Tuesday, November 15, 2011

                                  ຄ່ານິຍົມຍຸຄໃໝ່ ຊຶ່ງເປັນຍຸຄແຫ່ງກາຣປະຕິຮູປທາງສັງຄົມໂລກແລະ
                         ສັງຄົມພູມິພາຄເພື່ອກ້າວໄປສູ່ທຶສດີທຶນນິຍົມໂລກາພິວັຕນ໌ໂດຍກາຣຣວມກຸ່ມ
                                     (ພຽງເປັນຕົວຢ່າງຫຍໍ້ໆບໍ່ແມ່ນຣາຽລະອຽດໃຫ້ຖືວ່າເປັນກາຣທົບທວນ)

  ຄ່ານິຍົມຂອງຄົນຣຸ້ນໃໝ່ປຼະກອບດ້ວຍ:ຄຸນທັມທາງສັງຄົມ,ຈາຣິຍະທັມ,ວັທນະທັມແລະຄຸນສົມບັຕິໃນຣະບອບ
ກາຣບໍຣິຫາຣຈັດກາຣ ຊຶ່ງກ້າວໄປສູ່ກາຣປະຕິຮູປຫຼືກາຣປະຕິວັຕິທີ່ສອດຄ່ອງກັບສິ່ງທີ່ກ່າວມາໃນຂັ້ນຕົ້ນເຊັ່ນ
ດຽວກັບຍານພາຫານະທີ່ເຮົາໃຊ້ປຼະຈຳວັນຣະບອບແລະໂຄງສ້າງຂອງບໍຣິສັທກາຣຜລິຕແລະຍິ່ຫໍ້ຂອງຣົຖມັນ
ອາຈຈະດີແລະຣະບົບກາຣເດີນຂອງສ່ວນຕ່າງໆໃນຕົວຣົຖມັນອາຈເກົ່າທາງບໍຣິສັທເຂົມີກຳນົດກົຕເກນໄວ້ວ່າ
ຣົຖແຕ່ລະຍິ່ຫໍ້ຫລະແຕ່ບໍຣິສັທນັ້ນເຂົາມີກຳນົດກົຕເກນທ໌ໄວ້ວ່າຈະໃຊ້ງານໄດ້ນານຂນາດໃດ,ຊຶ່ງໃນຕົວຣົຖຄັນ
ນຶ່ງປຼະກອບໄປດ້ວຍຫຼາຍພາຄສ່ວນຂອງກາຣເດີນຂອງຣົຖເຊັ່ນໃນຍຸຄໃໝ່ມັນກ້າວໜ້າທາງເທຄໂນໂລຍີມັນຈະ
ບໍ່ເໝືອນຍຸຄເກົ່າທີ່ໃຊ້ພລັງນ້ຳຜັກດັນໃນກາຣເດີນ: ຣະບອບບໍ່ຖືກ ຣະບົບກາຣເດີນຣົຖກໍໃຊ້ບໍ່ໄດ້ສັນໃດກາຣບໍ
ຣິຫາຣຈັດກາຣປົກຄອງປຼະເທສກໍເຊັ່ນດຽວກັນ.
-ເຄື່ອງຈັກຣກົລ ກໍມີຫຼາຽຂນາດຄືຂນາດ 4 ສູບ 6 ສູບ 8 ສູບ ແຕ່ບາງບໍຣິສັທອາຈຜລິຕ 3 ສູບ 5 ສູບ ຫຼື 12 ສູບກໍ
   ອາຈຈະມີສຸດແລ້ວແຕ່ຄ່ານິຍົມຂອງສັງຄົມພາໄປຫຼືຄ່ານິຍົມຂອງຕລາດ.
-ສາຍໄຟ-ໝໍ້ນ້ຳ-ໄດຊາຣ໌ດ-ໄດສຕາຣ໌ຕແລະອື່ນໆແມ້ແຕ່ນ້ຳມັນກໍຍັງມີຫຼາຍຊນິດ ມັນເຄື່ອງ-ນ້ຳມັນເບນຊິນຊນິດ
  ຕ່າງໆສຸດແລ້ວແຕ່ຣົສນິຍົມຂອງສັງຄົມສັນໃດ ຣະບອບບໍຣິຫາຣຈັດກາຣກໍເຊົ່ນດຽວກັນຕ້ອງເປັນໄປຕາມຄ່ານິ
ຍົມຂອງສັງຄົມໂລກໄຊເບີຣ໌ທັງສິ້ນ.
 ໃນຍຸຄສົງຄາມເຢັນ ສັງຄົມໂລກຕໍ່ສູ້ແລະແຂ່ງຂັນກັນທັງດ້ວຍກຳລັງອາວຸທກຳລັງທຫາຣແລະໃນຍຸຄນີ້ແມ່ນກາຣ
ຕໍ່ສູ້ຍາດແຍ່ງກັນເປັນເຈົ້າຍຸທຈັກຣເພື່ອປົກຄອງໂລກຣະຫວ່າງລັດທິສັງຄົມນິຍົມຄອມມິວນິສຕ໌ກັບລັດທິເສຣີປຼະ
ຊາທິປໄຕຍແຕ່ລະຝ່າຍສູນເສັຽທັງຊັພພຍາກອນທັມຊາຕິແລະຊັພພຍາກອນມະນຸສຍ໌ ຊຶ່ງໃນລັດທິຄອມມິວນິສຕ໌
ຕ້ອງພ່າຍແພ້ແກ່ລັດທິເສຣີນິຍົມກໍເພາະຄວາມແຕກຕ່າງໃນກາຣຕໍ່ສູ້ຄື ລັດທິສັງຄົມນິຍົມຄອມມິວນິສຕ໌ໃຊ້ແຕ່ທຶສ
ດີໂຄຊນາຊວນເຊື່ອ ນາບຂູ່ດ້ວຽກຳລັງກອງທັພເຂັ່ນຂ້າແບບບໍ່ເລືອກໜ້າຍົກຍ້ອງທຶສດີມາກຊ໌-ເລນິລໃນກາຣລົ້ມ
ຣະບອບສັກດິນາຂອງພຼະເຈົ້າຊາຣ໌ນາຍທຶນຖຶວ່າເປັນສັຕຼູຮ້າຽແຮງຕໍ່ຣະບອບທີ່ພວກຕົນເຫັນວ່າດີເລີສປຼະເສີຖສຸຂ
ໃຫ້ຕົ້ນຕຳຫຣັບຂອງສຫະພາບໂຊວຽຕຫວັງຄອງໂລກຂັບໄລ່ໃສ່ຄວາມ.
   -ສ່ວນລັດທິເໝົາເຊຕຸງອ້າງເອົາກາຣປະຕິວັຕິວັທນະທັມເປັນຫົວຫອກເພື່ອຫວັງຄອງຄວາມເປັນເຈົ້າແຫ່ງ
ເອເຊັຽທັງໝົດຮ່ວມມືກັບຊຸນນຍັດເຊນລົ້ມຣາຊວົງສ໌ຮັນແລະເພື່ອຫວັງຈະກຶນກິນກຸ່ມຂອງນາຍພົລເຈັຽໄຄເຊັຄ
ນັ້ນຈຶ່ງຮ່ວມມືກັບໂຊວຽຕໂດຍຍົກເອົາດິນແດນມົງໂກຣ໌ດ້ານຕິດກັບຣັສເຊັຽແລກກັບອາວຸທຍຸທໂທປຼະກອນແລະ
ສະບຽງຕຼຽມຫັກຫຼັງນາຍພົລຊຸນຍັດເຊນແລ້ວຫັນມາກຳຈັດໃນພາຽຫຼັງ ຊຸນຍັດເຊນສູ້ບໍ່ໄຫວຈຳເປັນຕ້ອງພາລູກ
ນ້ອງແລະປຼະຊາຊົນສ່ວນນຶ່ງໜີອອກມາຕັ້ງຫຼັກທີ່ເກາະໄຕ້ຫວັນແລ້ວສອງສຫາຽທັງໂຊວຽຕແລະຈີນຈຶ່ງຈັບມື
ກັນເປັນປໍຣະປັກສູ້ກັບສຫະຣັຖໃນຊ່ວງທີ່ສຫະຣັຖຯເປີດບັ້ນຣົບຢູ່ໃນພາຄພຶ້ນເອເຊັຽຕະວັນອອກສຽງໃຕ້ຄືທັງ
ໃນວຽຕນາມໃຕ້-ລາວແລະກັມພູຊາ. ໃນລັດທິໂຮ່ຈິມິນນັ້ນເປັນພຽງສົງຄາມຕົວແທນຂອງຈີນແລະໂຊວຽຕໃນ
ຂນະດຽວກັນໂຮ່ຈິມົນກໍໝູນໃຊ້ລັດທິຄອມມິສຕ໌ນີ້ມາເປັນກາຣຕໍ່ສູ້ຂັບໄລ່ຈັກພັຕອະເມຣິກາທີ່ເຂົ້າຊ່ອຍເຫຼືອ
ວຽຕນາມໃຕ້ຂນະທີ່ໂຮ່ຈິມິນຫວັງຜົລຈະປົດປ່ອຽເອເຊັຽຕະວັນອອກສຽງໃຕ້ໃຫ້ເປັນລັດທິສັງຄົມນິຍົມຄອມຯ
ແລະຫວັງຈະເອົາສ່ວນແບ່ງຈາກລັດທິເໝົາຄຸມລາວ,ຂເມຣຣວມເຖິງໃນເຄືອແຫຼມອິນໂດຈີນທັງໝົດເຊັ່ນກັນ.
   ເມື່ອເປັນດັ່ງນັ້ນສຫະຣັຖຯເຫັນວ່າ 2 ສູ້ນຶ່ງຄື ໂຊວຽຕມີເທຄໂນໂລຍີເທົ່າທຽມສຫະຣັຖສ່ວນຈີນມີກຳລັງຄົນ
ເພື່ອລົ້ມຣະບອບປ່າເຖື່ອນນີ້ຈຳເປັນຕ້ອງແຍກຈີນອອກຈາກໂຊວຽຕກ່ອນແລ້ວຈຶ່ງຈັດກາຣໂດຍຫາວິທີກາຣ
ທາງກາຣທູຕຕໍ່ຣອງກັບຈີນ ເມື່ອຈີນຕົກລົງຮ່ວມມືແລ້ວສຫະຣັຖຯຈຶ່ງຫັນໄປຫຼິ້ນງານສຫະພາບໂຊວຽຕຈົນ
ລົ້ມລະລາຍໂດຍກາຣພັງກຳແພງເບິຣ໌ລິນ.
    ດັ່ງກາຣຖອນກຳລັງໜີຈາກວຽຕນາມຂອງສຫະຣັຖກໍຄືກາຣຕັນທ້າງນ້ຳທີ່ໄຫຼມາຈາກໂຊວຽຕແລະຈີນ
ແລ້ວມາຄິດບັນຊີຈີນຕາມທີ່ຫຼັງດັ່ງປັຈຈຸບັນນີ້..ຈຶ່ງບໍ່ແມ່ນສຫະຣັຖຯເສັຽໄຊໃນວຽຕນາມເຫັນແຈ້ງຢູ່ບ່ອນ
ວ່າ ຫາກອະເມຣິກາເສັຽໄຊຈິງໆແກວບໍ່ແລ່ນມາກອດຂາອະເມຣິກາໃຫ້ໄປຊ່ອຍຟື້ນຟູປຼະເທສດັ່ງທີ່ພວກ
ເຮົາເຫັນກັນຢູ່ເວລານີ້.ສນັ້ນຈຶ່ງເຫັນໄດ້ວ່າຄຸນຄ່າທາງສັງຄົມໂລກແລະຄຸນສົມບັຕິຕ່າງໆມັນຈຶ່ງໝູນໄປຕາມ
ວັຖຈັກຣຂອງກົງລໍ້ປຼະວັຕິສາສຕຣ໌ໂລກບັນທຶກໄວ້ຊຶ່ງໃນນີ້ຣວມເຖິງກາຣຍາດແຍ່ງຊັພພຍາກອນດ້ວຽ.
   ສນັ້ນຈຶ່ງຂໍເຕືອນສະຕິຜູ່ສລາດສ່ອງໃສແຫ່ງກຸ່ມຜູ່ນຳ ສປປ ລາວໄວ້ວ່າ ຫາກພວກສຫາຍຍັງດື້ດຶງຫວງ
ແຫນແພນກັ້ງຣະບອບນີ້ໄວ້ຈະອັນຕຼາຽຕໍ່ຊາຕິແລະປຼະຊາຊົນລາວເພາະຣະບອບນີ້ສັງຄົມໂລກເຂົາໄດ້ຊິມ
ມາກ່ອນພວກສຫາຍນານແລ້ວພວກເຂົາຈຶ່ງຕ້ອງກາຣປ່ຽນແປງຣະບອບດັ່ງເຊັ່ນໃນຍູໂຣປທີ່ເປັນເຄືອຂ່າຍ
ສຫະພາບຍູໂຣປມີກາຣປ່ຽນແປງເຂົ້າຣວມກຸ່ມເປັນສຫະພາບຍູໂຣປກັນໝົດແລ້ວ ແມ້ແຕ່ສຫາຍໂຊວຽຕ
ກໍຍັງຍອມຈຳນົນຕໍ່ຣະບອບສັງຄົມປຼະຊາທິປໄຕຍກັນທົ່ວໜ້າແລ້ວແລະອີກບໍ່ນານແກວກໍຕ້ອງປ່ຽນແປງ
ຊຶ່ງສຫະຣັຖຯກໍເຄີຽເຕືອນສະຕິແກວແລ້ວນັ້ນແຫຼະແກວຈຶ່ງໄດ້ນຳເອົາປຼະທານາທິບດີຄົນເກົ່າທີ່ເປັນລູກ
ຊາຍສຫາຽໂຮ່ຈິມິນຄືນມາເປັນຜູ່ນຳປຼະເທສເພາະແກວມອງເຫັນແລ້ວວ່າໃນບໍ່ຊ້ານີ້ໂລກຕ້ອງມີກາຣປ່ຽນ
ແປງພູມິມິພາຄເອເຊັຽໃຕ້ໃຫ້ເປັນແບບສຫະພາບຍູໂຣປຢ່າງແນ່ນອນແລະເວລານີ້ສຫະຣັຖຯກໍໄດ້ຫວນ
ກັບຄືນສູ່ພູມິພາຄເອເຊັຽຕະວັນອອກເພື່ອກຳຈັດອິດທິພົລຈີນສັຕຼູຕົວສຸດທ້າຍ.
    ເມຶ່ອຊາບດັ່ງນີ້ແລ້ວ ພວກສຫາຍຈະປ່ຽນຣະບອບຫຼືປະຕິວັຕິຣະບອບດ້ວຍຕົນເອງຫຼືຈະໃຫ້ສະພາບ
ກາຣບັງຄັບມາເຖິງນັ້ນຣະວັງມັນຈະສາຍເກີນແກ້ເພາະເວລານີ້ຊັພຍ໌ໃນດິນສິນໃນນ້ຳມັນຈະໝົດໄປຈາກ
ດິນລາວແລ້ວແລະແກວກັບຈີນຍາດກັນກິນໃນດິນລາວ..ຣະວັງອະເມຣິກາຈະໄປເຕະຜ່າຫີບກໍແລ້ວກັນ
ເພາະແກວເອງກໍຢ້ານຈີນທວງໜີ້ແລະສັ່ງສອນ ຈຶ່ງຈ່ອງຂາສົ້ງອະເມຣິກາໄວ້ເທົ່າທຸກວັນນີ້ຈຶ່ງຝາກໄວ້ໃຫ້
ເປັນຂໍ້ຄິດ..

                                                                ພົຼມສີ່ໜ້າ

   



No comments:

Post a Comment