Saturday, November 12, 2011

               ແກວເປັນນາຍ ລາວເປັນຜູ່ຮັບໃຊ້ ແຕ່ສູ້ກັບອິດທິພົລກາຣເງິນຂອງຈີນ
           (ຄຸນພາບໃໝ່ໃນສະພາຕົບມືແຫ່ງຊາຕິພັຄຯຄອມວຽຕແລະພັຄຯຄອມລາວ)
          (ກາຣພັທນາປຼະເທສຕ້ອງອາໃສຄວາມທຸ່ນທ່ຽງໝັ້ນຄົງພາຽໃນຊາຕິເປັນຫຼັກຄ້ຳປຼະກັນກາຣລົງທຶນ
                                 ຂອງຕ່າງຊາຕິບໍ່ແມ່ນເຂົ້າກຼະຕ່າຕົນເອງດັ່ງປັຈຈຸບັນ)
   -ຄວາມແຕກຕ່າງຂອງນັກວິຊາກາຣລາວກັບແກວມັນຜິດກັນໄກເພາະມີວຽຕກຽວເຂົ້າໄປຊ່ອຍແລະເຂົາ
ຈົບວິຊວະກອນຈາກມະຫາວິທຍາລັຍນານາຊາຕິ ແຕ່ນັກວິຊາກາຣລາວຈົບວິສວະກອນດົງໂດກ 6 ເດືອນ
ເປັນໄດ້ທັງ ດຣ.ແລະວິສວະກອນ ແມ້ແຕ່ກຸ່ມບໍຣິຫາຣຈັດກາຣເອງຍັງບໍ່ຈົບ ປ.4 ດັ່ງນັ້ນກາຣພັທນາຊາຕິ 
ລ້າຊ້າແລະບໍ່ເປັນໄປຕາມເປົ້າໝາຍ ແມ້ແຕ່ ພວກ ສ.ສ.ທີ່ເລືອກເຂົ້າໄປມີນ້ອຍຄົນທີ່ສຳເຣັຈກາຣສຶກສາ
ຈາກຕ່າງປຼະເທສ ອັນນີ້ກໍເປັນເຫຕຸນຶ່ງ ຍິ່ງກີດກັນລາວນອກທີ່ລ້ວນແຕ່ເປັນນັກວິຊາກາຣທີ່ຮັບໃຊ້ໃນຣັຖ
ບາລຕ່າງໆຢູ່ທົ່ວໂລກດ້ວຍແລ້ວກໍຍິ່ງເອວັງໃນທີ່ສຸດ.

   ຢ່າງໃດກໍດີແນ່ນອນວ່າຖ້າເຮົາພິຈາຣນາໃນແງ່ຂອງຄວາມມີສເຖັຽຣະພາບທາງກາຣເມືອງທີ່ເຮັດໃຫ້ມີ
ກາຣບໍຣິຫາຣຈັດກາຣກັບແຜນພັທນາໃນດ້ານຕ່າງໆໄດ້ຢ່າງຕໍ່ເນື່ອງແລ້ວ ວຽຕນາມຈະມີໂອກາສດີທີ່ສຸດ
ໃນອັນທີ່ຈະພັທນາປຼະເທສໃຫ້ເທົ່າທັນຫຼືກາຍໜ້າໄທຍ-ມາເລເຊັຽໄດ້ຕາມເປົ້າໝາຍແຜນກາຣທີ່ວາງໄວ້
ດັ່ງກ່າວ ໂດຍປັຈຈັຍນຶ່ງທີ່ຈະມີສ່ວນທີ່ສຳຄັນກໍຄືທຶນຂອງຊາວວຽຕກຽວໃນຕ່າງປຼະເທສທີ່ມີຢູ່ເກືອບ 4 ລ້ານ
ຄົນຊຶ່ງໄດ້ສົ່ງເງິນທຶນກັບໄປແຜ່ນດິນແມ່ກວ່າ 8,000 ລ້ານດອລລາໃນປີ 2010 ທີ່ເຂົາມີນະໂຍບາຍແຕກຕ່າງ
ຈາກລາວ ຄືອອກກົຕໝາຍຮັບຮູ້ວ່າ"ວຽຕທົ່ວໂລກເປັນວຽຕດຽວ"ຖືນະໂຍບາຍຫຼັກຄືໂຮມກັນພັທນາຊາຕິ
ເປັນຫຼັກ. ສ່ວນລາວບໍ່ສົນໃຈກັບລາວນອກແລະຍັງອອກກົຕໝາຍກີດກັນກາຣໄປມາຂອງລາວນອກແລະຫາ
ເຣື້ອງໃສ່ຕຼອດເວລາ ແມ້ແຕ່ກາຣໄປທ່ອງທ່ຽວຍັງໄຈ້ແຍກກີດກັນບໍ່ໃຫ້ຄວາມສະດວກ ນອກນັ້ນຍັງສົ່ງສາຍ
ອອກມາທຳລາຍກາຣຈັດຕັ້ງສມາຄົມເພື່ອຄວາມສັມພັນທ໌ໃນຕ່າງປຼະເທສອີກ.
    ນອກຈາກນັ້ນວຽຕນາມມີກາຣພັທນາຣະບົບໂຄງສ້າງພຶ້ນຖານທາງເສຖກິຈ (Infrastructure) ຢ່າງວ່ອງໄວ
ແລະຕໍ່ເນື່ອງໂດຍປຼາສຈາກບັນຫາຂັດແຍ່ງທາງກາຣເມືອງຈຶ່ງເຮັດໃຫ້ວຽຕນາມສາມາດສ້າງຖນົນ
Highway ທີ່ເຊື້ອມຕໍ່ຈາກພາຄເໜືອຈົດພາຄໃຕ້ຂອງປຼະເທສໄລຍະທາງເຖິງ 2,000 ກິໂລເມຕຣໃຫ້ແລ້ວ
ເສັຈສົມບູນຕຼອດເສັ້ນທາງໂດຽໃຊ້ເວລາພຽງ 7 ປີເທົ່ານັ້ນເອງ.
    ຍິ່ງໄປກວ່ານັ້ນທາງກາຣວຽຕນາມຍັງໄດ້ວາງແຜນກາຣສ້າງຖນົນ Motorway ທີ່ເຊື້ອມຈາກເໜືອຈົດໃຕ້ ແຜນກາຣສ້າງທ່າເຮືອນ້ຳເລິກເພື່ອຮອງຮັບເຮືອສົ່ງສິນຄ້າຂນາດໃຫຍ່ທີ່ຊາຍຝັ່ງພາຄເໜືອ ພາຄກາງແລະ
ພາຄໃຕ້ຢ່າງຄົບວົງຈອນ ສ່ວນເມືອງໃຫຍ່ໆເຊັ່ນກຸງຮາໂນຍແລະນະຄອນໂຮ່ຈິມິນ ຊິຕີ້ກໍໄດ້ວາງແຜນທີ່ຈະ
ສ້າງຣະບົບຂົນສົ່ງດ້ວຽຣະບົບຣົຖໄຟຟ້າໃຕ້ດິນແລະບົນດິນຢ່າງຄົບວົງຈອນ ທັງນີ້ຍັງໄດ້ບັລຈຸແຜນກາຣກໍ່
ສ້າງຣະບົບຣົຖໄຟຫົວຈຣວດແບບຍິ່ປຸ່ນ (Shinkansen)ເປັນແຜນກາຣແຫ່ງຊາຕິໃນປີ 2006 ອີກດ້ວຽ.
    ເຖິງແມ່ນວ່າໂຄງກາຣດັ່ງກ່າວຈະຕ້ອງໃຊ້ງົບທຶນກໍ່ສ້າງເຖິງ 56,000 ລ້ານດອລລາແລະຖືກຄັດຄ້ານຈາກ
ສະພາຕົບມືແຫ່ງຊາຕິເມື່ອປີຜ່ານມາກໍຕາມ ແຕ່ບໍ່ເປັນບັນຫາທີ່ຣັຖບາລວຽຕນາມຕ້ອງວິຕົກກັງວົລເພາະ
ພຽງມີແຕ່ກຼະແສຂ່າວອອກວ່າຣັຖບາລໄດ້ຕັດສິນໃຈທີ່ຈະໃຊ້ເທຄໂນໂລຍີຂອງຍິ່ປຸ່ນເທົ່ານັ້ນກໍປຼາກົຕວ່າ
ບໍຣິສັທໃຫຍ່ໆຂອງຍິ່ປຸ່ນທັງຫຼາຍຕ່າງກໍອອກມາຂານຮັບກາຣຕັດສິນໃຈຣັຖບາລກັນຢ່າງຖ້ວນໜ້າແລ້ວຈຶ່ງ
ຄົງລໍພຽງກາຣຮັບຮອງແຜນກາຣໂດຽສະພາຕົບມືແຫ່ງຊາຕິຊຸດໃໝ່ເທົ່ານັ້ນເອງ.
  
    ສ່ວນທາງດ້ານ ສປປ ລາວນັ້ນກໍໄດ້ແຕ່ຄາດຫວັງຕໍ່ກາຣປະຕິບັຕິໜ້າທີ່ຂອງສມາຊິກສະພາຕົບມືແຫ່ງ
ຊາຕິຊຸດທີ 7 ທີ່ກໍຫາຜ່ານກາຣລົງຄະແນນເລຶອກຕັ້ງມາໝາດໆເມື່ອ 30 ເມສາຜ່ານມາເຊັ່ນກັນ ຊຶ່ງກໍຈະເຫັນ
ໄດ້ຈາກກາຣທີ່ປຼະຊາຊົນລາວ 99.65% ຂອງຜູ່ມີສິດທິເລືອກຕັ້ງທັງໝົດກວ່າ 3.24 ລ້ານຄົນໄດ້ອອກມາໃຊ້
ສິດທິຂອງພວກຕົນເພື່ອເລືອກເອົາສມາຊິກສະພາຕົບມືແຫ່ງຊາຕິຈຳນວນ 132 ສຫາຍຈາກຜູ່ສມັຄຣທັງໝົດ
190 ສຫາຍຊຶ່ງຣວມເຖິງຜູ່ສມັຄຣອິສຣະອີກ 5 ສຫາຍດ້ວຍ.
     ທັງນີ້ໂດຍສຫາຍຈູມມະລີ ໄຊຍະສອນປຼະທານປຼະເທສແລະເລຂາທິກາຣພັຄຄອມຯລາວທີ່ໄດ້ສະແດງ
ຄວາມເຊື່ອໝັ້ນວ່າປຼະຊາຊົນລາວຜູ່ມີສິດທິເລືອກຕັ້ງທຸກໆສຫາຍນັ້ນຕ່າງມີຄວາມເຂົ້າໃຈຕໍ່ຣະບອບກາຣ
ເມືອງແລະຣະບົບເລືອກຕັ້ງຂອງລາວ ຊຶ່ງກໍໄດ້ສະແດງອອກດ້ວຍກາຣພາກັນອອກໄປໃຊ້ສິດທິເພື່ອເລືອກ
ຕັ້ງເອົາຜູ່ທີ່ມີຄວາມຮູ້ຄວາມສາມາດຢ່າງແທ້ຈິງໃຫ້ເຂົ້າໄປເປັນຜູ່ແທນຂອງພວກຕົນໃນສະພາຕົບມືແຫ່ງ
ຊາຕິນັ້ນເອງ.
     ສ່ວນຄຸນສົມບັຕິດ້ານກາຣສຶກສາຂອງຜູ່ສມັຄຣນັ້ນປຼາກົຕວ່າທີຢູ່ເຖິງ 168 ສຫາຍທີ່ຈົບຣະດັບກາຣສຶກ
ສາຊັ້ນສູງໄປຈົນເຖິງປຣິນຍາເອກໂດຽມີພຽງ 22 ສຫາຍເທົ່ານັ້ນທີ່ຈົບກາຣສຶກສາຣະດັບຕົ້ນແລະກາງ ນອກ
ຈາກນີ້ກໍມີຜູ່ສມັຄຣທີ່ອາຍຸເກີນກວ່າ 60 ປີຂຶ້ນໄປພຽງ 21 ສຫາຍສ່ວນທີ່ເຫຼືອ ມີອາຍຸຣະຫວ່າງ 45-60 ປີ.
    ທັງນີ້ໂດຍສະພາຕົບມືແຫ່ງຊາຕິຊຸດທີ 7ມີກຳນົດທີ່ຈະເປີດກາຣປຼະຊຸມສມັຍສາມັນຄັ້ງແຣກໃນເດືອນມິຖຸ
ນານີ້ເພື່ອພິຈາຣນາແລະຮັບຣອງວາຣະສຳຄັນຕ່າງໆເຊັ່ນກາຣເລືອກຕັ້ງປຼະທານສະພາ ກາຣເລືອກຕັ້ງປຼະ
ທານປຼະເທສ ກາຣເລືອກຕັ້ງນາຍົກຯແລະຄນະຣັຖບາລຊຸດໃໝ່ ກາຣຮັບຣອງແຜນກາຣງົບປຼະມານແລະ
ແຜນກາຣພັທນາເສຖກິຈ-ສັງຄົມແຫ່ງຊາຕິຯ.
     ນອກຈາກນີ້ສິ່ງທີ່ປຼະຊາຊົນລາວໄດ້ຝາກຄວາມຫວັງໄວ້ກັບສະພາຕົບມືຊຸດໃໝ່ຫຼາຍສຸດໆໃນໄລຍະ 5
ປີຕໍ່ໄປຄືກາຣຮ່າງກົຕໝາຍໃໝ່ທີ່ສາມາດຮອງຮັບກາຣຄ້າແລະກາຣລົງທຶນຈາກຕ່າງປຼະເທສໃຫ້ໄດ້ຢ່າງ
ແທ້ຈິງ ຊຶ່ງຣວມເຖິງກາຣເຮັດໃຫ້ປຼະເທສສມາຊິກໃນອົງຄ໌ກາຣຄ້າໂລກ (WTO) ໃຫ້ກາຣຍອມຮັບລາວ
ເຂົ້າເປັນສມາຊິກໃຫ້ໄວທີ່ສຸດດ້ວຍເພາະລາວໄດ້ຂໍເຂົ້າເປັນສມາຊິກ WTO ນັບແຕ່ປີ 1997 ເປັນຕົ້ນມາ
ແຕ່ກໍຍັງບໍ່ມີຄວາມຊັດເຈນວ່າຈະໄດ້ຮັບກາຣຮັບຮອງສຖານະພາບເມື່ອໃດຈົນເຖິງເວລານີ້ໂດຍມີສາເຫຕຸ
ທີ່ສຳຄັນປຼະກາຣນຶ່ງມາຈາກຣະບົບກົຕໝາຍຂອງລາວບໍ່ໄດ້ມາຕຣຖານສາກົລເປັນເຣື້ອງຫຼັກແລະຜົລຜລິຕ
ພາຽໃນປຼະເທສທີ່ເປັນເກນຍັງບໍ່ທັນຊັດເຈນແລະແນ່ນອນ.
    ເພາະສນັນຈຶ່ງເຮັດໃຫ້ອຳນາຈກາຣນຳຂອງພັຄໂທນໃນລາວໄດ້ເຫັນເຖິງຄວາມສຳຄັນໃນຂໍ້ນີ້ ຊຶ່ງກໍເຊັ່ນ
ດຽວກັບປຼະຊາຊົນລາວທີ່ຢາກຈະເຫັນກາຣບັລລຸເປົ້າໝາຍໃນສຫັສວັຕິຂອງກາຣພັທນາປຼະເທສ ກໍຄືກາຣ
ຫຼຸດພົ້ນຈາກຄວາມຍາກຈົນໃຫ້ໄດ້ພາຽໃນປີ 2015 ຕາມຄວາມໂຄຊນາເອົາໄວ້ ແລະຫຼດພົ້ນຈາກກາຣເປັນ
ປຼະເທສດ້ອຍພັທນາໃຫ້ໄດ້ພາຽໃນປີ 2020 ຊຶ່ງປັຈຈັຍນຶ່ງທີ່ຈະມີສ່ວນຢ່າງສຳຄັນໃນກາຣເຮັດໃຫ້ສາມາດ
ບັລລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນກໍຄືສະພາຕົບມືແຫ່ງຊາຕິທີ່ອຸດົມໄປດ້ວຍບຸຄຄລາກອນທີ່ມີຄວາມ
ຮູ້ຄວາມສາມາດແລະຮູ້ເທົ່າທັນກັບສະພາບກາຣຂອງໂລກທີ່ປ່ຽນແປງໄປຕຼອດເວລາ..ບໍ່ແມ່ນກາຣກີດກັນ
ແລະແບ່ງແຍກລາວໃນລາວນອກແລະກາຣໂກງກິນທຸກຮູປແບບ ຄົນມີຄວາມຮູ້ຄວາມສາມາດບໍ່ມີຕຳແໜ່ງ
ຄົນບໍ່ຈົບ ປ.4 ເປັນເຖິງປຼະທານປຼະເທສ ເປັນນາຍົກຯເປັນປຼະທານສະພາຕົບມື ແລ້ວໂຄງສ້າງກາຣພັທນາ
ຈະຖືກນຳໃຊ້ໄດ້ຢ່າງໃດ? ນອກນັ້ນທຸກຕົວບົທກົຕໝາຍຕ້ອງເປັນສາກົລທັນສມັຍໄດ້ມາຕຣຖານນຳອີກ.
     ແຕ່ກໍໜ້າສົງໃສວ່າ ເມື່ອເຖິງວັນນັ້ນແລ້ວ ຈະເອົາຊັພພຍາກອນທັມຊາຕິຫຼືວັດຖຸດິບມາຈາກໃສ?ເພາະ
ເຈັກກັບແກວຍາດກັນລົງແຫ້ນກິນປານໝູ່ແຮ້ງໝູ່ກາ..ຈະອາໃສໄຟຟ້າເຂື່ອນຂາຍກຳລັງຈະມີບັນຫາເພາະ
ເທົ່າທີ່ສຳຣວຈໂຄງກາຣພລັງງານໄຟຟ້າເວລານີ້ເຊັ່ນ ໄທຍກຳລັງຈະໃຊ້ພລັງແສງແດດ-ພລັງງານກັງຫັນ
ພະມ້າ-ຂເມຣໂດຍສເພາະວຽຕນາມຈະໃຊ້ພລັງງານໄຟຟ້ານິວເຄລັຍຣ໌ ແລ້ວໄຟຟ້າລາວທີ່ຝັນຫວານຈະ
ເປັນ Battery Asia ຄົງຈະກາຍເປັນບໍ່ລ້ຽງປາໃນອະນາຄົຕຢ່າງຫຼີກລ້ຽງບໍ່ໄດ້.

                                                     ຂອບໃຈທີ່ຕິດຕາມອ່ານ.

No comments:

Post a Comment