Wednesday, November 9, 2011

                                                             (ຕໍ່ຈາກສບັບກ່ອນ)
     ( ກຸ່ມຜເດັຈກາຣລາວບໍ່ຢາກປ່ຽນແປງຣະບອບຢ້ານລາວນອກໄປເປັນນາຍ ຢ້ານທວງບັນຊີເລືອດ)
                     (ແກວເປັນນາຍ ລາວເປັນພຽງຜູ່ບອກໄດ້ໃຊ້ຟັງ ຈິນວາງຕົວເປັນເຖົ້າແກ່ໃນເອເຊັຽ)

                                                    ຄຸນນະພາບໃໝ່ໃນສະພາຕົບມືລາວ-ວຽຕ

         ແນວໂນ້ມແລະຄວາມແນ່ນອນ ຖ້າເຮົາພິຈາຣະນາໃນແງ່ຂອງຄວາມມີສເຖັຽຣະພາບທາງກາຣ
ເມືອງທີ່ເຮັດໃຫ້ມີກາຣບໍຣິຫາຣແລະຈັດກາຣກັບແຜນກາຣພັທນາໃນດ້ານຕ່າງໆໄດ້ຢ່າງຕໍ່ເນື່ອງແລ້ວວຽຕນາມ
ນັ້ນມີໂອກາສຫຼາຍທີ່ສຸດໃນອັນທີ່ຈະພັທນາປຼະເທສໃຫ້ເທົ່າທັນກັບໄທຍຫຼືເລີຍໜ້າໄທຍແລະມາເລເຊັຽໄປຕາມ
ເປົ້າໝາຍແຜນກາຣທີ່ວາງໄວ້ດັ່ງກ່າວ ໂດຽປັຈຈັຍນຶ່ງທີ່ຈະມີສ່ວນທີ່ສຳຄັນຄືທຶນຊັພຍ໌ຂອງວຽຕນາມໃນຕ່າງປຼະ
ເທສ(ວຽຕກຽວ)ທີ່ມີຢູ່ເກືອບ 4ລ້ານຄົນ ຊຶ່ງໄດ້ສົ່ງເງິນທຶນກັບໄປແຜ່ນດິນແມ່ຫຼາຽກວ່າ 8,000 ລ້ານດອລລາໃນປີ
2010 ເພາະແກວເປີດກວ້າງອອກເປັນກົຕໝາຍຮັບຮູ້ວ່າ"ມີແກວດຽວ"ຕ່າງຈາກລາວທີ່ປິດກັ້ນຕົນເອງ.
    ນອກຈາກນັ້ນກາຣທີ່ວຽຕນາມມີກາຣພັທນາຣະບົບໂຄງສ້າງພຶ້ນຖານທາງເສຖກິຈ(Infrastructure) ຢ່າງວ່ອງ
ໄວແລະຕໍ່ເນື່ອງໂດຍປຼາສຈາກບັນຫາຄວາມຂັດແຍ່ງທາງກາຣເມືອງ ແຕກຕ່າງໄປຈາກລາວທີ່ມີນະໂຍບາຽແຕ່
ປາກແລະມີແຕ່ໂຄຊນາຊວນເຊື່ອຕຼອດກາລ ດັ່ງນັ້ນຈຶ່ງເຮັດໃຫ້ວຽຕນາມສາມາດສ້າງຖນົນ Highway ທີ່ເຊື້ອມຕໍ່
ຈາກພາຄເໜືອຈົດເຖິງພາຄໃຕ້ຂອງປຼະເທສທີ່ມີໄລຍະທາງກວ່າ 2000 ກິໂລແມຕຣຈະໃຫ້ເສັຈສົມບູນຕຼອດເສັ້ນ
ທາງແລະຍິ່ງໄປກວ່ານັ້ນທາງກາຣວຽຕນາມຍັງໄດ້ວາງແຜນທີ່ຈະສ້າງຖນົນ Motorway ທີ່ເຊື້ອມຈາກເໜືອຈົດ
ໃຕ້ ແຜນກາຣສ້າງທ່າເຮືອນ້ຳເລິກເພື່ອຮອງຮັບເຮືອຂົນສົ່ງສິນຄ້າຂນາດໃຫຍ່ທີ່ຊາຍຝັ່ງພາຄເໜືອ ພາຄກາງ-
ໃຕ້ຢ່າງຄົບວົງຈອນ.
    ສ່ວນເມືອງໃຫຍ່ໆເຊັ່ນກຸງຮ່າໂນຽແລະນະຄອນໂຮ່ຈິມິນ ຊີຕິ້ນັ້ນ ໄດ້ວາງແຜນກາຣທີ່ຈະສ້າງຣະບົບກາຣຂົນ
ສົ່ງມວລຊົນດ້ວຽຣົຖໄຟຟ້າໃຕ້ດິນແລະບົນດິນຢ່າງຄົບວົງຈອນທັງຍັງໄດ້ບັລຈຸແຜນກາຣກໍ່ສ້າງຣະບົບຣົຖໄຟຫົວ
ກຼະສຸນແບບຍິ່ປຸ່ນ(Shinkansen) ເປັນແຜນກາຣແຫ່ງຊາຕິໃນປີ 2006 ອີກດ້ວຽ.
   ເຖິງແມ່ນວ່າໂຄງກາຣດັ່ງກ່າວຕ້ອງໃຊ້ເງິນທຶນກໍ່ສ້າງເຖິງ 56,000 ລ້ານດອລລາແລະຖືກຄັດຄ້ານຈາກສະພາ
ຕົບມືແຫ່ງຊາຕິເມື່ອຜ່ານມາກໍຕາມ ແຕ່ກໍບໍ່ໄດ້ເປັນບັນຫາທີ່ຣັຖບາລຄອມຯວຽຕຈະວິຕົກກັງວົລແຕ່ປຼະກາຣໃດ
ເພາະມີກຼະແສຂ່າວອອກມາວ່າຣັຖບາລວຽຕຄອມຯໄດ້ຕັດສິນໃຈທີ່ຈະໃຊ້ເທຄໂນໂລຍີຂອງຍິ່ປຸ່ນເທົ່ານັ້ນກໍປຼາ
ກົຕວ່າບໍຣິສັທໃຫຍ່ຂອງຍິ່ປຸ່ນທັງຫຼາຍຕ່າງກໍໄດ້ອອກມາຂານຮັບກາຣຕັດສິນໃຈຂອງຣັຖຯຄອມວຽຕກັນຢ່າງ
ຖ້ວນໜ້າແລ້ວ ຈຶ່ງຍັງຄົງລໍພຽງກາຣຣັບຣອງແຜນກາຣໂດຍສະພາຕົບມືແຫ່ງຊາຕິຊຸດໃໝ່ເທົ່ານັ້ນເອງ.
     ທາງດ້ານ ສປປ ລາວຜູ່ເປັນລູກນ້ອງຊັ້ນຈຳນັ້ນກໍໄດ້ແຕ່ຄາດຫວັງຕໍ່ກາຣປຕິບັຕິໜ້າທີ່ສະພາຕົບມືຊຸດທີ 7
ຊຶ່ງກໍຫາຜ່ານກາຣລົງຄະແນນເລືອກຕັ້ງມາໝາດໆເມື່ອ 30 ເມສາຜ່ານມາເຊັ່ນກັນຊຶ່ງກໍຈະເຫັນໄດ້ຈາກກາຣ
ທີ່ປຼະຊາຊົນລາວມີເຖິງ 99.65%ຂອງຜູ່ມີສິດທິເລືອກຕັ້ງທັງໝົດກວ່າ 3.24% ລ້ານຄົນທີ່ໄດ້ອອກມາໃຊ້ສິດທິ
ຂອງພວກຕົນເພື່ອເລືອກເອົາສມາຊິກສະພາຕົບມືແຫ່ງຊາຕິຈຳນວນ 132 ສຫາຽຈາກຜູ່ສມັຄຣທັງໝົດ 190
ສຫາຽຊຶ່ງຣວມເຖິງຜູ່ສມັຄຣອິສຣະອີກ 5 ສຫາຽ.
    ທັງນີ້ໂດຍສຫາຍຈູມມະລີ ໄຊຍະສອນປຼະທານປຼະເທສແລະເລຂາທິກາຣພັຄຄອມຯລາວນັ້ນໄດ້ສະແດງ
ຄວາມເຊື່ອໝັ້ນວ່າປຼະຊາຊົນລາວຜູ່ມີສິດທິເລືອກຕັ້ງທຸກຄົນຕ່າງກໍມີຄວາມເຂົ້າໃຈຕໍ່ຣະບອບກາຣເມືອງແລະ
ຣະບົບເລືອກຕັ້ງຂອງລາວເປັນຢ່າງດີ ຊຶ່ງຕ່າງກໍໄດ້ພາກັນອອກໄປເພື່ອໃຊ້ສິດທິເພື່ອເລຶອກເອົາຜູ່ທີ່ມີຄວາມຮູ້
ຄວາມສາມາດຢ່າງແທ້ຈິງເຂົ້າເປັນຜູ່ແທນຂອງພວກຕົນໃນສະພາຕົບມືແຫ່ງຊາຕິ.
     ສ່ວນຄຸນສົມບັຕິດ້ານກາຣສຶກສາຂອງຜູ່ສມັຄຣປຼາກົຕວ່າມີເຖິງ 168 ສຫາຽທີ່ຈົບກາຣສຶກສາຕັ້ງແຕ່ຣະດັບ
ສູງຈົນເຖິງປຣິນຍາເອກໂດຽມີພຽງ 22 ສຫາຍນັ້ນຈົບກາຣສຶກສາຣະດັບຕົ້ນແລະກາງ ນອກຈາກນີ້ກໍມີຜູ່ສມັຄຣ
ທີ່ອາຍຸເກີນ 60 ປີຂຶ້ນໄປພຽງ 21 ສຫາຽສ່ວນທີ່ເຫຼືອມີອາຍຸຣະຫວ່າງ 45-60 ປີ.

No comments:

Post a Comment