Monday, November 14, 2011

                        ສຫະຣັຖຯຕຼຽມ"ທຳສົງຄາມເຢັນ"ກັບຈີນ -ເພິ້ມອະນຸພາບທຸກ
                                                 ກຳລັງທັພພັງແນວຮັບຂອງຈີນ.
                                               (ສັນຍານເຕືອນໄພຍມາເຖິງແລ້ວ)
(StratRisk.com) 14 ພຶສພາ 2011 -ເວັບໄຊຕ໌ດ້ານທຫາຣຊັ້ນນຳຂອງໂລກທີ່ຣວບຣວມຂ່າວສາຣເຊິງຍຸທ
ສາສຕຣ໌,ຂ່າວກຼອງທົ່ວໂລກ,ຕຼອດເຖິງບົທວິເຄາະຫ໌ເຊິງເລິກແລະປຼະເມີນຄວາມສ່ຽງໂດຽຜູ່ສັນທັດກໍຣະນີ
ດ້ານກາຣທຫາຣຣາຽງານອ້າງໜັງສືພິມ ວໍຂິງຕັນ ໄທມ໌ສບັບເມື່ອວັນສຸກຣ໌ທີ 11  ທີ່ຜ່ານມາວ່າກຼະຊວງປ້ອງ
ກັນປຼະເທສສຫະຣັຖຯໄດ້ເປີດເຜີຽເມື່ອ 9 ພຶສຈິກາກ່ຽວກັບຄອນເຊັປຕ໌ກາຣສູ້ຣົບແບບ"ສົງຄາມເຢັນ"ຍຸຄໃໝ່
ທີ່ມຸ້ງໝາຍຈະຕອບໂຕ້ຄວາມພຍາມຍາມຂອງກອງທັພຈີນໃນກາຣປ້ອງກັນບໍ່ໃຫ້ສັຕຼູຜ່ານເຂົ້າໄປໃນອະນາ
ເຂຕໃກ້ກັບດິນແດນຂອງຕົນຣວມເຖິງອານາບໍຣິເວນໃນໂລກໄຊເບິຣ໌ດ້ວຍ.
    ເວັປດັ່ງກ່າວອ້າງວ່າແນວຄິດກາຣສູ້ຣົບໃໝ່ມີຊື່ວ່າ"ແອຣ໌ ຊີ ແບຕເທິລ"(Air Sea Battle)"ຫຼືກາຣສູ້ຣົບທາງ
ອາກາສແລະເຮືອເປັນສິ່ງທີ່ເຈົ້າໜ້າທີ່ປ້ອງກັນປຼະເທສອະເມຣິກັນອະທິບາຍວ່າ ເປັນຂັ້ນຕອນແຣກສຸດຂອງ
ຍຸທກາຣທາງທຫາຣຕໍ່ຈີນຕາມຮູປແບບຂອງ"ສົງຄາມເຢັນສມັຍໃໝ່".
   ແຜນດັ່ງກ່າວຈະບັນຊາກາຣໃຫ້ຣະດົມກຳລັງພ້ອມສັພທັງກອງທັພອາກາສ,ນາວີແລະນາວິກໂຍທິນເພື່ອພິ
ຊິຕຍຸທໂທປະກອນດ້ານກາຣເຂົ້າສູ່ອານາເຂຕຫວງຫ້າມ (Anti-access, area denial weapons) ຂອງທັພຈີນ
ຊຶ່ງຍຸທໂທປະກອນເຫຼົ່ານີ້ປຼະກອບດ້ວຽ ອາວຸທທຳລາຍດາວທຽມ,ອາວຸທໂຈມຕີທາງໄຊເບິຣ໌,ເຮືອດຳນ້ຳ,ເຄື່ອງ
ບິນທີ່ມີເທຄໂນໂລຍີສເຕລທ໌(ຫົຼບຫລີກເຣດາຫ໌ໄດ້)ຕຼອດເຖິງຂີປນາວຸທພະສັຍໄກທີ່ສາມາດຈົມເຮືອບັລທຸກ
ເຄື່ອງບິນກາງທະເລ.
    ເຈົ້າໜ້າທີ່ຈາກສາມເຫຼົ່າທັພຂ້າງຕົ້ນເປີດເຜີຍຕໍ່ຜູ່ສື່ຂ່າວຣະຫວ່າງກາຣອະທິບາຽປູມຫຼັງຂອງແຜນກາຣດັ່ງ
ກ່າວຢ່າງຍໍ້ໆວ່າ ຄອນເຊັປຕ໌ນີ້ບໍ່ໄດ້ເຈາະຈົງໝາຍຈະຫຼິ້ນງານປຼະເທສໃດປຼະເທສນຶ່ງເປັນກາຣສເພາະ ແຕ່ວ່າ
ເມື່ອຖືກຖາມວ່າປຼະເທສອື່ນໃດນອກເໜືອໄປຈາກຈີນ ທີ່ກຳລັງພັທນາຍຸທໂທປະກອນຕໍ່ຕ້ານກາຣເຂົ້າເຖິງເຫຼົ່າ
ນີ້ ປຼາກົຕວ່າ ພວກເຂົາກັບບໍ່ໄດ້ຄຳຕອບ.
   ຂນະທີ່ເຈົ້າໜ້າທີ່ຣະດັບອາວຸໂສຄົນນຶ່ງພາຽໃນຣັຖບາລຂອງປຼະທານາທິບໍດີ ໂອບາມາກ່າວແບບເຈາະຈົງ
ຫຼາຽຂຶ້ນວ່າ ຄອນເຊັປຕ໌ໃໝ່ນີ້ເປັນຫຼັກໄມລ໌ສຳຄັນໃນກາຣສົ່ງສັນຍານເຖິງຍຸທກາຣແບບສົງຄາມເຢັນທີ່ຈະທຳ
ກັບຈີນ.
"ແອຣ໌ ຊີ ແບຕເທິລທີ່ຈະໃຊ້ກັບຈີນກໍຄືຍຸທສາສຕຣ໌ທາງທະເລທີ່ເຄີຍໃຊ້ກັບສຫະພາບໂຊວຽຕນັ້ນເອງ"ເຈົ້າ
ໜ້າທີ່ຜູ່ນີ້ກ່າວ.
  ທັງນີ້ໃນຊ່ວງສົງຄາມເຢັນຄັ້ງອະດີຕກອງກຳລັງນາວີຂອງສຫະຣັຖຯຊຶ່ງມີຖານທັພຢູ່ທຸກມຸມໂລກໄດ້ໃຊ້ຍຸທ
ສາສຕຣ໌ກາຣປຼາກົຕຕົວຢູ່ທົ່ວໂລກແລະສະແດງແສນຍານຸພາບເພື່ອເປັນກາຣປ້ອງປຼາມກາຣຣຸກຄືບຂຍາຍ
ອິດທິພົລຂອງສຫະພາບໂຊວຽຕ."ນີ້ເປັນຍຸທສາສຕຣ໌ ຊຶ່ງບົ່ງບອກໄດ້ວ່າ ພວກເຮົາຈະນັ່ງເສີຍໆລໍວັນຖືກ
ລົງໂທສ" ເຈົ້າໜ້າທີ່ຄົນເດີມກ່າວ.
  ນອກນີ້ເຈົ້າໜ້າທີ່ເພນຕາກອລຜູ່ຄຸກຄີຢູ່ວົງໃນຂອງຄອນເຊັປຕ໌ດັ່ງກ່າວຍັງເປີດເຜີຍວ່າ ແນວຄິດຕ່າງໆ
ທີ່ກຳລັງຢູ່ຣະຫວ່າງພິຈາຣນາເພື່ອບັລລຸໃນຄອນເຊັປຕ໌ນີ້ປຼະກອບດ້ວຍ:
-ກາຣສ້າງເຄື່ອງບິນຖິ້ມຣະເບີດພິສັຍໄກ.
-ປະຕິບັຕິກາຣສອດປຼະສານຣະຫວ່າງເຮືອດຳນ້ຳກັບເຄື່ອງບິນສເຕລທ໌.
-ປະຕິບັຕິກາຣຮ່ວມແບບໃໝ່ດ້ວຍເຄື່ອງບິນໂຈມຕີຊນິດບໍ່ມີຄົນຂັບທີ່ມີໄລຍະປະຕິບັຕິກາຣໄກເຖິງ 1000
ໄມລ໌.
-ໃຊ້ກອງກຳລັງກອງທັພອາກາສໃນກາຣປົກປ້ອງຖານທັພເຮືອແລະກອງນາວິທີ່ມີກາຣເຄື່ອນກຳລັງ.
-ປະຕິບັຕິກາຣຮ່ວມຂອງກອງທັພເຮືອ,ນ່ວິກໂຍທິນແລະກອງທັພອາກາສເພື່ອໂຈມຕີພາຽໃນດິນແດນ
  ຂອງຈີນ.
-ໃຊ້ເຄື່ອງບິນກຶງທັພອາກາສໃນກາຣວາງທຸ່ນຣະເບີດໃນທະເລ.
-ປະຕິບັຕິກາຣຮ່ວມຂອງກອງທັພອາກາສແລະເຮືອໃນກາຣໂຈມຕີຂີປນາວຸທທຳລາຍດາວທຽມພາຽໃນ
 ດິນແດນຂອງຈີນ.
 -ເພີ້ມຄວາມຖິ່ໃນກາຣເຄື່ອນຍ້າຽວົງໂຄຈອນຂອງດາວທຽມຕົນເພື່ອໃຫ້ໂຈມຕີໄດ້ຍາກຂຶ້ນ.
-ປະຕິບັຕິກາຣຮ່ວມຣະຫວ່າງກອງທັພເຮືອກັບອາກາສໃນກາຣໂຈມຕີທາງໄຊເບິຣ໌ຕໍ່ກອງກຳລັງຂອງຈີນ
  ທີ່ພຍາຍາມສກັດບໍ່ໃຫ້ສັຕຼູລ່ວງລ້ຳສູ່ພຶ້ນທີ່ຫວງຫ້າມ.
     ນອກນັ້ນຄອນເຊັປຕ໌ດັ່ງກ່າວຍັງຈັດຕັ້ງສຳນັກງານແຫ່ງໃໝ່ເພື່ອຮັບຜິດຊອບຄອນເຊັປຕ໌ນີ້ໂດຍສເພາະ
ພ້ອມກັບຣະບຸວ່າ ແນວຄິດແອຣ໌ ຊີ ແບຕເທິລນີ້ຈະເປັນແນວທາງໃຫ້ກອງກຳລັງທຸກໜ່ວຍປຼະສານງານ
ຮ່ວມກັນເພື່ອຮັກສາຄວາມໄດ້ປຼຽບຂອງສຫະຣັຖຯ ທີ່ມີຕໍ່ກາຣເພີ້ມຈຳນວນຂອງເທຄໂນໂລຍີລ້ຳສມັຍ
ທົ່ວໂລກ ທັງນີ້ສຳນັກງານດັ່ງກ່າວໄດ້ຮັບກາຣຈັດຕັ້ງຂຶ້ນມາຕັ້ງແຕ່ເດືອນສິງຫາຜ່ານມາ ແຕ່ເພນຕາກອລ
ກໍຫາເປີດເຜີຍຢ່າງເປັນທາງກາຣ.
  ຈອຣ໌ຈ ລິດເຕິລ ເລຂານຸກາຣດ້ານສື່ຂອງເພນຕາກອລຣະບຸວ່າ ສຳນັກງານແຫ່ງໃໝ່ເປັນໜ່ວຍປະຕິບັຕິ
ກາຣທີ່ສຳຄັນໃນກາຣຮັບມືກັບໄພຍຄຸກຄາມທີ່ມຸ້ງຂັດຂວາງບໍ່ໃຫ້ສຫະຣັຖຯເຂົ້າເຖິງພຶ້ຍທີ່ຕ່າງໆໃນໂລກ.
ສຳນັກຂ່າວແຫ່ງນີ້ຈະຊ່ອຍນຳທາງໃຫ້ເກີດບໍຣະນະກາຣຢ່າງມີຄວາມໝາຽຣະຫວ່າງສມັຖພາບສູ້ຣົບທາງ
ອາກາສແລະທາງທະເລຂອງເຮົາເພີ້ມຄວາມແຂງແກ່ງໃຫ້ແກ່ແສນຍານຸພາບໃນກາຣປ້ອງປຼາມທາງທຫາຣ
ແລະຮັກສາຄວາມໄດ້ປຼຽບຂອງສຫະຣັຖຯຖ້າມກາງພາວະທີ່ມີກາຣແພ່ກຼະຈາຍເທຄໂນໂລຍີແລະສມັຖພາບ
ທາງທຫາຣທີ່ລ້ຳໜ້າທັນສມັຍ..ເຂົາກ່າວ".
  ແລະເຂົາຍັງຢ້ຳດ້ວຽວ່າ ອັນນີ້ເປັນພາຣະກິຈສຳຄັນຕົ້ນໆຂອງກຼະຊວງປ້ອງກັນປຼະເທສສຫະຣັຖຯໃນກາຣ
ປຼັບຄວາມສົມດູລຍ໌ແກ່ກອງກຳລັງເພື່ອສາມາດຂັດຂວາງແລະພິຊິຕກາຣຣຸກຣານຂອງຝ່າຍຕຼົງຂ້າມໃນສະ
ພາບແວດລ້ອມທີ່ພວກເຂົາພຍາຍາມສກັດກັ້ນປ້ອງກັນບໍ່ໃຫ້ລ່ວງລ້ຳໄດ້ດີຍິ່ງຂຶ້ນ.
   ຢ່າງໃດກໍຕາມກາຣບັລຍາຍສຣຸປໃຫ້ຜູ່ສື່ຂ່າວຟັງເມື່ອ 9 ພຶສຈິກາຜ່ານມາເຈົ້າໜ້າທີ່ເພນຕາກອລບໍ່ໄດ້
ກ່າວກັນໃນຣາຽລະອຽດສເພາະທາງເທຄນິຄຂອງແນວຄິດກາຣສູ້ຣົບໃໝ່ນີ້ ຍົກເວັ້ນພຽງເຈົ້າໜ້າທີ່ຄົນນຶ່ງ
ຊຶ່ງຍົກຕົວຢ່າງວ່າ ອາຈໃຊ້ເຄື່ອງບິນໂຈມຕີພາຄພຶ້ນດິນຣຸ້ນ ເອ-10 ທັນເດີຣ໌ໂບລຕ໌ຂອງກອງທັພອາກາສ
ເພື່ອປົກປ້ອງຄຸ້ມຄອງເຮືອຕ່າງໆໃນທ້ອງທະເລໃຫ້ພົ້ນຈາກກາຣໂຈມຕີຂອງຝູງເຣືອເລັກ.".
   ໃນຂນະຊ່ວງທີ່ ຣມຕ.ປ້ອງກັນປຼະເທສສຫະຣັຖຯເຢືອນເອເຊັຽເຂົາໄດ້ກ່າວວ່າກອງກຳລັງສຫະຣັຖຯຈະ
ໄດ້ຫວນກັບມາໃຫ້ຄວາມສຳຄັນກັບພູມິພາຄເອເຊັຽອີກຄັ້ງໃໝ່ ເມື່ອກາຣສູ້ຣົບໃນອິຣັກ-ອັຟການິສຖານສິ້ນ
ສຸດລົງໂດຽເຂົາບອກດ້ວຽວ່າ ກຳລັງມຸ້ງໂຟໄກັສໃໝ່ ຊຶ່ງຣວມເຖິງ"ກາຣປັຼບປຼຸງຂີດຄວາມສາມາດທາງທຫາຣ
    ສ່ວນຜູ່ຊຽວຊານດ້ານກອງທັພຈີນ ນາຍຣີຊາຣ໌ດ ຟິຊເຊິຣ໌ໃຫ້ທັສນະວ່າ ສຳນັກງານແອຣ໌ ຊີ ແບຕເທິລ
ເປັນສິ່ງຈຳເປັນ ແຕ່ອາຈສາຍເກີນໄປກໍໄດ້. ເພາະຊ່ວງຫຼາຽປີມານີ້ກອງທັພເຮືອຈີນສະແດງພຶຕຕິກັມແຂງ
ກະດ້າງຫຼາຽຂຶ້ນເຣື້ອຽໆໃນເຂຕນ່ານນ້ຳໃກ້ກັບຊາຍຝັ່ງຂອງຕົນດ້ວຽກາຣຂົ່ມຂູ່ເຮືອຕຼວຈກາຣນ໌ກອງທັພ
ເນວີອະເມຣິກາໃນທະເລຈີນໃຕ້ແລະທະເລຈີນຕະວັນອອກເປັນເຂຕກັມສິດທິຂອງຈີນ.
   ໃນຂນະທີ່ເພນຕາກອນຍັງສະແດງຄວາມກັງວົລຕໍ່ຂີປນາວຸທຕໍ່ຕ້ານເຮືອຣົບຣຸ້ນໃໝ່ ຕົງເຟິງ-21 ດີ(DF-
21D) ຂອງຈີນທີ່ສາມາດໃຊ້ໂຈມຕີເຮືອບັລທຸກເຄື່ອງບິນກາງທະເລໄດ້ ໂດຽເຮືອບັລທຸກເຄື່ອບິນເປັນດຸລອຳ
ນາຈທີ່ສຳຄັນຂອງສຫະຣັຖຯໃນເອເຊັຽແລະມັກຖືກໃຊ້ເພື່ອພາຣະກິຈປົກປ້ອງຄຸ້ມຄອງພັນທ໌ມິຕຣຫຼັກຄືຍິ່
ປຸ່ນ,ເກົາຫຼີໃຕ້ແລະໄຕ້ຫວັນດ້ວຽ.

                                                                      ພຼົມສີໜ້າ


  

No comments:

Post a Comment