Tuesday, November 29, 2011

                                                ກາຣເມືອງພັຄດຽວກຳອຳນາຈຄືຣັຖບາລຜເດັຈກາຣ
                                                 
     ພັຄປະຕິວັຕິປຼະຊາຊົນຄືພັຄກາຣເມືອງຕົກສນິມຫຼືພັຄກາຣເມືອງຕົກຂອບ...ສະພາຯກໍຄືສະພາ
ຕົບມື..ຜູ່ແທນຯກໍຄືຜູ່ຕາງໜ້າພັຄ-ຣັຖຯເພາະອຳນາຈຣັຖແຕ່ງໃຫ້ໄປສມັຄຣ..ຄົນນອກທີ່ໄປສມັຄຣ
ກໍຄືຜູ່ທີ່ມີແນວຄິດອຸດົມກາຣຊ້າຍຕົກຂອບ. ດັ່ງນັ້ນຈຶ່ງເປັນພຽງສະພາຫຸ່ນ ຜູ່ແທນຫຸ່ນບໍ່ມີອຳນາຈໃດໆ
ແລະກົຕໝາຍຕ່າງໆທີ່ອອກມາບໍ່ແມ່ນມະຕິຕົວແທນຂອງປຼະຊາຊົນ ອຳນາຈທີ່ແທ້ຈິງນັ້ນຢູ່ໃນກົຼມ
ກາຣເມືອງຂອງພັຄຯ.
   ບັລດາຣັຖມົນຕຼີທັງຫຼາຽກໍເປັນພຽງຫຸ່ນໃຫ້ຄົບອົງຄ໌ກອບບໍ່ມີອຳນາຈສັ່ງກາຣ ອຳນາຈສູງສຸດມັນຢູ່ທີ່
ສຫາຍຈຸມມາລີ ໄຊຍະສອນຜູ່ເປັນເລຂາໃຫຍ່ສູນກາງພັຄຯ ຕຳແໝ່ງປຼະທານປຼະເທສຂອງສຫາຍ
ຈູມມະລີເປັນພຽງສາກໜ້າ ແຕ່ລະຄົນບໍ່ວ່າສຫາຍຈຸມມະລີຫຼືສຫາຍທອງ ທັມມະວົງແມ້ແຕ່ປຼະທານ
ສະພາຄົນປັຈຈຸບັນເປັນພຽງໜ້າສາກລວງໂລກຕົບຕາປຼະຊາຊົນໃນຄຳວ່າ"ປຼະຊາທິປໄຕຍປຼະຊາຊົນ"
    ຫາກຈະຖາມວ່າກຸ່ມຜເດັຈກາຣຫຼືຣັຖບາລຫຸ່ນມີຄວາມຄິດທີ່ຈະແກ້ໄຂບັນຫາຊາຕິບໍ? ບອກໄດ້ຄຳ
ດຽວວ່າ..ຢ່າຝັນກາງວັນ!!ເພາະອຳນາຈທີ່ແທ້ຈິງມັນມາຈາກແກວໃນຂນະດຽວກັນເພື່ອບໍ່ຢາກໃຫ້
ແກວບີບຈົນເກີນໄປມັນຈຶ່ງດຶງເອົາຈີນເຂົ້າມາຖ່ວງດຸລອຳນາຈກັບແກວ..ອັນນີ້ແຫຼະຄືປັຈຈັຍຈະທຸບ
ຫົວກຸ່ມຜເດັຈກາຣລາວເມື່ອວັນນັ້ນມາເຖິງ..ດັ່ງອະເມຣິກາມອງເຫັນແລ້ວວ່າເງື່ອນໄຂປັຈຈັຍສຳຄັນ
ທີ່ຈະຕ້ອງບໍ່ໃຫ້ວິກຣິຕພູມິພາຄເອເຊັຽເກີດວິກຣິຕຄວາມໝັ້ນຄົງຈຶ່ງແຊກເຂົ້າມາຫາລາວເວລານີ້ທັງ
ນີ້ເພາະຊ່ອງໂຫວ່ກໍຄືເວລານີ້ຈີນບໍ່ສາມາດເຂົ້າພມ້າຢ່າງໂປ່ງໃສອີກຕໍ່ໄປຄົງເຫຼືອພຽງລາວເພາະສາຽ
ແດນຕໍ່ແຜ່ນ..ນີ້ຄືປັຈຈັຍທີ່ຈີນຈະສວຍໂອກາສມັດອັປຄັດນ໊ອກແກວໃນອະນາຄົຕ.
   ຢ່າງໃດກໍຕາມຫາກຈະຫວັງໃຫ້ກຸ່ມແກ້ໄຂບັນຫາຊາຕິໂດຽຕຼົງນັ້ນຍາກນອກຈາກລາວເສຣີທັງມວລ
ທັງຢູ່ໃນປຼະເທສແລະນອກປຼະເທສຈັບມືຖືແຂນກັນຢ່າງແໜ້ນແຟ້ນລຸກຂັບໄລ່ຫຼຶບັງຄັບໃຫ້ພວກມັນ
ຫັນປ່ຽນເທົ່ານັ້ນ ຜ່ານມາສາມສິຍກວ່າປີນີ້ສາມາດກ່າວໄດ້ວ່າຊາຕິນິຍົມໃນກຸ່ມຜເດັຈກາຣນີ້ມີແນວ
ຄິດຢາກປ່ຽນແປງເຕັມທີ ແຕ່ລໍໂອກາສທັງກາຣປ່ຽນແປງຂອງໂລກແລະຄວາມເຂັ້ມແຂງຂອງລາວ
ເສຣີຜູ່ຢູ່ນອກປຼະເທສເທົ່ານັ້ນຈຶ່ງຈະຜ່ານວົງຈອນອຸບາທນີ້ໄປໄດ້.
     ເຖິງຢ່າງໃດກໍຕາມຄິດວ່າບັນຫາລາວມີທາງອອກຢ່າງແນ່ນອນ ຂໍຢ່າງດຽວຢາພາກັນນອນຫລັບ
ທັບສິດທິກໍແລ້ວກັນ..ກາຣແກ້ໄຂບັນຫາຊາຕິຕ້ອງແກ້ບັນຫາພຶ້ນຖານເສັຽກ່ອນໃນນັ້ນກໍຄືຣະບອບ
ຫາກປ່ຽນຣະບອບໄປໄດ້ມັນກໍຕ້ອງເກີດຣະບົບແລະທຸກຄົນພາຽໃນຊາຕິຈະຕ້ອງມີວິນັຍ. ດັ່ງນັ້ນທຸກ
ຄົນຕ້ອງຮັບພາຣະກິຈຊາຕິເປັນທີ່ຕັ້ງຄືພາຣະກິຈຄວາມຮັບຜິດຊອບຕໍ່ໂຊຄຊະຕາຂອງຊາຕິແລະທຸກ
ເຜົ່າພັນທ໌ທີ່ຖືກກຸ່ມຜເດັຈກາຣເອົາສຸ່ມເຫຼັກຄອບງຳໄວ້.
    ຫາກກຸ່ມໃດຫຼືພວກໃດບໍ່ຍອມປັບປ່ຽນລຸກຂຶ້ນຖືໄດ້ວ່າພວກນັ້ນກຸ່ມນັ້ນຍອມຮັບໃນຣະບອບຜເດັຈ
ກາຣກຸ່ມນີ້. ເຄື່ອງມືສຳຄັນໃນກາຣປົກປ້ອງອຳນາຈພວກເຂົາກໍຄື ກຼົມກາຣເມືອງ-ເລຂາທິກາຣພັຄ
ດັ່ງນັ້ນຂ້າຣັຖກາຣຜູ່ບໍ່ໄດ້ຮັບຄວາມເປັນທັມຈຶ່ງສົມຄວນຮ່ວມມືກັນປົດແອກຕົນເອງຈາກຖັນແຖວ
ເພື່ອຊາຕິແລະປຼະຊາຊົນ ຊຶ່ງໂລກໄດ້ເປີດໂອກາສໃຫ້ພວກເຮົາແລ້ວໃນເຣື້ອງ"ສິດທິມະນຸສຍ໌ຊົນ
ແລະປຼະຊາທິປໄຕຍ"ແລະມີຕົວຢ່າງຜ່ານມາຫຼາຍປຼະເທສແລ້ວ ຊຶ່ງເວລານີ້ກໍມີພມ້າແລະວຽຕນາມ
ນາຍເໜືອຫົວພວກມັນກຳລັງນຳຮ່າງກົຕໝາຍເຂົ້າສະພາວ່າດ້ວຍກາຣ"ອະນຸຍາຕໃຫ້ປຼະຊາຊົນ
ເດີນຂະບວນປຼະທ້ວງ"ໃນຂອບເຂຕຂອງກົຕໝາຍ ໂດຍນາຍົກຯວຽຕນາມອອກຖແລງກາຣເມື່ອ
ວັນ"ຂອບຄຸນພຼະເຈົ້າໃນກາຣໃຫ້"ທີ່ວຽຕນາມ".
      ອຳນາຈຂອງພວກເຂົາມີໄວ້ຫາຜົລປຼະໂຍຊນ໌ໃຫ້ພວກເຂົາ ບໍ່ວ່າທນາຄາຣ,ບໍຣິສັທໃຫຍ່ໆໃນ
ລາວລ້ວນແຕ່ພວກເຂົາມີຫຸ້ນສ່ວນຢູ່ທຸກບໍຣິສັທ..ແມ້ແຕ່ຟາມລ້ຽງໄກ່ນົກກະຈອກເທສສຫາຍຄຳ
ໄຕຍັງຮ່ວມທຶນກັບພໍຄ້າໄທຍສົ່ງຂາຍ. ທ່ານເຫັນຫຼືຍັງຜລິຕພັນທ໌ສິນຄ້າຕ່າງໆບໍ່ວ່າຜົລໄມ້ລ້ວນແຕ່
ໄທຍສົ່ງໃຫ້ພໍ່ຄ້າລາວຂາຍອາໃສແຕ່ເປີຣ໌ເຊັນ ເສື້ອຜ້າສຳເຣັຈຣູປຂອງໄທຍ-ແກວແຕ່ເອົາສຕິກ
ເກີຣ໌ລາວຕິດວ່າ" Made in Lao "ປານນັ້ນຍັງໜ້າດ້ານຈະເຂົ້າເປັນສມາຊິກອົງຄ໌ກາຣຕລາດໂລກ
ແມ້ແຕ່ຕລາດຫຸ້ນທີ່ສ້າງຂຶ້ນມາຂນະນີ້ມີຈັກປຼະເທສມີຈັກບໍຣິສັທເຂົ້າຮ່ວມລົງທຶນ.?ທັງໝົດນີ້ເປັນສິ່ງ
ພິສູຈນ໌ເຖິງຄວາມສລາດແລະຣະດັບມີກາຣສຶກສາທີ່ດີຂອງກຸ່ມກຳອຳນາຈຣັຖຯທັງສິ້ນ.!!   

                                       ລາວເສຣີ

No comments:

Post a Comment