Friday, December 30, 2011

               ສິດທິບົນພຶ້ນຖານຂອງມະນຸສຍ໌ທັງໃນສ່ວນຕົວແລະໃນສັງຄົມ

ຂໍ້ 8 
1.ຣັຖພາຄີແຫ່ງກະຕິການີ້ີຮັບທີ່ຈະປຼະກັນ
  (ກ) ສິດທິຂອງທຸກຄົນທີ່ຈະກໍ່ຕັ້ງສຫະພາບແຮງງານແລະເຂົ້າຮ່ວມສຫະພາບແຮງງານຕາມທີ່ຕົນເລຶອກ
ເພື່ອສົ່ງເສີມແລະຄຸ້ມຄອງປຼະໂຍຊນ໌ທາງເສຖກິຈແລະສັງຄົມຂອງຕົນ ທັງນີ້ໂດຽຂຶ້ນຢູ່ກັບຫຼັກເກນທ໌ຂອງ
ອົງຄ໌ກາຣທີ່ກ່ຽວຂ້ອງເທົ່ານັ້ນ ຫເາມຈຳກັດກາຣໃຊ້ສິດທິນີ້ນອກຈາກທີ່ໄດ້ກຳນົດໄວ້ໂດຽກົຕໝາຽແລະທີ່ຈຳ
ເປັນໃນສັງຄົມປຼະຊາທິປໄຕຍ ເພື່ອປຼະໂຍຊນ໌ຂອງຄວາມໝັ້ນຄົງແຫ່ງຊາຕິຫຼືຄວາມສງົບຣຽບຣ້ອຽຂອງສ່ວນ
ຣວມຫຼືກາຣຄຸ້ມຄອງສິດທິແລະເສຣີພາບຂອງຜູ່ອື່ນ.

(ຂ) ສິດທິຂອງສຫະພາບແຮງງານທີ່ຈະຈັດຕັ້ງສຫະພັນທ໌ຫຼືສມາພັນທ໌ແຫ່ງຊາຕິ ແລະສິດທິຂອງສມາພັນທ໌
ແຫ່ງຊາຕິທີ່ຈະກໍ່ຕັ້ງຫຼືເຂົ້າຮ່ວມກັບອົງຄ໌ກາຣສຫະພາບແຮງງານຣະຫວ່າງປຼະເທສ.

(ຄ) ສິດທິຂອງສຫະພາບແຮງງານທີ່ຈະດຳເນິນງານຢ່າງເສຣີໂດຽບໍ່ຂຶ້ນຢູ່ກັບກາຣຈຳກັດໃດໆນອກຈາກ
ທີ່ໄດ້ກຳນົດໂດຽກົຕໝາຍແລະຊຶ່ງຈຳເປັນໃນສັງຄົມປຼະຊາທິປໄຕຍ ເພື່ອປຼະໂຍຊນ໌ຂອງຄວາມໝັ້ນຄົງ
ແຫາງຊາຕິຫຼືຄວາມສງົບຣຽບຣ້ອຍຂອງສວ່ນຣວມຫຼືກາຣຄຸ້ມຄອງສິດທິແລະເສຣີພາບຂອງບຸຄຄົລອື່ນ.

(ຝ) ສິດທິທີ່ຈະນັດຢຸດງານ ຫາກໃຊ້ສິດທິໂດຽສອດຄ່ອງກັບກົຕໝາຍຂອງປຼະເທສນັ້ນໆ.

ຂໍ້ 9 
 ຣັຖພາຄີແຫ່ງກະຕິກາສບັບນີ້ຣັບຣອງສິດທິຂອງທຸກຄົນໃນອັນທີ່ຈະມີສວັສດິກາຣສັງຄົມ ຣວມທັງກາຣ
ປຼະກັນສັງຄົມ.

2. ກະຕິກາຣະຫວ່າງປຼະເທສວ່າດ້ວຍສິດທິພົລເມືອງແລະສິດທິທາງກາຣເມືອງ
(International Covenant on Civil and Political Rights - ICCPR)

ສມັຊຊາໃຫ່ຽແຫ່ງສຫະປຼະຊາຊາຕິໄດ້ຣັບຣອງກະຕິກາຣະຫວ່າງປຼະເທສວ່າດ້ວຽສິດທິພົລເມືອງ ສິດທິ
ທາງກາຣເມືອງເມື່ອວັນທີ 16 ທັນວາ ພ.ສ. 2509 ແລະມີຜົລບັງຄັບໃຊ້ເມື່ອ 23 ມີນາຄົມ ພ.ສ. 2519

ເນຶ້ອຫາຂອງກະຕິກາທີ່ສຳຄັນ

ໃນສ່ວນທີ 3 (ຂໍ້ 6-27)ຂອງກະຕິກາສບັບນີ້ກ່າວເຖິງສາຣະຂອງສິດທິໃນສ່ວນທີ່ເປັນສິດທິພົລເມືອງ
ແລະສິດທິທາງກາຣເມືອງໄດ້ແກ່ ສິດທິໃນກາຣມີຊີວິຕຢູ່ ເສຣີພາບຈາກກາຣຖືກທໍຣະມາຣ ກາຣຫ້າມ
ບຸຄຄົລບໍ່ໃຫ້ຕົກຢູ່ໃນພາວະຢ່າງທາສ ກາຣຫ້າມບຸຄຄົລບໍ່ໃຫ້ຖືກຈັບກຸມໂດຽຕາມອຳເພີໃຈ ກາຣປະຕິ
ບັຕິຕໍ່ຜູ່ຖືກຕັດຮອນເສຣີພາບຢ່າງບໍ່ມີມະນຸສຍ໌ທັມ ກາຣຫ້າມບຸຄຄົລຖືກຈຳຄຸກດ້ວຽເຫຕຸທີ່ບໍ່ສາມາດ
ຊຳຣະໜີ້ຕາມສັນຍາໄດ້ ເສຣີພາບໃນກາຣຍົກຍ້າຽຖິ່ນຖານ ຄວາມສເມີພາບຂອງບຸຄຄົລພາຽໃຕ້ກົຕ
ໝາຍ ກາຣຫ້າມບໍ່ໃຫ້ມີກາຣບັງຄັບໃຊ້ກົຕໝາຍອາຍາຍ້ອນຫຼັງ ສິດທິກາຣໄດ້ຮັບຣອງເປັນບຸຄຄົລ
ຕາມກົຕໝາຍ ກາຣຫ້າມແຊກແຊງຄວາມເປັນສ່ວນຕົວ ກາຣຄຸ້ມຄອງເສຣີພາບທາງຄວາມຄິດ ເສຣີ
ພາບໃນກາຣສະແດງຄວາມຄິດເຫັນແລະກາຣສະແດງອອກ ກາຣຫ້າມໂຄຊນາຊວນເຊື່ອເພື່ອກາຣ
ສົງຄາມຫຼືກໍ່ໃຫ້ເກີດຄວາມກຽດຊັງທາງເຊື້ອຊາຕິ ສິດທິທີ່ຈະຊຸມນຸມຢ່າງສັນຕິ ກາຣຣວມກັນເປັນສມາ
ຄົມ ສິດທິຂອງຊາຍ-ຍິງທີ່ຢູ່ໃນວັຍທີ່ເໝາະສົມໃນກາຣມີຄອບຄົວ ກາຣຄຸ້ມຄອງສິດທິເດັກ ແລະກາຣ
ທີ່ພົລເມືອງທຸກຄົນມີສິດທິທີ່ຈະມີສ່ວນໃນກິຈກາຣສາທາຣະນະ ກາຣຣັບຣອງວ່າບຸຄຄົລທັງປວງ
ຍ່ອມສເມີພາບກັນທາງກົຕໝາຍແລະໄດ້ຣັບກາຣຄຸ້ມຄອງຢ່າງເທົ່າທຽມກັນ ກາຣຣັບຣອງສິດທິຂອງ
ຊົນກຸ່ມນ້ອຍທາງເຜົ່າພັນທ໌ ສາສນາແລະພາສາພາຽໃນຣັຖໂດຽມີສ່ວນກ່ຽວຂ້ອງດັ່ງນີ້:

ຂໍ້ 8
1. ບຸຄຄົລຈະຖຶກເອົາຕົວລົງເປັນທາສບໍ່ໄດ້ ກາຣເອົາຄົນລົງເປັນທາສແລະກາຣຄ້າທາສທຸກຮູປແບບ
ຈະຕ້ອງຖືກຫ້າມ.
2. ບຸຄຄົລຈະຖືກບັງຄັບໃຫ້ຕົກຢູ່ໃນພາວະຢ່າງທາສບໍ່ໄດ້ເດັດຂາດ.
3.(ກ) ບຸຄຄົລຈະຖຶກເກນທ໌ແຮງງານຫຼືຖືກບັງຄັບໃຊ້ແຮງງານບໍ່ໄດ້.

ຂໍ້ 22
ບຸຄຄົລທຸກຄົນຍ່ອມມີສິດທິໃນເສຣີພາບ ໃນກາຣຮ່ວມກັນເປັນສມາຄົມ ຣວມທັງສິດທິທີ່ຈະກໍ່ຕັ້ງ
ແລະຮ່ວມສຫະພາບແຮງງານເພື່ອປົກປ້ອງປຼະໂຍຊນ໌ຂອງຕົນໄດ.
ສິດທິໃນກາຣເດີນທາງ ບຸຄຄົລທຸກຄົນທີ່ຢູ່ໃນດິນແດນຂອງຣັຖໃດໂດ-ຊອບດ້ວຽກົຕໝາຍ ຍ່ອມມີເສຣີ
ພາບໃນກາຣຍົກຍ້າຽແລະເສຣີພາບໃນກາຣເລືອກຖິ່ນທີ່ຢູ່ພາຽໃນຣັຖນັ້ນໆ (ຂໍ້ 12)

3.ອະນຸສັນຍາວ່າດ້ວຽກາຣກຳຈັດກາຣເລືອກປະຕິບັຕິຕໍ່ສຕຼີໃນທຸກຮູປແບບ [2]
(Convention on the Elimination of All Forms of Discrimination against Women-CEDAW)
ສາຣະສຳຄັນຂອງອະນຸສັນຍາ

ວັດຖຸປຼະສົງຄ໌ຫຼັກຂອງອະນຸສັນຍາສບັບນີ້ ຄືກາຣຈັດກາຣເລືອກປະຕິບັຕິຕໍ່ສຕຼີທຸກຮູປແບບ ຣວມທັງກາຣ
ປຼະກັນວ່າສຕຼີແລະບຸຣຸສມີສິດທິທີ່ຈະໄດ້ຮັບກາຣປະຕິບັຕິແລະດູແລຈາກຣັຖຢ່າງສເມີພາບກັນໄດ້
ແກ່:
1.ກ່າວເຖິງຄຳຈຳກັດຄວາມຂອງຄຳວ່າກາຣເລືອກປະຕິບັຕິຕໍ່ສຕຼີ(discrimination against women)ພັນທ໌ກອນ
ຂອງຣັຖພາຄີ ມາຕຣກາຣທີ່ຣັຖພາຄີຕ້ອງດຳເນີນກາຣເພື່ອສນັບສນຸນຄວາມກ້າວໜ້າຂອງສຕຼີ ມາຕຣກາຣ
ເຣັ່ງດ່ວນຊົ່ວຄາວເພື່ອສ້າງຄວາມເທົ່າທຽມກັນຣະຫວ່າງບຸຣຸສແລະສຕຼີຢ່າງແທ້ຈິງ ຊຶ່ງຈະບໍ່ຖືວ່າເປັນກາຣ
ເລືອກປະຕິບັຕິດ້ວຍເຫຕຸແຫ່ງຄວາມແຕກຕ່າງທາງເພສ ກາຣປຼັບຮູປແບບທາງສັງຄົມແລະວັທນະທັມເພື່ອ
ໃຫ້ອຳນວຍຕໍ່ກາຣກຳຈັດກາຣເລືອກປະຕິບັຕິຕໍ່ສຕຼີແລະກາຣປຼາບປຼາມກາຣລັກລອບຄ້າແລະສແວງກາຜົລ
ປຼະໂຍຊນ໌ທາງເພສຈາກສຕຼີ.

Monday, December 26, 2011

                                      ຊາຕິລາວທີ່ໜ້າສົງສາຣທີ່ມີຄົນພານຄອງປຼະເທສ!

ປຼະເທສລາວຜູ່ທີ່ກຳອຳນາຈຣັຖຍັງສ້າງໃຫ້ເປັນນາສອງເໝືອງ ເມືອງສອງທ້າວກໍຢ່າຫວັງ
ເລີຍວ່າປຼະຊາຊົນຈະໄດ້ຮັບຄວາມເປັນທັມແລະມີອິສຣະເສຣີໃນວິຖີຊີວິຕຄວາມເປັນຢູ່ຢ່າງຖາ
ວອນແລະສຖາພອນຮຸ່ງເຮືອງໄປໄດ້.
  ແລະຫາກເມື່ອໃດກຸ່ມກຳອຳນາຈຣັຖຮ່າງທຣົງຍັງໃຊ້ຣະບົບອຸປຖັມ ກົດຂິ່ຂູດຮີດເມື່ອນັ້ນກາຣ
ຕໍ່ຕ້ານຍ່ອມຫຼີກລ້ຽງບໍ່ໄດ້..ແລະເມື່ອໃດຍັງມີພຽງຝ່າຍຣັຖພັຄດຽວກຳອຳນາຈບໍ່ມີພັຄຝ່າຽຄ້ານ
ເມື່ອນັ້ນຍ່ອມມຸ້ງໜ້າໄປສູ່ກົ້ນເຫວເລິກຕຼອດກາລ..ແລະເມື່ອໃດກຸ່ມກຳອຳນາຈຫຸ່ນທຣົງຍັງໃຊ້
ຖິຕຖິມານະແລະໂມຫະຄະຕິ ໃຊ້ພຽງແຕ່ຣະບົບມູລເຊື້ອ ຣະບົບພັຄພວກແລະຣະບົບຄອບຄົວ
ຄອບງຳສັງຄົມລາວ ເມື່ອນັ້ນຈະເຮັດໃຫ້ສັງຄົມລາວໂດຍທົ່ວໄປຍິ່ງສັບສົນວຸ້ນວາຍ.
   ອະບາຍມຸຂທີ່ກຳລັງເກີດຂຶ້ນທົ່ວສັງຄົມລາວລ້ວນແຕ່ເປັນອຸຕສາຫະກັມກາຣສ້າງຣາຍໄດ້ໃຫ້
ແກ່ກຸ່ມກຳອຳນາຈຜເດັຈກາຣທີ່ແບ່ງປັນໃຫ້ກັບພວກມີເມັຽນ້ອຍຫ້ອຍເມັຽປາຍຊຶ່ງເປັນຄວາມ
ຕ້ອງກາຣແລະປຼາຖນາຂອງອຸດົມຄະຕິພັຄ-ຣັຖຫຸ່ນທຣົງ ພວກເຂົາພຽງແຕ່ສ້າງສຖານະແກ້ຜ້າ
ເອົາໜ້າລອດໄປວັນໆ.
  ໃນຂນະທີ່ສຫາຍຫວັງ ເຈັຽຮຸ່ຍ ຣອງປຼະທານປຼະເທສຈີນທີ່ກໍຫາມາເຢືອນໄທຍໄດ້ກ່າວໃຫ້
ທັສນະກັບສຳນັກຂ່າວໄທຍຕອນນຶ່ງວ່າ"ສຫາຍເໝົາເຈິຕົງອະດີຕຜູ່ນຳຣຸ້ນແຣກຂອງຈີນໄດ້
ກ່າວໄວ້ວ່າ..ຕ້ອງໄດ້ອາໃສປຼະຊາຊົນເປັນພຶ້ນຖານທີ່ສຳຄັນທາງກາຣເມືອງຈຶ່ງຈະໄດ້ໄຊຍຊນະ
ໃນກາຣຕໍ່ສູ້ ຊຶ່ງບັ້ນທ້າຽມາສຫາຍເໝົາຈຶ່ງໄດ້ສ້າງແນວຮ່ວມກັບທຸກຝ່າຍບໍ່ວ່າຈະເປັນກຸ່ມຕໍ່
ຕ້ານທີ່ມີແນວຄິດອຸດົມກາຣແຕກຕ່າງ ກຸ່ມຜູ່ສນັບສນຸນເພື່ອໃຫ້ເປັນສູນຍ໌ກາງແນວຄິດຣວມ
ຊາຕິກ່ອນກ້າວໄປສູ່ກາຣໄດ້ໄຊຍຊນະຢ່າງສົມບູນ"ເພື່ອຄວາມປອງດອງແຫ່ງຊາຕິຈີນ."
   ແລ້ວເປັນຫັຽງກຸ່ມຜເດັຈກາຣພັຄໂທນລາວຈຶ່ງບໍ່ຍອມຮັບຟັງສຽງມຫາຊົນ?ແລະຄຳຕັກ
ເຕືອນຂອງນານາຊາຕິບໍ່ວ່າດ້ານກາຣສຶກສາແລະອື່ນໆທັ້ງໆທີ່ອົງກາຣຣະຫວ່າງປຼະເທສທີ່
ໃຫ້ຄຳແນະນຳບໍ່ວ່າດ້ານກາຣຂາດຕຳຣາກາຣຮຽນ,ກາຣຂາດຄຣູສອນລວມເຖິງກາຣບູຣະ
ນະຊ້ອມແປງສຖານກາຣສຶກສາ?
    ຣວມຄວາມທັງໝົດທີ່ເກີດຂຶ້ນພາຽໃຕ້ກາຣປົກຄອງຂອງຣັຖຜເດັຈກາຣນັ້ນລ້ວນແຕ່ແມ່ນ
ນະໂຍບາຽແລະໂຄງສ້າງທີ່ພວກເຂົາເຫັນວ່າ ຫາກຣະບົບກາຣສຶກສາເດີນໄປໄດ້ດີ ນັກຮຽນ
ນັກສຶກສາມີຄວາມຮູ້ຄວາມສລາດຫຼາຽຂຶ້ນພວກເຂົາບໍ່ສາມາດຄວບຄຸມສຖານະພາບທາງສັງ
ຄົມໄດ້ເພາະພວກເຂົາຜູ່ເປັນຫົວຈັກຣຫຼັກແຫຼ່ງສ່ວນຫຼາຍຣະດັບກາຣສຶກສາຕ່ຳກວ່ານັກຮຽນ
ນັກສຶກສານັ້ນເອງ. ສນັນຈຶ່ງເຫັນໄດ້ວ່າພລາກອນລາວຫຼືພນັກງານຣັຖຯຍັງມີຫຼາຽຄົນທີ່ມີກາຣ
ສຶກສາສູງແລະຜ່ານກາຣສຶກສາຣະດັບມຫາວິທຍາລັຍຕ່າງປຼະເທສມາກໍຫຼາຍຄົນ ແຕ່ພວກ
ເຂົາເຫຼົ່ານັ້ນບໍ່ມີໂອກາສເຂົ້າຮັບໃຊ້ຊາຕິແລະປຼະຊາຊົນໃນຕ່ຳແໜ່ງສຳຄັນເວັ້ນໄວ້ແຕ່ພວກ
ທີ່ເປັນລູກຫຼານຂອງກຸ່ມກຳອຳນາຈຣັຖເທົ່ານັ້ນທີມີໂອກາສວາສນາ ບໍ່ມີຄວາມຮູ້ຄວາມສາ
ມາດແຕ່ມີຕຳແໜ່ງສູງ ອັນນີ້ກໍສະແດງໃຫ້ເຫັນວ່າໄດ້ມີກາຣແບ່ງແຍກຊົນຊັ້ນຢູ່ພາຽໃນພັຄ
ແລະຣັຖນັ້ນເອງ.    

Sunday, December 25, 2011

                                                         ພາຄທີ 3


ຄວາມສເມີພາບຫຼືຄວາມເທົ່າທຽມກັນບໍ່ແມ່ນຈະແປວ່າຄົນທຸກຄົນຕ້ອງໄດ້ຮັບເທົ່າກັນ ແຕ່ຄວາມ
ໝາຍວ່າ:

ເຖິງແມ່ນວ່າປຕິນຍາສາກົລວ່າດ້ວຽສິດທິມະນຸສຍ໌ຊົນຈະຖືເປັນມາຕຣຖານຂັ້ນຕ່ຳຂອງສິດທິມະນຸສຍ໌ຊົນໄດ້ຮັບ
ກາຣຍອມຮັບທົ່ວໄປກໍຕາມ ແຕ່ຂໍ້ຈຳກັດຂອງປຕິນຍາກໍຄື ກາຣເປັນພຽງຄຳປຼະກາສທີ່ບໍ່ມີສະພາບບັງຄັບເປັນ
ກົຕໝາຍ ຊຶ່ງປຼະເທສຕ່າງໆໃນໂລກອາຈເຫັນດ້ວຽຫຼືບໍ່ກໍໄດ້ ແລະຫາກມີກາຣລະເມີດຫຼັກກາຣຕາມທີ່ປຼະກາສ
ໃນປຕິນຍາກໍບໍ່ມີຜົລລົງໂທສຣັຖທີ່ທຳກາຣລະເມີດສິດທິມະນຸສຍ໌ຊົນແຕ່ຢ່າງໃດ.

   ສຫະປຼະຊາຊາຕິຈຶ່ງໄດ້ເຣິ້ມໃຫ້ມີກາຣຈັດກາຣຂອງສິດທິມະນຸສຍ໌ຊົນໃຫ້ຢູ່ໃນຮູປຂອງກົຕໝາຍສິດທິມະ
ນຸສຍ໌ຊົນຣະຫວ່າງປຼະເທສ ເພື່ອໃຫ້ມີສະພາບບັງຄັບສຳລັບປຼະເທສທີ່ຕ້ອງກາຣຜູກພັນທ໌ຕົນຕາມສົນທິສັນ
ຍາ.
    ກົຕໝາຍສິດທິມະນຸສຍ໌ຊົນຫຼືສົນທິສັນຍາສິດທິມະນຸສຍ໌ຊົນຣະຫວ່າງປຼະເທສມີ 4 ສບັບທີ່ຖືເປັນຫຼັກໃນກາຣ
ຄຸ້ມຄອງແລະສົ່ງເສິມສິດທິມະນຸສຍ໌ຊົນໄດ້ແກ່:
1.ກະຕິກາຣະຫວ່າງປຼະເທສວ່າດ້ວຍສິດທິທາງເສຖກິຈ ສັງຄົມ ແລະວັທນະທັມ(International Covenant on
    Economic Social and Cultural Rights (ICESCR).
2.ກະຕິກາຣະຫວ່າງປຼະເທສວ່າດ້ວຽສິດທິພົລເມືອງແລະສິດທິທາງກາຣເມືອງ (International Covenant on
   Civil and Political Rights (ICCPR)
3.ອະນຸສັນຍາວ່າດ້ວຽກາຣຂະຈັດກາຣເລືອກປະຕິບັຕິຕໍ່ສຕຼີໃນທຸກຮູປແບບ (Convention on the Elimination of
   All Forms of Discrimination against Women - CEDAW)
4.ອະນຸສັນຍາວ່າດ້ວຽສິດທິ (Convention on the Rights of the Child - CRC)
    ແຕ່ລະສບັບມີເນື້ອຫາຣາຍລະອຽດທີ່ສຳຄັນ ເພື່ອໃຫ້ກາຣຄຸ້ມຄອງແລະສົ່ງເສິມສິດທິມະນຸສຍ໌ຊົນດ້ານຕ່າງໆ
    ດັ່ງນີ້:
1.ກະຕິກາຣະຫວ່າງປຼະເທສວ່າດ້ວຽສິດທິທາງເສຖກິຈ ສັງຄົມ ແລະວັທນະທັມ
   (International Covenant on Economic Social and Cultural Rights - ICESCR)
    ສມັຊຊາໃຫຍ່ແຫ່ງສຫະປຼະຊາຊາຕິໄດ້ຮັບຮອງກະຕິກາຣະຫວ່າງປຼະເທສວ່າດ້ວຽສິດທິທາງເສຖກິຈ ສັງຄົມ
    ແລະວັທນະທັມເມື່ອວັນທີ 16 ທັນວາ 2509 ແລະມີຜົລບັງຄັບໃຊ້ເມື່ອ 3 ມົກຣາ ພ.ສ. 2519

ເນື້ອຫາຂອງກະຕິກາທີ່ສຳຄັນ:
     ໃນສ່ວນທີ 3 (ຂໍ້ 6-15) ຂອງກະຕິກາສບັບນີ້ກ່າວເຖິງສິດທິໃນກາຣທຳງານແລະມີເງື່ອນໄຂໃນກາຣທຳງານ
ທີ່ເໝາະສົມເປັນທັມ ສິດທິທີ່ຈະກໍ່ຕັ້ງສຫະພາບແຮງງານ ແລະສິດທິທີ່ຈະຢຸດງານ ສິດທິທີ່ຈະໄດ້ຮັບສວັສດິ
ກາຣແລະກາຣປຼະກັນດ້ານສັງຄົມ ກາຣຄຸ້ມຄອງແລະຊ່ອຍເຫຼືອຄອບຄົວ ສິດທິທີ່ຈະມີມາຕຣຖານຊີວິຕທີ່ດີ
ພໍພຽງ ສິດທິທີ່ຈະມີສຸຂພາວະດ້ານກາຍແລະຈິຕໃຈ ທີ່ດີທີ່ສຸດທີ່ເປັນໄປໄດ້ ສິດທິໃນກາຣສຶກສາ ສິດທິໃນວັທ
ນະທັມແລະປຼະໂຍຊນ໌ຈາກຄວາມກ້າວໜ້າທາງວິທຍາສາສຕຣ໌ ໂດຍມີສ່ວນທີ່ກ່ຽວຂ້ອງດັ່ງນີ້:
ຂໍ້ 7 ຣັຖພາຄີແຫ່ງກະຕິການີ້ ຮັບຮອງສິດທິຂອງທຸກຄົນທີ່ຈະມີສະພາບກາຣທຳງານທີ່ຍຸຕິທັມແລະເພິ່ງພໍໃຈ   
       ຊຶ່ງປຼະກັນໂດຽສະເພາະຢ່າງຍິ່ງໃນເຣື້ອງ
   (ກ) ຄ່າຕອບແທນຂັ້ນຕ່ຳທີ່ໃຫ້ແກ່ຜູ່ທຳງານທັງປວງປຼະກອບໄປດ້ວຽ
        (1) ຄ່າຈ້າງທີ່ເປັນທັມແລະຄ່າຕອບແທນທີ່ເທົ່າທຽມກັນສຳລັບງານທີ່ມີຄຸນຄ່າເທົ່າກັນ ໂດຽປຼາສຈາກ
     ຄວາມແຕກຕ່າງໃນເຣື້ອງໃດໆ ໂດຍສະເພາະຢ່າງຍິ່ງສຕຼີຈະໄດ້ຮັບກາຣປຼະກັນສະພາບກາຣທຳງານທີ່
     ບໍ່ດ້ວຽກວ່າບຸຣຸສ ໂດຽໄດ້ຮັບຄ່າຈ້າງທີ່ເທົ່າທຽມກັນສຳຫລັບງານທີ່ເທົ່າທຽມກັນ.
   
        (2) ຄວາມເປັນຢູ່ທີ່ເໝາະສົມສຳຫລັບຕົນແລະຄອບຄົວຕາມບົທບັນຍັຕິແຫ່ງກະຕິການີ້
   (ຂ) ສະພາບກາຣທຳງານທີ່ປອດໄພຍແລະຖືກສຸຂລັກສນະ.
   (ຄ) ໂອກາສເທົ່າທຽມກັນສຳລັບທຸກຄົນທີ່ຈະໄດ້ຮັບກາຣສົ່ງເສິມໃຫ້ມີຄວາມກ້າວໜ້າໃນກາຣທຳງານຂອງ
         ຕົນໃນຣະດັບທີ່ສູງຂຶ້ນຕາມທີ່ເໝາະສົມໂດຽບໍ່ຂຶ້ນຢູ່ກັບຂໍ້ພິຈາຣນາໃດໆນອກຈາກອາວຸໂສແລະຄວາມ
         ສາມາດ.
   (ງ) ກາຣພັກຜ່ອນ ເວລາວ່າງແລະຂໍ້ຈຳກັດທີ່ສົມເຫຕຸສົມຜົລໃນເຣື້ອງເວລາທຳງານແລະວັນຢຸດເປັນຄັ້ງຄາວ
         ໂດຽໄດ້ຮັບຄ່າຕອບແທນຕຼອດຈົນຄ່າຕອບແທນສຳລັບວັນຢຸດທາງກາຣດ້ວຽ. 

Saturday, December 24, 2011

                                           ຂໍສະກິດຈິຕໃຕ້ສຳນຶກພວກກຸມອຳນາຈຣັຖຯທຸກເຜົ່າພັນທ໌
ວ່າ"ນະທີ່ແຫ່ງໃດມີກາຣກດຂິ່ຂູດຮີດ ນະທີ່ນັ້ນຍ່ອມມີກາຣຕໍ່ຕ້ານແລະຕໍ່ສູ້ ແມ້ແຕ່ສຫາຽເໝົາ ເຈິຕົງ
ຜູ່ເປັນເຈົ້າທຶສດີໃນລັດທິເໝົາຯເອງຍັງຍອມຮັບ..ເຖິງພວກສຫາຍຣັຖບາລຫຸ່ນທຣົງຈະປະຕິເສທຫຼື
ຂັດຂວາງປານໃດກໍຄົງຫຼີກບໍ່ພົ້ນກາຣຕໍ່ຕ້ານຂອງຂະບວນກາຣເພື່ອປຼະຊາທິປໄຕຍຂອງມຫາຊົນຊາວ
ລາວຜູ່ຖືກກົດຂິ່ຂົ່ມເຫງ.

ສິດທິມະນຸສຍ໌ຊົນຂັ້ນພຶ້ນຖານທີ່ປຕິນຍາສາກົລວ່າດ້ວຽສິດທິມະນຸສຍ໌ຊົນໃຫ້ກາຣ
ຮັບຣອງແລະຄຸ້ມຄອງນັ້ນມີຄື:
1.ສິດທິພົລເມືອງ
   -ສິດທິໃນຊີວິຕ
   -ສິດທິໃນຊັພຍ໌ສິນ
   -ກາຣໄດ້ຮັບສັນຊາຕິພົລເມືອງ
   -ຄວາມເປັນຢູ່ສ່ວນຕົວ
   -ກາຣສຶ່ສາຣເຖິງກັນ
   -ກາຣເຄື່ອນຍ້າຍ ກາຣເລືອກຖິ່ນຖານທີ່ຢູ່
   -ຄວາມສເມີພາບທາງກົຕໝາຍແລະບໍ່ຖືກເລືອກປະຕິບັຕິ
   -ບໍ່ຖືກທໍຣະມານ ຈັບກຸມ ກັກຂັງຫຼືເນຣເທສໂດຽພລະກາຣ
   -ສິດທິໃນກຼະບວນກາຣຍຸຕິທັມ
   -ກາຣຖືສາສນາ ຄວາມເຊື່ອ.

2.ສິດທິທາງກາຣເມືອງ
    -ກາຣສະແດງຄວາມຄິດເຫັນ ກາຣສະແດງອອກ ເສຣີພາບຂອງສື່
    -ສິດທິກາຣຊຸມນຸມ
    -ສິດທິກາຣຣວມກຸ່ມ
    -ສິດທິກາຣເລືອກຕັ້ງ
    -ສິດທິກາຣຕັ້ງພັຄກາຣເມືອງ

3.ສິດທິທາງເສຖກິຈ
     -ກາຣມີງານທຳ
     -ກາຣເລືອກງານຢ່າງເສຣີ ແລະຄ່າຈ້າງທີ່ເປັນທັມ
     -ກາຣຕັ້ງສຫະພາບ ກາຣນັດຢຸດງານ
     -ກາຣເຂົ້າເຖິງຊັພພຍາກອນທັມຊາຕິ

4.ສິດທິທາງສັງຄົມ
      -ຕ້ອງໄດ້ຮັບປັຈຈັຍສີ່ ທີ່ເໝາະສົມ
      -ໄດ້ຮັບກາຣສຶກສາ
      -ກາຣມີຄອບຄົວ ຄູ່ຄອງ
      -ຣັຖຕ້ອງຄຸ້ມຄອງ ຄອບຄົວ ມາຣດາ ແລະບຸຕຣ
      -ປຼະກັນສັງຄົມແລະສວັສດິກາຣທາງສັງຄົມ

5.ສິດທິທາງວັທນະທັມ
       -ກາຣພັກຜ່ອນ ວັນຢຸດ ນັນທນາກາຣ
       -ກາຣຄຸ້ມຄອງຊັພຍ໌ສິນທາງປັນຍາ
       -ກາຣປົກປ້ອງແລະປະຕິບັຕິຕາມວັທນະທັມ ສາສນກິຈ ພູມິປັນຍາທ້ອງຖິ່ນ

6.ສິດທິສເພາະກຸ່ມ
       -ສິດທິເດັກນ້ອຽ
       -ສິດທິສຕຼີໃນທຸກຮູປແບບ
       -ສິດທິສຖານະພາບຜູ່ລີ້ໄພຍ
       -ສິດທິແຮງງານຂ້າມຊາຕິ
       -ຫ້າມກາຣເລືອກປະຕິບັຕິທາງເຊື້ອຊາຕິ

ຫຼັກກາຣວ່າດ້ວຽຄວາມສເມີພາບແລະຫ້າມກາຣເລືອກປະຕິບັຕິ [1]
ເກນທ໌ກາຣວັດວ່າສັງຄົມໃດມີກາຣລະເມີດສິດທິມະນຸສຍ໌ຊົນຫຼືເຄົາຣົພສິດທິມະນຸສຍ໌ຊົນກໍຄືກາຣເຫັນວ່າ
ສັງຄົມນັ້ນມີກາຣເຄົາຣົພສັຄດິ໌ສີແຫ່ງຄວາມເປັນມະນຸສຍ໌ຈິງຫຼືບໍ່? ຕົວຊີ້ວັດຂອງກາຣເຄົາຣົພສັຄດິ໌ສີແຫ່ງ
ຄວາມເປັນມະນຸສຍ໌ກໍຄືຄວາມສເມີພາບຫຼືກາຣປະຕິບັຕິຕໍ່ທຸກຄົນຢ່າງເທົ່າທຽມກັນ ຫາກມີກາຣປະຕິບັຕິຕໍ່
ມະນຸສຍ໌ໂດຽບໍ່ເທົ່າທຽມກັນເຮົາຮຽກວ່າ ກາຣເລືອກປະຕິບັຕິ.

ຄວາມສເມີພາບຫຼືຄວາມເທົ່າທຽມກັນບໍ່ແມ່ນແປວ່າຄົນທຸກຄົນຕ້ອງໄດ້ຮັບເທົ່າທຽມກັນ ແຕ່ຫາກ
ໝາຍເຖິງຫຼືໝາຍຄວາມວ່າ:
1.ໃນສຖານະກາຣນ໌ນຶ່ງຈະປະຕິບັຕິຕໍ່ຄົນທີ່ມີສາຣະສຳຄັນເໝືອນກັນດ້ວຽຫຼັກກາຣດຽວກັນ.

*2.ໃນສຖານະກາຣນ໌ດຽວກັນ ອາຈມີກາຣໄດ້ຮັບກາຣປະຕິບັຕິທີ່ແຕກຕ່າງກັນໄດ້ເພາະຂໍ້ຈຳກັດຫຼືສາຣະສຳຄັນຫຼືຄວາມຈຳເປັນ
ຂອງບຸຄຄົລນັ້ນ ບໍ່ຖືວ່າເປັນກາຣບໍ່ສເມີພາບຫຼືເປັນກາຣເລືອກປະຕິບັຕິ.
 
                                   ຄຳເຕືອນແຈ້ງເຫຕຸ ປີ 2012  ປີມະໂຣງ
ປີກະຕ່າຍຜ່ານພົ້ນ (2011)ໄພຍພິບັຕິ     ກຳຈັດຄົນບໍ່ດີໃຫ້ເກືອດສິ້ນ
ພາຍຸໂຫມທຳລາຍ                         ເປົ່າແປນເກືອບໝົດໂລກ!!

ປີມະໂຣງ(2012)ມາເຖິງແລ້ວ        ພຍານາຄຊິຄືນຖິ່ນ ເຈົ້າເອີຍ!
ແຜ່ນດິນລາວລ້ານຊ້າງ                  ຈະເຜົາໄໝ້ເລົາໝູ່ມາຣ
ປີມະໂຣງຈະໂຮມເຕົ້າ                   ເຜົ່າພັນທ໌ລາວທົ່ວທຸກຖິ່ນ
ບິນຂ້າມບົນຜ່ານຟ້າ                      ຄືນຫ້ອງສູ່ນະຄອນ  ແທ້ເນີ!



                         ກຸງສີສັຕນາຄແຄວ້ນ!
              ປີມະໂຣງ ຄ.ສ.2012 ຈະວຽນມາເປັນປີໃໝ່            
ຈົ່ງມີໄຊຍທຸກຖ້ວນໜ້າ               ຍິງຊາຽນ້ອຍໃຫຍ່ລາວ
ພ້ອມທັງອາວອາປ້າ                    ລຸງຕາພໍ່ເຖົ້າໃຫຍ່
ປີໃໝ່ ຂໍໃຫ້ລຸລ່ວງໄດ້                  ເງິນຄຳແກ້ວໃຫ້ລັ່ງມາ ເຈົ້າເນີ!
ທ່ານຫາກປຼາຖນາຢາກໄດ້           ໃນສິ່ງທີ່ເປັນທັມ ໃນໂລກນີ້!
ຂໍໃຫ້ເງິນຄຳໄຫຼ                           ຫຼັ່ງມາຄືສາຍນ້ຳ


ອັນວ່າ  ກັມເຂັນຂ້ອນ                   ພຍາທເກົ່າໃຫ້ຫາຽໜີ ແດ່ທ້ອນ!
ຂໍຈົ່ງມີແຕ່ຄວາມສຸຂຂີ                  ຢູ່ສະບາຽຫາຽຮ້ອນ
ໂຫຣາທຳນາຍໄວ້                        ໂລກາວິບັຕິໃຫຍ່
ວິກຣິຕກາຣໂລກຮ້ອນ                  ປີນີ້ເພີ້ມທະວີ ແທ້ເນີ!

ຕະເວັນແດງແດດເຮັ່ງກ້າ             ຊິເຜົາໄໝ້ແຜ່ນໂລກາ
ອາກາສເສັຽ ເປັນພິສ                     ຊິປ່ອຍຄວັນມົວກຸ້ມ ແທ້ນາ!
ອຸນພູມິມີຄວາມຮ້ອນ                     ທວີສູງເອົ້າອູ່
ເຖິງຣະດູໜາວມາ                         ໝອກຊິມົວມຸງກຸ້ມ

ເຖິງເມື່ອຍາມຣະດູຮ້ອນ                ຮ້ອນເຮັ່ງເຫຼືອຄນາ
ເຂົ້າປາອາຫາຣຈະແພງ                ຖີບຕົວໃຫ້ສູງຂຶ້ນ
ມວລໝູ່ພົງພັນທ໌ໄມ້                        ຜັກປ່າໃບຂຽວ
ຈະແຫ້ງຫ່ຽວຕາຍຄາເຄືອ              ຈະບໍ່ຍັງເຫຼືອຄ້າງ

ປູປາແນວສັຕວ໌ນ້ຳ                          ຈະສູນຍ໌ພັນທ໌ຫາບໍ່ຈວບ
ນົກກາບິນເສິ່ນຟ້າ                           ຊິສູນຍ໌ສ້ຽງບໍ່ຍັງ
ແມ້ແຕ່ປາກາຣັງຢູ່ໃນພຶ້ນ                 ທະເລຫຼວງຊິເປຶ້ອນເປຶ່ອຽ
ບໍ່ສວຍງາມຄືດັ່ງດ້າມ                       ສມັຍກີ້ເກົ່າຫຼັງ

ຟັງເບິ່ງເນີ! ພີ່ນ້ອງ                          ນ້ຳຈະຖ້ວມປ່າໄຫຼຫລາກ
ຈະເຫັນຝູງຊົນແຊວຮ້ອງ               ກອງກັນຕາຽອະນັນເນກ
ອົງຄ໌ອິນທຣາເທພເຈົ້າ                   ໃຊ້ເຂິງຄຳແກ້ວຮ່ອນຄົນ ອີກແຫຼວ!
ຮ່ອນຈົນວ່າ ຂິ້ຊ້າງເຖົ້າ                   ກ້ອນໃຫຍ່ລອຮູເຂິງ
ຮ່ອນຈົນວ່າຂິ້ມອດຜົງຄືຮຳ             ຄ້າງຢູ່ເທິງເຂິງແກ້ວ

ແລ້ວເລົ່າປົງຜຽນໃຫ້                      ອາຣິຍະເມຕໄຕຣໂຍລົງມາໂຜດ
ຜຶນແຜ່ນຫລ້າ                                 ຈຶ່ງເຊົາຮ້ອນຊຸ່ມເຢັນ ທ່ານເອີຍ!
ຢ່າໄດ້ປະລະເວັ້ນ                            ໃຫ້ຕັ້ງຕໍ່ຄຸນທັມ ແທ້ຯເນິ!
ພິສຮ້າຽເສຖກິຈກາຣເງິນ                 ໂລກຫຼິ້ນງານທັງສຫາຍຈີນ
ສຫາຽວຽຕ-ຂເມຣ-ສຍາມ                 ລາວພາກັນດິ່ງລົງເຫວ  ແທ້ແຫລ້ວ!

ປີ 2011 ພິສຮ້າຍໃນໂລກາ                ຍັງບໍ່ວາຍຕາຍໄປໃນປີ 2012 ນີ້
ຫາກປຼາສຈາກສິລຫ້າ                       ລະອາຍແກ່ບາປ ກັມນັ້ນຍ່ອມສນອງ ແທ້ແຫລ້ວ!

ທ້າຽສຸດນີ້ ຂໍໃຫ້ລາວທັງຊາຕິຈົ່ງຍືນຍາວໝັ້ນ    ພັນວັສສາຢ່າເຫຼືອງຫລ່າ ເຈົ້າເນີ!
ວັນນະ ຂໍໃຫ້ໃສສ່ອງເຫຼື້ອມ       ສເມີແກ້ວມິ່ງມະນີຍ໌
ສຸຂຂະ ຂໍຈົ່ງມີສຸຂລົ້ນ                  ຄວາມຈົນໆຢ່າມໍ່
ພາລະຜົລທີ່ລາວສ້າງ                  ຂໍມາສນອງຄ້ຳຊ່ອຍຊູລາວ ດ້ວຽເຖິ້ນ!!                          
   
           ຄຳເຕືອນຈາກລາວເສຣີຜູ່ມີເສຣີພາບທາງຄວາມຄິດບໍ່ບິດເບືອນຄວາມຈິງ

                                    ເຣື້ອງໂລກາວິບັຕິ ຂິ້ຊ້າງລອດ ຂິ້ມອດຄາ ພ.ສ 2011-2012

ປີໃໝ່ຂອງປີ 2012 ...ໃນປີໃໝ່ນີ້ໂລກເຮັ່ງຮ້ອນ          ວິກຣິຕໃຫຍ່ໄພຍມະຫັນ   ແທ້ຯເນີ!
                               ປີ ຄ.ສ.ສອງພັນປາຍ (2012)     ຕໍ່ໄປຊິວາຍວຸ້ນ
                               ອຸຖົກໄພຍເຫຼືອຮ້າຽ                  ໄຫຼຫຼັ່ງເທຖົມເຮືອນ
                                                 ເດືອດດາລໄປໝົດບ້ານ -ເມືອງ          
                                ອຸຖົກໄພຍນ້ຳຖ້ວມອັ່ງເອົ້າ        ເທມາເປັນຄຶ້ນໃຫຍ່
                                ມີທັງພູເຂົາໄຟຣະເບີດຕຸ້ມ        ຫິນປິ້ນເປື່ອຍລະລາຍ
                                ຣວມທັງວາຖໄພຍພາຍຸຮ້າຽ     ຊິພັດຜ່ານແຖວເອເຊັຽ  ເຮົານາ!
                                ໄຊໂຄຼນລົມພາຍຸ                      ຊິເປົ່າແປນເພມ້າງ
   
                                 ທາງຖິ່ນແຖວເອເຊັຽໃຕ້            ໄທຍແລນດ໌ແລະມ່ຽນມ່າ
                                 ລວມທັງຂເມຣ-ລາວບໍ່ເລືອກໜ້າ  ໄຊໂຄຣນອູ້ມຖລົ່ມຫຼວງ ເຈົ້າເອີຍ!
                                 ຖັດຈາກນັ້ນ                              ຈະເກີດດິນໄຫວໃຫຍ່ລຽນຕິດ
                                  ຜິດຈາກຄາວຄືນຫຼັງ                 ຕ່າງສມັຍຄາວກີ້     ທ່ານເອີຍ!
                                 
                                  ປີເດືອນນັບມື້ສ້ວຍ                   ເງິນຄຳຊິຫາຍາກ
                                  ເຂົ້າຢາກໝາກແພງຂຶ້ນ            ຂອງເຄື່ອງໃຊ້ຫາໄວ້ກໍບໍ່ຍັງ ແທ້ແຫລ້ວ!
                                  ຍ້ອນມີໂຈຣມາຣຮ້າຽ               ມາຍາດແຍ່ງຊິງຊັພຍ໌

                                  ຄົນອັປປີຈັງໄຮ                        ເກຶ່ອນເມືອງເຕັມບ້ານ
                                  ອັສຈັລໃຈແທ້                          ໂລກາຊິວຸ້ນໃຫຍ່   ເຈົ້າເດີ!
                                  ພຼະອິນທຣາເທພໄທ້                  ແລຢ້ຽມສ່ອງລົງ

                                  ຈົ່ງພາກັນທຳແຕ່ຄວາມດີໆ        ຈຶ່ງຊິມີບຸນຄ້ຳ
                                  ແລ້ວເລົ່າສອນສິຕໃຫ້                ຊຸມຊົນລາວຜູ່ເຍົາອ່ອນ ແດ່ເນີ!
                                  ໃຫ້ເຂົາຮຽນຮ່ຳຮູ້                      ຄອງເຄົ້າເກົ່າແຕ່ຫຼັງ ດີເດ໋!
                                  ຈັ່ງຊິຈັ້ງຢູ່ຂ້ອນ                         ສາມຮົ່ມໂພທິ໌ສີ
                                  ຜູ່ໃດມີສິລທັມ                           ຈັ່ງຊິເຫຼືອຄົງຄ້າງ

                                  ປຽບຄືດັ່ງເຂິງຄຳແກ້ວ               ພຼະອິນທຣ໌ຮ່ອນຂິ້ຊ້າງລອດ ຫັ້ນແລ້ວ!
                                  ເຫຼືອແຕ່ຂິ້ມອດເມັດນ້ອຍໆ        ຊິຄາຄ້າງຢູ່ເຂິງ ນັ້ນແຫລ້ວ!!

Friday, December 23, 2011

                  ຜົລປຼະໂຍຊນ໌ດ້ານສິດທິຂອງມວລມະນຸສຍ໌ຊາຕິຕາມປຕິນຍາສາກົລ
                   ປະຕິນຍາແລະກະຕິກາຣະຫວ່າງປຼະເທສເຕຶອນໃຈສຫາຍລາວແດງ
                             (Universal Declaration of human Rights 1948, UDHR)
                                                                    (ພາຄ ຕົ້ນ)
               (ເຊິນພວກສຫາຍຣັຖຯຫຸ່ນຜເດັຈກາຣອ່ານໃຫ້ຖິ່ຖ້ວນວ່າຕົນເອງຜິດມາຕຣາໃດ?)

ສິດທິມະນຸສຍ໌ຊົນ (Human Rights) ແລະເສຣີພາບຂັ້ນພຶ້ນຖານ ເປັນມາຕຣກາຣຂັ້ນຕ່ຳທີ່ມະນຸສຍ໌ເພິ່ງມີ
ເພື່ອກາຣດຳຣົງຊີວິຕທີ່ມີສັກດິ໌ສີແຫ່ງຄວາມເປັນມະນຸສຍ໌ ສິດທິ ເສຣີພາບ ແລະຄວາມສເມີພາບຂອງບຸຄ
ຄົລຍ່ອມໄດ້ຮັບກາຣຣັບຣອງແລະຄຸ້ມຄອງ ເປັນສິດທິຕາມທັມຊາຕິ ທີ່ຄວບຄຸມວິຖີຊີວິຕຂອງມະນຸສຍ໌ຕັ້ງ
ແຕ່ເກີດໄປຈົນຕາຍແລະໝາຍຄວາມເຖິງທີ່ໄດ້ຮັບຮອງໄວ້ເປັນລາຍລັກອັກສອນ ທັງໃນຮູປກົຕໝາຍແລະ
ພາຽໃນປຼະເທສແລະກົຕໝາຽຣະຫວ່າງປຼະເທສ.

ປະຕິນຍາສາກົລວ່າດ້ວຍສິດທິມະນຸສຍ໌ຊົນປຼະກອບຂໍ້ຄວາມໄວ້ 30 ຂໍ້ມີເນື້ອຫາແບ່ງອອກເປັນ 4 ສ່ວນຄື

ສ່ວນແຣກ ກ່າວເຖິງຫຼັກກາຣສຳຄັນຂອງສິດທິມະນຸສຍ໌ຊົນ
ຂໍ້ 1ແລະ 2 ທີ່ວ່າມະນສຍ໌ມີສິດທິຕິດຕົວມາແກ່ເກີດ ມະນຸສຍ໌ມີສັຄດິ໌ສີ ມີຄວາມສເມີພາບກັນ ດັ່ງນັ້ນຈຶ່ງຫ້າມ
ເລືອກປະຕິບັຕິຕໍ່ມະນຸສຍ໌ແລະຄວນປະຕິບັຕິຕໍ່ກັນຕໍ່ກັນເໝືອນກັບເປັນພິ່ນ້ອງກັນ ສິດທິມະນຸສຍ໌ນີ້ເປັນສິ່ງທີ່
ບໍ່ສາມາດໂອນໃຫ້ແກ່ກັນໄດ້ ຈຶ່ງເປັນໜ້າທີ່ຂອງຣັຖບາລທຸກປຼະເທສທີ່ຕ້ອງສ້າງຫຼັກປຼະກັນແກ່ທຸກຊີວິຕດ້ວຽ
ກາຣເຄົາຣົພຫຼັກກາຣຂອງສິດທິ ເສຣີພາບ ທີ່ປຼາກົຕໃນປຕິນຍາສບັບນີ້ເພື່ອໃຫ້ສິດທິມະນຸສຍ໌ຊົນເປັນມາຕຣ
ຖານຮ່ວມກັນ ສຳລັບກາຣປະຕິວັຕິຕໍ່ກັນຂອງຜູ່ຄົນໃນສັງຄົມທັງໃນປຼະເທສແລະ  ຣະຫວ່າງປຼະເທສອັນຈະ
ເປັນພຶ້ນຖານແຫ່ງສິດທິ ເສຣີພາບ ຄວາມຍຸຕິທັມແລະສັນຕິພາບໃນໂລກມະນຸສຍ໌.

ສ່ວນທີສອງ ກ່າວເຖິງສິດທິຂອງພົລເມືອງ ສິດທິທາງກາຣເມືອງ (Civil and Political Rights)
ຕັ້ງແຕ່ຂໍ້ 3 ເຖິງຂໍ້ 21 ສິດທິດັ່ງກ່າວປຼະກອບໄປດ້ວຽ ສິດທິໃນຊີວິຕ ເສຣີພາບຄວາມໝັ້ນຄົງໃນຊີວິຕ ສິດທິ
ໃນກຼະບວນກາຣຍຸຕິທັມ ເສຣີພາບໃນຄວາມເປັນສ່ວນຕົວ ເສຣີພາບໃນກາຣສະແດງຄວາມຄິດເຫັນແລະ
ກາຣສະແດງອອກ ເສຣີພາບສື່ມວລຊົນ ເສຣີພາບໃນກາຣຊຸມນຸມ ກາຣສມາຄົມຣວມກຸ່ມ ສິດທິໃນກາຣມີ
ສ່ວນຮ່ວມໃນທາງກາຣເມືອງແລະກາຣເຂົ້າເຖິງບໍຣິກາຣສາທາຣະນະ.

ສ່ວນທີ 3 ກ່າວເຖິງສິດທິທາງເສຖກິຈ ສັງຄົມ ວັທນະທັມ (Economic Social and Cultural Rights
 ຕັ້ງແຕ່ຂໍ້ 22 ຫາ 27 ໄດ້ແກ່ສິດທິໃນກາຣເຂົ້າເຖິງຊັພພຍາກອນຂອງຣັຖຯແລະໄດ້ຮັບຜົລທາງເສຖກິຈ ສັງ
ຄົມແລະວັທນະທັມ ທີ່ຈຳເປັນຕໍ່ກາຣພັທນາຕົນເອງ ສິດທິໃນກາຣສຶກສາ ສິດທິໃນດ້ານແຮງງານ ສິດທິໃນ
ມາຕຣຖານກາຣຄອງຊີພທີ່ພຽງພໍ ສິດທິໃນສວັສດິກາຣສັງຄົມ ກາຣຄຸ້ມຄອງແມ່ແລະເດັກ ສິດທິໃນກາຣໄດ້
ຮັບຄວາມຄຸ້ມຄອງທາງວັທນະທັມ ສິລປະ ລິຂສິດທິ ແລະສິດທິບັຕຣ.

ສ່ວນທີສີ່ ກ່າວເຖິງໜ້າທີ່ຂອງບຸຄຄົລ ສັງຄົມແລະຣັຖຯ
ໂດຽກາຣທີ່ຈະດຳເນິນກາຣສ້າງຫຼັກປຼະກັນໃຫ້ມີກາຣຄຸ້ມຄອງສິດທິທີ່ປຼາກົຕໃນປຕິນຍານີ້ໃຫ້ໄດ້ຮັບກາຣ
ປະຕິບັຕິຢ່າງຈິງຈັງ ຫ້າມຣັຖຯກຼະທຳກາຣລະເມີດສິດທິມະນຸສຍ໌ຊົນແລະຈຳກັດສິດທິຂອງບຸຄຄົລບໍ່ໃຫ້
ໃຊ້ສິດທິມະນຸສຍ໌ຊົນລະເມີດສິດທິຂອງຜູ່ອຶ່ນ ສັງຄົມແລະໂລກ ສິດທິເຫຼົ່ານີ້ປຼາກົຕຢູ່ໃນຂໍ້ 28 ຫາ 30 .

                                          (ເຊິນຕິດຕາມຕໍ່ສບັບໜ້າ)


 



                                                       ຫາກປຼະຊາຊົນບໍ່ມີເສຣີພາບ?
 
  ສັນຕິພາບ ສັນຕິສຸຂຈະເກີດຂຶ້ນໃນລາວໄດ້ຢ່າງສົມບູນກໍຕໍ່ເມື່ອມີກາຣຟຶ້ນຟູຣະບອບປຼະຊາ
ທິປໄຕຍໃຫ້ເກີດຂຶ້ນຢ່າງຈິງຈັງແລະມີເອກພາບຢ່າງເປັນສາກົລ  ແລະ  ມີຫຼັກນິຕິຣັຖຂອງ
ລາວທັງຊາຕິເທົ່ານັ້ນແລະຄຳວ່າ"ລາວທັງຊາຕິຈະມີພຽງກຸ່ມກຳອຳນາຈຣັຖ"ບໍ່ເປັນກາຣສົມ
ຄວນແກ່ຊາຕິແລະປຼະຊາຊົນລາວທັງມວລ.
        ກຸ່ມຜເດັຈກາຣຣັຖບາລຫຸ່ນທຣົງບໍ່ຄວນຈະປະຕິບັຕິຕໍ່ປຼະຊາຊົນລາວເໝືອນທາສໃນຍຸຄ
ຄ້າທາສຫຼືເປັນຣັຖເມືອງຂຶ້ນເໝືອນກັບຍຸຄນັກລ້າເມືອງຂຶ້ນຝຼັ່ງເສສແລະສຍາມໃນຍຸຄທ້າຽສັຕ
ວັຕິທີ 19- 20 ຜ່ານມາ. 
 ກຸ່ມຜເດັຈກາຣຣັຖບາລຫຸ່ນທຣົງກຳລັງມອງຂ້າມຫຼືເຮັດຫູທວນລົມລືມໄປວ່າຄວາມຂັດແຍ່ງ
ຄວາມແຕກແຍກຂອງຄົນໃນຊາຕິທີ່ເປັນຢູ່ຂນະນີ້ຄືຜົລພ່ວງຈາກກາຣປຸ້ນອຳນາຈຈາກປຼະຊາ
ຊົນໃນຣະບອບປຼະຊາທິປໄຕຍແລະໃຊ້ອຳນາຈເຖື່ອນກົດຂິ່ຂົ່ມເຫງ ສໍ້ໂກງກິນບໍ່ເລືອກຂາຍ
ກຼະທັງແຜ່ນດິນໃຫ້ຕ່າງຊາຕິແລ້ວກໍແມ່ນພວກສຫາຽເອງເປັນຜູ່ກໍ່ຂຶ້ນໂດຍອ້າງວ່າ"ປົດປ່ອຍ
ຊາຕິ"ທັ້ງໆທີ່ບໍ່ມີທຫາຣອະເມຣິກາຈັກຄົນຢູ່ໃນລາວ"ມີແຕ່ພຽງອົງຄ໌ກອນຊ່ວຍດ້ານມະນຸສຍ໌
ທັມທີ່ໃຫ້ກາຣຊ່ອຍເຫຼືອຣັຖບາລແລະປຼະຊາຊົນລາວ. ໃນຂນະທີ່ພວກສຫາຍລືມໄປວ່າທຫາຣ
ແກວ-ໂຊວຽຕທີ່ຢູ່ເບື້ອງຫຼັງພວກສຫາຍນຳມາຊ່ອຍຊຸກຍູ້ປຸ້ນອຳນາຈນັ້ນຈັກປີຜ່ານມາແລ້ວເປັນ
ຫັຽງພວກສຫາຍບໍ່ຂັບໄລ່ເຂົາອອກໜີຈາກດິນລາວ? ຍັງບໍ່ພໍຊ້ຳພັດນຳເອົາຈິນຫຼືກອງກຳລັງປຼະ
ກອບອາວຸທຂອງຈີນເຂົ້າມາຂົ່ມເຫງເຕັງເຕັກປຼະຊາຊົນລາວຜູ່ເປັນເຈົ້າຂອງປຼະເທສອີກ.?
     ຄວາມແຕກແຍກຂອງຊາວລາວເກີດຂຶ້ນຢ່າງຮຸນແຮງເຣິ້ມຕັ້ງແຕ່ປີ 1975 ຊຶ່ງໃນນັ້ນຖືວ່າເປັນ
ເຣື້ອງສະພາວະກາຣຂອງໂລກໜຸນສົ່ງໃຫ້ເກີດຣະຫວ່າງຣະບອບປຼະຊາທິປໄຕຍກັບຄອມຯ
ແລະຂນະນີ້ກໍຜ່ານມາໄດ້ 35+2=37 ປີແລ້ວ ແຕ່ພວກສຫາຽຍັ້ງຕັ້ງຕົວເປັນ
ໂຈທກ່າວຫາວ່າພວກຊາວລາວທີ່ມີອຸດົມກາຣທີ່ບໍ່ສອດຄ່ອງ ພວກສຫາຍຖືວ່າເປັນປໍຣະປັກສ໌
ສັຕຼູຫຼືກ່າວຫາວ່າເປັນ"ປະຕິກາຣ"ໂດຍລືມໄປວ່າພວກຕົນເອງນັ້ນແຫລະ  ເປັນທັງປະຕິກາຣ
ຫາກປ່ອຍຊ້າໄປກໍກາຍເປັນ"ປະຕິກູລ"ທັງຂອງສັງລາວແລະສັງຄົມໂລກໃນອະນາຄົຕອັນໃກ້ນີ້
   ໃນຄວາມເປັນຈິງນັ້ນຄົນລາວຜູ່ທີ່ມີແນວຄິດແຕກແຍກບໍ່ໄດ້ໝາຍເຖິງກາຣສ້າງຄວາມແຕກ
ແຍກ ແຕ່ມັນໝາຍເຖິງກາຣກໍ່ສ້າງເພື່ອໃຫ້ເກີດເປັນ"ປຼະຊາທິປໄຕຍ"ຕ່າງຫາກ. ຫາກພວກເຮົາ
ເປັນໂຈທ ພວກເຮົາບໍ່ໄດ້ຄິດດັ່ງທີ່ພວກສຫາຍຄິດກັນ ພວກເຮົາຕໍ່ສູ້ເພື່ອປຼະຊາທິປໄຕຍແລະ
ສິດທິມະນຸສຍ໌ຊົນໃນນັ້ນກໍຄື"ກາຣຕໍ່ສູ້ໃຫ້ເປັນເອກພາບແບບເສຣີ"ເພື່ອກ້າວໄປສູ່ຄວາມເປັນ
ປຼະຊາທິປໄຕຍຂອງລາວທັງຊາຕິ ຢ່າງບໍ່ມີຂອບເຂຕທາງແນວຄິດອຸດົມຄະຕິ ກາຣເຫັນຕ່າງບໍ່
ຖືວ່າເປັນສັຕຼູແລະຄວນນັບຖືສິດທິສ່ວນບຸຄຄົລແລະແນວຄິດອຸດົມກາຣນ໌ຊາຕິທີ່ເປັນປຼະຊາທິປ
ໄຕຍ..ເຖິງຈະມີຫຼາຍແນວຄິດຫຼາອຸດົມກາຣຫາກຣວມເຂົ້າກັນໄດ້ໂດຍບໍ່ມີອະຄຕິສ່ວນຕົນກໍຖື
ໄດ້ວ່າມີ"ປຼະຊາທິປໄຕຽ"ແລ້ວ.
    ແຕ່ພວກສຫາຍກັບໄປມອງວ່າພວກເຫັນຕ່າງເປັນສັຕຼູຈຶ່ງຖືວ່າພວກສຫາຍລະເມີດອຸດົມກາຣ
ຂອງແນວລາວຮັກຊາຕິ ຊຶ່ງມີບົທນຶ່ງຂຽນໄວ້ວ່າ"ລາວສ້າງຊາຕິ"ບໍ່ແມ່ນລາວມ້າງຊາຕິພວກເຮົາ
ຂັບໄລ່ນັກລ້າເມືອງຂຶ້ນແລະອີກຄຳນຶ່ງມີວ່າ"ປຼະຊາຊົນຕ້ອງເປັນໃຫຍ່ໃນແຜ່ນດິນ". ມາເຖິງວັນ
ນີ້ແມ່ນປຼະຊາຊົນເປັນໃຫຍ່ໃນແຜ່ນດິນຫຼືກຸ່ມພວກສຫາຍເປັນໃຫຍ່ໃນແຜ່ນດິນກັນແນ່?ພວກ
ເຮົາຈຶ່ງໄດ້ປຼະກາສໃຫ້ໂລກຮູ້ວ່າ"ກຸ່ມກຳອຳນາຈຣັຖບາລຫຸ່ນທຣົງ"ໃນລາວຄືທາຕຸແທ້ຮັບໃຊ້
ແກວແລະຈີນກາຣຊ່ອຍເຫຼືອປຼະຊາຊົນລາວບໍ່ໄດ້ເຖິງມືປຼະຊາຊົນລາວນັບແຕ່ເປີດປຼະເທສ.
    ສນັ້ນຣະບອບກຳອຳນາຈໃນກາຣປົກຄອງຣັຖຂອງພວກສຫາຍຈຶ່ງຖືເປັນຣັຖບາລໂຈຣຊຶ່ງບໍ່
ສາມາດຈະຢູ່ຮ່ວມໃນສັງຄົມມະນຸສຍ໌ຊາຕິໄດ້ຫາກພວກສຫາຍຈະຖຶເອົາແຕ່ພຽງຄວາມແຕກ
ແຍກທາງຄວາມຄິດ ອຸດົມຄະຕິມາເປັນຕົວບັນຫາຂອງສັງຄົມໃນປຼະເທສ.
    ຢ່າງໃດກໍຕາມ ພວກຄົນລາວທີ່ຕ່າງແນວຄິດອຸດົມຄະຕິເຫຼົ່ານັ້ນບໍ່ແມ່ນຄົນລາວເຈົ້າ
ຂອງແຜ່ນດິນບໍ່? ຫາກຈະກ່າວກັນໃຫ້ຖືກນັ້ນພວກສຫາຍເອງເປັນຜູ່ທຳລາຍທັບມ້າງສ້າງແຕ່
ຄວາມແຕກແຍກພາຽໃນຊາຕິຕຼອດມານັບຕັ້ງແຕ່ເກີດສັນຍາໂຮມລາວຄັ້ງແຣກທີ່ທົ່ງໄຫຫິນຈົນ
ມາເຖິງປີ 1973 ພວກສຫາຍລະເມີດສັນຍາຂໍ້ຕົກລົງທີ່ເອົາມືເຊັນເອົາຕີນລຶບມາຕຼອດກາລ.
   ພວກທີ່ເຫັນຕ່າງມຸມເຂົາກໍແມ່ນຄົນລາວເໝືອນກັບພວກສຫາຍແລະເຂົາເຫຼົ່ານັ້ນກໍເປັນຄົນ
ນຶ່ງທີ່ຮັກສາຊາຕິຮັກສາອະທິປໄຕຍມາໄວ້ຈົນພວກສຫາຍມີວາສນາຂຶ້ນກຳອຳນາຈ ຫາກບໍ່ມີ
ພວກຄວາມເຫັນຕ່າງເຫຼົ່ານັ້ນປົກປັກຮັກສາໄວ້ເຊື່ອວ່າຄົງບໍ່ມີຊື່ລາວໃນແຜນທີ່ໂລກໄວ້ໃຫ້
ພວກສຫາຍນັ່ງແດກກັນໄດ້ເທົ່າທຸກວັນນີ້ດອກ!! ສນັ້ນຢຸດກ່າວໄດ້ແລ້ວວ່າ"ພວກເຂົາເປັນປໍ
ຣະປັກສ໌ແລະເປັນສັຕຼູຂອງຊາຕິ ສັຕຼູທີ່ແທ້ຈິງຂອງຊາຕິກໍຄືກຸ່ມຂອງພວກສຫາຍນັ້ນແຫລະ.!!


                                          ລາວເສຣີຜູ່ມີເສຣີພາບ

Thursday, December 15, 2011

                  35 ປີແຫ່ງກາຣຂ້າກວາດລ້າງເຜົ່າພັນທ໌ແລະກີດກັນສ້າງຄວາມແຕກແຍກ
                    ພາຽໃນຊາຕິແລະຖືເປັນກາຣບອບຊ້ຳຢ່າງແສນສາຫັສຂອງຊາຕິລາວ!

 ຣະບອບກາຣປົກຄອງແຫ່ງຣັຖຯປັຈຈຸບັນຖືໄດ້ວ່າເປັນຣະບອບອັຕຕະວິສັຍບໍ່ແມ່ນຣະບອບທີ່
ປຼະຊາຊົນລາວແລະສັງຄົມລາວເພິ່ງປຼາຖນາເພາະປຼະຊາຊົນລາວຂາດສິດທິພຶ້ນຖານກາຣເປັນ
ປຼະຊາຊົນລາວເຕັມຂັ້ນພ້ອມທັງຂາດສິດທິກາຣເປັນເຈົ້າຂອງປຼະເທສຢ່າງແທ້ຈິງ..ພວກສຫາຍ
ເຄີຍກ່າວໄວ້ສເມີມາກ່ອນເຂົ້າປຸ້ນອຳນາຈຈາກປຼະຊາຊົນວ່າ"ປຼະຊາຊົນຕ້ອງເປັນໃຫ່ຍໃນແຜ່ນ
ດິນ..ນັ້ນກໍຄືຣະບອບປຼະຊາທິປໄຕຍຊຶ່ງປຼະຊາຊົນເປັນເຈົ້າຂອງ..ປຼະຊາຊົນຈຶ່ງເຫັນຜິດເປັນຖືກ
ໃຫ້ຄວາມຮ່ວມມືກັບພວກສຫາຍ ພໍພວກສຫາຍກຳອຳນາຈໄດ້ແລ້ວເປັນຫັຽງພວກສຫາຍຈຶ່ງບໍ່
ປະຕິບັຕິຕາມສັນຍາປຼະຊາຄົມ ອັນນີ້ສະແດງໃຫ້ເຫັນເຖິງຄວາມເປັນໂຈຣທີ່ບໍ່ມີສັຈຈະໃນໝູ່
ໂຈຣນັ້ນເອງ.
    ພຽງແຕ່ມີຄວາມເຫັນບໍ່ສອດຄ່ອງພວກສຫາຍກໍໃຊ້ນັກສືບສອດແນມຕາມຈັບກຸມຄຸມຂັງອັນນີ້
ຖືວ່າເປັນຣະບອບທີ່ເຖື່ອນຊຶ່ງຊາວໂລກກຳລັງປຼະນາມແລະຊຸກຍູ້ໃຫ້ເກີດປະຕິກິຣິຍາໂຕ້ຕອບ
ດັ່ງທີ່ພວກສຫາຍຮູ້ດີໃນຫຼາຍພາຄສ່ວນຂອງໂລກແລະກໍລຸກຄືຍໜ້າມາຍັງເອເຊັຽຕະວັນອອກ
ສຽງໃຕ້ບໍ່ວັນໃດກໍວັນນຶ່ງຫາກພວກສຫາຍຍັງບໍ່ຫັນປ່ຽນຣະວັງຈະກອດເຂົ່ານັ່ງໄຫ້ເສັຽໃຈ.
   ດັ່ງນັ້ນຈຶ່ງເຫັນວ່າກາຣປົກຄອງບໍຣິຫາຣຈັດກາຣກໍດີ ກາຣພັທນາຊາຕິກໍດີສິ່ງທີ່ກ່າວມາຂ້າງ
ເທິ່ງນັ້ນມັນເປັນວິທຍາສາສຕຣ໌ກາຣປົກຄອງ ຫາກສັງຄົມລາວບໍ່ມີເປັນເອກພາບໃນກາຣບໍຣິ
ຫາຣຈັດກາຣແລ້ວຍ່ອມຕ້ອງເກີດປະຕິກິຣິຍາຕອບໂຕ້ແລະຕໍ່ຕ້ານເປັນທັມດາຂອງມະນຸສຍ໌
ໃນສັງຄົມຊາຕິດຽວກັນ.
   ບັລດາສຫາຍຍິ່ງດື້ດຶງບໍ່ຟັງສຽງສ່ວນໃຫຍ່ໃນສັງຄົມກໍຍິ່ງເຮັດໃຫ້ຕ່າງຊາຕິສວຍໂອກາສສ້າງ
ຄວາມແຕກແຍກພາຽໃນ..ພວກສຫາຍເຄີຍສ່ອງກຼະຈົກບານໃຫຍ່ບໍ່ວ່າເປັນຫັຽງຈຶ່ງເກີດກາຣສໍ້
ຣາສບັງຫຼວງທຸກຍ່ອມຫຍ້າ? ອັນແຣກກໍຄືກຸ່ມກຳອຳນາຈທີ່ອ້າງຕົນເອງວ່າຫົວຈັກຣນັ້ນແຫຼະຄື
ຕົວກາຣທີ່ເປັນຕົວຢ່າງພາສໍ້ພາໂກງ..ໂດຽສເພາະຍິ່ງຣະດັບຄວາມຮັບຮູ້ບໍ່ເຖິງໃນພາຣະໜ້າທີ່
ຮັບຜິດຊອບເພາະໂລກຍຸກໂລກາພິວັຕນ໌ເຂົາໃຊ້ເທຄໂນໂລຍີສມັຍໃໝ່ຂອງໂລກເສຣີຣະບົບທຶນ
ນິຍົມ..ຂນະດຽວກັນພວກສຫາຍໄປຮຍນມາຈາກໂລກສັງຄົມນິຍົມມັນຈຶ່ງປີນກຽວກັນ ມີແຕ່ຈະ
ເຮັດໃຫ້ກຼະປຸກເກັຽແຕກ..ເມື່ອຣົຖຄັນທີ່ຂັບບໍ່ຮູ້ເຂົ້າເກັຽບໍ່ຮູ້ວິທີໃຊ້ເທັຄໂນໂລຍີສມັຍໃໝ່ກໍຈຶ່ງ
ພາກັນຫລັບຫູຫລັບຕາໂກງກັນຢ່າງສບັ້ຍຫັ່ນແຫຼກໃນໜ້າໜັງສືພິມຕ່າງປຼະເທສຣາຍງານຣະບຸ
ວ່າ ກຸ່ມກຳອຳນາຈລາວເກືອບຕິດອັນດັບທີ 28-29 ຈາກຮ້ອຍປຼະເທສ.
   ແລະຂໍເຕືອນອີກວ່າຫາກພວກສຫາຍແລ່ນນຳກົ້ນຈີນໃຊ້ຣະບອບປຼະຊາທິປຕາຍແລະນຳທຶສດີ
ເໝົາເຈິຕົງມາໃຊ້ຫຼືຍຶດໝັ້ນໃນຣະບອບປຼະຊາທິປຕາຍຂອງໂຮຈິມິນນັ້ນໝາຍເຖິງວ່າຈຸດຈົບ
ຂອງພວກສຫາຍໃກ້ມາເຖິງແລ້ວ..ຢາກຖາມວ່າພວກສຫາຍພ້ອມຈະເປັນສັຕຼູກັບສຫະຣັຖຯຫຼື
ໂລກໂລກາພິວັຕນ໌ແທ້ບໍ?ຣະວັງພວກສຫາຍຈະຖືກສັນໂດດຫຼືຖືກສັນຂວັນປຼະຊາຊົນແລ!!ສະ
ຫາຍຮູ້ບໍ່ວ່າສັງຄົມລາວບໍ່ຍອມຮັບໃນຣະບອບບ້າໆອັນນີ້?

                                   ເສຣີຊົນລາວ
                       
                         35 ປີບວກໃຫ້ກັບ 2 ປີທີ່ລາວສອງຝ່າຍເຊັນສັນຍາສງົບເສິກຣວມເປັນ 37 ປີ
ໂຈຣຫ້າຮ້ອຍປຸ້ນອຳນາຈປຼະຊາຊົນລາວໄປນັບຕັ້ງແຕ່ກາຣລົງລາຍມືເຊັນກັນຍາກັບໂຈຣນັບຕັ້ງແຕ່ປີ
1973 ພວກໂຈຣຫ້າຮ້ອຽເຜີຍຕົວວ່າເປັນໂຈຣຫ້າຮ້ອຍເມື່ອປີ 1975 ແລ້ວເຂັ່ນຂ້າຝ່າຍປຼະຊາ
ຊົນແລ້ວສ້າງຕັ້ງເອົາ 2ທັນວາເປັນວັນໄຊຊນະ.
   ໃນຣະບອບຜເດັຈກາຣຊົນຊັ້ນກຼະດຸມພີປົກຄອງປຼະເທສຖືວ່າເປັນວາຣະແຫ່ງກາຣສ້າງໃຫ້
ສັງຄົມລາວແຕກແຍກເຂັ່ນຂ້າກັນດ້ວຍອີກຝ່າຍຫວັງຂຶ້ນກຳອຳນາຈຣັຖຯໂດຍນຳເອົາແກວ
ເຂົ້າມາຍຶດຄອງຫຼັງຈາກຍຶດຄອງໄດ້ແລ້ວຈຶ່ງນຳເອົາສົງຄາມຕົວແທນຄືພວກຫຸ່ນໄກສອນ-ສຸ
ພານຸວົງມາເປົນຕົວລະຄອນໂດຍແກວຢູ່ເບື້ອງຫຼັງໃນທ້ອງເຣື້ອງ.
   ຢ່າງໃດກໍດີມູລເຫຕຸທີ່ຍັງມີກາຣແຕກແຍກໃນປັຈຈຸບັນທັ້ງໆທີ່ສົງຄາມເຢັນຜ່ານພົ້ນໄປຫຼັງ
ຈາກສຫະຣັຖຯປ່ອຍສນາມຣົບວຽຕນາມຫັນໄປປົດປ່ອຍສຫະພາບໂຊວຽຕບໍ່ແມ່ນອະເມຣິກາ
ເສັຽໄຊຍໃນວຽຕນາມຕາມກາຣໂຄຊນາຊວນເຊື່ອ..ແຕ່ຕົດຍັງບໍ່ທັນເຫີຽແກວຊ້ຳພັດແລ່ນໄປ
ນົບອະເມຣິກາໃຫ້ກັບຄືນມາອູ້ມເພາະຢ້ານຈີນສັ່ງສອນ..ຢຸດໄດ້ແລ້ວຄຳໂຄຊນາຊວນເຊື່ອຈະ
ຕົວະປຼະຊາຊົນລາວໄປຮອດມື້ໃດ?
   ເຖິງຢ່າງໃດກໍຕາມພວກເຮົາວ່າພວກສຫາຍຫຸ່ນທັງຫຼາຽກຳລັງດິ້ນຮົນເອົາຕົວລອດເພາະສະ
ພາບກາຣແລະສະພາວະກາຣນ໌ກຳລັງຫັນປ່ຽນຢ່າງຮອບດ້ານຢູ່ນີ້ແລະເວລານີ້ສຫະຣັຖຯກໍປຼະ
ກາສຢ່າງເປີດເຜີຍແລ້ວວ່າຕ້ອງກັບຄືນສູ່ເອເຊັຽຕະວັນອອກເພື່ອຕ້ານອິດທິພົລຈີນເຖິງຂັ້ນຣັຖ
ມົນຕຼີຕ່າງປຼະເທສສຫະຣັຖຯເດິນສາຍແລະພມ້າກໍກຳລັງຫັນທິສໄປສູ່ກາຣຕລາດແລະໃນຊ່ວງ
ຫຼັງເລືອກຕັ້ງປຼະທານາທິບໍດີສຫະຣັຖຯແລ້ວພູມິພາຄເອເຊັຽຕະວັນອອກສຽງໃຕ້ຫຼືເອຊ່ຽນກໍຈະ
ຖືກຣວມຕົວກັນໃຫ້ເປັນແບບສຫະພາບຍູໂຣປຊຶ່ງໃຊ້ເງິນຕຼະກຸລດຽວກັນໄປມາຫາສູ່ບໍ່ຕ້ອງໃຊ້
ປາສປອຕ ຖນົນຫົນທາງຂົວສະພານຈຶ່ງເກີດຂຶ້ນຢ່າງຕໍ່ເນື່ອງ ຫຼາຍປຼະເທສໃນພູມິພາຄເອເຊັຽ
ຕະວັນອອກມີກາຣຕຼຽມພ້ອມຮັບສະພາບກາຣນ໌ ແຕ່ສຳລັບຣັຖບາລຫຸ່ນລາວຍັງເປັນກົບໃນນ້ຳ
ສ້າງຢູ່ເໝືອນເດິມເຫັນໄດ້ຈາກກາຣບໍຣິຫາຣຈັດກາຣພາຽໃນປຼະເທສ ຍັງໄປງ້ວງຫຼອດຢູ່ກັບ
ກາຣສ້າງເຂື່ອນໄຟຟ້າທັ້ງໆທີ່ໂລກເຂົາເຕືອນວ່າຈະໄປທຳລາຍສິ່ງແວດລ້ອມແຕ່ກໍມີຫຼາຍປຼະ
ເທສທີ່ຍຸແຍ່ໃຫ້ກຸ່ມກຳອຳນາຈລາວໄປເຫັນດີເຫັນພ້ອມກັຍໂຄງກາຣສ້າງເຂື່ອນເພາະນຶ່ງຍ້ອນ
ຄວາມຢາກຂອງພວກສຫາຍເອງແລະສອງຍົວະໃຫ້ລາວສູນຍ໌ເສັຽຊັພຍ໌ພຍາກອນທັມຊາຕິທີ່
ຍັງບໍ່ໄດ້ສຳຣວຈອັນປຼະກອບກັບກາຣກືກຄວາມຮູ້ຄວາມສາມາດແລະສາຍຕາສັ້ນ.
   ຢ່າງໃດກໍຕາມຂໍເຕືອນວ່າພວກສຫາຍເດີນຕາມຍຸທສາສຕຣ໌ກາຣຕລາດ ຂນະທີ່ພວກສຫາຍ
ຂາດນັກວິຊາກາຣແລະຄວາມຮັບຮູ້ບໍ່ເຖິງບັນຫາຕາມມາກໍຄືຊາຕິຈະພິນາຕເພາະພວກສຫາຍ
ບໍ່ເປັນຕົວຂອງຕົນເອງອາໃສແຕ່ຊາຕິພັນທ໌ມິຕຣຂອງສຫາຍເປັນຜູ່ທຳກາຣໃຫ້ນັ້ນເອງ.
 ແລະອີກປຼະກາຣນຶ່ງພວກສຫາຍຍອມຮັບກາຣຕລາດເສຣີ ແຕ່ພວກສຫາຍຊ້ຳພັດກີດກັນຄວາມ
ເປັນເອກພາບພາຽໃນຊາຕິຢ່າງແຂງຂັນນັ້ນໝາຍເຖິງຈຸດດັບຂອງກາຣບໍຣິຫາຣຈັດກາຣຂອງ
ສຫາຍ..ຈຸດເຣິ້ມຕົ້ນກາຣຕຼຽມກາຣຄືກາຣປັບປ່ຽນຣະບອບຈາກຜເດັຈກາຣກຼະດຸມພີມາເປັນປຼະ
ຊາທິປໄຕຍນັ້ນເອງ..
   ຫາກມີກາຣວມກັນເປັນສຫະພາບເອເຊັຽຕະວັນອອກສຽງໃຕ້ຈິງ ທຸກປຼະເທສພາຄີຕ້ອງປັບປ່ຽນ
ໃຫ້ເໝືອນກັນຄືໃຊ້ເງິນຕຼະກຸລດຽວກັນ,ຣະບອບກາຣປົກຄອງຕ້ອງມີປຼະຊາທິປໄຕຍເໝືອນກັນ
ຈຸດນີ້ເອງຄືຈຸດຕາຽຂອງພວກສຫາຽ..ຫາກບໍ່ຍອມປັບປ່ຽນ ພວກສຫາຍກໍບໍ່ຕ້ອງເປັນສມາຊິກເຊັ່ນ
ດຽວກັບຍຸໂຣປທີ່ກຼະທຳກັນ. 
   
                                         ສົງຄາມເຢັນກັບຢາເສພຕິດຮອບໃໝ່ມາແລ້ວ!!
                            ແຜນທຳລາຍພລັງທຫາຣແລະປຼະຊາຊົນຂອງຈີນເຣິ້ມປຼ່ກົຕຂຶ້ນແລ້ວ


  ເມື່ອ 13 ທັນວາຜ່ານມາທາງອົງຄ໌ກາຣ Drug and Crime(UNODC) ຣາຍງານວ່າລາວ-ພມ້າມີ
ກາຣປູກຝິ່ນເພີ້ມສູງຂຶ້ນເນື່ອງຈາກຣາຄາທ້ອງຕລາດມີຣາຄາແພງ. ທາງອົງຄ໌ກາຣສຫະປຼະຊາ
ຊາຕິຫຼື UN Office on Drug and Crime ໄດ້ສຳຣວຈທາງດາວທຽມແລະມີຄນະກັມກາຣຢາເສພ
ຕິດເດີນທາງໄປຕາມໝູ່ບ້ານຕ່າງໆທັງໃນພມ້າແລະໃນ ສປປ ລາວພົບວ່າຝິ່ນດິບທັງສອງແຫ່ງນີ້
ມີກາຣປູກຝິ່ນເພິ້ມສູງຂຶ້ນເຖິງ 16% ຫາກທຽບກັບໄລຍະ 5 ປີຜ່ານມາຈະສູງຂຶ້ນເທົ່າຕົວ.
   ກາຣປູກຝິ່ນທີ່ນຳໄປຜສົມກັບກາຣຜລິຕປຼະເພທເຮໂຣອິນຈະມີຄວາມເຂັ້ມຂົ້ນຫຼາຽຂຶ້ນເຖິງ 37%
ເມື່ອປຽບທຽບກັບປີທີ່ຜ່ານມາຈະມີອັຕຼາເພີ້ມສູງຂຶ້ນເຖິງ 37% ຣະຫວ່າງພມ້າກັບ ສປປ ລາວລາວ
ຈະມີອັຕຼາສູງຂຶ້ນທີ່ສຸດຊ່ວງປີ 2011.
   ໃນ ສປປ ລາວແລະພມ້າຂນະນີ້ມີກາຣນຳຝິ່ນໄປຜສົມ ເພື່ອກາຣຜລິຕເຮໂຣອິນປຼະມານ 37% 
ຣວມແລ້ວທັງສອງປຼະເທສໃຊ້ຝິ່ນຜສົມກາຣຜລິຕເຮໂຣອິນປຼະມານໄດ້ 91% ຂອງກາຣຜລິຕໃນ
ພູມິພາຄເອເຊັຽຕະວັນອອກສຽງໃຕ້ທັງໝົດແຕ່ກໍເປັນຣອງຈາກອັຟການິສຖານ.
    ຫາກຈະປຽບທຽບຣະຫວ່າງພມ້າກັບລາວ ພມ້າຍັງມີຄວາມຂັດແຍ່ງທາງດ້ານກາຣເມືອງຊຶ່ງ
ພາຄສ່ວນນຶ່ງກໍຄືສົງຄາມຕົວແທນຂອງຈີນແລະພາຄສ່ວນນຶ່ງຕ້ອງກາຣປຼະຊາທິປໄຕຍຈຶ່ງອາໃສ
ທຶນຈາກກາຣຄ້າຢາເສພຕິດເປັນພຶ້ນຖານໃນກາຣຫາທຶນ. ສ່ວນ ສປປ ລາວບໍ່ມີຄວາມຂັດແຍ່ງ
ໃດໆໃນພຶ້ນທີ່ແຕ່ທາງດ້ານເໜືອຂອງປຼະເທສແມ່ນຈິນເຂົ້າມາເຊົ່າຊື້ທີ່ດິນໃນລາວແລ້ວມາສ້າງ
ເສຖກິຈພ້ອມກັບສວຍໃຊ້ພຶ້ນທີ່ທາງພາຄເໜືອຂອງລາວເປັນສຖານທີ່ຜລິຕຢາເສພຕິດ.
    ສນັ້ນໃນຣາຍງານລ້າສຸດຂອງອົງຄ໌ກາຣຢາເສພຕິດຂອງສຫະປຼະຊາຊາຕິສບັບນີ້ຣະບຸວ່າກາຣ
ກາຣປູກຝິ່ນແລະຢາເສພຕິດໃນ ສປປ ລາວ-ພມ້າແລະໄທຍມີມູລຄ່າຣວມປຼະມານ $319 ລ້ານ
ດອລລາໃນປີ 2011 ນີ້ຊຶ່ງມີອັຕຼາສູງຂຶ້ນຈາກເດີມເຖິງ 48% ແລະເວລານີ້ປຼະເພທຢາບ້າຊຸກຊຸມ
ດ້ວຍຢາກຼະຕຸ້ນປຼະສາທແບບແອມເຟຕາມິນແລະກຳລັງກາຽເປັນບັນຫາໜັກຂຶ້ນເຣື້ອຽໆໃນພູມິ
ພາຄເອເຊັຽຕະວັນອອກສຽງໃຕ້..(ໃຫ້ມະໂນພາບເຖິງເຫຕຸກາຣນ໌ກ່ອນເກີດສົງຄາມເຢັນຈະມີຢາ
ເສພຕິດທຸກປຼະເພທເຕັມໄປທົ່ວພູມິພາຄເອເຊັຽຕະວັນອອກສຽງໃຕ້ເພື່ອເບື່ອເມົາປຼະຊາຊົນແລະ
ນັກຮຽນນັກສຶກສາຣວມທັງທຫາຣໃນກອງທັພ.)


                                          

Tuesday, December 13, 2011

                                    ອັນຕຼາຍກຳລັງຈະເກີດຂຶ້ນໃນພູມິພາຄເອເຊັຽໃຕ້
                                 (ລາວ-ພມ້າ ຍົກເວັ້ນໄທຍເພາະໄທຍຄືຈີນ-ຈີນກໍຄືໄທຍ)


                   ຍຸທສາສຕຣ໌ຄືຫຼັກກາຣຍຶດຄອງພູມິພາຄເອເຊັຽຕະວັນອອກຂອງຈີນ
            ໃນຂນະດຽວກັນຈີນໄດ້ໃຊ້ຍຸທວິທີແຊກແຊງເຂົ້າເອເຊັຽຕະວັນອອກສຽງໃຕ້
                  ດ້ວຽກາຣຕລາດແລະຊື້ຈ້າງຈອບອອຍບັລດາກຸ່ມຜູ່ນຳໃນພູມິພາຄ

  ຈະບໍ່ວ່າເສັ້ນທາງລຳລຽງສິນຄ້າຕາມລຳແມ່ນ້ຳຂອງທຳລາຍເກາະແກ່ງໃນລຳນ້ຳຂອງພຽງອ້າງ
ງ່າຍແກ່ກາຣຂົນສົ່ງ,ກາຣເຂົ້າຍຶດຄອງລາວໂດຽອາໃສດິນຕໍ່ແຜ່ນ,ກາຣເຂົ້າມາຕັ້ງຄາຊິໂນແມ້ແຕ່
ຊຶ້ນດິນດອນໃນປຼະເທສລາວລ້ວນແຕ່ແມ່ນແຜນກາຣຍຶດຄອງລາວເພື່ອລອງດ້ານຍຸທສາສຕຣ໌ໃນ
ອະນາຄົຕ ຍົກເວັ້ນພມ້າໃນຣັຖບາລປະຕິຮູປຂນະນີ້ພມ້າບໍ່ຫຼິ້ນນຳຈຳເປັນຈິນຈຶງຖອຽອອກ.
      ໃນຊ່ວງປາຍປີ 2011 ທີ່ຜ່ານມານິ້ຄືຣະຫວ່າງເດືອນຕຸລາຜ່ານມານີ້ເອງ ພັຄຄອມມິວນິສຍ໌ຈີນໄດ້ຮັບ
ຮອງເອົານະໂຍບາຽໃຊ້ວັທນະທັມເປັນແນວທາງສົ່ງເສິມອຳນາຈໃນກາຣໂນ້ມນ້າວແທນກາຣໃຊ້ພລັງອຳ
ນາຈທາງກາຣທຫາຣເພື່ອລົບພາບພົຈນ໌ຈີນຄືໄພຍຄຸກຄາມທີ່ສຳຄັນຂອງໂລກ..ຢ່າງໃດກໍຕາມຈະເປັນຍຸທ
ວິທີປ່ຽນແປງຢ່າງໃດໆກໍຄືຍຸທສາສຕຣ໌ກາຣຄອງພູມິພາຄເອເຊັຽໃຕ້ຢູ່ນັ້ນເອງ.
   ຢ່າງໃດກໍດີກົລຍຸທຫຼືຍະທວິທີກາຣແຊກຊຶມເຂົ້າລາວທີ່ຜ່ານມາຂອງຈີນນັ້ນມີຫຼາຍຢ່າງທີ່ຕ້ອງສົງໃສຂອງ
ຊາວລາວເສຣີແລະສຫະຣັຖຯທັງນີ້ເພາະຂໍ້ຕົກລົງຕ່າງໆໃນສັນຍາທີ່ເຊັນໄປນັ້ນມັນງ່າຍກວ່າກາຣປອກກ້ວຽ
ເພາະບໍ່ໄດ້ຣະບຸຊັດເຈນວ່າອະນຸຍາຕເຊົ່າທີ່ຕ່າງໆນັ້ນຈະມີສເພາະຣັຖບາລກາງເທົ່ານັ້ນຮູ້ເຫັນເປັນໃຈໂດຍ
ທາງຝ່າຍທ້ອງຖິ່ນບໍ່ຮູ້ເຫັນນຳຈຶ່ງບໍ່ສາມາດເຂົ້າໄປໄຕ່ຖາມເຫຕຸຕ່າງໆທີ່ເກີດຂຶ້ນໄດ້ແລະສິນຄ້າຈີນທີ່ນຳເຂົ້າ
ເຂົ້າມາຈຳໜ່າຍນັ້ນເຈົ້າໜ້າທີ່ທ້ອງຖິ່ນກໍບໍ່ສາມາດເຂົ້າໄປສຳຣວຈກວດກາໄດ້ຈຶ່ງມີກາຣປະທະຄາຣົມກັນ
ຂຶ້ນຫຼາຽຄັ້ງຈົນເຖິງປັຈຈຸບັນກໍຍັງບໍ່ມີກາຣປ່ຽນແປງ.
  ດັ່ງນັ້ນກາຣປຸ້ນເຮືອສິນຄ້າຈີນທີ່ເກີດຂຶ້ນຕາມລຳນ້ຳຂອງທີ່ຜ່ານມານັ້ນເປັນພຽງສ່ວນນຶ່ງທີ່ທຫາຣໄທຍສົງ
ໃສເຂົ້າຕຼວຈຄົ້ນຈຶ່ງປຼາກົຕພົບຢາເສພຕິດເຕັມທົ່ວລຳເຮືອ..ອິງຕາມຄຳກ່າວຂອງອະດີຕນາຍທຫາຣຝ່າຍ
ຂວາເກົ່າຄົນນຶ່ງຂໍສງວນນາມທີ່ເຄີຍປຼະຈຳກາຣຢູ່ແຖບນັ້ນວ່າ..ໂຣງກາຊິໂນຄືສຖານທີ່ຜລິຕຢາເສພຕິດ
ແລະເທົ່າທີ່ຕິດຕາມສຖານະກາຣນ໌ທີ່ເກີດຂຶ້ນຜ່ານມານັ້ນມີລັກສນະດຽວກັບສມັຍສົງຄາມເຢັນທີ່ຈີນສົ່ງ
 ຢາເສພຕິດເຂົ້າມອມເມົາທຫາຣອະເມຣິກັນໃນວຽຕນາມ,ໃນລາວໃນຂເມຣແລະທີ່ອື່ນໆທີ່ຈີນມີຜົລປຼະ
ໂຍຊນ໌ແລະຂນະນີ້ຈີນຈຶ່ງຮຽກສາມຊາຕິປຼະຊຸມຫາຣືແລ້ວສົ່ງກຳລັງຕິດອາວຸທຄຸ້ມຄອງເຮຶອນສິນຄ້າຂອງ
ຕົນຕາມລຳນ້ຳຂອງຢ່າງບັງອາຈແລະທ້າທາຍປຼະຊາຊົນສາມຊາຕໃນລຳນ້ຳຂອງ.
    ໃນເຫຕຸນີ້ສຳນັກຂ່າວສາຣກຼະບອກສຽງຂອງພັຄ-ຣັຖຈີນຣາຽງານວ່າກາຣປຼະຊຸມຄນະກັມກາຣກາງພັຄ
ຄອມຯຈີນທີ່ປັກກິ່ງຊຶ່ງສິ້ນສຸດລົງເມື່ອວັນອັງຄານຜ່ານມານັ້ນ ທີ່ປຼະຊຸມໄດ້ຫາລືເຖິງນະໂຍບາຽສຳຄັນໆ
ແລະໃນປຼະເດັນທີ່ກ່ຽວກັບບຸຄຄົລໂດຍອອກຖແລງກາຣນ໌ວ່າ ວັທນະທັມຄືສ່ວນສຳຄັນໃນກາຣແຂ່ງຂັນ
ໂດຽຣວມຂອງຈີນໃນໂລກຍຸຄປັຈຈຸບັນ ຣັຖບາລຄອມຯຈີນຮູ້ສຶກແລ້ວວ່າເປັນເຣື້ອງເລັ່ງດ່ວນທີ່ຕ້ອງໄດ້
ເພິ້ມພລັງອຳນາຈໃນກາຣໂນ້ມນ້າວຫຼືຊອຟຕ໌ພາວເວິຣ໌ແລະສະແດງໃຫ້ນານາຊາຕິໄດ້ເຫັນເຖິງອິດທິພົລ
ຂອງວັທນະທັມຈີນ ພັຄຄອມຯຈີນຫວັງວ່າຈະສາມາດລົບພາບຈີນຄືໄພຍຄຸກຄາມທີ່ສຳຄັນຂອງໂລກຫຼັງ
ຈາກທີ່ຈີນຂຍາຍແສນຍານຸພາບທາງທຫາຣແລະມີກາຣເຕີບໂຕທາງເສຖກິຈ..!
   ທີ່ປຼະຊຸມແຫ່ງດຽວກັນນີ້ຍັງໄດ້ຕັດສິນໃຈແຕ່ງຕັ້ງສຫາຍລີ ຈິນຜິງ ຣອງປຼະທານາທິບໍດີຫຼືຜູ່ຕຼຽມກ້າວຂຶ້ນ
ເປັນຜູ່ນຳແທນສຫາຍຫູ ຈິນເຖົາໃນອະນາຄົຕ ຊຶ່ງຈະຄົຍວາຣະ 5 ປີໃນປີ 2013 ແລະແຕ່ງຕັ້ງສຫາຍຫລີ
ຄີຈຽງ ຣອງນາຍົກຯຂຶ້ນເປັນນາຍົກຯແທນສຫາຍເຫວິນ ຈິເປົາໂແລະກາຣແຕ່ງຕັ້ງສຫາຍທັງສອງຈະມີ
ຂຶ້ນໃນທີ່ປຼະຊຸມສມັຊຊາແຫ່ງຊາຕິຂອງພັຄຄອມຯຈີນໃນຊ່ວງເຄິ່ງຫຼັງຂອງກາຣປ່ຽນແປງຜູ່ນຳໃນປີໜ້າ
   ນອກນັ້ນຜູ່ນຳຈີນຍັງພຍາຍາມຄວບຄຸມກາຣໃຊ້ອິນເຕີຣ໌ເນຕຫຼັງຈາກກາຣລຸກຮືຂອງປຼະຊາຊົນໃນໂລກ
ອາຫຣັບ ຊຶ່ງນຳໄປສູ່ກາຣໂຄ່ນອຳນາຈຜູ່ໃນໃນໂລກອາຫຣັບແລະອັຟຣິກາເໜືອ ເພື່ອສກັດກັ້ນນັກເຄື່ອນ
ໄຫວຊາວຈີນບໍ້ໃຫ້ດຳເນີນກາຣໃນລັກສນະດຽວກັນນີ້ ຊຶ່ງຈະນຳໄປສູ່ກາຣນອງເລືອດຄັ້ງສຳຄັນໃນສັງ
ຄົມຈີນ.
   ກ່ອນໜ້ານີ້ສຫາຍຫວັງ ເຊິນຣັຖມົນຕຼີກຼະຊວງໂຄຊນາກາຣຈີນ ໄດ້ຮຽກຮ້ອງໃຫ້ທາງຣັຖບາລຄອມຯຈີນ
ສນັບສນຸກາຣຕໍ່ສູ້ໃນດ້ານແນວຄວາມຄິດແລະວັທນະທັມເພື່ອແຂ່ງຂັນກັບຊາຕິຕະວັນຕົກ ຊຶ່ງແນວທາງ
ດັ່ງກ່າວເປັນສິ່ງຈຳເປັນຢ່າງຍິ່ງຕໍ່ກາຣປົກປ້ອງຜົລປຼະໂຍຊນ໌ຂອງຊາຕິ ຄວາມໝັ້ນຄົງ ສເຖັຽຣະພາບທາງ
ສັງຄົມແລະຄວາມສາມັຄຄີຂອງຄົນໃນຊາຕິ.
   ຖແລງກາຣໃນທີ່ປຼະຊຸມພັຄຄອມຯຈີນຣະບຸວ່າ ໃນກາຣແຂ່ງຂັນດັ່ງກ່າວຈີນຈະຕ້ອງສ້າງ"ຜົລຜລິຕດ້ານ
ວັທນະທັມ"ທີ່ດີເດັ່ນໃຫ້ຫຼາຍຂຶ້ນບໍ່ວ່າຈະເປັນໜັງສື ພາພຍົນຕຣ໌ແລະສິລປະ ເພື່ອດຶງດູດທັງຊາວຈີນແລະ
ຊາວຕ່າງຊາຕິ ແລະຣາຍກາຣຫຼັງຂ່າວຊ່ວງເຊົ້າຄວນຈະເປັນຣາຍກາຣສະແດງທາງວັທນະທັມຈີນ.
    ຖແລງກາຣນ໌ຣະບຸອີກວ່າກາຣເສິມສ້າງປຼະເທສໃຫ້ແຂງແກ່ງດ້ວຍກາຣມີວັທນະທັມສັງຄົມນິຍົມຈະຊ່ອຽ
ສົ່ງເສິມໃຫ້ວັທນະທັມແນວທາງນີ້ຢ່ງເລິກເຂົ້າໄປໃນຈິຕໃຈຂອງປຼະຊາຊົນຫຼາຍຍິ່ງຂຶ້ນ.
   

Friday, December 9, 2011

                                      ໄຟຟ້າພລັງນ້ຳໃນຖໂຄງກາຣຣັຖບາລຫຸ່ນຜເດັຈກາຣລາວ
                                          ເມື່ອແມ່ນ້ຳ ໄຟຟ້າ ແລະຄົນຫາປາເປັນເຣື້ອງດຽວກັນ!!

   ຈາກຄົນລາວສອງຝັ່ງຂອງປຼາກົຕວ່າທັງສອງຝັ່ງແມ່ນ້ຳຂອງ ຊຶ່ງເປັນຍາຕິໂກໂຫຕິກາອັນດຽວ
ກັນມາຕັ້ງແຕ່ຍຸຄສມັຍກ່ອນສົງຄາມອິນໂດຈິນ ຊຶ່ງອາໃສລຳແມ່ນ້ຳຂອງເປັນບ່ອນຕໍ່ຊີວິຕປຼະຈຳ
ວັນຂອງເຂົາເຈົ້າມາຕັ້ງແຕ່ດຶກດຳບັນພ໌ມາຖືກກຸ່ມຫາຜົລປຼະໂຍຊນ໌ຈາກແມ່ນ້ຳຂອງທີ່ມາທຳລາຍ
ອະນາຄົຕຂອງຄວາມເປັນຄົນຈຶ່ງເກີດມີປະຕິກິຍາລຸກຂຶ້ນຕໍ່ຕ້ານຢ່າງພ້ອມພຽງກັນ..
   ໃນເຫຕຸກາຣນ໌ເຣື້ອງນີ້ທາງກາຣໄທຍຈຶ່ງຈັດນິທັສກາຣແມ່ນ້ຳຂອງຂຶ້ນ"ເມື່ອແມ່ນ້ຳ ໄຟຟ້າແລະ
ຄົນຫາປາ ເປັນເຣື້ອງດຽວກັນ" ຣາຽງານແຈ້ງວ່າ ມີກາຣຈັດສະແດງຢ່າງເປັນທາງກາຣຕັ້ງແຕ່ວັນ
ທີ 3 ທັນວາ 2011 ເປັນຕົ້ນມາທີ່ບໍຣິເວນລານຊຸມຊົນໂຮງສູບນ້ຳ ຊອບ 10 ເຂຕເທສບາລ ຈ.ເລີຍ
ດ້ວຍຄວາມຮ່ວມມືຂອງຫຼາຍຝ່າຽໄດ້ແກ່ໂຄງກາຣຟຶ້ນຟູນິເວສໃນພູມິພາຄແມ່ນ້ຳຂອງ,ແມ່ນ້ຳຂອງ
ອິສຣະແຫ່ງສາຍນ້ຳແລະອີກຫຼາຍອົງຄ໌ກາຣ
   ໃນເຣື້ອງນີ້ມີຫຼາຍອົງຄ໌ກອນໄດ້ສະແດງຄວາມເປັນຫ່ວງຕໍ່ຜົລກຼະທົບດ້ານທ້າຽນ້ຳທີ່ຈະເກີດຂຶ້ນ
ຕໍ່ຊຸມຊົນແລະຣະບົບນິເວສແມ່ນ້ຳຂອງແລະທ່ານທ່ານໄດ້ສແດງຄວາມກັງວົລວ່າປຼະເທສອື່ນໆອີກ 
3 ປຼະເທສຈະສາມາດຄວບຄຸມກາຣດຳເນີນກາຣຂອງ ສປປລາວໄດ້ໜ້ອຽຫຼາຽພຽງໃດເພາະຍັງຄົງ
ມີກຼະແສຂ່າວສ້າງເຂື່ອນໄຊຍບຸຣີໃນພື້ນທີ່ອອກມາຢ່າງຕໍ່ເນື່ອງຊຶ່ງບຸຄຄົລພາຽນອກຍາກທີ່ຈະເຂົ້າ
ໄປຕຼວຈສອບໄດ້ທັ້ງໆທີ່ໂຄງກາຣນີ້ຍັງບໍ່ຜ່ານຄວາມເຫັນຊອບຮ່ວມກັນຂອງ 4 ປຼະເທສ.
    ໃນນິທັສກາຣດັ່ງກ່າວເພື່ອຈັດສແດງໃຫ້ເຫັນເຖິງຄວາມອຸດົມສົມບູນຂອງຣະບົບນິເວສວິທຍາ
ວິຖີຊີວິຕຂອງຊຸມຊົນຕຼອດແນວແມ່ນ້ຳຂອງແລະແຜນກາຣສ້າງເຂື່ອນຜລິຕກຼະແສໄຟຟ້າບົນແມ່ນ້ຳ
ຂອງຈຳນວນ 12 ເຂື່ອນ ຊຶ່ງນຶ່ງໃນຈຳນວນນີ້ຄືໂຄງກາຣເຂື່ອນໄຊຍບຸຣີໃນ ສປປ ລາວເປັນໂຄງກາຣ
ທີ່ມີຄວາມກ້າວໜ້າໃນກາຣພັທນາໂຄງກາຣ ຊຶ່ງໄດ້ເຂົ້າສູ່ຂະບວນກາຣພິຈາຣນາຕັດສິນໃຈຮ່ວມກັນ
ຂອງ 4 ປຼະເທສສມາຊິກພາຽໃຕ້ຂໍ້ຕົກລົງກາຣໃຊ້ແມ່ນ້ຳຂອງຢ່າງຢັ້ງຢືນຊຶ່ງໄດ້ລົງນາມຮ່ວມກັນມາ
ຕັ້ງແຕ່ປີ ພ.ສ. 2538.
    ຄັ້ງລ້າສຸດກາຣປຼະຊຸມຄນະກັມມາທິກາຣແມ່ນ້ຳຂອງຣະດັບຣັຖມົນຕຼີຂອງ 4ປຼະເທສທີ່ເມືອງສຽມ
ຣຽບປຼະເທສກັມພູຊາເມື່ອ 8 ທັນວາຜ່ານມາຄນະກັມມາທິກາຣດັ່ງກ່າວມີຄວາມເຫັນຮ່ວມກັນໃຫ້
ຊະລໍໂຄງກາຣເຂື່ອນໄຊຍບຸຣີອອກໄປກ່ອນ ແລະມີກາຣສຶກສາເພີ້ມເຕິມໃນເຣື້ອງຜົລກຼະທົບໃນ
ດ້ານຕ່າງໆເພື່ອປຼະກອບກາຣຕັດສິນໃຈ.
    ເຖິງແມ່ນໂຄງກາຣເຂື່ອນໄຊຍບຸຣີຈະຕັ້ງຢູ່ໃນປຼະເທສລາວ ແຕ່ກໍມີຄວາມກ່ຽວຂ້ອງກັບປຼະເທສ
ໄທຍຢ່າງໃກ້ຊິດ ເນື່ອງຈາກໄທຍຈະເປັນຜູ່ຊື້ໄຟເຖິງ 95% ແລະເປັນຜູ່ດຳເນີນກາຣກໍ່ສ້າງໂດຍ
ບໍຣິສັທເອກຊົນໄທຍ ຣວມທັງທນາຄາຣພານິຊຍ໌ໃນຂອງໄທຍ 4 ແຫ່ງກໍຈະໃຫ້ເງິນກູ້ກັບໂຄງ
ກາຣນີ້ສູງເຖິງ 75,000 ລ້ານບາທແຕ່ປຼະເດັນສຳຄັນຄື ຜົລກຼະທົບຂ້າມພຼົມແດນດ້ານທ້າຍນ້ຳຈະ
ເກີດຂຶ້ນຢ່າງຫຼີກລ້ຽງບໍ່ໄດ້ໃນທຸກປຼະເທສແມ່ນ້ຳຂອງຕອນລ່າງໄດ້ແກ່:ໄທຍ-ກັມພູຊາແລະວຽຕ
ນາມ.
    ຊຶ່ງໃນໂຄງກາຣເຂື່ອນໄຊຍບຸຣີນີ້ນາຍົກຯໄທຍຮຽກຮ້ອງໃຫ້ຣະງັບກາຣຊື້ໄຟຟ້າຈາກເຂື່ອນ
ໄຊຍບຸຣີແລະບໍ່ສນັບສນຸນເຂື່ອນໄຟຟ້າພລັງນ້ຳຂນາດໃຫຍ່ທັງ 12 ເຂື່ອນແລະກໍມີກາຣລຸກຮືຕໍ້
ຕ້ານຢ່າງຮຸນແຮງຈາກບັລດານັກອະນຸຣັກສ໌ນິຍົມ.
    ນັກເຄື່ອນໄຫວເຕືອນວ່າເຂື່ອນຂນາດ 1,260 ເມກະວັຕຕ໌ໃນລາວທີ່ເປັນ 1ໃນເຂື່ອນ 11 ແຫ່ງ
ທີ່ວາງແຜນຈະສ້າງຂຶ້ນໃນລຳແມ່ນ້ຳຂອງຕອນລ່າງ ຈະສົ່ງຜົລກຼະທົບຕໍ່ປຼະຊາຊົນປຼະມານ 60
ລ້ານຄົນທີ່ໃຊ້ຊີວິຕຢູ່ກັບລຳນ້ຳຂອງ. ໃນກອງປຼະຊຸມຝ່າຍໄທຍຜູ່ຈະຊື້ໄຟຟ້າຈາກເຂື່ອນແຫ່ງນີ້
ເຖິງ 95% ໄດ້ຣະບຸໃນກາຣປຼະຊຸມຣັຖມົນຕຼີສິ່ງແວດລ້ອມທີ່ມີຂຶ້ນໃນວັນນີ້ວ່າຈະບໍ່ຄັດຄ້ານໃນ
ໂຄງກາຣດັ່ງກ່າວ ແຕ່ວຽຕນາມແລະກັມພູຊາວິຕົກກັງວົລເຖິງຜົລກຼະທົບທີ່ຈະເກີດຂຶ້ນຈາກເຂື່ອນ
ຕໍ່ກາຣທຳຟາຣ໌ມປາແລະອຸຕສາຫະກັມປຼະມົງຈຶ່ງເຫັນຄວນສເນີໃຫ້ສຶກສາເພິ້ມເຕິມໃໝ່ພ້ອມທັງ
ສເນີເລື່ອນກາຣປຼະຊຸມກາຣສ້າງເຂື່ອນໃນຕອນລ່າງແມ່ນ້ຳຂອງອອກໄປອີກ 10 ປີ.
    ເຖິງແມ່ນຈະເກີດຄວາມວິຕົກກັງວົລເຖິງປຼະເດັນຕ່າງໆ ແຕ່ທຸກກາຣຕັດສິນໃຈທີ່ມີຂຶ້ນໃນກາຣ
ປຼະຊຸມວັນນີ້ຈະຍັງບໍ່ມີຜົລຜູກພັນທ໌ຕາມກົຕໝາຽລາວເພາະກົຕໝາຍລາວອ້າງອິງໃສ່ປຼະຊາຊົນ
ລາວວ່າຍັງຍາກຈົນຢູ່..
   ໃນເຣື້ອງນີ້ສຫາຽວີລະພົນ ວີຣະວົງ ຣມຕ.ຊ່ອຍກຼະຊວງພລັງງານແລະເໝືອງແຮ່ກ່າວກັບໜັງ
ສືພິມວຽງຈັນທຣ໌ທາຍສ໌ກຼະບອກສຽງແຫ່ງຣັຖວ່າຄວນອະນຸມັຕິດຳເນີນກາຣກໍ່ສ້າງຕໍ່ໄປເພາະຈະ
ບໍ່ກຼະທົບຕໍ່ປຼະເທສທີ່ຢູ່ໃນພຶ້ນທີ່ຕອນລ່າງ.
   ຂນະນັກສິ່ງແວດລ້ອມກ່າວວ່າຈະກຼະທົບຕໍ່ດັກສາຣອາຫາຣສຳຄັນຫຼາຽຊນິດ ສົ່ງຜົລໃຫ້ເທົາ
ເຕີບໂຕເພີ້ມຫຼາຍຂຶ້ນແລະຂັດຂວາງປາຫຼາຍສາຍພັນທ໌ທີ່ຈະລອຍນ້ຳຂຶ້ນມາເພື່ອວາງໄຂ່.
 ກົຕໝາຍລາວຍຸຄຜເດັຈກາຣໂຈຣຫ້າຮ້ອຍຄອງເມືອງ ຈະເອີ້ນວ່າເປັນກົຕໝາຍບໍ່ຖືກເພາະ
ພວກເຂົາຂຽນກັຍຢູ່ໃນຄນະກົມກາຣເມືອງແລ້ວນຳຜ່ານສະພາຕົບມືເພື່ອເຫັນຊອບເທົ່ານັ້ນ
ຕາມຈິງແລ້ວບໍ່ຜ່ານສະພາຕົບມືກໍໄດ້ເພາະເລຂາທິກາຣພັຄຕົກລົງພ້ອມຄນະໂປລິຕບູໂຣແລ້ວ
ໃຊ້ຕາງໄດ້ທັນທີຢູ່ແລ້ວ.

                                                    ລາວເສຣີ ຜູ່ມີເສຣີພາບ

                                           ຄວາມຜິດພາດຄັ້ງປຼະວັຕິສາສຕຣ໌ລາວ 2 ທັນວາ 1975
                            ຖືເປັນວັນປຸ້ນອຳນາຈຂອງປຼະຊາຊົນລາວ ທີ່ຍັງບໍ່ຍອມປ່ຽນແປງແລະແກ້ໄຂ

  ເມື່ອ 2 ທັນວາປີ 1975 ຖືວ່າເປັນປີທີ່ຊາວເຜົ່າພັນທ໌ລາວມີຄວາມແຕກແຍກຄັ້ງໃຫຍ່ແລະຖືວ່າເປັນວັນປຸ້ນ
ອຳນາຈຈາກປຼະຊາຊົນລາວທີ່ມີຣັຖບາລມາຈາກກາຣເລືອກຕັ້ງຢ່າງຖືກຕ້ອງຕາມປະຕິນຍາສາກົລແລະຖື
ເປັນກາຣປຸ້ນອຳນາຈທີ່ແອບອ້າງເອົາໜ້າປຼະຊາຊົນມາປຼະກາສເປັນພັຄປະຕິວັຕິປຼະຊາຊົນໂດຍແມ່ນແກວ
ເປັນຜູ່ຢູ່ເບື້ອງຫຼັງຂອງກາຣຍຶດອຳນາຈຣັຖດ້ວຽກອງກຳລັງທຫາຣ.
    ຢ່າງໃດກໍຕາມເຫຕຸກາຣນ໌ທາງກາຣເມືອງໃນລາວຂນະນີ້ຫາກມອງຜິວເຜີນວ່າມີຄວາມສງົບ ນັ້ນເປັນພຽງ
ລໍວັນຣະເບີດ ຊຶ່ງໃນຂນະທີ່ກຳລັງດຳເນີນໄປຢູ່ເວລານີ້ ຄົງບໍ່ມີນັກວິຊາກາຣລາວຄົນໃດທີ່ບໍ່ຮູ້ຈັກວ່າຄວາມຈິງ
ນັ້ນຄືຫັຽງ? ຄົງມີຫຼາຽຄົນພຍາມປະຕິເສທຄວາມຈິງທີ່ຈະຮັບຮູ້ແລະຍອມຮັບຢູ່ໃນໃຈອາຈມີ ຊຶ່ງຂນະດຽວກັນ
ກໍຍັງມີຫຼາຽພາຄສ່ວນໄປຍອມຮັບໃຊ້ໃນລັດທິອຸບາຕນີ້ ທັງນີ້ກໍເພາະຍັງຂາດຄວາມກ້າຫາຣ  ໃນຈິຕວິນຍານ
ແຫ່ງປຼະຊາທິປໄຕຍແລະອີກຫຼາຍເຫຕຸຜົລທີ່ພຍາຍາມໃຫ້ເຫຕຸຜົລກັບສັງຄົມດ້ວຍຈິຕວິນຍານແຫ່ງຄວາມ
ຢ້ານກົວເພາະຍັງເຊື່ອວ່າ"ຄອມມິວນິສຍ໌"ຍັງມີບົທບາດໃນສາກົລແລະຄອບງຳອິດທິພົລເຖື່ອນ ເປັນປັຈຈັຍ
ສຳຄັນໃນຣະບອບກາຣປົກຄອງຣັຖປັຈຈຸບັນຯ.
    ໃນຄວາມຢ້ານກົວທີ່ຢູ່ໃນກົ້ນບຶ້ງແຫ່ງພຶ້ນຖານຂອງຄວາມເປັນມະນຸສຍ໌ສາໂລກທີ່ຍັງບໍ່ແມ່ນມະນຸສຍ໌ຢ່າງ
ເຕັມພາຄພູມິເນື່ອງຈາກພຶ້ນຖານແຫ່ງຄວາມຂິ້ຂາດຕາຂາວນັ້ນມີຜົລປຼະໂຍຊນ໌ທັບຊ້ອນທີ່ເຮັດໃຫ້ຄວາມ
ຢ້ານກົວເກີດກາຣຕຶ່ນຕົວແລະສາມາດສ້າງເຫຕຸຜົລເພື່ອຢືນຢັນເຖິງຄວາມຂິ້ຂາດຕາຂາວທີ່ເປັນຢູ່ນັ້ນໃຫ້
ກັບຄືນມາເປັນຄວາມຊອບທັມໃນຄວາມຮູ້ສຶກຂອງສັງຄົມທັ້ງໆທີ່ຮູ້ແລ້ວວ່າ"ແມ່ນຫັຽງຄືຄວາມຈິງ".
     ສິ່ງສະທ້ອນຢ່າງຊັດເຈນທີ່ສຸດໃນສັງຄົມປຼະເທສນັ້ນຄື "ຣະບົບກາຣສຶກສາ"ທີ່ດ້ອຽປຼະສິດທິພາບແລະໄຮ້
ດຽງສາຢ່າງຫາທີ່ປຽບບໍ່ໄດ້ເພາະກຸ່ມກຳອຳນາຈຣັຖຯເອງສ່ວນໃຫຍ່ກໍບໍ່ຈົບ ປ.4 ໂດຍສເພາະຜູ່ກຳອຳນາຈ
ທີ່ສຳຄັນໃນນັ້ນກໍຄື: ສຫາຍ ຈູມມະລີ ໄຊຍສອນ ເປັນທັງປຼະທານປຼະເທສແລະເລຂາທິກາຣໃຫຍ່ຂອງພັຄ
ໂທນ ຊຶ່ງຖືວ່າເປັນຄນະ"ໂປລິຕບູໂລ"ຊຶ່ງມີອຳນາຈສູງສຸດ. ຕໍ່ມາແມ່ນສຫາຍທອງສິງ ທຳມະວົງ ນາຍົກຯ
ຫຸ່ນຜູ່ບອກໄດ້ໃຊ້ຟັງຂອງແກວແລະອັນດັບຕໍ່ມາກໍຄື ສຫາຍນາງປານີ ຢາຕູຊົວ ປຼະທານສະພາຕົບມືແຫ່ງ
ຣັຖຯຄົນທັງໝົດນີ້ຖ້າກາຣສຶກສາດີມີຄວາມຮູ້ 37 ປີຜ່ານມາກາຣພັທນາຄົງໄປໄກແລ້ວເພາະປຼະຊາກອນ
ລາວມີພຽງ 6 ກວ່າຄົນນຳມາສົບທຽບກັບຄວາມຊ່ອຍເຫຼືອຈາກນານາປຼະເທສຢ່າງນ້ອຍຄົນນຶ່ງຈະມີປຼະ
ມານຣາຍໄດ້ບໍ່ຕ່ຳກວ່າ $600-$800 ປີ.
    ໂຄງກາຣພັທນາຕ່າງໆທີ່ເກີດຂຶ້ນໃນປຼະເທສລາວທີ່ຜ່ານມາແລະທີ່ກຳລັງສ້າງຂຶ້ນຢູ່ຂນະນີ້ບໍ່ແມ່ນຈາກ
ຄວາມຮູ້ຄວາມສາມາດຂອງກຸ່ມກຳອຳນາຈຣັຖຯໃນເມື່ອກາຣສຶກສາບໍ່ມີຣະດັບຍ່ອມຈະບໍ່ເກີດວິສັຍທັສນ໌ໄດ້
ແລະທັງໝົດນັ້ນລ້ວນແຕ່ນານາຊາຕິມາສ້າງໃຫ້ປຼະຊາຊົນລາວ ພວກເຂົາພຽງເຊັນຮັບຮູ້ແລ້ວໂຄຊນາວ່າຣັຖ
ບາລລາວສ້າງເອງ ແຕ່ທາຕຸແທ້ຄືນຳເອົາຊັພພຍາກອນຕ່າງໆໃນປຼະເທສໄປແລກກັບກາຣພັທນາ.
     ສນັ້ນສິ່ງຕ່າງໆເຫຼົ່ານີ້ຈຶ່ງສະທ້ອນໃຫ້ເຫັນຊັດເຈນວ່າສັງຄົມປຼະເທສນີ້ຄືຣະບົບກາຣສຶກສາທີ່ດ້ອຍປຼະ
ສິດທິພາບແລະໄຮ້ດຽງສາຢ່າງທີ່ປຼຽບບໍ່ໄດ້ ຣະບົບກາຣສຶກສາທີ່ຖືກວາງຮາກຖານໄວ້ບົນພຶ້ນຖານແຫ່ງອຳ
ນາຈຂອງຄວາມຢ້ານກົວທີ່ຖືກສ້າງຂຶ້ນເພື່ອກົດທັບສັງຄົມສ່ວນໃຫຍ່ໃຫ້ຢູ່ພາຽໃຕ້ອຳນາຈຂອງກຸ່ມຄົນສ່ວນ
ນ້ອຍທີ່ມີອຳນາຈແລະອາວຸທຢູ່ໃນມືປຼະສານກັບພລັງວັທນະທັມທີ່ຖືກສ້າງຂຶ້ນເພື່ອກາຣຄອບງຳເຊັ່ນຕົວ
ຢ່າງທີ່ກຳລັງເກີດຂຶ້ນໃນຣະບົບກາຣສຶກສາຂນະນີ້ຄື ເສັງເຂົ້າຣະດັບປະຖົມສຶກສາຕ້ອງຈ່າຍ 5,000 ບາທ
ຫຼືຈ່າຍເປັນເງິນດອລລາຄົນລະ $1000 ຫາກຂຶ້ນຫ້ອງຣະດັບອຸດົມສຶກສາຕ້ອງຈ່າຍ 10,000 ບາທ
ຫາກເປັນດອລລາຕ້ອງ $2000-5000 ດອລລາ.
     ເມື່ອສອບເສັງອອກຈ່າຍອີກຕ່າງຫາກ ແຕ່ເທົ່າທີ່ຊາບມາປຼາກົຕວ່າ  $3000-5000 ແລະເມື່ອໄປສມັຄຣ
ງານຕ້ອງມີເງິນຕິດຖົງໄປດ້ວຍສຸດແລ້ວແຕ່ຕຳແໜ່ງ ຫາກຕຳແໜ່ງສຳຄັນຕ້ອງຈ່າຍເປັນໝຶ່ນດອລລາ. ອັນ
ນີ້ຄືຄວາມຈິງໃນປັຈຈຸບັນຂອງກົງຈັກຣພັຄ-ຣັຖຯຜເດັຈກາຣລາວ..ຂໍກ່າວພຽງຕົວຢ່າງ..
      ຫຼັງຈາກຂຶ້ນກຳອຳນາຈຣັຖຯຫຼືປຸ້ນອຳນາຈປຼະຊາຊົນລາວກັບສ້າງຄວາມເສັຽຫາຽໜັກຍິ່ງຂຶ້ນໃນສັງຄົມ
ແລະສິ່ງທີ່ກ່າວມານັ້ນເຫັນວ່າຍັງຄົງຢູ່ຄູ່ກັບສັງຄົມລາວໄປອີກນານນັ້ນຄື ກາຣແກ້ບັນຫາຕ່າງໆຕົກຢູ່ໃນ
ຄວາມຄວບຄຸມແລະຄອບງຳຂອງກຸ່ມກຳອຳນາຈຣັຖພຽງບໍ່ເທົ່າໃດຄົນດ້ວຍອຳນາຈເຜດັຈກາຣຊ້າຍຕົກ
ຂອບ..ແທນທີ່ຈະໃຊ້ກົລໄກຂອງປຼະຊາທິປໄຕຍແລະສ້າງກົຕໝາຍເປັນເຄື່ອງມືໃນກາຣຈັດກາຣ ຊຶ່ງທີ່ເປັນ
ຢູ່ປັຈຈຸບັນບໍ່ແມ່ນກົຕໝາຍພຽງເປັນກົຕຣະບຽບຂອງຣະບົບຜເດັຈກາຣຊົນຊັ້ນພັຄດຽວເທົ່ານັ້ນ.
       ຢ່າງໃດກໍຕາມ ບໍ່ວ່າພວກເຂົາຈະໃຊ້ອາວຸທເຂົ້າປຸ້ນອຳນາຈຈາກປຼະຊາຊົນໂດຽອາໃສແກວໜຸນຫຼັງໃນ
ກາຣປຸ້ນອຳນາຈໄປໄດ້ກໍຕາມເຊື່ອວ່າພວກເຂົາຄົງກຸມອຳນາຈເຖື່ອນນັ່ງຢູ່ບົນກອງທຸກຂ໌ຂອງລາວທຸກເຜົ່າ
ພັນທ໌ໄປບໍ່ໄດ້ນານ ເຊື່ອວ່າຟ້າດິນກຳລັງລໍລົງໂທສພວກເຂົາຢູ່ຕຼອດທັງວັນ.
      ມາເຖິງວັນນີ້ຈຶ່ງເຫັນໄດ້ວ່າກຸ່ມກຳອຳນາຈປັຈຈຸບັນບໍ່ໄດ້ຫວັງດີຕໍ່ຊາຕິແລະປຼະຊາຊົນລາວ ພວກເຂົາ
ພຽງປຸ້ນອຳນາຈເພື່ອກອບໂກຽຜົລປຼະໂຍຊນ໌ໃຫ້ຕົນເອງແລະແກວຜູ່ເປັນນາຍ ຍັງບໍ່ພໍພວກເຂົາຍັງປ່ອຍ
ໃຫ້ຈີນເຂົ້າມາຍຶດຄອງຜົລປຼະໂຍຊນ໌ຂອງປຼະຊາຊົນລາວອີກທາງພາຄເໜືອ ສ່ວນທາງພາຄກາງວຽງຈັນທຣ໌
ແມ່ນອະພິສິດທິຊົນຄົນສຍາມເປັນຜູ່ຄອງຜົລປຼະໂຍຊນ໌. ໃນເມື່ອພວກເຂົາໜ້າມືດ ຫູໜວກ ຕາຖົ້ວບໍ່ຮູ້ຈະ
ທຳຢ່າງໃດແລ້ວກໍມີທາງດຽວຄືກອບໂກຍໂກງກິນ ປ່ອຍໃຫ້ຕ່າງຊາຕິຖລຸງຊັພຍ໌ໃນດິນສິນໃນນ້ຳເອງເພາະ
ແມ້ແຕ່ກາຣຂຽນໂຄງສ້າງສັມປະທານຕ່າງໆລ້ວນແຕ່ແມ່ນຕ່າງຊາຕິຜູ່ໄດ້ສັມປະທານຂຽນກັນເອງທັງສິ້ນ
ແລ້ວບັລດາທ່ານຜູ່ອ່ານຄິດວ່າຢ່າງໃດ ຊັພຍ໌ພຍາກອນຕ່າງໆມັນຈະເຫຼືອໄວ້ໃຫ້ລູກຫຼານລາວໄວ້ເປັນຂວັນ
ຕາອີກຢູ່ບໍ? ບໍ່ແມ່ນແຕ່ເສິກແລ້ວແກວບໍ່ໜີເທົ່ານັ້ນ ພວກມັນຍັງດຶງເອົາຈີນ-ໄທຍເຂົ້າມາຂຍົ່ມຂຸດກົ່ນອີກຈົນ
ນານາຊາຕິບໍ່ຢາກເຫັນໜັງໜ້າພວກເຂົາແລ້ວເພາະຢ້ານຂໍຢືມເງິນແລະລະອາຍຕາງ.

                                                    ລາວເສຣີຜູ່ມີເສຣີພາບ
 

Wednesday, December 7, 2011

                                                        ວາຖະກັມ"ລາວເສຣີ ຜູ່ມີເສຣີພາບ"
                                        ສກິຈໃຕ້ສຳນຶກລາວທຸກເຜົ່າພັນທ໌ຜູ່ເປັນເຈົ້າຂອງປຼະເທສ !

ເມື່ອເຮົາຮູ້ຕົ້ນເຫຕຸຂອງບັນຫາ:
-ຖ້າທ່ານບໍ່ເປັນສ່ວນນຶ່ງຂອງກາຣແກ້ບັນຫາ ທ່ານກໍຕ້ອງເປັນສ່ວນນຶ່ງຂອງບັນຫາ!
-ທ່ານຕ້ອງກາຣຣັກສາຣະບອບຜເດັຈກາຣໄວ້ ຫຼືວ່າທ່ານຕ້ອງກາຣມີເສຣີພາບຯ
-ທຳເພື່ອຊາຕິແລະປຼະຊາຊົນຢ່າງຈິງໃຈຫຼືວ່າກຸມອຳນາຈໄວ້ເຂັ່ນລ້າງເຜົ່າພັນທ໌ແລະພຽງເພື່ອ
 ຜານຊັພຍ໌ພຍາກອນທັມຊາຕິໃຫ້ຈິບຫາຍ?
-ບັລດາທ່ານຕ້ອງປະຕິຮູປຫຼືຈະປະຕິວັຕິປ່ຽນຣະບອບ?ເມື່ອຮູ້ວ່າທີ່ຜ່ານມາ 37 ປີນັ້ນຜິດພາດ?
-ຄຳວ່າ"ກາຣເມືອງ"ເປັນຄຳທີ່ຖືກໃຊ້ມາໂດຽຕຼອດແລະເປັນຄຳທີ່ຖືກຕີຄວາມໄປຕ່າງໆນາໆ
 ແລະໃຊ້ໃຫ້ເປັນປຼະໂຍຊນ໌ແກ່ກຸ່ມຕົນແລະພັຄພວກ ບໍ່ວ່າຈະໃນກາຣດີຫຼືກາຣຊາມ. ຖ້າເຮົາຈະ
 ທົດລອງເປີດພັຈນານຸກົມສບັບພາສາລາວເດີມໆບໍ່ແມ່ນພາສາ ປ.4 ສອນນົກແກ້ວແລ້ວເຮົາຈະ
ພົບວ່າ"ກາຣເມືອງ"ມີຄວາມໝາຽຫຼາຍຢ່າງຄືສ້າງຄວາມໝາຍຢ່າງແຄບໆແລະຄວາມໝາຽຢ່າງ
ກວ້າງ?
-ຄວາມໝາຍຢ່າງແຄບກໍມີເຊັ່ນກາຣເມືອງໝາຍເຖິງ"ສາສຕຣ໌ຫຼືສິລປະໃນກາຣປົກຄອງ"ຫຼືໝາຍ
ເຖິງ"ສາສຕຣ໌ແລະສິລປະທີ່ກ່ຽວກັບກາຣເອົາໄຊຊນະແລະມີອຳນາຈເໜືອກວ່າໃນກາຣປົກຄອງ"
ດັ່ງນັ້ນໃນຄວາມໝາຍແຄບໆ"ກາຣເມືອງ"ອາຈຈະເຂົ້າໃຈພຽງວ່າເປັນກັມຂອງບັລດານັກກາຣ
ເມືອງທັງຫຼາຍແລະເປັນກິຈກັມໃນຣະດັບສູງຫຼືເປັນເຮືອງຂອງກາຣແຍ້ງອຳນາຈກັນໃນກາຣປົກ
ຄອງແລະມັກມີໃຫ້ເຫັນປຼະຈຳໃນຄວາມໝາຍນີ້.
  ນອກນັ້ນຍັງຖືກມອງໄປໃນແງ່ຂອງຄວາມຊາມຫຼືໃນແງ່ຂອງກາຣແກ່ງແຍ້ງອຳນາຈຫຼືຄວາມທະ
ເຍີທະຍານ ມັກໃຫຍ໋ໄຝ່ສູງໃນເຣື້ອງຂອງຄົນຜູ່ຢາກຈະເປັນຣັຖບາລຫຼືມີອິດທິພົລໃນຣັຖບາລຣະ
ດັບສູງ.
  ແຕ່ຄວາມໝາຍຂອງ"ກາຣເມືອງ"ບໍ່ໄດ້ມີຢູ່ຢ່າງແຄບໆເທົ່ານັ້ນ"ກາຣເມືອງ"ຍັງມີຄວາມໝາຽ
ຢ່າງກວ້າງໆອີກດ້ວຽ..ແລະເປັນຄວາມໝາຍທີ່ບໍ່ຈຳເປັນຈະຕ້ອງຢູ່ໃນຣະດັບສູງສເມີໄປ ອາຈເປັນ
ເຣື້ອງຂອງຣະດັບຕ່ຳແລະເປັນຂອງສາມັນຊົນດ້ວຍ.
  ດັ່ງນັ້ນ"ກາຣເມືອງ"ບໍ່ແມ່ນເຣື້ອງຜູກຂາດ...ໃນຄວາມໝາຍຢ່າງກວ້າງໆພົຈນານຸກົມຈະໃຫ້
ຄວາມໝາຽວ່າ"ກາຣເມືອງ"ເປັນເຣື້ອງຂອງມະນຸສຍ໌ຕ່າງໆຫຼາຍເຜົ່າພັນທ໌ໃນສັງຄົມ ຊຶ່ງກໍໝາຍ
ເຖິງພຶຕຕິກັມທັງໝົດຂອງຄວາມສັມພັນທ໌ໃນທຸກໆດ້ານຂອງມວລມະນຸສຍ໌ທີ່ຢູ່ໃນສັງຄົມເຊື່ອແນ່
ວ່າຄົງບໍ່ມີມະນຸສຍ໌ເພສໃດໆເຜົ່າພັນທ໌ໃດໆຢູ່ນອກສັງຄົມໄດ້ເລີຍ.
  ດັ່ງນັ້ນແມ້ແຕ່ພໍ່ຄ້າແມ່ຄ້າຫາບເລ້ຈະຕໍ່ຣອງເພື່ອຂາຍຂອງໃນບໍຣິເວນສຖານທີ່ໃດໆກໍເປັນເຣື້ອງ
ກາຣເມືອງທັງສິ້ນ..ແລະໃນທາງກັບກັນນັ້ນທາງກາຣຫ້າມບໍ່ໃຫ້ຂາຍຕາມທາງເດີນກໍເປັນເຣື້ອງ
ກາຣເມືອງຢູ່ດີ..ຫຼືກາຣທີ່ນາຍຈ້າງຈັດກາຣງານຂອງຕົນໃຫ້ລູກຈ້າງມີຄ່າຈ້າງຊົ່ວໂມງທຳງານ
ໃນອັຕຼານຶ່ງໆກໍເປັນເຣື້ອງກາຣເມືອງ ຊຶ່ງໃນທາງກັບກັນ ລູກຈ້າງຕ້ອງກາຣອີກແບບນຶ່ງກໍເປັນ
ກາຣເມືອງອີກຢູ່ນັ້ນແຫຼະ!!
    ທັງນີ້ກໍເພາະທັງໝົດເປັນຄວາມສັມພັນທ໌ຂອງມະນຸສຍ໌ຕ່າງໆໃນສັງຄົມໃນໂລກໃບນີ້ຫຼືໃນປຼະ
ເທສຂອງເຮົາ ຊຶ່ງຖືເປັນໂລກຂອງບັນຫາ ຈະບໍ່ມີທີ່ແຫ່ງໃດ ບໍ່ວ່າໃນເວລາໃດທີ່ຈະບໍ່ມີບັນຫາ
ຈະແຕກຕ່າງກັນກໍແຕ່ວ່າ ຈະມີບັນຫາໜ້ອຍຫຼືຫຼາຽເທົ່ານັ້ນເອງ.
   ໃນເມື່ອມີບັນຫາຢູ່ໃນໂລກເປັນປຼະຈຳແລ້ວກໍຈະຕ້ອງມີກາຣແກ້ບັນຫາກັນຢູ່ຫຼາຽຣູປແບບຫຼື
ໃນຫຼາຍຈັງຫວະໄປຕາມກາລເທສະເປັນປຼະຈຳອີກເຊັ່ນກັນ. ສນັ້ນຄວາມພຍາຍາມແກ້ບັນຫາ
ກໍເປັນກາຣເມືອງອີກຢ່າງນຶ່ງ..ແລະກາຣຢູ່ນິ້ງເສີຽໂດຍບໍ່ຍອມຮັບຮູ້ໃນກາຣແກ້ບັນຫາກໍເປັນ
ເປັນກາຣເມືອງອີກຢ່າງນຶ່ງ ຊຶ່ງມັກມີຄຳກ່າວຂອງນັກປຣາຊຍ໌ທີ່ວ່າ"..ຄົນທີ່ວ່າຕົນເອງບໍ່ກ່ຽວ
ຂ້ອງກັບກາຣເມືອງ ກໍເປັນກາຣເມືອງຕັ້ງແຕ່ເຣິ້ມເອີ່ຍປາກແລ້ວ".
   ທັງນີ້ເພາະຄົນທີ່ບໍ່ຍອມກ່ຽວຂ້ອງແກ້ບັນຫາກໍກັບກາຍເປັນຄົນທີ່ດຶງໃຫ້ທຸກຢ່າງຢູ່ກັບທີ່ຈຶ່ງ
ເລີຍກາຍເປັນ"ຕົວບັນຫາ"ໄປໃນຕົວໂດຽບໍ່ຮູ້ສຶກຕົວ ຫຼືຈະກ່າວອີກນັຍນຶ່ງກໍຄື"ຖ້າທ່ານບໍ່ເປັນ
ສ່ວນນຶ່ງຂອງກາຣແກ້ບັນຫາ ທ່ານກໍເປັນສ່ວນນຶ່ງຂອງບັນຫານັ້ນເອງ"ດັ່ງນັ້ນຈຶ່ງຂໍຝາກໄວ້ແກ່
ຄົນລາວທຸກເຜົ່າພັນທ໌ໃຫ້ມີຈິຕສຳນຶກຕໍ່ຖານະນັລດອນຊາຕິກຳເນີດຂອງຕົນທຸກໆທ່ານ!!


                                  ລາວເສຣີຜູ່ມີເສຣີພາບ

Tuesday, December 6, 2011

                                      ມັນບໍ່ແມ່ນເຣື້ອງເກີນຄວາມເປັນຈິງ ຫາກກຸ່ມຜເດັຈກາຣ
                 ຣັຖບາລຫຸ່ນຕ້ອງກາຣຄິດຢາກຈະແກ້ບັນຫາກາຣແກ້ບັນຫາມັນຕ້ອງແກ້ຕົ້ນຕໍຂອງ
              ບັນຫາ..ບັນຫາຕົ້ນຕໍຄືຄວາມບໍ່ເປັນເອກພາບຂອງຄົນໃນຊາຕິແລະພຶ້ນຖານຂອງຄົນທີ່
               ມີຣະດັບກາຣສຶກສາໂດຍກາຣຮັບຮູ້ຂອງນານາຊາຕິ!!ຫາກຈະຖາມວ່າໜັກໄປກວ່ານັ້ນ
               ແມ່ນຫັຽງເຮັດໃຫ້ຊາຕິຖອຍຫຼັງ? ຕອບສັ້ນໆໄດ້ວ່າ"ຣະບອບ"ເປັນຕົວກາຣຄວາມຖ່ວງ
               ດຶງທັງໝົດ.!!

 ມັນອາຈເປັນເວຣກັມຂອງຊາວລາວທັງຊາຕິກໍໄດ້ ເມື່ອຍຸຄສົງຄາມໂລກນັ້ນເມືອງລາວຖືກຄອບງຳ
ຈາກອິດທິພົລຝຼັ່ງເສສພ້ອມສອນໃຫ້ຄົນລາວໂງ່ ສອນໃຫ້ນອນກາງວັນ..47 ປຼະເທສປາກພາສາຝຼັ່ງ
ຊຶ່ງກໍເຄີຍເປັນເມືອງຂຶ້ນຂອງຝັຼ່ງເສສ ແຕ່ລະປຼະເທສທຸກຈົນແລະພົລເມືອງກາຍເປັນຄົນໂງ່ກັນທັງ
ປຼະເທສຈົນກາຍເປັນປຼະເທສດ້ອຍພັທນາເທົ່າທຸກວັນນີ້.
      ໃນຂນະຜ່ານມາແລ້ວ 37 ປີນຶກວ່າເວຣກັມຂອງຊາຕິລາວຈະໝົດໄປ ຊ້ຳພັດກັບຄືນມາເປັນປຼະ
ເທສອານານິຄົມຂອງວຽຕນາມຕຶ່ມອີກຍ້ອນຄົນລາວບາງກຸ່ມຕົກໄປເປັນສົງຄາມຕົວແທນຂອງແກວ
ພຽງຫວັງຢາກເປັນໃຫຍ່ໄຝ່ສູງເຖິງຂັ້ນເອົາດິນແດນລາວບາງພາຄສ່ວນໄປແລກກັບອຳນາຈເພື່ອມາ
ປຸ້ນອຳນາຈຈາກປຼະຊາຊົນກ້າວຂຶ້ນມາເປັນໃຫຍ່ເພື່ອກອບໂກຽໂກງກິນສເວີຍສຸຂບົນກອງທຸກຂ໌ຂອງ
ລາວທັງຊາຕິ ຍັງບໍ່ພໍຍັງນຳເອົາແກວເຂົ້າມາເຂັ່ນຂ້າຄົນໃນຊາຕິດຽວກັນຕື່ມອີກ.
      ໃນຊ່ວງ 37 ປີຈອດຮອດມື້ນີ້ພວກເຂົາບໍ່ເຄີຍຄິດໃນກາຣໂຮມຊາຕິເພື່ອກາຣພັທນາຊາຕິໃຫ້ກ້າວ
ໄປຂ້າງໜ້າເທົ່າທຽມອາຣະປຼະເທສເຂົາໃນຂນະທີ່ກຸ່ມກົງຈັກຣພັຄ-ຣັຖມືດບອດທາງປັນຍາເພາະແຕ່
ລະຄົນພາຽໃນກຸ່ມຜູ່ຮັບຜິດຊອບຕໍ່ຊະຕາກັມຂອງຊາຕິຊ່ວງຫົວລ້ຽວຫົວຕໍ່ນີ້ພວກຍັງບໍ່ຍອມຮັບຄວາມ
ເປັນຈິງຂອງຄວາມມືດບອດໃນປັນຍາຂອງພວກເຂົາ ຂໍຍົກເວັ້ນພຽງບາງບຸຄຄົນທີ່ມີປັນຍາແຕ່ທຳກາຣ
ໃດໆບໍ່ໄດ້ເພາະມັນໄປຂັດກັບກຸ່ມກຼົມກາຣເມືອງຂອງພັຄໂທນ ຊຶ່ງໃນນິ້ມີສຫາຍຈົມມະລີ ໄຊຍະສອນ
ເປັນເລຂາທິກາຣພັຄແລະສຫາຍທອງສິງ ທັມມະວົງເປັນນາຍົກແລະສຫາຍປານີເປັນປຼະທານສະພາ
ຕົບມືຜູ່ດ້ອຍກາຣສຶກສາ ບໍ່ມີແນວຄິດປຼະດິສສ້າງໃຫ້ສູງແລະທັນກັບສະພາບຄວາມເປັນຈິງຂອງໂລກ
ຍຸຄໂລກາພິວັຕນ໌ນັ້ນເອງ.
    ເມື່ອຣະດັບກາຣສຶກສາຕ່ຳ ຄວາມສາມາດກໍຕ່ຳ ປັນຍາກໍອ່ອນເປັນເງົາຕາມຕົວ ບໍ່ດັ່ງນັ້ນໂລກເຂົາ
ຄົງບໍ່ຕັ້ງຣະດັບມຫາວິທຍາລັຍໄວ້ຕ້ອນຮັບຜູ່ນຳຫຼືຜູ່ບໍຣິຫາຣໄວ້ໂດຍສເພາະກາຣເປັນນັກບໍຣິຫາຣ
ຈະຕ້ອງໄດ້ຜ່ານ"ຣັຖສາສຕຣ໌ ບໍຣິຫາຣສາສຕຣ໌"ເປັນຫຼັກບໍ່ແມ່ນຈັບເອົາລິງຢູ່ປ່າມາເປັນຜູ່ນຳ.
     ນອກຈາກບໍ່ຄິດແກ້ໄຂບັນຫາດັ່ງກ່າວແລ້ວ 37 ປີຜ່ານມາພວກເຂົາຍັງບໍ່ມີທາງອອກເພາະບໍ່ຮູ້ວິທີ
ທັ້ງໆທີ່ຄົນລາວມີທົ່ວໂລກສາມາດຊ່ອຍໄດ້ ແຕ່ພວກເຂົາຢ້ານລາວເສຣີມາເປັນນາຍແລະຢ້ານເກີດ
ກາຣເອົາຄືນເຣື້ອງທີ່ຜ່ານມານັ້ນເອງ.
     ກາຣທີ່ພວກເຂົາບໍ່ຄິດຢາກຊອກແກ້ໄຂບັນຫາໃຫ້ປຼະຊາຊົນຜູ່ເສັຽພາສີແລະເປັນເຈົ້າຂອງປຼະເທສ
ທີ່ແທ້ຈິງນັ້ນພວກເຂົາຖືວ່າມີພຽງພວກຕົນເທົ່ານັ້ນເປັນເຈົ້າຂອງປຼະເທສດັ່ງນັ້ນເມືອງລາວເຮົາຈຶ່ງຕົກ
ຢູ່ໃນວົງຈອນອຸບາທມາເທົ່າທຸກວັນນີ້.
     ໃນກາຣປ່າວປຼະກາສໂທຣະໂຂ່ງຄັ້ງແຣກວ່າໃນປີ 2012 ຈະເຮັດໃຫ້ປຼະຊາຊົນລາວຜ່ານພົ້ນູວາມ
ຍາກຈົນ ຕໍ່ມາວ່າໃນປີ 2016 2020 ຂຍາຍໄປເຣື້ອຽໆທັ້ງໆທີ່ຊັພຍ໌ໃນດິນສິນໃນນ້ຳຜານໄປໃກ້ຈະໝົດ
ຍັງບໍ່ປຼາກົຕຊັດເຈນວ່າລາວຈະພົ້ນຈາກຄວາມຍາກຈົນເລີຍມີແຕ່ດຳດິ່ງລົງກົ້ນເຫວ.  
     ທັງນີ້ຣະບອບຜເດັຈກາຣບໍ່ວ່າຊ້າຍຈັດຫຼືຂວາຈັດນັ້ນແຫຼະຄືຕົວຖ່ວງດຶງຄວາມຈເຣີນ..ດັ່ງນັ້ນພວກ
ໃດຍັງບໍ່ຕາສວ່າງລຸກຂຶ້ນຕໍ່ຕ້ານຖືວ່າພວກນັ້ນຍອມຈຳນົນເປັນສຸນັຂຮັບໃຊ້ຜເດັຈກາຣທັງນີ້ເພຼາະຣະ
ບອບຜເດັຈກາຣທຳລາຍຄວາມໜ້າເຊື່ອຖືຣະດັບນານາຊາຕິ,ທຳລາຍວັທນະທັມ ທຳລາຍສິດທິພຶ້ນ
ຖານຂອງຄົນໃນຊາຕິ ຈຶ່ງຖືໄດ້ວ່າຣະບອບດັ່ງກ່າວບໍ່ເໝາະສົມກັບຄົນລາວທຸກເຜົ່າພັນທ໌.
      ເຄື່ອງມືຮັບໃຊ້ຜເດັຈກາຣລາວຄື:ກຼົມກາຣເມືອງ, ຜູ່ມີອຳນາຈສູງສຸດໃນຜເດັຈກາຣລາວຄືເລຂາ
ທິກາຣພັຄ-ສາລທີ່ຕ້ອງປະຕິບັຕິຕາມອຳນາຈຂອງກຼົມກາຣເມືອງເພາະໃນກົຼມກາຣເມືອງເຂົາຣວມ
ເອົາ 3 ອຳນາຈເຂົ້າເປັນອັນດຽວກັນ ຜູ່ມີອຳນາຈສັ່ງກາຣຊ້າຍຫຼືຂວາກໍຄືສຫາຍຈູມມະລິ ໄຊຍະສອນ
ສະພາເປັນພຽງສະພາຕົບມື,ສາລເປັນພຽງສາລເຕັ້ຽຮັບສັ່ງມາຈາກເລຂາທິກາຣພັຄແລະກຼົມກາຣ
ເມືອງ. ດັ່ງນັ້ນລາຍເຊັນຂອງສຫາຍຈູມມະລີ ຖືວ່າເປັນລາຍເຊັນສູງສຸດຈະມອບດິນດອນໃຫ້ຊາຕິ
ໃດໆກໍໄດ້ເໝືອນກັບມື້ລາງສຫາຍໄກສອນ ພົມວິຫາຣທີ່ເຊັນໃຫ້ແກວຫອບລູກຈູງເຕົ້າເຂົ້າມາຢູ່ໃນ
ລາວສມັຍເປັນເລຂາທິກາຣພັຄໂທນ,ສມັຍຄຳໄຕ ສີພັນດອນບໍ່ຄ່ອຍຮຸນແຣງເທົ່າກັບສອງສຫາຽນີ້
ເພາະສຫາຍຄຳໄຕ ສີພັນດອນຈົບແຊກທີ່ຮ່າໂນຍສມັຍອິນໂດຈີນຕ່າງກັບສຫາຍຈູມມະລີແລະ
ສຫາຽທອງສິງ ທັມມະວົງຊຶ່ງບໍ່ມີປຼະຫວັຕຣະດັບກາຣສຶກສາ..ຈຶ່ງບໍ່ຮູ້ຜິດຫຼຶຖືກຈຶ່ງພາກັນກອບໂກຽ
ໂກງກິນກັນສນັ່ນເມືອງຈົນນານາປຼະເທສບໍ່ຢາກມາເຢືອນຢ້ານຂໍຢືນເງີນ.
      ຫາກຕ້ອງກາຣປົດໜີ້ສິນ ປອດຈາກກາຣດ້ອຍພັທນາຕ້ອງຍອມຮັບກາຣປ່ຽນຣະບອບຢ່າງດຽວ 
ອັນນີ້ແຫຼະພາສາລາວຈຶ່ງປ່ຽນແປງໄປເພາະຣະດັບກາຣສຶກສາເຂົາບໍ່ຮອດຊັ້ນປະຖົມຈຶ່ງຕັດດັດ
ແປງພາສາຕາມທີ່ພວກຕົນຮຽນມາພຽງໃນຣະດັບນີ້.


                                                     ລາວເສຣີ ຜູ່ມີອິສຣະເສຣີ
    
    

Friday, December 2, 2011

                                                           ປຼະຫຍໍ້ທ້າວສຸພານຸວົງຫຼືຊື່ຫຼິ້ນ"ຜັ້ນ"

  ຫຼັງຈາກນັ້ນມາປຼະມານໄດ້ສິບກວ່າປີ ໝ່ອມຄຳອ້ວນທີ່ມີອາຍຸໜ່ອມນ້ອຍໃນວັຍພຽງ 23 ປີເນື້ອ
ໜັງຍັງໜຸ່ມແໜ້ນຊຶ່ງໄດ້ກາຍມາເປັນເມັຽຂອງເຈົ້າປັນຍາທິພ ໂອຣົສຂອງເຈົ້າກຼົມມະນາ ກ່ຳ
ທີ່ເປັນນ້ອງຊາຍຕ່າງມາຣດາກັບເຈົ້າມຫາອຸປຣາຊບຸນຄົງ ແລະເຈົ້າປັນຍາທິພຍັງເປັນນ້ອງ
ຊາຍຂອງມເຫສີຄຳອ້ວນ 2ຂອງເຈົ້າມຫາຊີວິຕ ສຣີສວ່າງວົງທີ່ມາໄດ້ບຸຕຣນຳກັນ 2 ອົງຄ໌ດັ່ງ
ຣາຍລະອຽດ:
-ສເດັຈເຈົ້າຟ້າຍິງ ຄຳອົ້ນ ພຼະຊາຍາອົງທີ ສອງຂອງເຈົ້າຟ້າເສຖຖາ ກຼົມພຼະວັງນ້ອງຊາຍຕ່າງ
 ມາຣດາຂອງເຈົ້າສຣີສວ່າງວົງແລະ
-ສເດັຈເຈົ້າຟ້າຊາຍອິນທະວົງ ລູກເຂີຍຂອງສເດັຈເຈົ້າຟ້າຍິງ ສັມມະທິທີ່ແຕ່ງງານກັບເຈົ້າຄຳ
ສຸຂ ຢູ່ວັງຫຼັງ ເຈົ້າຟ້າຍິງສັມມະທິແມ່ນນ້ອງສາວຈາກບິດາມາຣດາດຽວກັບເຈົ້າສຣີສວ່າງ ວັທ
ນາ(ກຼະສັຕຣິຍ໌ອົງຄ໌ສຸດທ້າຽ)ພ້ອມຄອບຄົວ 7 ພຼະອົງຄ໌ທີ່ຖືກກຸ່ມກຳອຳນາຈທໍຣະຣາຊຜເດັຈກາຣ
ລາວນຳໄປຈອງຈຳທໍຣະມາຣຈົນສິ້ນພຼະຊົນໃນຄຸກກັກກັນຊຳເໜືອເມື່ອປີ 1975.-
 -ເຈົ້າປັນຍາທິພມີລູກເປັນຍິງ 2ຄົນກັບໝ່ອມຄຳອ້ວນມີຄື:
   1-ເຈົ້າຍິງຄຳອົ້ນ ຊາຍາຂອງອະດີຕນາຍົກຯສົມສນິທ ວົງກົຕຣັຕນະແລະ2-ເຈົ້າອ່ອນແກ້ວ. 
ສ່ວນລູກແທ້ໆຂອງໝ່ອມຄຳອ້ວນກັບເຈົ້າມຫາອຸປຣາຊບຸນຄົງນັ້ນມີ ລູກຍິງ 2 ອົງດັ່ງນີ້ຄື:
    1-ເຈົ້າຍິງທະວິວັນ ແຕ່ງງານກັບອ້າຍ ຕ່າງມາຣດາຄືເຈົ້າກິນດາວົງ ມີລູກຄື:
       -ນາຍພົລ ເຈົ້າວົງ ຣັຕນະກິນດາ ອົງຄ໌ຣັກເຈົ້າສຸວັນພູມາ
       -ນາຍພົລ ເຈົ້າມານິວົງ ກິນດາວົງ(ຄາບກອກ)ຣອງ ຜບ.ທຫາຣພາຄ 2 ວັງປາວ.
       -ພ.ອ.ເຈົ້າສິນທນະວົງ ກິນດາວົງ ຜບ.ເຫຼົ່າທັພເຮືອ.
    2-ເຈົ້າຍິງ ຈິນດາວົງ ຣັສມີແຕ່ງງານກັບເຈົ້າເມືອງປາກແຊງຄືເຈົ້າຣັງສີ ຜາສຸຂ ຊຶ່ງລູກຊາຍຄົນ
        ນຶ່ງຄື ຂຸນຕຳຣວຈ.ເຈົ້າສີຫາຣາຊ ຜາສຸຂຝ່າຍເປັນກາງ.
      -ໝ່ອມຄຳອ້ວນອະດີຕນາງງາມສມັຍຕົ້ນສັຕວັຕິທີ 20 ໃນປີ 1900 ທີ່ນະຄອນຫຼວງພຼະບາງສິ້ນ
ອາຍຸຂັຍຍ້ອນໂຣຄສມອງເສື່ອມເມື່ອປີ 1959 ທີ່ໂຮງຂອງເຈົ້າສົມສນິທ ວົງກົຕຣັຕນະ ຄຸ້ມວັດໄຕຍ
ໃຫຍ່ ວຽງຈັນທຣ໌ອາຍຸໄດ້ 74 ປີ.

                        ພວກເຮົາຂໍສະແດງຄວາມເຄົາຣົພແລະຂອບໃຈນຳພນະທ່ານຜູ່ຣຽບຣຽງ
                       ປຼະຫວັດຫຍໍ້ຂອງທ້າວສຸພານຸວົງຫຼືທີ່ສຖາປນາເອີ້ນວ່າ"ເຈົ້າສຸພານຸວົງ"
                                                   ໄວ້ແຕ່ພຽງເທົ່ານີ້ ..
    
                                               ລາວເສຣີ ຜູ່ມີອິສຣະພາບທາງຄວາມຄິດ 
                                                        ປຼະຫວັດເຈົ້າແດງ ສຸພານຸວົງຫຼືຜັ້ນ
            ສຫາຽເຈົ້າແດງສຸພານຸວົງບໍ່ແມ່ນເຊື້ອເຈົ້າ ເປັນພຽງ"ລູກທາງ"ຂອງໝ່ອມຄຳອ້ວນ
ຈາກຂໍ້ມູລທີ່ເປັນພາສາຝຼັ່ງທີ່ຣຽບຣຽງແປອອກມາສູ່ສາຍຕາປຼະຊາຊົນລາວສ່ວນຣາຍລະອຽດ
ຍັງບໍ່ທັນນຳເອົາລົງເພາະເຈົ້າຂອງຣາຍງານບອກວ່າຈະສົ່ງໃຫ້ຕາມພາຽຫຼັງ..ໃນສບັບຖາວອນ.


    ສຫາຍເຈົ້າແດງສຸພານຸວົງ ເປັນວິຊວະກອນດ້ານສ້າງຖນົນຫົນທາງແລະຂົວໄຕ່ຄົນທຳອິດຂອງ
ຊາວລາວ ສຫາຍສຳເຣັຈກາຣສຶກສາຮັບໃບປຼະກາສນິຍາບັຕຣຈາກໂຮງຮຽນຊັ້ນສູງທີ່ປຼະເທສຝຼັ່ງ
ເສສ ສຫາຍສຸພານຸວົງບໍ່ແມ່ນເຊື້ອເຈົ້າລາວດັ່ງທີ່ຫຼາຍຄົນເຂົ້າໃຈວ່າເປັນໂອຣົສຂອງເຈົ້າມຫາອຸປ
ຣາຊບຸນຄົງ ກຼະສັຕຣິຍ໌ວັງໜ້າ. ໃນຄວາມເປັນຈິງນັ້ນສຫາຍແມ່ນລູກທາງຂອງໝ່ອມຄຳອ້ວນກັບ
ທິຕຜິວບ້ານວັດທາຕຸຫຼວງພຼະບາງທີ່ໄດ້ຮັບຍົສບັລດາສັກດິ໌ເປັນພຼະຍາມະຫາມົນຕຼີ.
     ເຈົ້າຂອງເອກສິດທິໃນໜັງສືຊີວະປຼະວັຕິຣາຊວົງລາວຍັງໄດ້ຮູ້ເຖິງຄວາມລັບສລັບສັບຊ້ອນເຖິງ
ຂັ້ນຊີວິຕນີ້ມາຕັ້ງແຕ່ສມັຍລາວ"ອິສຣະ"ປີ 1945 ..ທ່ານກ່າວວ່າ ຂ້າພະເຈົ້າມີໜ້າທີ່ແລະຈຳເປັນ
ຕ້ອງນຳອອກເຜີຍແພ່ຄວາມຈິງທີ່ຊາວລາວຣຸ້ນອາວຸໂສ ຊຶ່ງເຣື້ອງນີ້ໃນນະຄອນຫຼວງພຼະບາງໃນຍຸຄ
ຣາຊອານາຈັກຣຖືເປັນຄວາມລັບຣາຊກາຣມາຕັ້ງແຕ່ປີ 1909 ຄືເມື່ອຮ້ອຍປີກ່ອນ.
   ຢ່າງໃດກໍດີເມື່ອບ້ານເມືອງຕົກໃນສະພາບຢ່າງນີ້ເພື່ອໃຫ້ລູກລາວຫຼານລາວໄດ້ນຳໄປເປັນພົງສາ
ວະດາລຈຶ່ງຕັດສິນໃຈນຳເອກສາຣເຣື້ອງນີ້ອອກມາ. ເມື່ອປີ 2010 ທີ່ຜ່ານມານັ້ນທາງກາຣຂອງກຸ່ມ
ຜເດັຈກາຣລາວໃນໂອກາສກາຣສເລີມສລອງຄົບຮອບ 450 ປີຂອງກາຣສ້າງຕັ້ງນະຄອນວຽງຈັນທຣ໌
ໂດຽເຈົ້າມະຫາຊີວິຕໄຊເສຖຖາທິຣາຊ,ສຫາຍສຸພານຸວົງພ້ອມລູກແຖວໄດ້ຖືກຍ້ອງແລະໄດ້ຖືກສຖາ
ປນາໃຫ້ຂຶ້ນມາເກືອບທຽບເທົ່າເຈົ້າມະຫາຊີວິຕຢ່າງບັງອາຈ ຊຶ່ງມັນຕຼົງກັນຂ້າມກັບຄວາມເປັນຈິງທີ່
ພວກເຂົາບໍ່ອາຍຕໍ່ບັລພຼະບຸຣຸສລາວຜູ່ທຣົງສິລ.
   ທາຕຸແທ້ຂອງທ້າວສຸພານຸວົງແລະຖັນແຖວນັ້ນເປັນພຽງກະບົຕຊາຕິແລະເປັນຄາຕກອນຂ້າລ້າງ
ເຜົ່າພັນທ໌ລາວ ສິ່ງເຫຼົ່ານີ້ແຫຼະຈຶ່ງເປັນສິ່ງດົລບັລດານໃຈໃຫ້ນຳເອົາຄວາມຈິງເຫຼົ່ານີ້ອອກເຜີຽແພ່
ຕໍ່ເພື່ອນຮ່ວມຊາຕິແລະໂດຍສເພາະອານຸຊົນຣຸ້ນຫຼັງແລະຊາວໂລກໄດ້ຊາບຄວາມເປັນຈິງຂອງສຸ
ພານຸວົງ ເຖິງແມ່ນເຂົາຈະເສັຽຊີວິຕໄປແລ້ວກໍຕາມ.
   ກາຣທີ່ນຳເອົາຄວາມຈິງເຫຼົ່ານີ້ອອກເຜີຍແພ່ອີກຢ່າງນຶ່ງນັ້ນບໍ່ໄດ້ໝາຍຄວາມວ່າເພື່ອເປັນກາຣ
ປຼະນາມຫຼືກ່າວໂຈມຕີຫຼືກາຣແກ້ແຄ້ນເຣື້ອງສ່ວນຕົວກັບຄອບຄົວຫຼືເພື່ອນມິຕຣຂອງທ້າວສຸພານຸ
ວົງແຕ່ປຼະກາຣໃດ.
    ຫາກມີກາຣກຼະທົບກະເທຶອນຕໍ່ຄອບຄົວເພື່ອນມິຕຣຂອງທ້າວສຸພານຸວົງ ຜູ່ຣຽບຣຽງຣາຍງານນີ້
ຂໍໂທສຂໍອະໄພຍນຳ..ແລະຂນະດຽວກັນຜົລທີ່ຄວນໄດ້ຮັບຈາກເຣື້ອງນີ້ກໍຄືຄອບຄົວເພື່ອນມິຕຣສຸ
ພານຸວົງຈະໄດ້ຮູ້ແລະຊາບຄວາມຈິງວ່າຄອບຄົວແລະເຊື້ອສາຍທີ່ແທ້ຈິງຂອງທີ່ມາທີ່ໄປນັ້ນຮູ້ທີ່ມາ
ຂອງພວກຕົນ.
    ຕາມຄວາມເປັນຈິງແລ້ວນັ້ນສຸພານຸວົງເປັນພຽງລູກທາງຂອງໝ່ອມຄຳອ້ວນກັບທິຕຜິວອະດີຕ
ຂ້າຣາຊບໍຣິພານຂອງຣາຊກາຣ"ທ່າໂຄກເຮືອ"ໃນແຜ່ນດິນຝັ່ງຂວາແມ່ນ້ຳຂອງປາງຣາຊກາຣ
ອະນານິຄົມຝຼັ່ງເສສເມື່ອຕົ້ນສັຕວັຕິທີ 20 . ໃນຕໍ່ມາທິຕຜິວກໍໄດ້ຖືກແຕ່ງຕັ້ງຂຶ້ນເປັນນາຍແຂວງ
ພ້ອມທັງໄດ້ຮັບພຼະຣາຊທານໃຫ້ບັລດາສັກດິ໌ເປັນ"ເພັຍ"ທມານແລະພຼະຍາມະຫາມົນຕຼີ.
    ໃນບັ້ນປາຍຂອງທິຕຜິວໄດ້ກາຽມາເປັນຜູ່ຮັບໃຊ້ແລະໄວ້ເນື້ອເຊື່ອໃຈຂອງເຈົ້າມຫາອຸປລາຊ
ບຸນຄົງຄືແຕ່ງຕັ້ງໃຫ້ເປັນຜູ່ບໍຣິຫາຣໃນ"ຫໍຄຳຝ່າຍໜ້າ..ຄືໂຮງວັງໜ້າທີ່ຕັ້ງຢູ່ຕຼົງຂ້າມຄ້າຽກອມ
ມິແຊຣ໌ເກົ່າ ຊຶ່ງພາຽຫຼັງປີ 1949 ຣັຖບາລລາວໄດ້ນຳເອົາສຖານທີ່ດັ່ງກ່າວມາເປັນໂຮງກາຣແຂວງ
ຂອງນະຄອນຫຼວງພຼະບາງ.ກໍເພາະເຂົາມີໜ້າທີ່ບໍຣິຫາຣ"ຫໍຄຳຝ່າຍວັງໜ້າ".
    ພຼະຍາມະຫາມົນຕຼີທິຕຜິວຈຶ່ງຄຸ້ນເຄີຽສນິທສນົມກັບພວກເຈົ້າຈອມໃນໂຮງວັງໜ້າ. ສ່ວນຍາແມ່
ນາຍແກ້ວລາຊຶ່ງເປັນຍາຕິກັບ(ທ້າວຄຳສຸກ ແກ້ວລາ)ພັລຍາຂອງທິຕຜິວກໍໄດ້ກາຽມາເປັນແມ່ລ້ຽງ
ຂອງເຈົ້າເລັກເຈົ້ານ້ອຽໃນໂຮງວັງໜ້ານັ້ນເຊັ່ນດຽວກັນນັ້ນກໍເພາະຄວາມໃກ້ຊິດກັບຄອບຄົວລູກ
ມັຽຂອງເຈົ້າມຫາອຸປຣາຊໃນວັງໜ້ານັ້ນເອງເຣື້ອງຕ່າງໆຈຶ່ງເກີດຂຶ້ນປະຕິດປະຕໍ່ນໍ່ເນືອງໃນຊ່ວງ
ນັ້ນໝ່ອມຄຳອ້ວນຍັງສວຍສົດງົດງາມໜຸ່ມແໜ້ນປຼະມານປີ 1908 ໃນຂນະນັ້ນມີອາຍຸພຽງ 23 ປີ.
   ສ່ວນໜ່ອມຄຳອ້ວນແມ່ນລູກສາວຂອງພຼຍານາໃຕ້ຊື່ທິຕອຶ່ງບ້ານວັດທາຕຸຕຳແໝ່ງຣອງຫົວໜ້າຕຳ
ຣວຈຫຼຶພາສາຝຼັ່ງເອີ້ນວ່າ"ປາຕິຊັງ"ໃນປີ 1910-1925 ສ່ວນແມ່ຊື່ນາງທອງສີບ້ານຫົວໂພນຕາແສງ
ວັດໜອງ. ທິຕຜິວຄົນນີ້ແມ່ນນ້ອງຊາຽຂອງຈານເພົ້າອະດີຕຂ້າຣາຊກາຣປຼະຈຳທ່າໂຄກເຮືອເໝືອນ
ກັບນ້ອງຊາຍ.ທ່ານຈານເພົ້າໄດ້ຮັບນາມຍົສເປັນພຼະຍາພັນທະລູກທ້າວ. ສ່ວນເຈົ້າແຂວງທ່າເຮືອ
ເປັນອ້າຍເຂິຍຂອງສົມເດັຈພຼະສັງຄະຣາຊລາວອົງຄ໌ສຸດທ້າຽຊື່ບຸນທັນ ບຸບຜາຣັຕນ໌ທີ່ສເດັຈໜີຈາກ
ໄພຍຄອມມິວນິສຍ໌ມາຍັງຝັ່ງໄທຍ ຊຶ່ງໃນຣະຫວ່າງນັ້ນສຫາຍໄກສອນ ພົມວິຫານເປັນນາຍົກໄດ້
ໄປຂົ່ມຂູ່ທ່ານວ່າຈະເອົາພຼະບາງຊຶ່ງເປັນພຼະມິ່ງເມືອງມາຕັ້ງແຕ່ດົນນານນັ້ນໄປຈຳນອງໄວ້ກັບແກວ
ເມື່ອປີ 1976 ຍ້ອນເປັນໜີ້ເລືອດແລະແລກກັບກາຣປຸ້ນອຳນາຈຂອງປຼະຊາຊົນລາວ.
     ກຸ່ມຜເດັຈກາຣທໍຣະຣາຊລາວໄກສອນ ພົມວິຫານຂຶ້ນກຳອຳນາຈໃນລາວເມື່ອປີ 1975 ບັລດາຜູ່
ອາວຸໂສຕ່າງໆໃນນະຄອນຫຼວງພຼະບາງທຸກຄົນຮູ້ຄວາມຈິງຈາກເຣື້ອງນີ້ແລະຮູ້ເຣື້ອງຈິງຂອງສຸພາ
ນຸວົງດີເຊັ່ນ:
-ອາຈານຍ໌ພູມິ ໄຊຍສິດທິ ບັລດາສັກດິ໌ຄືພຼະຍາພຼົມເວຊ ພິທັກສ໌ ເກີດເມື່ອປີ 1806 ເສັຽຊີວິຕເມື່ອປີ
26/07/1980 ຊຶ່ງເປັນອ້າຽພໍ່ຂອງພຼະຍາຮິຣັນຍ໌ ພິທັກສ໌(ຫຸມພັນ ໄຊຍສິດທິ)ຊຶ່ງຖືກແຕ່ງຕັ້ງໃຫ້ຣາຊ
ຄຣູ ພິທີມົນທຽນບາລປຼະຈຳພຼະຣາຊວັງຫຼົງພຼະບາງແລະເປັນຜູ໋ຮູ້ແລະຊາບດີກັບພຼະປຼະຫວັດຣາຊ
ວົງລ້ານຊ້າງຮົ່ມຂາວແລະໃນຊ່ວງເວລານຶ່ງທ່ານເຄີຍໄດ້ເລົ່າເຣື້ອງນີ້ໃຫ້ກັບຂ້າພຼະເຈົ້າຟັງໃນປຼະ
ວັຕິຂອງລາວອິສຣະໃນປີ  1945-1946 ວ່າທ້າວສຸພານຸວົງຫຼືເຈົ້າແດງສຸພານຸວົງນັ້ນເຂົາພ່ຽງເປັນລູກ
ທາງຂອງໝ່ອມຄຳອ້ວນກັບທິຕຜິວພຼະຍາມະຫາມົນຕຼີ ບໍ່ແມ່ນເຊື້ອເຈົ້າ.
-ທ່ານເພັຽພັນ ບັນດາວົງ ອະດີຕພົລພຍາບາລ-ໝໍ ຊຶ່ງເປັນຍາຕິທາງແມ່ຂອງຂ້າພະເຈົ້າແລະບັ້ນປາຍ
ຊີວິຕເຂົາຖືກແຕ່ງຕັ້ງໃຫ້ເປັນພຼາມແລະທາງພຼະຣາຊວັງກໍເຄີຍເລົ່າປຼະຫວັຕຂອງສຸພານຸວົງໃຫ້ຂ້າ
ພະເຈົ້າຟັງເຊັ່ນດຽວກັນ.
-ບັລດາລູກຫຼານຜູ່ສືບທອດຕຼະກຸລພຼະຍາມຫາມົນຕຼີທິຕຜິວເອງໂດຽສເພາະລູກສາວເພັຽຄຳອົ້ນກັບ
ທ່ານຄຣູເພັຽສິງຄຳ ບັລດາວົງປັຈຈຸບັນຍັງມີຊີວິຕຢູ່ທີ່ກຸງລອນດອນປຼະເທສອັງກິສກໍຢືນຢັນກັບຂ້າ
ພະເຈົ້າກ່ຽວກັບສຸພານຸວົງຊຶ່ງເປັນລູງຂອງສຸພານຸວົງເອງເພາະເພັຽຄຳອົ້ນແມ່ນລູກສາວຕ່າງມາຣ
ດາກັບເມັຽແທ້ໆຂອງທິຕຜິວຊື່ນາງແກ້ວລາ ຊຶ່ງເປັນເຈົ້າຈອມເໝືອນກັນໃນວົງຣາຊກຸລຂອງວັງ
ໜ້າ.
-ບັລດາສມາຊິກຂອງຣາຊວົງລ້ານຊ້າງຮົ່ມຂາວຫຼວງພຼະບາງຕ່າງຊາບກັນດີວ່າສຸພານຸວົງບໍ່ແມ່ນ
ລູກຂອງເຈົ້າມຫາອຸປຣາຊບຸນຄົງ ຊຶ່ງໃນຊ່ວງນັ້ນໝ່ອມຄຳອ້ວນຖືກຢ່າຮ້າງຢ່າງລັບໆໂດຽເຈົ້າ
ວັງໜ້າໝ໋ອມຄຳອ້ວນໄດ້ລັກໄປຄອດລູກ(ສຸພານຸວົງ)ໃນປີ 1909 ແລະຫຼັງຄອດໄດ້ຝາກເດັກຊາຍ
ສຸພານຸວົງໄວ້ກັບຊາວບ້ານລ້ອງອໍ້ແຖວຮິມນ້ຳຄານ. ດ້ວຍຄວາມເມຕາສົງສານສາທຸໃຫຍ່ຍິງ ຄຳ
ຕັນ ມາຣດາຂອງເຈົ້າຟ້າຊາຍຣັຕນະ ປັນຍາ ຊຶ່ງເປັນມາຣດາຂອງເຈົ້າຍິງດາຣາວັນພຼະຊາຍາ
ສເດັຈເຈົ້າຟ້າໂສຣິຍາວົງ ສວ່າງໄດ້ເອົາເດັກຊື"ຜັ້ນ"ຊື່ຫຼິ້ນຫຼືສຸພານຸວົງມາລ້ຽງໄວ້ເອົາບຸນ.


                          ຍັງມີຕໍ່ເຊີນຕິດຕາມສບັບຕໍ່ໄປ.
                                                                           ລາວເສຣີຜູ່ມີອິສຣະພາບ


Thursday, December 1, 2011

                                   ພມ້າໄປໄດ້ດີແລະສວຍກວ່າລາວເພາະລາວຍັງເປັນກົບໃນນ້ຳສ້າງ
                                 "ເມື່ອໃດຝົນຍັງບໍ່ຕົກນ້ຳເຮັດໃຫ້ນ້ຳເຕັມສ້າງກໍຍັງບໍ່ທັນເປັນຟ້າແຈ້ງ!!"

   ໃນພູມິພາຄເອເຊັຽຕະວັນອອກສຽງໃຕ້ກຳລັງເປີດສັກຣາຊໃໝ່ໂດຍສເພາະຣະຫວ່າງສຫະຣັຖຯ
ອະເມຣິກາກັບສຫະພາບພມ້າຂອງປີ 2011  ຢ່າງໃດກໍດີເມື່ອວັນທີ 1 ທັນວາ 2011 ນີ້ຍານາງຮິລລາ
ລີ ຄລິນຕັນ ຣມຕ.ຕ່າງປຼະເທສສຫະຣັຖຯໄດ້ເດີນທາງໄປຍັງສຫະພາບພມ້າຢ່າງເປັນທາງກາຣແລະ
ໄດ້ຖືກຮັບຕ້ອນຈາກຣັຖບາລພມ້າຢ່າງອົບອຸ່ນເປັນພິເສສ.
   ຫຼັງຈາກສຫະພາບພມ້າຖືກໂດດດ່ຽວໃນເວທີສາກົລທີ່ໄປຫຼົງກົລຈີນທຶສດີເໝົາ ເຈິ ຕົງນານເຖິງ 
50 ປີໃນຣະບອບຜເດັຈກາຣໂດຍກາຣປົກຄອງຂອງທຫາຣ ຊຶ່ງປຸ້ນອຳນາຈໄປຈາກປຼະຊາຊົນພມ້າ.
ຍານາງຮິລລາລີຄລິນຕັນຈະພຳນັກໃນພມ້າເປັນເວລາ 3 ວັນຊຶ່ງມີຈຸດປຼະສົງຄ໌ຕ້ອງກາຣຊົມໂບຮານ
ສຖານຕ່າງໆຂອງພມ້າແລະຢ້ຽມເຢືອນຍານາງອອງຊານ ຊູຈີຜູ່ນຳຝ່າຍຄ້ານທີ່ກຸງຍາງກຸ້ງ.
   ເປົ້າໝາຍແລະຈຸດປຼະສົງຄ໌ຂອງ ຣມຕ.ຕ່າງປຼະເທສສຫະຣັຖຯໄປເຢືອນພມ້າຄັ້ງນີ້ກໍຄື:
-ຜັກດັນຕໍ່ໃຫ້ພມ້າມີກາຣປະຕິຮູປຣະບອບກາຣເມືອງໄປສູ່"ຣະບອບປຼະຊາທິປໄຕຍຢ່າງແທ້ຈິງ.
-ບັນຫາກາຣພົວພັນທ໌ນິວເຄລັຽຣ໌ເກົາຫລີເໜືອນັ້ນຍານາງຮິລລາຣີກ່າວວ່າພິສູຈນ໌ໄດ້ແລ້ວພມ້າ
 ບໍ່ໄດ້ພົວພັນທ໌ດັ່ງທີ່ເປັນຂ່າວ.
-ຜັກດັນໃຫ້ມີກາຣປ່ອບນັກໂທສກາຣເມືອງໃຫ້ໝົດເພາະຖືວ່າເປັນກາຣລະເມີດສິດທິທາງອຸດົມກາຣ
  ບໍ່ແມ່ນຄະດີອາຍາ ຊຶ່ງທຸກເຜົ່າພັນທ໌ສາມາດກຼະທຳໄດ້.
  ຢ່າງໃດກໍຕາມກາຣເລືອກຕັ້ງທົ່ວໄປຂອງພມ້າເມື່ອ 7 ພຶສຈິກາ 2553 ທີ່ຜ່ານມາຖືໄດ້ວ່າເປັນກາຣ
ເລືອກຕັ້ງຄັ້ງປຼະວັຕິສາສຕຣ໌ ຫຼັງຜ່ານມາໄດ້ 20 ປີທີ່ຜເດັຈກາຣທຫາຣຄອງເມືອງຍຸຄຕ່ານສ່ວຍແລະ
ຫຼັງຈາກນັ້ນພມ້າຈຶ່ງມີກາຣປັບປ່ຽນຄັ້ງສຳຄັນເພື່ອແລ່ນໃຫ້ທັນກັບສະພາບກາຣນ໌ໂລກ.
  ສນັ້ນກາຣໄປເຢືອນສຫະພາບພມ້າຂອງ ຣມຕ.ຕ່າງປຼະເທສຄັ້ງນີ້ຈຶ່ງຖືເປັນຮູປທັມທີ່ບົ່ງບອກວ່າ
ສຫະຣັຖຯກຳລັງປັບປ່ຽນແລະເອົາຈິງກັບນະໂຍບາຽຈາກຕະວັນອອກກາງໄປໃຫ້ຄວາມສຳຄັນພິ
ເສສກັບພູມິພາຄເອເຊັຽຕະວັນອອກສຽງໃຕ້(ເອຊ່ຽນ).
   ສະພາບກາຣແລະສະພາວກາຣຂອງໂລກຣວມທັງພູມິພາຄຈຶ່ງມີກາຣປັບປ່ຽນຢ່າງຈິງຈັງໄປຕາມ
ສະພາວະກາຣຂອງໂລກຍຸຄໃໝ່ນັ້ນຄື"ສິດທິມະນຸສຍ໌ຊົນແລະປຼະຊາທິປໄຕຍ"ເປັນເຣື້ອງຫຼັກ ພມ້າ
ຈຶ່ງຈຳເປັນຕ້ອງໄດ້ແລ່ນແລະປັບປ່ຽນໄປຕາມສຖານະກາຣນ໌ຂອງໂລກ.
   ກາຣພັທນາທາງກາຣເມືອງຂອງພມ້າທີ່ປຼະຈັກຣຢູ່ຂນະນີ້ຈຶ່ງເຮັດໃຫ້ພມ້າມີໂອກາສແລະສົ່ງຜົລ
ເຮັດໃຫ້ພມ້າໄດ້ເຂົ້າຮ່ວມກອງປຼະຊຸມເອເຊັຽ-ຍູໂຣປ (ASEM) ທີ່ ສປປ ລາວເປັນເຈົ້າພາບໃນບໍ່ຊ້າ
ນິ້..ໃນຂນະທີ່ພມ້າກຳລັງມີກາຣປັບປ່ຽນຣະບອບເປັນປຼະຊາທິປໄຕຍຢູ່ນິ້ ກຸ່ມທໍຣະຣາສຜເດັຈກາຣ
ລາວຍັງທຳຕົວບໍ່ຮູ້ຮ້ອນຮູ້ໜາວເໝືອນກົບຢູ່ໃນນ້ຳສ້າງຕຼອດມານັ້ນກໍເພາະຣະດັບຄວາມຮັບຮູ້ຍັງບໍ່
ເຖິງຍ້ອນກຸ່ມກຳອຳນາຈຣັຖຯຜເດັຈກາຣສາຍຕາສັ້ນຣະດັບກາຣສຶກສາຕ່ຳຈົນເຫັນຜິດເປັນຖືກໃນ
ຣະດັບ"ທັມມະຮູໂຕ"ຕົວຢ່າງທີ່ເຫັນຊັດແຈ້ງກໍຄື: ພາສາລາວດັ້ງເດີມອຸດົມສົມບູນຢູ່ແລ້ວແລະເປັນ
ອົມຕະເປັນພາສາມາແຕ່ຕົ້ນກຳເນີດທຽບເທົ່າພາສານານາຊາຕິ ກຸ່ມທໍຣະຣາສຕັດອອກຈົນບໍ່ສາມາດ
ມີຄວາມໝາຍຢ່າງເລືກເຊິ່ງໄດ້ ບໍ່ມີພາສາຂຽນ ບໍ່ມີພາສາຣັຖກາຣ ເອົາພາສາເວົ້າມາເປັນພາສາ
ຣັຖກາຣ ກໍຍ້ອນພວກເຂົາຮຽນບໍ່ຈົບ ປ.4 ເພາະພວກເຂົາຮຽນມາໄດ້ເທົ່ານັ້ນເອງຈຶ່ງບໍ່ຮູ້ວ່າອັນໃດ
ຄວນ ອັນໃດບໍ່ຄວນ.
    ຣັຖບາລທີ່ມີຣະດັບ ມີກາຣສຶກສາສູງເທົ່ານັ້ນຈຶ່ງສາມາດຄຳນວນອະນາຄົຕຊາຕິບ້ານເມືອງໄດ້
ເຊັ່ນພມ້າດ້ານກາຣພັທນາຂນະນີ້ເກີດຂຶ້ນຢ່າງເປັນຣະບົບແລະເປັນຮູປທັມ ແຕ່ກາຣພັທນາຂອງ
ກຸ່ມທໍຣະຣາສລາວອາໃສແຕ່ໂຄຊນາຊວນເຊື່ອ ແມ້ແຕ່ພືຊພັນທ໌ທັນຍາຫາຣ ໝາກຜົລໄມ້ຕ່າງໆ
ຍັງບໍ່ສາມາດຜລິຕໃນປູະເທສໄດ້ອາໃສມາຈາກໄທຍ-ວຽຕນາມທີ່ຂາຍຢູ່ຕາມຕລາດ.
   ເຄື່ອງຜ້າສຳເຣັຈຮູປສ່ວນໃຫຍ່ຈາກໄທຍ ແຕ່ນຳເຄື່ອງໝາຍລາວມາຕິດແລ້ວວ່າ Made in lao
ບໍ່ມີປັນຍາສ້າງສື່ສາຣມວລຊົນໃຫ້ມາຕຣຖານສາກົລໄດ້ໂດຍສເພາະໂບຣິໂພຄພຶ້ນຖານຍັງໄກ
ກວ່າພມ້າ..ຍຸຄໃໝ່ນີ້ເຂົາແລ່ນທຳງານ ມີທັງຜັດກາງຄືນແລະກາງວັນ ແຕ່ກຸ່ມທໍຣະຣາສລາວຍັງ
ນອນສວຍແລະຕື່ນເຊົ້າມາອາໃສໂຮງແຮມເປັນບ່ອນກິນກາເຟແລະເຊັນໜັງສືຣັຖກາຣ.
    ເປັນຈັ່ງໃດຄັກບໍ່ ພີ່ນ້ອງລາວເອີຍ ພວກທ່ານຈະເອົາກຸ່ມຄົນຊນິດນີ້ບໍມາເປັນຜູ່ນຳບໍຣິຫາຣປຼະ
ເທສ? ກາຣສໍ້ຣາສບັງຫຼວງເຕັມທົ່ວປຼະເທສເພາະເຂົາກືກຄວາມຮູ້ກືກກາຣສຶກສາເຂົາຣວຍເພາະ
ພວກເຂົາບໍ່ຮູ້ວິທີກາຣດຳເນີນງານຈຶ່ງມີແຕ່ກິນໂກງລູກດຽວ..ສ່ວນໃນຄນະຜູ່ມີຄວາມຮູ້ເປັນພຽງ
ຜູ່ຮັບໃຊ້ ຈຶ່ງບໍ່ສາມາດຮັ່ງມີສໍ້ໂກງກິນໄດ້ນັ້ນເອງ.
                                                                         ລາວເສຣີ ຜູ່ມີອິສຣະພາບທາງຄວາມຄິດ
                                   ພຼະເຈົ້າລິຂິຕໃຫ້ຄົນລາວມາເກີດບົນແຜ່ນດິນລ້ານຊ້າງ
                                 ຄົນລາວທຸກຄົນຄວນທົບທວນເຖິງໜີ້ບຸນຄຸນຂອງແຜ່ນດິນ

ທີ່ບັ້ງສາຍແຮ່ແພ່ສາຽບືຝັງໄວ້ ບໍ່ຄວນນອນຫລັບທັບສິດທິຈົນຫຼົງລືມໄປວ່າຕົນເອງບໍ່ແມ່ນຄົນລາວ
ໂດຽກຳເນີດບົນແຜ່ນດິນຜືນນິ້. ແຕ່ຢ່າງໃດກໍຕາມຍັງມີຄົນລາວບາງພາຄສ່ວນກ່າວວ່າຫາກໂລກນີ້
ຫຼືດວງດາວດວງໃດທີ່ມີສິ່ງມີຊີວິຕແລະມີກາຣຈອງສິດທິບົນແຜ່ນດິນຂອງດາວດວງນັ້ນ ສຸດທ້າຍ
ບົນດາວດວງນັ້ນກໍຈະຖືກຈອງສິດທິຈົນໝົດ ແລ້ວສິ່ງທີ່ມີຊີວິຕອື່ນໆ ທີ່ເກີດຂຶ້ນມາພາຽຫຼັງຕ້ອງດຳ
ຣົງຢູ່ດ້ວຽຄວາມເມຕຕາຂອງ"ຄົນທີ່ຈອງສິດທິ"ແມ່ນດິນຂອງດາວດວງນັ້ນ ຫາກເຂົາບໍ່ໃຫ້ຢູ່ ສິ່ງທີ່
ມີຊີວິຕນັ້ນຈະຕ້ອງກາຍເປັນ"ເອລຽນ"ຫຼືມະນຸສຍ໌ຕ່າງດາວບົນດາວບເານເກີດຂອງຕົນເອງດັ່ງນັ້ນ
ບໍ?..
    ສນັ້ນມັນຈຶ່ງບໍ່ຖືກຕ້ອງບໍ່ວ່າໃນແງ່ຂອງສິລທັມຫຼືອັນໃດກໍແລ້ວແຕ່ທີ່ຈະມີຜູ່ຈອງສິດທິຄວາມເປັນ
ເຈົ້າຂອງແຜ່ນດິນຂອງດາວດວງໃດໆເພາະສິ່ງທີ່ມີຊີວິຕທີ່ເກີດຂຶ້ນບົນດາວດວງໃດກໍຍ່ອມມີສິດທິ
"ໂດຍກຳເນີດ"ບົນດາວດວງນັ້ນທັນທີ ທີ່ຈະໃຊ້ແຜ່ນດິນ ອາກາສ ແຜ່ນນ້ຳບົນດາວດວງນັ້ນໄດ້ທັດ
ທຽມກັບສິ່ງທີ່ມີຊີວິຕອື່ນໆຮຽກໄດ້ວ່າ"ສິດທິໃນກາຣດຳຣົງຢູ່" ແລະສິດທິທີ່ມີເຊື້ອຊາຕິຢູ່ບົນດາວທີ່
ຈະບໍ່ມີໃຜຜູ່ໃດມາທວງເອົາໄດ້ຫຼືຫາກຖືກແຍ້ງເອົາໄປກໍຕ້ອງມີສິດທິອັນຊອບທັມທີ່ຈະຕ້ອງ"ຕໍ່ສູ້ໃນ
ສິດທິແລະເຊື້ອຊາຕິຂອງຕົນ"ນັ້ນທັນທີ.
     ຢ່າງນ້ອຍຄົນທີ່ມີສິດທິບົນແຜ່ນດິນຜືນນັ້ນກໍເປັນ"ສິດທິເຊົ່າ"ເພື່ອທຳປຼະໂຍຊນ໌ໃນໄລຍະເວລາ
ນຶ່ງເທົ່ານັ້ນ ຫາກສັງຄົມຕ້ອງກາຣແຜ່ນດິນນັ້ນໄປໃຊ້ໃຫ້ເປັນປຼະໂຍຊນ໌ຕໍ່ສວນຣວມ. ສັງຄົມຍ່ອມມີ
ສິດທິທີ່ຈະເວຣຄືນໄດ້ ໂດຍຈ່າຍຄ່າຊົດເຊີຍເທົ່າກັບ"ມູລຄ່າໃນກາຣຫັກລ້າງຖາງພົງ"ເທົ່ານັ້ນເອງ.
    ເຣື້ອງທີ່ວ່າໃຜຈະມາປຼະກາສວ່າເປັນເຈົ້າຂອງແຜ່ນດິນບົນດາວດວງໃດດວງນຶ່ງນັ້ນເປັນເຣື້ອງທີ່
ໄຮ້ເຫຕຸຜົລ ໄຮ້ສາຣະ ຖືເປັນກາຣເຂົ້າຍຶດຄອງໂດຍພລະກາຣແລະໃຊ້ອຳນາຈເຖື່ອນ ຊຶ່ງຜູ່ອື່ນທີ່ມີ
ອຳນາຈສູງກວ່າ ກໍຍ່ອມມີສິດທິແຍ້ງເອົາໄປໄດ້ ແຕ່ຄົນໆນັ້ນຈະຕົກຢູ່ໃນສາຍຕຂອງສັງຄົມທາງລົບ
ຕຼອດໂຄຕຣເຫງົ້າເລົ່າກາ ຈະຖືກສາບແຊ່ງປ້ອຍດ່າໄປເຖິງຊົ່ວໂຄຕຣ.
    ແຕ່ທຸກຊີວິຕທີ່ເກີດມາບົນດວງດາວໃດ ຍ່ອມມີສິດທິໃນດວງດາວນັ້ນໆຣ່ວມກັບຊີວິຕອື່ນໆໄດ້
ຢ່າງສົມບູນ ບໍ່ມີໃຜມີສິດທິທີ່ຈະຂັບໄລ່ເຂົາອອກໄປໄດ້ໂດຍເດັດຂາດ. ດັ່ງນັ້ນບົທຄວາມນີ້ຈຶ່ງຊີ້ໃຫ້
ເຫັນວ່າ..ບ້ານເກີດບົນແຜ່ນດິນລາວລ້ານຊ້າງຄືບ່ອນຝັງສາຍແຮ່ແພ່ສາຍບືຂອງຄົນລາວທຸກເຜົ່າ
ພັນທ໌ ຈຶ່ງບໍ່ຊາບວ່າກຸ່ມຜເດັຈກາຣຣັຖບາລຫຸ່ນເອົາອຳນາຈບົທໃດມາໃຊ້ບັງຄັບ ຊຶ່ງທົ່ວໂລກຍັງບໍ່
ມີປຼາກົຕໃຫ້ເຫັນເວັ້ນແຕ່ໃນ ສປປ ລາວເທົ່ານັ້ນທີ່ສາມາທບັງຄັບໃຊ້ກົຕໝາຍສບັບນີ້. 
        ກົຕໝາຍເຣື້ອງສັນຊາຕິຂອງແຕ່ລະປຼະເທສຄ້າຍຄຶງກັນ ສັນຊາຕິປ່ຽນແປງໄດ້ ແຕ່ເຊື້ອຊາຕິ
ຈະປ່ຽນແປງບໍ່ໄດ້ ໃນຂນະທີ່ນັກກົຕໝາຍກຸ່ມທໍຣະຣາສລາວສາມາດອອກກົຕໝາຍໃຊ້ບັງຄັບບໍ່ໃຫ້
ຄົນລາວມີເຊື້ອຊາຕິເປັນລາວໄດ້..ເກ່ງກວ່າປຼະເທສມຫາອຳນາຈໃນໂລກບໍ່ຊາບວ່າພວກທໍຣະຣາສ
ນຳເອົາກົຕໝາຍສບັບໃດມາຫັກລ້າງຄວາມເປັນເຊື້ອຊາຕິຂອງຄົນລາວທີ່ເກີດໃນແຜ່ນດິນນັ້ນໄດ້.?


                                                    ລາວເສຣີລາວ..ຮ້ອຍເປີຣ໌ເຊັນ