Friday, November 4, 2011

ລັດທິອະນານິຄົມຍຸຄໃໝ່ໃນພູມິພາຄເອເຊັຽຕະວັນອອກສຽງໃຕ້(ຕໍ່ຈາກສບັບກ່ອນ)

ສຍາມ-ວຽຕນາມແລະຈີນຄືໃຊ້ຍຸທວິທີລັດທິອະນານິຄົມຕະວັນອອກສຽງໃຕ້ຮຽນແບບຍູໂຣປຍຸຄລ້າອະນານິຄົມຫຼື
ເມືອງຂຶ້ນທີ່ຫວັງກອບໂກຍຜົລປຼະໂຍຊນ໌ທັງວັດຖຸດິບປ້ອນໂຮງງານແລະກວາດຕ້ອນຂ້າທາສໄປຮັບໃຊ້ຂອງລັດທິ
   ຂໍ້ທີ່ຕ້ອງໄດ້ທຳຄວາມເຂົ້າໃຈກໍຄື ລັດທິລ້າອະນານິຄົມແບບທີ່ກ່າວມາຂ້າງຕົ້ນນັ້ນຄືຣະບອບອະນານິຄົມປົກຄອງ
ບໍຣິຫາຣຫຼັງສົງຄາມໂລກຄັ້ງທີສອງແລະຫຼັງສົງຄາມເຢັນໄດ້ມີທຶນກາຣສຶກສາໃຫ້ຄົນຈາກປຼະເທສຕ່າງໆໄປສຶກສາ
ໃນປຼະເທສມະຫາອຳນາຈຕະວັນຕົກແລະປຼະເທສຜູ່ປົກຄອງທ້ອງຖິ່ນຊຶ່ງໃນແງ່ນຶ່ງກໍໄດ້ເປີດໂອກາສໃຫ້ມີກາຣຫຼັ່ງ
ໄຫຼເຂົ້າໄປຫາຄວາມຮູ້ວິທຍາກາຣຕ່າງໆຕັ້ງແຕ່ກ່ອນໜ້າສົງຄາມໂລກຄັ້ງທີສອງແລະສົງຄາມເຢັນຈາກກາຣສຶກສາ
ດັ່ງກ່າວນັ້ນໄດ້ສົ່ງຜົລໃນທາງບວກກໍຄືໃຫ້ມີກາຣຮຽກຮ້ອງສິດທິເສຣີພາບແລະປຼະຊາທິປໄຕຍອັນເປັນຄວາມຮູ້ທີ່ໄດ້
ຈາກກາຣສຶກສາໃນປຼະເທສຕ່າງໆເຫຼົ່ານັ້ນແລະເປັນເຫຕຸນຶ່ງທີ່ນຳໄປສູ່ຂບວນກາຣຊາຕິຍົມ ມີຂບວນກາຣກູ້ເອກ
ຣາຊດ້ວຍກາຣຂັບໄລ່ມະຫາອຳນາຈຕະວັນຕົກເພື່ອໄດ້ເອກຣາຊແລະສິດທິເສຣີພາບແລະຄວາມສເມີພາບຊຶ່ງຈະ
ແຕກຕ່າງຈາກກຸ່ມລັດທິລ້າອະນານິຄົມຂອງເອເຊັຽຕະວັນອອກສຽງໃຕ້ຫຼັງສົງຄາມເຢັນນັ້ນກໍຄືມີພັຄກາຣເມືອງ
ດຽວກຳອຳນາຈຣັຖຯໃຊ້ສິດທິເດັຈຂາດຫ້າມແຕະຕ້ອງໂຈມຕີພັຄ-ຣັຖເດັຈຂາດ ຈຶ່ງຖືວ່າລັດທິອະນານິຄົມແບບ
ຜູກຂາດອຳນາຈ ປິດປາກປຼະຊາຊົນໂດຍຖືວ່າເປັນຣັຖບາລເທວະດາດັ່ງທີ່ປຼະຊາຊົນລາວໄດ້ຮັບໃນປັຈຈຸບັນນີ້.
    ແຕ່ຜົລໃນທາງລົບນັ້ນຄືຜູ່ຈົບກາຣສຶກສາຈາກປຼະເທສຕ່າງໆເຫຼົ່ານັ້ນຈຳນວນບໍ່ໜ້ອຍມີວິທີຄິດ ທັສນະຄະຕິ
ແລະໃຊ້ຄວາມຮູ້ທີ່ຮຽນມາໂດຍຫຍິບຍົກທຶສດີມາໃຊ້ທັງຕົ້ນເປັນເໝືອນນຶ່ງເອົາສັຈທັມຄຳສອນທາງສາສນາມາ
ຈາກຄັມພີຈົນນຳໄປສູ່ສະພາບຂອງກາຣຕົກເປັນເມືອງຂຶ້ນແບບໃໝ່ຄື ອະນານິຄົມທາງປັນຍາ ຈົມີນັກຂຽນຄົນ
ອັຟຣິກັນຄົນນຶ່ງກ່າວວ່າ ໃນກາຣປຼະຊຸມຂອງຄົນອັຟຣິກັນຊຶ່ງເປັນຜູ່ນຳຂອງປຼະເທສຕ່າງໆໃນອັຟຣິການັ້ນຂນະ
ທີ່ເຈຣະຈາເຖິງແມ່ນຜູ່ກ່າວຈະມີຜິວດຳແຕ່ສຳນຽງກາຣເວົ້າອອກມາ ໂຄງສ້າງພາສາທີ່ໃຊ້ຣະບົບຄວາມຄິດແລະ
ສຳນຽງພຶ້ນຖານກໍຄືຄົນອັງກິສ ຄົນຝຼັ່ງເສສ ຄົນເຢຣະມັນ ຄົນເບລຊິກຫຼືເຈົ້າອະນານິຄົມເກົ່ານັ້ນເອງເຊັ່ນດຽວກັບ
ກຸ່ມຜູ່ນຳລາວສ່ວນໃຫຍ່ໃນຣັຖບາລຫຸ່ນຂນະນີ້ປາກພາສາສຳນຽງແກວເໝືອນກັນທັງໝົດນັ້ນເອງ.
    ແຕ່ທີ່ສຳຄັນກວ່ານັ້ນຄື ກາຣຕົກເປັນເມືອງຂຶ້ນທາງພູມິປັນຍາ ນຳໄປສູ່ກາຣຕົກເປັນເມືອງຂຶ້ນທາງ
ເສກິຈໂດຍບໍ່ຮູ້ສຶກໂຕ ດັ່ງຈະເຫັນໄດ້ຢ່າງຊັດເຈນຈາກສາຂາວິຊາສັງຄົມສາສຕຣ໌ 2 ສາຂາ ສາຂາແຣກຄື
ເສຖສາສຕຣ໌ ຫຼາຍຄົນມີຄວາມເຊື່ອທີ່ວ່າເສຖກິຈທຶນນິຍົມຫຼືກາຣຕລາດທີ່ດີທີ່ສຸດ ຈົນຄັ້ງເມື່ອມີວິກຣິຕຕົ້ມຍຳ
ກຸ້ງມາເລເຊັຽບໍ່ຍອມປ່ອຍອັຕຼາກາຣແລກປ່ຽນລອຍຕົວ.
  ເຣື້ອງນີ້ມີນັກເສຖກສາຕຣ໌ຜູ່ນຶ່ງກ່າວວ່າຜິດຫຼັກເສຖສາສຕຣ໌ ມາເລເຊັຽຕ້ອງລົ້ມພາຍໃນ 6ເດືອນ ຊຶ່ງຜິດຢ່າງ
ມະຫັນຕ໌ແລະຈາກວິກຣິຕເສຖກິຈຄັ້ງນີ້ຊີ້ໃຫ້ເຫັນວ່າຣະບົບເສຖກິຈແບບຜສົມຜສານແບບຈີນຄືທຶນນິຄົມຊຶ່ງ
ຄວບຄຸມໂດຍຣັຖໃນນະໂຍບາຍອັຕຼາແລກປ່ຽນແລະຣັຖວິສາຫະກິຈຂນາດໃຫຍ່ຜສົມຜສານກັບຣະບົບກາຣ
ເມືອງທີ່ມີເສຣີພາບສ່ວນບຸຄຄົລ ແຕ່ອາຈບໍ່ມີສິດທິເລືອກຕັ້ງແບບປຼະຊາທິປໄຕຍ ກໍເປັນຣະບົບທີ່ເໝາະສົມ
ກັບປຼະເທສຈີນຫຼືວຽຕນາມເທົ່ານັ້ນ ນັກເສຖສາສຕຣ໌ທີ່ຈົບຈາກສຫະຣັຖຯແລະຍຸໂຣປມີຄວາມຄິດແນວດຽວ
ກັນໝົດໂດຍບໍ່ຄຳນຶງເຖິງສພາວະທີ່ແຕກຕ່າງຂອງສົງຄມແລະຣະບຽບທາງເສຖກິຈທີ່ມະຫາອຳນາຈຕະວັນ
ຕົກເອົາຣັດເອົາປຽບປຼະເທສທີ່ຍາກຈົນ.
    ສາຂາບໍຣິຫາຣຣັຖກິຈຫຍິບຍົກເອົາວິທີກາຣບໍຣິຫາຣັຖກິຈແບບຂອງສຫະຣັຖຯຫຼືອັງກິສ ຊຶ່ງຣະບົບກາຣ
ເມືອງມີກາຣພັທນາຈົນມີສເຖັຽຣະພາບ ກາຣບໍຣິຫາຣຣັຖກິຈຈຶ່ງຕັ້ງຢູ່ບົນຖານຂອງສະພາບແວດລ້ອມທາງ
ກາຣເມືອງດັ່ງກ່າວ ຈຸດເນັ້ນຈຶ່ງຢູ່ທີ່ອົງຄ໌ກອນກາຣບໍຣິຫາຣ ແຕ່ໃນກໍຣະນີຂອງ ສປປ ລາວຣະບົບກາຣບໍຣິ
ຫາຣແບບໃໝ່ຂຶ້ນຢູ່ກັບຕົວແປທາງກາຣເມືອງຄື"ແລ່ນຕາມກົ້ນແກວແລະຈີນ". ກາຣໃຊ້ຫຼັກສູຕຣບໍຣິຫາຣ
ຣັຖກິຈແບບບໍ່ສົນໃຈກັບພາວະແວດລ້ອມຂອງນານາປຼະເທສທີ່ມີກາຣປ່ຽນແປງຄັ້ງໃຫຍ່ຍຸຄໂລກາພິວັທນ໌
ຄືຮຽນຣະບົບຈາກແກວແລະຈີນຢ່າງໃກ້ຊິດ ຊຶ່ງຖືເປັນກາຣມອງເປົ້າທີ່ຜິດພາດຢ່າງມະຫັນຕ໌ ທັງນີ້ເນື່ອງ
ຈາກຜູ່ຮ່າງຫຼັກສູຕຣຫຍິບວິທີກາຣຮຽນສອນຂອງປຼະເທສດັ່ງກ່າວມາທັງໝົດໂດຍບໍ່ຄຳນຶງເຖິງຕົວແປອື່ນ
ຈຳເຮັດໃຫ້ກາຣສອນແບບແປຈາກຕຳຣາພາສາວຽຕ-ພາສາຈີນແລະອັງກິສ ຝຼັ່ງເສສໃນລັກສນະຂອງອາ
ຈາຣຍ໌ຄາຣາໂອເກະ.
  ໝາຍເຫຕ:ປຼະເທສດ້ອຍພັທນາຢ່າງ ສປປ ລາວ ຕ້ອງຢຸດຄິດຄຳນຶງເຖິງຜົລຂອງລັດທິເອົາຢ່າງຫຼືກາຣຫຍິບ
ທຶສດີມາທັງພວງເໝືອນນຶ່ງເປັນຄຳພີຣ໌ໃນສາສນາຢ່າງບໍ່ລືມຫູລືມຕາພຽງເພື່ອຈະຕຼຽມຕົວຕໍ່ສູ້ກັບລັດທິອະນາ
ນິຄົມທາງປັນຍາແລະເສຖກິຈຕາມກົ້ນແກວແລະຈີນນັ້ນມັນລ້າສມັຍແລ້ວເພາະຄວາມຮັບຮູ້ທາງປັນຍາແລະ
ວິຊາເສຖສາສຕຣ໌ຂອງກຸ່ມຜູ່ນຳລາວຂນະນີ້ຍັງດ້ອຍກວ່າ ພມ້າ-ຂເມຣຢູ່ແລ້ວຫຼືຈະອາໃສພຽງແຕ່ຄວາມຕ້ອງ
ກາຣເປັນໝໍ້ໄຟດ້ວຍກາຣສ້າງເຂື່ອນໄຟຟ້າພລັງນ້ຳເປັນຕົວຢືນນັ້ນຣະວັງເຂື່ອນນັ້ນແຫລະຈະກາຍເປັນບໍ່ປຼະ
ມົງນ້ຳຈືດ ສຫາຍຄິດວ່າແກວ-ໄທຍ-ຂເມຣບໍ່ມີປັນຍາສ້າງເອງໄດ້ຊັ້ນບໍ?ແລ້ວຮູ້ບໍ່ວ່າເຂື່ອນທຳລາຍສັພສິ່ງທັງ
ຢູ່ບົນດິນແລະໃຕ້ດິນຂອງປຼະເທສເສັຽຫາຍ?ສົງສານປຼະຊາຊົນແລະຜູ່ດ້ອຍໂອກາສທີ່ປາກບໍ່ໄດ້ເທົ່ານັ້ນແຫຼະ!!
                                               "ບໍຣິບົທນີ້ເປັນພຽງໃຫ້ຂໍ້ຄິດໄວ້ເທົ່ານັ້ນເອງ"
                                                                    ພົມສີໜ້າ

No comments:

Post a Comment