Tuesday, November 22, 2011

  ກ່ອນຈະໃຊ້ຄຳສັພທ໌ໃໝ່ຂອງກຸ່ມຜເດັຈກາຣ ພວກເຮົາຕ້ອງຂໍໂທສຂໍອະໄພຍເພາະບໍ່ຮູ້ວ່າຈະໃຊ້
ສັພທ໌ແສງອັນໃດດີກັບພວກກຸ່ມກຳອຳນາຈຣັຖຯທີ່ບໍ່ຮູ້ຮ້ອນຮູ້ໜາວຈາກສຽງມະຫາຊົນຄົນສ່ວນໃຫ່ຽ
ຈຶ່ງຂໍນຳເອົາສັພທ໌ຕ່າງໆອອກມາສເນີຄືສບັບກ່ອນໆເຮົາເຄີຍໃຊ້ສັພທ໌ວ່າ"ພວກສມອງໝາ ປັນຍາ
ຄວາຍ"ພວກເຂົາກໍຍັງບໍ່ທັນຕື່ນ ຈຶ່ງນຳສັພທ໌ໃໝ່ມາເສີມອີກຄື"ພວກປາກໝາ ປັນຍາແມງສາບ"ຊຶ່ງ
ຈະເໝາະສົມກວ່າເພາະກຸ່ມອຳນາຈຣັຖຯປັຈຈຸບັນເປັນພວກ"ກຸ່ມອັຕຕະທິປໄຕຍ".
  ມະນຸສຍ໌ທຸກຊົນຊາຕິໃນໂລກໃບນີ້ມີສາສນາ"ຄຸນທັມ"ສນັ້ນບັລດາມະນຸສຍ໌ທີ່ຂາດຄຸນສົມບັຕຣຂາດ
ຄຸນທັມນັ້ນປຽບເໝືອນພວກມະຫາໂຈຣ!ສນັ້ນປຼະເທສຊາຕິຈະມີສເຖັຽຣະພາບແລະກ້າວໜ້າທາງສັງ
ຄົມວັທນະທັມທີ່ແທ້ຈິງນັ້ນ ຜູ່ປົກຄອງຣັຖຯນັ້ນຢູ່ໃນກົຕເກນທ໌ແລະຫຼັກກາຣດັ່ງຂ້າງເທິງນີ້ເທົ່ານັ້ນ.
   ຢ່າງໃດກໍດີພວກເຮົາຈຶ່ງຂໍນຳເອົາຫຼັກວິຊາກາຣທີ່ເປັນບົທຂອງທັມມະມີສເນີຕໍ່ທ່ານເພື່ອເປັນປຼະ
ໂຍຊນ໌ທາງສັງຄົມດັ່ງນີ້:
  -ຄຸນທັມ 5 ປຼະກາຣຂອງຜູ່ນຳຯ..???ແລ້ວທ່ານຄິດຢ່າງໃດຕໍ່ຜູ່ກຸມອຳນາຈຣັຖຯໃນລາວປັຈຈຸບັນ??
ພວກເຂົາໃຊ້ຄວາມເປັນນາຍປົກຄອງຣັຖຯຫຼືເຂົາໃຊ້ຫຼັກຄຸນທັມປົກຄອງຯປຼະເທສຫຼືວ່າເຂົາໃຊ້ພຽງ
ຄວາມເປັນນາຍບໍຣິຫາຣຣັຖຯ?? ອິງຕາມສັຈທັມແລ້ວຄວາມເປັນນາຍໃຜເປັນກໍໄດ້!!ບໍ່ຈຳເປັນຕ້ອງ
ມີຄວາມຮູ້ ຄວາມສາມາດກໍໄດ້..ມັນຈຶ່ງເຮັດໃຫ້ຊາຕິບ້ານເມືອງຖອຍຫຼັງແລະຊັພພຍາກອນທັມຊາຕິ
ໝົດໄປແລະຊັພພບາກອນມະນຸສຍ໌ຈຶ່ງບໍ່ມີຄຸນຄ່າທາງສັງຄົມດັ່ງປັຈຈຸບັນນີ້!!
   ເມື່ອບໍ່ນານມານີ້ພວກເຮົາໄດ້ອ່ານຕຳຣາສບັບນຶ່ງທີ່ບັລດາປຣາຊຜູ່ສຳຄັນຂຽນເອົາໄວ້ກ່ຽວກັບກາຣ
ເປັນຜູ່ນຳຜູ່ປົກຄອງນັ້ນກໍຄືຕຳນານຂອງ"ຊຸ່ນຫວູ່"ຂອງຈີນໃນອະດີຕທີ່ເປັນທັງນັກບໍຣິຫາຣຈັດກາຣ
ແລະເປັນທັງຜູ່ນຳ. ເພາະປຼະເດັນເຣື້ອງ"ຜູ່ນຳ"ກຳລັງຮິຕໃນໂລກຍຸຄໂລກາພິວັຕນ໌.
    ວ່າລັກສນະຂອງ"ຜູ່ນຳຄວນເປັນຢ່າງໃດ? ຜູ່ນຳຄວນທຳກາຣຢ່າງໃດ?ແລະຜູ່ນຳຄວນມີບົທບາດ
ຢ່າງໃດ?
     ໃນຄຸນທັມ 5 ປຼະກາຣນັ້ນ ຊຸນຫວູ່ໃຫ້ທັສນະວ່າ"ປັນຍາ"ຖືເປັນຄຸນທັມຂໍ້ແຣກ. ເພາະສິ່ງສຳຄັນທີ່
ແຍກຜູ່ນຳຈາກຄົນທົ່ວໆໄປຄື"ປັນຍາ" ປັນຍາຮອບທີ່ຮອບຮູ້ແລະມີໄຫວພິຼບໃນກາຣແກ້ໄຂບັນຫາ
ຕ່າງໆ...ຣວມໄປເຖິງບັນຫາໃນກາຣວາງແຜນຕ່າງໆ ປັນບາໃນກາຣເລືອກໃຊ້ຄົນໃຫ້ເໝາະສົມກັບ
ງານ..ປັນຍາໃນກາຣທີ່ຈະເລືອກໂງ່ບາງຄັ້ງແລະສລາດໃນບາງຄັ້ງ...
   ດັ່ງນັ້ນສັງຄົມທີ່ມີ"ຜູ່ນຳ"ທີ່ມີ"ປັນຍາ"ມັກຈະເປັນສັງຄົມທີ່ປຼະຊາຊົນມີຄວາມສຸຂ ບ້ານເມືອງມີ
ຄວາມຈເຣີນ..ແລະສາມາດແກ້ໄຂວິກຣິຕກາຣນ໌ທີ່ເກີດຂຶ້ນໄດ້ຢ່າງວ່ອງໄວແລະຖືກຕ້ອງ..ບາງຄັ້ງ
ໃບປຼະກາສໄຊຍະບັຕຣທີ່ມີຢູ່ ຫາກນຳມາກອດນອນໄວ້ບໍ່ເຂົ້າໃຈໃນກາຣໃຊ້ກໍເທົ່າກັບບໍ່ມີປຣິນຍາ
    ກາຣເປັນຄົນມີ"ປັນຍາ"ນັ້ນເບິ່ງບໍ່ຍາກ..ເບິ່ງອອກງ່າຽໆຄືເບື້ອງຕົ້ນ:
1.-ຄິດເຣື້ອງໃໝ່ໆທີ່ເຮັດໃຫ້ສັງຄົມພັທນາ..
2.-ແກ້ບັນຫາຄວາມເດືອດຮ້ອນທີ່ເກີດຂຶ້ນຢ່າງສັບໄວ..
     ພຽງ 2ປຼະກາຣນີ້ກໍເຮັດໃຫ້ເຮົາທັນທີວ່າ"ຜູ່ນຳ"ເຮົາມີປັນຍາຫຼືບໍ່?ດັ່ງທີ່ເຫັນກາຣບໍຣິຫາຣຈັດ
ກາຣໃນປຼະເທສລາວເວລານີ້ວ່າ"ກຸ່ມກຳອຳນາຈລາວ"ປັຈຈຸບັນມີ"ປັນຍາ"ຂາດຄວາມຮູ້ຂາດວິ
ສັຍທັສນ໌ຢ່າງໃດ? ອັນນີ້ຈຶ່ງເວົ້າໄດ້ວ່າກຸ່ມກຳອຳນາຈຣັຖລາວປັຈຈຸບັນບໍ່ແມ່ນຜູ່ນຳ ພວກເຂົາເປັນ
ໄດ້ພຽງ"ນາຍ".
      ຄຸນທັມຂໍ້ທີ 2 ຄື "ສັຈຈະ"ແທ້ຈິງແລ້ວຄຸນທັມຂໍ້ນີ້ຢ່າວ່າຄົນທີ່"ຜູ່ນຳ"ຈະຕ້ອງມີເລີຍ..ແມ້ແຕ່ຄົນ
ທົ່ວໄປຫາກຕ້ອງກາຣຄວາມເຊື່ອຖືຈາກຄົນຣອບຂ້າງກໍຕ້ອງຍຶດຖືຄຸນທັມໃນຂໍ້ນີ້..ຄົນທີ່ມັກບິດເບືອນ
ຕລົກແດກແຫກຕາ ບໍ່ຮັກສາຄຳເວົ້າຂອງຕົນ..ເວົ້າຢ່າງທຳຢ່າງ..ຍ່ອຍຈະບໍ່ໄດ້ຄວາມເຊື່ອຖືຈາກບຸຄ
ຄົນທົ່ວໄປ..ຢ່າວ່າແຕ່ຄົນທີ່ເປັນ"ຜູ່ນຳ" ດັ່ງນັ້ນ"ຜູ່ນຳ"ຫາກບໍ່ມີສັຈຈະ ກໍເປັນໄດ້ພຽງ"ນາຍ"ເປນຜູ່
ນຳບໍ່ໄດ້.
      ຄຸນທັມຂໍ້ທີ 3 "ເມຕຕາ"ຄືແປວ່າ ຄວາມປຼາຖນາໃຫ້ຜູ່ອື່ນພົ້ນທຸກຂ໌ນັ້ນເອງ..ໃນຄຳສອນຂອງພຸທ
ສາສນາໄດ້ຍົກໃຫ້"ເມຕຕາ"ເປັນວິຖີທາງໄປສູ່ຄວາມເປັນ"ພຼະໂພທິສັຕວ໌..."ເພາະຄວາມເມຕຕາ
ເປັນສິ່ງປຼະເສີດສຸດທີ່ມະນຸສຍ໌ຄວນມີໃຫ້ແກ່ກັນ..ເພາະເມຕຕາເທົ່ານັ້ນທີ່ຈະເຮັດໃຫ້ໂລກໃບນີ້ມີ
ຄວາມສງົບສຸຂສັນຕິໄດ້..ດັ່ງຄຳວ່າ.."ເມຕາທັມຄ້ຳຈຸລໂລກ"..ດັ່ງນັ້ນ"ເມຕຕາ"ຈຶ່ງເປັນຄຸນທັມທີ່
ສຳຄັນຂອງຄົນເປັນຜູ່ນຳ.

    ຄຸນທັມຂໍ້ທີ 4 "ກ້າຫາຣ" ຄວາມກ້າຫາຣເປັນອີກຄຸນທັມທີ່ສຳຄັນຂອງຄົນເປັນຜູ່ນຳ..ຜູ່ນຳທີ່ກ້າ
ຫາຣຍ່ອຍປຸກຂວັນແລະກຳລັງໃຈໃຫ້ກັບຜູ່ທຳຕາມ ຜູ່ນຳຕ້ອງກ້າຫາຣທີ່ຢືນຢູ່ຂ້າງໜ້າສຸດເພື່ອເປັນ
ແມ່ທັພທີ່ນຳທັພໄປສູ່ກາຣຕໍ່ສູ້ທຸກຊນິດ ຜູ່ນຳຕ້ອງກ້າຮັບຜິດຊອບແລະຊອບໃນທຸກບັນຫາທີ່ເກີດຂຶ້ນ
ບໍ່ແມ່ນພໍມີຄວາມຜິດພາດເກີດຂຶ້ນກໍປັດຖິ້ມໄປໃຫ້ພົ້ນຕົວ ແລ້ວກໍຫາແກະມາຣັບຄວາມຜິດນັ້ນແທນ...

                               (ຍັງມີຕໍ່ສບັບໜ້າ)

 

No comments:

Post a Comment