໃຕ້ໂດຽສເພາະກຸ່ມຜູ່ນຳລາວທີ່ອ່ອນທາງຍຸທສາສຕຣ໌ແລະດ້ອຍທາງວິຊາກາຣດ້ານ
ຄວາມໝັ້ນຄົງກໍຈຶ່ງສວຍໂອກາສເຊີນສຫາຍໄຊສົມແພງ ພົມວິຫານໄປເຢືອນຫຼືເປົ່າກຼະໝ່ອມທີ່
ປັກກິ່ງເປັນຄັ້ງແຣກນັບແຕ່ສົງຄາມເຢັນຍຸຕິລົງແລະສວຍໂອກາສສຖາປນາຄວາມສັມພັນທ໌ໃຫ້
ເປັນປົກຕິອີກຄັ້ງໃໝ່ໂດຽໃຫ້ສຫາຍໄຊສົມແພງເປັນປຼະທານເປີດຕົວໜັງສືມິຕຣພາບລາວ-ຈິນ
ໃນວັນເສົາຣ໌ 24 ທັນວາຜ່ານມານີ້ເອງຮ່ວມກັບຜູ່ແທນຝ່າຍຈີນຈາກມົນທົລກວາງຊີແລະທີ່ເລົ່າ
ມານີ້ເປັນພຽງພາຄສ່ວນນຶ່ງຄອຍຕິດຕາມອ່ານຕໍ່!!ເຖິງລາຍລະອຽດ"ຈຸດຍຸທສາສຕຣ໌ຂອງຈີນຈະ
ຄຸມເອເຊັຽຕາວັນອອກສຽງໃຕ້ທັງໝົດຈຶ່ງໃຊ້ຕຳຣາພິຊັຍສົງຄາມຂອງຂົງເບ້ງຄື ທຸ້ມຊຶ້ຜູ່ນຳທັງທາງ
ກາຣເມືອງແລະກາຣທຫາຣຂອງພູມິພາຄໂດຍໃຊ້ຍຸທສົງຄາມ"ສາມບາດຄ້ອນ"ຄືເດີນເສຖກິຈ
ອອກໜ້າຕາມດ້ວຍກາຣທຫາຣປິດລ້ອມດ້ວຍກາຣເມືອງ ຊຶ່ງສຫະຣັຖຯຮູ້ກົລຍຸທຂອງຈີນມານານ
ແລ້ວເຊັ່ນກັນ..ຣະວັງຈະຖືກອະເມຣິກາເຕະຜ່າຫີບຫຼັງເລືອກຕັ້ງຜູ້ນຳປຼະເທສເສັດສັບ!!