Monday, November 7, 2011

ສຖາບັນຜເດັຈກາຣແຫ່ງຣັຖຫຼືສຖາບັນຣະບົບກາຣເມືອງດຽວບໍຣິຫາຣຣັຖ?

   ສຖາບັນດັ່ງກ່າວນີ້ຖືເປັນໄພຽຮ້າຍແຣງໃນກາຣບໍຣິຫາຣປຼະເທສໃນໄລຍະຍາວຕໍ່ຊີວິຕແລະຊັພຍ໌ສິນຂອງຊາຕິ
ແລະກາຣປົກຄອງທີ່ໃຊ້ກາຣກົດຂີ່ຂູດຮີຕຂາດທັມມາພິບາລຖືເປັນໄພຍຮ້າຍແຮງຕໍ່ສັງຄົມລາວຈຶ່ງເອີ້ນວ່າລັດທິ
ຜູກຂາດກັມສິດທິບົນກອງທຸກຂ໌ຂອງຊາຕິແລະປຼະຊາຊົນໂດຍກຸ່ມຄົນພຽງບໍ່ເທົ່າໃດຄົນ.
   ດັ່ງນັ້ນຄົງເຖິງເວລາແລ້ວຊາວລາວທັງຊາຕິຕ້ອງລຸກຂຶ້ນຂັບໄລ່ຣະບອບເຫຼົ່ານີ້ອອກຈາກປຼະເທສລາວແລະຣະ
ບອບນີ້ເປັນຣະບອບແລະລັດທິສ້າງຄວາມແຕກແຍກຂອງສັງຄົມລາວນັບແຕ່ຫຼັງປີ 1975 ແລະເມື່ອໃດຫາກລາວ
ຍັງແຕກແຍກເປັນສອງກ້ຳສອງຝ່າຍໂດຍຍຶດເອົາຣະບອບທີ່ບໍ່ມີຝ່າຍຄ້ານຮ່ວມກາຣບໍຣິຫາຣຮັບຜິດຊອບຖືວ່າ
ຂາດຫຼັກກາຣຢູ່ຮ່ວມກັນໂດຍສັນຕິ ຊຶ່ງຖືວ່າຄນະບໍຣິຫາຣຣາຊກາຣທີ່ຂາດວິນັຍໃນກາຣປົກຄອງເບິ່ງແຍງປຼະ
ຊາຊົນແລະຊາຕິແລະຂນະນີ້ໃນຄນະບໍຣິຫາຣຈັດກາຣເກີດຄວາມບໍ່ໄວ້ວາງໃຈຊຶ່ງກັນແລະກັນ ມືໃຜຍາວສາວ
ໄດ້ສາວເອົາ..ຜູ່ກິນພໍຮາກ ຜູ່ຢາກຫິວໂຫຍ. ຜູ່ເປັນລູກຫຼານພັຄ-ຣັຖຫຼືໃຜມີເງິນບໍ່ຕ້ອງຕິດຄຸກ.
  ຂນະນີ້ໃນຫົວຈັກຣຫຼັກແຫຼ່ງຂອງຣັຖຣວບເອົາ 3 ອຳນາຈເຂົ້າຣວມສູນຍ໌ກໍຍິ່ງເປັນຣະບອບຜເດັຈກາຣສຸດຂົ້ວ
ອຳນາຈບໍຣິຫາຣເປັນອຳນາຈກາຣປົກຄອງ,ອຳນາຈນິຕິບັນຍັຕິເປັນອຳນາຈຂອງສະພາແລະອຳນາຈນິຕິບັນຍັຕິ
ເປັນອຳນາຈທີ່ໃຫ້ຄວາມຍຸຕິທັມແກ່ສັງຄົມ. ຫາກສັງຄົມບໍ່ໄດ້ຮັບຄວາມຍຸຕິທັມຈຶ່ງເກີດມີຫຼາຍມາຕຣຖານ.
  ດັ່ງນັ້ນສາລໃນຣະບອບຜເດັຈກາຣຈຶ່ງຖືວ່າເປັນອຳນາຈສາລອະຍຸຕິທັມຫຼືເອີ້ນວ່າສາລເຕັ້ຽຫຼຶສາລໂຈຣ.
  ເມື່ອໃດອຳນາຈທັງ 3 ຢ່າງນີ້ບໍ່ຖືກກຼະຈາຍອອກຈາກກັນຕໍ່ໃຫ້ມີຄວາມຮູ້ຄວາມສລາດລົ້ນຟ້າກໍບໍ່ສາມາດຜ່ານ
ວິກຣິຕຊາຕິໄປໄດ້ໂດຍສເພາະກຸ່ມຜູ່ນຳແລະບໍຣິຫາຣຂາດພາວະຜູ່ນຳກໍຍິ່ງອັນຕຼາຍແຕ່ກຸ່ມຜູ່ນຳສະບາຍໃນກາຣ
ກອບໂກຽໂກງກິນແລະໃຊ້ອຳນາຈໄປໃນທາງທີ່ຜິດນັ້ນຄືເກີດຄວາມປ່າເຖື່ອນໃນສັງຄົມນັ້ນເອງ.
   ສນັ້ນອຳນາຈຕ່າງໆຈະຕ້ອງມາຈາກສຽງສ່ວນໃຫຍ່ຂອງປຼະຊາຊົນເພື່ອປຼະຊາຊົນຈຶ່ງຖືວ່າປຼະຊາຊົນເປັນໃຫຍ່
ໃນແຜ່ນດິນຕາມຣະບອບປຼະຊາທິປໄຕຍ. ໃນຂນະດຽວກັນປຼະຊາຊົນຜູ່ເປັນເຈົ້າຂອງສິດທິຕ້ອງມີເສຣີພາບມີ
ສິດທິເທົ່າທຽມກັນ ມີສິດທິມີສຽງບົນຫຼັກກາຣຂອງຫຼັກກົຕໝາຍ.
  ຣັຖບາລຕ້ອງມາຈາກກາຣເລືອກຕັ້ງທົ່ວໄປແຂ່ງຄວາມສັທທາຈາກປຼະຊາຊົນບໍ່ແທ່ນມາຈາກກາຣລາກຕັ້ງດັ່ງ
ທີ່ພັຄ-ຣັຖຫຸ່ນກຼະທຳກາຣຢູ່ໃນປັຈຈຸບັນແລະໃຫ້ປ່ຽນຈາກວັທນະທັມອຸປຖັມ,ວັທນະທັມທາສມາເປັນວັທປຼະຊາ
ທິປໄຕຍ.
   ກາຣປົກຄອງປຼະເທສລາວຂນະນີ້ບໍ່ແມ່ນພັຄກາຣເມືອງທີ່ສົມບູນແລະຍັງຖືວ່າແຫຼ່ງຊຸມຊ້ອງໂຈຣເພາະປຼະຊາ
ຊົນບໍ່ມີສິດທິເສຣີພາບຕາມຣະບົບນິຕິຣາສຣັຖສະພາທີ່ມາຈາກສຽງສ່ວນໃຫຍ່ຂອງປຼະເທສແຕ່ຝ່າຍປົກຄອງຣັຖ
ກໍພຍາຍາມຝ່າຝືນຈິຕໃຈຂອງຊົນໃນຊາຕິຈົນກາຍເປັນຣະບອບເທວະດາ ຄືຫາກເປັນກຸ່ມຕົນແລ້ວ   ຈະບໍ່ມີຜິດ
ກົຕໝາຍ. ສນັ້ນຈຶ່ງເຫັນໄດ້ວ່າຣະບອບພັຄກາຣເມືອງດຽວບໍຣິຫາຣປຼະເທສກໍເທົ່າກັບເຮືອນບໍ່ມີຂື່ມີແປນັ້ນເອງ.
ເຊັ່ນຕົວຢ່າງ"ປຼະຊາຊົນມີສິດທິເທົ່າກັບ" 0"..ປຼະຊາຊົນບໍ່ມີອຳນາຈຕໍ່ຕ້ານ ຄັດຄ້ານຫຼືຕໍ່ວ່າຣັຖເດັຂາດມີແຕ່ປະຕິ
ບັຕິຕາມຄຳສັ່ງເທົ່ານັ້ນ ຈຶ່ງເປັນເໝືອນກົຕໝາຍມາຕຣາ 112 ຂອງຜເດັຈກາຣຣາຊາທິປໄຕຍຂອງໄທຍຂນະນີ້
ທີ່ຫ້າມວິຈາຣ ນິນທາ ຕໍ່ວ່າພຼະຣາຊາ ຈຶ່ງເກີດປະຕິກິຣິຍາຕໍ່ຕ້ານຂອງປຼະຊາຊົນເກີດຂຶ້ນກາຍເຄິ່ງປຼະເທສ ຢູ່ໃນ
ປຼະເທສລາວບໍ່ແມ່ນສອງຣະບອບ ແຕ່ຫາກແມ່ນ 18 ຣະບອບຫາກສິ່ງໃດບໍ່ເຂົ້າຫູເຂົ້າຕາພັຄ-ຣັຖສຸດແລ້ວແຕ່
ຈະໃຊ້ມາຕຣຖານໃດຫຼືຈັກມາຕຣຖານກໍໄດ້ຕາມໃຈພັຄ-ຣັຖ.
   ສນັ້ນຈຶ່ງໃຫ້ເຂົ້າໃຈວ່າພວກເຮົາກຳລັງທຳສົງຄາມກັບຣະບອບພັຄດຽວໃນລາວຊຶ່ງເປັນສາຍພັນທ໌ສມຸນແກວ
ເຂົ້າມມາໃຊ້ສິດທິເໜືອນດິນແດນຂອງລາວໂດຍອາໃສສມຸນຮັບໃຊ້ຄືກຸ່ມຊຸມຊົນພັຄດຽວທີ່ອ້າງຕົນເອງວ່າເປັນ
ຜູ່ປົກຄອງລາວ. ພວກເຮົາຕ້ອງກາຣຢູ່ຮ່ວມກັນໂດນສັນຕິແລະໃຫ້ເກີດຄວາມປອງດອງແຫ່ງຊາຕິເກີດຂຶ້ນໂດຽ
ໄວ ແລະໄວທີ່ສຸດຫາກຂືນຊ້າໄປຊັພຍ໌ໃນດິນສິນໃນນ້ຳຈະສູນຍ໌ສິ້ນໄປຈາກຊາຕິລາວ.

                                                       ປຼະຊາຊົນລາວເຕັມຮ້ອຍ.
   

No comments:

Post a Comment