Wednesday, November 9, 2011

                ກອງທັພສຫະຣັຖຯຈໍ່ຄິວຂຍາຍອິດທິແລະບົທບາດໃນເອເຊັຽ
                                   ຫວັງສະກັດກັ້ນອິດທິພົລຈີນ

    ເອເອຟພີຣາຍງານເມື່ອ 9 ພຶສພາ ວ່າຂນະທີ່ທຫາຣອະເມຣິກັນທຍອຍເດີນທາງອອກຈາກອິຣັກແລະອັຟ
ການິສຖານ ກອງທັພສຫະຣັຖຯກໍມຸ້ງຄວາມສົນໃຈລົງໄປຍັງເອເຊັຽຊຶ່ງເປັນຈຸດຍຸທສາສຕຣ໌ສຳຄັນຂອງວໍຊິງ
ຕັນ ແມ່ນວ່າບັນຫາເສຖກິຈພາຽໃນຈະສົ່ງຜົລໃຫ້ງົບປຼະມານດ້ານກາຣທະຫາຣສຫະຣັຖຯລົດລົງກໍຕາມ.
  ລິອອນ ພາເນຕຕາ ຣມຕ.ປ້ອງກັນປຼະເທສສຫະຣັຖຯກ່າວຢ້ຳຣະຫວ່າງເຢືອນພູມິພາຄເອເຊັຽ-ປາຊີຟິກ
ເປັນຄັ້ງແຣກຫຼັງຈາກວັນເຂົ້າຣັບຕຳແໜ່ງເມື່ອເດືອນທີ່ຜ່ານມາ ສຫະຣັຖຯຊຶ່ງທຳສົງຄາມກວາດລ້າງກຸ່ມກໍ່
ກາຣຮ້າຍມານານເຖິງ 10 ໄດ້ເດີນມາເຖິງ"ຈຸດປ່ຽນ"ອີກຄັ້ງໃໝ່.
  "ເຮົາມີໂອກາສທີ່ຈະເພີ້ມບົທບາດຂອງເຮົາໃນປາຊີຟິກແລະເຮົາກໍຈະທຳເຊັ່ນນັ້ນ"ເພເນຕຕາກ່າວຂນະໄປ
ເຢືອນຍິ່ປຸ່ນ.
  ໃນບັນທຶກຂໍ້ຄວາມເຖິງເຈົ້າໜ້າທີ່ກຼະຊວງປ້ອງກັນປຼະເທສສຫະຣັຖຯ ເພເນຕຕາໄດ້ຢ້ຳວ່າສຫະຣັຖຯ"ມີ
ເຈຕນາທີ່ຈະຕ້ອງດູແລຮັກສາແລະປັບປຸງບົທບາດຂອງກອງທັພໃນພູມິພາຄດັ່ງກ່າວນີ້ໂດຍໄວ. ຄຳໝັ້ນສັນ
ຍາດັ່ງກ່າວມີຈຸດປຼະສົງເພື່ອປອບຂວັນຊາຕິພັນທ໌ມິຕຣທີ່ກຳລັງພະເຊີນກັບກາຣແພ່ອິດທິພົລຂອງຈີນຣວມ
ເຖິງອັນຕຼາຍທີ່ຍາກຈະຄາດເດົາໄດ້ຈາກເກົາຫຼີເໜືອ.
  "ຫຼາຍປຼະເທສໃນເອເຊັຽຕ່າງກັງວົລທີ່ເຫັນຈີນເຂັ້ມແຂງຂຶ້ນດ້ານກາຣທຫາຣແລະເກງວ່າສຫະຣັຖຯຈະ
ໝົດບົທບາດລົງເຣື້ອຍໆຊຶ່ງຂ້າພະເຈົ້າຄິດວ່າ ສິ່ງທີ່ສຫະຣັຖຯພຍາຍາມຈະທຳຄື ສ້າງຄວາມໝັ້ນໃຈແກ່
ປຼະເທສພັນທ໌ມິຕຣເຫຼົ່ານັ້ນວ່າເຮົາຍັງບໍ່ມີແຜນທີ່ຈະຈາກພວກເຂົາໄປ" ຣາລ໌ຟ ຄອສຊ່າປຼະທານສຖາບັນ
ກາຣສຶກສາຍຸທສາສຕຣ໌ແລະກິຈກາຣຣະຫວ່າງປຼະເທສ (CSIS) ທີ່ເມືອງໂຮໂນລູລູ ໃຫ້ສັມພາສນ໌.
  ກາຣສິ້ນສຸດປະຕິບັຕິກາຣທາງທຫາຣໃນອິຣັກພາຽໃນສິ້ນປີນີ້ແລະແຜນຖອນທຫາຣອອກຈາກອັຟການິສ
ຖານພາຽໃນປີ 2015 ຈະເປີດໂອກາສໃຫ້ສຫະຣັຖຯຫັນມາໃສ່ໃຈກັບກິຈກາຣໃນເອເຊັຽ-ປາຊິຟິກຫຼາຍຍິ່ງ
ຂຶ້ນ ເຈົ້າໜ້າທີ່ຄົນເດີມຣາຍງານ.
  ຮິລລາຣີ ຄລິນຕັນ ຣມຕ.ຕ່າງປຼະເທສສຫະຣັຖຯຂຽນລົງໃນນິຕຍສາຣ Foreign Policy ວ່າປຼະທານາທໍດີ
ໂອບາມາໄດ້ຕຼຽມຍຸທສາສຕຣ໌ສຳລັບພູມິພາຄເອເຊັຽເອົາໄວ້ຕັ້ງແຕ່ເຣິ້ມຈັດຕັ້ງຣັຖບາລແລະກາຣປຼະຊຸມສຸດ
ຍອດປາຊີຟິກ ຣິມທີ່ຮາວາຍອາທິຕຍ໌ທີ່ຈະເຖິງນີ້ຈະຊ່ອຍເສິມບົທບາດຂອງສຫະຣັຖຯໃນເອເຊັຽ-ປາຊິຟິກ
ໃຫ້ໝັ້ນຄົງຍິ່ງຂຶ້ນ.
    ຄອສຊາກ່າວວ່າ ນະໂຍບາຍສຫະຣັຖຯຕໍ່ພູມິພາຄເອເຊັຽນັ້ນບໍ່ເຄີຍປ່ຽນແປງ ບໍ່ວ່າຈະເປັນຣັຖບາລເດໂມ
ແຄຣຕຫຼືຣິພັບລິກັນກໍຕາມ.
"ເຮົາໃຫ້ຄວາມສຳຄັນກັບກາຣຮັກສາພັນທ໌ມິຕຣ,ສນັບສນຸນຄວາມຮ່ວມມືໃນດ້ານຕ່າງໆຕຼອດຈົນກາຣຄ້າເສ
ຣີ ຊຶ່ງສິ່ງເຫຼົ່ານີ້ບໍ່ເຄິຍປ່ຽນແປງເລີບ". ໃນຂນະທີ່ເພເນຕຕາຢືນຢັນວ່າພາຣະກິຈທາງທຫາຣສຫະຣັຖຯໃນປາ
ຊິຟິກຈະບໍ່ໄດ້ຮັບຜົລກຼະທົບຈາກກາຣຕັດງົບປຼະມານທາງທຫາຣກວ່າ 450,000 ລ້ານດອລລາໃນໄລຍະ 10
ຂ້າງໜ້າ.
     ເຈົ້າໜ້າທີ່ອາວຸໂສບາງຄົນບອກວ່າ ສຫະຣັຖຯອາຈຕັດສິນໃຈສົ່ງເຮືອຣົບແລະຍຸທໂທປະກອນໜັກເຂົ້າ
ມາປຼະຈຳກາຣໃນເອເຊັຽເພີ້ມຂຶ້ນ ຊຶ່ງຈະຊ່ອຍປຼະຫຍັດເຊື້ອເພລີງໃນກໍຣະນີທີ່ຕ້ອງຂຍາຍກິຈກັມທາງທຫາຣ
ໂດຍເມື່ອຕົ້ນປີທີ່ຜ່ານມາກໍໄດ້ປຼະກາສຈະສົ່ງເຮືອຣົບປຼະຊິຕຊາຍຝັ່ງ (littoral combat ship) ຣຸ່ນໃໝ່ເຂົ້າໄປປຼະ
ຈຳກາຣໃນສິງຄ໌ໂປຣ໌..
                                      




No comments:

Post a Comment