Thursday, November 17, 2011

                                     ໃນເມື່ອປຼະຊາຄົມໂລກເຫັນພ້ອງຕ້ອງກັນໃນເຣື້ອງ"Democracy
             Human Rights"????.ໃນເມື່ອຜູ່ຖືກປົກຄອງບໍ່ໃຫ້ຄວາມເປັນທັມເລືອກປະຕິບັຕິກາຣຕໍ່
              ສູ້ດິ້ນຮົນຕໍ່ຕ້ານພັຄ-ຣັຖຍ່ອມຈະເກີດຂຶ້ນບໍ່ໄວກໍຊ້າເຊັ່ນຕົວຢ່າງທີ່ກຳລັງເກີດໃນໂລກເວ
              ລານີ້ບໍ່ວ່າໃນຊີກໂລກໃດໆກໍຕາມທີ່ມີກາຣກົດຂີ່ຂົ່ມເຫງຕ້ອງມີກາຣຕອບໂຕ້?


                                    ປະຕິນຍາສາກົລທີ່ກ່າວໄວ້ໃນບົທຄວາມກ່ອນນັ້ນມີດັ່ງນີ້

                                                                        ຂໍ້ II

ມະນຸສຍ໌ທັງຫຼາຽເກີດມາຕ້ອງມີອິສຣະເສຣີ ເທົ່າທຽມກັນທັງສັກດິ໌ສຣິແລະສິດທິ ທຸກຄົນຕ້ອງໄດ້
ຮັບປຼະສິດທິປຼະສາເຫຕຸຜົລແລະມະໂນທັມແລະຄວນໄດ້ປະຕິບັຕິຕໍ່ກັນຢ່າງສັນພີ່ນ້ອງ.

                                                                        ຂໍ້ II

ບຸຄລົງມັກທີ່ຈະມີສິດທິແລະເສຣີພາບຕາມທີ່ຣະບຸໄວ້ໃນປະຕິນຍາສບັບນີ້ ທັງນີ້ໂດຍບໍ່ມີກາຣຈຳ
ແນກຄວາມແຕກຕ່າງໃນເຣື້ອງໃດໆເຊັ່ນເຊື້ອຊາຕິ,ສາສນາ,ຜິວພັນທ໌,ເພສ,ພາສາ,ຄວາມເຫັນໃນ
ທາງກາຣເມືອງຫຼືທາງອື່ນໃດຫຼືຊາຕິຫຼືສັງຄົມອັນເປັນທີ່ມາເດິມ ຊັພຍ໌ສິນ ກາຣກຳເນີດຫຼືສຖານະ
ອື່ນໃດໆ.
 ນອກຈາກນີ້ກາຣຈຳແນກຂໍ້ແຕກຕ່າງໂດຍອາໃສມູລຖານແຫ່ງສຖານະທາງກາຣເມືອງ ທາງດຸລ
ອານາຈຫຼືເຣື້ອງຣະຫວ່າງປຼະເທສ ຫຼືດິນແດນຊຶ່ງບຸຄຄົລສັງກັດເຮັດບໍ່ໄດ້ນັ້ນ ທັງນີ້ບໍ່ວ່າດິນແດນດັ່ງ
ກ່າວຈະເປັນເອກຣາຊ ຢູ່ໃນຄວາມພິທັກສ໌ ບໍ່ໄດ້ປົກຄອງດ້ວຽຕົນເອງຫຼືຢູ່ພາຽໃຕ້ກາຣຈຳກັດແຫ່ງ
ອະທິປໄຕຍອື່ນໃດກໍຕາມແຕ່.

                                                                           ຂໍ້ II
 ບຸຄຄົລມີສິດທິໃນກາຣດຳເນີນຊີວິຕ ໃນເສຣີທັມແລະໃນຄວາມໝັ້ນຄົງແຫ່ງຮ່າງກາຽ


                                                                           ຂໍ້ II


ບຸຄຄົລໃດຈະຖືກບັງຄັບໃຫ້ເປັນທາສຫຼືຢູ່ໃນພາວະຈຳຍອມໃດໆບໍ່ໄດ້ ກາຣເປັນທາສແລະກາຣຄ້າ
ທາສຈະບໍ່ມີໄດ້ໃນທຸກຮູປແບບ.
                                                                            ຂໍ້ II


ບຸຄຄົລໃດຈະຖືກທໍຣະມານຫຼືໄດ້ຮັບປະຕິບັຕິ ຫຼືລົງໂທສທັນທ໌ ຊຶ່ງມີກາຣທາຣຸນໂຫຕ ໄຮ້ມະນຸສຍ໌
ທັມຫຼື ຢຽດຢາມກຼຽຕິບໍ່ໄດ້ເດັດຂາດ.
                                                                            ຂໍ້ II


ທຸກຄົນມີສິດທິທີ່ຈະໄດ້ຮັບກາຣຍອມຮັບວ່າເປັນບຸຄຄົລໃນກົຕໝາຍບໍ່ວ່າໃນທີ່ແຫ່ງໃດໆໃນໂລກ.


                                                                            ຂໍ້ II


ທຸກໆຄົນຕ່າງສເມີພາບກັນໃນກົຕໝາຍແລະມັກທີ່ຈະໄດ້ຮັບຄວາມຄຸ້ມຄອງຕາມກົຕໝາຽເທົ່າທຽມ
ກັນໂດຽປຼາສຈາກກາຣເລືອກປະຕິບັຕິໃດໆ ທຸກຄົນມັກທີ່ຈະໄດ້ຮັບຄວາມຄຸ້ມຄອງຢ່າງສເມີໜ໊າ
ຈາກກາຣເລືອກປະຕິບັຕິໃດໆ ອັນເປັນກາຣລ່ວງລະເມີດປະຕິຍານສບັບນີ້ແລະຕໍ່ກາຣຍຸຍົງສົ່ງເສິມ
ໃຫ້ເກີດກາຣເລືອກປະຕິບັຕິກໍຜິດຕາມປະຕິນຍາສບັບນີ້ເຊັ່ນກັນ.


                                                                              ຂໍ້ II


ບຸຄຄົລມີສິດທິທີ່ຈະໄດ້ຮັບກາຣປິ່ນປົວຢ່າງຖືກຕ້ອງແລະເປັນທັມຢ່າງໄດ້ຜົລໂດຽສາລແຫ່ງຊາຕິ
ຊຶ່ງມີອຳນາຈເນື່ອງຈາກກາຣກຼະທຳໃດໆອັນເປັນກາຣລະເມີດຕໍ່ສິດທິຂັ້ນພຶ້ນຖານຊຶ່ງຕົນໄດ້ຮັບ
ຈາກຣັຖທັມນູນຫຼືກົຕໝາຍນັ້ນໆພາຍໃນປຼະເທສຢ່າງເປັນທັມ.


                                                                            ຂໍ້ II

                  ບຸຄຄົລໃດຈະຖືກຈັບກຸມຄຸມຂັງຫຼືເນຣະເທສໂດຍພາລະກາຣບໍ່ໄດ້ເດັດຂາດ


                                                                             ຂໍ້ II I


ບຸຄຄົລມັກແລະຊອບທີ່ຈະເທົ່າທຽມກັນຢ່າງສົມບູນໃນອັນທີ່ຈະໄດ້ຮັບກາຣພິຈາຣະນາຢ່າງເປັນ
ທັມແລະເປີດເຜີຍໂດຽສາລທີ່ເປັນອິສຣະແລະບໍ່ມີອະຄຕິໃນກາຣວິນິຈສັຍຊີ້ຂາດສິດທິແລະໜ້າທີ່
ຕຼອດຣວມໄປເຖິງຂໍ້ທີ່ຕົນຖືກກ່າວຫາໃດໆທາງອາຍາ.


                                                                            ຂໍ້ II I


ບຸຄຄົລທີ່ຖືກກ່າວຫາດ້ວຍຄວາມຜິດທາງອາຍາມີສິດທິທີ່ຈະໄດ້ຮັບກາຣສັນນິຖານໄວ້ກ່ອນວ່າ
ເປັນບຸຄຄົລບໍຣິສຸດທິຈົນກວ່າຈະມີກາຣພິຈາຣນາພິສູຈນ໌ວ່າມີຄວາມຜິດຕາມກົຕໝາຽໃນກາຣພິ
ຈາຣນາໂດຽເປີດເຜີຍໃນທີ່ຊຶ່ງຕົນໄດ້ຮັບຫຼັກປຼະກັນທັງໝົດທີ່ຈຳເປັນໃນກາຣຕໍ່ສູ້ຄະດີ.
   ບຸຄຄົລຈະຖຶກຖືວ່າມີຄວາມຜິດທີ່ມີໂທສທາງອາຍາໃດໆ ດ້ວຍເຫຕຸທີ່ຕົນໄດ້ກຼະທຳຫຼືລະເວັ້ນ
ກາຣກຼະທຳໃດໆ ຊຶ່ງກົຄໝາຍຂອງປຼະເທສຫຼືກົຕໝາຍຣະຫວ່າງປຼະເທສໃນຂນະທີ່ໄດ້ກຼະທຳນັ້ນ ບໍ່ໄດ້ຖືກຣະບຸຊັດເຈນວ່າມີຄວາມຜິດທາງອາຍານັ້ນບໍ່ໄດ້ແລະໂທສທີ່ຈະລົງແກ່ບຸຄຄົລນັ້ນໜັກ
ກວ່າໂທສທີ່ໃຊ້ຢູ່ໃນຂນະທີ່ກາຣກຼະທຳຄວາມຜິດທາງອາຍານັ້ນເກີດຂຶ້ນບໍ່ໄດ້.


                                                                               ຂໍ້ II I


ກາຣເຂົ້າໄປສອດແຊກໂດຽພາລະກາຣໃນກິຈກາຣສ່ວນຕົວ ຄອຍຄົວ ເຄຫະສຖານ ກາຣສົ່ງຂ່າວ
ສາຣຕຼອດເຖິງກາຣໂຈມຕີຕໍ່ກຽຕິຍົສແລະຊື່ສຽງຂອງບຸຄຄົລນັ້ນຈະເຮັດບໍ່ໄດ້ ທຸກຄົນມີສິດທິທີ່ຈະ
ໄດ້ຮັບກາຣຄຸ້ມຄອງຕາມກົຕໝາຍຈາກກາຣສອດແຊກແລະກາຣໂຈມຕີດັ່ງກ່າວ.


                                                                               ຂໍ້ II I


ບຸຄຄົລມີສິດທິທີ່ຈະຕ້ອງມີເສຣີພາບໃນກາຣເຄື່ອນຍ້າຍແລະໃນຖິ່ນທີ່ຢູ່ອາໃສພາຽໃນຂອບເຂຕດິນ
ແດນຂອງແຕ່ລະຣັຖ. ບຸຄຄົລມີສິດທິທີ່ຈະເດີນທາງອອກນອກປຼະເທສໃດໆກໍໄດ້ຣວມທັງຂອງຕົນ
ເອງແລະມີສິດທິທີ່ຈະກັບສູ່ບ້ານເກີດເມືອງນອນຂອງຕົນໄດ້.


                                                                               ຂໍ້ II I


ບຸຄຄົລມີສິດທິທີ່ຈະສແວງຫາແລະພັກພິງໃນປຼະເທສອື່ນໆໄດ້ເພື່ອລີ້ໄພຍຈາກກາຣຖືກກົດຂິ່ຂົ່ມເຫງ
ສິດທິອັນນີ້ຈະຖືກກ່າວອ້າງບໍ່ໄດ້ໃນກໍຣະນີກາຣຟ້ອງຄະດີ ຊຶ່ງໂດຽປຼາສຈາກຄວາມຈິງທີ່ເກີດຈາກ
ຄວາມຜິດທີ່ບໍ່ແມ່ນເຣື້ອງທາງກາຣເມືອງຫຼືຈາກກາຣກຼະທຳທີ່ຂັດຕໍ່ຄວາມຄວາມມຸ້ງປຼະສົງຄ໌ແລະ
ຫຼັກກາຣຂອງສຫະປຼະຊາຊາຕິ.


                                                                               ຂໍ້ II I


                                                                    ບຸຄຄົລມີສິດທິໃນກາຣຖືສັນຊາຕິ
ກາຣຖອນສັນຊາຕິໂດຽພາລະກາຣຫຼືປະຕິເສທສິດທິທີ່ຈະປ່ຽນສັນຊາຕິຂອງບຸຄຄົລໃດນັ້ນຈະກຼະ
                                                                                ທຳບໍ່ໄດ້ເດັດຂາດ.


                                                                                ຂໍ້ II I
ຊາຍ ຫຼືຍິງເມື່ອຈເຣີນວັຍບໍຣິບູນແລ້ວມີສິດທິທີ່ຈະສົມຣົສແລະສ້າງຄອບຄົວໂດຽບໍ່ມີກາຣຈຳກັດໃດໆ
ແລະເນື່ອງມາຈາກເຊື້ອຊາຕິ ສັນຊາຕິຫຼືສາສນາ ບຸຄຄົລຊອບມັກທີ່ຈະມີສິດທິເທົ່າທຽມກັນໃນເຣື້ອງ
ກາຣສົມຣົສໃນຣະຫວ່າງກາຣສົມຣົສແລະໃນກາຣຂາດຈາກກາຣສົມຣົສ. ກາຣສົມຣົສຈະກຼະທຳໄດ້
ໂດຽກາຣຍິນຍອມຢ່າງເສຣີແລະເຕັມໃຈຂອງຄູ່ທີ່ຕັ້ງໃຈຈະກຼະທຳກາຣສົມຣົສ. ຄອບຄົວຄື ກຸ່ມຊຶ່ງ
ເປັນໜ່ວຍທາງທັມຊາຕິແລະພຶ້ນຖານທາງສັງຄົມຊອບມັກທີ່ຈະໄດ້ຮັບຄວາມຄຸ້ມຄອງໂດຽສັງຄົມແລະ
                                                                      ທາງພາຄຣັຖ.


                                                                                ຂໍ້ II I 


ບຸຄຄົລມີສິດທິໃນກາຣເປັນເຈົ້າຂອງຊັພຍ໌ສິນໂດຽລຳພັງຕົນເອງແລະໂດຽກາຣຮ່ວມກັບຜູ່ອື່ນໆ. ກາຣ
ຍຶດຊັພຍ໌ສິນຂອງບຸຄຄົລໃດໄປໂດຽພາລະກາຣຈະກຼະທຳບໍ່ໄດ້ເດັດຂາດ.


                                                                                 ຂໍ້ II I


ບຸຄຄົລມີເສຣີພາບທາງຄວາມຄິດ ມະໂນທັມແລະສາສນາ ສິດທິນີ້ຣວມເຖິງເສຣີພາບທີ່ຈະປ່ຽນສາສ
ນາຫຼືຄວາມເຊື່ອແລະເສຣີພາບທີ່ຈະສະແດງໃຫ້ສາສນາຫຼືຄວາມເຊື່ອປຼະຈັກສ໌ໃນຮູປແບບກາຣສັ່ງ
ສອນ ກາຣປະຕິບັຕິ ກາຣເຄົາຣົພສັກກາຣະບູຊາ ສວດມົນຕ໌ແລະພິທີກັມ ບໍ່ວ່າຈະໂດຽລຳພັງຕົນເອງ
ຫຼືຮ່ວມກັບຜູ່ອື່ນໃນປຼະຊາຄົມ ໃນທີ່ສາທາຣນະຫຼືໃນສ່ວນຕົວກໍຕາມ.


                                                                                 ຂໍ້ II I


ບຸຄຄົລມີສິດທິແລະເສຣີພາບໃນຄວາມເຫັນແລະກາຣສະແດງອອກ ສິດທິນີ້ຣວມເຖິງເສຣີພາບທີ່ຈະ
ຍຶດໝັ້ນໃນຄວາມຄິດເຫັນໂດຽປຼາສຈາກກາຣສອດແຊກແລະທີ່ຈະສະແວງຫາຮັບ ຕຼອດຈົນກາຣແຈ້ງ
ຂ່າວ ຣວມທັງຄວາມຄິດເຫັນໂດຽຜ່ານສື່ໃດໆໂດຍບໍ່ຕ້ອງຄຳນຶງເຖິງເຂຕແດນ.


                                                                                   ຂໍ້ II I
ບຸຄຄົລມີສິດທິແລະເສຣີພາບໃນກາຣຊຸມນຸມແລະສມາຄົມໂດຍສງົບ ກາຣບັງຄັບໃຫ້ບຸຄຄົລເຂົ້າເປັນ
ສມາຊິກຈະກຼະທຳບໍ່ໄດ້..


                                                                                    ຂໍ້ II I


ບຸຄຄົລມີສິດທິທີ່ຈະເຂົ້າຮ່ວມໃນຣັຖບາລຂອງຕົນບໍ່ວ່າຈະໂດຽຫຼືຜູ່ແທນທີ່ຜ່ານກາຣເລືອກຕັ້ງຢ່າງເສຣີ
ບຸຄຄົລມີສິດທິທີ່ຈະເຂົ້າເຖິງກາຣບໍຣິກາຣສາທາຣນະໃນປຼະເທສຂອງຕົນ. ເຈຕຈຳນົງຂອງປຼະຊາຊົນ
ຈະເປັນຖານອຳນາຈຂອງຣັຖບາລ ເຈຕຈຳນົງນີ້ຈະສະແດງອອກໂດຽກາຣເລືອກຕັ້ງເປັນຄັ້ງເປັນຄາວ
ຢ່າງແທ້ຈິງໂດຍກາຣໃຫ້ສິດທິອອກສຽງຢ່າງທຢ່ວເຖິງແລະເທົ່າທຽມໂດຽກາຣລົງຄະແນນລັບຫຼືໂດຽວິ
ທີກາຣລົງຄະແນນຢ່າງເສຣີ.


                                                                                      ຂໍ້ II I


ໃນຖານະສມາຊິກຂອງສັງຄົມ ດ້ວຍຄວາມພຽນພຍາຍາມຂອງຊາຕິຕຼອດຈົນຄວາມຮ່ວມມືຣະຫວ່າງ
ປຼະເທສແລະໂດຽສອດຄ່ອງກັບກາຣຈັດຣະບຽບແລະຊັພພຍາກອນຂອງແຕ່ລະຣັຖບຸຄຄົລມີສິດທິໃນ
ຄວາມໝັ້ນຄົງທາງສັງຄົມແລະຊອບມັກທີ່ຈະໄດ້ຮັບຜົລແຫ່ງສິດທິທາງເສຖກິຈ ສັງຄົມແລະວັທນະ
ທັມ ຊຶ່ງຈຳເປັນຕໍ່ສັກດິ໌ສຣີແລະກາຣພັທນາບຸຄລິກພາບຢ່າງເສຣີຂອງຕົນ.


                                                                                        ຂໍ້ II I


ບຸຄຄົລມີສິດທິທີ່ຈະທຳງານແລະເລືອກງານຢ່າງເສຣີແລະມີສພາວະກາຣທຳງານທີ່ຍຸຕິທັມແລະພໍໃຈ
ທີ່ຈະໄດ້ຮັບກາຣຄຸ້ມຄອງຈາກກາຣວ່າງງານ. ບຸຄຄົລມີສິດທິໃນກາຣໄດ້ຮັບກາຣຄຸ້ມຄອງປຼະໂຍຊນ໌
ທາງດ້ານສິລທັມແລະທາງວັດຖຸອັນເປັນຜົລໄດ້ຈາກກາຣປຼະດິສຖ໌ທາງວິທຍາສາສຕຣ໌ ວັນນະກັມ
ແລະສິລປ໌ທີ່ຕົນເປັນເຈົ້າຂອງ.
                                                                                     ຂໍ້ II I


ບຸຄຄົລຊອບມັກທີ່ຈະໄດ້ຮັບປຼະໂຍຊນ໌ຈາກກາຣປ່ຽນສັງຄົມແລະຣະຫວ່າງປຼະເທສອັນທີ່ຈະອຳນວຍ
ໃຫ້ກາຣໃຊ້ສິດທິແລະເສຣີພາບບັລດາທີ່ໄດ້ຣະບຸໄວ້ໃນປະຕິນຍາສບັບນີ້ໄດ້ຢ່າງເຕັມທີ່.


                                                                                      ຂໍ້ II I


ບຸຄຄົລມີໜ້າທີ່ຕໍ່ປຼະຊາຄົມອັນເປັນທີ່ດຽວ ຊຶ່ງບຸຄລິກພາບຂອງຕົນຈະພັທນາໄດ້ຢ່າງເສຣີເຕັມຄວາມ
ສາມາດໃນກາຣໃຊ້ສິກທິແລະເສຣີພາບບຸຄຄົລຕ້ອງຢູ່ພາຽໃຕ້ພຽງເຊັ່ນທີ່ຈຳກັດໂດຽກົຕໝາຽສເພາະ
ເພື່ອຄວາມມຸ້ງປຼະສົງຄ໌ໃຫ້ໄດ້ມາຊຶ່ງກາຣຍອມຮັບແລະເຄົາຣົພໃນສິດທິແລະເສຣີພາບຂອງຜູ່ອື່ນ
ເພື່ອໃຫ້ສອດຄ່ອງກັບຂໍ້ກຳນົດຂອງສິລທັມ ຄວາມສງົບຮຽບຣ້ອຍຂອງປຼະຊາຊົນແລະສວັສດິກາຣ
ໂດຽທົາວໆໄປໃນສັງຄົມປຼະຊາທິປໄຕຍ.
   ສິດທິແລະເສຣີພາບເຫຼົ່ານີ້ບໍ່ວ່າດ້ວຍກໍຣະນີໃດໆຈະໃຊ້ຂັດກັບຄວາມມຸ້ງປຼະສົງຄ໌ແລະຫຼັກກາຣ
ຂອງສຫະປຼະຊາຊາຕິບໍ່ໄດ້.
                                                                                         ຂໍ້ II I


ຂໍ້ຄວາມຕ່າງໆຕາມປະຕິນຍານີ້ບໍ່ເປີດຊ່ອງທີ່ຈະແປລຄວາມໄດ້ວ່າ ໃຫ້ສິດທິໃດໆແກ່ຣັຖ ກຸ່ມຊົນຫຼື
ບໍ່ຄົລໃດໆທີ່ຈະປຼະກອບກິຈກັມຫຼືກຼະທຳກາຣໃດໆ ອັນມຸ້ງຕໍ່ກາຣທຳລາຍສິດທິແລະເສຣີພາບໃດໆ
ທີ່ໄດ້ຣະບຸໄວ້ໃນບົທບັນຍັຕິສບັບນີ້.
                                                         ແປຣວບຣວມຈາກບົທປຼະຊາວິເຄາະຫ໌.






 
 

No comments:

Post a Comment