Wednesday, November 9, 2011

ກາຣປ່ຽນແປງທາງກາຣເມືອງພູມິພາຄເອເຊັຽ(ຂ່າວໂລກວັນນີ້)

  ສິງຄ໌ໂປຣ໌-ນັກວິເຄາະຣະບຸວ່າກາຣເມືອງຂອງຫຼາຍປຼະເທສໃນເອເຊັຽຕະວັນອອສຽງໃຕ້ມີກາຣປ່ຽນແປງໃນປີ
ນີ້ຊຶ່ງເປັນສ່ວນນຶ່ງຂອງແນວໂນ້ມກາຣເປີດກວ້າງທາງກາຣເມືອງທີ່ເກີດຈາກກາຣເຄື່ອນໄຫວຂອງຣັຖບາລຫຼື
ປຼະຊາຊົນຜ່ານກາຣເລືອກຕັ້ງບໍ່ແມ່ນກາຣລຸກຮືແບບໂລກອາຫຣັບ.
  ຣາຍງານຍັງຣະບຸວ່າພັຄກິຈປຼະຊາຄົມຂອງສິງຄ໌ໂປຣ໌ໄດ້ເປັນຣັຖບາລອີກສມັຍໃນກາຣເລືອກຕັ້ງເມື່ອເດືອນພຶສ
ພາທີ່ຜ່ານມາ ແຕ່ໄດ້ຄະແນນຕ່ຳທີ່ສຸດເປັນປຼະວັຕິກາຣນ໌ເພາະປຼະຊາຊົນບໍ່ພໍໃຈເຣື້ອງສິນຄ້າຣາຄາແພງແລະຄົນ
ຕ່າງຊາຕິເຂົ້າເມືອງ ນາຍົກຣັຖມົນຕຼີ ລີ ຊຽນ ລຸງຂອງສິງຄ໌ໂປຣ໌ຍອມຮັບວ່າເປັນກາຣເລືອກຕັ້ງທີ່ປ່ຽນແປງພູມິ
ສາສຕຣ໌ກາຣເມືອງຄັ້ງໃຫຍ່.
  ໃນຂນະທີ່ມາເລເຊັຽ ນາຍົກຯນາຈິບ ຣາຊັດ ຍົກເລີກກົຕໝາຍຄວາມໝັ້ນຄົງ 2 ສບັບແລະລົດກາຣເຂັ້ມງວດສື່
ມວລຊົນຫຼັງຈາກຖືກວິພາກສ໌ວິຈາຣນ໌ຢ່າງໜັກເຣື້ອງຕຳຣວຈໃຊ້ກຳລັງປຼາບກາຣຊຸມນຸມຄັ້ງໃຫຍ່ໃນກຸງກົວລາ
ລັມເປິຣ໌ເມື່ອເດືອນກໍຣະກະດາ.
  ສ່ວນໃນປຼະເທສໄທຍ ພັຄເພື່ອໄທຍຂອງ ພຕທ.ທັກສິນ ຊິນວັຕຣອະດີຕນາຍົກຯສາມາດໂຄ່ນຣັຖບາລທີ່ນຳ
ໂດຍພັຄປຼະຊາທິປໄຕິໃນກາຣເລືອກຕັ້ງເມື່ອເດືອນກໍຣະກະດາ ຊຶ່ງຖືເປັນໄຊຊນະຂອງກຸ່ມຄົນເສື້ອແດງແລະລ້າ
ສຸດຣັຖບາລພມ້າໄດ້ຜ່ອນຄາຍກາຣຄວບຄຸມທີ່ເຂັ້ມງວດແລະໄດ້ຍື່ນໄມຕຼີໃຫ້ແກ່ພັຄຝ່າຍຄ້ານບໍ່ແມ່ນຜົລກຼະທົບ
ທີ່ເກີດຂຶ້ນເປັນລູກໂຊ້ໃນໄລຍະສັ້ນ.
  ເມື່ອນຶ່ງຊົ່ວອາຍຸຄົນທີ່ຜ່ານມາປຼະເທສສ່ວນໃຫຍ່ໃນເອເຊັຽຕະວັນອອກສຽງໃຕ້ໄດ້ຖືກປົກຄອງໂດຍຜູ່ນຳແບບ
ກຸມອຳນາຈເດັຈຂາດຫຼືນາຍພົລໃນກອງທັພຊຶ່ງໄດ້ໂຄ່ນລົ້ມ 2 ຜູ່ນຳຄືປຼະທານາທິບດີເຟິຣ໌ດິນານ ມາຣ໌ກອສຂອງ
ຟິລິບປິນສ໌ເມື່ອປີ 1986 ແລະປຼະທານາທິບໍດີ ຊູຮາຣ໌ໂຕ ຂອງອິນໂດເນເຊັຽເມື່ອປີ 1998 ເປັນປັຈຈັຍນື່ງທີ່ເຮັດ
ໃຫ້ເກີດກາຣປ່ຽນແປງຄັ້ງສຳຄັນ.
  ນອກຈາກນີ້ຣະບອບປຼະຊາທິປໄຕຍແບບເຂັ້ມງວດໃນສິງຄ໌ໂປຣ໌ແລະມາເລເຊັຽປ່ຽນມາເປັນເສຣີນິຍົມຫຼາຽ
ຂຶ້ນຣັຖບາລທີ່ມີກອງທັພໃຫ້ກາຣໜຸນຫຼັງໃນປຼະເທສໄທຍແລະອິນໂດເນເຊັຽກໍໄດ້ປ່ຽນມາເປັນປຼະເທສທີ່ມີ
ຄວາມໝາຍຫຼາຍຂຶ້ນດ້ວຍຄວາມປ່ຽນແປງທີ່ເປັນສາກົລຍຸຄທຶນນິຍົມໂລກາພິວັຕນ໌.
  ໃນຂນະທີ່ບຣູໄນຍັງຄົງເປັນຣາຊອານາຈັກຣທີ່ເຂັ້ມງວດ ສ່ວນວຽຕນາມຊຶ່ງເປັນປຼະເທສຂນາດເລັກໃນອິນ
ໂດຈີນຍັງຄົງຕ້ອງໄດ້ພັທນາປ່ຽນແປງຕໍ່ໄປ. ນາຍຈິມ ເດລລາ-ເຈັຽໂຄມາຜູ່ອຳນາຍກາຣໂຄງກາຣເອເຊັຽຕະ
ວັນ
ອອກສຽງໃຕ້ຂອງກຸ່ມອິນເຕິຣ໌ເນຊັລແນລໄຄຣຊິສກຣຸປ ຣະບຸວ່ານັກສັງເກຕກາຣນ໌ມອງເຫັນວ່າແນວໂນ້ມນີ້
ມາຫຼາຍປີແລ້ວ ແຕ່ຂນະນີ້ມອງເຫັນໄດ້ຊັດເຈນຂຶ້ນຈົນຮຽກໄດ້ວ່າເປັນ"ຜົລກຼະທົບຂອງສາຍກາຣບິນຣາຄາ
ປຼະຫຍັດ"ທີ່ອຳນວຍໃຫ້ຄົນໃນພູມິພາຄເດີນທາງໄປເຫັນສຖານະກາຣນ໌ໃນປຼະເທສເພື່ອນບ້ານໄດ້ງ່າຍຂຶ້ນ
ເຮັດໃຫ້ເກີດກາຣແລກປ່ຽນແນວຄວາມຄິດກັນແລະກັນຫຼາຍຂຶ້ນ.
  ຂນະທີ່ປຼະເທສທີ່ຕ້ອງຕິດຕາມໃກ້ຊິດຄືພມ້າ ຊຶ່ງຫຼັງຈາກຄນະຜູ່ນຳທຫາຣໄດ້ລົ້ມສລາຍໄປໃນເດືອນເມສາ
ທີ່ຜ່ານມາແລະຣັຖບາລພົລເຣືອນທີ່ຍັງຄົງມີທຫາຣໜຸນຫຼັງຢູ່ນັ້ນຂຶ້ນມາມີອຳນາຈໄດ້ປ່ອຍນັກໂທສກາຣເມືອງ
ນັບພັນໆຄົນ ນອກຈາກນີ້ຣັຖບາລໃໝ່ຍັງເຊິນນາງອອງຊ່ານ ຊູຈີ ຜູ່ນຳກາຣຮຽກຮ້ອງປຼະຊາທິປໄຕຍໄປຫາຣື
ແລະຍົກເລີກໂຄງກາຣກໍ່ສ້າງເຂື່ອນມຍຶດໂຊນທີ່ເປັນໂຄງກາຣຮ່ວມມືກັບຈີນຫຼັງຖືກຕໍ່ຕ້ານຈາກຊາວພມ້າຈຳ
ນວນນັບໝຶ່ນແລະຫຼາຍໆຖ້ຽວ.
   ສ່ວນດ້ານນາຍໄຊມອນ ເທຍ໌ ປຼະທານສຖາບັນຄວາມສັມພັນທ໌ຣະຫວ່າງປຼະເທສໃນສິງຄ໌ໂປຣ໌ກ່າວວ່າກາຣ
ປ່ຽນແປງໃນສິງຄ໌ໂປຣ໌ ມາເລເຊັຽແລະໄທຍມາຈາກກາຣຜັກດັນຂອງຣັຖບາລມາກກວ່າພາຄສາວນອື່ນໆຂອງ
ປຼະເທສແລະສ່ວນອີກສອງປຼະເທສຄື ລາວແລະວຽຕນາມຫາກຍັງດື້ດຶງຫວງແຫນລັດທິຜເດັຈກາຣເອົາໄວ້ຄົງ
ຕ້ອງປຼະສົບພົບເຫັນຄວາມຫາຍນະຢ່າງຮອບດ້ານ ຊຶ່ງເວລານີ້ກໍໃກ້ມີກາຣປ່ຽນແປງຄັ້ງໃຫຍ່ຂອງສະພາເອ
ຊ່ຽນໂດຍທົບທວນນະໂຍບາຍດັ້ງເດີມຕາມມະຕິທີ່ເຊັນກັນໄວ້ຍຸຄຂອງ ພຕທ.ທັກສິນ ຊິນວັຕນ໌ຄືຕ້ອງກາຣປະ
ຕິຮູປສະພາເອຊ່ຽນໃຫ້ເປັນແບບທຳນອງຂອງສຫະພາບຍູໂຣປຫຼັງປີກາຣເລືອກຕັ້ງປຼະທານາທິບດີສຫະຣັຖຯ.
    ຫາກຫັນມາຖາມ ກຸ່ມ ຜເດັຈກາຣລາວເມື່ອຊາບຂ່າວນີ້ແລ້ວຕຼຽມໃຈກັນໄວ້ຫຼືຍັງ ເຖິງພວກສຫາຍຈະຫວງ
ແຫນຣະບອບຜເດັຈກາຣນີ້ໄວ້ປານໃດກໍຄົງບໍ່ໄດ້ເພາະກຼະແສທຶນນິຍົມໂລກາພິວັຕນ໌ມາແຮງກ່ອນຈະເຖິງວັນ
ນັ້ນຕໍ່ໃຫ້ນາຍເໜືອຫົວແກວຫ້າມປາມຕ້ານກຼະແສກາຣປ່ຽນແປງອັນນີ້ຄົງຈະຍາກແສນເຂັນເພາະດ້ານຄວາມ
ໝັ້ນຄົງດ້ານກາຣທຫາຣນັ້ນຈີນກຳລັງຈໍ່ຄໍຂຍາຍອິດທິພົລເຂົ້າມາພິມູພາຄນີ້ຢ່າງກຼະຊັ້ນຊິດຢູ່ແລ້ວ.

                                              ໂລກໃນວັນນີ້..

No comments:

Post a Comment