Thursday, November 3, 2011

ລັດທິລ້າອະນ່ນິຄົມຍຸຄໃໝ່(ກຼະຕຸ້ນສຳນຶກກຸ່ມຜູ່ນຳທັງຊ້າຍຈັດແລະຂວາຈັດ)

                                          "ຄວາມຮູ້ໜ້ອຍຢ່າຄິດຄອງເມືອງ ຫົ່ມຜ້າເຫຼືອງຢ່າຈາຄວາມບ້ານ"
                                                        (ຕອນທີ 1) ເພື່ອເຕືອນສະຕິໃຫ້ແກ່ຄົນລຸ້ນຫຼັງ)
  "ປາກກາພາໄປ"ລັດທິອານານິຄົມໂດຍມະຫາອຳນາຈຕາວັນຕົກເປັນລັດທິທີ່ພຍາຍາມຫາຄວາມຊອບທັມຈາກ
ສາສນາໂດຍກ່າວວ່າເປັນພາຣະກິຈທີ່ສຳຄັນທີ່ໄດ້ຣັບມອບຈາກພຼະຜູ່ເປັນເຈົ້າໃຫ້ຊ່ອຍຖ່າຍບາປວິນຍານວິນຍານ
ຂອງຜູ່ຊຶ່ງບໍ່ຍອມຮັບພຼະຜູ່ເປັນເຈົ້າ ແຕ່ສຫາຍເລນິລໄດ້ກ່າວວ່າ ລັດທິລ້າອະນານິຄົມທີ່ມະຫາອຳນາຈຕະວັນຕົກ
ຍົກທັພໄປບຸກປຼະເທສທີ່ອ່ອນແອກວ່າແລະປົກຄອງແບບເມືອງຂຶ້ນນັ້ນເກີດຈາກລັດທິເສຖກິຈທຶນນິຍົມທີ່ພັທນາສູງ
ສຸດມີຄວາມຈຳເປັນຕ້ອງຫາດິນແດນໃໝ່ເພື່ອຫາຕລາດ ວັດຖຸດິບແລະຄ່າແຮງງານທີ່ຕ່ຳກວ່າ ລັດທິລ້າອະນານິຄົມ
ຈຶ່ງເປັນຈຸດພັທນາສູງສຸດຂອງຣະບົບເສຖກິຈທຶນນິຍົມ.
   ແຕ່ອີກມຸມນຶ່ງມອງວ່າຄວາມສຳເຣັຈຂອງລັດທິລ້າອະນານິຄົມເກີດຈາກ 3 ແປທີ່ສຳຄັນຄື ປືນ(gun)ເສື້ອເກາະ
ເຫຼັກ(steel)ແລະເຊື້ອໂຣຄ(germ) ກາຣມີອາວຸທທີ່ເປັນປືນໄຟເຮັດໃຫ້ມີອຳນາຈເໜືອຄົນທ້ອງຖິ່ນອື່ນທີ່ມີແຕ່
ຫອກ ທນູແລະດາບເປັນອາວຸທ ຊຶ່ງຈະບໍ່ສາມາດເຈາະເສື້ອເກາະໄດ້ ຕົວຢ່າງທີ່ເຫັນໆໄດ້ຊັດເຈນຄືຊາວທ້ອງ
ຖິ່ນທວີປລະຕິນອະເມຣິກາບໍ່ສາມາດຕໍ່ສູ້ກັບທຫາຣສເປນແລະໂປຣຕຸເກສທີ່ໃສ່ເສື້ອເກາະ ນອກຈາກປືນແລະ
ເສື້ອເກາະແລ້ວຊາວຕະວັນຕົກຈຳນວນບໍ່ນ້ອຍກໍນຳເຊື້ອໂຣຄມາເຜີຍແພ່ຈົນເກີດກາຣເສັຽຊີວິຕຂອງຜູ່ຄົນເປັນ
ຈຳນວນມາກມາຍໃນໝູ່ຄົນທ້ອງຖິ່ນເຮັດໃຫ້ລົດຈຳນວນປຼະຊາກອນລົງ ແຕ່ໃນທາງກັບກັນນັ້ນຜູ່ບຸກຣຸກກໍພົບກັບ
ເຊື້ອໂຣຄຕ່າງພຶ້ນທີ່ເຊັ່ນດຽວກັນ.
  ໃນຄວາມສັມພັນທ໌ຣະຫວ່າງປຼະເທສລັດທິລ້າອະນານິຄົມເກີດຈາກຄວາມບໍ່ເທົ່າທຽມຂອງອຳນາຈ(disparity of
power) ປຼະເທສທີ່ມີອຳນາຈທາງທະຫາຣ ມີກາຣຈັດຕັ້ງແລະມີອາວຸທທີ່ເໜືອກວ່າຍ່ອມຈະມີອຳນາຈມາກກວ່າ
ປຼະເທສທີ່ອ່ອນແອໃນໂຄງສ້າງສັງຄົມ ຄວາມຮູ້ທາງວິທຍາສາສຕຣ໌ເທຄໂນໂລຍີ ໂດຍສເພາະຢ່າງຍິ່ງປືນໄຟ
ແລະເຮືອກົລໄຟອັນເປັນຜົລມາຈາກກາຣປະຕິວັຕິວິທຍາສາສຕຣ໌ແລະກາຣປະຕິວັຕິອຸຕສາຫະກັມພາຍໃຕ້ຣະ
ບົບທຶນນິຍົມ ຈຶ່ງບໍ່ສາມາດຈະຕໍ່ຕ້ານກັບມະຫາອຳນາຈໄດ້. ປຼະເທສມະຫາອຳນາຈກໍຫາເຫຕຸໃນກາຣອ້າງເພື່ອ
ຂຍາຍອະນານິຄົມຂອງຕົນໂດຍອ້າງເອົາສາສນາດັ່ງທີ່ກ່າວຂ້າງເທິງນັ້ນ ຂນະດຽວກັນກໍອ້າງຄວາມຈຳເປັນໃນ
ກາຣຈັດຣະບຽບໂລກເພ່ືອໃຫ້ປຼະຊາຊົນໄດ້ມີກາຣພັທນາ ຣວມທັງມີກາຣຕິດຕໍ່ຄ້າຂາຍຕາມທີ່ຄວນຈະເປັນໄດ້
ຫຼືທີ່ຄວນຈະເປັນອາວຸທທີ່ສຳຄັນທີ່ສູດຂອງມຫາອຳນາຈຕະວັນຕົກສມັຍນັ້ນກໍຄືກາຣອ້າງຄວາມເໜືອກວ່າທາງ
ອາຣິຍະທັມແລະສິລທັມ.
  ໃນຂນະດຽວກັນກໍມີເຮືອກົລໄຟຊຶ່ງຕິດປືນໃຫຍ່ ຣວມທັງປືນສັບນົກແລະເສື້ອເກາະ ບວກກັບກາຣຈັດຕັ້ງກອງ
ທຫາຣທີ່ມີລັກສນະເປັນທຫາຣອາຊີພ ເຮັດໃຫ້ກາຣຕໍ່ສູ້ພາຄພຶ້ນດິນແລະປືນທີ່ຍິງມາຈກເຮືອສາມາດສຍົບກາຣ
ຕໍ່ຕ້ານໄດ້ ກາຣເຈຣະຈາຕໍ່ຣອງຈະເກີດຂຶ້ນຈາກຄວາມສເມີພາຄ ໂດຍຝ່າຍທີ່ມີກຳລັງຫຼາຍກວ່າມັກໃຊ້ວິທີຂົ່ມຂູ່
ຈະໃຊ້ກຳລັງເຂົ້າໂຈມຕີທີ່ສຳຄັນທີ່ສຸດຄືກາຣໃຊ້ນະໂຍບາຍກາຣທູຕແບບເຮືອປືນ(gun boat diplomacy)ແລະນີ້
ຄືສິ່ງທີ່ປຼະເທສຕ່າງໆໃນເອເຊັຽ ອັຟຣິກາແລະລະຕິນອະເມຣິກາໄດ້ຖືກພະເຊີນມາໃນຍຸຄອອນານິຄົມ ບໍ່ມີຂໍ້ຍົກ
ເວັ້ນແມ້ກຼະທັງປຼະເທສທີ່ມີປຼະວັຕິສາສຕຣ໌ອັນຍາວນານໄດ້ແກ່ປຼະເທສຈີນແລະອິນເດັຽ ອິນເດັຽນັ້ນຕົກເປັນເມືອງ
ຂຶ້ນຂອງອັງກິສແລະຖືກປົກຄອງມາປຼະມານສາມສັຕວັສ.
   ສ່ວນຈີນນັ້ນແມ້ຈະບໍ່ເປັນເມືອງຂຶ້ນຂອງມະຫາອຳນາຈຕະວັນຕົກ ແຕ່ກໍມີລັກສນະເກິ່ງເມືອງຂຶ້ນເພາະມີເຂຕ
ເຊົ່າໃຫ້ກັບມະຫາອຳນາຈຕາວັນຕົກຫຼາຍປຼະເທສໂດຍສເພາະຢ່າງຍິ່ງອັງກິສ ຝຼັ່ງເສສ ເຢຣະມັນ ແລະໃນບັ້ນ
ປາຍຂອງປຼະວັຕິສາສຕຣ໌ຍຸຄລ້າອະນານິຄົມກໍມີຍິ່ປຸ່ນເຂົ້າມາຮ່ວມກັບເຂົາດ້ວຍ ເຮັດໃຫ້ເກີດນຶ່ງສັຕວັສຂອງ
ກາຣເສັຽສັຄສີໃນປຼະວັຕິສາສຕຣ໌ຈີນ.
  ໃນຂນະທີ່ປຼະເທສສຍາມໃນຊ່ວງນັ້ນຖືກວ່າຢູ່ລອດປອດໄພຍເພາະໃຊ້ລູກໄມ້ຊຽງໝ້ຽງຫຼືສີທນົນໄຊຈຶ່ງຢູ່ລອດ
ຈົນເຖິງຂັ້ນຝຼັ່ງເສສນຳເອົາປຼະເທສອານິຄົມຫຼືປຼະເທສລາວ 17 ແຂວງທາງພາຄທິສອິ່ສານຂອງລາວຊຶ່ງບໍ່ເປັນ
ເມືອງຂຶ້ນຂອງຕົນໄປແລກປ່ຽນໃຫ້ກັບຂເມຣເຊັ່ນສຽມຣາຊ-ສີໂສພົນ ຊຶ່ງເວລານັ້ນສຍາມຍຶດຄອງເປັນເມືອງ
ຂຶ້ນ..ໂດຍທີ່ປຼະຊາຊົນລາວຍັງມີເອກສິດທິຄອບຄອງຢູ່ໂດຍບໍ່ໄດ້ຖາມຄວາມເຫັນຂອງເຈົ້າລາວເລີຍແລະສັນ
ຍາສບັບດັ່ງກ່າວໃນປີ 1919-1940 ໃຫ້ພາກັນໄປຄົ້ນຫາ ນັ້ນຄືພຍານເອກສາຣສຳຄັນແລະທີ່ເປັນເມືອງຂຶ້ນຝຼັ່ງ
ມີພຽງປຼະເທສວຽຕນາມເທົ່ານັ້ນ. ດັ່ງນັ້ນຈຶ່ງເຫັນໄດ້ວ່າລາວແລະຂເມຣບໍ່ໄດ້ຕົກເປັນເມືອງຂຶ້ນຝຼັ່ງເສສເປັນແຕ່
ພຽງອານານິຄົມຝຼັ່ງເສສ. ແຕ່ສຍາມກັບໂອ້ອວດວ່າລາວເປັນດິນແດນຂອງສຍາມຢູ່ເລື້ອຍມາ..ໂດຍສຍາມອ້າງ
ວ່າສຍາມເສັຽດິນແດນໄປນັ້ນ ແຕ່ສຍາມຕ້ອງຍອມຮັບຕົນເອງວ່າ"ກູກໍຄືນັກລ້າອະນານິຄົມທ້ອງຖິ່ນ"ໃນເມື່ອລາວ
ແລະກັມພູຊາບໍ່ແມ່ນເມືອງຂຶ້ນຝຼັ່ງ ເປັນຫັຽງຝຼັ່ງຈຶ່ງໃຊ້ສິດທິເໜືອດິນແດນອານາຈັກຣລາວນຳໄປແລກປ່ຽນ???
ເຊັ່ນກັນມີຄື:
-ພ.ສ.2329 ອັງກິສຍຶດເກາະໝາກ
-ພ.ສ 2369 ສຍາມເສັຽເປຣັຄຕາມຂໍ້ຕົກລົງສົນທິສັນຍາ ເບິຣ໌ນີ
-ພ.ສ. 2398 ສົນທິສັນຍາເບົາຣິງແລະກາຣເສັຽສິດທິພາບນອກອານາຈັກຣສຍາມ.
-ພ.ສ 2410 ເສັຽຂເມຣສ່ວນນອກເມຶ່ອເຈົ້າກຸງກັມພູຊາທຳສັນຍາຍອມເປັນຣັຖອາຣັກຂາຝຼັ່ງເສສ
-ພ.ສ 2431 ຍຸຄເສິກຮໍ້ ຝຼັ່ງເສສບຸກຍຶດແຄວ້ນຫົວພັນທັງຫ້າແລະສິບສອງຈຸໄທຊຶ່ງເປັນເຂຕອານາ
                  ນິຄົມຂອງສຍາມ ແຕ່ແມ່ນດິນແດນຂອງລາວ.
-ພ.ສ 2435 ສຍາມອ້າງວ່າອັງກິສບຸກຍຶດເອົາຫົວເມືອງງ້ຽວທັງຫ້າແລະເມືອງກະຫຼ່ຽງຕະວັນອອກ
-ພ.ສ 2436 ເຫຕຸກາຣນ໌ ຣ.ສ. 112 ສຍາມຫາວ່າເສັຽດິນແດນຝັ່ງຊ້າຍແມ່ນ້ຳຂອງທັງໝົດ ຊຶ່ງເວລານີ້ກໍຄືອານາ
                 ຈັກຣລາວປັຈຈຸບັນ.
-ພ.ສ.2446 ສຍາມອ້າງວ່າເສັຽດິນແດນຝັ່ງຂວາບາງສ່ວນໃຫ້ຝຼັ່ງເສສເພື່ອແລກກັບຈັນທບູຣ???
-ພ.ສ. 2449 ສຍາມອ້າງວ່າເສັຽມົນທົລຂເມຣ(ສຣີໂສພົນ ພຼະຕະບອງແລະສຽມຣາຊ)ເພື່ອແລກກັບດ່ານຊ້າຽ
                  ແລະຕຣາດ..ທັງໆທີ່ຕົນເອງບຸກຍຶດດ້ວຍອາວຸທໂດຍມີທຫາຣອັງກິສປອມຕົວເຂົ້າມາເປັນເຊື້ອເຈົ້າ
                  ສຍາມພ້ອມອາວຸທປືນໃຫຍ່ຊື່ໝ່ອມ...ຣາມາທິບໍດີທີ 1 ໜ້າຕາເໝືອນຫຼືຄ້າຍໆແຂກ
ພ.ສ. 2451 ສຍາມອ້າງວ່າເສັຽໄຊຍບຸຣີ ກລັນຕັນ ແລະປະລິສໃຫ້ອັງກິສ.
ພ.ສ 2505 ສາລໂລກຕັດສິນໃຫ້ປຣາສາທພຼະວິຫາຣໃຫ້ເປັນຂອງກັມພູຊາ ທັ້ງໆທີ່ປຼະວັຕິສາສຕຣ໌ບັນທຶກໄວ້ແລ້ວ
                ເປັນດິນແດນຂອງກັມພູຊາຊຶ່ງຣວມທັງ ຈ.ສຣີສະເກຕ-ສຸຣິນກໍຍັງເປັນຂອງຂເມຣເຊັ່ນກັນ.
   ອັນນີ້ຈຶ່ງສະແດງໃຫ້ເຫັນທາຕຸແທ້ຂອງສຍາມວ່ານັກລ້າອະນານິຄົມຕົວຈິງຂອງພູມິພາຄເອເຊັຽໃຕ້ຫຼັງຈາກນັ້ນ
ຈຶ່ງພຍາຍາມບິດເບືອນປຼະວັຕິສາສຕຣ໌ແລະປ່ຽນຈາກປຼະເທສສຍາມມາເປັນປຼະເທສໄທຍໂດຍຫວັງກືນກິນຊຸມຊົນ
ທີ່ມີຊື່ວ່າ"ໄທນຳໜ້າເຊັ່ນ ໄທດຳ-ໄທແດງ-ໄທລື້ໂດຍຕັ້ງຕົນເອງເປັນ"ໄທຍ"ແປວ່າ ໄທສຍາມນັ້ນເອງໃນຍຸຄຂອງ
ປຣີດີພນົມຍົງແລະຈອມພົລແປກຫຼືຈອມພົລ ປ.ຫຼວງພິບູນສົງຄາມນີ້ເອງ. ສຍາມບໍ່ມີປຼະວັຕສາສຕຣ໌ໄວ້ໃນປຼະວັຕິ
ສາສຕຣ໌ຂອງຈີນເຖິງມີກໍເປັນພຽງເຜົ່ານ້ອຍໆຜສົມປະປົນຢູ່ກັບເຜົ່າອ້າຍລາວໃນຍຸຄອານາຈັກຣໜອງແສນຶ່ງເທົ່າ
ນັ້ນເອງ. (ຍັງມີຕໍ່ແລະຣຽບຣຽງມາຈາກປຼະວັຕິສາສຕຣ໌ລາວອິ່ສານຕົວຈິງ"..ຍັງມີຕໍ່.


No comments:

Post a Comment