Tuesday, February 5, 2013

                         ປ​ຼະ​ຊາ​ຊົນ​ລາວເຂົ້າ​ໃຈ​ແລະ​ກໍ​ຫາ​ຣູ້​ຊຶ້ງ​ໃນຮະ​ບົບ​ໂຈ​ຮາ​ທິ​ປ​ັ​ຕ​ຮ​ແຕ່​ກໍ​​ເກືອບສາຍ​ເກີນ​ແກ້
        ແລະ​ປ​ຼະ​ຊາ​ຊົນ​ລາວ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ໃນ​ສິດ​ທິ​ແລະ​ຫ​ນ້າ​ທີ່​ພົ​ລ​ເມືອງ​ດີ​ພຽງ​ພໍ ໃນ​ຂ​ນະ​ທີ່​ກຸ່ມ​ໂຈ​ຮາ​ທິ
ປັ​ຕ​ຮ​ອອກ​ກົ​ຕ​ຄວບ​ຄຸມ,ຕັດ​ສິດ​ທິ​ເສ​ຮີ​ພາບ.
   ແຕ່​ຢ່າງ​ໃດ​ກໍ​ຕາມ ປ​ຼະ​ຊາ​ຊົນ​ບໍ່​ຄວນ​ລົດ​ລະ​ໃຫ້​ພ​ຍາ​ຍາມ​ສ້າງ​ຄວາມ​ສາ​ມັ​ຄ​ຄີ​ກຼົມ​ກຽວ​ຈັບ​ມື​ຖື​ແຂນ​ກັນ
ແລະ​ຕຼຽມ​ຕຼະ​ໂກນ​ພ້ອມໆ​ກັນ​ວ່າ ຮັ​ຖ​ບາ​ລ​ໂຈ​ຮາ​ທິ​ປັ​ຕ​ຮ​ລະ​ເມີດ​ສິດ​ທິ​ເສ​ຮີ​ພາບ​ຂອງ​ປ​ຼະ​ຊາ​ຊົນ​ລາວ​ແລະ
ໃຊ້​ກົ​ຕ​ຫມູ່​ຕາງ​ກົ​ຕ​ຫມາຍ​ບີບ​ບັງ​ຄັບ​ກົດ​ຂີ່​ປ​ຼະ​ຊາ​ຊົນພ້ອມ​ກັບ​ປ​ຼະ​ກາ​ສວ່າ​ພວກ​ເຣົາ​ຕ້ອງ​ກາ​ຮ​ປ່ຽນ​ຮະ​ບອບ
ໄປ​ສູ່​ປ​ຼະ​ຊາ​ທິ​ປ​ໄຕ​ຍ​ໃຫ້​ເປັນ​ສາ​ກົ​ລ​ເພື່ອ​ຄວາມ​ຄົງ​ຢູ່​ແລະ​ເປັນ​ປ​ຼະ​ໂຍ​ຊ​ນ໌​ໄວ້​ໃຫ້​ແກ່​ລູກ​ຫຼານ​ລາວ.
     ໃນ​ເຫ​ຕຸ​ປັ​ຈຈັຍຜ່ານ​ມາ​ທີ່​ແກວ​ຕັດ​ສິນ​ໃຈ​ຣ່ວມ​ກໍ​ເພາະ​ແກວ​ຫລິງ​ເຫັນ​ໃນ​ອະ​ນາ​ຄົ​ຕວ່າ:
-ປ​ຼະ​ເທ​ສ​ລາວ​ຄື​ສ​ຖານ​ທີ່​ລະ​ບາຍ​ປ​ຼະ​ຊາ​ຊົນ​ແກວ
-ແກ​ວ​ສ​ນັບ​ສ​ນຸນ​ແລະ​ສົ່ງ​ກຳ​ລັງ​ຫ​ນຸນ​ກາ​ຮ​ປຸ້ນ​ອຳ​ນາ​ຈ​ປ​ຼະ​ຊາ​ຊົນ​ຂອງ​ກຸ່ມ​ໂຈ​ຮາ​ທິ​ປັ​ຕ​ຮ​ລາວ​ກໍ​ເພາະ​ຫວັງ
  ຜົ​ລ​ປ​ຼະ​ໂຍ​ຊ​ນ໌​ຫຼາຍ​ດ້ານ​ຄື:ວັດ​ຖຸ​ດິບ​ປ້ອນ​ໂຣງ​ງານ​ແກວ,ປ່າ​ໄມ້​ເປັນ​ເຮື້ອງ​ຫຼັກ.
-ເພື່ອ​ເປັນ​ທາງ​ຜ່ານ​ໄປ​ຕີ​ແກວ​ໃຕ້​ຕາມ​ເສັ້ນ​ທາງ​ໄມ້​ລົ້ມ​ແບ່ງ​ຫຼື​ເສັ້ນ​ຂ​ນານ​ທີ 17 ຮະ​ຫວ່າງ​ແກວ-ລາວ.
-ແລະ​ຍຶດ​ຄອງ​ລາວ-ກັມ​ພູ​ຊາ​ໃຫ້​ຂຶ້ນ​ກັບ​ແກວ​ຕາມ​ຣອຍ​ຝ​ຼັ່ງ​ເສ​ສ​ຄື​ສ​ຫະ​ພັນ​ອິນ​ໂດ​ຈີນ​ແຫ່ງວຽ​ຕ​ນາມ​ສືບ
  ຕໍ່ນະ​ໂຍ​ບາຍ​ຝ​ຼ່ັງ​ເສ​ສແລະ​ຊ່ວງ​ກາ​ຮ​ຕໍ່​ສູ້​ກຸ່ມ​ກາ​ຮ​ຂ່າວ​ພິ​ເສ​ສ​ຂອງ​ຝ​ຼັ່ງ​ທີ່​ຢູ່​ໃນ​ວຽ​ຕ​ນາມ​-ຂ​ເມ​ຮ​ແລະ​ນັ້ນ
  ເອງ​ເປັນ​ຜູ່ສັ່ງ​ຂ່າວ​ກາ​ຮ​ເຄື່ອນ​ໄຫວ​ຕ່າງໆ​ທັງ​ລາວ​ແລະ​ຂ​ເມ​ຮ​ໃຫ້​ແກ່​ກຸ່ມ​ສ​ຫາຍ​ວຽ​ຕ​ນາມໂດຽ​ສ​ເພາະ
ກາ​ຮ​ເຄື່ອນ​ໄຫວ​ຂອງ​ຮັ​ຖ​ບາ​ລ​ປ​ຼະ​ເທ​ສ​ທີ່​ສ​ຫະ​ຮັ​ຖຯ​ໃຫ້​ກາ​ຮ​ຊ່ອຍ​ເຫຼືອ​ໃນ​ພູ​ມິ​ພາ​ຄ​ເອ​ເຊັຽ​ຕະ​ວັນ​ອອກ​ສຽງ
 ໃຕ້​ເພາະ​ຄິດຄຽດ​ແຄ້ນ​ໃຫ້​ອະ​ເມ​ຮິ​ກາ​ທີ່​ຝ​ຼັ່ງ​ເສັຽໄຊຍ໌​ດຽນ​ບຽນ​ຟູບໍ່​ຍອມ​ຣ່ວມ​ມື​ກັບ​ຝ​ຼັ່ງ​ເສ​ສ ອັນ​ນີ້​ຄື​ປັ​ຈ​ຈັຍ
ຕົ້ນ​ຕໍ​ຂອງ​ສົງ​ຄາມ​ເຢັນ​ທີ່​ອະ​ເມ​ຮິ​ກາ​ສັ່ງ​ຖອນ​ກຳ​ລັງ​ສ​ຫະ​ຮັ​ຖຯ​ອອກ​ຈາກ​ພູ​ມິ​ພາ​ຄ​ແລ້ວ​ຫັນ​ໄປ​ຫຼິ້ນ​ງານ​ເສົາ
ຫຼັກ​ຂອງ​ລັດ​ທິ​ໂຊວຽ​ຕນັ້ນ​ຄື​ໄປ​ພັງ​ກຳ​ແພງ​ເບີ​ຮ໌​ລີນນັ້ນ​ເອງ ບໍ່​ແມ່ນ​ອະ​ເມ​ຮິ​ກາ​ເສັຽ​ໄຊ​ຍ໌​ໃຫ້​ວຽ​ຕ​ນາມ​ຕາມ
ກາ​ຮ​ໂຄ​ຊ​ນາ​ຊວນ​ເຊື່ອ​ຂອງ​ຝ່າຍ​ຕຼົງ​ຂ້າມ.
                                  
 
                                  5   ກຸມ​ພາ   2013    ຮັ​ຖ​ບາ​ລ​ຍິ່​ປຸ່ນ​ໂຈກ​ຮັ​ຖ​ບາ​ລຈີນ
     ຮັ​ຖ​ບາ​ລ​ຍິ່​ປຸ່ນ​ປ​ຼະ​ທ້ວງ​ຈີນ​ຫຼັງ​ຕຼວ​ຈ​ພົບ​ເຣືອ​ຈີນ​ຍິງ​ເຮ​ດາ​ຮ໌​ຄ້າຍ​ກັບ​ນຳ​ຣ່ອງ​ມິ​ສ​ໄຊ​ດ໌​ຍິງ​ເຂົ້າ​ໃສ່​ເຣືອ​ລາ​ຕ​
ເວ​ຮຂອງ​ຍິ່​ປຸ່ນ​ບໍ​ຮິ​ເວຮເກາະພິ​ພາ​ທ. ນາຍ​ອິ​ຕ​ສຸ​ໂຮ ໂອ​ໂນ​ເດ​ຮະ ຮມ​ຕ.ປ້ອງ​ກັນ​ປ​ຼະ​ເທ​ສ​ຍິ່​ປຸ່ນ​ເປີດ​ເຜີຍ​ເຫ​ຕຸ
ກາ​ຮ​ນ໌​ເຣືອ​ຈີນ​ຍິງ​ເຮ​ດາ​ຮ໌​ຄ້າຍ​ກັບ​ເຮ​ດາ​ຮ໌​ນຳ​ຣ່ອງ​ມິ​ໄຊ​ດ໌​ຍິງ​ໃຫ​ສ່​ເຣືອ​ລາ​ຕ​ເວ​ຮ​ຍິ່​ປຸ່ນ ແຕ່​ບໍ່​ໄດ້​ຍິງ​ຈ​ຮວດ
ມິ​ສ​ໄຊ​ດ໌. ໂດຽ​ເຫ​ຕຸ​ກາ​ຮ​ນ໌​ຄັ້ງ​ນີ້​ເກີດ​ຂຶ້ນ​ໃນ​ຊ່ວງ​ອາ​ທິ​ຕ​ຍ໌​ຜ່ານ​ມາ​ໃກ້​ກັບ​ຫມູ່​ເກາະ​ເຊ​ນຸ​ກາ​ກຸ ບໍ​ຮິ​ເວ​ຮ​ທະ​ເລ
ຈີນ​ຕະ​ວັນ​ອອກ.
    ໂດຽ​ຮັ​ຖ​ບາ​ລ​ຍິ່​ປຸ່ນ​ໄດ້​ປ​ຼະ​ທ້ວງ​ຢ່າງ​ຣຸນ​ແຣງ​ຜ່ານຊ່ອງ​ທາງ​ກາ​ຮ​ທູ​ຕ​ແລະ​ຮະ​ບຸ​ວ່າ​ເຫ​ຕຸ​ກາ​ຮ​ນ໌​ຄັ້ງ​ນີ້​ຈະ​ສົ່ງ​
ຜົ​ລກຼະ​ທົບ​ຕໍ່​ຄວາມ​ສັມ​ພັນ​ທ໌​ຮະ​ຫວ່າງ​ສອງ​ປ​ຼະ​ເທ​ສ​ແນ່ນອນ. ນອກ​ນັ້ນ ຮມ​ຕ.ປ້ອງ​ກັນ​ປ​ຼະ​ເທ​ສ​ຍິ່​ປຸ່ນ​ຍັງ​ເນັ້ນ
​ຢ້ຳອີກວ່າ​ກາ​ຮ​ລ໊ອກ​ຫຼື​ຍິງ​ສັນ​ຍານ​ເຮ​ດ້າ​ຮ໌​ຄັ້ງ​ນີ້​ເປັນ​ເຮື້ອງ​ທີ່​ບໍ່​ປົກ​ຕິ​ແລະ​ຍອມ​ຣັບ​ວ່າ​ກາ​ຮກຼະ​ທຳ​ດັ່ງ​ກ່າວ​ຂອງ
ຈີນ​ຈະ​ເຣັດ​ໃຫ້​ເກີດ​ຄວາມ​ຕຶງ​ຄຽດ​ຮະ​ຫວ່າງ​ສອງ​ປ​ຼະ​ເທ​ສ​ເພິ້ມ​ຂຶ້ນ​ຫາກ​ເກີດ​ສິ່ງ​ທີ່​ຜິດ​ພາດ.
     ໃນ​ຂ​ນະ​ບໍ່​ເທົ່າ​ໃດ​ວັນ​ຜ່ານ​ມານີ້ ຮມ​ຕ.ປ້ອງ​ກັນ​ປ​ຼະ​ເທ​ສ​ຍິ່​ປຸ່ນ​ຍັງ​ເປີດ​ເຜິຍ​ວ່າ​ເຣ​ລິ​ຄອ​ປ​ເຕີ​ຮ໌​ທ​ຫາ​ຮ​ຍິ່​ປຸ່ນ​ລຳ
ນຶ່ງ​ກໍ​ຫາ​ຖືກ​ເຮ​ດ້າ​ຮ໌​ດັ່ງ​ກ່າວ​ຍິງ​ໃສ່​ລັກ​ສ​ນະ​ທີ່​ຄ້າຍ​ຄຶງ​ກັນ​ນີ້​ເຊັ່ນ​ດຽວ​ກັນ. ຢ່າງ​ໃດ​ກໍ​ຕາມ​ເຖິງ​ຂ​ນະ​ນີ້​ຮັ​ຖ​ບາ​ລ
ຈີນ​ຫຼື​ກອງ​ທັ​ພ​ຈີນ​ຍັງ​ບໍ່​ປ​ຼາ​ກົ​ຕ​ອອກ​ມາ​ຕອບ​ໂຕ້​ເຖິງ​ເຮື້ອງ​ທີ່​ເກີດ​ຂຶ້ນ​ດັ່ງ​ກ່າວ​ເລີຍ.

Sunday, February 3, 2013

                                                                     ທັມ​ເຕືອນ​ໃຈ 4
                         "Environmental graffiti.com ຫ​ນັງ​ສື​ທັມ​ເຕືອນ​ໃຈ ແຕ່​ທ່ານ​ປ​ຼະ​ມາ​ທ"
    "ດູ​ກ່ອນ ພິກ​ສຸ​ທັງ​ຫລາຍ ສຸ​ນັ​ຂ​ເຂົາ​ຜູກ​ໄວ້​ດ້ວຍ​ເຊືອກ ຖືກ​ຫລອມ​ໄວ້​ທີ່​ຫຼັກ​ຫຼື​ເສົາ​ອັນ​ຫມັ້ນ​ຄົງ"ຍ່ອມ​ຈະ
ວິ້ງວົນ​ວຽນ​ຫຼັກ​ຫຼື​ເສົາ​ນັ້ນໆ​ເອງ..ແມ້​ສັນ​ໃດ ປຸ​ຖຸ​ຊົນ​ຜູ່​ບໍ່​ໄດ້​ສ​ດັບ​ຣັບ​ຟັງກໍ​ສັນ​ນັ້ນເຫມືອນ​ກັນ​ແລ..ບໍ່​ໄດ້​ເຫັນ
ພ​ຼະ​ອະ​ຮິ​ຍະ​ເຈົ້າ ບໍ່​ສາ​ມາດ​ໃນ​ອະ​ຮິ​ຍະ​ທັມ ບໍ່​ເຫັນ​ສັ​ຕ​ບຸ​ຮຸ​ສ ບໍ່​ສາ​ມາດ​ໃນ​ສັ​ປ​ປຸ​ຮິ​ທັມ​ຍ່ອມ​ຕາມ​ເຫັນ​ຣູ​ປ
ໂດຽ​ຄວາມ​ເປັນ​ຄົນ ເຫັນ​ຕົນ​ມີ​ຣູ​ປ ເຫັນ​ຣູ​ປ​ໃນ​ຕົນ ເຫັນ​ຕົນ​ໃນ​ຣູ​ປ​ກໍ​ຄົງ​ບໍ່​ພົ້ນ​ຈາກ​ຊາ​ຕິ​ຊ​ຮາ ມໍ​ຮະ​ນະ ໂສ
ກະ ປ​ຮິ​ເທວະ ທຸກ​ຂ໌ ໂທ​ມະ​ນັ​ສ ອຸ​ປາ​ຍາ​ສະ ເຣົາ​ກ່າວ​ວ່າ​ຍ່ອມ​ບໍ່​ພົ້ນ​ໄປ​ຈາກ​ທຸກ​ຂ໌​ແນ່ນອນ.
     -ໂອ​ກາ​ສ​ທີ່​ເປັນ​ມະ​ນຸ​ສ​ຍ໌​ໃນ​ໂລກນີ້​ກຳ​ລັງ​ຫມົດ​ໄປ​ທຸກ​ຄືນ​ວັນ
     -ວັຍ​ເສື່ອມ​ໄປ​ທຸກ​ຂ​ນະ ທີ່​ຫລັບ​ຕາ​ແລະ​ມືນ​ຕາ.
       ຂອງ​ຫາຍ​ຄື​ຕົວ​ຢ່າງ​ຂອງ​ກາ​ຮ​ພັດ​ພາກ​ເລັກ​ນ້ອຍ ສ່ວນ​ກາ​ຮ​ຕາຍນັ້ນ​ຕ້ອງ​ຈາກ​ທຸກ​ສິ່ງ​ພຽງ​ຊາ​ຕິ​ດຽວ​ທີ່
ພົບ​ກັນ ແລ້ວ​ບໍ່​ໄດ້​ພົບ​ກັນ​ອີກ ຕ່າງ​ຄົນ​ກໍ​ຕ່າງ​ໄປ​ຕາມ​ກັມ​ຂອງ​ຕົນ​ທີ່​ໄດ້​ສ້າງ​ສະ​ສົມ​ໄວ້. ເກີດ​ມາ​ເປັນ​ບຸ​ຄ​ຄົ​ລ
ນຶ່ງໆ​ພຽງ​ຊາ​ຕິ​ດຽວ​ບໍ່​ນານ​ແລ້ວ​ກໍ​ຈາກ​ໄປ​ພົ້ນ​ສະ​ພາບ​ຄວາມ​ເປັນ​ບຸ​ຄຄົ​ລນັ້ນ​ບໍ່​ເຫຼືອ​ໄວ້​ເລີຍ..ບໍ່​ຣູ້​ໂລກ​ຊາ​ຕິ
ປາງ​ກ່ອນ​ທີ່​ທຸກ​ຄົນ​ຈາກ​ມານັ້ນ ບໍ່​ຣູ້​ວ່າ​ຊາ​ຕິ​ປາງ​ກ່ອນ​ມີໃຜຍັງ​ຣ້ອງ​ໄຫ້​ຄິດ​ເຖິງເຣົາ​ຢູ່..ບໍ່​ຣູ້​ວ່າ​ຄົນ​ເກີດ​ໃຫມ່
ເຄີຍ​ເປັນ​ໃຜ​ທີ່ເຣົາ​ເຄີຍ​ຣູ້​ຈັກ​ມັກ​ຄຸ້ນ​ມາ​ກ່ອນ​ແມ້​ແຕ່​ລູກ​ແລະ​ເມັຍ​ເຮົາ ສນັ້ນ​ຈຶ່ງ​ຄວນ​ມີ​ເມ​ຕ​ຕາ​ຕໍ່​ກັນ​ເອົາ​ໄວ້
      ດັ່ງ​ນັ້ນ​ເຣົາ​ຕ້ອງ​ທຳ​ດີໄວ້ກັບ​ທຸກ​ຄົນ​ທີ່​ເຣົາ​ພົບ​ເຫັນ ເພາະ​ບໍ່​ຣູ້​ວ່າ​ເມື່ອ​ໃດ​ຈະ​ຈາກ​ກັນ​ໄປ ຈະ​ຕ້ອງ​ທອດ​ຖິ້ມ
ທຸກ​ສິ່ງ​ຢ່າງ​ໄວ້​ຄື​ທຸກ​ບົ​ທ​ແຫ່ງ​ກັມ​ທີ່​ສ້າງ​ໄວ້​ຄາວ​ເປັນ​ມະ​ນຸ​ສ​ຍ໌​ສາ​ໂລກນັ້ນ​ເອງແລະ​ຢຸດ​ແຕ່​ວັນ​ນີ້​ເປັນ​ຕົ້ນ​ໄປ
ຫາກ​ຕ້ອງ​ກາ​ຮ​ເປັນ​ປຸ​ຕຸ​ຊົນ​ທີ່​ປອດ​ຄວາມ​ຊົ່ວ​ຕຼອດ​ກາ​ລ.
                                                                     ທັມ​ເຕືອນ​ໃຈ 6
                                       (ຄວາມ​ຣູ້​ຫ​ນ້ອຍ ຢ່າ​ຄິດ​ຄອງ​ເມືອງ ຣົ່ມ​ຜ້າ​ເຫຼືອງ​ຢ່າ​ຈ​າຄວາມ​ບ້ານ)
                                " ຣັກ​ສາ​ໂຮ​ຄ​ທາງ​ໃຈໄດ້ ທຸກ​ຂ໌ທຸກໆ​ທາງ​ຈະ​ເບົາ​ບາງ​ລົງ​ໄດ້​ແຕ່​ຕ້ອງ​ປົງ​ໃຫ້​ຕົກ "
                                          (ທີ່​ມາ​ຂອງໂຮ​ຄ​ທາງ​ໃຈ​ເກີດ​ຈາກ...ໂລ​ພະ..ໂທ​ສະ...ໂມ​ຫະ)
ໃຈ​ຂອງ​ເຣົາ​ມີ​ແຜ​ຢູ່​ກ່ອນ​ແລ້ວ​ຄື ມີ​ໂລ​ພະ ...ໂລ​ພະ..ໂມ​ຫະ ເມື່ອ​ເປັນ​ອະ​ກຸ​ສົ​ລ​ເພິ້ມ​ຂຶ້ນມາອີກແຜ​ໃຈ​ຈະ​ຍິ່ງ
ຂ​ຍາຍ​ໃຫ​ຍ່​ຂຶ້ນ. (ຄວາມ​ພໍ​ໃຈ​ໃນ​ຣູ​ປ ສຽງ ກິ່ນ ຮົ​ສ  ໂຜ​ຕ​ຖັ​ພ​ພະ ເປັນ​ເຫ​ຕຸ​ໃຫ້​ເກີດ​ໂທ​ສະ​ໄດ້) .
   ສະ​ພາບ​ທັມ​ທີ່​ຍຶດ​ຖື​ວ່າ​ເປັນ​ສັ​ຕວ໌​ບຸ​ຄ​ຄົ​ລ​ຕົວ​ຕົນ​ເຣົາ​ນັ້ນ ເປັນ​ພຽງ​ນາມ​ທັມ​ແລະ​ຣູ​ປ​ທັມ ຊຶ່ງ​ສົມມຸ​ຕິຣຽກ​ຊື່
ໄປ​ຕາມ​ອາ​ກາ​ຮ​ທີ່​ປ​ຼາ​ກົ​ຕ​ຕ່າງໆ​ກັນ​ເທົ່າ​ນັ້ນ. ແຕ່​ໂດຽ​ລັກ​ສ​ນະ​ທີ່​ແທ້​ຈິງ​ແລ້ວ​ກໍ​ເປັນ​ສະ​ພາບ​ທັມ​ແຕ່​ລະ​ປ​ຼະ​ເພ​ທ
ທີ່​ເກີດ​ຂຶ້ນ​ເພາະ​ເຫ​ຕຸ​ປັ​ຈ​ຈັຍ​ແລ້ວ​ກໍ​ດັບ ເກີດ​ດັບ​ສືບ​ຕໍ່​ກັນ​ໄປ​ເລື້​ອຽໆ
    ພຽນ​ລະ​ລຶກ​ຣູ້​ສະ​ພາບ​ລັກ​ສ​ນະ​ທີ່​ກຳ​ລັງ​ປ​ຼາກົ​ຕເພື່ອ​ລະ​ຄວາມ​ຍຶດ​ຫມັ້ນ​ເຫັນ​ຜິດ​ວ່າ​ເປັນ​ຕົນ. ສິ່ງ​ທີ່​ເຫັນ​ທາງ​
ຕາທັງ​ຫມົດ​ເປັນ​ພຽງ​ສີ​ສັນ​ຕ່າງໆ ເມື່ອ​ຈຳ​ຄວາມ​ຕ່າງ​ຂອງ​ສີ​ເປັນ​ຣູ​ປ​ຣ່າງ ເຣັດ​ໃຫ້​ຄິດ​ນຶກ​ເປັນ​ວ​ັດຖຸບຸ​ຄ​ຄົ​ລ​ຕ່າງໆ
ຄວາມ​ຈິງ​ແລ້ວ​ເປັນ​ແຕ່​ພຽງ​ສິ່ງ​ທີ່​ປ​ຼາ​ກົ​ຕ​ໃຫ້​ເຫັນ​ທາງ​ຕາ​ເທົ່າ​ນັ້ນ​ເອງ ພາ​ກັນ​ໄປ​ຫຼົງ​ຮັກ​ຊອບ ຕິດ ຍຶດ​ຫມັ້ນ​ກໍ
ເພາະ​ບໍ່​ຣູ້​ຄວາມ​ຈິງ​ຂອງ​ສະ​ພາບ​ທັມ​ທີ່​ພຽງ​ເກີດ​ຂຶ້ນ ປ​ຼາ​ກົ​ຕ​ແລ້ວ​ດັບ​ໄປ​ເທົ່າ​ນັ້ນ.
                  (ນາມ​ທັມ​ທີ່​ຣູ້​ອາ​ຮົມ​ ຄິດ​ນຶກ​ເຮື້ອງ​ຕ່າງໆ ເມື່ອ​ຄິດ​ຖືກ​ຈຶ່ງ​ຈະ​ເປັນ​ກຸ​ສົ​ລ​ແລ)
                                            (ຄວາມ​ຣູ້​ຈະ​ເຣັດ​ໃຫ້​ເປັນ​ທຸກ​ຂ໌)
                                              ກົ​ຕ​ແຫ່ງ​ກັມ"ເຣົາ​ຈະແກ້​ກັມ​ຫຼື​ເຣົາ​ຈະ​ເພີ້ມ​ກັມ"
  ກຸ່ມ​ໂຈ​ຮາ​ທິ​ປັ​ຕ​ຮ​ລາວ​ພ​ຍາຍາມແກ້​ກັມ​ຫຼື​ເພີ້ມ​ກັມ​ເພາະ​ດ້ວຍ​ວິ​ທີ​ກັມ​ຕ່າງໆ​ລ້ວນ​ແລ້ວ​ແຕ່​ເປັນ​ກາ​ຮກຼະ
ທຳ​ທີ່ເພີ້ມ​ກັມ​ເຊັ່ນ ກາ​ຮ​ສໍ້​ຮາ​ສ​ບັງ​ຫຼວງ ກາ​ຮ​ໃຊ້​ກົ​ຕ​ປ່າ​ເຖື່ອນ​ຕໍ່​ຊົນ​ໃນ​ຊາ​ຕິ​ດ້ວຍ​ວິ​ທີ​ກາ​ຮ​ຕ່າງໆ ​ເຖິງ​ແມ່ນ
ຈະ​ປິດ​ບັງ​ອຳ​ພາງປານ​ໃດກໍ​ຕາມ​ກໍ​ຍັງ​ບໍ່​ພົ້ນ​ສາຍ​ຕາ​ທູ​ສາ​ນຸ​ທູ​ຕ​ແລະ​ຊາວ​ຕ່າງ​ປ​ຼະ​ເທ​ສ.
  ທຶ​ສ​ດີ​ລວງ​ໂລກ​ແບບ​ປາກວ່າ ຕາ​ຂ​ຍິບ ມື​ຖື​ສາກ​ປາກ​ຖື​ສິ​ລນັ້ນ​ຈະ​ນຳ​ມາ​ໃຊ້​ກັບ​ເທຄໂນ​ໂລ​ຍີ່​ສື່​ສາ​ຮມວ​ລ
ຊົນ​ສ​ມັຍ​ໃຫມ່​ບໍ່​ໄດ້​ອີກ​ຕໍ່ໄປ​ແລ້ວແລະ​ກາ​ຮ​ບໍ​ຮິ​ຫາ​ຮ​ປ​ຼະ​ເທ​ສ​ໃນ​ຮະ​ບົບ​ກົບ​ໃນ​ນ້ຳ​ສ້າງ​ຜ່ານ​ມາ 38 ປີ​ຊຶ່ງ​ໃນ
ກາ​ຮ​ພັ​ທ​ນານັ້ນ​ເທົ່າ​ທີ່​ສັງ​ເກ​ຕ​ຕິດ​ຕາມ​ມາ​ຣູ້​ໄດ້​ວ່າ​ບໍ່​ແມ່ນ​ຈາກ​ຄວາມ​ຣູ້​ຄວາມ​ສາ​ມາດ​ຈາກ​ມັນ​ສມອງ​ຂອງ
ພວກ​ເຂົາ. ທັງ​ຫມົດ​ລ້ວນ​ແຕ່​ແມ່ນ​ຈາກ​ກາ​ຮ​ຈ້າງວານ​ຂອງ​ກຸ່ມ​ສວຍ​ໂອ​ກາ​ສ​ແກວ-ໄທ​ຍເປັນ​ຜູ່​ດຳ​ເນີນ​ກາ​ຮ
ໃຫ້ແລະ​ພວກ​ກຸ່ມ​ບໍ​ຮິ​ຫາ​ຮ​ຈັດ​ກາ​ຮ​ພາຍ​ໃນ​ຮັ​ຖຯ​ກໍ​ລ້ວນ​ແຕ່​ເປັນບຸຄ​ຄ​ລາ​ກອນ​ເກີດ​ໃນ​ຊ່ວງ​ປີ 1970-1975
ແມ້​ແຕ່​ບຸ​ຄ​ຄ​ລາ​ກອນ​ຫົວ​ເກົ່າທີ່​ເອີ້ນ​ຕົນ​ເອງວ່າ​ນັກ​ປະ​ຕິ​ວັ​ຕິ​ຍິ່ງ​ຕົກ​ໄກ​ພວກ​ຫົວ​ດີໆ​ແລະ​ຖືກ​ໄປ​ຣຽນ​ຕ່າງ​ປ​ຼະ​ເທ​ສ
ມາ​ກໍຖືກ​ແກວ​​ຂ້າ​ລ້າງ​ໂຄ​ຕ​ຮ ແມ້​ແຕ່​ລູກ​ຊາຍ​ສ​ຫາຍ​ສຸ​ພາ​ເອງ​ກໍ​ຖືກ​ແກວຂ້າ.
    ສນັ້ນ​ກາ​ຮ​ແກ້​ກົ​ຕ​ຫ​ນີ​ກັມ​ໂດຽ​ຖື​ເອົາ​ແຕ່​ພັ​ຄ​ພວກ​ເຄືອ​ບາ​ຕິ​ໂກ​ໂຫ​ຕິ​ກາ​ຂອງ​ພວກ​ຕົນ​ໂດຽ​ໃຊ້​ອຳ​ນາ​ຈ​ເຖື່ອນ
ຂອງ​ລັດ​ທິ​ຄອມ​ມິວ​ນິ​ສາ​ທິ​ປັ​ຕ​ຮ​ລາກ​ກັນ​ຂຶ້ນ​ດຶງ​ກັນ​ລົງ​ຫຼື​ປ່ຽນ​ກັນ​ກິນ​ປ່ຽນ​ກັນ​ສ້າງ​ກັມ​ໂດຽກະ​ຕິ​ກາ​ຂອງ​ລັດ​ທິ
ໂຈ​ຮາ​ທິ​ປັ​ຕ​ຮ​ໃຊ້​ກົ​ລ​ມົນ​ຕ໌​ອຳ​ພາງ​ທາງ​ປາກວ່າ​ແກ້​ກົ​ຕ ແຕ່​ສ້າງ​ກັມ​ໄວ້​ຫວັງ​ພົ້ນ​ຜິດ ກັມ​ທີ່​ສ້າງ​ບໍ່​ເຄີຍ​ໃຊ້​ທັມ​ມະ
ມາ​ນຳ​ທາງ ມີ​ແຕ່​ປາກ​ແລ້ວ​ສ້າງ​ພາບ​ລວງ​ຕາ. ເສັ​ຈ​ແລ້ວ​ກໍ​ຖື​ວ່າ​ພົ້ນ​ບ່ວງ​ກັມ​ຖິ້ມ​ຄວາມ​ຜິດ​ແລະ​ບາ​ປ​ທັງ​ປວງ
ຜ່ານ​ພົ້ນ​ມາ​ໄດ້ 38 ປີ​ແລ້ວ​ຄົງ​ຫມົດ​ກັມ​ຈຶ່ງ​ຖື​ວ່າ​ກຸ່ມ​ສ​ຫາຍ​ແກ້​ກົ​ຕ​ຫ​ນີ​ກັມ​ທີ່​ທຳ​ຊົ່ວ​ໄວ້​ກັບ​ຊາ​ຕິ​ທີ່​ຫຼົງ​ເມົາ​ມົວ
ເຫຼົ່າ​ນັ້ນ​ຄົງ​ຫ​ນີ​ບໍ່​ພົ້ນ​ກົ​ຄ​ແຫ່ງ​ກັມ​ແລະ​ກົ​ຕ​ແຫ່ງ​ກັມ​ອັນ​ນີ້​ຄົງ​ບໍ່​ມີ​ໃຜ​ສາ​ມາດ​ຫລຸດ​ພົ້ນ​ບ່ວງ​ຂອງ​ກັມ​ທີ່​ຕົນ​ສ້າງ
ໄວ້ ຕ່າງ​ແຕ່​ສ້າງ​ກັມ​ດີ​ຫຼື​ຊົ່ວ​ຕ້ອງ​ໄດ້​ຣັບ​ເທົ່າ​ທຽມ​ກັນ.

Saturday, February 2, 2013

                                             ຂໍ້​ຄິດ​ເພື່ອເຕືອນ​ສ​ຕິ​​ຕິດຕາມ​ຕຳ​ຮາພິ​ຊັຍ​ສົງ​ຄາມ​ຂອງຈີນ??
ໃນ​ເມື່ອ​ບົນ​ທ້ອງ​ຟ້​າ​ຣອບ​ຈັກ​ຮ​ວາ​ຮ​ເຕັມ​ໄປ​ດ້ວຍ​ດາວ​ທຽມ​ແລະ​ຕິດ​ຕາມ​ດ້ວຍ​ສາຍ​ກາ​ຮ​ບິນຮົບຂອງ​ສ​ຫະ​
ຮັ​ຖຯພາ​ຄ​ພຶ້ນ​ດິນໃນ​ຫຼາຍ​ປ​ຼະ​ເທ​ສມີ​ທັງ​ຖານ​ຕິດ​ຕັ້ງ​ຂີ​ປ​ນາ​ວຸ​ທ​ແລະ​ກອງ​ທ​ຫາ​ຮ​ຂອງ​ສ​ຫະ​ຮັ​ຖຯ​ປ​ຼະ​ຈຳ​ກາ​ຮ
ໃນ​ປ​ຼະ​ເທ​ສ​ພັນ​ທ໌​ມິ​ຕ​ຮ​ຂອງ​ສ​ຫະ​ຮັ​ຖຯ​ບໍ່​ວ່າ​ໃນ​ຍູ​ໂຮ​ປ ອັ​ຟ​ຮິ​ກາ ລາ​ຕີນ​ອະ​ເມ​ຮິ​ກາ ໂລກ​ອາ​ຫ​ຮັບ​ແມ້​ແຕ່​ໃນ
ເອ​ເຊັຽ​ຕະ​ວັນ​ອອກ​ແລະ​ນອກນັ້ນ​ພາຍ​ໃຕ້​ມ​ຫາ​ສ​ມຸ​ທ​ຮແລະ​​ບົນ​ພຶ້ນ​ທີ່ມ​ຫາ​ສ​ມຸ​ທ​ຮ​ກໍ​ລ້ວນ​ແຕ່ມີ​ກາ​ຮ​ເຄື່ອນ
ໄຫວ​ໄປ​ມາ​ຂອງກອງ​ກຳ​ລັງ​ພິ​ທັກ​ສ໌​ຂອງ​ສ​ຫະ​ຮັ​ຖຯ ສ​ຫະ​ຮັ​ຖ​ຈຶ່ງ​ບໍ່​ແຄ​ຮ໌​ກາ​ຮ​ເຄື່ອນ​ໄຫວ​ຂອງ​ຈີນ​ເພາະ​ແມ້
ແຕ່​ຕົວ​ຈີກ​ຫລີດ,ຈິ​ນາຍ ໄສ້​ເດືອນ​ຢູ່​ໃຕ້​ດິນ ໃຕ້​ມ​ຫາ​ສ​ມຸ​ທ​ຮ ສ​ຫະ​ຮັ​ຖຯ​ຣູ້​ດີ​ວ່າ​ມັນ​ກຳ​ລັງ​ເຣັດ​ຫຽັງຢູ່???
     ແລ້ວ​ບັ​ຫາ​ໂລກ​ທີ່​ກຳ​ລັງ​ວຸ້ນ​ວາຍ​ກັນ​ຢູ່ນີ້​ສ​ຫະ​ຮັ​ຖຯ​ຍ່ອມ​ຣູ້​ແລະ​ເຂົ້າ​ໃຈ​ວ່າ​ຈະ​ແກ້​ໄຂ​ບັນ​ຫາ​ເຫລົ່າ​ນີ້​ຢ່າງ
ໃດ?ນັບ​ຫຼັງ​ຈາກ​ສົງ​ຄາມ​ເຢັນ​ສິ້ນ​ສຸດ​ລົງ​ໂດຽ​ສ​ເພາະ​ໃນ​ໂລກ​ໃບ​ນີ້​ມະ​ຫາ​ເສ​ຖ​ຖີ​ໂລກ​ເບີ​ຮ໌  1ແມ່ນ​ອະ​ເມ​ຮິ​ກາ
ເປັນ​ຜູ່​ນຳ​ຫ​ນ້າ​ທີ່​ມີສ​ເພາະ​ແຣ່ທາ​ຕຸທອງ​ຄຳທີ່​ແປ​ຣູ​ປ​ແລ້ວຊ​ນິດ​ດຽວ​ເຖິງ  6,876 tones ຍັງ​ບໍ່​ຄິດ​ໄລ່​ເພັ​ຊ
ນິບ​ຈິນ​ດາ​ແລະ​ທີ່​ຫຼາຍ​ປ​ຼະ​ເທ​ສ​ນຳ​ມາ​ຝາກ​ໄວ້​ໃນ​ສ​ຫະ​ຮັ​ຖຯ​ເພາະ​ສ​ຫະ​ຮັ​ຖຯ​ບໍ່​ເຄີຍມີກາ​ຮ​ປະ​ຕິ​ວັ​ຕິ​ຮັ​ຖ​ປ​ຼະ​
ຫາ​ຮຍ່ອມ​ມີ​ຄວາມ​ປອດ​ໄພ​ຍ​ຈຶ່ງ​ສະ​ນຸກ​ເກັບ​ດອກ​ຈາກ​ກາ​ຮ​ຝາກ​ຂອງ​ປ​ຼະ​ເທ​ສ​ຕ່າງ​ໆແລະ​ລອງ​ຈາກ​ສ​ຫະ​ຮັ​ຖຯ
ກໍ​ແມ່ນ​ຍິ່​ປຸ່ນ​ເປັນ​ມ​ຫາ​ເສ​ຖ​ຖີ​ເບີ​ຮ໌​ສອງ​ຊຶ່ງ​ກໍ​ເປັນ​ຊາວ​ເອ​ເຊັຽ​ຄອງ​ຕຳ​ແຫ​ນ່ງ​ເບີ​ຮ໌​ສອງ​ມາ​ຕຼອດ​ກາ​ລ.
    ສນັ້ນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສາມ​ຈະ​ເກີດ​ຂຶ້ນ​ໄດ້​ຍ່ອມ​ມີ​ເຫ​ຕຸ​ປັ​ຈຈັຍຫຼາຍ​ຢ່າງ​ປ​ຼະ​ກອບແລະນອກນັ້ນ​ຕ້ອງ​ຜ່ານ
ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ 7 ປ​ຼະ​ເທ​ສມ​ຫາ​ເສ​ຖ​ຖີ​ດ້ານ​ອຸ​ຕ​ສາ​ຫະ​ກັມ​ຄື:
-ສ​ຫະ​ຮັ​ຖ​ອະ​ເທ​ຮິ​ກາ
-ຍິ່​ປຸ່ນ
-ຝ​ຼັ່ງ​ເສ​ສ.
-ອັງ​ກ​ຮິ​ສ.
-ເຢ​ຮະ​ມັນ​ນີ.
- ​​ກາ​ນາ​ດາ.
-ອິ​ຕາ​ລີ
                    ຫາກ​ປ​ຼະ​ເທ​ສ​ເຫຼົ່າ​ນີ້​ຕົກ​ລົງ​ພ້ອມ​ໃຈ​ກໍ​ເຫັນ​ວ່າ​ຫລີກ​ບໍ່​ພົ້ນ..ສນັ້ນ​ກາ​ຮ​ທີ່​ຫຼາຍ​ຄົນ​ເຊັຽ​ຮ໌​ຈີນນັ້ນ​ໃຫ້
ເປີດ​ວັ​ຈ​ນາ​ນຸ​ກົມ​ຂອງ​ສົງ​ຄາມ​ໂລກ​ເບິ່ງ​ໃຫ້​ດີໆ...ສ​ຫະ​ຮັ​ຖຯ​ມີ 50 State ກໍ​ຄື  50 ສາງ​ທອງ​ຄຳ​ຕ່າງ​ແຕ່​ວ່າ/ນ້ອຍ​
ໃຫ​ຍ່ໄປ​ຕາມ​ສະ​ພາບ​ຂອງ​ແຕ່ລະຮັ​ຖຯ ອັນ​ນີ້​ແຫລະ​ຄື​ຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ອະ​ເມ​ຮິ​ກາ​ເມືອງ​ສວັນ!!!
    ດັ່ງ​ນັ້ນ​ກາ​ຮ​ເຄື່ອນ​ໄຫວ​ຂອງ​ຈີນ​ຈຶ່ງ​ເປັນ​ພຽງ​ຕຳ​ນານ​ເຊີດ​ສິງ​ຫ໌​ໂຕ​ແລະ​ຕຳ​ນານ​ເຈັກ​ຫຼິ້ນ​ຍ້ຽວ​ແລະ​ເປັນ​ພຽງ
ຕົດ​ໃຫ້​ພວກ​ເສືອ​ຫິວ​ຫຼື​ພວກ​ກົບ​ໃນ​ນ້ຳສ້າງ ຟັງ​ແລະ​ເຫັນ​ພຽງ​ເທົ່າ​ນັ້ນ..ໃນ​ສັ​ຕວັ​ຕິນີ້​ກຸ່ມ​ຫົວ​ໂຈກ​ໂຈ​ຮາ​ທິ​ປັ​ຕ​ຮ
ກໍ​ເຫຼືອ​ພຽງ 2 ສ​ຫາຍ​ຄື ຈີນ​ແລະ​ແກວ​ແລະ​ກຸ່ມ​ພວກນີ້​ກໍພ​ຍາ​ຍາມແອບ​ອ້າງ​ເອົາ​ລັດ​ທິ​ຄອມຯ​ມາ​ເປັນ​ເສື້ອ​ຫົ່ມ
ເພື່ອ​ເປັນ​ກາ​ຮ​ຄານ​ອຳ​ນາ​ຈ​ກັບ​ໂລກ​ເສ​ຮີ​ຄື​ສ​ຫະ​ຮັ​ຖຯ​ເປັນ​ຫົວ​ຫ​ນ້າ.
     ລັດ​ທິ​ຄອມຯ​ບໍ່​ມີ​ເສ​ຖ​ຖີ​ຫຼື​ມະ​ຫາ​ເສ​ຖ​ຖີ​ເພາະ​ອຸ​ດົມ​ກາ​ຮ​ເຂົາ​ຄື​ເທົ່າ​ທຽມ​ກັນ..ຫາກ​ໃນ​ປ​ຼະ​ເທ​ສ​ຈີນ​ແລະ​ແກວ
ເກີດ​ມີມ​ຫາ​ເສ​ຖ​ຖີ​ກໍ​ຈຶ່ງ​ບໍ່​ແມ່ນ​ປ​ຼະ​ເທ​ສ​ຄອມຯ​ກາຍ​ເປັນ​ກຸ່ມ​ປ​ຼະ​ເທ​ສ​ໂຈ​ຮາ​ທິ​ປັ​ຕ​ຮ.
      ດັ່ງ​ນັ້ນ​ກາ​ຮ​ເຄື່ອນ​ໄຫວ​ຊ້ອມ​ຮົບ​ຂອງ​ຈີນ​ເທື່ອນີ້​ຕາມ​ຮາຍ​ງານກຼະ​ບອກ​ສຽງ​ຂີນ​ຫົວ​ແຫ່ງ​ຮັ​ຖຯ​ລາຍ​ງານ
ວ່າ​ເມື່ອ 1/1/2013 ຜ່ານ​ມາ​ເຣືອ​ພິ​ຄາ​ຕ 1ລຳ​ເຣືອ​ຟ​ຮິ​ເກ​ຕຕິດ​ຂີ​ປ​ນາ​ວຸ​ທ 2ລຳ​ຂອງກອງ​ທັ​ພ​ປົດ​ປ່ອຍ​ຈີນເດີນ
ທາງ​ຈາກ​ທ່າ​ເຣືອ​ເມືອງ​ຊິນ​ເຕົາ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ ຂ​ນະ​ທີ່​ຜູ່​ສັງ​ເກ​ຕ​ກາ​ຮ​ນ໌​ຮະ​ບຸ​ວ່າ​ເຣືອ​ຮົບ​ເຫຼົ່າ​ນັ້ນ​ມຸ້ງ
ຫ​ນ້າ​ໄປ​ຍັງ​ຝັ່ງ​ຕາ​ວັນ​ຕົກ​ມ​ຫາ​ສ​ມຸ​ທ​ຮ​ປາ​ຊິ​ຟິກ​ໂດຍ​ຜ່ານ​ນ່ານນ້ຳ​ຮະ​ຫວ່າງ​ເກາະ​ໂອ​ກິ​ນາ​ວາ​ກັບ​ເກາະ​ມິ​ຍາ
ໂກະ​ຂອງ​ຍິ່​ປຸ່ນ​ຫຼັງ​ເສັດ​ສີ້ນ​ກາ​ຮ​ຊ້ອມ​ຮົບ​ໃນ​ທະ​ເລ​ເຫຼືອງ​ແລະ​ທະ​ເລ​ຈີນ​ຕາ​ວັນ​ອອກ.
     ດ້ານ​ກຼະຊວງ​ປ້ອງ​ກັນ​ປ​ຼະ​ເທ​ສ​ຈີນ​ຮາຍ​ງານ​ວ່າ​ເປັນ​ກາ​ຮ​ຊ້ອມ​ຮົບ​ປ​ຼະ​ຈຳ​ປີ​ຕາມ​ປົກ​ຕິ​ເທົ່າ​ນັ້ນ​ຊຶ່ງ​ເມື່ອ​ປາຍ
ປີ​ຜ່ານ​ມາ​ຮັ​ຖ​ບາ​ລ​ໄດ້​ເຜີຍ​ນະ​ໂຍ​ບາຍ​ທີ່​ມຸ້ງ​ຫວັງ​ວ່າ​ຈີນ​ຈະ​ກ້າວ​ຂຶ້ນ​ເປັນ​ມ​ຫາ​ອຳ​ນາ​ຈ​ທາງ​ທະ​ເລ..ຜູ່​ສັງ​ເກ​ຕ​
ກາ​ຮ​ນ໌ຮະ​ບຸ​ວ່າ​ກາ​ຮ​ຊ້ອມ​ຮົບ​ຄັ້ງ​ຫຼັງ​ນີ້​ຈີນ​ມີ​ຈຸດ​ມຸ້ງ​ຫມາຍ​ເພື່ອ​ຂ​ຍາຍ​ຂີດ​ຄວາມ​ສາ​ມາດ​ໃນ​ກາ​ຮ​ປະ​ຕິ​ບັ​ຕິ​ງານ
ໃນ​ນ່ານນ້ຳ​ເປີດ​ຖ້າມ​ກາງ​ບັນ​ຫາ​ຄ​ວາມ​ຂັດ​ແຍ່ງ​ເຮື້ອງ​ກັມ​ສິດ​ທິ​ເຫ​ນືອ​ຫມູ່​ເກາະ​ໃນ​ພູ​ມິ​ພາ​ຄ.

Friday, February 1, 2013

                                                        ທັມ​ມະ​ທາງ​ໃຈ 5   
       ອ່ານ​ຂ່າວ​ຝ່າຍ​ໂລກ​ເຣັດ​ໃຫ້​ປວດ​ກະ​ບາ​ລ​ຈຶ່ງ​ຊອກ​ບໍ​ຮິ​ບົ​ທ​ທັມ​ມະ​ມາ​ໃຫ້​ອ່ານເພື່ອ​ເປັນ​ປັ​ຈ​ຈັຍ
             ໃນ​ກາ​ຮ​ບັ​ລ​ເທົາແລະ​ຫຼົງ​ຢູ່​ໃນຄຳ​ວ່າ ໂກ​ສະ ໂມ​ຫະ ໂລ​ພະ ໂທ​ສະຂອງວັນ​ພັກ​ຜ່ອນນີ້:
    ທ່ານ​ວ່າ ອັນ​ນຶ່ງ​ໆ ສຸ​ຂ ທຸກ​ຂ໌​ຕາມ​ໃນ​ເຮື້ອງ​ທີ່​ໃຈ​ຄິດ​ນຶກ​ຫຼາຍກວ່າ ສຸ​ຂ ທຸກ​ຂ໌​ທາງ​ກາຍ.
-​ຈິ​ຕ​ຄິດ​ຕາມ​ສຽງ​ທີ່​ໄດ້​ຍິນ​ຄິດ​ເຖິງ​ຄວາມ​ຫມາຍ​ຂອງ​ຄຳ​ທີ່​ເປັນ​ສຽງສ​ູງໆ​ຕ່ຳໆ..
-ຊື່ ຄິດ​ເຖິງ​ແຕ່​ພຽງ​ຊື່ ທັງ​ຕາຍ​ຫຼື​ຢູ່​ກໍ​ເຫມືອນໆ​ກັນ.
-ຄວາມ​ຄິດ​ຫຼັງຊອບ​ເຮື້ອງ​ຮາວ​ບັນ​ຍັ​ຕິ​ທີ່​ບໍ່​ມີ​ຫຽັງເລີຍ
-ຄວາມ​ຄິດ​ຫຼອກ​ຕົວ​ເອງວ່າ​ຫ​ນັງ ລະ​ຄອນ ຣູ​ປ​ພາບ ວິ​ທ​ຍຸ ໂທ​ຮະ​ທັມ​ນ໌ ເສັ້ນ​ບົນ​ກຼະ​ດາ​ສ​ເປັນ​ຈິງ.
-ຈິ​ຕ​ຄິດ​ວ່າ​ເຮື້ອງ​ເກົ່າໆ​ດ້ວຍ​ຄວາມ​ຣັກ ໂລ​ພ ໂກ​ທ ຫຼົງ ເປັນ​ອະ​ກຸ​ສົ​ລ​ຣັບ​ເຄາະ​ຫ໌​ກັມ​ໂດຽ​ຊື່ນ​ຕາ.
-ໂລ​ພະ​ຊອບ​ເຮື້ອງ​ທີ່​ຄິດ​ເປັນ​ສົມ​ບັ​ຕິ​ບັນ​ຍັ​ຕິ​ຕ່າງໆ ຄິດ​ເຖິງ​ຮາ​ພ​ຍົ​ສ ສັ​ລ​ເສິນ ສຸ​ຂ ບໍ​ຮິ​ວາ​ຮ​ເຮື້ອງ​ທີ່​ຄິດ​ຫຼື
  ສິ່ງ​ອື່ນ​ໃດ​ທັງ​ສິ້ນ​ຈະ​ຫມົດ​ໄປ​ໃນ​ທັນ​ທີ​ຂ​ນະ​ທີ່​ຈິ​ຕ​ດັບ​ລົງ​ຊັ​ພ​ຍ໌​ສົມ​ບັ​ຕິ​ທີ່​ມີ​ກໍ​ຫມົດ​ສິ້ນ​ໄປ​ພ້ອມໆ​ກັບ​ກາ​ຮ​ດັບ
  ຂອງ​ສັງ​ຂາ​ຮແລະ​ຈິ​ຕ.
-ມີ​ຄວາມ​ສຸ​ຂ​ບໍ່​ໄດ້ ຖ້າ​ຍັງ​ຄິດ​ບໍ່​ດີ​ຢູ່​ຕໍ່​ໄປ.
-ນຶກ​ເຖິງ​ຈິ​ຕ​ບໍ່​ດີ​ຂອງ​ຜູ່​ອື່ນ​ເຣັດ​ໃຫ້​ເກີດ​ໂທ​ສະ​ເປັນ​ທຸກ​ຂ໌.
-ຜູ່​ທີ່​ເວົ້າ​ອາ​ຈ​ບໍ່​ໄດ້​ຄິດ​ຕາມ​ທີ່​ເຣົາ​ຄິດ ຈະ​ເດົາ​ໃຈ​ໃຜ​ບໍ່​ໄດ້​ວ່າ​ເຂົາ​ນັ້ນ​ຄິດ​ຢ່າງ​ໃດ.
-ທ່ານ​ກຳ​ລັງ​ໂກ​ທ​ຄວາມ​ຄິດ​ຂອງ​ທ່ານ​ຢູ່​ກັບ​ຜູ່​ທີ່​ທ່ານ​ໂກ​ທນັ້ນ ເຂົາ​ອາ​ຈກຳ​ລັງ​ທຳ​ດີ​ຫຼື​ກຳ​ລັງ​ສວດ​ມົ​ລ​ຕ໌​ຢູ່​ກໍ​ໄດ້.
-ປ​ຼາ​ຖ​ນາ​ສິ່ງ​ໃດໆ​ແລ້ວ​ບໍ່​ໄດ້​ກໍ​ເປັນ​ທຸກ​ຂ໌.
-ທີ່​ໃດ​ມີ​ບັນ​ຫາ ທີ່ນັ້ນ​ເກີດ​ໂລ​ພະ ໂທ​ສະ ໂທ​ຫະ ຈະ​ມືດ​ມົນ.
-ຊີ​ວິ​ຕ​ເຣົາ​ສັ້ນ​ທີ່​ສຸດ ຢ່າ​ມົວ​ໄປ​ຄິດ​ເສັຽ​ເວ​ລາ​ຈັດ​ກາ​ຮ​ກັບ​ຜູ່​ອື່ນ ສະ​ສົມ​ປັນ​ຍາ​ເພື່ອ​ຈັດ​ກາ​ຮ​ກັບ​ຕົວ​ເຣົາ​ໃຫ້​ດີ​ທີ່​ສຸດ
  ນັ້ນ​ແຫລະ​ຄື​ຕົວ​ຕົນ​ທີ່​ເປັນ​ປ​ຼະ​ໂຍ​ຊ​ນ໌.
                      (ຫ​ນັງ​ສື​ທັມ​ເຕືອນ​ໃຈ ແຕ່​ທ່ານມັກ​ປ​ຼະ​ມາ​ທ)