Saturday, November 12, 2011

                             ບັນຫານ້ຳຖ້ວມ-ກາຣຄ້າໄມ້ແລະກາຣສ້າງເຂື່ອນພັຄ-ຣັຖຖືໂອກາສ
                                  ຫາຜົລປຼະໂຍຊນ໌ທັບຊ້ອນໃນໂຄງກາຣແມ້ແຕ່ໃນໂຄງກາຣພັທນາ
                                                           (ຕໍ່ຈາກສັບກ່ອນ)Global Witness (Report)

   ໃນສຖານະກາຣນ໌ຢ່າງດຽວກັນນີ້ບໍ່ໄດ້ນ້ອຍໜ້າໄປກວ່າກັນສຳລັບໃນກັມພູຊາ ເພາະຈາກກາຣຣາຍງານ
ຂອງອົງຄ໌ກາຣອະນຸຣັກສ໌ຊັພພຍາກອນທັມຊາຕິ Global Witness ຈາກອັງກິສທີ່ສຫະປຼະຊາຊາຕິສນັບສນຸນ
ໃຫ້ເຂົ້າໄປສັງເກຕກາຣນ໌ແລະຕຼວຈສອບສະພາບປ່າໄມ້ໃນກັມພູຊາໃນຊ່ວງກວ່າ 15 ປີມານີ້ໄດ້ຣະບຸຊັດເຈນ
ວ່າສາເຫຕຸທີ່ເຮັດໃຫ້ປ່າໄມ້ໃນກັມພູຊາຕ້ອງລົດຣະດັບຄວາມໜາແໜ້ນລົງຢ່າງວ່ອງໄວແລະໜັກທີ່ສຸດກໍຄື
ກາຣລັກລອບຕັດໄມ້ເພື່ອກາຣຄ້າເຖື່ອນທີ່ມີນັກກາຣເມືອງ ນາຍທຶນແລະຂຸນເສິກຮ່ວມມືກັນເປັນຂບວນໃຫຍ່
   ໂດຍກຸ່ມ Global Witness ໄດ້ປຼະເມິນສຖານະກາຣນ໌ໄປແນວທາງດຽວກັນກັບອົງຄ໌ກາຣອາຫາຣແລະກາຣ
ກະເສຕຣແຫ່ງສຫະປຼະຊາຊາຕິ Food and Agriculture Organization-FAO ວ່ານັບຈາກປີ 2000 ເປັນຕົ້ນມາ
ຈົນເຖິງປັຈຈຸບັນກາຣລັກລອບຕັດໄມ້ເພື່ອກາຣຄ້າເຖື່ອນໄດ້ເຮັດໃຫ້ສະພາບປ່າໄມ້ຂອງກັມພູຊາແລະລາວມີ
ອັນຕ້ອງລົດລະດັບຄວາມໜາແໜ້ນລົງຄິດເປັນສັດສ່ວນຫຼາຍເຖິງ 32% ຂອງປ່າໄມ້ທັງໝົດແລະເປັນຜົລເຮັດ
ໃຫ້ປ່າໄມ້ທັງຂອງກັມພູຊາແລະລາວຄົງເຫຼືອລົດລົງຢູ່ພຽງ 32% ຂອງພື້ນທີ່ທັງໝົດເທົ່າທຸກວັນນີ້.
    ຢ່າງໃດກໍຕາມ ຣັຖບາລກັມພູຊາຂອງນາຍຮຸນ ເຊນກໍຍັງບໍ່ໄດ້ໃຫ້ກາຣຍອມຮັບຕໍ່ຣາຍງານດັ່ງກ່າວນີ້ອີກທັງ
ແລະອີກທັງຍັງໄດ້ຕອບໂຕ້ດ້ວຍກາຣຂັບໄລ່ Global Witness ອອກໄປຈາກກັມພູຊາອີກ ເນື່ອງຈາກບໍ່ພໍໃຈໃນ
ຣາຍງານຂອງ Global Witness ທີ່ຣະບຸຊັດເຈນວ່າ. "ຂບວນກາຣລັກລອບຕັດໄມ້ເພື່ອກາຣຄ້າເຖື່ອນທີ່ມີເຄືອ
ຂ່າຍໃຫຍ່ທີ່ສຸດໃນກັມພູຊານັ້ນລ້ວນແຕ່ມີເສັ້ນສາຍໂຍງໃຍໃກ້ຊິດກັບນາຍຮຸນ ເຊນແລະຄອບຄົວທັງສິ້ນໂດຍ
ກຸ່ມນຶ່ງທີ່ມີຜົລປຼະໂຍຊນ໌ບໍ່ໜ້ອຍຢູ່ກັບກາຣຄ້າໄມ້ເຖື່ອນໃນກັມພູຊາທີ່ລັກຕັດໄມ້ສົ່ງໄປວຽຕນາມແລະຈີນ
ເໝືອນກັບລາວເປັນສ່ວນໃຫຍ່ໂດຍສເພາະບັລດາເຫຼົ່າຂຸນເສິກໃນກອງພົລນ້ອຍທີ 70 ແລະບັລດາຂຸນພົລໃນ
ກອງທັພປຼະຊາຊົນລາວ ແລະກອງພົລທີ 70 ຂອງກັມພູຊາໄດ້ຕັ້ງຂຶ້ນມາໂດຍນາຍຮຸນເຊນເພື່ອປ້ອງກັນເຂົາ
ເອງໂດຍສເພາະ."..
    ໃນປັຈຈຸບັນນີ້ກອງພົລນ້ອຍ 70 ມີກຳລັງທຫາຣໃນສັງກັດຫຼາຍກວ່າ 5000 ຄົນຊຶ່ງຈະໄດ້ຮັບເງິນເດືອນສູງ
ກວ່າທຫາຣທີ່ຢູ່ໃນສັງກັດໜ່ວຍອື່ນໆເຖິງ 6 ເທົ່າດ້ວຍເຫຕຸນີ້ຈຶ່ງເຮັດໃຫ້ Global Witness ເຊື່ອວ່າທີ່ນຳມາ
ຈ່າຍເປັນເງິນເດືອນຂອງທຫາຣດັ່ງກ່າວນີ້ກໍມາຈາກຂບວນກາຣຄ້າໄມ້ເຖື່ອນນັ້ນເອງ.
    ສ່ວນານສັມ ຣັງສີ ຜູ່ນຳພັຄຝ່າຍຄ້ານຕຼອດຊ່ວງກວ່າ 15 ປີມານີ້ ເຄິຍສເນີຣາຍງານຕໍ່ກຸ່ມປຼະເທສຜູ່ບໍຣິ
ຈາຄ Donor Countries ທີ່ໃຫ້ຄວາມຊ່ອຍເຫຼືອດ້ານງົບປຼະມານແກ່ຣັຖບາລກັມພູຊາວ່າ ກາຣຄ້າໄມ້ເຖື່ອນ
ທີ່ໄດ້ກາຣຮ່ວມມືເປັນຢ່າງດີຈາກທັງຜູ່ມີອຳນາຈທາງກາຣເມືອງແລະໃນກອງທັພກັມພູຊາພາຍໃຕ້ຮຸນ ເຊນ
ນັ້ນໄດ້ສ້າງຄວາມເສັຍຫາຍໃຫ້ກັບກັມພູຊາເກີນກວ່າ 100 ລ້ານດອລລາຕໍ່ປີ.
    ສຳລັບພມ້າກໍມີສຖານະກາຣບໍ່ນ້ອຍໜ້າໄປກວ່າກັມພູຊາແລະລາວ ເພາະຈາກາກາຣຣາຍງານຂອງອົງຄ໌
ກາຣອະນຸຣັກສ໌ຊັພພຍາກອນປ່າໄມ້ World Rainforest Movement (WRM) ໄດ້ຣະບຸຊັດເຂນວ່ານັບຈາກປີ
1998 ເປັນຕົ້ນມາໄມ້ຊຸມຈາກພມ້າໄດ້ຖືກຂົນສົ່ງໄປຈີນຄິດເປັນປຣິມານຫຼາຍກວ່າ 20 ລູກບາສກ໌ເມຕຣ.
    ສ່ວນສະພາບປ່າຂອງພມ້າໃນເຂຕທີ່ຕິດກັບໄທຍກໍແທບຈະຮຽກໄດ້ວ່າພູເຂົານັ້ນໆໄດ້ແປສະພາບເປັນພູ
ເຂົາຫົວໂລ້ນແທບທັງສິ້ນ ເນື່ອງຈາກສົງຄາມທີ່ເກີດຂຶ້ນຢ່າງຕໍ່ເນື່ອງໃນພມ້າເປັນສາຍເຫຕຸເຮັດໃຫ້ຊົນກຸ່ມ
ນ້ອຽເຜົ່າຕ່າງໆຕ້ອງໃຫ້ສັມປທານປ່າໄມ້ແກ່ບັລດາພໍ່ຄ້າໄມ້ໄທຍເພື່ອແລກກັບສບຽງແລະຢາຮັກສາໂຣຄ
ແລະອາວຸທຍຸທໂທປະກອນເພື່ອນຳມາຕໍ່ສູ້ກັບຣັຖບາລທຫາຣພທ້າໃນຊ່ວງຕຼອດ 48 ປີຜ່ານມາ.
    ພາຍໃຕ້ສະພາບກາຣເຊັ່ນນີ້ບໍ່ພຽງແຕ່ພມ້າຈະພະເຊີນກັບໄພຍທັມຊາຕິ ທັງນ້ຳທ້ວມແລະໄພຍແລ້ງຂຶ້ນ
ເຣື້ອຍໆເຊັ່ນດຽວກັບກັມພູຊາແລະລາວເທົ່ານັ້ນ ແຕ່ຫາກນັກອະນຸຣັກສ໌ສິ່ງແວດລ້ອມທັມຊາຕິຍັງເຊື່ອວ່າ
ສະພາບປ່າໄມ້ທີ່ລົດລະດັບລົງເຣື້ອຍໆນັ້ນກໍຄືສາເຫຕຸສຳຄັນທີ່ກໍ່ໃຫ້ເກີດບັນຫາສພາວະໂລກຮ້ອນຫຼາຽຂຶ້ນ
ເຣື້ອຽໆຊຶ່ງກໍຕິດຕາມມາດ້ວຽຄວາມອຶດຢາກຂອງປຼະຊາກອນໃນແຖບນີ້ໜັກຍິ່ງຂຶ້ນຢ່າງຫຼິກລ້ຽງບໍ່ໄດ້.
   ທັງນີ້ໂດຽໂຄງກາຣສິ່ງແວດລ້ອມແຫ່ງສຫະປຼະຊາຊາຕິເຄີຍສເນີຣາຍງານວ່າເອເຊັຽຈະໄດ້ຮັບຜົລກຼະ
ທົບທີ່ຮຸນແຮງຈາກກາຣປ່ຽນແປງຂອງສະພາບອາກາສໂລກພາຽໃນເວລາ 4 ທົສວັຕິຂ້າງໜ້ານີ້ ຊຶ່ງຈະເຮັດ
ໃຫ້ມີປຼະຊາກອນຫຼາຍກວ່າ 130 ຄົນທີ່ຕ້ອງສ່ຽງຕໍ່ກາຣຈະຂາດແຄນອາຫາຣພາຽໃນປີ 2050 ທີ່ມີສາເຫຕຸ
ຈາກຄວາມແຫ້ງແລ້ງແລະອຸທົກໄພຍທີ່ຮຸນແຮງໜັກຂຶ້ນທຸກໆປີ ໂດຍສເພາະອຸນພູມິທີ່ເພິ້ມສູງຂຶ້ນທຸກໆປີນັ້ນ
ຈະເຮັດໃຫ້ຜົລຜລິຕເຂົ້າລົດນ້ອຍລົງເຣື້ອຍໆ.
    ໂດຍພາບຣວມດັ່ງກ່າວຍັງຈະເຮັດໃຫ້ພຶ້ນທີ່ທີ່ໃຊ້ນ້ຳຝົນທຳນາໃນຈີນຕ້ອງລົດລົງໃນອັຕຣາສ່ວນຣະຫວ່າງ
5%-12% ສ່ວນບັງຄລາເທສຈະມີຜົລຜລິຕລົດລົງບໍ່ນ້ອຍກວ່າ 10% ພາຽໃນປີ 2050 ນອກນີ້ອິນເດັຽຈະຂາດ
ແຄນນ້ຳຢ່າງຮຸນແຮງເນື່ອງຈາກທາຣນ້ຳແຂງບົນເທືອກເຂົາຫິມາລັຍໄດ້ເກີດລະລາຍແລະລົດຂນາດລົງຢ່າງ
ຕໍ່ເນື່ອງ.
    ຍິ່ງໄປກວ່ານັ້ນປຼະຊາກອນຫຼາຍກວ່າ 100 ລ້ານຄົນໃນທົ່ວເອເຊັຽກໍຍັງຕ້ອງປຼະສົບອຸທົກໄພຍຢ່າງໜັກຕໍ່ໄປ
ອີກເນື່ອງຈາກຣະດັບນ້ຳທະເລທີ່ຈະສູງຂຶ້ນປຼະມານ 1-3 ມິລລີເມຕຣຕໍ່ປີ ຊຶ່ງຖືວ່າສູງກວ່າຣະດັບນ້ຳທະເລທົ່ວ
 ໂລກທັງຍັງຈະສົ່ງຜົລກຼະທົບຕໍ່ກາຣທ່ອງທ່ຽວ ກາຣກະເສຕຣແລະກາຣປຼະມົງໃນປຼະເທສທີ່ເປັນເກາະຢ່າງ
ຫຼີກລ້ຽງບໍ່ໄດ້.
     ດັ່ງນັ້ນຈຶ່ງເປັນສິ່ງແນ່ນອນວ່າຖ້າຫາກກາຣລັກລອບຕັດໄມ້ເພື່ອກາຣຄ້າເຖື່ອນໃນແຖບລຸ່ມແມ່ນ້ຳຂອງຊຶ່ງ
ເປັນແມ່ນ້ຳສາຍສຳຄັນທີ່ມີຄວາມຍາວເປັນອັນດັບ 12 ຂອງໂລກນີ້ຍັງຄົງເປັນເຊັ່ນນີ້ຕໍ່ໄປດ້ວຍຄວາມໂລພໂມ
ໂທສັນຂອງກຸ່ມຜູ່ນຳຣັຖຯທີ່ຣວມຫົວກັບພໍ່ຄ້າໄມ້ ກໍຍ່ອມເປັນປັຈຈັຍເລົ່ງໃຫ້ເກີດໄພຍພິບັຕິໄດ້ໂດຍສິ່ງບອກ
ເຫຕຸທີ່ເກີດຂຶ້ນມາແລ້ວເວລານີ້ກໍຄືທຸກປຼະເທສແຖບລຸ່ມແມ່ນ້ຳຂອງຄືຈີນ-ພມ້າ-ລາວກັມພູຊາແລະວຽຕນາມ
ຕ່າງກໍໄດ້ຮັບໄພຍນ້ຳຖ້ວມໂດຍທົ່ວໜ້າແລະຮຸນແຮງຂຶ້ນທຸກໆປີແລະຈະຕາມມາດ້ວຍໄພຍແລ້ງແສນສາຫັສ
ຕຼອດເຄິ່ງແຣກຂອງປີນີ້.

                           ຣາຍງານສບັບນີ້ຊີ້ໃຫ້ເຫັນເຖິງຣະບົບນິເວສແລະຜົລສະທ້ອນຈາກໄພຍກາຣຕັດໄມ້ເຖື່ອນ
ຂອງກຸ່ມຜູ່ມີອຳນາຈຣັຖແລະກອງທັພ ຊຶ່ງທັງໝົດນີ້ຖືໄດ້ວ່າເປັນອາຊຍາກອນຂ້າລ້າງເຜົ່າພັນທ໌ໄດ້ແລ້ວ.

                                                        ພົຼມສີ່ໜ້າ.
                   ຂອບໃຈກັບທຸກທ່ານທີ່ໃຫ້ຄວາມສົນໃຈກັບຣາຍງານຂ່າວໃນ blogger ນີ້

No comments:

Post a Comment