Wednesday, November 16, 2011

                              ຫາກຢາກໂຮມລາວຈິງ ຕ້ອງເຮັດແບບແກວແລະຕ້ອງຍອມ
                                           ຣັບຄວາມເປັນຈິງຂອງສັງຄົມສ່ວນໃຫຍ່!!
                                                       (ສັງຄົມປຼະຊາທິປໄຕຍ)
     ສຫາຍລາວຜູ່ຫຼົງອຳນາຈ ຜງາດຂຶ້ນມາດ້ວຍກາຣປຸ້ນອຳນາຈຈາກປຼະຊາຊົນເມື່ອຕົ້ນປີ 1975
ທັງຫຼາຍ ສຫາຍຈະຫຼົງອຳນາຈໄປຮອດມື້ໃດ ຫຼົງໄປຈົນກວ່າຊັພພຍາມະນຸສຍ໌ຂອງລາວເສັຽຜູ່
ເສັຽຄົນກາຍເປັນສັຕຍ໌ຊັ້ນບໍ?ຫຼືວ່າຫຼົງໄປຈົນກວ່າຊັພຍ໌ໃນດິນສິນໃນນ້ຳຈຳໝົດ?

    ຂນາດວ່າແກວກັບອະເມຣິກາຕໍ່ສູ້ກັນມາຫຼາຍສິບປີສມັຍສົງຄາມເຢັນ ພວກເຂົາຍັງຫັນໜ້າໄປ
ຈັບມືກັນໄດ້ແລະປັບຄື້ນເຂົ້າຫາກັນຈົນແກວໄດ້ຮັບຄວາມຊ່ອຍເຫຼືອໂດຍລະຄວາມເກົ່າ  ບໍ່ເລົ່າ
ຄວາມຫຼັງຕັ້ງໜ້າກະຊັບຮັດແໜ້ນຄວາມສມັຄຣຄີ ພ້ອມທັງເປີດກວ້າງຮັບເອົາວຽຕກຽວຫຼືວຽຕ
ອົພຍົບກັບຄືນເມືອຮ່ວມສັງຄາຍນາເຜົ່າພັນທ໌ຮ່ວມກັນສ້າງພັທນາຊາຕິ ບໍ່ເອົາຜິດເອົາແມ່ນຕໍ່ກັນ
ໄດ້ໂດຽອອກເປັນກົຕໝາຍຜ່ານເວທີສາກົລໃຫ້ຮັບຮູ້ວ່າໃນໂລກນີ້ມີວຽຕນາມດຽວເຊິນນາຍພົລ
ຫງຽນເກົາກີກັບຄືນໄປຮ່ວມສ້າງຊາຕິໄດ້ພ້ອມກັບນັກວິຊາກາຣວຽຕຫຼາຍຮ້ອຍຄົນຈົນເຖິງປັຈຈຸ
ບັນນີ້ວຽຕຈຶ່ງກ້າວກຼະໂດດແລະຜງາດຂຶ້ນສູ່ເວທີສາກົລ. 
      ເຫຕຸຜົລສຳຄັນຣະຫວ່າງອະເມຣິກາກັບວຽຕຫັນມາກອດກັນຫຼືເປັນພັນທ໌ມິຕຣໃໝ່ກໍຄື:
-ວຽຕຢ້ານຈີນເຕະແລະສັ່ງສອນອີກຮອບໃໝ່ແລະປົກປ້ອງໝູ່ເກາະແປຣສລີແລະເກາະປາຣາ
ວາລໃນ South Pacific ຊຶ່ງກໍບໍ່ແມ່ນແຕ່ວຽຕນາມເທົ່ານັ້ນສະແດງຕົວເປັນເຈົ້າຂອງ ແຕ່ຍັງມີໄຕ້
ຫວັນ,ມາເລເຊັຽ,ບຣູໄນແລະຟິລິບປິນສ໌ຕ່າງກໍຢາກຖືຄອງກັມສິດທິເໝືອນກັນ.ທັງນີ້ເພາະໃນໝູ່
ເກາະດັ່ງກ່າວຕ່າງຄາດຫວັງກັນວ່າມີທັງນ້ຳມັນ,ກ໊າຊທັມຊາຕິຈຳນວນມຫາສາລຈະປ່ອຍໃຫ້ຈີນ
ເປັນເຈົ້າກັມສິດທິຄົນດຽວບໍ່ໄດ້..ນີ້ເຫຕຸຜົລໃຫຍ່ທີ່ວຽຕຫັນມານົບອະເມຣິກາຂໍເປັນມິຕຣລົ້ມເລີກ
ກາຣເປັນສັຕຼູຕໍ່ກັນເພື່ອຫວັງໃຫ້ອະເມຣິກາຂັດຂວາງຄວາມຫິວໂຫຍຊັພພຍາກອນທັມຊາຕໃນ
ໝູ່ເກາະນີ້ເອງ..
   ດັ່ງນັ້ນຄວາມປິຕິຍິນດີເປັນພັນທ໌ມິຕຣດັ່ງກ່າວປຼາກົຕໄວປານໜັງກຳລັງພາຽໃນຂອງຈີນຄື
ເຮືອຣົບນິວເຄີຍຣ໌ຂອງສຫະຣັຖຯ The USS George Washington's ແລ່ນໄປຕາມຊາຍຝັ່ງປຼະ
ເທສເອເຊັຽຕະວັນອອກສຽງໃຕ້ໂດຍມີນາຍທຫາຣໃຫຍ່ຈາກວຽຕນາມພ້ອມເຈົ້າໜ້າທີ່ສຫະຣັຖຯ
ແລະທູຕຈາກສຫະຣັຖຯບິນເຂົ້າໄປຢ້ຽມທີ່ເຮືອຣົບນັ້ນດ້ວຍ.
-ຜົລປຼະໂຍຊນ໌ຂອງອະເມຣິກາຄືຈີນຈະມາເປັນໃຫຍ່ໃນບໍຣິເວນເອເຊັຽ-ປາຊິຟິກຄົນດຽວບໍ່ໄດ້.
   ແຕ່ບັລດາກຸ່ມຜເດັຈກາຣສຫາຍລາວຊ້ຳພັດຍັງກີດກັນບໍ່ສົນໃຈນຳລາວອົພຍົບໃນຕ່າງປຼະເທສ
ເປັນດ້ວຽເຫຕອັນໃດ? ບໍ່ສົນໃຈໃນບັນຫາຕ່າງໆທີ່ກຳລັງເກີດຂຶ້ນແລະນາຍເໜືອຫົວກຳລັງນັບ
ອະເມຣິກາໃຫ້ຄວາມຄຸ້ມຄອງຢ້ານເຈັກເຕະ..ພວກສຫາຍລາວຊ້ຳພັດຍອມຈຳນົນໃຫ້ທັງແກວ
ແລະເຈັກມາກອບໂກຽຜົລປຼະໂຍຊນ໌ຂອງຊາຕິ..ເຫຕຸອັນນິ້ລອງຊອກຫາຄຳຕອບກັນເອົາເອງວ່າ
ກຸ່ມຜເດັຈກາຣເຫຼົ່ານີ້ມັນໂງ່ຈ້າຫຼືວ່າມັນຕັ້ງບໍ່ຮູ້ຫັຽງຊະເລີຍ..ປານນັ້ນຍັງໃຊ້ໂທຣໂຂ່ງຍົກຍ້ອງ
ຕົນເອງວ່າເປັນຜູ່ສລາດສ່ອງໃສ..ໂອຍ!ກູລະເບື່ອ..ໂທຍ!ສົງໃສວ່າເຖິງບັ້ນພາກັນຫົວຊົນຝາຢ່າງ
ທົ່ວໜ້າແລ້ວ ສຫາຍ..ຫາກຍັງງົມງາຍເປັນກົບໃນນ້ຳສ້າງຢູ່ແບບນີ້!
                                            ເຊີນແຫກຕາເບິ່ງໂລກແດ່!!!
                                                                         
                                        

No comments:

Post a Comment