Tuesday, July 31, 2012

ເຂື່ອນໄຊຍະບຸຮີເປົ້າຫມາຍໃຫຍ່ຂອງບໍຮິສັທກາຮຊ່າງກັບສຫາຍວີຮະພົລ ວີຮະວົງ ຮມຕ.ຊ່ອຍກຼະຊວງພລັງ
ງານລາວຂອງຮັຖຯຫຸ່ນຊຶ່ງຮວມຫົວກັນນັ້ນມີຢູ່ 3 ສິ່ງຕ້ອງກາຮຈະບໍ່ແມ່ນເຈາະຈົງແຕ່ສເພາະກາຮສ້າງເຂື່ອນ
ໄຟຟ້າພລັງນ້ຳເທົ່ານັ້ນຄື:
-ຕົ້ນຕໍຄວາມຕ້ອງກາຮນັ້ນແມ່ນໄມ້.
-ແຣ່ທາຕຸວັດຖຸດິບແລະ
-ພລັງງານໄຟຟ້າແທ້ໆມີພຽງ 40%.
   ສນັ້ນເງື່ອນໄຟຟ້າໄຊຍະບຸຮີຈຶ່ງຖືເປັນແຫຼ່ງສ້າງຮາຍໄດ້ທີ່ສຳຄັນໃຫ້ກັບບໍຮິສັທກາຮຊ່າງແລະສຫາຍວີຮະ
ພົລ ວີຮະວົງ..ມຫາສີລາ ວີຮະວົງທຳທຳລາຍໄວຍກອນອັຄຮະພາສາລາວ ຕົກມາຍຸຄຄອມຯ ຄອງເມືອງ
ລູກຊາຍສາມາດຢູ່ໄດ້ແລະຮວມຫົວຊໍກາຮຊ່າງໂກງຊາຕິທີ່ເຂື່ອນໄຊຍະບຸຮີສຫາຍວີຮະພົລຈຶ່ງກາຍເປັນຄົນ
ຂາຍຊາຕິອີກສຫາຍນຶ່ງ.
     ນອກຈາກເຂື່ອນໄຊຍະບຸຮີນີ້ແລ້ວຍັງມີເຂື່ອນຂອງຈີນທີ່ສ້າງໃສ່ລຳແມ່ນຳຂອງຕອນບົນອີກ 8 ເຂື່ອນນີ້
ຄືອາວຸທແລະຍຸທສາສຕຮ໌ສຳຄັນຂອງຈີນເພື່ອຕຼຽມໄວ້ດັບສູນຍ໌ພູມີພາຄເອເຊັຽຕະວັນອອກສຽງໃຕ້ໃຫ້
ຍ່ອມຕົກເປັນເບັ້ຽລ່າງທາງຍຸທສາສຕຮ໌ຄວາມຫມັ້ນຄົງພູມິພາຄ.
    ອິງຕາມຮາຍງານຂອງສຳນັກຂ່າວຕ່າງປຼະເທສສບັບ 7/22/2012 ຮະບຸວ່າເຖິງແມ່ນປຼະເທສທີ່ຢູ່ຕອນລ່າງ
ແມ່ນ້ຳຂອງທັງພມ້າ-ລາວ-ໄທຍ-ກັມພູຊາແລະວຽຕນາມຊຶ່ງກໍຫາຜ່ານພົ້ນຈາກມຫາອຸທົກໄພຍຍັງຕົດບໍ່ເຫີຍ
ກໍຕາມແຕ່ໃນເວລານີ້ກໍມີທ່າທີວ່າຈະຕ້ອງໄດ້ພະເຊີນກັບໄພຍແຫ້ງແລ້ງທີ່ຈະມີຮະດັບຣ້າຍແຣງບໍ່ຫນ້ອຍໄປ
ກວ່າໄພຍນ້ຳຖ້ວມທີ່ເຄີຍເກີດຂຶ້ນເມື່ອຕົ້ນປີ 2010. ເນື່ອງຈາກສຖານະກາຮນ໌ຂອງຮະດັບນ້ຳຂອງເວລານີ້ໄດ້
ລົດລົງຢ່າງວ່ອງໄວເຫມືອນກັບທີ່ເຄີຍເກີດຂຶ້ນເມື່ອ 2 ປີກ່ອນທີ່ສົ່ງຜົລໃຫ້ຊາວວຽງຈັນທຮ໌ໄດ້ຣັບຄວາມເດືອດ
ຣ້ອນຢ່າງຖ້ວນຫນ້າຍ້ອນ"ຄວາມຣູ້ຫນ້ອຍໄປຄິດຄອງເມືອງ ນຸ່ງຜ້າເຫຼືອງໄປຈາຄວາມບ້ານ" ນັ້ນເອງສເພາະ
ໃນນະຄອນວຽງຈັນທຮ໌ຄວາມຕ້ອງກາຮນ້ຳໂດຍສເລັ່ຽແລ້ວ 180,000 ລູກບາສກ໌ເມຕຮຕໍ່ວັນເທົ່ານັ້ນ. ທັງນີ້
ໂດຽຮັຖວິສາຫະກິຈນ້ຳປຼະປາລາວໄດ້ໃຫ້ເຫຕຸຜົລວ່າເປັນເພາະຮະດັບນ້ຳໃນແມ່ນ້ຳຂອງທີ່ນະຄອນວຽງ
ຈັນທຮ໌ນັ້ນໄດ້ລົດລົງຫຼາຍສຸດເປັນປຼະວັຕິກາຮນ໌ຈົນເຖິງຂນາດທີ່ຕ້ອງໄດ້ນຳຮົຖຂຸດລົງໄປຕັກຊາຍເພື່ອເຣັດ
ໃຫ້ພຶ້ນທີ່ຮອງຮັບນ້ຳໃນແມ່ນ້ຳຂອງນັ້ນເລິກລົງແລະກວ້າງຂຶ້ນທັງຍັງຕ້ອງໄດ້ຂຸດຣ່ອງເພື່ອຜັນນ້ຳຈາກແມ່
ນ້ຳຂອງລົງສູ່ພຶ້ນທີ່ຮອງຣັບນ້ຳດັ່ງກ່າວອີກດ້ວຍ.
    ສ່ວນໃນເຂຕພາຄເຫນືອນັ້ນມີຮາຍງານຂ່າວຈາກສື່ທ້ອງຖິ່ນຂອງລາວເອງວ່າຊ່ວງເວລາດຽວກັນນີ້ບໍ່ສາ
ມາດເດິນເຣືອໂດຍສາຮໃນແນວນ້ຳຂອງຈາກເມືອງຫ້ວຍຊາຍແຂວງບໍ່ແກ້ວໄປທີ່ທີ່ເຣືອເມືອງປາກແບງ
ແຂວງອຸດົມໄຊແລະຕໍ່ໄປຍັງທ່າເຣືອຫຼວງພຼະບາງໄດ້ຕາມປົກຕິເພາະຮະດັບນ້ຳຂອງໄດ້ລົດລົງຈົນແຫ້ງ
ຂອດ ທັ້ງໆທີ່ໃນຄວາມເປັນຈິງນັ້ນຣ່ອງນ້ຳຕາມແນວນ້ຳຂອງໃນເຂຕພາຄເຫນືອຂອງລາວຈະເລິກກວ່າໃນ
ເຂຕຕອນລ່າງກໍຕາມ.
   ແລະຍິ່ງໄປກວ່ານັ້ນດ້ວຍສະພາບກາຮນ໌ທີ່ຮະດັບນ້ຳຂອງໄດ້ລົດຕ່ຳລົງຢ່າງກຼະທັນຫັນເຊັ່ນນີ້ກໍໄດ້ສົ່ງຜົລ
ກຼະທົບຢ່າງສາຫັສຕໍ່ກາຮເພາະປູກພືຊຜົລທາງກາຮກະເສຕຮໃນລາວຢ່າງກວ້າງຂວາງໂດຍສເພາະຜົລ
ກຼະທົບຕໍ່ແຜນກາຮທຳນາປັງຊຶ່ງຮັຖຯຫຸ່ນໄດ້ວາງເປົ້າຫມາຍທີ່ຈະສົ່ງເສິມໃຫ້ກະເສຕຮກອນປູກເຂົ້າໃນຮະ
ດູແລ້ງ ໃຫ້ໄດ້ເນື້ອທີ່ກວ້າງຂຶ້ນທຸກປີກໍຕາມ.  
    ທັງນີ້ກໍສືບເນື່ອງມາຈາກກຸ່ມອົງຄ໌ກາຮອະນຸຮັກສ໌ຯທັງໃນໄທຍແລະພັນທ໌ມິຕທີ່ຢູ່ໃນຕ່າງປຼະເທສນັ້ນ
ຕ່າງເຊື່ອວ່າສາເຫຕຸສຳຄັນທີ່ສຸດທີ່ເຣັດໃຫ້ຮະດັບນ້ຳໃນແມ່ນ້ຳຂອງລົດຕ່ຳລົງຢ່າງຫນັກຈົນເຫັນຜິດປົກຕິ
ເຊັ່ນນີ້ກໍເພາະວ່າເຂື່ອນຂນາດໃຫຍ່ 4 ເຂື່ອນບົນແນວແມ່ນ້ຳຂອງໃນເຂຕມົນທົລຫຍຸນນ່ານ ໃນນັ້ນກໍຄືເຂື່ອນ
ມັ່ນວານ,ເຂື່ອນຕ້າເສົາຊານ,ເຂື່ອນຊຽງຣຸ່ງແລະເຂື່ອນສຽວວານນັ້ນໄດ້ປິດປຼະຕູນ້ຳເຂື່ອນເພື່ອເກັບກັກນ້ຳ
ໄວ້ສຳລັບຜລິຕກຼະແສໄຟຟ້າແລະສນອງນ້ຳໃຫ້ກັບພຶ້ນທີ່ກາຮກະເສຕຮໃນມົນທົລຫຍຸນນ່ານນັ້ນເອງ.
                      ເມື່ອຫາກຈີນບີບໃຫ້ 5 ປຼະເທສຫາງນ້ຳຕ້ອງທຳຕາມຈີນສັ່ງ..ເພາະເວລານີ້ຈີນກຳລັງເດືອດ
ຣ້ອນເຮື້ອງວັດຖຸດິບປ້ອນໂຣງງານແລະພລັງງານເພື່ອກ້າວກຼະໂດດຂຶ້ນເປັນເສືອເສຖກິຈໂຕທີ 9 ໃຫ້ທັນກັບ
ຄວາມຕ້ອງກາຮແລ້ວ ສະພາເອຊ່ຽນ 10 ຊາຕິທີ່ວ່ານີ້ອາຈກາຍມາເປັນໂຣງລິເກຂອງຈີນໄດ້ໃນພິບຕາມ.
   
      

Monday, July 30, 2012

ຄວາມວິຕົກຂອງຍິ່ປຸ່ນທີ່ມີຕໍ່ກາຮເຄື່ອນໄຫວຂອງກອງທັພເຣືອຈີນ
ສຳນັກຂ່າວຕ່າງປຼະເທສຮາຍງານເມື່ອ 7/29/2012
  ກຼະຊວງປ້ອງກັນປຼະເທສຍິ່ປຸ່ນສເນີຮາຍງານປຼະຈຳປີຮະບຸວ່າຄວາມເຄື່ອນໄຫວຂອງກອງທັພເຣືອຈີນເປັນ
ປຼະເດັນສຳຄັນທີ່ສ້າງຄວາມວິຕົກຕໍ່ເອເຊັຽຕະວັນອອກແລະປຼະຊາຄົມຮະຫວ່າງປຼະເທສ. ຮາຍງານສບັບໄດ້
ຮະບຸວ່າງົບປຼະມານປ້ອງກັນປຼະເທສຂອງຈີນເພິ້ມຂຶ້ນປຼະມານ 30%ໃນຊ່ວງ 24ປີຜ່ານມາ ຊຶ່ງເຈົ້າຫນ້າທີ່ຍິ່
ປຸ່ນເຊື່ອວ່າງົບປຼມານທີ່ເພິ້ມຂຶ້ນຂອງຈີນສ່ວນນຶ່ງມາຈາກກາຮສ້າງເຣືອບັນທຸກເຄື່ອງບິນ ນອກຈາກນີ້ຍັງສະ
ແດງຄວາມວິຕົກຕໍ່ຄວາມລັງເລຂອງຈີນໃນກາຮເປີດເຜີຍຂໍ້ມູລທາງທຫາຮ.
   ໃນຊ່ວງບໍ່ເທົ່າໃດເດືອນມານີ້ຈີນໄດ້ສົ່ງເຣືອຮົບໄປປຼະຈຳກາຮໃນທະເລຈີນຕະວັນອອກແລະທະເລຈີນໃຕ້
ຫຼາຍໆຖ້ຽວກວ່າແຕ່ສມັຍກ່ອນເຊັ່ນບໍຮິເວນຫມູ່ເກາະເຊນກາກຸຂອງຍິ່ປຸ່ນໃນທະເລຈີນຕະວັອອກຊຶ່ງເປັນ
ກໍຮະນີພິພາທເຮື້ອງກັມມາສິດທິກັບຈີນມານານ.
   ກຼະຊວງປ້ອງກັນປຼະເທສຍິ່ປຸ່ນໄດ້ອອກຮາຍງານປ້ອງກັນປຼະເທສປຼະຈຳທຸກໆຮະດູຣ້ອນ ໃນຮາຍງານ
ກ່າວເຖິງສະພາບແວດລ້ອມດ້ານຄວາມຫມັ້ນຄົງຂອງຍິ່ປຸ່ນແລະຫຼັກກາຮສຳຄັນຂອງນະໂຍບາຍປ້ອງກັນ
ປຼະເທສທີ່ກຳລັງຈະມີຂຶ້ນໂດຍຮາຍງານຈະນຳອອກເຜີຍແພ່ຕໍ່ສາທາຮນະຊົນຫຼັງຈາກສເນີຕໍ່ຄນະຮັຖມົນຕຼີ
ໃນປາຍເດືອນ ກໍຮະກະດານີ້.
   ຫລ້າສຸດຄນະກັມກາຮກາງກາຮທຫາຮພັຄຄອມຯຈີນໄດ້ອະນຸມັຕິສົ່ງກອງທຫາຮຮັກສາກາຮນ໌ໄປປຼະ
ຈຳໃນທະເລຈີນໃຕ້ຢ່າງເປັນທາງກາຮແລ້ວ ຊຶ່ງຖຶເປັນກາຮຮຸກຄືບອີກຊັ້ນນຶ່ງໃນກາຮອ້າງກັມສິດທິເຫນືອ
ຫມູ່ເກາະໃນນ່ານນ້ຳແຫ່ງນີ້ແລະເພິ້ມຄວາມຕຶງຄຽດກັບຊາຕິທີ່ເປັນຄູ່ພິພາທໃຫ້ຟົດເດືອດຂຶ້ນຫນັກອີກ.
   ກອງທຫາຮຮັກສາກາຮນ໌ນີ້ປຼະຈຳຢູ່ໃນເມືອງຊວນຊາ ຊຶ່ງຕັ້ງຢູ່ບົນເກາະວູດດິ້ຫຼືເກາະຫຍົງຊິ່ງໃນຫມູ່
ເກາະພາຮາເຊລເພື່ອທຳຫນ້າທີ່"ເຄື່ອນກາຮປ້ອງກັນປຼະເທສຮັກສາເມືອງຊານຊາແລະສນັບສນຸນປະຕິ
ບັຕິກາຮກູ້ໄພຍໃນທ້ອງຖິ່ນ ບັລເທົາທຸກຂ໌ໄພຍພິບັຕິຕຼອດຈົນດຳເນີນພາຮະກິຈທຫາຮດ້ວຍ".
   ກາຮສົ່ງທຫາຮຮັກສາກາຮນ໌ຢ່າງເປັນທາງກາຮຮິ້ເປັນກາຮເດີນຫນ້າກາຮອ້າງກັມສິດທິຢ່າງຫນັກ
ແຫນ້ນຍິ່ງຂຶ້ນຫຼັງຈາກຈີນເພິ່ງປຼະກາສຕັ້ງເມືອງຊານຊາ ຊຶ່ງມີປຼະຊາກອນປຼະພຽງບໍ່ເທົ່າໃດພັນຄົນເມື່ອ
ເດືອນມິຖຸນາຜ່ານມາ ເພື່ອຍົກຮະດັບກາຮບໍຮິຫາຮປົກຄອງຂອງຈີນໃນທະເລຈີນໃຕ້ ທີ່ລືກັນວ່າອຸດົມ
ໄປດ້ວຍຊັພພຍາກອນທັມຊາຕິ.
    ສນັ້ນທັງວຽຕນາມແລະໄຕ້ຫວັນຕ່າງກໍອ້າງກັມສິດທິຄອບຄອງຫມູ່ເກາະພາຮາເຊລເຊັ່ນກັນຊຶ່ງຫຼັງ
ຈາກມີກາຮພະເຊີນຫນ້າຮະຫວ່າງກອງທັພເຣືອຈີນກັບກອງທັພເຣືອວຽຕນາມ ໃນທີ່ສຸດຈີນກໍໄດ້ເຂົ້າ
ໄປຄວບຄຸມຫມູ່ເກາະພາຮາເຊລທັງຫມົດເມື່ອປີ 1974.
   ກາຮຕັ້ງເມືອງຊານຊາເຣັດໃຫ້ວຽຕນາມຄັດຄເນໂດຍຮະບຸວ່າເປັນຕັ້ງເມືອງທີ່ຜິດກົຕຫມາຍແລະທັບ
ຊ້ອນກັບຫຼາຍເມືອງທີ່ວຽຕນາມເປັນເຈົ້າຂອງ.
   ທະເລຈີນໃຕ້ຈຶ່ງກາຍເປັນບໍຮິເວນຂອງຄວາມຂັດແຍ່ງທາງທຫາຮທີ່ສຳຄັນທີ່ສຸດໃນເອເຊັຽໂດຍຈີນ
ວຽຕນາມ,ຟິລິບປິນສ໌,ໄຕ້ຫວັນ,ບຮູໄນແລະມາເລເຊັຽຕ່າງກໍອ້າງອະທິປໄຕຍເຫນືອພຶ້ນທີ່ໃນທະເລ
ເພື່ອເຂົ້າໄປຂຸດເຈາະແຫຼ່ງນ້ຳມັນທີ່ເຊື່ອວ່າມີປຮິມານມຫາສາລ.
    ຂນະທີ່ສມາຄົມປຼະຊາຊາຕິເອເຊັຽຕະວັນອອກສຽງໃຕ້ແທບບໍ່ມີຄວາມຄືບຫນ້າໃດໆໃນກາຮຢຸດຢັ້ງ
ກາຮຢືນຢັນກາຮອ້າງກັມສິດທິຂອງຈີນໃນນ່ານນ້ຳແຫ່ງນີ້.
        ສຳນັກຂ່າວຕ່າງປຼະເທສຮາຍງານ...
  

Sunday, July 29, 2012

ພວກເຣົາປຼະຊາຊົນລາວທຸກເຜົ່າພັນທ໌ຕ້ອງຣູ້ແລະຕື່ນຕົວວ່າຕົນເອງກໍຄືເຈົ້າຂອງປຼະເທສຄືກັນຈະບໍ່ແມ່ນແຕ່
ພວກກຳອຳນາຈຮັຖຯປັຈຈຸບັນ..ພວກເຮົາເສັຽອຳນາຈອະທິປໄຕຍໄປກໍຍ້ອນພວກເຂົາປຸ້ນອຳນາຈດ້ວຍວິທີ
ນຳແກວເຂົ້າມາສນັບສນຸນແລະມອບດິນແດນແລະສິດທິເຫນືອດິນແດນໃຫ້ແກ່ພວກແກວດັ່ງເຫັນແຈ້ງໃນ
ປັຈຈຸບັນແກວມີສິດທິເຫນືອອະທິປະໄຕຍຂອງລາວແລະປຼະຊາຊົນລາວເປັນພຽງປຼະຊາຊົນອັນດັບສອງ.
   ໃນຮະບົບອຸປຖັມພ໌ດັ່ງກ່າວນີ້ສຫາຍຄຳໄຕ ໄດ້ຕັດສິນໃຈວາງມືຈາກຕຳແຫນ່ງປຼະທານພັຄຯແລະປຼະ
ທານປຼະເທສໃນປີ 2006 ນັ້ນເຂົາເຂົາໄດ້ສົ່ງມອບຕຳແຫນ່ງທັງສອງໃຫ້ກັບຜູ່ທີ່ເຂົາໄວ້ວາງໃຈທີ່ສຸດເຊັ່ນ
ສຫາຍຈູມມະລີ ໄຊຍະສອນໃນຂນະດຽວກັນກໍສາມາດຜັກດັນໃຫ້ເລຂານຸກາຮສ່ວນຕົວຄືສຫາຍບົວສອນ
ບຸບຜາວັນມີອກາສກ້າວຂຶ້ນສູ່ຕຳແຫນ່ງນາຍົກຯໄດ້ສຳເຮັຈທັງຍັງປຸກປັ້ນໃຫ້ສຫາຍສອນໄຊໄດ້ກ້າວຂຶ້ນ
ສູ່ຕຳແຫນ່ງເຈົ້າແຂວງຈຳປາສັກທີ່ມີອາຍຸນ້ອຍທີ່ສຸດອີກດ້ວຍ.
   ແຕ່ກໍບໍ່ໄດ້ຫມາຍຄວາມວ່າທາຍາຕຂອງອະດີຕຜູ່ນຳສຫາຍອື່ນໆຈະບໍ່ໄດ້ຣັບຕຳແຫນ່ງສຳຄັນທາງກາຮ
ເມືອງແຕ່ຢ່າງໃດ ແຕ່ກໍກາຮຈັດສັລອຳນາຈຮະຫວ່າງກັນໄວ້ຢ່າງລົງຕົວເຊັ່ນ ສຫາຍໄຊສົມພອນ ພົມວິຫານ
ໄດ້ຣັບຕຳແຫນ່ງຣອງປຼະທານສະພາຕົບມືແຫ່ງຊາຕິເພື່ອລໍວັນເວລາຈະກ້າວຂື້ນສູ່ຕຳຫນ່ງປຼະທານສະພາຯ
ໃນອະນາຄົຕ. ສ່ວນສຫາຍສັນຍາຣັກ ພົມວິຫານອີກຄົນນຶ່ງໄດ້ຣັບຍົສພົລຕຼີທີ່ມີອາຍຸນ້ອຍທີ່ສຸດໃນກອງທັພ
ເພື່ອລໍໂອກາສໃນກາຮທີ່ຈະກ້າວຂຶ້ນສູ່ຕຳແຫນ່ງເສນາທິກາຮສູງສຸດຂອງກອງທັພແລະຮັຖມົນຕຼີປ້ອງກັນ
ຊາຕິ.
   ສ່ວນຫຼານຊາຍສຫາຍພູມີ ວົງວິຈິຕອະດີຕທີ່ປຶກສາປຼະທານປຼະເທສເຊັ່ນສຫາຍ ບໍສາຍຄຳ ວົງດາຮາກໍໄດ້
ຣັບຕຳແຫນ່ງ້ປັນຮັຖມົນຕີຼກຼະຊວງພລັງງານແລະບໍ່ແຣ່(ເຈຕໂຫລຍເມື່ອປີຜ່ານມາ)ໃນຂນະທີ່ຜູ່ນ້ອງອີກ
ສຫາຍຄື ສຫາຍບໍວຽງຄຳ ວົງດາຮາກໍໄດ້ຣັບຕຳແຫນ່ງຮັຖມົນຕຼີປຼະຈຳສຳນັກນາຍົກຯທີ່ມີຄວາມໃກ້ຊິດກັບ
ສນິທສນົມກັບສຫາຍບົວສອນ ບຸບຜາວັນນັ້ນກໍເພາະທັງສອງຈົບກາຮສຶກສາມາຈາກອະດີຕສຫະພາບໂຊວຽຕ
ດ້ວຍກັນແລະທາງດ້ານສຫາຍ ບໍແສງແກ້ວ ວົງດາຮານັ້ນກໍຫາຈະໄດ້ຣັບລາກມາເປັນເລຂາທິຫາຮພັຄຯກຼະ
ຊວງຖປລງຂ່າວແລະວັທນະທັມເມື່ອ 2ອາທິຕຍ໌ຜ່ານມາເພື່ອຕຼຽມກ້າວຂຶ້ນສູ່ຕຳແຫນ່ງຮັຖມົນຕຼີກຼະຊວງນີ້ເອງ
ໃນຕົ້ນປີຫນ້າ.
   ນອກຈາກນີ້ຍັງມີລູກຊາຍສຫາຍສມານ ວິຍະເກຕທີ່ຍັງຄົງເປັນກັມກາຮກົຼມກາຮເມືອງພັຄຯຊຸດປັຈຈຸບັນ
ຄືສຫາຍນາມ ວິຍະເກຕນັ້ນກໍໄດ້ຄອງຕຳແຫນ່ງຮັຖມົນຕຼີກຼະຊວງອຸຕສາຫະກັມແລະກາຮຄ້າມາເປັນເວລາ
ເກືອບ 5ປີເຕັມແລ້ວແລະດ້ວຍວ່າເຂົາສຫາຍນີ້ຍັງມີບົທບາທທີ່ໂດດເດັ່ນໃນກາຮເຈຮະຈາຕໍ່ຮອງເພື່ອໃຫ້ລາວ
ໄດ້ເຂົ້າເປັນສມາຊິກຂອງອົງຄ໌ກາຮຄ້າໂລກດ້ວຍແລ້ວຈຶ່ງເຣັດໃຫ້ເຊ່ືອວ່າທາບາທຂອງຜູ່ນຳລາວຄົນນີ້ຈະໄດ້
ຣັບຕຳແຫນ່ງທາງກາຮເມືອງສູງຂຶ້ນເຮື້ອຽໆໂດຍສເພາະສຫາຍນີ້ຮຽນຈົບມັທຍົມສຶກສາຈາກໄທຍແລະເປັນ
ແກວມຸກດາຫາຮແລະ ດຮ.ດົງໂດກເຊັ່ນກັນ.
     ທັງນີ້ໂດຍຫຼັກປຼະກັນສຳຄັນທີ່ສຸດທີ່ຈະໃຫ້ທາຍາທຂອງອະດີຕກຸ່ມກຳອຳນາຈໃນລາວເຫຼົ່ານີ້ສາມາດຈະ
ຄອງອຳນາຈໄດ້ສືບຕໍ່ໄປນັ້ນກໍຄືກາຮເສິມສ້າງຄວາມແຂວງແກ່ງພາຍໃນພັຄຯດ້ວຍກາຮສ້າງສັທທາຂອງ
ປຼະຊາຊົນໃຫ້ມີຕໍ່ກາຮນຳພາຂອງພັຄຯຢ່າງຫມັ້ນຄົງໂດຍສິ່ງທີ່ພັຄຯຖືວ່າຈະເປັນງານຊິ້ນໂບແດງທີ່ທາຍາຕິ
ຂອງອະດີຕຜູ່ນຳທັງຫຼາຍຈະຕ້ອງພິສູຈນ໌ສີມືໃຫ້ປຼະຈັກສ໌ແກ່ສາຍຕາຂອງປຼະຊາຊົນທັງຊາຕິໃຫ້ໄດ້ນັ້ນກໍຄື
ກາຮເຣັດໃຫ້ປຼະຊາຊົນຫຼຸດພົ້ນຈາກຄວາມຍາກຈົນພາຍໃນປີ 2015ຕາມໂຄຊນາໄວ້ແລະກາຮນຳພາປຼະ
ເທສໃຫ້ຫຼຸດພົ້ນຈາກກາຮດ້ອບພັທນາໃຫ້ໄດ້ໃນປີ 2020 ຊຶ່ງຖ້າສາມາດທຳໄດ້ກໍຍ່ອມຫມາຍເຖິງກາຮຢູ່
ລອດຂອງພັຄໂທນຯ. ແຕ່ເທົ່າທີ່ສັງເກຕຜ່ານມາມັນໃກ້ເປັນແຍ້ຫາງກຸດເຂົ້າໄປເຮື້ອຍໆເພາະຊັພຍ໌ໃນດິນ
ສິນໃນນ້ຳມັນໃກ້ຈະຫມົດແລ້ວແລະຕ່າງຊາຕິເຊັ່ນແກວ-ຈີນແລະໄທຍກຳລັງຍາດແຍ່ງຊັພພຍາກອນທັມຊາຕິ
ກຸ່ມກຳອຳນາຈລາວພຽງມືນຕາຣຸບໆຕ່າງຝ່າຍຕ່າງແລ່ນເລັຽກົ້ນແກວ-ຈີນ-ໄທຍ.ຂນະທີ່ນານາຊາຕິໄດ້ມອງ
ເຫັນໄພຍພິບັຕິຈະເກີດຂຶ້ນໃນລາວແລ້ວເວລານີ້.
        ນີ້ແຫຼະຄືທຶສດີໄດໂນເສົາຮ໌ທີ່ກຸ່ມກຳອຳນາຈຮັຖຯຫຸ່ນແກວກຳລັງສ້າງກັນຟົດເດືອດຢູ່ໃນລາວເວລານີ້
ຮະບົບອຸປຖັມພ໌ແລະຮະບົບຜູກຂາດອຳນາຈໃນລາວພວກເຂົາຣັກສາໄວ້ແຕ່ສເພາະລູກຫຼານຍາຕິໂກໂຫຕິ
ກາຂອງກຸ່ມອຳນາຈຜເດັຈກາຮຂອງພວກເຂົາເທົ່ານັ້ນ..ພວກເຣົາປຼະຊາຊົນລາວຕ໊ອງຣູ້ແລະເຂົ້າໃຈວ່າຜືນ
ແຜ່ນດິນຕອນນີ້ຄືປຼະເທສບ່ອນຝັງສາຍແຣ່ແພ່ສາຍບືຂອງພວກເຣົາທຸກເຜົ່າພັນທ໌ລາວຈະບໍ່ແມ່ນແຕ່ເປັນ
ກັມສິດທິສເພາະກຸ່ມກຳອຳນາຈຜເດັຈກາຮຜູ່ດຽວແລະຂນະນີ້ພວກເຂົາໃຊ້ສິດທິເຫນືອອຳນາຈປຼະຊາທິ
ປໄຕຍຂອງລາວທັງຊາຕິແລະນຳແຜ່ນດິນບາງຕອນໄປຂາຍໃຫ້ແກ່ຈີນ-ແກວແລະໄທຍຜານຊັພໃນດິນສິນ
ໃນນ້ຳຈົນໃກ້ຈະຫມົດແລ້ວ.
     ກັມວິທີກຸມອຳນາຈຂອງພວກເຂົາຄືຕົວຕາຍຕົວແທນດຶງຍາຕິໂກໂຫຕິກາຂອງພວກເຂົາຂຶ້ນກຸມອຳນາຈ
ທັງໆທີ່ຂາດຄຸນສົມບັນຕິຂາດຈາຮິຍະທັມ. ຢ່າງໃດກໍຕາມເມື່ອຜູ່ເປັນບິດາຂອງເຂົາຄອຝຕຳແຫນ່ງປຼະທານ
ພັຄຯຢ່າງຍາວນານເຖິງ 14 ປີແລະຄວບຕຳແຫນ່ງປຼະທານປຼະເທສ 10 ປີຕິດຕໍ່ກັນນັ້ນກໍຫມາຍຫມັ້ນປັ້ນ
ມືທີ່ຈະຜັກດັນໃຫ້ສຫາຍສອນໄຊ ກ້າວຂຶ້ນສູ່ຕຳແຫນ່ງນາຍົກຯໃຫ້ໄດ້ ຊຶ່ງນັ້ນກໍຈະເປັນພຶ້ນຖານຢ່າງດີສຳ
ລັບກາຮປູທາງຂຶ້ນໄປສູ່ຕຳແຫນ່ງປຼະທານປຼະເທສແລະເລຂາທິກາຮໃຫຍ່(ປ່ຽນຈາກຕຳແຫນ່ງປຼະທານ)
ຂອງພັຄໃນອະນາຄົຕບໍ່ຍັງບໍ່ໄກເກີນເອຶ້ອມເຊັ່ນກໍຮະນີກາຮກ້າວຂຶ້ນສູ່ຕຳແຫນ່ງເລຂາທິກາຮພັຄຯແຂວງ
ຈຳປາສັກ ສຫາຍສອນໄຊກໍລໍຄອຍວັນເວລາພຽງ 5 ປີເທົ່ານັ້ນເອງ.
   ສ່ວນລູກສາວສຫາຍຄຳໄຕ ສີພັນດອນທີ່ມີວັຍພຽງ 40 ປີກໍເຊັ່ນກັນຊື່ສຫາຍນາງວຽງສະວັນ ສີພັນດອນ
ກະຕິກາບໍ່ສົນກັບຮະດັບກາຮສຶກສາ..ແມ່ນວ່າໃນເວລານີ້ຈະພຽງເປັນຮັຖມົນຕຼີຊ່ອຍກະຊວງກາຮເງິນກໍຕາມ
ແຕ່ຄວາມຄາດຫມາຍລ່ວງຫນ້າໄດ້ເລີຍວ່າສຫາຍນາງນີ້ຕ້ອງກ້າວຂຶ້ນສູ່ຕຳແຫນ່ງຮັຖມົນຕຼີເຕັມຕົວໃນບໍ່ຊ້າ
ນີ້ເຊັ່ນກັນ.
   ຕາມຈິງແລ້ວກາຮສົ່ງທອດອຳນາຈທາງກາຮເມືອງໃນພັຄຯລາວຈາກລຸ້ນພໍ່ສູ່ລຸ້ນລູກຫຼານເຫລນນີ້ບໍ່ແມ່ນ
ກໍຫາຈະເກີດໃນຊ່ວງຫຼັງແຕ່ມັນເປັນທຶສດີຕາຍຕົວ ແຕ່ກໍຫາປຼາກົຕຂຶ້ນຢ່າງເປັນຣູປທັມນັບແຕ່ປີ 1986 ເປັນ
ຕົ້ນມາໂດຍຜູ່ທີ່ໄດ້ກ້າວຂຶ້ນສູ່ຕຳແຫນ່ງຮັມົນຕຼີຊ່ວງເວລານີ້ກໍຄືສຫາຍຄຳໄຊ ສຸພານຸວົງແລະສຫາຍໄຊສົມ
ພອນ ພົມວິຫານຜູ່ເປັນລູກຊາຍສຫາຍໄກສອນ ພົມວິຫານປຼະທານປຼະເທສ.
  ຕໍ່ມາໃນປີ 1991 ລູກຊາຍສຫາຍອະດີຕຜູ່ນຳທັງສອງກໍໄດ້ເຂົ້າສູ່ຄນະກັມກາຮບໍຮິຫາຮສູນຍ໌ກາງພັຄຯທີ່
ມີອາຍຸນ້ອຍທີ່ສຸດຊຶ່ງເວລານັ້ນສມາຊິກພັຄຯທັງຫຼາຍກໍມອງໄປທິສດຽວກັນວ່າທາຍາຕຂອງອະດີຕທັງສອງ
ນີ້ກໍຄືຜູ່ຕ້ອງສືບທອດອຳນາຈສູງສຸດຂອງປຼະເທສແລະພາຍໃນພັຄຯຈາກຜູ໋ເປັນພໍ່ຢ໋າງແນ່ນອນແຕ່ບໍ່ເປັນ
ເຊັ່ນນັ້ນກໍເພາະສຫາຍໄກສອນ ພົມວິຫານໄດ້ເຈຕໂຫລຍຢ່າງກຼະທັນຫັນໃນປີຕໍ່ມາໃນຂນະທີ່ສຫາຍສຸພາ
ນຸວົງເອງກໍປ່ວຍຖືຢາສັ່ງແກວແລ້ວເຈຕໂຫລຍໃນ 3 ປີຕໍ່ມາ.
    ແຕ່ແລ້ວໂອກາສຂອງຕຼະກຸລສີພັນດອນກໍມາເຖິງເມື່ອສຫາຍຄຳໄຕກ້າວຂຶ້ນສູ່ຕຳແຫນ່ງປຼະທານພັຄຯ
ສືບຕໍ່ສຫາຍໄກສອນ ແຕ່ຢ່າງໃດກໍຕາມຮະບົບອາວຸໂສພາຍໃນພັຄຯກໍເຣັດໃຫ້ສຫາຍຄຳໄຕຕ້ອງລໍວັນ
ເວລາຢູ່ເກືອບ 6ປີກວ່າຈະໄດ້ຄວບຕຳແຫນ່ງປຼະທານປຼະເທສຕໍ່ຈາກສຫາຍຫນູຣັກ ພູມສວັນ ຊຶ່ງໃນນັ້ນ
ກໍບໍ່ໄດ້ເປັນອຸປສັກດິ໌ຕໍ່ກາຮທີ່ສຫາຍຄຳໄຕຈະວາງຣາກຖານທາງກາຮເມືອງໄວ້ຣອງຣັບລູກຊາຍ-ລູກສາວ
ຂອງຕົນແຕ່ຢ່າງໃດທັງຍັງຖືວ່າເປັນກາຮວາງຣາກຖານໄວ້ໄດ້ຢ່າງຫມັ້ນຄົງກວ່າອະດີຕຜູ່ນຳສຫາຍອື່ນໆ.
         (ເຊິນອ່ານຕໍ່ຮະບົບອຸປຖັມພ໌ຕົວຕາຍຕົວແທນຂອງຮະບອບຜເດັຈກາຮລາວ)

Friday, July 27, 2012

                                                         (ບົທທີ 2)
                     -​ເປັນ​ຫັຽງທະ​ເລ​ຈີນ​ໃຕ້​ຈຶ່ງ​ເກີດ​ຄວາມ​ສຳຄັນ​ເອົາ​ຕອນ​ນີ້???
    ທະ​ເລ​ຈີນ​ໃຕ້​ມີ​ຄວາມ​ສຳຄັນ​ທາງ​ຍຸ​ທສາສຕຮ໌ຄວາມ​ຫມັ້ນຄົງ​ແລະ​ກ່ຽວຂ້ອງ​ກັບ​ຜົລປຼະ​ໂຍຊນ໌ທາງ​ເສ​ຖກິ​ຈ
ຢ່າງ​ມະຫາ​ສາລ!!(ຍິ່ງ​ມີ​ບັນຫາ​ເຮື້ອງໆ..​ໄທຍຍິ່ງ​ດີ​ໃຈ​​ແລະສົມ​ຄວາມ​ປຼາຖນາ​ເພາະ​ກອງ​ປຼະຊຸມ​ແກ້​ບັນຫາ​ຈະ
ຕ້ອງ​ຈັດ​ຂຶ້ນ​ທີ່​ປຼະ​ເທສ​ໄທຍ​ເພາະ​ເລຂາທິກາ​ຮ​ເອຊ່ຽນ​ແມ່ນ​ໄທຍ!!!ຜົລຈາກ​ກາ​ຮປຼະຊຸມ​ກໍ​ຕົກ​ຢູ່​ແກ່​ໄທຍ!!
   -​ໃນ​ປຼະການ​ແຮກ​ຄື ທະ​ເລ​ຈີນ​ໃຕ້​ເປັນ​ເສັ້ນທາງ​ກາ​ຮ​ເດີນ​ເຣືອສົ່ງ​ສິນຄ້າ​ທີ່​ສຳຄັນ​ຂອງ​ໂລກ​ຮວມທັງ​ສິນຄ້າ
ຈຳພວກ​ພລັງ​ງານ​ໂດຽສ​ເພາະ​ນ້ຳມັນ​ດິບ​ທີ່​ຂົນ​ສົ່ງ​ຈາກ​ອ່າວ​ເປີ​ຮ໌​ເຊັຽຈຳ​ເປັນ​ຕ້ອງ​ຜ່ານ​ມຫາ​ສມຸທຮອິນ​ເດັຽ
ຊ໋ອງ​ແຄບ​ມະລະ​ກາ​ແລະ​ເຂົ້າ​ມາ​ໃນ​ທະ​ເລ​ຈີນ​ໃຕ້ ກ່ອນ​ຈະ​ສົ່ງ​ຕໍ່​ໄປ​ຍັງ​ປຼະ​ເທສຕ່າງໆ​ໃນ​ເອ​ເຊັຽຕະວັນ​ອອກ
ສນັ້ນ​ປຼະ​ເທສ​ໃດ​ກໍ​ຕາມ​ມີ​ອຳນາ​ຈ​ໃນ​ກາ​ຮຄຸມ​ກາ​ຮ​ເດີນ​ເຣືອ​ໃນ​ທະ​ເລ​ຈີນ​ໃຕ້​ໄດ້​ຈຶ່ງ​ຖື​ເປັນຄວາມ​ໄດ້​ປຼຽບທີ່​ສຳ
ຄັນ​ໃນ​ທາງ​ຍຸ​ທສາສຕຮ໌ຄວາມ​ຫມັ້ນຄົງ​ຂອງ​ພູມິ​ພາຄ​ແລະ​ກາ​ຮທີ່​ຈີນ​ເຂົ້າ​ມາ​ມີ​ບົທບາ​ທຫຼາຍ​ຂຶ້ນ​ໃນ​ທະ​ເລ​ຈີນ
​ໃຕ້ ຈຶ່ງ​ເຣັດ​ໃຫ້​ເອຊ່ຽນ​ຮວມທັງ​ສຫະຮັຖຯ​ບໍ່​ສາມາດ​ນິ່ງນອນ​ໃຈ​ໄດ້.
   
   -ປຼະກາ​ຮທີ 2ຄື ມີ​ກາ​ຮຄາດ​ກາ​ຮນ໌ວ່າ​ທະ​ເລ​ຈີນ​ໃຕ້​ເປັນ​ແຫຼ່ງນ້ຳມັນ​ດິບ​ແລະ​ກ໊າຊທັມ​ຊາຕິ​ຂນາດ​ໃຫຍ່​ໂດຽ
ອ້າ​ຈມີ​ນ້ຳມັນ​ດິບ​ເຖິງ 200 ​ແສນ​ລ້ານ​ບາ​ຮ໌​ເຮ​ລສະ​ສົມ​ຢູ່​ໃຕ້​ທະ​ເລ​ເພາະ​ໃຜໆ​ເວລາ​ນີ້​ກໍ​ເສືອ​ຫິວ​ວັດຖຸ​ດິບ​ແລະ
​ແກ໊ຊທັມ​ຊາຕິ​ນັ້ນ​ເອງ. ຕັ້ງ​ແຕ່​ທົສວັຕິ 1990 ຈີນ​ມີ​ຄວາມ​ຕ້ອງກາ​ຮດ້ານ​ພລັງ​ງານ​ເພິ້ມຫຼາຍ​ຂຶ້ນ​ຢ່າງ​ມະຫາ​
ສາລ​ເພື່ອ​ທຳ​ຕາມ​ນະ​ໂຍບາຍ​ປຕິຣູປ​ເສ​ຖກິ​ຈພາຍ​ໃນ​ປຼະ​ເທສ​ແລະ​ພັທນາ​ຖານ​ກາ​ຮຜລິ​ຕ​ເພື່ອ​ສົ່ງ​ອອກ​ຢ່າງ
ຈິງ​ຈັງ ສົງຄາມ​ຍາດ​ແຍ່ງ​ພລັງ​ງານ​ຈຶ່ງ​ເຮິ້ມປະທຸ​ຂຶ້ນ​ຢ່າງ​ດຸ​ເດືອດ​ແລະ​ດຸ​ດັນ​ໃນ​ຫຼາຍ​ສ່ວນ​ຂອງ​ໂລກ​ຮວມທັງ
​ໃນ​ທະ​ເລ​ຈີນ​ໃຕ້​ແລະ​ສົງຄາມ​ພລັງ​ງານ​ທີ່​ເກີດ​ຂຶ້ນ​ທົ່ວ​ໂລກ​ຂນະ​ນີ້ກໍ​ຄື​ຈີນນັ້ນ​ແຫຼະ​ຕົວ​ກາ​ຮສຳຄັນ​ແມ້​ແຕ່​ໃນ
ສົງຄາມ​ຕະວັນ​ອອກ​ກາງ​ທີ່​ເປັນ​ຢູ່​ເພາະ​ຈີນ​ຕ້ອງກາ​ຮ​ເປັນ​ເສືອ​ເສ​ຖກິ​ຈ​ໂຕ​ທີ 9ຕໍ່​ຈາກ​ຮັສ​ເຊັຍ.
    ທັ້ງ​ຈີນ​-ວຽຕນາມແລະ​ແລະ​ຟິລິບ​ປິນສ໌ຕ້ອງກາ​ຮ​ເປັນ​ເຈົ້າ​ຂອງ​ແຫຼ່ງນ້ຳມັນ​ດິບ​ໃນ​ທະ​ເລ​ຈີນ​ໃຕ້​ແລະ​ພຍາ​
ຍາມ​ໃຫ້​ສັມປທານ​ບໍ​ຮິ​ສັທນ້ຳມັນ​ຂອງ​ຕົນ​ເອງ​ແລະ​ບໍ​ຮິ​ສັທຕ່າງ​ຊາຕິ​ເຂົ້າ​ໄປ​ສຳ​ຮວຈພຶ້ນທີ່​ໃນ​ບໍ​ຮິ​ເວນ​ຫມູ່​ເກາະ
ຫຼື​ແນວ​ຫິນ​ທີ່​ປຼະ​ເທສຕົນ​ເອງ​ອ້າງ​ສິດທິ​ທັບ​ຊ້ອນ​ຢູ່​ສ​ເມີ ​ແຕ່​ກໍ​ຕ້ອງ​ຖືກ​ຂັດ​ຂວາງ​ຈາກ​ຈີນ​ຕຼອດມາຈົນ​ເຖິງ​ປີ
2004 ຟິລິບ​ປິນສ໌​ແລະ​ຈີນ​ໄດ້​ທຳ​ຂໍ້​ຕົກລົງ​ກາ​ຮສຳ​ຮວຈນ້ຳມັນ​ດິບຣ່ວມກັນ​ໃນ​ໂຄງກາ​ຮ JMSU (Joint Marine
Seismic Undertaking) ​ເຣັດ​ໃຫ້​ວຽຕນາມ​ປຼະນາມ​ຂໍ້​ຕົກລົງ​ດັ່ງກ່າວ ​ແຕ່​ໃນ​ຂນະ​ດຽວ​ກັນ​ວຽຕນາມ​ກໍ​ພຍາ
ຍາມ​ທຳ​ກາ​ຮ​ເຈ​ຮະ​ຈາ​ກັບ​ຟິລິບ​ປິນສ໌ນອກ​ກຼອບ​ເພື່ອ​ເຂົ້າຣ່ວມ​ໂຄງກາ​ຮສຳ​ຮວຈນີ້​ດ້ວຍ​ຈົນ​ໃນ​ທີ່​ສຸດ​ທັງ​ສາມ
ປຼະ​ເທສ​ໄດ້​ທຳ​ກາ​ຮສຳ​ຮວຈພຶ້ນທີ່ຣ່ວມກັນ​ໂດຍ​ມີ​ກາ​ຮກຳນົດ​ໄລຍະ​ເວລາ​ສາມ​ປີ​ຄື​ຮະ​ຫວ່າງ​ປີ 2005-2008
​ແຕ່​ໂຄງກາ​ຮກໍ​ຕ້ອງ​ລົ້ມ​ເມື່ອ​ຄວາມ​ຂັດ​ແຍ້​ງ​ໄດ້​ກໍ່​ຕົວ​ຂຶ້ນ​ອີກ. 
                                                ບົທບາ​ທ​ເອຊ່ຽນ?
   ​ເອຊ່ຽນ​ໃນ​ຖານະ "ສຖາ​ບັນ​ຄວາມຣ່ວມມື"ທາງ​ກາ​ຮ​ເມືອງ​ແລະ​ເສ​ຖກິ​ຈມີ​ບົທບາ​ທ​ເຂົ້າ​ມາ​ຈັດກາ​ຮບັນຫາ
ຄວາມ​ຂັດ​ແຍ່ງ​ນີ້​ຢ່າງ​ໃດ? ​ເອຊ່ຽນ​ມີ​ວິທີ​ກາ​ຮຈັດກາ​ຮຢູ່ 3 ວິທີ​ຄື:
 -ນຶ່ງ: ປ່ອຍ​ໃຫ້​ບັນຫາ​ທາງ​ທະ​ເລ​ຈີນ​ໃຕ້​ກາຍ​ເປັນ​ບັນຫາ​ກາ​ຮລຸກ​ລ້ຳ​ເຂ​ຕນ່ານນ້ຳ​ໃນ​ຮະ​ດັບ​"ທວິພາ​ຄີ"​ແທນ​
ທີ່​ຈະ​ເປັນ​ບັນຫາ​ຮະ​ດັບ​ພູມິ​ພາຄຄື​ເປັນຄວາມ​ຂັດ​ແຍ່ງ​ຮະ​ຫວ່າງ​ຈີນ​ກັບ​ຟິລິບ​ປິນສ໌​ແລະ​ຈີນ​ກັບ​ວຽຕນາມ​ຫຼື​
ຈີນ​ກັບຄູ່​ກໍ​ຮະ​ນີອື່ນໆ​ໄປ ຈີນ​ພຍາ​ຍາມ​ໃຊ້​ວິທີ​ກາ​ຮ​ເຈ​ຮຈາ​ແບບ​ທວິພາ​ຄີ​ມາ​ໂດຽຕຼອດ.
   ​ແຕ່​ໃນ​ທາງ​ກັບ​ກັນ​ຟິລິບ​ປິນສ໌ກັບ​ວຽຕນາມ​ຕ້ອງກາ​ຮກາ​ຮ​ເຈ​ຮະ​ຈາ​ແບບ​ພຫຸພາຄີ​ແລະ​ຕ້ອງກາ​ຮ​ໃຫ້​ເອ
ຊ່ຽນ​ເຂົ້າ​ໄປ​ມາຊ່ອຍ​ເສິມ​ກຳລັງ​ໃນ​ກາ​ຮຕໍ່​ຮອງ​ກັບ​ຈີນ ຊຶ່ງ​ເອຊ່ຽນ​ໃນ​ຖານະ​ທີ່​ເປັນສຖາ​ບັນ​ຄວາມຣ່ວມມື
ຂອງ​ພູມິ​ພາຄສາມາດ​ທີ່​ຈະ​ເຂົ້າຣ່ວມ​ແລະ​ຜັກ​ດັນ​ແຜນກາ​ຮ​ເຈ​ຮຈາ​ໄດ້​ເຊັ່ນ​ກັນ ​ແຕ່​ທີ່​ຜ່ານ​ມາສມາ​ຊິກ​ເອ
ຊ່ຽນ​ອື່ນໆບໍ່​ຕ້ອງກາ​ຮ​ເຂົ້າ​ມາ​ກ່ຽວຂ້ອງ​ເນື່ອງ​ຈາກ​ມີ​ຜົລປຼະ​ໂຍຊນ໌ທັບ​ຊ້ອນ​ທາງ​ເສ​ຖກິ​ຈ ກາ​ຮທູຕ​ແລະ​
ກາ​ຮ​ເມືອງ​ທີ່​ຜູກ​ພັນທ໌ກັບ​ຈີນ​ຫຼາຍ​ຂຶ້ນ​ເຮື້ອຍໆ.
    ສ່ວນ​ກໍ​ຮະ​ນີທີ່​ຈີນ​ມີ​ພຶ​ຕຕິ​ກັມ​ແຂງ​ກ້າວ​ໃນ​ກາ​ຮ​ເດີນ​ເຣືອສຳ​ຮວຈນ້ຳມັນ​ໃນ​ທະ​ເລ​ຈີນ​ໃຕ້​ນັ້ນ​ເອຊ່ຽນ​ໃນ
ຖານະ​ອົງ​ກອນ​ຄວາມຣ່ວມມື​ຮະ​ດັບ​ພູມິ​ພາ​ຄອາຈສົ່ງ​ສາ​ຮ​ເຕືອນ​ຫຼື​ສ​ແດ​ງຄວາມ​ກັງວົລ​ເຮື້ອງ​ຄວາມ​ຫມັ້ນ
ຄົງ​ທາງ​ທະ​ເລ​ໃນ​ພູມິ​ພາຄ​ເປັນ​ຄັ້ງ​ຄາວ ກາ​ຮປະຕິບັຕິ​ເຊັ່ນ​ນິ້ຖື​ເປັນ​ຫຼັກກາ​ຮພຶ້ນຖານ​ສຳຄັນ​ຂອງ​ສມາ​ຄົມ
​ເອຊ່ຽນ​ຕາມ​ນະ​ໂຍບາຍ​ບໍ່​ແຊກ​ແຊງ​ກາ​ຮ​ເມືອງ​ພາຍ​ໃນ​ປຼະ​ເທສ (non-interference policy)ຫຼື​ບໍ່​ເຂົ້າ​ຍຸ້ງ
​ກ່ຽວ​ເຮື້ອງ​ຄວາມ​ຂັດ​ແຍ່ງ​ພາຍ​ໃນ​ຂອງ​ທັງ​ສອງ​ປຼະ​ເທສ.
  -ສອງ: ​ເມື່ອ​ໃດ​ກໍ​ຕາມ​ທີ່​ກາ​ຮປະ​ທະ​ກັນ​ຮະ​ຫວ່າງ​ສອງ​ປຼະ​ເທສຢ່າງ​ຍືດ​ເຍື້ອຍາວ​ນານ​ຈົນ​ເຣັດ​ໃຫ້​ເກີດ​ຜົລ
ກຼະທົບ​ຕໍ່​ຄວາມ​ຫມັ້ນຄົງ​ໃນ​ຮະ​ດັບ​ພູມິ​ພາຄ​ແລ້ວ ​ເອຊ່ຽນ​ຈຳ​ເປັນ​ຕ້ອງ​ເຂົ້າ​ໄປ​ມີ​ບົທບາ​ທ​ໃນ​ກາ​ຮຊ່ອຍ​ປຼະ
ສານ​ຫຼື​ເປັນ​ຜູ່​ໄກ່​ເກັ່ຽ​ເຊັ່ນ​ດຽວ​ກັບ​ກໍ​ຮະ​ນີຄວາມ​ຂັດ​ແຍ່ງ​ເຮື້ອງ​ພົມ​ແດນ​ບໍ​ຮິ​ເວນ​ເຂົາ​ພຼະວິຫາ​ຮ ກັມ​ພູ​ຊາ-
​ໄທຍຫມາຍ​ຄວາມ​ວ່າ​ເອຊ່ຽນ​ບໍ່​ສາມາດ​ຢູ່​ໃນ​ບົທບາ​ທທີ່​ນິ້ງ​ເສິຍ​ໄປ​ຕໍ່​ໄປ.
    ສິ່ງ​ເອຊ່ຽນ​ສາມາດ​ທຳ​ໄດ້​ພາ​ຍໃຕ້​ຫຼັກປະຕິບັຕິ​ແລະ​ຄ່າ​ນິຍົມ​ຂອງ​ສຖາ​ບັນ​ເອຊ່ຽນ​ຄື​ກາ​ຮ​ເຈ​ຮະ​ຈາ​ໃຫ້​ມີ
ກາ​ຮປຼະນີປຼະນອມຕາມ​ວັທນະ​ທັມ​ກາ​ຮ​ເມືອງ​ຂອງ​ເອຊ່ຽນ​ທີ່ຣຽກວ່າ"ວິຖີ​ເອຊ່ຽນ..The Asian Way)​ເຊັ່ນ
​ໃຫ້​ມີ​ກາ​ຮຕັ້ງ​ຄນະ​ເຈ​ຮະ​ຈາ​ທາງ​ກາ​ຮທູຕ​ແລະ​ກຸ່ມ​ທຳ​ງານ​ເພື່ອ​ສຶກສາ​ຫາ​ທາງ​ແກ້​ໄຂ​ທີ່​ສຳຄັນ​ຄື​ເອຊ່ຽນ
ຈະ​ພຍາ​ຍາມ​ບໍ່​ໃຫ້​ຄູ່​ກໍ​ຮະ​ນີ​ໃຊ້​ກຳລັງ​ທຫາ​ຮຕໍ່​ກັນ ​ແຕ່​ເອຊ່ຽນ​ກໍ​ບໍ່​ສາມາດ​ບັງຄັບ​ສມາ​ຊິກ​ໄດ້​ເຊັ່ນ​ກັນ.
    ​ແຕ່​ຂນະ​ດຽວ​ກັນ​ພໍດີ​ວ່າ​ໃນ​ຊ່ວງ​ທົສວັຕິ 2000 ຈີນ​ໄດ້​ປ່ຽນ​ນະ​ໂຍບາຍ​ຕ່າງປຼະ​ເທສທີ່​ເຫັນ​ວ່າ​ແຂງ​ກ້າວ
ມາ​ເປັນ​ນະ​ໂຍບາຍ​ປຼະສານ​ຜົລປຼະ​ໂຍຊນ໌​ແລະ​ຄວາມຣ່ວມມື Charm Offensive. ນະ​ໂຍບາຍ​ນີ້​ສົ່ງ​ຜົລ​ໃຫ້
ຈີນ​ແລະ​ເອຊ່ຽນ​ສາມາດ​ນັ່ງ​ໂຕະ​ເຈ​ຮະ​ຈາຣ່ວມກັນ​ແລະ​ສຸດ​ທ້າຍ​ລົງນາມ​ໃນ​ຄຳປຼະກາສ Declaration on
the Conduct of Parties in the South China Sea (DoC) ​ໄດ້​ສຳ​ເຮັຈ​ໃນ​ປີ 2002​ໂດຍ​ຈຸດປຼະສົງຄ໌​ໃຫ້​ປຼະ
​ເທສທີ່​ອ້າງ​ກັມ​ສິດທິ​ໃນ​ທະ​ເລ​ຈີນ​ໃຕ້​ຫາ​ທາງ​ໄກ່​ເກັ່ຽຂໍ້​ພິພາ​ທ​ໂດຍ​ສັນຕິ​ວິທີ​ແລະ​ໃນ​ຄຳປຼະກາສນີ້​ຍັງ​ໄດ້
ຕົກລົງ​ກັນ​ດ້ວຍ​ວ່າ​ຈະຣ່າງກົຕປະຕິບັຕິ​ທີ່​ຊັດ​ເຈນ​ຫູ Code of Council (CoC)​ໃນ​ກາ​ຮ​ໃຊ້​ທະ​ເລ​ຈີນ​ໃຕ້
ຣ່ວມກັນ.
  
  
                                                 ຈຸດເອຊ່ຽນໃນກາຮແກ້ໄຂບັນຫາທະເລຈີນໃຕ້
                                         ໂດຽ:ນັກວິຈັຍອິສຮະສຫະຮັຖຯ"ອາຈລາມໄປສູ່ຈຸດຮະເບີດ"
                                                      (ຕອນທີ 1) ຕ້ອງ​ມີ​ອັສວິນ​ຂິ່ມ້າ​ຂາວ​ເກີດ​ຂຶ້ນ.
  ກາຮປຼະຊຸມຮັຖມົນຕຼີຕ່າງປຼະເທສເອຊ່ຽນທີ່ກໍຫາຈົບໄປເມື່ອສົດໆຣ້ອນໆເມື່ອບໍ່ນານມານີ້ໄດ້ເຣັດໃຫ້ເອ
ຊ່ຽນເສັຽຫນ້າບໍ່ຫນ້ອຍເນື່ອງຈາກເປັນຄັ້ງແຮກໃນປຼະວັຕິສາສຕຮ໌ເອຊ່ຽນທີ່ປຼະເທສສມາຊິກບໍ່ສາມາດ
ຕົກລົງອອກຖແລງກາຮນ໌ຣ່ວມກັນໄດ້. ແຕ່ຖ້າຍັງຈຳກັນໄດ້ ຄວາມທີ່ບໍ່ລົງລອຍກັນນັ້ນຖືກບົ່ມມາຕັ້ງແຕ່
ກາຮປຼະຊຸມສຸດຍອດເອຊ່ຽນຄັ້ງທີ 20 ທີ່ກຸງພນົມເປັນເມື່ອເດືອນເມສາທີ່ຜ່ານມາ ແມ້ຈະເປັນເຮື້ອງປົກຕິ
ທີ່ສມາຊິກເອຊ່ຽນຈະມີຄວາມເຫັນທີ່ແຕກຕ່າງຫຼືບໍ່ລົງລອຍກັນ ແຕ່ເມື່ອຕ້ອງອອກຖແລງກາຮນ໌ຣ່ວມເອ
ຊ່ຽນມັກຈະອອມຊອມກັນເພື່ອສ້າງເອກພາບໃນສາຍຕາຂອງສື່ແລະປຼະຊາຄົມໂລກໄດ້ຢ່າງປຼະທັບໃຈຢູ່
ສເມີໆ. ສ່ວນໃນຄັ້ງນີ້ສາເຫຕຸທີ່ເອຊ່ຽນບໍ່ສາມາດເຫັນພ້ອງຕ້ອງກັນນັ້ນມາຈາກປຼະເດັນທີ່ແກ້ບໍ່ຕົກຄືເຮື້ອງ
"ຄວາມຂັດແຍ່ງໃນທະເລຈີນໃຕ້"ແລະສາເຫຕຸສຳຄັນມັນເຮິ້ມຕົ້ນຂອງບັນຫານັ້ນຄື:ນະໂຍບາຍບໍ່ແຊກແຊງ
ກິຈກາຮພາຍໃນຂອງກັນແລະກັນ" ຕົ້ນຕໍຜູ່ສເນີຮິເຮິ້ມກໍຄືໄທຍນັ້ນແຫລະທີ່ຖືກແນະນຳມາຈາກຈີນກໍເລີຍ
ເຣັດໃຫ້ເກີດບັນຫາມາໂດຽຕຼອດບໍ່ສາມາດແກ້ໄຂບັນຫາເຫຼືອມລ້ຳຕ່ຳສູງແລະປະຕິຣູປປ່ຽນແປງໃຫ້ເປັນ
ລັດທິດຽວກັນໄດ້.
    ໃນຫຼາຽໆຄັ້ງກາຮປຼະຊຸມເອຊ່ຽນຈົບລົງຖ້າມກາງສຽງວິພາກສ໌ວິຈາຮນ໌ກ່ຽວກັບບັນຫາ"ຄວາມອ່ອນ
ໄຫວ ອ່ອນແອຂອງສຖາບັນເອຊ່ຽນ"ໃນກາຮຈັດກາຮກັບເຮື້ອງຄວາມຂັດແຍ່ງຕ່າງໆທາງກາຮເມືອງພາຍ
ໃນປຼະເທສແລະຮະຫວ່າງປຼະເທສສມາຊິກຢູ່ສເມີໆ.
    ຄວາມຂັດແຍ່ງທີ່ຍາວນານໃນທະເລຈີນໃຕ້ນັ້ນ ບຮູໄນ,ມາເລເຊັຽ,ຟິລິບປິນສ໌ແລະວຽຕນາມຄືສິ່ປຼະເທສ
ສມາຊິກເອຊ່ຽນທີ່ອ້າງສິດທິຖືຄອງພຶ້ນທີ່ບາງສ່ວນຂອງເກາະແລະແນວປຼະກາຮັງໃນທະເລຈີນໃຕ້ ຂນະ
ດຽວກັນຈີນແລະໄຕ້ຫວັນກໍອ້າງສິດທິນີ້ດ້ວຍເຊັ່ນກັນ ໃນບັລດາສິ່ປຼະເທສເອຊ່ຽນ ຟິລິບປິນສ໌ແລະວຽຕ
ນາມຖືເປັນປຼະເທສຄູ່ກໍຮະນີທີ່ເຄີຍມີກາຮປະທະທາງທຫາຮຢ່າງເສັຽເລຶອດເນື້ອກັນກັບຈີນມາແລ້ວຕັ້ງແຕ່
ທົສວັຕິ 1970.
    ໃນປີ 1974 ຈີນໄດ້ຂັບໄລ່ທຫາຮວຽຕນາມໃຕ້ແລະເຂົ້າຄອບຄອງຫມູ່ເກາະພາຮາເຊລສ໌ໃນທະເລຈີນ
ໃຕ້ໄດ້ທັງຫມົດ ປັຈຈຸບັນຮັຖບາລຈີນໃຫ້ອຳນາຈແຂວງຕັ້ງໃຫມ່ໄຫ່ຫນານເປັນຜູ່ສອດສ່ອງດູແລຫມູ່ເກາະ
ເຫຼົ່ານີ້ໃຫ້ພົ້ນຈາກເງື້ອມມືຂອງວຽຕນາມ ຊຶ່ງໃນທາງກັບກັນ ວຽຕນາມຄົງອ້າງສິດທິເຫນືອມຫມູ່ເກາະ
ພາຮາເຊລສ໌ຢູ່ແລະເຫັນວ່າກາຮກຼະທຳຂອງຈີນເປັນສິ່ງບໍ່ຊອບແລະຜິດກົຕຫມາຍ.
   ໃນປີ 1988 ກອງທັພເຣືອຈີນກັບກອງທັພເຣືອວຽຕນາມເກີດຍິງປະທະກັນທີ່ບໍຮິເວນແນວຫິນຈອຫ໌ນ
ສັນເຣັດໃຫ້ຝ່າຍວຽຕນາມເສັຽຊີວິຕ 70 ຄົນ ຕໍ່ມາໃນປີ 1992 ຈີນໄດ້ປຼະກາສຢ່າງແຂງຂັນຜ່ານສະພາ
ຕົບມືແຫ່ງຊາຕິວ່າຈີນມີອະທິປໄຕຍເຫນືອຫມູ່ເກາະແກ່ງທັງຫມົດໃນທະເລຈີນໃຕ້ແຕ່ພຽງຜູ່ດຽວໂດຍ
ທີ່ຮັຖບາລຈີນໃຊ້ແຜນທີ່ໂບຣານຂອງຕົນອ້າງກາຮມີສິດທິຍຶດຄອງ.
    ໃນທົສວັຕິທີ 1990 ຈີນໄດ້ຮຸກພຶ້ນນ້ຳແລະໂຂດຫິນທົ່ວທະເລຈີນໃຕ້ຢ່າງທ້າທາຍ ກອງທັພເຣືອຟິລິບ
ປິນສ໌ພົບວ່າຈີນແອບສ້າງສິ່ງກໍ່ສ້າງບົນຫິນມິສຊີຟ (Mischief Reef) ທີ່ຟິລິບປິນອ້າງສິດທິແລະທັງສອງ
ເຄີຍປະທະກັນບໍຮິເວນໂຂດຫິນໃກ້ເກາະລູຊອນດ້ວຍ ນອກຈາກນັ້ນຈີນຍັງໄດ້ສົ່ງເຣືອສຳຮວຈນ້ຳມັນ
ດິບເຂົ້າໄປໃນນ່ານນ້ຳວຽຕນາມແລະໂລິບປິນສ໌ຢູ່ຫຼາຍຄັ້ງ ບັນຫາຮຸກລ້ຳນ່ານນ້ຳຍັງຄົງເປັນບັນຫາທີ່
ຍັງແກ້ບໍ່ຕົກຈົນເຖິງປັຈຈຸບັນ.

Thursday, July 26, 2012

ຜົລຂອງກາຮປະຕິວັຕິທີ່ເອົາຫນ້າປຼະຊາຊົນວ໋າ"ພັຄປຼະຊາຊົນປະຕິວັຕິ"ນັ້ນກໍຄືກາຮປຸ້ນອຳນາຈຂອງປຼະ
ຊາຊົນໄປເພື່ອ"ລູກຫຼານຂອງພວກໂຈຮຫ້າຣ້ອຍ"ເທົ່ານັ້ນເອງແລະເພື່ອຍົກຖານະຍົສຖາບັນດາສັກສືບ
ທອດອຳນາຈແຕ່ກຸ່ມອຳນາຈລຸ້ນເກົ່າໄວ້ໃຫ້ລູກຫຼານຂອງພວກເຂົາເອງ ຊຶ່ງໃນນັ້ນພວກເຂົາກໍໄດ້ເຜົາຜານ
ຊັພພຍາກອນທັມຊາຕິຂອງແຜ່ນດິນແລະທຳລາຍແນວຄິດອຸດົມຄະຕິຂອງເຍົາວ໌ຊົນລຸ້ນໃຫມ່ຊຶ່ງບໍ່ແມ່ນ
ເຄືອຍາຕິໂກໂຫຕິກາຂອງພວກເຂົາໃຫ້ກາຍເປັນຄົນໂງ່ຈ້າຫລ້າຫຼັງໂດຍກາຮເບື່ອເມົາດ້ວຍຢາເສພຕິດທຳ
ລາຍວັທນະທັມສັງຄົມພ້ອມສ້າງຄວາມໄຈ້ແຍກສັງຄົມລາວໃຫ້ກາຍເປັນ"ພວກລາວນອກ-ລາວໃນ"ສ້າງ
ຄວາມຮະແວງສົງໃສຊຶ່ງກັນແລະກັນໃນສັງຄົມ,ສ້າງຄວາມສູງຕ່ຳຮະຫວ່າງລູກຫຼານປຼະຊາຊົນກັບລູກຫຼານ
ພວກເຂົາ.(ນີ້ແຫຼະຄືສັກດິນານາຍທຶນໂຕຈິງໆ)ເປັນທັງຣ່ອງເຕ້ແລະເປັນທັງນາຍທຶນເອງ.
   ພວກເຣົາຂໍນຳບົທຮາຍງານພິເສສຂອງພັຄປຼະຊາຊົນປະຕິວັຕິປີ 2020 ທີ່ຜ່ານມາສເນີໃຫ້ບັລດາທ່ານຜູ່
ບໍ່ແມ່ນເຄືອຍາຕິໂກໂຫຕິກາຂອງກຸ່ມກຳອຳນາຈຜເດັຈກາຮລາວມາໃຫ້ວິເຄາະຫ໌ດັ່ງນີ້:
  -ກາຮປຼະຊຸມໃຫຍ່ສມັຊຊາພັຄຯຄັ້ງທີ 9 ນັ້ນຈະບໍ່ມີກຳນົດຊັດເຈນເຖິງເວລານີ້ກໍຕາມ ແຕ່ກາຮທີ່ສາຂາ
ຂອງພັຄຯທັງໃນຮະດັບກະຊວງຮະດັບແຂວງແລະຮະດັບອົງຄ໌ກາຮຈັດຕັ້ງມະຫາຊົນຂອງພັຄຯໄດ້ສິ້ນສຸດ
ລົງໃນຣອບ 5ປີໄປເປັນສ່ວນໃຫຍ່ແລ້ວນັ້ນກໍສາມາດມອງເຫັນກາຮຈະຜັດປ່ຽນຕຳແຫນ່ງທາງກາຮເມືອງ
ພາໃນຮັຖຯຫຸ່ນຢ່າງຊັດເຈນແລ້ວນັ້ນກໍຄື"ຕົວຕາຍຕົວແທນ..ລູກຫຼານຄນະພັຄຕົກນ້ຳບໍ່ໄຫລຕົກໄຟບໍ່
ໄຫມ້" ຄົນຊຶ່ງບໍ່ແມ່ນຍາຕິໂກໂຫຕິກາຂອງພວກເຂົາເຖິງຈະເກ່ງແສນເກ່ງກໍບໍ່ມີໂອກາສວາສນາໄດ້ກ້າວຂຶ້ນ
ສູ່ຕຳແຫນ່ງທຮົງກຽຕິຢ່າງແນ່ນອນ.
   ທັງນີ້ເນື່ອງຈາກຜູ່ທີ່ໄດ້ຣັບເລືອກໃຫ້ມາເປັນເລຂາທິກາຮພັຄຯທັງໃນຮະດັບກຼະຊວງ ຮະດັບແຂວງແລະ
ໃນຮະດັບອົງຄ໌ກາຮຈັດຕັ້ງມຫາຊົນນັ້ນກໍຄືກາຮສົ່ງສັນຍານຈາກສູນຍ໌ກາງອຳນາຈຂອງພັຄຯວ່າບຸຄຄົລ
ທີ່ໄດ້ຣັບກາຮເລືອກນັ້ນຈະໄດ້ຄອງອຳນາຈໃນຕຳແຫນ່ງຮັຖມົນຕຼີ ຕຳແຫນ່ງເຈົ້າແຂວງແລະຕຳແຫນ່ງປຼະ
ທານອົງຄ໌ກາຮຈັດຕັ້ງມຫາຊົນຂອງພັຄຯຄືແນວລາວສ້າງຊາຕິ,ສຫະພັນທ໌ກັມມາບາລ,ສຫະພັນທ໌ແມ່
ຍິງແລະສູນຍ໌ກາງຊາວຫນຸ່ມປະຕິວັຕິຊ່ວງ 5 ປີ(2011-2015) ຕໍ່ໄປນີ້ນັ້ນເອງ.
    ຍິ່ງໄປກວ່ານັ້ນຖ້າຫາກວ່າກາຮປຼະຊຸມສັຊຊາໃຫຍ່ພັຄຯຄັ້ງທີ 9 ຊຶ່ງຈະມີຂຶ້ນເປັນທາງກາຮພາຍໃນຕົ້ນ
ປີ 2013ບໍ່ໄດ້ມີມະຕິປ່ຽນແປງບົທບັນຍັຕິກ່ຽວກັບກາຮຢູ່ໃນຕຳແຫນ່ງຕ່າງໆທາງກາຮເມືອງຂອງສມາຊິກ
ພັຄຯທີ່ກຳນົດໃຫ້ສາມາດຢູ່ໃນຕຳແຫນ່ງເດີມໄດ້ບໍ່ເກີນ 2 ສມັຍຕິດຕໍ່ກັນນັ້ນກໍຍັງຈະເຣັດໃຫ້ຜູ່ທີ່ໄດ້ຣັບ
ກາຮລາກຕັ້ງເປັນເລຂາທິກາຮພັຄຯຮະດັບກຼະຊວງ ຮະດັບແຂວງແລະຮະດັບອົງກາຮຈັດຕັ້ງມຫາຊົນຂອງ
ພັຄຯມາເມື່ອບໍ່ນານນັ້ນສາມາດທີ່ຈະຄອງອຳນາຈໃນຕຳແຫນ່ງເດິມໄດ້ເຖິງ 10 ປີຕິດຕໍ່ກັນອິກດ້ວຍ.
    ນອກຈາກນັ້ນສິ່ງທີ່ຖືວ່າເປັນກາຮສົ່ງສັນຍານຈາກສູນຍ໌ກາງພັຄຯທີ່ຊັດເຈນຫຼາຍຂຶ້ນເວລານີ້ກໍຄືກາຮ
ສືບທອດອຳນາຈທາງກາຮເມືອງຈາກຜູ່ທີ່ອ້າງວ່ານັກປະຕິວັຕິລຸ້ນແຮກມາສູ່ລຸ້ນລູກຫຼານເລີຍໄປເຖິງເຄືອ
ຍາຕິໂກໂຫຕິກາໂດຍບໍ່ມີແຣງສຽດທານໃດໆມາໃກ້ໄດ້.
    ທັງນີ້ເນື່ອງຈາກວ່າກາຮຜູກຂາດອຳນາຈທາງກາຮເມືອງໂດຍພັຄຯພຽງພັຄຯດຽວນັບແຕ່ປີ 1975ເປັນ
ຕົ້ນມາເຖິງ 37ປີຕິດຕໍ່ກັນນັ້ນ ສູນຍ໌ກາງພັຄຯຍັງຍຶດຫມັ້ນໃນກາຮຈະຕ້ອງສືບທອດກາຮຜູກຂາດອຳນາຈ
ຕໍ່ໄປໃຫ້ໄດ້ນານທີ່ສຸດນັ້ນເອງດ້ວຍກາຮບັນຍັຕິໄວ້ຊັດເຈນໃນຮັຖທັມນູນທີ່ໄດ້ມີກາຮປຼະກາສບັງຄັບໃຊ້
ມາຕັ້ງແຕ່ປີ 1991 ວ່າພັຄຯນັ້ນເປັນພັຄກາຮເມືອງດຽວທີ່ຈະຊີ້ນຳກາຮໃຊ້ອຳນາຈນິຕິບັນຍັຕິ ອຳນາຈບໍຮິ
ຫາຮແລະອຳນາຈຕຸລາກາຮໃນ ສປປລາວ.
     ກ່າວສຳລັບທາຍາທເທວດາຂອງອະດີຕຜູ່ນຳສູງສຸດທີ່ຖືວ່າມີຄວາມໂດດເດັ່ນແລະເຕີບໂຕທາງກາຮ
ເມືອງຢ່າງຮວດເຮວທີ່ສຸດປັຈຈຸບັນກໍຄືສຫາຍສອນໄຊ ສີພັນດອນ ລູກຊາຍສຫາຍຄຳໄຕ ສີພັນດອນ
ອະດີຕປຼະທານປຼະເທສແລະຜູ່ນຳພັຄຯຊຶ່ງນອກຈາກຈະເປັນເຈົ້າແຂວງຈຳປາສັກດ້ວຍວັຍພຽງ 40ປີ
ແລະກໍຍັງໄດ້ຄວບຕຳແຫນ່ງເລຂາທິກາຮພັຄຯຮະດັບແຂວງອີກດ້ວຍ.
                   (ຍັງມີຕໍ່)
   

Wednesday, July 25, 2012

ໂຄງສ້າງຫຼືນະໂຍບາຍຕ່າງໆຂອງພັຄຄອມຯບໍ່ວ່າສາຍເຫມົາ ເຈິຕົງ ສາຍໂຣ໋ ຈິມິນແມ້ແຕ່ສາຍແບຮສແນຟ
ສຫະພາບໂຊວຽຕກໍຄືຜີຕົວດຽວກັນທີ່ຝັງເລິກໃນຄນະບໍຮິຫາຮຈັດກາຮເມື່ອໄດ້ໄຊຊນະ ນັ້ນກໍຄືຮະບົບຜູກ
ຂາດອຳນາຈ ໃຊ້ຮະບົບອຸປຖັມພ໌ແບບຕົວຕາຍຕົວແທນທັງສິ້ນແລະກາຮອ້າງເອົາຫນ້າປຼະຊາຊົນມາໃສ່ໃນ
ກາຮປະຕິວັຕິພຽງເພື່ອຫຼອກໃຊ້ໃຫ້ຕາຍໃຈເທົ່ານັ້ນເອງທາຕຸແທ້ກໍເພື່ອພວກລູກຫຼານເຂົາເອງທັງສິ້ນເຊັ່ນຂໍ
ນຳຕົວຢ່າງຂອງຈີນມີຮາຍງານກອງປຼະຊຸມຮະດັບສູງພາຍໃນພັຄຄອມຯຊອດອອກມາວ່າ"ອະນາຄົຕຈີນໃນ
ອຸ້ງມືຜູ່ນຳລຸ້ນເກົ່າ"..
   ເຮື້ອງນີ້ເຊົາທ໌ໄຊນາມໍຮ໌ນິງໂພສຕ໌ - 23 ກ.ດ.ຮາຍງານວ່າບັລດາຜູ່ນຳທັງໄປກະສຽນແລ້ວແລະທີ່ຍັງດຳຮົງ
ຕຳແຫນ່ງຢູ່ໃນປັຈຈຸບັນປຼະຊຸມກັນເພື່ອຕັດສິນໃຈຂັ້ນສຸດທ້າຍກ່ຽວກັບກາຮວາງຕົວຜູ່ນຳລຸ້ນຕໍ່ໄປທີ່ຈະມີ
ກາຮປຼະກາສຢ່າງເປັນທາງກາຮໃນກາຮປຼະຊຸມພັຄຄອມຯເຕັມຄນະຄັ້ງທີ 18 ໃນອີກບໍ່ເທົ່າໃດເດືອນຂ້າ
ຫນ້ານີ້.
   ກາຮປຼະຊຸມຄັ້ງນີ້ 24 ກ.ດ.ເປັນກາຮກຳນົດທິສທາງນະໂຍບາຍຂອງປຼະເທສໃນທົສວັຕິຫນ້າຂນະດຽວກັນ
ສຫາຍຫູ ຊິນເຖົາຜູ່ນຳປຼະເທສກໍກຳລັງຣຽກຣ້ອງໃຫ້ຜັກດັນຄວາມມີເອກພາບຂອງພັຄຄອມຯບຸຄຄົລວົງໃນ
ຂອງພັຄຯຄົນນຶ່ງເລົ່າວ່າ ກາຮຕັດສິນໃຈຂັ້ນສຸດທ້າຍກ່ຽວກັບຕຳແຫນ່ງຄນະກັມກາຮກຼົມກາຮເມືອງກັບຄນະ
ກັມກາຮປຼະຈຳກຼົມກາຮເມືອງຫຼືໂປລິຕບູໂຮຈະມີກາຮຖົກຖຽງກັນເຖິງຮາຍລະອຽດໃນກາຮປຼະຊຸມວາຮະຕໍ່
ໄປໃນອາທິຕຍ໌ຫນ້າ.
   ຜູ່ນຳເກົ່າແລະປັຈຈຸບັນຈະຍັງໄດ້ພົບປະກັນຢ່າງບໍ່ເປັນທາງກາຮທີ່ຮີສອຮ໌ທຣິມຊາຍຫາດເປິ່ຍໄຕ້ເຫີມົນ
ທົລເຫິເປິ່ຍ ແຫຼ່ງຂ່າວໃກ້ຊິດຮະບຸວ່າ"ຂນະທີ່ຜູ່ນຳລຸ້ນປັຈຈຸບັນຢູ່ໃນກຸງປັກກິ່ງ ຜູ່ນຳລຸ້ນເກົ່າກໍຫລົບຣ້ອນ
ແລະມົລພິສຂອງເມືອງຫນີໄປພັກຜ່ອນທີ່ເປິ່ຍໄດ້ຂນາດນີ້ຢູ່ບໍ?"
   ສຫາຍຫູ ຜູ່ນຳຈີນໄດ້ກ່າວສຸນທອນພົຈນ໌ຖ້າມກາງເຈົ້າຫນ້າທີ່ອາວຸໂສຮະດັບມົນທົລກວ່າ 400ສຫາຍ
ເມື່ອວັນຈັນທຮ໌ 23 ກ.ດ ຜ່ານມາຣຽກຣ້ອງໃຫ້ມຸ້ງຫນ້າກາຮປະຕິຣູປແລະເປີດປຼະເທສຂນານໃຫຍ່ທີ່ທ້າ
ທາຍຢ່າງບໍ່ເຄີຍເກີດຂຶ້ນມາກ່ອນ ແຕ່ສຫາຍຫູກໍເນັ້ນໄປທີ່ສຳຄັນຂອງຮະບອບສັງຄົມນິຍົມຈີນພາຍໃຕ້ກາຮ
ປົກຄອງຂອງພັຄຄອມຯຈີນດ້ວຍ.
   ຮາຍງານຮະບຸດ້ວຍວ່າຣອງປຼະທານາຯລີ ຈິ້ນຜິງໄດ້ກ່າວສູນທອນພົຈນ໌ໃນກາຮປຼະຊຸມດຽວກັນນີ້ເມື່ອ
24 ກ.ດ ເນັ້ນໃນສິ່ງທີ່ສຫາຍຫູຜູ່ນຳໄດ້ກ່າວໄປແລ້ວ ສ່ວນນັກວິເຄາະຫ໌ຊິ້ວ່າສູນທອນພົຈນ໌ຂອງສຫາຍຫູ
ມີປຼະສົງຄ໌.ເພື່ອກຳນົດທິສທາງແລະເນື້ອຫາສຳຄັນໃນກາຮປຼະຊຸມພັຄຄອມຯເຕັມຄນະຊຶ່ງຈະມີຂຶ້ນໃນບໍ່
ເທົ່າໃດເດືອນຂ້າງຫນ້ານີ້.
   ສຫາຍ ອູ ຊຶ້ ຫົວຫນ້າບັລນາທິກາຮນິຕຍ໌ສາຮກາຮເມືອງຝ່າຍເສຮີນິຍົມຢຽນຫວງຊຸນຊິວ ຊິ້ວ່າ" ສຫາຍ
ຫູໄດ້ຢ້ຳເຖິງທິສທາງນະໂຍບາຍໃນອະນາຄົຕພ້ອມສົ່ງສັນຍານວ່າ ຜູ່ນຳຮະດັບສູງໄດ້ມີມະຕິເຫັນພ້ອງ
ຕ້ອງກັນໃນປຼະເດັນສຳຄັນ".
   ສຫາຍຫູ ຜູ່ນຳວັຍ 69 ປີຈະລົງຈາກອຳນາຈເລຂາທິກາຮພັຄຯໃນກາຮປຼະຊຸມແລະຕຳແຫນ່ງປຼະທານ
ປຼະເທສໃນເດືອນມິນາ ສິ່ງທີ່ສຫາຍຫູກ່າວນັ້ນເປັນສິ່ງທີ່ກຳນົດນະໂຍບາຍໃຫຍ່ໆຂອງພັຄຯຂນະສື່ຂອງ
ຮັຖຯໄດ້ພາດຫົວຂ່າວເຕັມຫນ້າເພື່ອກາຮປຼະຊາສັມພັນທ໌.
   ສຫາຍຫູຢ້ຳເຖິງຄວາມສຳຄັນກາຮຍົກຮະດັບຄວາມເປັນຢູ່ຂອງປຼະຊາຊົນ ກາຮກຼະຈາຍຮາຍໄດ້ໃຫ້ກັບ
ທຸກກາຮງານອາຊີພສເມີພາບຫຼາຍຂຶ້ນຫຼືແຣງງານຫຼືຊາວນາ ຊຶ່ງປຼະເດັນນີ້ອາຈຈະເປັນສິ່ງທີ່ສຫາຍຫູຖິ້ມ
ໄວ້ເປັນມໍຮະດົກທາງກາຮເມືອງໃນຮັຖບາລຊຸດຕໍ່ໄປໃຫ້ປະຕິບັຕິ.?"ພວກເຣົາຕ້ອງເດິນຫນ້າກາຮພັທນາ
ອົງຄ໌ຄວາມຣູ້ຄວາມຄິດທາງວິທຍາສາສຕຮ໌ ຄວາມສມານສັນທ໌ທາງສັງຄົມ ຍົກຮະດັບຄວາມເປັນຢູ່ແລະ
ສວັສດິກາຮສັງຄົມ"ສຫາຍຫູກ່າວ.
   ສ່ວນສຫາຍ ຈັງ ລີຟານ ນັກວິຈາຮນ໌ກາຮເມືອງເຜີຍວ່າ ສຫາຍຫູຕ້ອງກາຮສົ່ງຂໍ້ຄວາມວ່າພັຄຯຈະຕ້ອງ
ດຳຮົງນະໂຍບາຍເດີມໄວ້ ເພື່ອໃຫ້ສາມາດບັລລຸເປົ້າຫມາຍທາງກາຮເມືອງທີ່ຕ້ອງກາຮຫຼືສຫາຍຫູໄດ້ສົ່ງຕໍ່
ສິ່ງທີ່ເຂົາປະຕິບັຕິຍັງບໍ່ສຳເຮັຈໃຫ້ແກ່ຜູ່ນຳລຸ້ນຕໍ່ໄປແກ້ໄຂ.
    ກາຮປຼະຊຸມທີ່ສຫາຍຫູຂຶ້ນກ່າວສຸນທອນພົຈນ໌ກໍພຽງເປັນກາຮສະແດງເຖິງຄວາມມີເອກພາບຂອງພັຄຯ
ເທົ່ານັ້ນເອງເພາະທຸກພາຄສ່ວນຈະຕ້ອງມາຣ່ວມປຼະຊຸມຂາດບໍ່ໄດ້ແມ້ແຕ່ຄົນດຽວ.ສ່ວນຜູ່ນຳຄົນຕໍ່ໄປຄື
ສຫາຍຈິ້ນຜິງ ແລະນາຍົກຯຄືສຫາຍຫລີ ເຕິສຽງ.   
    ນີ້ຄືຮະບົບພັຄຄອມຯຂອງຈີນປົກຄອງປຼະຊາຊົນຈີນ ສ່ວນຮະບົບຂອງຄອມຯລາວຈະສເນີຕໍ່ໄປ

Tuesday, July 24, 2012

ນັກວິຊາກາຮລາວຫຼາຍຄົນວ່າ"..ໂຄງກາຮພັທນາຂອງຮັຖຯແທບຈະບໍ່ມີຜົລຕອບແທນຕໍ່ປຼະຊາຊົນລາວ
ປານນັ້ນທາງພາຄຮັຖຯຍັງຫນ້າດ້ານວ່າຈະເຣັດໃຫ້ລາວພົ້ນທຸກຂ໌ແລະພົ້ນຈາກປຼະເທສດດ້ອຍພັທນາ
ໃນປີ 2020.
    ຈາກມຸມມອງຂອງນັກວິຊາກາຮລາວວ່າປັຈຸບັນກາຮພັທນາໃນລາວທີ່ເນັ້ນໃສ່ດ້ານເສຖກິຈແລະອຸຕສາ
ຫະກັມເປັນຫຼັກ ຊຶ່ງຈະເຫັນໄດ້ຈາກຕົວເມືອງໃຫຍ່ທີ່ມີໂຣງຈັກໂຣງງານໃຫຍ່ເພີ້ມຂຶ້ນ ແຕ່ສຳລັບຊາວລາວ
ຫຼາຍຄົນຄິດວ່າປຼະຊາຊົນສ່ວນໃຫຍ່ຈະບໍ່ຄ່ອຍໄດ້ຣັບຜົລປຼໂຍຊນ໌ຈາກກາຮພັທນາເຫຼົ່ານັ້ນເທົ່າທີ່ຄວນ
ສ່ວນໃຫຍ່ຜົລພັທນາທັງຫຼາຍໄປຣັບໃຊ້ແຕ່ສເພາະລູກທ່ານຫຼານກຼະຊວງຂອງຕົນເອງ. ທັງນີ້ສິ່ງທີ່ປຼາກົຕ
ໃຫ້ເຫັນກໍຄືປຼະຊາຊົນລາວສ່ວນໃຫຍ່ຍັງທຸກຂ໌ຈົນຖືກເອົາລັດເອົາປຼຽບຈາກທັງນາຍທຶນຄົນຂອງພັຄແລະ
ປຼະຊາຊົນສ່ວນໃຫຍ່ເປັນກະເສຕຮກອນແລະກະສິກອນແລະກາຮພັທນາດັ່ງກ່າວສ່ວນຫຼາຍຈະຢູ່ໃນເຂຕ
ຕົວເມືອງໃຫຍ່ ສ່ວນຊົນບົທຍັງທຸກຂ໌ຍາກຕາມເຄີຍແລະຍັງຖືກຂູດຣີດຈາກພນັກງານຮັຖຢູ່ຕຼອດກາລ.
    ໃນຂນະດຽວກັນກໍມີນັກວິຊາກາຮລາວຄົນນຶ່ງກ່າວວ່າ ຮັຖບາລຫຸ່ນຈະບໍ່ສາມາດລົບລ້າງຄວາມຍາກ
ຈົນໃຫ້ຫມົດໄປໄດ້ໃນປີ 2020. ເຂົາກ່າວເສິມດ້ວຍວ່າເຖິງທາງພັຄ-ຮັຖຈະອະນຸຍາຕໃຫ້ນັກລົງທຶນຕ່າງ
ຊາຕິເຂົ້າໄປລົງທຶນໃນໂຄງກາຮຕ່າງໆຫຼາຍປານໃດກໍຕາມ ແຕ່ກາຮລົງທຶນເຫຼົ່ານັ້ນຈະບໍ່ໃຫ້ຜົລແກ່ປຼະ
ຊາຊົນເທົ່າທີ່ຄວນແລະໂຄງກາຮຕ່າງໆລ້ວນແຕ່ສົ່ງຜົລກຼະທົບມວລຮວມໃຫ້ກັບປຼະຊາຊົນ.
   ສຫາຍນັກວິຊາກາຮຄົນນີ້ກ່າວເນັ້ນອີກວ່າ..ໂຄງກາຮຕ່າງໆຂອງພາຄຮັຖທີ່ນັກລົງທຶນຕ່າງປຼະເທສຣັບ
ໄປທຳນັ້ນສ່ວນໃຫຍ່ຈະສົ່ງຜົລກຼະທົບທາງລົບຕໍ່ປຼະຊາຊົນ ເຖິງແມ່ນຈະໃຫ້ຄ່າຊົດເຊີຍ ແຕ່ເງິນທີ່ໃຫ້ຄ່າ
ຊົດເຊີຍນັ້ນຈະບໍ່ເທົ່າກັບຄວາມເສັຽຫາຍທີ່ປຼະຊາຊົນໄດ້ຣັບເນື່ອງຈາກວ່າເຂົາເຈົ້າຕ້ອງໄດ້ປະຖິ້ມເຣືອນ
ຊານ ໄຣ່ນາຕະກ້າ ໄປຕັ້ງຖິ່ນຖານໃຫມ່ແລະຕ້ອງໃຊ້ເວລາຫຼາຍປີກ່ອນຈະຕັ້ງຫຼັກແຫຼ່ງຫມັ້ນແກ່ນໄດ້
ແລະຍິ່ງພັທນາຫຼາຍເທົ່າໃດກໍຍິ່ງສ້າງຄວາມສັບສົນວຸ້ນວາຍໃຫ້ແກ່ປຼະຊາຊົນພ໊ອມທັງເຜົາຜານຊັພ
ພຍາກອນຫໜັກຍິ່ງຂຶ້ນ 37 ປີຜ່ານມາຫາກຕິດຕາມຜົລກາຮພັທນາຂອງພາຄຮັຖແລ້ວ ຜົລປຼະໂຍຊນ໌
ທີ່ປຼະຊາຊົນໄດ້ຣັບແທບບໍ່ມີ ມີແຕ່ຜົລກຼະທົບ. ຜູ່ທີ່ໄດ້ຣັບເຕັມປຼະຕູກໍຄືຄົນຂອງພັຄ-ຮັຖຜູ່ທີ່ບໍ່ໄດ້ອອກ
ແຣງງານໃດໆທັງສິ້ນ.
    
ກຼະບອກສຽງພັຄ-ຮັຖຫຸ່ນແກວຖແລງວ່າເສຖກິຈກາຮຄ້າຂອງຕົນໄປໄດ້ສວຍຈະສາມາດແກ້ໄຂຄວາມ
ຍາກຈົນແລະເປັນປຼະເທສດ້ອຍພັທນາໄດ້ບໍ່ເກີນປີ 2020. ແຕ່ທນາຄາຮໂລກຄາດວ່າຮັຖຯຫຸ່ນແກວຈະ
ຂາດດຸລກາຮຄ້າຫຼາຍກວ່າ 1 ພັນລ້ານດອລລາໃນປີນີ້.
  ຮາຍງານສບັບນີ້ຮະບຸເມື່ອ 7/10/12 ວ່າທນາຄາຮໂລກຄາດວ່າຮັຖຯຫຸ່ນແກວຈະຕ້ອງປຼະສົບບັນຫາ
ຂາດດຸລກາຮຄ້າຕ່າງປຼະເທສຫຼາຍກວ່າ 1 ພັນລ້ານດອລລາໂດຍສາເຫຕຸສຳຄັນປຼະກາຮນຶ່ງມາຈາກກາຮ
ເປັນເຈົ້າພາບຈັດກອງປຼະຊຸມ ASEAM ຄັ້ງທີ 9.
  ໃນເຮື້ອງນີ້ທາງທນາຄາຮໂລກໄດ້ສເນີຮາຍງານສະພາບກາຮທາງເສຖກິຈສຳລັບພູມິພາຄເອເຊັຽ-ປາຊິ
ຟິກໃນໄລຍະ 6 ເດຶອນຕົ້ນປີ 2012ວ່າຮັຖຯຫຸ່ນລາວເປັນອີກປຼະເທສນຶ່ງທີ່ຈະຕ້ອງພະເຊີນກັບກາຮຂາດດຸລກາຮຄ້າກັບຕ່າງປຼະເທສ
ຫຼາຍຂຶ້ນໂດຍຄາດວ່າກາຮນຳເຂົ້າສິນຄ້າຈາກຕ່າງປຼະເທສຂອງລາວຕຼອດປີນີ້ ມີມູລຄ່າຮວມເກີນກວ່າ
4,100 ລ້ານດອລລາໃນຂນະດຽວກັນກໍຈະມີກາຮສົ່ງອອກສິນຄ້າໄປຕ່າງປຼະເທສຄິດເປັນມູລຄ່າຮວມບໍ່
ເກີນ 3,000 ລ້ານດອລລາຊຶ່ງຈະເຣັດໃຫ້ຮັຖຯຫຸ່ນແກວຕ້ອງຂາດດຸລກາຮຄ້າຄິດເປັນມູລຄ່າເກີນກວ່າ
1,100 ລ້ານດອລລາເປັນຢ່າງຕ່ຳ.
   ໃນຂນະດຽວກັນທນາຄາຮໂລກໄດ້ຮະບຸຊັດເຈນວ່າສາເຫຕຸທີ່ສຳຄັນທີ່ເຣັດໃຫ້ຮັຖຯຫຸ່ນລາວຕ້ອງຂາດ
ດຸລກາຮຄ້າກັບຕ່າງປຼະເທສກໍຄືກາຮເປັນເຈົ້າພາບຈັດກອງປຼະຊຸມສຸດຍອດເອເຊັຽ-ຍູໂຮປຄັ້ງທີ 9ທີ່ຈະມີ
ຂຶ້ນໃນວັນທີ 5-6 ພະຈິກາປີນີ້ທີ່ວຽງຈັນທຮ໌ຊຶ່ງເຣັດໃຫ້ຮັຖຯຫຸ່ນລາວຕ້ອງກາຮນຳເຂົ້າສິນຄ້າປຼະເພທ
ວັສະດຸແລະອຸປກອນຕ່າງໆສຳລັບກາຮກ່ໍສ້າງອາຄາຮສຖານທີ່ແລະສິ່ງອຳນວຍຄວາມສະດວກອື່ນໆ
ໃຫ້ພ້ອມເພື່ອຣອງຣັບກອງປຼະຊຸມ.
   ນອກຈາກນີ້ທນາຄານໂລກຍັງເສິມດ້ວຍວ່າກາຮຂາດດຸລກາຮຄ້າກັບຕ່າງປຼະເທສຂອງຮັຖຫຸ່ນຍັງໄດ້
ສົ່ງຜົລກຼະທົບຕໍ່ສຖານະທາງດ້ານທຶນສຳຮອງເງິນຕຼາຕ່າງປຼະເທສໃນຮັຖຯຫຸ່ນອີກ. ເຖິງແມ່ນວ່າຮັຖຫຸ່ນ
ຈະມີທຶນສຳຮອງເພິ້ມຂຶ້ນຈາກ 676ລ້ານດອລລາໃນປີ 2011 ເປັນ 681ລ້ານດອລລາໃນປີນີ້ກໍຕາມຫາກແຕ່
ທຽບໃສ່ກັບກາຮນຳເຂົ້າຈາກຕ່າງປຼະເທສພຽງ 1.9 ເດືອນເທົ່ານັ້ນ.
   ໃນຂນະທີ່ສຫາຍສົມສວາດ ເລັ່ງສວັດ ຮອງນາຍົກຯນັກເສຖສາສຕຮ໌ຊັ້ນຍອດຂອງລາວຜູ່ຊີ້ນຳວຽກງານ
ດ້ານເສຖກິຈຂອງຮັຖຫຸ່ນລາວກໍໄດ້ອອກຖແລງຢືນຢັນເມື່ອບໍ່ນານມານີ້ວ່າເປົ້າຫມາຍສຳຄັນຂອງຮັຖຫຸ່ນ
ເຖິງປີ 2015ກໍຄືກາຮເພີ້ມມູລຄ່າສົ່ງອອກສິນຄ້າໄປຕ່າງປຼະເທສໃຫ້ສູງຂຶ້ນເພື່ອໃຫ້ລາວບໍ່ຕ້ອງພະເຊີນກັບ
ກາຮຂາດດຸລກາຮຄ້າຕ່າງປຼະເທສຕໍ່ໄປ...ໂດຽສຫາຍຄຸຍໂວວ່າ"...ດ້ານກາຮຜລິຕເປັນສິນຄ້າສູ້ຊົນຜລິຕ
ເຂົ້າເພື່ອສົ່ງອອກໃຫ້ໄດ້ສເລັ່ຍ 6ແສນຕັນຕໍ່ປີ ສູ້ຊົນເຣັດໃຫ້ອຸຕສາຫະກັມປຸງແຕ່ງຂຍາຍຕົວໃນອັຕຼາສ່ວນ
ແຕ່ 12-13% ຕໍ່ປີຂຍາຍຕລາດຂາຍຍ່ອຍໃຫ້ກວມເອົາ 80% ຂອງຈຳນວນກຸ່ມບ້ານ". ສົມຄວາມຄຸຍຫຼືບໍ່
ນັ້ນດຽວໆກໍຣູ໊ເອງ.
    ປຼະເທສຄູ່ຄ້າຂອງຮັຖຫຸ່ນລາວສ່ວນໃຫຍ່ແມ່ນ ໄທຍ-ຈີນ-ວຽຕ-ສຫະຮັຖ-ຍິ່ປຸ່ນ-ເກົາຫຼີໃຕ້-ການາດາ
-ອອສເຕຼເລັຽແລະນິວຊີແລນດ໌ ໂດຍສເພາະແມ່ນໄທຍກັບຈີນແລະວຽຕນັ້ນຍັງຖືເປັນ 3 ປຼະເທສທີ່ມີມູລຄ່າ
ກວ່າ 90%ຂອງມູລຄ່າກາຮຄ້າຕ່າງປຼະເທສທັງຫມົດຂອງລາວ..
  ໃນປີ 2011 ລາວກັບໄທຍກາຮຄ້າມີມູລຄ່າຮະຫວ່າງກັນ 3,800 ລ້ານດອລລາໂດຍລາວສົ່ງໄປໄທຍມູລ
ຄ່າ 1,100 ລ້ານດອລລາຈຶ່ງເຣັດໃຫ້ລາວເປັນຝ່າຍຂາດດຸລຕໍ່ໄທຍ 1,600 ລ້ານດອລລາ. ສ່ວນກັບຈີນນັ້ນ
ມີມູລຄ່າຮວມ 1,280 ລ້ານດອລລາຝ່າຍລາວຫຸ່ນໂຄຊນາວ່າເປັນຝ່າຍໄດ້ປຽບດຸລກາຮຄ້າ 150 ລ້ານດອລ
ລາ. ສ່ວນຮັຖຫຸ່ນສມຸນກັບນາຍແກວນັ້ນ ມີມູລຄ່າຮວມຫຼາຍກວ່າ 700 ລ້ານດອລລາ ລູກສມຸນຄຸຍໂວວ່າ
ເປັນຝ່າຍໄດ້ປຼຽບຫຼາຍກວ່າ 100 ລ້ານດອລລາເຖິງແມ່ນມູລຄ່າຮວມຈະບໍ່ເຖິງ 1.,000 ລ້ານດອລລາຕາມ
ເປົ້າຫມາຍທີ່ວາງໄວ້ກໍຕາມ..ແຕ່ຊັພພຍາກອນທັມຊາຕິຂອງລາວແທບຈະບໍ່ເຫຼືອໄວ້ໃຫ້ລູກຫຼານແລ້ວ.

Monday, July 23, 2012

           ເມື່ອໃດຫມາບໍ່ເຊົາກິນຂີ້..ຢ່າຫວັງເລີຍວ່າກຸ່ມຜເດັຈກາຮລາວຂາຍຊາຕິຈະຢຸດເຊົາສໍ້ໂກງຊາຕິ!!
 ກອງປຼະຊຸມສະພາຕົບມືທີ່ຜ່ານມາສຫາຍທອງສິງ ທັມວົງນາຍົກຯຫຸ່ນໄດ້ກ່າວໄວ້ໃນທີ່ປຼະຊຸມສະພາ
ວ່ານັບແຕ່ນີ້ເປັນຕົ້ນໄປທາງຮັຖບາລຫຸ່ນວຽງຈັນທຮ໌ຈະບໍ່ອະນຸຍາຕໃຫ້ສັມປທານແກ່ບໍຮິສັທໃດໆທັງ
ສິ້ນ..ນັບຕັ້ງແຕ່ສຫາຍກ່າວໄວ້ໃນສະພາຕົບມືຍັງຕົດບໍ່ທັນເຫີຍກໍມີປຼະກາສອອກມາໃນຫນ້າກະບອກ
ສຽງພັຄ-ຮັຖວ່າ ຮັຖບາລຫຸ່ນແກວໄດ້ອະນຸຍາຕໃຫ້ສັມປະທານທີ່ດິນແກ່ບໍຮິສັທໄທຍບໍ່ຕ່ຳກວ່າ 187,
500 ໄຣ່ (30,000 ເຣກຕາຮ໌)ເປັນເວລາ 3ປີສຳລັບປູກອ້ອຍ.
  ຕໍ່ມາຮັຖບາລຫຸ່ນກໍໄດ້ເປີດໃຫ້ສັມປທານບໍຮິເວນຊານເມືອງວຽງຈັນທຮ໌ໃຫ້ແກ່ບໍຮິສັທນາຍເຫນືອຫົວ
ແກວຊື ບໍຮິສັທ Le Hong Anh ໂດຍສຫາຍສົມສະຫວາດ ເລັ່ງສວັດຣອງນາຍົກຯ. ຝ່າຍແກວຜູ່ເປັນ
ນາຍຄືສຫາຍ ພົລ.ເອກເລ ຣອງ ອັນກຼົມກາຮເມືອງພັຄຄອມຯວຽຕຯພິທີໄດ້ຈັດຂຶ້ນຢູ່ທີ່ເມືອງສັງທອງ
ບໍຮິເວນທີ່ຕັ້ງໂຣງງານຜລິຕທອງແລະເງິນຂອງສກາຍນິ່ງເມື່ອ 19 ກ.ດ.2555 ຖືເປັນເຫມືອງທອງແຫ່ງທີ
5-6.
   ກາຮລົງທຶນຂອງບໍຮິສັທວຽຕ Le Hong Anh ກວ່າ 30 ລ້ານດອລລາຂອງບໍຮິສັທສໄກມິນນິງຕາມຮາຍ
ງານຮະບຸວ່າເປັນບໍຮິສັທຣ່ວມລົງທຶນວຽຕ-ລາວ. ຢ່າງໃດໍຕາມກາຮເປີດໂຮງງານຍັງເປັນນິມິຕຮຫມາຍ
ຢ່າງນຶ່ງເພື່ອສເລີມສລອງຄົບຣອບປີທີ 35 ກາຮເຊັນສັນຍາມິຕຮພາບກາຮຣ່ວມມືຮະຫວ່າງລາວກັບວຽຕ
ຫຼື(ລາວເປັນເມືອງອະນານິຄົມແບບໃຫມ່ຂອງແກວກັນແນ່?).
   ຮາຍງານຍັງຮະບຸວ່າເຫມືອງທອງແລະໂຣງງານນີ້ເປັນກາຮລົງທຶນພາຍໃຕ້ສັມປທານເວລາ 10 ປີຮະ
ຫວ່າງປີ 2551-2561 ແລະສາມາດຕໍ່ສັນຍາໄດ້ອີກເຮິ້ມຕົ້ນລົງມືຖລຸງແລະກາຮຜລິຕສິນແຣ່ທອງຄຳໄດ້
250 ຕັນຕໍ່ວັນແລະຈະເພິ້ມກຳລັງຜລິຕອິກເທົ່າຕົວໃນປີ 2556.
   ທີ່ຜ່ານມາບໍຮິສັທນີ້ໄດ້ລົງທຶນໃນກາຮສຳຮວຈແລະຂຸດຄົ້ນໃນເນື້ອທີ່ 385 ເຣກຕາຮ໌ (2,400 ໄຣ່)ແຕ່
ຢ່າງໃດກໍຕາມ ເຫມືອງແຣ່ຕ່າງໆໄດ້ສ້າງບັນຫາຢ່າງຣອບດ້ານໃຫ້ກັບຊຸມຊົນພຶ້ນທີ່ແລະຮາຍໄດ້ຕ່າງໆ
ຈາກຮາຍກາຮນີ້ບໍ່ແມ່ນເພື່ອປຼະຊາຊົນ ແຕ່ຫາກແມ່ນເພື່ອກຸ່ມກຳອຳນາຈຮັຖຯ.  ກາຮທີ່ຈະແກ້ບັນຫາ
ຄວາມຍາກຈົນໃຫ້ກັບປຼະຊາຊົນນັ້ນຄົງຍາກຫາກກຸ່ມກຳອຳນາຈກຸ່ມນີ້ຍັງປ່ຽນກັນຂຶ້ນກຳອຳນາຈຢູ່
ຕຼອດໄປ..ຜູ່ທີ່ຮວຍແມ່ນຄົນໃນ 14 ຕຼະກຸລແລະບໍຮິສັທຕ່າງຊາຕິໂດຍສເພາະບໍຮິສັທແກວ-ຈີນແລະໄທຍ
ສ່ວນບໍຮິສັທລາວກໍລ້ວນແຕ່ແມ່ນລູກຫຼານຂອງກຸ່ມກຳອຳນາຈຮັຖຯທັງນັ້ນ. ກາຮລົງທຶນບໍຮິສັທລາວມີ
ພຽງ 10% ອີກ 90%ແມ່ນຂອງບໍຮິສັທຕ່າງຊາຕິ ສນັ້ນຕໍ່ໃຫ້ແຣ່ທາຕຸຖືກຂຸດກົ່ນຫມົດປຼະເທສປຼະຊາຊົນ
ລາວກໍຍັງທຸກຂ໌ຈົນຢູ່ຢ່າງເດິມເພາະຊັພຍ໌ສົມບັຕິເຫຼົ່ານັ້ນບໍ່ໄດ້ໄປປົດປ່ອຍຄວາມຍາກຈົນຂອງຄົນໃນ
ຊາຕິ.
ຂ່າວສຳຄັນໃນຣອບ 7 ເດືອນຄົງຫນີບໍ່ພົ້ນຂ່າວຂອງເຄື່ອງບິນ B-1B ຂອງສຫະຮັຖຯທີ່ຈະກັບມາປະຕິບັຕິ
ກາຮໃຫມ່ອີກຄັ້ງນຶ່ງໃນບໍຮິເວນກໍຮະນີພິພາທບັນຫາເກາະຕ່າງໆໃນທະເລຈີນໃຕ້.
  ກາຮຈະກັບມາຂອງ B-1B ຄັ້ງນີ້ຜູ່ເປັນເດືອນເປັນແຄ້ນຄົງຫນີບໍ່ພົ້ນກອງທັພປົດປ່ອຍປຼະຊາຊົນຈີນໂດຍ
ສື່ມວລຊົນທັງຫນັງສືພິມ ໂທຮທັສນ໌ ວິທຍຸອອກກຼະຈາຍກັນຫາສຫະຮັຖຯຕ້ອງກາຮຄຸມເອເຊັຽຕະວັນ
ອອກດ້ວຍກຳລັງທຫາຮ.
    ນອກຈາກ B-1B ແລ້ວຍັງມີຂະບວນເຣືອບັລທຸກເຄື່ອງບິນແລະເຣືອຮົບຕິດຕາມອີກຕ່າງຫາກປຼະມານ
ໄດ້ວ່າ 60% ຊຶ່ງໃນນີ້ຕາມຮາຍງານຮະບຸວ່າກັບຄືນສູ່ເອເຊັຽຕະວັນອອກຕາມໂຄງກາຮສຳຄັນໆຫຼາຍປຼະ
ກາຮພ໊ອມກັບເຄື່ອງບິນຮົບລຸ້ນພິເສສຕ່າງໆທີ່ທັນສມັຍເຂົ້າປຼະຈຳກາຮແຕ່ຕ່າງພາຮະກິຈຕາມແຜນຍຸທ
ສາສຕຮ໌ຂອງກອງທັພໂດຽຝູງບິນຖິ້ມຮະເບີດຍຸທສາສຕຮ໌ B-1B ກຳລັງຈະຫັນຫນ້າເຂົ້າສູ່ທະເລຈີນໃຕ້
  ແລະໃນໄລຍະຕໍ່ໄປນີ້ສຫະຮັຖຯຈະບໍ່ໄດ້ອາໃສພຶ້ນທີ່ສນາມບິນຂອງໄທຍຫຼືຟິລິບປິນສ໌ໃນພາຮະກິຈໃນ
ກາຮໂຈມຕີຂ້າເສິກເຫມືອນໃນອະດີຕຍຸຄສົງຄາມເຢັນ. ເຖິງແມ່ນສຫະຮັຖຯຈະຍັງບໍ່ທັນໄດ໊ປຼະກາສເປັນ
ທາງກາຮໃນເຮື້ອງນີ້ກໍຕາມ ຫນັງສືພິມ US Today ກ່າວຮາຍງານວ່າ B-1Bອາຈເຂົ້າມາມີບົທບາທສຳ
ຄັນໃນທະເລຈີນໃຕ້ໃນສົງຄາມຄວາມຂັດແຍ່ງແລະຣູ້ສຶກວ່າກຳລັງຣຸນແຣງຂຶ້ນເຮື້ອຽໆໃນແຖບເອເຊັຽ
ຊຶ່ງໃນກໍຮະນີຫາກເກີດສົງຄາມສຫະຮັຖຯຈະບໍ່ຍອມເດັດຂາດທີ່ຈະປ່ອຍໃຫ້ພັນທ໌ມິຕຮຖືກສັຕຼູຂົ່ມຂູ່
ຈະດ້ວຍວິທີໃດໆກໍຕາມໂດຍສເພາະເວລານີ້ແມ່ນຈີນໄດ້ໃຊ້ອິດທິພົລຂອງຕົນກ້າວກ່າຍແລະແຊກແຊງ
ປຼະເທສພັນທ໌ມິຕຮຂອງສຫະຮັຖຯເປັນປຼະຈຳ ດັ່ງນັ້ນຝູງເຄື່ອງບິນຍຸຄສາສຕຮ໌ຈຶ່ງຖືເປັນເຄື່ອງມືທີ່ສຳ
ຄັນໃນກາຮສນັບສນູນທຸກກະບວນທ່າໃນສນາມຮົບ.
     ໃນຂນະທີ່ຫນັງສືພິມຊິນຫົວຜູ່ຊົງອິດທິພົລທີ່ເປັນກຼະບອກສຽງຂອງກອງທັພປົດແອກຂອງຈີນກໍໄດ້
ຕີຂ່າວຢ່າງຫນັກວ່າ B-1B ຂອງສຫະຮັຖຈະເຂົ້າໄປມີບົທບາທສຳຄັນແລະຍັງມອງໄກໄປກວ່ານີ້ອີກໃນ
ນັ້ນກໍຄືພາຮະກິຈຂອງເຄື່ອງບິນຖິ້ມຮະເບີດ B-1 ຈະບໍ່ແມ່ນເຂຕພູດອຍໃນອັຟການິສຖານຫຼຶໂລກອາ
ຫຮັບຕໍ່ໄປອີກແລ້ວ ແຕ່ຍັງຫາກມີເປົ້າຫມາຍມາທີ່ຈີນທັງໃນທະເລແລະແຜ່ນດິນໃຫຍ່ຈີນ.
   ນັກວິເຄາະຫ໌ຈີນຄົນນຶ່ງໃນກອງທັພປຟດແອກຂອງຈີນ China Defense.com ກ່າວແລະທັງຍັງຊີ້ໃຫ້
ເຫັນອີກວ່າ B-B1ຖືເປັນໄພຍຄຸກຄາມຣ້າຍແຣງທີ່ສຸດສຳລັບເຣືອພິຄາຕແລະເຣືອຮົບທຸກລຳຂອງຈີນ
ໃນອຳນາຄົຕອັນໃກ້ນີ້.
   ກາຮເປີດເຜີຍໃນເຮື້ອງນີ້ມີຂຶ້ນໃນຊ່ວງກາຮພະເຊີນຫນ້າຮະຫວ່າງຟິລິບປິນສ໌-ຈີນທີ່ຕຶງຄຽດທີ່ສຸດ
ແລະຖ້າຫາກເກີດມີກາຮລົງໄມ້ລົງມືກັນຈິງໆແລ້ວກໍຄົງຫນີບໍ່ພົ້ນມືກອງທັພອັນທຮົງພລັງຂອງສຫະ
ຮັຖຯທີ່ມີຕໍ່ພັນທ໌ມິຕຮໃນພູມິພາຄນີ້.ໂດຍຕາມສົນທິສັນຍາພັນທ໌ໄມຕຼີທີ່ເຊັນກັບຟິລິບປິນສ໌ຊ່ວງສົງ
ຄຼາມໂລກຄັ້ງທີ 2 ແຕ່ໃນຂນະທີ່ໃນຮະບອບອາກີໂນຊຶ່ງເປັນແມ່ຂອງຜູ່ນຳຟິລິບປິນສ໌ປັຈຈຸບັນຊ້ຳພັດ
ຫັນໄປແລ່ນນຳກົ້ນຈີນ ກ່າວຫາວ່າສຫະຮັຖຯເປັນສັຕຼູກໍປຼະຊາຊົນຟິລິບປິນສ໌ ແຕ່ເວລາເຖິງອັຕຄັດ
ມາຊ້ຳພັດແລ່ນໄປຣ້ອງໃຫ້ອະເມຮິກາທົບທວນສົນທິສັນຍາຄວາມຣ່ວມມື?..
    ເຄື່ອງບິນ B-1B ກຳລັງເຂົ້າສນັບສນູນກອງທັພເຣືອທີ 7 ທີ່ຕັ້ງຂຶ້ນເພື່ອພິທັກສ໌ຄາບສມຸທຮເກົາຫລີ
ແລະປົກປ້ອງສາຍທາງເດີນເຣືອເສຮີໃນທະເລຈີນໃຕ້ຊຶ່ງໃນນີ້ມີ 6 ຫາ 7 ພາຮະກິຈພິເສສອີກຕ່າງຫາກ
ນັກວິເຄາະກຼະຊວງປ້ອງກັນຊາຕິຈີນໄດ້ອອກມາຣຽກຣ້ອງຢ່າງເປັນທາງກາຮວ່າຕ້ອງພັທນາໃນຂີດ
ຄວາມສາມາດ ພັທນາອາວຸທຕໍ່ສູ້ດິນສູ່ອາກາສທີ່ມີປຼະສິດທິພາບສູງສຸດສາມາດຣັບມືກັບ B-1Bຂອງ
ສຫະຮັຖຯໃຫ້ໄດ້.
   B-1B ມີຄວາມໄວສູງສຸດເຖິງ 1,400 ກ.ມ.ຕໍ່ຊົ່ວໂມງສາມາດເຂົ້າປົກປ້ອງເຣືອຮົບທຸກລຳຂອງສຫະ
ຮັຖໄດ້ຢ່າງທັນດ່ວນຫາກເກີດກໍຮະນີປະທະກັນກັບສັຕຼແລະສາມາດບັລທຸກອາວຸທຍຸທໂທປະກອນ
ໄດ້ເກືອບ 4 ຕັນແລະສາມາດປະຕິບັຕິກາຮໄດ້ທັງໃນເພດານຕ່ຳສຸດແລະສູງສຸດຄວາມໄວກວ່າສຽງ
3 ເທົ່າຕົວແລະມີຮະບົບປ້ອງກັນຣອບດ້ານ.
  ເຖິງແມ່ນຕົວຕົນຈະໃຫຍ່ ແຕ່ໃນເຄື່ອງບິນກໍມີພຽງ 4 ຄົນປຼະຈຳເຄື່ອງແລະສາມາດປະຕິບັຕິກາຮ
ໄດ້ຢ່າງມີອິສຮະໃນທຸກສະພາບດິນຟ້າອາກາສແລະທຸກເວລາຕາມຄຳສັ່ງໂດຍບໍ່ຕ້ອງເພິ່ງພາກາຮ
ຊ່ອຍເຫຼືອໃດໆຈາກພາຄພຶ້ນດິນແລະບໍ່ຕ້ອງເຕິມນ້ຳມັນບົນເວຫາ.
  B-1B ເປັນກຳລັງຫຼັກໃນປະຕິບັຕິກາຮນ໌ໄລຍະໄກຂອງກອງທັພອາກາສສຫະຮັຖຯສາມາດບິນ
ໄປຖິ້ມຮະເບີດຫຼືຍິງຈຮວດນຳວິຖີໄດ້ທຸກພາຄພຶ້ນແລະແມ່ນຢຳເປັນພິເສສ. ໃນຂນະທີ່ນັກວິເຄາະຫ໌
ຈີນກ່າວອີກວ່າສຫະຮັຖຯສາມາດໃຊ້ເກາະກວມເປັນຖານໄປປະຕິບັຕິກາຮນ໌ທ່ົວປາຊິຟິກໄດ້.
   ປັຈຈຸບັນເຂົາສາມາດຕິດຕັ້ງຂີປນາວຸທນິວເຄລັຽຮ໌ພິສັຍກາງໄດ້ ໃນຂນະທີ່ອາວຸທຍຸທວິທີ ທີ່ຫນ້າ
ຢ້ານກົວທີ່ສຸດນັ້ນຄື AGM-158A JASSM ເປັນຂີປນາວຸທສຳລັບໂຈມຕີເປົ້າຫມາຍທັງທາງບົກ-
ອາກາສແລະທາງທະເລເພາະເປັນຈຮວດແບບ"ສເຕລທ໌" ຕິດຕັ້ງອິເລັກໂທຮນິກຕໍ່ຕ້ານກາຮຮົບ
ກວນໂດຍເຮດ້າຮ໌ມີຮະບົບນຳທາງດ້ວຍອິຟຮາເລດ ຍາກແກ່ກາຮຈັບໄດ້ຖືເປັນອາວຸທລ້ຳຍຸຄແລະ
ມີຄວາມໄວສູງສຸດເມື່ອເຂົ້າໃກ້ເປົ້າຫມາຍຈຮວດຈະແລ່ນເຂົ້າຫາເປົ້າຢ່າງແມ່ນຢຳດ້ວຍເທັຄໂນ
ໂລຍິ່ທີ່ຣຽກວ່າ“Stand off Missile"ກ່ອນຈະພຸ້ງເຂົ້າຫາຕຳແຫນ່ງເຫມາະສົມແລະສາມາດທຳລາຍ
ໄດ້ສູງທີ່ສຸດດ້ວຍວັດຖຸຮະເບີດທີ່ເຂັ້ມຂົ້ນ WDU-42/B ຫນັກ 1000 ປອນ (450 kilogram)ແລະຈຮວດ
ສຳຄັນອິກຊນິດນຶ່ງຄື ຂີປນາວຸທ AGM - 158 A ທີ່ສາມາດຕິດຕັ້ງກັບເຄື່ອງບິນຮົບທຸກລຳໂດຍສເພາະ
ກັບ F-18 - F-35 ແລະແຖມດ້ວຍແສງສາມມິຕິເລເຊິຮ໌ຕ່າງຫາກດ້ວຍ.

Saturday, July 21, 2012

ເອຊ່ຽນຍັງຕົກລົງຣ່ວມກັນບໍ່ທັນໄດ້ກໍຮະນີແກ້ໄຂພິພາທທະເລຈີນໃຕ້ ນາຍຣໍຮ໌ ນັມຮອງ ຮມຕ.ຕ່າງປຼະເທສ
ກັມພູຊາຖແລງຕໍ່ຜູ່ສື່ຂ່າວທີ່ອາຄາຮສັນຕິພາບໃນກຸງພນົມເປັນເມື່ອ 20 ກ.ດ. ເອຊ່ຽນບັລລຸສັນທາມະຕິຂັດ
ແຍ້ງທະເລຈີນໃຕ້ ແຕ່ກັມພູຊາກ່າວໂທສຣາໂນຍແລະມະນິລາທີ່ເປັນເຫຕຸບໍ່ສາມາດອອກຄຳຖແລງໄດ້ໃນຄັ້ງ
ແຮກ.
   ແຕ່ຢ່າງໃດກໍຕາມເອເອຟພີ-ຊາຕິສມາຊິກສມາຄົມປຼະຊາຊາຕິແຫ່ງເອເຊັຽຕະວັນອອກສຽງໃຕ້ເມື່ອ 20 ກ.
ດ.ໃຫ້ຄຳຫມັ້ນທີ່ຈະທຳງານຣ່ວມກັນມຸ້ງສູ່"ຮະບຽບປະຕິບັຕິ" (Code of conduct) ໃນທະເລຈີນໃຕ້ແຕ່ກັບ
ກາຍລົ້ມເຫຼວທີ່ຈະແກ້ໄຂຣອຍແຫງທີ່ຂັດຂວາງກາຮປຼະຊຸມຮະດັບພູມມິພາຄເມື່ອອາທິຕຍ໌ຜ່ານມາ. ທັງນີ້ກໍ
ເພາະຈີນເປັນຕົ້ນເຫຕຸທີ່ຊື້ຈ້າງກຸ່ມຜູ່ນຳກັມພູຊາບໍ່ໃຫ້ນຳເອົາບັນຫາຂໍ້ພິພາທເຂົ້າມາໃນວາຮະກອງປຼະຊຸມເອ
ຊ່ຽນນັດແຮກຂອງກອງປຼະຊຸມເອຊ່ຽນທີ່ກັມພູຊາແລ້ວ.
   ທັງນີ້ຈີນເກງວ່າຫາກເອຊ່ຽນຮວມກຸ່ມກັນໄດ້ເປັນສມາຄົມປຼະຊາຊາຕິເອເຊັຽຕະວັນອອກຫຼືນຳຂໍ້ພິພາທນີ້
ເຂົ້າມາໃນວາຮະກອງປຼະຊຸມເອຊ່ຽນຈະເຣັດໃຫ້ຫຼາຍຊາຕິໃນສມາຄົມເອຊ່ຽນບໍ່ພໍໃຈຈີນຫນັກຂຶ້ນນັ້ນເອງແລະ
ບັ້ງຕົວະຈີນກໍຈະແຕກດັງໂພະທັນທີເພາະຈີນເວລານີ້ກຳລັງຊື້ຈ້າງຈອບອອຍກຸ່ມຜູ່ນຳຜເດັຈກາຮຕ່າງໆເຊ່ັນ
ສຫາຍຣຸນເຊລຊຶ່ງເປັນລູກນ້ອງເກົ່າຂເມຮແດງແລະກຸ່ມຜເດັຈກາຮລາວແດງທີ່ເປັນສມຸນເກົ່າແລະມີຜົລປຼະ
ໂຍຊນ໌ຢູ່ໃນລາວຂນະນີ້ຊຶ່ງເວລານີ້ຈີນກຳລັງຂາດເຂີນວັດຖຸດິບປ້ອນໂຣງງານເພື່ອຕຼຽມກ້າວຂຶ້ນມາເປັນເສືອ
ເສຖກິຈໂຕທີ 9 ຕໍ່ຈາກຮັສເຊັຽຈຶ່ງຫັນໄປຈັບມືກັບສັຕຼູເກົ່າຢ່າງເຕັມຕົວຫວັງລົ້ມອະເມຮິກາເຫມືອນກັບຍຸຄ
ສຫະພາບໂຊວຽຕແລະຂນະນີ້ສຫາຍປູຕິນ ຜູ່ນຳຮັສເຊັຍກຳລັງເດີນເກມຮວບຮວມອະດີຕສຫະພາບໂຊວຽຕ
ຢູ່ຢ່າງຣີບດ່ວນ ແຕ່ຄົງຈະຍາກເພາະແຕ່ລະປຼະເທສລະອາກັບລັດທິບ້າໆນີ້ມາແລ້ວຈຶ່ງຖີບຕົວອອກມາເປັນ
ຮັຖເອກຮາຊຣ່ວມມືກັບສຫະພາບຍູໂຮປເພາະພວກເຂົາຣູ້ວ່າຂືນຍັງຢູ່ໃຕ້ອານັຕໂຊວຽຕຫຼືຂືນເຂົ້າກົ້ມຫົວ
ໃຫ້ອີກຄົງໄດ້ຂາຍເມັຽແລກອາຫາຮຢ່າງແນ່ນອນ ແມ້ແຕ່ລັດທິເຫມົາຂອງຈີນເອງຢູ່ພາຍໃນຫຍຸ້ງປານເຈັກ
ຂາຍລວດຢູ່ແລ້ວທຸກປຼະເທສໃນໂລກຍຸຄໂລກາພິວັຕນ໌ນີ້ເຂົາຣູ້ທັນໂລກ ປຼະເທສທີ່ຍັງໂງ່ຈ້າລ້າຫຼັງເທົ່ານັ້ນ
ຍັງຫູຕາບໍ່ທັນສວ່າງ.
   ກັມພູຊາທີ່ດຳຮົງຕຳແຫນ່ງປຼະທານເອຊ່ຽນຫມຸນວຽນໃນປັຈຈຸບັນປຼະກາສວ່າຊາຕິສມາຊິກເອຊ່ຽນໄດ້
ເຫັນຊອບໃນຫຼັກກາຮທາງທະເລ 6ປຼະກາຮທີ່ຄວາມຕຶງຄຽດໄດ້ປະທຸຂຶ້ນເມື່ອບໍ່ນານມານີ້ກັບວຽຕນາມ
ແລະຟິລິບປິນສ໌ທີ່ກ່າວຫາເຖິງພຶຕຕິກັມທີ່ແຂງກ້າວຂຶ້ນຂອງປັກກິ່ງເພາະຖືວ່າຕົນເອງເປັນຊາຕິໃຫຍ່ຢາກ
ວ່າແນວໃດກໍໄດ້ແລະມັກຂົ່ມຂູ່ປຼະເທສທີ່ດ້ອຍກວ່າສເມີມາ.
   ຄຳຖແລງທີ່ຍັງຮວມເຖິງຄວາມມຸ້ງຫມັ້ນທີ່ຈະເຄົາຮົພກົຕຫມາຍຮະຫວ່າງປຼະເທສແລະບໍ່ໃຊ້ກຳລັງໃນ
ກາຮແກ້ບັນຫາຄວາມຂັດແຍ່ງເປັນຄວາມພຍາຍາມທີ່ຈະກຳຈັດຄວາມຣູ້ສຶກວ່າກຸ່ມເອຊ່ຽນແຕກແຍກກັນ
ດັງໂພະແລ້ວແລະກາຮຈະກ້າວຂຶ້ນເປັນສມາຄົມປຼະຊາຕິແຫ່ງເອເຊັຽຕາວັນອອກສຽງໃຕ໊ຄົງເປັນພຽງຄຳ
ຝັນ. ດ້ານຟິລິບປິນສ໌ກ່າວວ່າມີຄວາມຍິນດີກັບຜົລສລຸປທີ່ອອກມາ.
   ຄວາມບໍ່ລົງລອຍໃນຂໍ້ພິພາທດິນແດນກັບປັກກິ່ງເຣັດໃຫ້ເອຊ່ຽນບໍ່ສາມາດອອກຖແລງກາຮຣ່ວມກັນໄດ້
ຕາມທັມນຽມປະຕິບັຕິຫຼັງຈາກກາຮປຼະຊຸມເປັນຄັ້ງແຮກນັບຕັ້ງແຕ່ກໍ່ຕັ້ງເອຊ່ຽນມາ 45ປີ.
  ສັນຍານຂອງຄວາມບໍ່ລົງລອຍຍັງຄົງປຼາກົຕເມື່ອນາຍຣໍຮ໌ນັມຣົງ ຮມຕ.ຕ່າງປຼະເທສກັມພູຊາຖແລງຂ່າວເມື່ອວັນສຸກຮ໌ວ່າ ຫຼັກກາຮ 6 ປຼະກາຮທີ່ມີນັ້ນຄ້າຍກັບສິ່ງທີ່ຖືກປຕິ
ເສທໂດຍວຽຕນາມແລະຟິລິບປິນສ໌ເມື່ອອາທິຕຍ໌ກ່ອນແລະຖືກຕຳຫນິສອງປຼະເທສສຳລັບທາງຕັນກ່ອນ
ຫນ້ານັ້ນ.
  "ເປັນຫັຽງ 2 ຊາຕິເອຊ່ຽນເຖິງຄັດຄ້ານຢ່າງຫນັກແລະໃນຕອນນີ້ພວກເຂົາກັບເຫັນຊອບ" ນາຍຣໍຮ໌ ນັມຣອງ
ກ່າວ! ນັກກາຮທູຕຫຼາຍຄົນກ່າວວ່າຈຸດຕິດຂັດສຳຄັນກ່ອນຫນ້ານີ້ຄືກາຮປະຕິເສທຂອງກັມພູຊາທີ່ເປັນພັນທ໌
ມິຕຮໃກ້ຊິດຈີນທີ່ຈະກ່າວເຖິງຄວາມຂັດແຍ່ງທາງທະເລໃນຖແລງກາຮນ໌ຣ່ວມ ຂນະທີ່ຟິລິບປິນສ໌ຕ້ອງກາຮ
ໃຫ້ອ້າງເຖິງເຫຕຸປຼະຈັນຫນ້າກັບຈີນທີ່ແນວປຼະກາຮັງສກາຮ໌ໂບໂຮຫ໌ໃນທະເລຈີນໃຕ້.
  ຈີນຫນ້າດ້ານອ້າງກັມສິດທິເຫນືອນ່ານນ້ຳທັງຫມົດທີ່ວ່າອຸດົມໄປດ້ວຍຊັພພຍາກອນທັມຊາຕິແລະຍັງເປັນ
ເສັ້ນທາງເດີນເຣືອທາງກາຮຄ້າທີ່ສຳຄັນ ແຕ່ຊາຕິສມາຊິກເອຊ່ຽນເຊ່ັນຟິລິບປິນສ໌ ວຽຕນາມ ມາເລເຊັຽ
ແລະບຮູໄນຕ່າງກໍອ້າງສິດທິເຫນືອນພຶ້ນທີ່ທັບຊ້ອນບໍຮິເວນດັ່ງກ່າວເຊ່ັນກັນ.
  ສນັ້ນຂໍ້ຕົກລົງ 6 ປຼະກາຮທີ່ບໍ່ໄດ້ໃຫ້ຮາຍລະອຽດກ່ຽວກັບເຫຕຸກາຮນ໌ສເພາະເຈາະຈົງມີຂຶ້ນຫຼັງຈາກ
ຄວາມພຍາຍາມທາງກາຮທູຕຂອງນາຍມາຮ໌ດີ ນາຄາເລກາວາ ຮມຕ.ຕ່າງປຼະເທສອິນໂດເນເຊັຽທີ່ເດີນ
ທາງເຢືອນຣ່າໂນຍແລະມານິລາເມື່ອ 18 ກ.ດ.ກ່ອນໄປພນົມເປັນ.
   ໃນຂນະທີ່ນາຍຣໍຮ໌ ນັມຣົງກ່າວວ່າ ຜູ່ແທນກາຮທູຕໄດ້ເລືອກເຈຮຈາກັບວຽຕນາມແລະຟິລິບປິນສ໌ເພາະ
ສອງປຼະເທສນີ້ຖືວ່າເຣັດໃຫ້ເກີດບັນຫາທີ່ນຳໄປສູ່ຄວາມລົ້ມເຫຼວ ແຕ່ຂນະດຽວກັນນັກກາຮທູຕຫຼາຍຊາຕິ
ກ່າວວ່າເປັນສິ່ງທີ່ຖືກຕ້ອງທີ່ສຸດແລ້ວທີ່ວຽຕນາມແລະຟິລິບປິນສ໌ໂຕ້ແຍ້ງໃນຄວາມບໍ່ເປັນທັມກັບຈີນ.

Friday, July 20, 2012

     ສ່ວນ​ທາງ​ດ້ານຮາ​ຍງານ​ຂອງ​ອົງຄ໌ກາ​ຮ​ເສ​ຖກິ​ຈ​ເອ​ເຊັຽຈາກຣ່ອງກົງ​ຮາ​ຍງານ​ວ່າ ຍີ່​ງ​ໄປ​ກວ່າ​ນັ້ນ​ກາ​ຮ
ພັທນາ​ເສ​ຖກິ​ຈຂອງ​ລາວ​ຕຼອດ​ໄລຍະ​ເວລາ​ກວ່າ 3 ທົສວັຕິ​ມາ​ນີ້​ຍັງ​ໄດ້​ດຳ​ເນີນ​ຄວບ​ຄູ່​ໄປ​ກັບກາ​ຮທຳລາຍ​ຊັພ
ພຍາກ​ອນທັມ​ຊາຕິ​ທັງ​ປ່າ​ໄມ້​ແລະ​ແຣ່ທາຕຸ​ໄປ​ຢ່າງ​ມາກ​ມາຍ​ທັງ​ຍັງ​ໄດ້​ກໍ່​ໃຫ້​ເກີດ​ບັນຫາ​ມົລພາວະ​ທີ່​ສົ່ງ​ຜົລ
ກຼະທົບ​ຕໍ່​ຊີວິຕຄວາມ​ເປັນ​ຢູ່​ຂອງ​ປຼະຊາ​ຊົນ​ລາວ​ຢ່າງ​ຢ່າງ​ກວ້າງຂວາງ​ໃນ​ເວລາ​ນີ້​ອີກ​ດ້ວຍ.
   ​ແລະ​ອີກ​ກໍ​ຮະ​ນີນຶ່ງ​ທີ່​ຍັງ​ມີ​ກາ​ຮວິພາກ​ສ໌ວິ​ຈາຮນ໌ຫໜັກ​ຫນາ​ສາຫັສ​ແລະ​ກວ້າງຂວາງ​ທັງ​ໃນ​ທີ່​ປຼະຊຸມ​ສະ
ພາ​ຕົບມື​ແຫ່ງ​ຊາຕິ​ນັ້ນ​ຄື​ກາ​​ເຟທີ່​ວຽງ​ຈັນທຮ໌​ເວລາ​ນີ້​ກໍ​ຄື​ກາ​ຮລົງທຶນ​ຂອງ​ກຸ່ມ​ທຸ​ຮະ​ກິ​ຈວຽຕນາມ​ໃນ​ເຂ​ຕພາຄ
​ໃຕ້​ຂອງ​ລາວ​ທີ່​ສົ່ງ​ຜົລກຼະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທັມ​ຊາຕິ​ແລະ​ປຼະຊາ​ຊົນ​ລາວ​ໃນ​ທ້ອງ​ຖິ່ນ​ຢ່າງ​ສາຫັສສກັນ​ໂດຍ
ສ​ເພາະ​ຢ່າງ​ຍິ່ງ​ປຼະຊາ​ຊົນ​ໃນ​ແຂວງ​ເຊ​ກອງ ​ແລະ​ອັຕປືນັ້ນ​ຍິ່ງ​ຕ້ອງ​ໄດ້ຣັບຜົລກຼະທົບ ​ຈາກ​ມົລພາວະ​ໃນ
ຕຼອດສາຍ​ນ້ຳ​ເຊ​ກອງ​ດັ່ງ​ທີ່​ເຈົ້າ​ຫນ້າ​ທີ່​ຮະ​ດັບ​ສູງ​ໃນ​ແຂວງ​ເຊ​ກອງ​ໄດ້​ອະທິບາຍ​ເຖິງ​ພາວະ​ທີ່​ເປັນ​ຢູ່​ເວລາ​ນີ້
ນັ້ນ​ກໍ​ຄື​ຄວາມ​ປ່າ​ເຖື່ອນ​ຂອງ​ແກວ​ທີ່​ເຂົ້າ​ມາ​ທຳ​ມາ​ຫາ​ກິນ​ໂດຍ​ບໍ່​ເຄົາ​ຮົພກົຕຫມາຍ ​ເຖິງ​ຈະ​ຮາ​ຍງານ​ໄປ​ຂັ້ນ
​ເທິງ​ຫຼາຍ​ຄັ້ງ​ຫຼາຍ​ຫົນ​ແລ້ວ ​ແຕ່​ຜົລອອກ​ມາ​ກໍ​ຍັງ​ບໍ່​ປຼາກົຕກໍ​ຍິ່ງ​ເຣັດ​ໃຫ້​ແກວ​ກຳ​ເຮີ​ບ​ເຕີບ​ສານຫໜັກ​ຂຶ້ນ
​ເພາະ​ຮັຖບາ​ລກາງ​ເປັນ​ຜູ໋​ໃຫ້​ສິດທິ​ແກ່​ພວກ​ແກວ​ເອງ​ໂດຍ​ບໍ່​ຜ່ານ​ແຂວງ.
        ນອກຈາກ​ນີ້​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ແຂວງ​ເຊ​ກອງ​ແລະ​ອັຕປືດັ່ງກ່າວ​ແລ້ວ​ກໍ​ຍັງ​ມີ​ບັນຫາ​ຈາກ​ກາ​ຮຂຸດ
​ກົ່ນ​ແຣ່ທອງຄຳ​ໃນ​ແຂວງ​ຊຽງ​ຂວາງ ກາ​ຮກໍ່ສ້າງຂອງ​ໂຣງງານ​ຫຼອມ​ເຫຼັກ ທອງ​ແດງ ດີ​ບຸກ ສັງກະສີ​ແລະ​
ໂປ​ຮ​ແຕສ ​ໃນ​ແຂວງ​ວຽງ​ຈັນທຮ໌​ເອງ​ທີ່​ກຳລັງ​ສ້າງ​ຄວາມ​ກັງວົລຢ່າງ​ຫນັກ​ໃຫ້​ກັບປຼະຊາ​ຊົນ​ລາວ​ໃນ​ທ້ອງ
ຖິ່ນ​ຢ່າງ​ກວ້າງຂວາງ.
   ສ່ວນ​ກາ​ຮຂຸດ​ຄົ້ນ​ທອງຄຳ ທອງ​ແດງ​ທີ່​ເມືອງ​ເຊ​ໂປ​ນ​ແລະ​ວີ​ຮະ​ບຸ​ລີ​ໃນ​ແຂວງ​ສວັນ​ເຂ​ຕນັ້ນ ຜູ່​ລົງທຶນ​ຈາກ
ຈີນ​ໄດ້​ໃຫ້ກາ​ຮຍອມຮັບ​ວ່າກາ​ຮຂຸດ​ຄົ້ນ​ແຣ່ທອງ​ຄຳ​ໃນຕຼອດ​ໄລຍະ 10ປີ​ມາ​ນີ້​ໄດ້​ເປັນ​ຜົລ​ເຣັດ​ໃຫ້​ປຮິ​ມານ
​ແຣ່ທອງຄຳ​ໃນ​ເຂ​ຕສັມປທານ​ລົດ​ລົງ​ຢ່າງ​ຕໍ່​ເນື່ອງ​ແລະ​ຜົລຈາກ​ກາ​ຮສຳ​ຮວຈລ້າ​ສຸດກໍ​ຍັງສາມາດ​ປຼະມານ
​ໄດ້​ວ່າ​ແຣ່ທອງຄຳ​ໃນ​ເຂ​ຕສັມປທານ​ຄົງ​ເຫຼືອ​ຫນ້ອຍ​ແລະ​ຈະ​ຂຸດ​ຄົ້ນ​ຫມົດ​ພາຍ​ໃນ​ປີ 2013.
    ຊຶ່ງ​ໃນ​ນັ້ນ​ຫມາຍ​ຄວາມ​ວ່າ ຖ້າ​ຫາກ​ພາຍ​ໃນ​ປີ 2013 ຍັງ​ບໍ່​ທັນ​ມີ​ກາ​ຮສຳ​ຮວຈພົບ​ແຫຼ່ງ​ແຣ່ທອງຄຳ​ແຫ່ງ
​ໃຫມ່​ກໍ​ຍ່ອມ​ຈະ​ເປັນ​ຜົລ​ເຣັດ​ໃຫ້​ເຫມືອງ​ແຣ່​ເຊ​ໂປ​ນ​ແລະ​ວີລະ​ບຸລີ​ດັ່ງກ່າວ​ຈະ​ຍັງ​ຄົງ​ເຫຼືອ​ພຽງ​ຜົລຜລິ​ຕຈາກ
​ແຣ່ທອງ​ແດງ​ເທົ່າ​ນັ້ນ​ຈາກ​ປີ 2014 ​ເປັນ​ຕົ້ນ​ໄປ​ເພາະ​​ແຣ່ທອງຄຳ​ທີ່​ເຫຼືອ​ຢູ່​ໃນ​ເວລາ​ນີ້​ມີ​ປຮິ​ມານ​ພຽງ 65,000
ອອນຊ໌ ​ໃນ​ປີ 2012​ແລະ​ຈະ​ລົດ​ລົງ​ເຫຼືອ​ພຽງ​ບໍ່​ເກີນ 60,000 ອອນຊ໌​ເທົ່າ​ນັ້ນ​ໃນ​ປີ 2013.
    ​ໃນ​ສ​ເພາະ​ປັຈຈຸ​ບັນ​ປຼະກອບ​ກັບ ຮັຖບາ​ລລາວ​ໄດ້​ອະນຸມັຕິ​ສັມປທານ​ກາ​ຮສຳ​ຮວຈ​ແລະ​ຂຸດ​ຄົ້ນ​ແຣ່ທາຕຸ
​ໃຫ້​ກັບ​ເອກ​ຊົນ​ລາວ​ແລະ​ຕ່າງ​ຊາຕິ​ໄປ​ແລ້ວ​ເຖິງ 184 ບໍ​ຮິ​ສັທທີ່​ມີ​ເຂ​ຕສັມປທານ​ໃນ​ກາ​ຮສຳ​ຮວຈ​ແລະ​ຂຸດ​ຄົ້ນ
​ແຣ່ທາຕຸ​ຮວມກັນ​ເກີນ​ກວ່າ 300 ​ໂຄງກາ​ຮດ້ວຍ​ແລ້ວ ຍ່ອມ​ຫມາຍ​ເຖິງ​ໄພ​ຍພິບັຕິ​ທີ່​ຄົນ​ລາວ​ທັງ​ຊາຕິ​ຈະ​ຕ້ອງ
​ໄດ້ພະ​ເຊິ​ນຢ່າງ​ແສນ​ສາຫັສຍິ່ງ​ຂຶ້ນ..ອັນ​ນີ້​ແຫຼະ​ຄນະ​ໂຈ​ຮຫ້າຣ້ອຍ ອ່ານ​ເອົາ​ແຕ່​ຜົລກຳ​ໄຮ​ເພາະ​ພວກ​ເຂົາ​ບໍ່
​ໄດ້​ລົງທຶນ ​ແລະ​ອີກ​ຢ່າງ​ນຶ່ງ​ຮະ​ດັບ​ຄວາມຣັບຣູ້ທາງ​ດ້ານ​ວິຊາ​ກາ​ຮຍັງ​ໄກ ກາ​ຮທີ່​ພວກ​ເຂົາ​ບໍ່​ຍອມຣັບຄົນ​ເກ່ງ
ມາ​ບໍ​ຮິ​ຫາ​ຮກໍ​ເພາະ​ຢ້ານ​ມາ​ເປັນ​ນາຍ​ເຂົາ​ແລະ​ຢ້ານ​ມາ​ເຫັນ​ຄວາມ​ດ້ອຍ​ຕ່ຳ​ຕ້ອຍ​ດ້ານ​ວິຊາ​ກາ​ຮຂອງ​ເຂົາ​ນັ້ນ
​ເອງ..​ໂດຍສ​ເພາະ​ກາ​ຮສໍ້ທັງ​ຮາ​ສບັງ​ທັງ​ຫຼວງ​ຕຼອດຜ່ານ​ມາ 37ປີຍິ່ງ​ເຣັດ​ໃຫ້​ນານາ​ຊາຕິ​ເຫັນ​ຄວາມ​ຊົ່ວ​ປ່າ
​ເຖື່ອນ​ຍິ່ງ​ຂຶ້ນນັ້ນ​ເອງ. 
   
              ແຕ່ຢ່າງໃດກໍຕາມກາຮທີ່ຮັຖບາລຫຸ່ນລາວຈະສາມາດກ້າວໄປສູ່ກາຮຫຼຸດພົ້ນຈາກສະພາບ
ດ້ອຍພັທນາໄດ້ຕາມເປົ້າຫມາຍທີ່ວາງໄວ້ໃນປີ 2020 ນັ້ນມັນຈະບໍ່ແມ່ນເຮື້ອງທັມດາເພາະກາຮຂຍາຍ
ຕົວທາງເສຖກິຈຢ່າງຕໍ່ເນື່ອງແລະກາຮສໍ້ຮາສບັງຫຼວງດັ່ງກ່າວຖືເປັນພຽງເງື່ອນໄຂສຳຄັນທີ່ຈະຊິ້ວັດ
ວ່າປຼະຊາຊົນລາວຈະໄດ້ຫຼຸດພົ້ນຈາກສະພາບດ້ອຍພັທນາໄດ້ຈິງຫຼືບໍ່?ເພາະຍັງມີອີກຫຼາຍປັຈຈັຍທີ່ບົ່ງ
ຊີ້ເຊັ່ນ:ກາຮສໍ້ຮາສບັງຫຼວງ,ກາຮຂາດນັກວິຊາກາຮ,ດ້ານກາຮເມືອງ ສັງຄົມຈາຮິຍະທັມທີ່ຍັງຖືວ່າເປັນ
ອຸປສັກໃນກາຮພັທນາຊາຕິເຊ່ັນກັນ.
    ໃນເຮື້ອງນີ້ສຫາຍ Minh Pham ຜູ່ແທນຂອງອົງຄ໌ກາຮສຫະປຼະຊາຊາຕິເພື່ອກາຮພັທນາ (UNDP)
ປຼະຈຳ ສປປ ລ ໄດ້ຢືນຢັນເງື່ອນໄຂສຳຄັນອັນແຮກຄື ກາຮບັລລຸເປົ້າຫມາຍຮາຍໄດ້ປຼະຊາຊາຕິ (GNI)
ຊຶ່ງ​ອົງຄ໌ກາ​ຮສຫະປຼະຊາ​ຊາຕິ​ກຳນົດ​ອັຕຼາຂັ້ນ​ຕ່ຳ​ເປັນ​ປຼະຈຳ​ທຸກໆ 3ປີ​ໂດຍ​ສຳລັບ​ລາວ​ນັ້ນ​ກໍ​ຈະ​ຕ້ອງ​ມີ
ຮາ​ຍ​ໄດ້​ປຼະຊາ​ຊາຕິ​ທີ່​ສາມາດ​ສ​ເລັ່ຍ​ເປັນ​ຮາ​ຍ​ໄດ້​ຂັ້ນ​ຕ່ຳ​ຂອງ​ປຼະຊາກ​ອນລາວ​ໄດ້​ບໍ່​ຕ່ຳ​ກວ່າ $1,190 ດອລ
ລາ​ຕໍ່​ຄົນ​ໃນ​ປີ 2012 ທັງ​ຍັງ​ຈະ​ຕ້ອງ​ເພິ້ມຂຶ້ນ​ຢ່າງ​ສມ່ຳສ​ເມີ​ໃນ​ທຸກໆ​ປີ​ອີກ​ດ້ວຍ..ອັນ​ນີ້​ຄື​ກາ​ຮບີບ​ໃຫ້​ຮັຖ
ລາວ​ຕ້ອງ​ປະຕິບັຕິ​ຕາມ.
   ສ່ວນ​ເງື່ອນ​ໄຂ​ທີ 2 ດັຊນີຊີ້​ວັດ​ຄຸນ​ພາບ​ຊີວິຕກາ​ຮ​ເປັນ​ຢູ່​ຂອງ​ປຼະຊາ​ຊົນ​ເຊັ່ນ ຮະ​ດັບ​ກາ​ຮສຶກສາ ອັຕຼາ
ສ​ເລັ່ຍກາ​ຮຣູ້ຫນັງສື​ຂອງ​ປຼະຊາ​ຊົນ​ ກາ​ຮ​ໄດ້​ຮັບ​ບໍ​ຮິ​ກາ​ຮດ້ານ​ສຸຂພາບ​ອນາ​ມັຍ ອັຕຼາກາ​ຮ​ເສັຽຊີວິຕຂອງ
​ເດັກນ້ອຍ​ແລະ​ຜູ່​ຍິງ​ທີ່​ຕັ້ງ​ທ້ອງ​ແລະ​ອັຕຼາສ​ເລັ່ຍກາ​ຮ​ໄດ້ຣັບສາ​ຮອາຫາ​ຮຂອງ​ເດັກ​ຢ່າງ​ຄົບ​ຖ້ວນ​ເປັນ​ຕົ້ນ.
ຊຶ່ງ​ທັງ​ຫມົດ​ນີ້​ກໍ​ຈະ​ຕ້ອງ​ປະຕິບັຕິ​ໃຫ້​ໄດ້​ຕາມ​ເກນ​ທ໌ຂອງ​ສຫະປຼະຊາ​ຊາຕິ ​ແຕ່​ສຳລັບ​ລາວ​ແລ້ວ​ຖື​ວ່າ​ຍັງ
ຢູ່​ຫ່າງ​ຈາກ​ເກນ​ທ໌ຂັ້ນ​ພຶ້ນຖານ​ດັ່ງກ່າວ​ຂອງ​ສຫະປຼະຊາ​ຊາຕິ​ຄິດ​ເປັນ​ໄລຍະ​ເວລາ​ຢ່າງ​ນ້ອຍ 6ປີ​ເມື່ອ​ພິຈາ​
ຮະ​ນາຈາກ​ດັຊນີຊີ້​ວັດ​ທີ່​ເປັນ​ຢູ່​ປັຈຈຸ​ບັນ​ລາວ​ຍັງ​ອີກ​ໄກ​ໂຂ​ເພາະ​ສຳຄັນ​ຂຶ້ນ​ຢູ່​ກັບ​ຄນະ​ບໍ​ຮິ​ຫາ​ຮ ບໍ​ຮິ​ກາ​ຮອັນ
​ເປັນ​ວິທຍາ​ສາສຕຮ໌ຂອງ​ຮັຖບາ​ລ ​ໂດຍສ​ເພາະ​ມີ​ພັຄກາ​ຮ​ເມືອງ​ດຽວ​ບໍ​ຮິ​ຫາ​ຮບໍ່​ມີ​ຝ່າຍ​ຄ້ານ​ຕິດຕາມ​ຄວບ
ຄຸມ​ດ້ວຍ​ແລ້ວ​ຍິ່ງ​ຍຸ້ງ​ຍາກ​ດ້ານ​ປະຕິບັຕິ.
    ​ແລະ​ເງື່ອນ​ໄຂ​ທີ 3 ຄື​ຄວາມ​ແຂງ​ແກ່ງ​ຂອງ​ເສ​ຖກິ​ຈມຫາ​ພາຄທີ່​ຈະ​ຕ້ອງ​ມີ​ກາ​ຮຂຍາຍ​ຕົວ​ເພີ້​ມຂຶ້ນ​ຢ່າງ
ຕໍ່​ເນື່ອງ​ທັງ​ຍັງ​ສາມາດ​ທີ່​ຈະ​ຕ້ານທານ​ກັບ​ບັນຫາ​ຫຼື​ຜົລກຼະທົບ​ຕ່າງໆ​ໄດ້​ຢ່າງ​ຫມັ້ນຄົງ​ເຊັ່ນ​ຜົລກຼະທົບ
ຈາກ​ໄພ​ຍພິບັຕິ​ທັມ​ຊາຕິ ຫຼື​ບັນຫາ​ວິກຮິ​ຕກາ​ຮນ໌ທາງ​ກາ​ຮ​ເງິນ​ຈາກ​ຕ່າງປຼະ​ເທສ​ເປັນ​ຕົ້ນ..​ແລະ​ຕ້ອງ​ເຂົ້າ
​ໃຈ​ວ່າ​ຮັຖບາ​ລລາວ​ຍັງ​ຢືມ​ເງິນ​ຕ່າງປຼະ​ເທສມາ​ເປັນ​ງົບປຼະມານ​ແຜ່ນດິນ​ຢູ່​ຍິ່ງ​ຍັງ​ອີກ​ໄກ​ໂຂ​ ອາຈ​ເປັນ​ພຽງ
​ເຈັກ​ຝັນ​ກໍ​ໄດ້.
   ສ່ວນ​ສຫາຍ​ສົມ​ສັກ ດວງ​ດີ ຮມຕ.ກຼະຊວງ​ແຜນຜັງ​ແລະ​ກາ​ຮລົງທຶນ ອາຈຈະ​ດວງ​ບໍ່​ດີ​ກໍ​ໄດ້ ​ແລະ​ໄດ້​ຍອມ
ຮັບ​ວ່າກາ​ຮປະຕິບັຕິ​ແຜນກາ​ຮພັທນາ​ເສ​ຖກິ​ຈປີ 2011-2012 ຈະ​ບໍ່​ສາມາດ​ບັລລຸ​ຕາມ​ຄາດຫມາຍ​ທີ່​ວາງ​ໄວ້
​ໂດຍ​ມີ​ສາ​ເຫ​ຕຸ​ມາ​ຈາກ​ໄພ​ຍນ້ຳ​ຖ້ວມ​ຄັ້​ງໃຫຍ່ທີ່​ເກີດ​ຈາກ​ພາຍຸ​ໂຊນຣ້ອນປາຍ​ປີ 2011ທີ່​ເຣັດ​ໃຫ້ກາ​ຮຜລິ​ຕ
ກະ​ເສຕຮທັ​ໃນ​ພາຄກະ​ເສຕຮກັມ​ແລະ​ພາ​ຄອຸຕສາ​ຫະກັມ​ບໍ່​ເປັນ​ໄປ​ຕາມ​ແຜນ​ທີ່​ວາງ​ໄວ້ ຊຶ່ງ​ຍ່ອມ​ຈະ​ສົ່ງ​ຜົລ
ກຼະທົບ​ຕໍ່​ເປົ້າ​ຫມາຍ​ທີ່​ຈະ​ເຣັດ​ໃຫ້​ປຼະຊາ​ຊົນ​ຫຼຸດ​ພົ້ນ​ຈາກ​ຄວາມ​ຍາກຈົນ​ໃນ​ປີ 2015 ​ແລະ​ເຣັດ​ໃຫ້​ລາວ​ພົ້ນ
ຈາກ​ປຼະ​ເທສດ້ອຍ​ພັທນາ​ໃນ​ປີ 2020ນັ້ນ​ເປັນ​ໄປ​ໄດ້​ຍາກ.

  ເສຖກິຈລາວອາຈມີຄວາມກ້າວຫນ້າ ແຕ່ຊັພພຍາກອນມະນຸສຍ໌ແລະຊັພພຍາກອນທັມຊາຕິຫຼ້ອຍຫລໍ
ທ້າຍສຸດມາຜືນແຜ່ນດິນລາວຈະບໍ່ມີຫັຽງເຫຼືອໄວ້ໃຫ້ລູກຫຼານກຼະທຳກາຮເພື່ອລ້ຽງຊີພກຸ່ມຜເດັຈກາຮ
ຜິດພາດໃນກາຮຄຳນວນເພາະຮະດັບກາຮສຶກສາຕ່ຳແລະຂາດນັກວິຊາກາຮ.!!
   ສຳນັກຂ່າວຕ່າງປຼະເທສຮາຍງານເມື່ອ 7/17/12 ຜ່ານມາໂດຍ Ms. Genevieve Boyreau ນັກເສຖສາສຕຮ໌
ຂອງທນາຄາຮໂລກໄດ້ຢືນຢັນຕໍ່ທີ່ປຼະຊຸມວ໋າດ້ວຍກາຮພັທນາເສຖກິຈໃນພູມິພາຄເອເຊັຽຕະວັນອອກແລະແປ
ຊີຟິກທີ່ກຸງໂຕກຽວເມື່ອບໍ່ນານມານີ້ວ່າ ລາວເປັນອີກປຼະເທສນຶ່ງທີ່ມີຮະດັບກາຮຂຍາຍຕົວທາງເສຖກິຈສູງສຸດ
ທັງໃນເອຊ່ຽນແລະລຸ່ມແມ່ນ້ຳຂອງ(ບໍ່ຮວມຈີນ)ໃນຕຼອດປີ 2012ນີ້ຊຶ່ງໃນນັ້ນກໍຄົງເປັນເພາະຈາກກາຮພິຈາຮນາ
ປັຈຈັຍຕ່າງໆໃນຊ່ວງເກືອບ 6 ເດືອນຜ່ານມາຂອງປີນີ້ ເຣັດໃຫ້ທນາຄາຮໂລກໄດ້ປຼັບປ່ຽນຄາດຫມາຍກາຮ
ຂຍາຍຕົວທາງເສຖກິຈຂອງລາວຈາກ 7.5% ຂຶ້ນມາເປັນ 8.3% ນັ້ນເອງ ຫາກຮາຍງານສບັບນີ້ບໍ່ເປັນຮາຍງານ
ດອກໄມ້ດັ່ງທີ່ຜ່ານມາຫຼືບໍ່ແມ່ນຮາຍງານເຂົ້າກຼະຕ່າຕົນເອງ..ກໍສາທຸ!!
  ສາເຫຕຸຫຼັກທີ່ສຳຄັນທີ່ເຣັດໃຫ້ທນາຄາຮໂລກຕ້ອງປັຼບປ່ຽນຄາດຫມາຍດັ່ງກ່າວກໍເພາະມີປັຈຈັຍໃນຫຼາຍໆ
ດ້ານທີ່ສົ່ງຜົລດີຕໍ່ກາຮພັທນາເສຖກິຈຂອງລາວໃນຊ່ວງ 6 ເດືອນຂ້າງຫນ້າໂດຍທີ່ສຳຄັນຄືກາຮຂຍາຍກາຮ
ຜລິຕໃນພາຄອຸຕສາຫະກັມເຫມືອງແຣ່ທີ່ໄດ້ຣັບແຣງຫນຸນຮາຄາທອງຄຳແລະທອງແດງໃນຕຼາດໂລກທີ່ໄດ້
ປຼັບຕົວສູງຂຶ້ນຢ່າງຕໍ່ເນື່ອງແລະຫາກຫຼີກເວັ້ນກາຮສໍ້ຮາສບັງຫຼວງພາຍໃນ.
  ສ່ວນດ້ານກະເສຕຮກັມກໍເຊື່ອວ່າຈະສາມາດເພີ້ມຜົລຜລິຕໄດ້ຫຼາຍກວ່າປີ 2011 ທີ່ໄດ້ຣັບຜົລກຼະທົບຈາກ
ພາຍຸໂຊນຮ້ອນຢ່າງຫນັກ. ສຳລັບພາຄບໍຮິກາຮ ກາຮທ່ອງທ່ຽວ ກາຮຄ້າກາຮຂົນສົ່ງແລະໂທຮະຄົມນັ້ນກໍຍັງ
ມີກາຮຂຍາຍຕົວເພິ້ມຂື້ນເຊັ່ນກັນ ເຊັ່ນດຽວກັບພາຄກາຮກໍ່ສ້າງທີ່ໄດ້ຣັບຜົລໃນດ້ານບວກຈາກໂຄງກາຮກໍ່
ສ້າງສູນຍ໌ກາຮປຼະຊຸມ ບ້ານພັກ ໂຣງແຮມ ກາຮພັທນາສນາມບິນນານາຊາຕິທີ່ວຽງຈັນທຮ໌ແລະສິ່ງອຳນວຍ
ຄວາມສະດວກຕ່າງໆເພື່ອຮອງຮັບກາຮປຼະຊຸມສຸດຍອດເອເຊັຽ-ຍຸໂຮປຄັ້ງທີ 9 ໃນເດືອນພຶສຈິກາປີນີ້ທີ່ວຽງ
ຈັນທຮ໌.
    ກາຮປຼັບປ່ຽນຄາດຫມາຍຂອງທນາຄາຮໂລກຄັ້ງຫຼັງສຸດນີ້ ນັບວ່າສອດຄ່ອງກັບແຜນກາຮຂອງຮັຖບາລ
ລາວທີ່ວາງໄວ້ແຕ່ກ່ອນ ຊຶ່ງໄດ້ວາງຮະດັບຄາດຫມາຍໄວ້ວ່າຍອດຜລິຕພັນທ໌ມວລຮວມພາຍໃນປຼະເທສ
(GDP) ໃນປີ 2012 ຈະມີມູລຄ່າຮວມຫຼາຍກວ່າ 73,200 ພັນລ້ານກືບ ($9,150)ລ້ານດອລລາ ໂດຍຄິດອັຕຼາ
ສເລັ່ຽທີ່ເພິ້ມຂຶ້ນຈາກປີ 2011 ເຖິງ 8.3%.   
   ນອກຈາກນັ້ນທີ່ປຼະຊຸມໃຫຍ່ສມັຊຊາພັຄປຼະຊາຊົນປະຕິວັຕິຄັ້ງທີ 9 ໃນຕົ້ນປີ 2011ໄດ້ວາງເປົ້າຫມາຍທີ່
ຈະພັທນາເສຖກິຈແຫ່ງຊາຕິໃນປີ 2011-2015 ໃຫ້ຂຍາຍຕົວໃນອັຕຼາສເລ່ັຽບໍ່ຕ່ຳກວ່າ 8%ຕໍ່ປີຊຶ່ງກໍຈະ
ເຣັດໃຫ້ GDP ມີມູລຄ່າຮວມສເລັ່ຍເປັນຮາຍຮັບຂອງປຼະຊາຊົນລາວໄດ້ເຖິງ $1,700 ດອລລາຕໍ່ຄົນຕໍ່ປີໃນປີ
2015 ທັງຍັງເຣັດໃຫ້ອັຕຼາຄວາມຍາກຈົນໃນລາວລົດລົງເຫຼືອບໍ່ເກີນ 10% ຂອງຈຳນວນປຼະຊາກອນທັງຫມົດ
ໃນປີ 2015 ອັນຈະເປັນພຶ້ນຖານໃຫ້ກັບກາຮທີ່ລາວຈະກ້າວໄປສູ່ກາຮເປັນປຼະເທສທີ່ບໍ່ດ້ອຍພັທນາໃຫ້ໄດ້
ໃນປີ 2020 ເຮື້ອງນີ້ສຫາຍສົມສະຫວາດ ເລັ່ງສວັດຮອງນາຍົກຯຜູ່ຣັບຜິດຊອບດ້ານເສຖກິຈຢືນຢັນ.

Thursday, July 19, 2012

                                 ສຫາຍສຸບັນ ສະລິດທິລາດລາໂລກແລ້ວ ເມື່ອ 17 ກໍຮະກະດາ 2012
ສຫາຍສຸບັນ ສະລິດທະລາດ ນັກຊາຕິນິຍົມລາວອີກສຫາຍນຶ່ງຕໍ່ຈາກສຫາຍທອງສຸກ ສາຍສັງຄີ ທີ່ຖືກ
ຫຼອກໃຫ້ເຂົ້າຣ່ວມຂະບວນກາຮປຸ້ນຊາຕິ ທັ້ງໆທີ່ມີໂອກາສຖືກສົ່ງໄປຣຽນວິຊາຄຮູຊັ້ນສູງທີ່ປຼະເທສຝຼັ່ງ
ເສສ. ເມື່ອຫຼວມຕົວເຂົ້າໄປແລ້ວກໍຍາກທີ່ຈະຜີກຕົວອອກຈາກລັດທິຜເດັຈກາຮນິ້ໄດ້ເພາະ ຫາກໃຜຫຼົບຫນີ
ເຂົາຖືວ່າຫັກຫຼັງລັດທິ ໂທສກໍຄືຕາຍສຖານດຽວດັ່ງທີ່ພວກເຣົາໄດ້ຊາບຂ່າວປຼະຈຳໃນຫນັງສືພິມຕາວັນຕົກ
   ສຫາຍສຸບັນໄດ້ມີໂອກາສເປັນພຽງຮັຖມົນຕຼີຊ່ອຍເທົ່ານັ້ນທັ້ງໆທີ່ສຫາຍມີຮະດັບຄວາມຣູ້ສູງກວ່າລູກໆ
ຫຼານໆຂອງຖັນແຖວແລະກາຮທີ່ສຫາຍສຸບັນມີໂອກາສໄດ້ເປັນເຖິງຮັຖມົນຕຼີຊ່ອຍທັງໆທີ່ບໍ່ແມ່ນຄົນຂອງ
ຖັນແຖວແກວແນວລາວນັ້ນມີຢູ່ 3 ກໍຮະນີຄື: ເປັນຄົນແຂວງດຽວກັບສຫາຍມຫາກຸ ສຸວັນນະເມທີ-ເປັນຄົນທີ່
ມີຄວາມຣູ້ແລະໃນຊ່ວງຫົວລ້ຽວຫົວຕໍ່ກຸ່ມໄກສອນ ພົມວິຫານບໍ່ມີຄົນທີ່ມີຮະດັບພໍທີ່ຈະອອກຫນ້າອອກຕາ
ເວົ້າໃຫ້ຄວາມເຊື່ອຖືກັບຕ່າງປຼະເທສໄດ້ແລະຢູ່ໃນຊ່ວງທີ່ບັນຫາພິພາທຮະຫວ່າງໄທຍ-ລາວບ້ານໂຣມເກົ້າ
ແລະສາມຫມູ່ບ້ານເມື່ອ 25-30 ຜ່ານມານັ້ນເອງ.
   ສຫາຍສຸບັນ ສະລິດທະລາດຫຼືສຸບັນ ສິຮິກຸລຫຼືສຸບັນບຮີໂອຫມູ່ຄູ່ຕັ້ງໃຫ້ສມັຍເປັນນັກຣຽນຢູ່ Normaleຂ້າງ
ວັດສີສະເກຕ. ສຫາຍມີ ອາຍຸ 76 ປີເສັຽຊີວິຕດ້ວຍໂຮຄປຼະຈຳຕົວຂອງສຫາຍເອງຕາມຮາຍງານກະບອກ
ສຽງພັຄ-ຮັຖຕຳແຫນ່ງສຸດທ້າຍຄືເປັນຮັຖມົນຕຼີປຼະຈຳສຳນັກປຼະທານປຼະເທສແລະເປັນປຼະທານກັມກາຮ
ປຼາບປຼາມຢາເສພຕິດແຫ່ງຊາຕິໃນຂນະຫຼາຍຄົນຍັງບໍ່ເຊື່ອວ່າສຫາຍເສັຽຊີວິຕດ້ວຍໂຮຄປຼະຈຳຕົວເພາະ
ສຫາຍສຸບັນເປັນຄົນແຂວງແຣງມີສຸຂພາບສົມບູນກວ່າສຫາຍຈູມມະລີ ໄຊຍະສອນເສັຽອີກແລ້ວຈູ່ໆກໍມີ
ຂ່າວວ່າເສັຽຊີວິຕເຊັ່ນນີກໍຄົງບໍ່ຜິດແປກໄປຈາກກາຮຕາຍຂອງສຫາຍໃນຖັນແຖວໂຈຮຫ້າຣ້ອຍເຊ່ັນ:
ກາຮຕາຍຂອງສຫາຍສຸພານຸວົງ,ສຫາຍໄກສອນ ພົມວິຫານຍົກເວັ້ນສຫາຍຫນູຣັກ ພູມສວັນ.
  ສຫາຍສຸວັນເປັນກັມກາຮສູນກາງພັຄ 2 ສມັຍຄືຊຸອທີ 7 ແລະທີ 8.ກ່ອນຈະກະສຽນຕົວເອງອອກໄປ
ໃນຊຸດທີ 9ພ້ອມກັບຕຳແຫນ່ງ ຮັຖມົນຕີຼຫຸ່ນປຼະຈຳສຳນັກປຼະທານປຼະເທສ.
    ອັນນີ້ເປັນອີກວາຮະກັມນຶ່ງທີ່ເຕືອນສະຕິພວກຫຼົງໄຫຼຫຼືຢາກຮອງຂອງໃນລັດທິຜເດັຈກາຮຕົກຂອບ
ທ້າຍສຸດມາອາຍຸຍັງບໍ່ເຖິງຂັ້ນຈະໄປກໍຕ້ອງໄປເພາະແກວຫມົດວາຮະໃຊ້ແລ້ວເອົາໄວ້ກໍເສັຽງົບປຼະມານ
ຜູ່ທີ່ມີອຳນາຈເຕັມໃນພັຄ-ຮັຖແທ້ໆຄື:
-ສຫາຍຄຳໄຕ ສີພັນດອນ-ສຫາຍສະມານ ວິຍະເກຕ-ສຫາຍສີສະຫວາດ ແກ້ວບຸນພັນຊຶ່ງພວກດັ່ງກ່າວ
ຣັບຄຳສ່ັງໂດຍຕຼົງຈາກຣ໋າໂນຍ. ສ່ວນຈີນຄື: ສຫາຍອາຊາງ ເລົາລີ,ສຫາຍຄຳອ້ວນບຸບຜາ,ສຫາຍສົມ
ສະຫວາດເລັ່ງສວັດ(ສຫາຍນີ້ເປັນທັງລູກແຫຼ້ງໄທຍດ້ວຍ).

Wednesday, July 18, 2012

ອ້າວ!!ໃສບອກວ່າຢຸດໃຫ້ສັມປທານແລ້ວ? ໃນຂນະທີ່ທຶນໄທຍໄດ້ສັມປທານພິເສສເກືອບ 2 ແສນໄຣ່ໃນຊ່ວງເວ
ລາຫຼັງຈາກສຫາຍທອງສິງ ທັມວົງນາຍົກຯຫຸ່ນປຼະກາສຢຸດສັມປທານ. ຈູ໋ໆເມື່ອ 13 ກໍຮະກະດາຜ່ານມານີ້ກໍມີ
ພິທີເຊັນສັນຍາສັມປທານເນື້ອທີ່ 30,000 ເຣັກຕາຮ໌(ກວ່າ 187,500 ໄຣ່)ຮະຫວ່າງບໍຮິສັທໄທຍກັບກຸ່ມວິສາຫະ
ກິຈປູກພືຊລ້ຽງສັຕວ໌ຂອງລາວແຫ່ງນຶ່ງເຊັນກັນຫຍົກໆໃນວັນທີ 13 ກ.ດ ທີ່ຜ່ານມາຍັງບໍ່ທັນເຖິງເດືອນຕົດບໍ່
ທັນເຫີຍ!ຫຼງຈາກສຫາຍທອງສິງຯນາຍົກຯປຼະກາສກາງທີ່ປຼະຊຸມສະພາຕົບມືແຫ່ງຊາຕິວ່າຈະບໍ່ອະນຸຍາຕິ
ໂຄງກາຮສັມປທານທີ່ດິນກະເສຕຮກັບເຫມືອງແຣ່ອີກຈົນກວ່າເຖິງສິ້ນປີ 2558 ບໍຮິສັທໄທຍກຳລັງຈະເຂົ້າໄປ
ປູກອ້ອຍໃນແຂວງຈຳປາສັກພ້ອມຕັ້ງໂຣງງານນ້ຳຕາລແຫ່ງໃຫມ່.
   ສັມປທານຄັ້ງນີ້ມີອາຍຸ 35ປີເປີດໂອກາສໃຫ້ກຸ່ມທຶນຈາກໄທຍເຂົ້າປູກອ້ອຍແລະກໍ່ສ້າງໂຣງງານນ້ຳຕາລໃນ
ເຂຕແຂວງຈຳປາສັກຊຶ່ງຈະເປັນໂຣງງານນ້ຳຕາລແຫ່ງທີ 2 ຖັດຈາກແຫ່ງແຮກໂດຍກຸ່ມນ້ຳຕາລມິຕຮຜົລຈາກ
ໄທຍທີ່ຕັ້ງຢູ່ໃນແຂວງສວັນເຂຕພ້ອມທີ່ດິນສັມປທານລ໊ອຄໃຫຍ່ເຊັ່ນກັນ.
   ຂນາດໂຣງງານຜລິຕນ້ຳຕາລແຫ່ງໃຫມ່ນີ້ສາມາດຜລິຕ 10,000 ຕັນຕໍ່ປີໂດຍຄາດວ່າຈະສ້າງແລ້ວເສັຈໃນປີ
2558ມູລຄ່າກາຮລົງທຶນປຼະມານ 5,000 ລ້ານບາທພ້ອມຖືເປັນກາຮສົ່ງເສິມໃຫ້ປຼະຊາຊົນລາວຫັນມາປູກອ້ອຍ
ປ້ອນໂຮງງານນ້ຳຕາລແຫ່ງໃຫມ່ຈະເຮິ້ມໃນເດືອນ ພ.ຍ 2555 ເປັນຕົ້ນໄປ.
   ນີ້ແຫຼະສັຈຈະບໍ່ມີໃນຫມູ່ໂຈຮ ທັ້ງໆທີ່ປຼະກາສໃນສະພາຕົບມືແລະໃຫ້ກຼະບອກສຽງພັຄ-ຮັຖແຫກປາກວ່າ
ຮັຖບາລຫຸ່ນຈະຢຸດໃຫ້ສັມປທານທີ່ດິນ ແຕ່ແລ້ວນັກລົງທຶນໄທຍຊ້ຳພັດໄດ້ຣັບສັມປທານເກືອບ 2 ແສນໄຣ່ໄວ້
ປູກອ້ອຍແລະຕັ້ງໂຣງງານນ້ຳຕາລ.?ໃຫ້ຖາມສຫາຍທອງສິງ ນາຍົກຯເບິ່ງວ່າກາຮອະນຸມັຕິໃຫ້ສັມປທານທີ່
ດິນທີ່ຂັດກັບຄຳປຼະກາສຂອງຕົນເອງໃນສະພານີ້ໄດ້ເງິນເທິງໂຕະຫຼືກ້ອງໂຕະຫຼາຍປານໃດ?
ກຸ່ມຜເດັຈກາຮຊ້າຍຕົກຂອບລາວຈຸມມະລີ ໄຊຍະສອນ-ທອງສິງ ທັມວົງເອົາມີເຊັນ ແຕ່ເອົາຕີນລົບລາຍເຊັນຕົນເອງ
ຄືເມື່ອ 7/17/2012 ມີຮາຍງານຂ່າວຈາກຕ່າງປຼະເທສວ່າ ຮັຖບາລຫຸ່ນລາວຈະງົດອອກໃບສັມປທານທີ່ດິນທົ່ວປຼະ
ເທສເປັນເວລາ 3 ປີເຖິງຂັ້ນຕ່າງປຼະເທສສັລເສິນວ່າມີຈິຕສຳນຶກສູງໃນກາຮທຳລາຍຮະບົບນິເວສຂອງກາຮປູກ
ຢາງພາລາແລະເຫມືອງແຣ່ ເຣັດໃຫ້ດິນເສັຽແລະທຳລາຍທັມຊາຕິໂດຽສຫາຍທອງສິງ ທັມວົງໄດ້ປຼາສັຍເມື່ອ 25 ມິຖຸນາຜ່ານມານີ້ເອງ.
  ທີ່ຜ່ານມາມີຫຼາຍໂຄງກາຮທີ່ໄດ້ຣັບອະນຸມັຕິໄປແລ້ວແຕ່ບໍ່ມີປຼະສິດທິພາບເທົ່າທີຄວນ"ຊຶ່ງເຣັດໃຫ້ເກີດມີສຽງວິ
ພາກວິຈາຮນ໌ແລະມີຜົລກຼະທົບເນື້ອທີ່ປ່າໄມ້ຮວມເຖິງກາຮດຳເນິນຊີວິຕຂອງຊຸມຊົນແລະຊີວະນາໆພັນທ໌ດ້ວຽ"
ໃນຂນະດຽວກັນສຳນັກຂ່າວກຼະບອກສຽງທາງກາຮລາວໄດ້ອ້າງຄຳກ່າວຂອງສຫາຍນາຍົກຯໃນຕອນນຶ່ງວ່າ"
ນັບແຕ່ປີ 2531 ຮັຖບາລຯອະນຸມັຕິໂຄງກາຮລົງທຶນໄປທັງຫມົດແລ້ວ 4,470 ໂຄງກາຮຮວມມູລຄ່າກວ່າ 24,000
ລ້ານດອລລາ. ຂແນງເຫມືອງແຣ່ຫຼາຍສຸດມູລຄ່າ 5,500 ລ້ານດອລລາ ຂແນງພລັງງານໄຟຟ້າ 5,000 ລ້ານດອລລາ
ແລະກະສິກັມ 2,600 ລ້ານດອລລາ.
  ຂແນງທີ່ມີຄວາມສົນໃຈຫຼາຍທີ່ສຸດຄືເຫມືອງແຣ່ແລະຮັຖຯໄດ້ອະນຸມັຕິໄປປຼະມານ 171ໂຄງກາຮຕິດຕາມດ້ວຽ
ຂແນງກະສິກັມຮວມ 57 ໂຄງກາຮສ່ວນໃຫຍ່ເປັນໂຄງກາຮປູກພືຊອຸຕສາຫະກັມຊຶ່ງກາຮທຳສວນຢາງພາຮາມາກ
ທີ່ສຸດ.
  ໃນບໍ່ເທ່ົາໃດປີມານີ້ທາງກາຮທ້ອງຖິ່ນໃນຫຼາຍແຂວງໄດ້ພົບວ່າທັງເຫມືອງແຮ່ແລະສວນຢາງສົ່ງຜົລກຼະທົບຕໍ່
ຊີວິຕຄວາມເປັນຢູ່ຂອງປຼະຊາຊົນທ້ອງຖິ່ນມາກມາຍ ມີຮາສດອນຈຳນວນມາກຈຳເປັນຕ້ອງອົພຍົບຈາກທີ່ທຳກິນ
ເພື່ອເປີດທາງໃຫ້ບໍຮິສັທຕ່າງຊາຕິຂອງພັຄ-ຮັຖທີ່ໄດ້ຣັບສັມປທານເຂົ້າດຳເນິນກາຮໃນຂນະທີ່ເຫມືອງແຣ່ຫຼາຍ
ແຫ່ງຍັງສົ່ງຜົລກຼະທົບດ້ານສະພາບແວດລ້ອມຢູ່ດ້ວຍ.
  ທັງສອງໂຄງກາຮຕ້ອງໃຊ້ພຶ້ນທີ່ຈຳນວນມາກເຣັດໃຫ້ປ່າໄມ້ຖືກທຳລາຍໄປຈຳນວນມຫາສາລເຊ່ັນກັນຊື່ງສວນ
ທາງກັບນະໂຍບາຍຂອງຮັຖຯທີ່ຮົນນະຮົງຄ໌ສົ່ງເສີມໃຫ້ແຂວງຕ່າງໆປູກປ່າທົ່ວປຼະເທສໄປຈົນເຖິງປີ 2563 ແຂວງ
ຈຳປາສັກເປັນແຫ່ງແຮກທີ່ປຼະກາສບໍ່ອອກໃບອະນຸຍາຕິໃຫ້ແກ່ໂຄງກາຮເຫມືອງແລະສວນຢາງພາຮາເນື່ອງຈາກ
ສົ່ງຜົລກຼະທົບຕໍ່ປ່າໄມ້ແລະພຶນທີ່ປູກຝັງພືຊເສຖກິຈອື່ນໆ ທີ່ສ້າງຮາຍໄດ້ໃຫ້ແກ່ປຼະຊາຊົນໂດຍຕຼົງມາຕຮກາຮນີ້
ເຣັດໃຫ້ແຂວງເພື່ອນບ້ານຮວມຄືສາລະວັນ,ເຊກອງແລະອັຕຕະປືຕ້ອງພິຈາຮະນາເຮື້ອງນີ້ຢ່າງເຂັ້ມງວດຫຼາຍຂຶ້ນ.

Monday, July 16, 2012

ຈາກບົທວິຊາກາຮ"ມະນຸສຍ໌ວິທຍາ"ໄດ້ຮຽບລຽງຮວບຮວມເພື່ອໃຫ້ມະນຸສຍ໌ຜູ່ເອີ້ນຕົນເອງວ່າ"ຜູ່ປຼະເສີດເລີດ
ກວ່າສັຕວ໌ເດັຽຮະສານ"ນັ້ນເທັຈຈິງຢ່າງໃດ?
    "ຫາກປຼະເທສລາວຈະມີກາຮປົກຄອງໃນຮະບອບປຼະຊາທິປໄຕຍໄດ້ຫຼືບໍ່..ມັນຂຶ້ນຢູ່ກັບປຼະຊາຊົນ..ຫາກປຼະຊາ
ຊົນລາວທັງປຼະເທສແລະໃນທົ່ວໂລກຕ້ອງກາຮຄົງບໍ່ມີມະນຸສຍ໌ຫນ້າໃດມາຂັດຂວາງໄດ້ເພາະສຽງປຼະຊາຊົນຄືສຽງ
ແຫ່ງສວັນແລະປຼະຊາຊົນຕ້ອງເປັນໃຫຍ່ໃນແຜ່ນດິນຢ່າງແທ້ຈິງເທົ່ານັ້ນໂລກຈັກຮວາຮຈຶ່ງຈະຢູ່ໄດ້ຢ່າງປອດໄພຍ
ຊຶ່ງໃນນີ້ກໍຄື"ຮະບອບປຼະຊາທິປໄຕຍ"ນັ້ນເອງ.
 ໃນບົທວິຊາກາຮສບັບນີ້ກ່າວໄວ້ວ່າ"...ມະນຸສຍ໌ເປັນສັຕວ໌ສັງຄົມພຽງແຕ່ໃນຣູປແບບກາຮຢູ່ຣ່ວມກັນຕ່າງໄປຈາກ
ສັຕວ໌ສັງຄົມຈຸອື່ນໆເພາະເຣົາ ຣູ້ໃຊ້ສມອງ ຣູ້ໃຊ້ຄວາມຄິດໃຫ້ເປັນກຼະບວນກາຮຂອງເຫຕຸແລະຜົລຣູ້ວາງຮະບົບ
ໂຄງສ້າງກາຮຢູ໋ຣ່ວມກັນຫຼືເອີ້ນວ່າ"ຮະ​ບົບກາ​ຮປົກຄອງ"ຂຶ້ນ​ມາ.
   ​ໃນ​ຂນະ​ທີ່​ສັຕວ໌ສັງຄົມ​ອື່ນໆ​ໃຊ້​ສັນ​ຊາຕິຍານ​ໃນ​ກາ​ຮຈັດ​ຮະ​ບົບກາ​ຮຢູ໋ຣ່ວມກັນ​ເຫມືອນ​ກັບ​ວ່າ​ຮະ​ບົບກາ​ຮປົກ
ຄອງ​ຖືກ​ຈັດ​ມາ​ແລ້ວ​ຕັ້ງ​ແຕ່​ກຳ​ເນີ​ດທີ່​ເປັນ​ໄປ​ຕາມ​ຫຼັກ​ທັມ​ຊາຕິ​ດັ່ງ​ທີ່​ຄວນ​ຈະ​ເປັນ​ໂດຽບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ຄວາມ​ຄິດ
   ຮະ​ບົບກາ​ຮຢູ໋ຣ່ວມກັນ​ຂອງ​ສັຕວ໌ສັງຄົມ​ອື່ນ​ບໍ່​ຄ່ອຍ​ຈະ​ເກີດ​ບັນຫາ​ເພາະ​ແຕ່​ລະ​ຕົວ​ຕ່າງຣູ້ຫນ້າ​ທີ່​ແລະ​ຖານະ​ຂອງ​ພວກ​ຕົນ​ເອງຄື​ພຽງ​ແຕ່​ປ່ອຍ​ໃຫ້​ຊີວິຕດຳ​ເນີນ​ໄປ​ຕາມ​ທີ່​ທັມ​ຊາຕິ​ກຳນົດ​ກໍ​ຈະ​ສາມາດ​ຢູ່ຣ່ວມກັນ​ໄດ້​ຢ່າງ​ສງົບ.
   "ສງົບ​ສຸຂ"ຄື​ເປົ້າ​ຫມາຍ​ຂອງ​ກາ​ຮຢູ່ຣ່ວມກັນ​ຂອງ​ສັຕວ໌ສັງຄົມ​ທຸກ​ຊນິດ​ແລະ​ເຊື່ອວ່າ"ມະນຸ​ສຍ໌ກໍ​ຄົງ​ເຊັ່ນດຽວ
ກັນ"​ເຣົາຄວນ​ສ້າງ​ຮະ​ບົບກາ​ຮຢູ່ຣ່ວມກັນ​ຂຶ້ນ​ມາ​ກໍ​ເພື່ອ​ຄວາມ​ສງົບສຸຂ ​ແບ່ງ​ປັນ​ຫນ້າ​ທີ່​ກັນ​ທຳ ຊ່ອຍ​ເຫຼື​ອ​ເກື້ອ
ກຸລກັນ​ບໍ່​ແມ່ນ​ໄປ​ກີດ​ກັນ​ແລະ​ກັນ. ​ແຕ່​ກໍ​ເປັນ​ດັ່ງ​ບັນທຶກ​ໃນ​ປຼະວັຕິ​ສາສຕຮ໌ກ່າວ​ໄວ້​ວ່າ'ມະນຸ​ສຍ໌​ໃຊ້​ສມອງ​ໃນ​
ກາ​ຮຈັດ​ຮະ​ບົບຫຼາຍ​ກວ່າ​ຈະ​ໃຊ້​ສັນ​ຊາຕຍານ'.
  ​ໂຄງ​ສ້າງ​ກາ​ຮຢູ່ຣ່ວມກັນ​ຂອງ​ມະນຸ​ສຍ໌ຈຶ່ງ​ເກີດ​ຄວາມ​ຊັບຊ້ອນ​ມີ​ຫຼາຍຣູປ​ແບບ​ແລະ​ເກີດ​ຄວາມ​ຜັນ​ຜວນ​ປ່ຽນ
​ແປງ​ເຮື້​ອຽໆ​ຕາມ​ຄວາມ​ເຫມາະ​ສົມ​ແລະ​ບາງ​ຄັ້ງ​ກໍ​ບໍ່​ເຫມາະ​ສົມ​ແລະ​ຝືນ​ໃຈ​ສັງຄົມ​ໄປ​ຕາມ​ຍຸຄສມັຍ​ແລະ​ສຖາ
ນະ​ກາ​ຮນ໌ຈະ​ບໍ່​ເຫມືອນ​ກັນ​ຂອງ​ຮະ​ບົບສັງຄົມ​ຂອງ​ສັຕວ໌ອື່ນໆ​ແບບ​ງ່າຍ​ກວ່າ​ແລະ​ບໍ່​ຄ່ອຍ​ມີ​ກາ​ຮປ່ຽນ​ແປງ​ຫຼື​ມີ
ກາ​ຮປະຕິຣູປ​ເພາະ​ໃຊ້​ສມອງ​ຈຶ່ງ​ຄ້າ​ຍກັບ​ວ່າມະນຸ​ສຍ໌ນັ້ນ​ສລາດ​ກວ່າ. ​ແຕ່​ກໍ​ເພາະ​ໃຊ້​ສມອງ​ເຊັ່ນ​ກັນ​ນີ້​ເອງ​ຈຶ່ງ
​ເຣັດ​ໃຫ້​ເກີດ​ຄວາມ​ສັບສົນ​ເພາະ​ຕ່າງ​ຄົນ​ຕ່າງ​ຄິດ​ແລ້ວ​ເຊື່ອ​ແບບ​ຊນິດ​ວ່າ​ແບບ​ຂອງ​ພວກ​ຕົນ​ນີ້ເອງ​ແລະ​ແບບ​ທີ່
ຕົນ​ເອງ​ເຊື່ອ​ດີກ​ວ່າ​ຮະ​ບົບອື່ນໆ.
  ຄວາມ​ຂັດ​ແຍ່ງ​ຈຶ່ງ​ເກີດ​ຂຶ້ນ​ປຼະຈຳ ​ເກີດ​ກາ​ຮຕໍ່​ສູ້​ຈາກ​ສັຕວ໌ສັງຄົມ​ມະນຸ​ສຍ໌ກັບກາຍ​ມາ​ເປັນ​ສັຕວ໌ກາ​ຮ​ເມືອງ
​ແລະ​ເກີດ​ກາ​ຮຍາດ​ຊີງ​ອຳນາ​ຈຮະ​ຫວ່າງ​ຄວາມ​ເຊື່ອ​ໃນ​ຮະ​ບົບກາ​ຮປົກຄອງ​ໃນຣູປ​ແບບ​ທີ່​ຕົນ​ເອງ​ສັທທາ​ກັບ
ຮະ​ບົບອື່ນໆ. ດັ່ງ​ນັ້ນ​ແທນ​ທີ່​ກາ​ຮຮວມຕົວ​ເປັນ​ສັຕວ໌ສັງຄົມ​ຈະ​ເປັນ​ໄປ​ຕາມ​ເປົ້າ​ຫມາຍ​ເພື່ອ​ຄວາມສງົບ​ສຸຂ
​ແລະ​ຄວາມ​ສຸຂສບາຍ​ຈາ​ກາ​ຮ​ແບ່ງປັນ​ຫນ້າ​ທີ່​ກັນ​ທຳ​ຫຼື​ຊ່ອຍ​ເຫຼືອ​ເກື້ອນ​ຫນຸນ​ກັນ​ກັບກາ​ຮມາ​ເປັນຄວາມ
​ແຕກ​ແຍກ​ສູ້​ຮົບ​ຂ້າ​ຟັນກັນ​ແລະ​ກັນ.
  ​ເມື່ອ​ຕ່າງ​ຄົນ​ເຫັນ​ວ່າ​ອັນ​ນີ້​ເປັນ​ບັນຫາ​ໃນ​ກາ​ຮຢູ່ຣ່ວມກັນ​ຂອງ​ສັງຄົມ​ມະນຸ​ສຍ໌ຈຶ່ງ​ມີ​ກາ​ຮບັນທຶກ​ແລະ​ຖ່າຍ​
ທອດສູ່​ຄົນ​ລຸ້ນຫຼັງ​ກາຍ​ມາ​ເປັນ​ປຼະວັຕິ​ສາສຕຮ໌​ໃນ​ດ້ານ​ຕ່າງໆ.ກາ​ຮຣຽນຣູ້ທາງ​ປຼະວັຕິ​ສາສຕຮ໌​ໂດຍສ​ເພາະ​
ດ້ານ​ກາ​ຮ​ເມືອງຄວນ​ຈະ​ເປັນ​ໄປ​ເພື່ອ​ໃຫ້​ໄດ້ຣັບຣູ້​ໃນ​ເຮື້ອງ​ທີ່​ຈະ​ກໍ່​ບັນຫາ​ໃຫ້​ກັບກາ​ຮຢູ໋ຣ່ວມກັນ​ໃນ​ສັງຄົມ​ວ໋າ
ຣູປ​ແບບ​ໃດ​ມີ​ບັນຫາ​ຢ່າງ​ໃດ? ຕົ້ນ​ເຫ​ຕຸ​ຂອງ​ບັນຫາ​ຄື​ສິ່ງ​ໃດ?​ເພື່ອ​ເຣັດ​ໃຫ້​ຄົນ​ລຸ້ນຫຼັງ​ແລະ​ຜູ່ຣຽນຣູ້ປຼະສົບ​
ກາ​ຮນ໌ນີ້ຈະ​ໄດ້​ໃຊ້​ສມອງ​ຄິດ​ຫາ​ທາງ​ແກ້​ໄຂ​ໄດ້ ​ເພື່ອ​ນຳ​ສັງຄົມ​ໄປ​ສູ່​ຄວາມ​ສຸຂຄວາມສງົບ​ຫຼາຍ​ຂຶ້ນ​ຫຼື​ປ້ອງ
ກັນ​ຄວາມ​ຂັດ​ແຍ່ງ​ແຕກ​ແຍກ​ແລະ​ທຳລາຍ​ລ້າງ​ຕໍ່​ກັນ​ຮະ​ຫວ່າງ​ມະນຸ​ສວ໌​ເຜົ່າ​ພັນທ໌ດຽວ​ກັນ.
   ກາ​ຮຖ່າຍ​ທອດ​ຄວາມຣູ້ທາງ​ປຼະວັຕິ​ສາສຕຮ໌ທັງ​ໃນ​ເຮື້ອງ​ສາ​ເຫ​ຕຸ​ທີ່​ກໍ່​ບັນຫາ​ແລະ​ວິທີ​ແກ້​ບັນຫາ​ເປັນສົມ
ບັຕິ​ທີ່​ຄົນ​ລຸ້ນກ່ອນ​ຖ່າຍ​ທອດ​ໃຫ້​ຄົນ​ລຸ້ນຫຼັງ​ຊຶ່ງ​ສົມຄວນ​ທີ່​ຄົນ​ລຸ້ນຫຼັງ​ຈະຣຽນຣູ້​ໃຫ້​ລຶກ​ເຊິ່ງ​ແລະ​ນຳ​ໄປ​ໃຊ້​ຢ່າງ
ສລາດ​ແລະ​ຍິ່ງ​ໃນ​ສມັຍ​ປັຈຈຸ​ບັນ​ທີ່​ເທົຄ​ໂນ​ໂລ​ຍີ່​ກາ​ຮສື່ສາ​ຮ​ໄດ້​ພັທນາ​ຂຶ້ນ​ຢ່າງ​ມີ​ປຼະສິດທິ​ພາບ ຂໍ້​ມູລຄວາມ
ຣູ້ຫຼັກ​ຄິດ​ແລະ​ວິທີ​ປະຕິບັຕິ​ຈັດກາ​ຮຈາກ​ສັງຄົມ​ມະນຸ​ສຍ໌ທົ່ວ​ໂລກ​ໄດ້ຣັບກາ​ຮຖ່າຍ​ທອດ​ໃຫ້​ກັນ​ແລະ​ກັນ​ຢ່າງ
ກວ້າງຂວາງ​ລຶກ​ເຊິ່ງ​ແລະ​ວ່ອງ​ໄວ.
   ບັນຫາ​ກາ​ຮ​ເມືອງ​ທີ່​ເກີດ​ຈາກ​ຄວາມ​ຂັດ​ແຍ່ງ​ຮະ​ຫວ່າງ​ຄວາມ​ເຊື່ອ​ໄດ້​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ແລະ​ມີ​ຕົວຢ່າງ​ທີ່
ຣຸນ​ແຣງ​ແຕ່ລະ​ຮະ​ດັບ​ໃຫ້​ໄດ້ຣຽນຣູ້ທັງ​ເຮື້ອງ​ສາ​ເຫ​ຕຸ​ແລະ​ວິທີ​ແກ້​ໄຂ​ຈັດກາ​ຮ​ແລະ​ປ້ອງ​ກັນ. ​ແຕ່​ວ່າຄວາມຣູ້
ທາງ​ປຼະວັຕິ​ສາສຕຮ໌ນັ້ນ​ແທບ​ບໍ່​ມີ​ປຼະ​ໂຍຊນ໌​ເພາະ​ທັງ​ທີ່​ມີ​ຕົວຢ່າງ​ມາກ​ມາຍ. ​ແຕ່​ມະນຸ​ສຍ໌ກັບ​ບໍ່​ນຳ​ເອົາ​ປຼະ
ສົບ​ກາ​ຮນັ້ນ​ມາ​ພັທນາ​ຄວາມ​ຄິດ​ຂອງ​ຕົນ.
   ຂນະ​ນີ້​ໃນ​ປຼະ​ເທສລາວ​ທີ່​ຕ່າງ​ຝ່າຍ​ຕ່າງ​ກຳລັງ​ໂຫມ​ເອົາຄວາ​ມກຽດ​ຊັງ ​ແກ້​ແຄ້ນ​ຕໍ່​ກັນ​ຢ່າງ​ເອົາ​ເປັນ​ເອົາ
ຕາຍ ຍ້ອນ​ເຊື່ອ​ວ່າ​ຮະ​ບອບ​ແລະ​ຮະ​ບົບບ້າໆ​ບໍໆ​ວຸ້ນວາຍ​ກັນ​ຢູ່​ນີ້​ເປັນ​ອີກ​ຕົວຢ່າງ​ນຶ່ງ​ຂອງ​ກາ​ຮບໍ່ຣູ້ຈັກ​ໃຊ້
ປຼະວັຕິ​ສາສຕຮ໌​ໃຫ້​ເປັນ​ປຼະ​ໂຍຊນ໌​ເຊັ່ນ​ເຮົາຄວນຣັບຣູ້​​ເຮື້ອງ​ຂອງ​ສົງຄາມ​ກາ​ຮ​ເມືອງ​ມາ​ຫຼາຍ​ຊົ່ວອາຍຸ​ຄົນ​ໂດຽ
ສ​ເພາະ​ກຸ່ມ​ກຳ​ອຳນາ​ຈຮັຖຯ​ປັຈຈຸ​ບັນ​ບໍ່​ຍອມ​ສຶກສາ​ປຼະວັຕິ​ສາສຕຮ໌ກາ​ຮ​ເມືອງ​ຈາກ​ທົ່ວ​ໂລກ​ທັງ​ສາ​ເຫ​ຕຸ​ແລະ
ຜົລຣ້າຍທີ່​ກຳລັງ​ເກີດ​ຕໍ່​ຊາຕິ​ບ້ານ​ເມືອງ​ຢູ່​ຂນະ​ນີ້ ​ແທນ​ທີ່​ຈະ​ຊ່ອຍ​ກັນ​ສ້າງສາ​ພັທນາ​ຄວາມ​ສາມັຄຄີ​ພາຍ​ໃນ
ຊາຕິ ຍິ່ງ​ຊ້ຳພັດ​ສ້າງ​ຄວາມ​ແຕກ​ແຍກ​ຫນັກ​ຂຶ້ນ​ໃນ​ຂນະ​ທີ່​ພວກ​ຕົນ​ເອງ​ກຳລັງ​ທຳລາຍ​ຊາຕິ​ທຳລາຍ​ຊົນ​ຊາຕິ
ດຽວ​ກັນ.
   ​ແທນ​ທີ່​ຈະ​ໃຊ້​ເທັຄ​ໂນ​ໂລ​ຍີ່​ສື່ສາ​ຮທີ່​ພັທນາມາ​ຢ່າງ​ປຼະສິດທິ​ພາບ​ແລະ​ຄວາມຣູ້ຕ່າງໆ​ມາ​ຊ່ອຍ​ກັນ​ນຳພາ​ສັງ
ຄົມລາວ​ໃຫ້​ກ້າວຫນ້າ​ໄປ​ສ່ຄຄວາມ​ສາມັຄຄີ ຄວາມສງົບ​ສຸຂກັບກາຍ​ຫັນ​ໄປ​ໃຊ້​ສັງຄົມ​ໃນ​ກາ​ຮກຼະຕຸ້ນ​ໃຫ້​ເກີດ
ສົງຄາມ​ກາ​ຮ​ເມືອງ​ຫນັກ​ຂຶ້ນ​ແລະ​ໃຊ້​ພຽງເພື່ອສນອງ​ດ້ານ​ມືດ​ຂອງ​ເຜົ່າ​ພັນທ໌ມະນຸ​ສຍ໌ຂອງ​ພວກ​ຕົນ.
   ຂນະ​ທີ່​ສັຕວ໌​ໂລກ​ອື່ນໆ​ໃຊ້​ສັນ​ຊາຕຍານ​ສ້າງ​ສັງຄົມ​ຂຶ້ນ​ມາ​ເພື່ອ​ກາ​ຮຢູ໋ຣ່ວມກັນ​ຢ່າງ​ສງົບ​ສຸຂ ​ແຕ່​ມະນຸ​ສຍ໌
​ເຫຼົ່າ​ນີ້​ກັບ​ພາກັນ​ໃຊ້​ສມອງ​ແລະ​ປັນຍາຣັບ​ໃຊ້​ກິ​ເລ​ສ ຕັນຫາ ​ໂລພມາກ​ໂລພາ​ໄປ​ທຳລາຍ​ຄວາມສງົບ​ສຸຂຂອງ
ສົງຄມ ຊຶ່ງ​ທ້າຍ​ສຸດ​ແລ້ວ​ກໍ​ເປັນ​ພຽງ​ຄວາມ​ສຸຂຂອງ​ກຸ່ມ​ຕົນ​ເອງ​ແລະ​ຍາຕິ​ໂກ​ໂຫຕິ​ກາ​ຂອງ​ຕົນ​ຢ່າງ​ມືນ​ຫູ​ມືນ
ຕາ​ບໍ່​ຂຶ້ນ.
     ສນັ້ນຄວາມຣູ້ທາງ​ປຼະວັຕິ​ສາສຕຮ໌ຈະ​ບໍ່​ມີ​ຜົລສຳລັບ​ຄົນ​ທີ່​ໂງ້ຈ້າ​ລ້າ​ຫຼັງ​ແລະ​ສ້າງສັຕຼູ​ໃສ່​ຕົນ​ເອງ​ຕຼອດດາລ
ພວກ​ສຫາຍ​ຈົ່ງ​ຈຳ​ໄວ້​ໃສ່​ສມອງ​ວ່າ"ທຸກ​ສິ່ງ​ຢ່າງ​ໃນ​ໂລກ"ບໍ່ມີສິ່ງໃດສຖາພອນຢັ້ງຢືນຢູ່ນານໄດ້ ເມື່ອສິ່ງໃດຂຶ້ນ
ໄດ້ ສິ່ງນັ້ນກໍລົງໄດ້..ມະນຸສຍ໌ທຸກຕົວເມື່ອສິ້ນສັງຂາຮໄປແລ້ວ ສິ່ງທີ່ສໍ້ໂກງແລະຫາມາໄດ້ບໍ່ມີໂອກາສຈະຖືຕິດ
ຕົວໄປນຳໄດ້ແມ້ແຕ່ພຼະພຸທອົງຄ໌ກໍຍັງໄດ້ປົງໃຫ້ຕົກ..ສິ່ງທີ່ເພື່ອນຣ່ວມຊາຕິສ້າງໃຫ້ຄືອະນຸສອນສຖານແຫ່ງ
ຄວາມດີ..ຖ້າສ້າງຄວາມຊົ່ວຈະໄດ້ຣັບມີແຕ່ຄວາມສາບແຊ່ງຊ່ົວຕຼະກຸລນັ້ນແລ!!!! 

Saturday, July 14, 2012

ກອງປຼະຊຸມ 10 ຊາຕິເອຊ່ຽນລົ້ມເຫຼວບໍ່ສາມາດອອກຖແລງກາຮຣ່ວມກ່ຽວກັບບັນຫາທະເລຈີນໃຕ້ ຊຶ່ງເຣັດໃຫ້
ຟິລິບປິນສ໌ປຼະກາສຄວາມບໍ່ພໍໃຈຢ່າງເປີດເຜີຍໃນກາຮທີ່ກັມພູຊາເປັນເຈົ້າພາບ.
   ໃນເຮື້ອງນີ້ສຳນັກຂ່າວຕ່າງປຼະເທສຕ່າງປຼະໂຄງຂ່າວກັນຢ່າງເປີດແປນວ່າຈີນເປັນຜູ່ຊັກໃຍຢູ່ເບື້ອງຫຼັງກອງປຼະ
ຊຸມໃນກັມພູຊາຄັ້ງນີ້.
    ຮັຖມົນຕຼີຕ່າງປຼະເທສຈີນສຫາຍເຈັຽຈືກັບຮັຖມົນຕຼີຕ່າງປຼະເທສກັມພູຊານາຍຣໍຮ໌ນັມຣອງສົນທນາກັນໃນວັນທີ
12 ກໍຮະກະດາ 2555ກ່ອນເຂົ້າຣ່ວມປຼະຊຸມຮັຖມົນຕຼີຕ່າງປຼະເທສເອຊ່ຽນໃນກອບ East Asia Summit ຊຶ່ງຄັ້ງນີ້ເປັນຄັ້ງທີ 2 ຈີນຈຶ່ງຖືກມອງວ່າເປັນຜູ່ຊັກໃຍຢູ່ເບື້ອງຫຼັງກັມພູຊາ ຊຶ່ງເປັນເຈົ້າພາບຈຶ່ງເຣັດໃຫ໊ກຸ່ມເອຊ່ຽນ
ຂາດສັນທາມະຕິຈົນບໍ່ສາມາດອອກຖແລງກາຮຣ່ວມກ່ຽວກັບບັນຫາທະເລຈີນໃຕ້ໃນຂນະທີ່ຟິລິບປິນສ໌ເກີດຄວາມ
ບໍ່ພໍໃຈຕໍ່ກັມພູຊາຜູ່ເປັນເຈົ້າພາບແລະຖືວ່າເປັນຄັ້ງທີ 2 ແລ້ວຫຼັງຈາກກອງປຼະຊຸມເອຊ່ຽນທີ່ກັມພູຊາຄັ້ງກ່ອນຊຶ່ງຈີນ
ກໍຢູ່ເບື້ອງຫຼັງບໍ່ໃຫ້ກັມພູຊານຳເອົາບັນຫາພິພາທຫມູ່ເກາະດັ່ງກ່າວເຂົ້າໃນວາຮະກອງປຼະຊຸມເຊັ່ນດຽວກັນ.
   ສຳນັກຂ່າວ Reuters .ຮາຍງານຈາກກຸງພນົມເປັນວ່າກອງປຼະຊຸມປຼະເທສເອເຊັຽຕະວັນອອກສຽງໃຕ້ລົ້ມເຫຼວໃນ
ກາຮທຳຂໍ້ຕົກລົງກັນກ່ຽວກັບກໍຮະນີພິພາທທາງທະເລຈີນໃຕ້ທີ່ກ່ຽວຂ້ອງກັບຈີນ ສິ້ນສຸດກາຮປຼະຊຸມຮັຖມົນຕຼີຕ່າງ
ປຼະເທສຢ່າງອົນລະເວງຫຼັງຈາກປັກກິ່ງໄດ້ສ້າງຄວາມແຕກແຍກແກ່ທັງ 10 ຊາຕິກ່ຽວກັບບັນຫາຫມູ່ເກາະ.
   ໃນເຮື້ອງນີ້ຟິລິບປິນສ໌ຮະບຸໃນຖແລງກາຮນ໌ທີ່ອອກໃນວັນສຸກຂ໌ 13 ກ.ດ ວ່າເສັຽໃຈ(Deplore)ຕໍ່ຄວາມລົ້ມເຫຼວ
ຂອງສມາຄົມປຼະຊາຊາຕິເອເຊັຽຕະວັນອອກສຽງໃຕ້ໃນກາຮຈັດກາຮກັບຄວາມຂັດແຍ່ງທີ່ກຳລັງຣຸນແຣງຂຶ້ນແລະ
ວິຈາຮນ໌ກັມພູຊາດ້ວຍຖ້ອຍແຖລງທີ່ຣຸນແຣງຜິດປົກຕິໃນກາຮຈັດກາຮກ່ຽວກັບປຼະເດັນນີ້.
   ຈີນຖືກປຼະເທສສມາຊິກເອຊ່ຽນກ່າວຫາວ່າໃຊ້ອິດທິພົລອັນປ່າເຖື່ອນເຫນືອກາຮປຼະຊຸມຮັຖມົນຕຼີຕ່າງປຼະເທສເອ
ຊ່ຽນຕໍ່ກັມພູຊາຊຶ່ງເປັນປຼະທານເອຊ່ຽນອື່ນໆເພື່ອປິດກັ້ນກາຮປຶກສາຫາຮືປຼະເດັນນີ້ໃນຮະດັບພູມິພາຄແລະພຍາ
ຍາມຕົກລົງໃຫ້ກົຕຂໍ້ປະຕິບັຕິທາງທະເລມີຜົລບັງຄັບໃຊ້.
   ຟິລິນປິນສ໌ກ່າວວ່າ..ບໍ່ເຫັນດ້ວຍຢ່າງຣຸນແຣງ ຕໍ່ຄຳຖແລງຂອງກັມພູຊາທີ່ຮະບຸວ່າ ກາຮທີ່ບໍ່ມີກາຮອອກຄຳ
ຖແລງ(Communique) ເກີດຈາກ..ຄວາມຂັດແຍ່ງທວິພາຄີຮະຫວ່າງປຼະເທສສມາຊິກເອຊ່ຽນກັບປຼະເທສເພື່ອນ
ບ້ານແຫ່ງນຶ່ງ. ໃນຄຳຖແລງກ່າວວ່າຟິລິຍປິນສ໌ພຽງແຕ່ຣຽກຣ້ອງໃຫ້ຄຳຖແລງຣ່ວມຮະບຸເຖິງກາຮພະເຊີນຫນ້າເມື່ອບໍ່ນານມາ
ນີ້ຮະຫວ່າງເຣືອຮົບຈີນກັບເຣືອຮົບຟິລິບປິນສ໌ທີ່ຫມູ່ເກາະປະກາຮັງ ສຄາຮ໌ໂບໂຮ ຣູປເກີບມ້າໃນທະເລທີ່ທັງສອງ
ຝ່າຍຕ່າງກ່າວອ້າງວ່າເປັນເຈົ້າຂອງ.
  ສ່ວນປຼະທານເຈົ້າພາບກອງປຼະຊຸມ(ກັມພູຊາ)ໄດ້ຄັດຄ້ານຢ່າງຣຸນແຣງຕໍ່ກາຮຮະບຸກ່ຽວກັບເກາະດັ່ງກ່າວໃນຄຳ
ຖແລງຣ່ວມ(Joint Communique) ແລະປຼະກາສໃນວັນນີ້ວ່າ ຄຳຖແລງຣ່ວມບໍ່ອາຈຈະອອກມາໄດ້. ຄຳຖແລງຂອງ
ຟິລິບປິນສ໌.
  ກາຮລົ້ມເຫຼວໃນກາຮອອກຖແລງກາຮນ໌ຣ່ວມເປັນກາຮບົ່ງບອກເຖິງຄວາມເສື່ອມຖອຍໃນຄວາມພຍາຍາມລົດ
ຄວາມຕຶງຄຽດຫຼັງຈາກເຫຕຸກາຮນ໌ທີ່ສ່ຽງຕໍ່ກາຮປະທະທາງທະເລໃນນ່ານນ້ຳທີ່ອຸດົມດ້ວຽຊັພພຍາກອນວັດຖຸ
ດິບ.. ສ່ວນຈີນຊຶ່ງມີຄວາມສັມພັນທ໌ດ້ານກາຮຄ້າກາຮລົງທຶນໃນກັມກັມພູຊາເພີ້ມຂຶ້ນໃນຊ່ວງບໍ່ເທົ່າໃດປີມານີ້ກໍ
ອາຈເປັນເພາະຄວາມມັດຈຳຊຶ້ໃຈກັມພູຊາໃຫ້ບິດເບືອນບັນຫາຫມູ່ເກາະພິພາທນີ້ໄດ້ກ່າວເຕືອນວ່າ..ກຳລັງພາຍ
ນອກ..ບໍ່ຄວນຈະເຂົ້າມາກ່ຽວຂ້ອງກັບກໍຮະນີພິພາທທັງວຽຕນາມ ມາເລເຊັຽ ບຮູໄນແລະໄຕ້ຫວັນຕ່າງກໍອ້າງ
ສ່ວນໃດສ່ວນນຶ່ງຂອງທະເລຈີນໃຕ້ເຊ່ັນກັນ.
   ສຳລັບສຫະຮັຖຯໄດ້ຢ້ຳຄວາມເປັນກາງຂອງຄວາມຂັດແຍ່ງທາງທະເລທີ່ມີມາຍາວນານນີ້ ແມ໊ວ່າສຫະຮັຖຯ
ຈະຊ່ອຍເຫຼືອຟິລິບປິນສ໌ພັທນາກອງທັພທີ່ອ່ອນແອປານໃດກໍຕາມ. ຮະຫວ່າງຖແລງຂ່າວໃນກຸງພນົມເປັນຄ່ຳວັນ
ພຼະຫັສ ຮັຖມົນຕຼີຕ່າງປຼະເທສສຫະຮັຖຯ ຣິລລາຮີ ຄລິນຕັນບໍ່ໄດ້ໃຫ້ຄວາມສຳຄັນຕໍ່ບັນຫາທີ່ແກ້ບໍ່ຕົກພາຍໃນ
ເອຊ່ຽນ..
..ຂ້າພະເຈົ້າໄດ້ທຳງານໃນຫຼາຍວົງກາຮນ໌ກັບຫຼາຍຝ່າຍແລະບໍ່ແມ່ນເຮື້ອງທີ່ບໍ່ປົກຕິສຳລັບອົງຄ໌ກອນທີ່ມີວຸຖິພາວະ
ຫ໌າຍກວ່ານີ້ ເພື່ອທຳງານແລະຫາຮື ແມ້ກະທັງກາຮໂຕ້ຖຽງກ່ຽວກັບເຮື້ອງໃດເຮື້ອງນຶ່ງຈົນຜ່ານເສັ້ນກຳນົດເພື່ອ
ພຍາຍາມໃຫ້ເຫັນວ່າຍັງມີຫົນທາງຕໍ່ໄປຂ້າງຫນ້າຢູ່...ເຂົາກ່າວ.
    ໃນຂນະດຽວກັນກໍມີຄຳຄິດເຫັນຂອງນັກວິຊາກາຮວ່າ..ຂເມຮເປັນໄມ້ເປັນມືຈີນມາຕລອດ ຂເມຮຣັບເງິນຈາກ
ຈີນຫວັງປ່ວນເອຊ່ຽນເພາະຈີນຣູ້ດີວ່າເອຊ່ຽນຈະຮວມຕົວກັນຕໍ່ຕ້ານຈີນ ຕອນນີພມ້າກໍແຂງກ້າຂຶ້ນສາມາດບໍ່ເກງ
ກົວຈີນແລ້ວຄົງເຫຼືອແຕ່ລາວຂີ້ຂ້າແກວກັບຂເມຮທີ່ຍັງຍອບຣັບຈີນຢູ່.ແຕ່ກໍເຊື່ອວ່າຫຼັງຈາກທີ່ອະເມຮິກາຍື່ນມືເຂົ້າ
ໄປແລ້ວຄົງບໍ່ຊ້າເກີນລໍຄົງຈະເຫັນສິ່ງດີໆເກີດໃນລາວເວັ້ນແຕ່ກຸ່ມຂາຍຊາຕິລາວຈະທໍຮະຍົສຕໍ່ອຸດົມກາຮນ໌ຊາຕິ
ຕົນເທົ່ານັ້ນເອງ.
   ໃນຂນະທີ່ກົຕບັຕຮເອຊ່ຽນບໍ່ຍຸ້ງກາຮເມືອງຂອງປຼະເທສເພື່ອນບ້ານ ມະຕິທຸກຢ່າງຕ້ອງເອກສັນທ໌ຖ້າແຊກແຊງ
1 ປຼະເທສໄດ້ເອຊ່ຽນຈະກາຍເປັນງ້ອຍທັນທີແລະມະຕິເຫຼົ່ານີ້ກໍແມ່ນຈີນນັ້ນແຫຼະສອນມວຍໃຫ້ໄທຍໄວ້ເພື່ອໂກຍ
ຜົລປຼະໂຍຊນ໌ຣ່ວມກັນ ແຕ່ບາດຊິຕາຍຊ້ຳພັດຣຽກຣ້ອງໃຫ້ເພື່ອນບ້ານຊ່ອຍເຫຼືອໂດຽບໍ່ຣູ໊ວ່ານັ້ນຄືຕົວກິນນາຍຂອງ
ຈີນກັບໄທຍ.
   ກຼະແສເຫີ່ AEC ກໍຄ້າຍກັບ EU ທຸກປຼະເທສຕ່າງຝັນຫວານພໍຮວມກັນຈິງໆເຢຮະມັນໄດ້ປຼະໂຍຊນ໌ສູງສຸດເພາະ
ເປັນຜູ່ຜລິຕຮາຍໃຫຍ່ສິນຄ້າຄຸນພາບຮາຄາຖືກ ປຼະເທສທີ່ເພິງພາກາຮທ່ອງທ່ຽວແລະໃຊ້ກາຮເມືອງແບບປຼະຊາ
ນິຍົມຈຶ່ງຫລົ້ມຈົມ.
   ແຕ່ຢ່າງໃດກໍຕາມຫາກຫັນມາມອງວຽຕແກວແລ້ວຖືໄດ້ວ່າເປັນປຼະເທສທີ່ບໍ່ນັບຖືສັນຍາຕາມທີ່ສຫາຍຟາມວັນ
ດົງໄດ້ລົງນາມໃນຫນັງສືເຫມືອນວັນທີ 14 ກັນຍາ 1958 ວ່າປຼະເທສຈີນມີອຳນາຈເຫນືອຫມູ່ເກາະຫນານຊາ ຊີຊາ
ແລະເກາະບໍຮິວາຮໃນທະເລຈີນໃຕ້ທັງຫມົດ ໂດຍຈີນໄດ້ຈົດທະບຽນໄວ້ກັບອົງຄ໌ກາຮຍູເອັນໂດຍມີອັງກຮິສ ອະເມຮິກາຮວມດ້ວຍແລະກອງທັພນາວີອັງກຮິສໄດ້ປຼະກາສວ່າຈີນໄດ້ຂຶ້ນທະບຽນເປັນຂອງຈີນເມື່ອປີ 1938
ເປັນຂອງຕົນເອງ ແຕ່ຮັຖບາລວຽຕນາມປັຈຈຸບັນບໍ່ຣັກສາສັນຍາໄດ້ບຸກຍຶດເອົາເກາະສແປສລີໄປຈຳນວນ 29
ເກາະແລ້ວ ສ້າງສນາມບິນນຳກອງທັພໄປປຼະຈຳກາຮຫມູ່ເກາະໃຫຍ່ໆແລ້ວຍັງນຳປຼະຊາຊົນທີ່ເປັນພຼະສົງຄ໌ໄປ
ເປັນໂລ້ມະນຸສຍ໌ປ້ອງກັນຈີນບໍ່ໃຫ້ຈີນບຸກຍຶດເອົາຄືນຕາມຫຼັກຖານທີ່ສຫາຍຟາມວັນດົງໄດ້ລົງນາມໃນຫນັງສືຣັບ
ຮອງວ່າຈີນມີອຳນາຈເຫນືອຫມູ່ເກາະຫນານຊ່າ ຊີ content/uploads/2011/06/4d4970069527892503088136.
jpg ຊາຮວມທັງຫມູ່ເກາະບໍຮິວາຮທັງຫມົດເປັນຂອງຈີນຂໍໃຫ້ເຂົ້າໄປເບີ່ງໄດ້ http:www.thaichinese.net/thaichinese
blog/wp-
    ຢ່າງໃດກໍຕາມບັນຫາຕ່າງໆທີ່ກຳລັງເກີດຂຶ້ນໃນເອເຊັຽຕາວັນອອກສຽງໃຕ້ຈະຣ້າຍແຣງຫຼືຢ່າງໃດກໍຄົງຫຼັງ
ກາຮເລືອກຕັ້ງຜູ່ນຳສຫະຮັຖຯເພາະເວລານີ້ຈີນກຳລັງດີ້ນຫວັງເປັນເສືອໂຕທີ 8 ຕໍ່ຈາກຮັສເຊັຍຈຶ່ງຊອກຄົ້ນຫາວັດ
ຖຸດິບແບບຫນ້າດ້ານໆບໍ່ເກງກົວຕໍ່ກົຕຫມາຍທີ່ຕົນເອງເຊັນໄວ້ແລະຈີນກຳລັງຈະເອົາຕີນລົບລາຍເຊັນຕົນເອງ. .
                                                           (ຕໍ່ຈາກບົທກ່ອນ)
                           ກາຮບໍຮິຫາຮຮາຊກາຮບໍ່ແມ່ນວິຊາຝຶກງານ ບໍ່ແມ່ນສມາຄົມແລະບໍ່ແມ່ນສໂມສອນ
ກາຮບໍຮິຫາຮຮາຊກາຮຕ້ອງຄັດເລືອກເອົາວິຊາສເພາະຫຼືທຽບເທົ່າແລະມີຄວາມຣູ້ຄວາມສາມາດບໍ່ຄວນເອົາລູກ
ຫຼານຂອງພັຄທີ່ບໍ່ມີຄວາມຣູ້ແລ້ວຈັບບວຊເປັນພຼະມາເທສໃຫ້ປຼະຊາຊົນຟັງ.
                           ໃນປຼະໂຍຄຄຳວ່າ ປະຕິວັຕິອັນຫມາຍເຖິງຮັຖປຼະຫາຮໃນທາງປະຕິບັຕິແລ້ວຕ້ອງຂ້າແກງກັນ
ໃຫ້ຕາໄປຂ້າງນຶ່ງ..ຂນະດຽວກັນໃນປຼະໂຍຄຄຳວ່າພັຄປຼະຊາຊົນປະຕິວັຕິ ຊຶ່ງຄວາມຫມາຍກໍຄືປຼະຊາຊົນລຸກຣື
ຂັບໄລ່ຮັຖບາລຫຼືຜູ່ປົກຄອງຮັຖເພາະຄນະປົກຄອງກຼະທຳຜິດຣີຕຄອງປຼະເພນີຫຼືກົຕຫມາຍຣ້າຍແຣງຈົນເຖິງຂັ້ນ
ອົດທົນບໍ່ໄຫວຫຼືຝ່າຍຜູ່ປົກຄອງຂາດຈາຮິຍະທັມຣ້າຍແຣງ. ແຕ່ໃນທາງກັບກັນນັ້ນພັຄປຼະຊາຊົນປະຕິວັຕິຂອງ
ກຸ່ມໂຈຮປົກຄອງລາວປັຈຈຸບັນມັນບໍ່ແມ່ນປຼະຊາຊົນປະຕິວັຕິ ແຕ່ມັນຫາກແມ່ນກຸ່ມໂຈຮນຳເອົາແກວມາເປັນຂະ
ບວນກາຮປະຕິວັຕິປຸ້ນປຼະຊາຊົນລາວ ບໍ່ແມ່ນປຼະຊາຊົນລາວຕ້ອງກາຮປະຕິວັຕິຮັຖປຼະຫາຮ ເພາະປຼະຊາຊົນລາວ
ບໍ່ເຄີຍອຶດຢາກປາກແຫ້ງເຖິງພຽງນີ້ ປຼະຊາຊົນລາວທຸກຂ໌ຈົນຍ້ອນອຳນາຈນອກຮະບົບ ຮັຖບາລອຸປຖັມຕົວຕາຍ
ຕົວແທນ.
  3-ຣູປກາຮແບ່ງປັນຜົລປຼະໂຍຊນ໌ຂອງກຸ່ມໂຈຮດ້ານກາຮເມືອງມີຄື:
    -ກຼົມກາຮເມືອງສູນກາງພັຄໂທນພາຮະກິຈຄືໃຫ້ດຳຮົງຕຳແຫນ່ງເປັນທັງປຼະທານ,ປຼະທານປຼະເທສ,ຮອງປຼະ
ທານປຼະເທສ,ຄນະເລຂາພັຄ,ນາຍົກຯ,ປຼະທານສະພາ,ຮັຖມົນຕຼີກຼະຊວງສຳຄັນໆ,ກຼະຊວງປ້ອງກັນຊາຕິຫຼືກຼະ
ຊວງປ້ອງກັນຄວາມສງົບ,ກາຮເງິນ,ກາຮຄ້າ,ກາຮຕ່າງປຼະເທສຫຼືຫ້ອງກາຮສູນກາງພັຄໂທນ. ຕຳແຫນ່ງຈຳພວກ
ນີ້ຜູ່ໃດຈະມາກ້າວກ່າຍບໍ່ໄດ້ເດັດຂາດ.
  -ກັມກາຮສູນກາງພັຄ: ມີອຳນາຈດຳຮົງຕຳແຫນ່ງຮັຖມົນຕຼີກຼະຊວງຕ່າງໆຫຼືທຽບເທົ່າຫຼືເປັນເຈົ້າແຂວງໃນຕົວ
ເມືອງໃຫຍ່ໆ. ນອກຈາກນີ້ທາງດ້ານກາຮເງິນຊຸບລ້ຽງໄດ້ມີຮະບຽບກາຮປະຕິບັຕິກັນດັ່ງນີ້ຄື:
 -ຄນະກຼົມກາຮເມືອງທາງກາຮອະນຸຍາຕໃຫ້ເງິນສົດເພື່ອສ້າງເຣືອນພັຄຄົນລະ $150,000.00 ຍານພາຫານະ 3-5ຄັນພ້ອມທັງມີເງີນບຳຮຸງໃຫ້ອີກ 1,500,000 ກືບຍັງບໍ່ທັນໄລ່ເງິນເດືອນ. ຄົນຂັບຮົຖແລະຄົນໃຊ້ໃນບ້ານ 5
 ຄົນເງິນຄົນໃຊ້ເຫຼົ່ານີ້ບັນຈຸເຂົ້າເປັນພນັກງານຮັຖແລະໄລ່ເຂົ້າໃນບັນຊີຫຼວງ. ນ້ຳມັນໃສ່ຮົຖຄັນລະ 400 ລິຕຮຕໍ່ຄັນຕໍ່ເດືອນ.
    ນອກຈາກເງິນເຫຼົ່ານີ້ແລ້ວຮັຖບາລຍັງມີພາຮະກິຈຮັບຜິດຊອບອີກຄືຈ່າຍຄ່ານ້ຳ ຄ່າໄຟ ຄ່າໂທຮສັພທ໌ ຄ່າສ້ອມ
ແປງຮົຖແລະສິ່ງສຳຄັນ ຫາກເປັນຄົນຂອງສູນກາງພັຄຄືຄນະໂປລິສບູໂລແລ້ວຕ້ອງມີທຫາຮ ຕຳຮວຈຍາມເຣືອນ
ສຫາຍນຶ່ງໆຢ່າງນ້ອຍ 10 ຄົນ.
 -ຄນະກັມກາຮສູນກາງພັຄ:  -ເງິນສົດປຸກເຣືອນພັກແຕ່ລະສຫາຍ $80,000.00 - ຮົຖເກງ 3 ຄັນ ນ້ຳມັນເດືອນລະ
   300 ລິຕຮຕໍ່ຄັນຕໍ່ເດືອນ.-ເງິນບຳຮຸງຄົນລະ 1,200,000.00 ຕໍ່ເດືອນ. ດ້ານສິດທິອຳນາຈມີທຽບເທົ່າກຼົມກາຮເມືອງ
ແລະນອກຈາກສິດທິຕ່າງໆເຫຼົ່ານີ້ແລ້ວຍັງມີສິດທິພິເສສອີກຢ່າງນຶ່ງຄືແຕ່ລະສຫາຍມີສິດທິໃຊ້ຍານພາຫນະໃນກາຮ
ໄປມາສ່ວນຕົວເຊັ່ນ: ໃຊ້ເຄື່ອງບິນ,ຮັຖແລະໃຊ້ເງິນເບັ້ຽລ້ຽງພິເສສສຫາຍນຶ່ງໆ 5-6 ລ້ານກືບແລ້ວແຕ່ກໍຮະນີ.
                                   ຮາຍງານຕ່າງໆເຫຼົ່ານີ້ແມ່ນຜູ່ຫວັງດີພາໃນສົ່ງມາໃຫ້

Friday, July 13, 2012

                ຮະບອບຂ້າທາສແບບໃຫມ່ທີ່ຮັຖຯຫຸ່ນນຳມາໃຊ້ກັບປຼະຊາຊົນລາວ
1-ກາຮກຳເນີດຂຶ້ນມາຂອງຮະບອບຂ້າທາສແບບໃຫມ່ນີ້ເກີດຂຶ້ນພາຫຼັງທີ່ກຸ່ມຂາຍຊາຕິສຸພາ-ໄກສອນ ພົມວິ
   ຫານ-ຫນູຣັກ ພູມສວັນ-ສມານ ວິຍະເກຕແອບອ້າງຕັ້ງຊື່ພັຄປະຊາຊົນປະຕິວັຕິບັງຫນ້າ ມັນບໍ່ແມ່ນພັຄປຼະ
   ຊາຊົນປະຕິວັຕິແຕ່ມັນຫາກແມ່ນພັຄຂອງກຸ່ມຂາຍຊາຕິດັ່ງກ່າວເປັນຜູ່ໃຊ້ແອບອ້າງຫາກິນເພື່ອຫວັງຄວາມ
   ຣ່ວມມືຈາກຊາວລາວທັງມວລ ຊຶ່ງຢູ່ເບື້ອງຫຼັງແທ້ໆຂອງພັຄດັ່ງກ່າວນີ້ກໍຄືກຸ່ມຈັກຮີວົງຂອງສຍາມເປັນຜູ່ໃຫ້
   ກາຮສນັບສນູນໂດຍຄຳສເນີຂອງເຈົ້າເພັຊຮາຊເພື່ອແກ້ແຄ້ນເຈົ້າວັງຫຼວງແຕ່ກໍຖືກໃຈເຈົ້າສຍາມທີ່ຫວັງທັບ
    ມ້າງວົງກຼະສັຕຮິຍ໌ລາວນັບແຕ່ໃດໆມາແລ້ວນັ້ນເອງ.
         ຫມາກຜົລຈາກພັຄປະຊາຊົນປະຕິວັຕິທີ່ເຄື່ອນອອກຈາກໄທຍສູ່ດິນລາວແທ້ໆນັ້ນຄືມາໂຜ່ອອກຢ່າງຊັດ
ເຈນເມື່ອປີ 1975 ເດືອນທັນວາ ວັນທີ 2 ຕາມຫມາຍກຳນົດກາຮຂອງທາງກາຮໄທຍກຳນົດໃຫ້ຕາມແຜນກາຮ
ຫວັງຄວບຄຸມລາວອີກຣອບຫຼັງຈາກກຸ່ມຂາຍຊາຕິໄກສອນ-ຫນູຣັກ-ສມານ ວິຍະເກຕແລະສຸພານຸວົງຂຶ້ນກຳອຳ
ນາຈຮັຖແລ້ວແລະເຈົ້າວັງຫຼວງຂອງລາວຖືກຈັບໄປທໍຮະມາຮສິ້ນພຼະຊົນຕ໌ທີ່ຊຳເຫນືອແລ້ວ ກະສັຕຮິຍ໌ໄທສຈຶ່ງໄປ
ຢ້ຽມຢາມປຼະເທສລາວແລະສົ່ງລູກຫຼານຈັກຮີວົງເຂົ້າໄປລາວຢ່າງຕໍ່ເນື່ອງ.

2-ກາຮຈັດຕັ້ງຮະບອບເຈົ້າທາສແບບໃຫມ່ເພື່ອປົກປ້ອງຜົລປຼະໂຍຊນ໌ຂອງພວກເຂົານັ້ນກຸ່ມນາຍທາສໄດ້ໃຊ້ອຳ
ນາຈສູງສຸດຂອງຕົນໃນກາຮບໍຮິຫາຮຈັດກາຮປົກຄອງທົ່ວປຼະເທສເຊັ່ນ:
    -ກຼົມກາຮເມືອງເມືອງສູນຍ໌ກາງພັຄແລະອົງຄ໌ກາຮຊ່ອຍວຽກງານພວກເຂົາຄື ກັມກາຮສູນຍ໌ກາງພັຄໂທນທຸກ
ສຫາຍ ໃນຂນະດຽວກັນກຸ່ມນາຍທາສກໍສວຍໃຊ້ບົທບາດຂອງພັຄປຼະຊາຊົນປະຕິວັຕິຂອງຕົນເປັນເຄ່ືອງມືໃນ
ກາຮໂຄຊນາຊວນເຊື່ອຫຼອກລວງທັງປຼະຊາຊາຕິລາວແລະນານາຊາຕິໂດຽສ້າງຕັ້ງທັມນູນກຸ່ມຕົນຂຶ້ນມາເປັນແມ່
ບົທໃນກາຮດຳເນີນກາຮແລະສະດວກແກ່ກາຮສັ່ງກາຮຄືກາຮຈັດຕັ້ງກົງຈັກຮຂອງພັຄ-ຮັຖໂດຍອິງໃສ່ 3 ອຳນາຈ
ເຫມືອນກັບຮະບອບປຼະຊາທິປໄຕຍເຊັ່ນ:
-ອົງຄ໌ບໍຮິຫາຮ ກໍຄືອຳນາຈບໍຮິຫາຮຊຶ່ງເປັນຫນ໊າທີ່ຂອງຮັຖບາລ.
-ອົງຄ໌ກາຮນິຕິບັນຍັຕິກໍຄືສະພາຜູ່ແທນຮາສດອນ ຜູ່ຜລິຕແລະຕຼາກົຕຫມາຍອອກໃຊ້ຈຶ່ງເອີ້ນວ່າຮະບົບສະພາ
-ອົງຄ໌ກາຮຕຸລາກາຮ ກໍຄືສາລຜູ່ດຳເນີນຄະດີກັບຜູ່ກຼະທຳຜິດກົຕຫມາຍ.
                                         (ທັງ 3 ອຳນາຈນີ້ຈະບໍ່ມີສິດທິອຳນາຈກ້າວກ່າຍຫນ້າທີ່ຕໍ່ກັນ)  
ແລະທັງ 3 ອຳນາຈນີ້ຢູ໋ພາຍໃຕ້ອຳນາຈຂອງເລຂາທິກາຮໃຫຍ່ຂອງພັຄໂທນທີ່ສາມາດສັ່ງກາຮໄດ້ພຽງຜູ່ດຽວຊຶ່ງ
ທັງ 3 ອຳນາຈນີ້ພວກເຂົາເອີ້ນວ່າ ກຼົມກາຮເມືອງສູນຍ໌ກາງພັຄແລະພວກເຂົາໄດ້ແບ່ງປັນອຳນາຈໃຫ້ແຕ່ລະ
ສຫາຍຣັບຜິດຊອບພາຍໃຕ້ກາຮດູແລຂອງສຫາຍຈູມມະລີ ໄຊຍະສອນເລຂາທິກາຮພັຄໂທນ.
  ນອກຈາກນັ້ນກຼະຊວງສຳຄັນໆເຊັ່ນ:
   -ກຼະຊວງປ້ອງກັນຊາຕິ -ກຼະຊວງກາຮເງີນແລະກາຮຄັງ - ກຼະຊວງກາຮຕ໋າງປຼະເທສ ທັງຫມົດນີ້ຕ້ອງເປັນຄົນ
ຂອງພັຄໂທນໂດຽຕຼົງແລະເປັນລູກຫຼານຂອງຄນະຊີ້ນຳສູນຍ໌ກາງພັຄເທົ່ານັ້ນມາເປັນຮັຖມົນຕຼີ ຊຶ່ງໃນນັ້ນພວກ
ເຂົາໄດ້ຈັດຕັ້ງອົງຄ໌ກາຮລັບຂຶ້ນໃນຕອນແລກໆແຕ່ພາຍຫຼັງທີ່ເຫັນວ່າກຳໄຊຊນະຣອບດ້ານແລ້ວຈຶ່ງເປີດຕົວເຊັ່ນ
ກາຮຈັດຕັ້ງຕາມແຂວງພາຍໃຕ້ກາຮຊີ້ນຳຂອງຄນະແຂວງເຊັ່ນ:
-ອົງຄ໌ກາຮແນວໂຣມ-ອົງຄ໌ກາຮຊາວຫນຸ່ມແລະອົງຄ໌ກາຮກັມມະບາລ(ກັມກອນ)ແລະແພດ.    

                          (ເຊີນຕິດຕາມຕອນຕໍ່ໄປ)   

Thursday, July 12, 2012

ເມື່ອນານາຊາຕິທວງຕິງຫນັກຂຶ້ນພວກເຂົາກໍພຍາຍາມປ່ຽນແປງສາກລະຄອນໃຫມ່ຫຼັງຈາກນັກຣຽນນັກສຶກສາ
ກ່າວປຼະນາມວິທີກາຮ. ຢ່າງໃດກໍຕາມພວກເຣົາກໍເຄີຍອອກຂ່າວໄປແລ້ວວ່າຮະບອບປັຈຈຸບັນຂອງຮັຖຯຫຸ່ນນີ້ເປັນ
ຮະບອບອຸປຖັມຕົວຕາບຕົວແທນ ຄົນໃນຕຼະກຸລອື່ນຈະມີຄວາມຣູ້ຄວາມສາມາດເກັ່ງກາຈຂນາດໃດພວກເຂົາບໍ່
ຍອມຣັບໃຫ້ເຂົ້າໄປຣັບຜິດຊອບໃນຕຳແຫນ່ງສຳຄັນໆເພາະຢ້ານໄປເປັນນາຍພວກເຂົາແລະໄປເຫັນຄວາມຂີ້ດຽດ
ຂອງລູກຫຼານເຂົາ.
  ກາຮຈະກ້າວຂຶ້ນໄປເປັນເສນາບໍດີຂອງກຸ່ມຂາຍຊາຕິນີ້ໄດ້ມີພຽງລູກຫຼານພວກເຂົາເທົ່ານັ້ນເອງ..ດັ່ງນັ້ນເຖິງຂັ້ນ
ເປັນຮັຖບາລກຸມອຳນາຈ 37 ປີຜ່ານມາແລ້ວຍັງບໍ່ສາມາດສ້າງງົບປຼະມານແຜ່ນດິນໄດ້ ອາໃສແຕ່ເງິນຊ່ວຍເຫຼືອ
ຈາກຕ່າງປູະເທສມາເປັນງົບປຼະມານແຜ່ນດິນ ປານນັ້ນຍັງບໍ່ຍອມຣັບຄວາມຈິງວ່າພວກຕົນດ້ອຍປັນຍາມີຮະ
ດັບຄວາມຣູ້ຕ່ຳ ອາໃສແຕ່ໂຄຊນາຊວນເຊື່ອເຂົ້າກະຕ່າຕົນເອງຕົວະປຼະຊາຊົນໄປວັນໆວ່າປີນັ້ນປີນີ້ຈະເຣັດໃຫ້ປູະ
ຊາຊົນຫາຍຈາກຄວາມທຸກຂ໌ຈົນ.
   ກາຮທີ່ພວກເຂົາບໍ່ຍອມຣັບຣູ້ຫຼືແກ້ໄຂໃຫ້ມີຝ່າຍຄ້ານຫຼືມີພັຄກາຮເມືອງໃຫມ່ເພິ້ມກໍເພາະພວກເຂົາບໍ່ຕ້ອງກາຮ
ໃຫ້ພັຄອື່ນມາແຂ່ງຂັນແລະເຫັນຂີ້ພຶ້ນພວກເຂົານັ້ນເອງ. ເມື່ອບໍ່ມີຝ່າຍຄ້ານພວກເຂົາຈຶ່ງຮວບ 3 ອຳນາຈໄວ້ໃນກັມ
ກາຮສູນກາງພັຄເຊັ່ນ ສະພາຕົບມື-ນິຕິບັນຍັຕິແລະຕຸລາກາຮໄວ້ໃນກົຼມກາຮເມືອງເພາະງ່າຍແກ່ກາຮສັ່ງກາຮໄປ
ຕາມໃຈຊອບ.
  ໃນຂນະທີ່ພມ້າກຳລັງກ້າວກຼະໂດດຂຶ້ນໂດຍບໍ່ສົນໃຈໃຍດີກັບກາຮນາບຂູ່ຂອງຈີນແລະເວລານີ້ພມ້າເກີດຄວາມ
ໂປ່ງໃສຢ່າງຣອບດ້ານທີ່ໄດ້ຍານາງອອງຊານ ຊູຈີເຂົ້າຣ່ວມສັງຄາຍນາໃນຮັຖບາລເຣັດໃຫ້ໂຄງສ້າງຮັຖຯເຂັ້ມແຂງ
ຫນ້າເຊື່ອຖືເຣັດໃຫ້ນານາຊາຕິແຫ່ແຫນກັນເຂົ້າໄປລົງທຶນຂນານໃຫຍ່.
  ພມ້າຖືເປັນປຼະເທສຜເດັຈກາຮສຸດຂີດຣອງຈາກກັມພູຊາ ແຕ່ແລ້ວພມ້າໄດ້ກາຍເປັນເສືອສຳນຶກບາປແລະຕ່າງ
ປຼະເທສຍອມຣັບພ້ອມໃຫ້ຄວາມຊ່ອຍເຫຼືອ ມັນແຕກຕ່າງໄປຈາກກຸ່ມຜເດັຈກາຮທາສຫຼືກຸ່ມຂາຍຊາຕິ 14 ຕຼະກຸລ
ຂອງລາວຊ້າຍຕົກຂອບ.
  ໃນພູມິພາຄເອເຊັຍຕະວັນອອກສຽງໃຕ້ອີງຕາມກຼະແສຂ່າວຂອງເອເຊັຽຫຼາຍສຳນັກກ່າວຕຼົງກັນວ່າ ອີກບໍ່ຊ້າ
ເກີນລໍພມ້າຈະເປັນປຼະເທສຕົວຢ່າງໃນກາຮພັທນາເພາະເວລານີພມ້າກຳລັງປຼັບເຮື້ອງອຳນາຈບໍຮິຫາຮ,ນິຕິບັຕິ
ແລະຕຸລາກາຮໃຫມ່ໃຫ້ສອດຄ່ອງກັບສາກົລແລະຮັຖບາລພມ້າໄດ້ສັ່ງປິດທຸກໂຄງກາຮທີ່ເຄີຍໃຫ້ອະນຸຍາຕມາ
ແຕ່ກ່ອນ. ຫມາຍຄວາມວ່າເຮິ້ມເລຂສູນຍ໌ກັນໃຫມ່ຖືວ່າສິ່ງທີ່ຜ່ານມາເປັນກາຮຜິດພາດທີ່ປ່ອຍໂອກາສໃຫ້ປຼະ
ເທສຈີນ,ຮັສເຊັຽເຂົ້າມາລົງທຶນແບບຜູກຂາດເພາະພມ້າມອງເຫັນແລ້ວວ່າໃນອະນາຄົຕອັນໃກ້ນີ້ຫາກບໍ່ຣີບປຼັບ
ປ່ຽນທິສພມ້າຈະກາຍເປັນປຼະເທສທີ່ລ້າຫຼັງທີ່ສຸດທັ້ງໆທີ່ມີຊັພພຍາກອນທັມຊາຕິເຫຼືອຫຼາຍໃນແຜ່ນດິນ.
  ດັ່ງນັ້ນເມື່ອກາຮເມືອງພາຽໃນມີສເຖັຽຮະພາບ ກາຮລົງທຶນຂອງຕ່າງປຼະເທສຈຶ່ງຫຼັ່ງໄຫຼກັນເຂົ້າໄປລົງທຶນໂດຍ
ສເພາະດ້ານກົຕຫມາຍທີ່ມີມາຕຮຖານສາກົລ ມັນຕ່າງໄປຈາກກຸ່ມຜເດັຈກາຮຕົກຂອບລາວຂາຍຊາຕິທີ່ໃຊ້ພາ
ສາຕລາດເອົາພາສາເວົ້າມາເປັນພາສາກົຕຫມາຍ ອັນຫມາຍເຖິງຮະດັບກາຮສຶກສາຂອງກຸ່ມຜູ່ບໍຮິຫາຮຮັຖ
ກາຮຂອງລາວຕ່ຳກວ່າມາຕຮຖານສາກົລນັ້ນເອງ.
                                                         ບົທທົດສອບພາສາລາວໃຫມ່

ຮັຖບາລ 14 ຕຼະກຸລປົກຄອງປຼະເທສ ຕົວຕາຍຕົວແທນກຼະຊວງໃດສຳຄັນໆຖືໄດ໊ວ່າເປັນອຳນາຈຂອງ 8 ຕຼະກຸລ
ແລະກໍຖືເປັນຕຼະກຸລຫຼັກທີ່ສາມາດຍົກຍ້າຍຫຼຶປົດໃຜກໍໄດ້ແລະກໍເປັນຕຼະກຸລຫຢວໂຈກໃນກຼົມກາຮເມືອງຫຼືຄນະ
ໂປລິສບູໂຮນຳດ້ວຍມີຄື:
  -ຕຼະກຸລ: ສີພັນດອນ,ພົມວິຫານ,ແກ້ວບຸນພັນ,ພູມສວັນ,ວິຍະເກດ,ທຳມະວົງ,ໄຊຍະວົງ,ໄພຈິດ
    ສ່ວນຕຼະກຸລຮອງລົງມາອີກ 6 ຕຼະກຸລ: ເລົາລີ,ເລັ່ງສະຫວັດ,ພົນເສນາ,ບຸບຜາ,ພົງສວັນ,ຫອມສົມບັດ,ວີຮະວົງ.
    ແຜ່ນດິນລາວກໍຈິງແຕ໋ຜູ໋ມຳອຳນາຈສູງສຸດໃນແຜ໋ນດິນບໍ່ແມ່ນຄົນລາວ ແຕ່ຫາກແມ່ນ ແກວແລະຈີນ ສນັ້ນຈຶ່ງ
ຖືໄດ້ວ່າປຼະຊາຊົນລາວເປັນພົລເມືອງຊັ້ນສອງຂອງແກວແລະຈີນ. ສ່ວນຮັຖບາລຫຼືຜູ່ປົກຄອງຮັຖຈຶ່ງກາຍເປັນຮັຖ
ຫຸ່ນຣັບໃຊ້ແກວແລະຈີນເພາະຜູ່ປົກຄອງຮັຖຯນຳໄປຈຳນອງໃຫ້ແກວແລະຈີນເຂົ້າມາມີອຳນາຈຄວບຄຸມແລະຈັດ
ກາຮກັບອຳນາຈຕ່າງໆໃນຮັຖບາລແລະປົກຄອງຮັຖຯ.
   ດັ່ງນັ້ນຈຶ່ງເຫັນໄດ້ວ່າບໍຮິເວນທີ່ແຫ່ງໃດຫາກແກວແລະຈີນຕ້ອງກາຮແລ້ວທາງຮັຖບາລຫຸ່ນຈະບໍ່ສາມາດຄັດຄ້ານ
ໄດ້ໃນຂນະດຽວກັນເມື່ອບໍ່ມີອຳນາຈເຕັມພວກກຸ່ມ 14 ຕຼະກຸລຈຶ່ງສວຍໂອກາສກອບໂກຍສ້ໍທັງຮາສແລະບັງທັງ
ຫຼວງ ໂດຍສເພາະກາຮປຼາບປຼາມສ້ໍຮາສບັງຫຼວງຕັ້ງຄນະຂຶ້ນມານັບບໍ່ຖ້ວນແຕ່ແລ້ວຈັບ“າຕົວໃດກໍບໍ່ໄດ້ເພາະຜູ່
ແຕ່ງຕັ້ງຄນະປຼາບປຼາມກໍຄືຕົວແສບແຫ່ງກາຮສໍ້ຮາສເມື່ອນານາຊາຕິທວງຕິງພວກເຂົາກໍທຳທ່າເອົາຈິງເອົາຈັງແຕ່
ແລ້ວກໍຫາຍງຽບໄປແລະຈູ່ກໍໂຜ່ຂຶ້ນມາອີກຣອບເວລານີ້ແຕ່ງຕັ້ງ ດຮ.ນາງອັນລາວັນ ແກ້ວບຸນພັນລູກສາວສຫາຍ
ສີສະຫວາດ ແກ້ວບຸນພັນຂຶ້ນມາເປັນຮັຖມົນຕຼີສາທາຮະນະສຸຂ ໃຫ້ລູກຊາຍສຫາຍຄຳໄຕ ສີພັນດອນມາເປັນຜູ່ກວດ
ກາຮັຖບາລອີກຕຳແຫນ່ງນຶ່ງດ້ວຍກໍຍິ່ງສນຸກແນ່ໆ.

Saturday, July 7, 2012


0=vtwrda[m5dMmJkomujskp8q;wxokos^kp;aogrktwxlHv,l50rk[KK0otoUd=pa’[=jmao
c0’cI’fuDDc8Jd=vqf[=jwfH.os^kPMgiNv’rkP.8Hit[v[zgfa9dkimujgvqk-qo.o-k8y,k
gxao0Hkmk85.sHdJ5,8qogv’c]t8Jk’-k8yKK
  DDc8J1Jk’.fd=fug,njv-k8y[Hkog,nv’4ngzqkzko,u7;k,c8dcpd|ad0Bod=g-jnv;Jkx^t
-k-qo]k;8Hv’dki7qogdaj’,kcdHw0DDKc]t0otfP;daooad-k8yoypq,iH5o.\Jd=7;ox^k
dq88q;oerkx^t-k-qowfHc]H;0no-Hkwxx^tgml-k8y9tdkpgxaoczJofyomuj;Jk’gxqjkc]t
vk9oewxg4y’dkiskPlk[l6op%9kdczomuj3]dd=wfHKK
  DD.odkixqd7v’0v’it[v[oUg0qkwfH8q;t8Q,x^t-k-k8y8qogv’,k8A’c8J8Qoc]H;7n
<DDr;dg0qkra7x^t-k-qoxt8y;a8y0Bo3fPgvqk|Hkx^t-k-qo,kc]ddyoc]tgIaf.sHle7ao
zyf;JkDDx^tk-qo8Hv’dkixJPocx’it[v[dkixqd7v’ia4<DD.op57ia4[k]ik-vkok
9adig4y’c,Jox^t-k-qo]k;9t;Jk8qogv’m5d0%DDc8Jx^t-k-qo,ug0Qkg8a,g]Qkg8a,gpaPDD,u
‘q;7;kpg8a,7vdDD[=j,uc,J9Hk’ok’g]’DD[=j,u7qo0=mkog\nvop5739i 14 8td5]7v’
g,nv’DD.ooE,uxk.ook,ug0QkDD.o0otdkiramok-k8ygduf7;k,pH5’pkdgrktr;d39i
fadmeikpgzqk96f8^vfg;]kKKgrnjv4Y,3ml.lJx^t-k-qo;Jkr;dlskp8Hv’dkiit[v[
zgfa9dkioUgv’KK
 loAo7e;Jk<ra7x^t-k-qoxt8y;a8y9bj’dkp,kgxaora739isHkIHvpoe,Hk’lklokmki5o
da,.sHda[x^t-k-qo<DDg,njvgs85dkio%c]trb88yda,.omk’]q[ r;dgIqk9bj’g0Qk.9;Jkgxao
dkixH5oveok9wx9kdx^t-k-qogrktx^t-k-qo[=jwfHgsaorHv,.odkixt8y;a8yc]t4Hkr;d
g0qkskd,u7;k,9y’.91kdcdHw0[aosk-k8yc]tx^t-k-qo.sHdHk;|Hkmaovtiyptx^tgmlDDKK
9bj’dkp,kgxao <ra7xt8y;a8yx^t-k-qo<7n8aflyfmygliurk[0kfx^t-kmyxw8pDD-arp%.ofyo
lyo.ooE9bj’4ngzqkzko x^t-k-qo4nd[Pfpbfmujmedyoc]t4ndw]Jmuj8^vf,k,ao9bj'da[daoK
  0otoU9bj’r=l]5[wfH;Jk7;k,8Hv’dki0v’x^t-k-qooAo7n 8Hv’dkidJ5,zJ6oemuj,uitfa[
muj,u;ylapmalo%d;Hk’wd ,u9kiyptma,.odkixqd7v’ia4DDc]t8^k[.fskdpa’[=jxJPocx’
it[v[dkixqd7v’wxlJ6x^t-kmyxw8p 1Jks;a’g]up;Jk9t2Bo8q;.sHmaovkitptx^tgmlwfH
  .o0otfP;dao-arp%.ofyolyo.ooEi;,ma’g’yo-Jv[gs^nv9kdokokx^tgmlws^g0Qksk
ia4[k]DDc8J[=jg0Qk.9;Jkg’yo-Jvpgs^nvgs^qjkoAoskpwx.lDD37 xuc]H;’q[x^t,koczJofyod=
pa’[=jmao8A’8q;wfHKKpa’vk.lg’yo-Jvpgs^nv9kd8Jk’x^tgml1J6mA’Mmujx^t-k-qo,urP’ 7 ]Hkod;Jk7qoDDloAo]k;gliu-qo1J6mqj;3]d7;ox^tdkl.sH-k;3]dIH6wfHc]H;;Jk8qogv’d=
gxaoobj’x^t-kdvo]k;c]tIHv’0=.sH15fdki-Jvpgs^nvcdJia4[k]zgfa9dki]k;wfHc]H;
grktg’yo-Jvpgs^nvfaj’dJk;[=jwxg4y’,nx^t-k-qoDDg’yo-Jvpgs^nv]k;,u9y’c8JzJko,kia4
[k]IJk3opDDcd;[=jwfHI5dIko]k;DDc8Jd^tf6dcd;,ug8a,mqj;wx.ofyo]k;c]t0qod^tf6d
da[7noIJk3opgdnv[m5dgfbvoDDxkooAo,aopa’|HkfHko;Jkik-vkok9adi]k;gvqkmski
vtg,iydkg0Qk,kDDc8JmujgsaoMgvqkd^tf6dda[7nolstia4,urP’d^tf6doad[yomuj8qd.ofyo]k;
pa’[=jx^kdq8gxaomskiik[lH6iq[.o]k;g]upK loAooad-k8yoypq,]k;.z1J6x^tgml.f.sHikp
‘ko7;k,0U8q;t-;og-jnv0v’r;dzgfa9dki39isHkIHvP 14 8^td5].sHx^tgmloAo-k[
3fPw;KK