Tuesday, November 29, 2011

                                         ຕຶ່ນເຖິດພີ່ນ້ອງລາວເວລາອັນເໝາະສົມມາເຖິງແລ້ວ!!

  ຜ່ານມາ 37 ປີທີ່ກຸ່ມກຳອຳນາຈຜເດັຈກາຣຂຶ້ນກຳອຳນາຈຣັຖຯເຮັດໃຫ້ຊາວລາວແຕກຄວາມ
ສາມັຄຄີພາຍໃນຊາຕິແລະເຮັດໃຫ້ຊັພຍ໌ໃນດິນສິນໃນນ້ຳດັບສູນຍ໌ຈາກກາຣຫາຜົລປຼະໂຍຊນ໌
ສ່ວນຕົນຂອງກຸ່ມຜເດັຈກາຣລາວມ້າງຊາຕິ ໂດຽດຶງເອົາຊາວຕ່າງຊາຕິເຂົ້າມາຂຸດກົ່ນເອົາຊັພຍ໌
ໃນດິນສິນໃນນ້ຳໄປຍັງບໍ່ພໍຍັງສ້າງເຂື່ອນໄປຟ້າພລັງນ້ຳໃສ່ແຫຼ່ງນ້ຳທີ່ເປັນທີ່ຢູ່ອາໃສຂອງສັຕວ໌
ນ້ຳທຳລາຍເກາະແກ່ງຕາມລຳແມ່ນ້ຳຂອງ ນອກນັ້ນຍັງທຳລາຍປ່າດົງພົງໄພຍທີ່ເປັນແຫຼ່ງທີ່ຢູ່
ອາໃສຂອງສັຕວ໌ປ່ານາໆພັນທ໌ ນອກຈາກນັ້ນພວກເຂົາຍັງນຳເອົາດິນລາວແຖບໃກ້ຊາຍແດນ
ຣະຫວ່າງລາວ-ແກວນັບແຕ່ເຊໂປນລົງເຖິງກວາງຕຸ້ມໄປແລກກັບກາຣຂຶ້ນກຳນາຈຣັຖຯຊຶ່ງພວກ
ເຮົາຖືວ່າເປັນກາຣ"ປຸ້ນ"ອຳນາຈຈາກປຼະຊາຊົນລາວ.
    ພວກເຮົາຄວນຮູ້ຈັກຮັບຜິດຊອບໃນໜ້າທີ່ພົລເມືອງດີ ຈຶ່ງເປັນໜ້າທີ່ທີ່ຕ້ອງລຸກຂຶ້ນປົກປ້ອງອຳ
ນາຈແລະສິດທິຜົລປຼະໂຍຊນ໌ຂອງຕົນເອງແລະມີຄວາມຊອບທັມທີ່ຈະກ່າວໂທສຕໍ່ຜູ່ປົກຄອງຣັຖຯ
ທີ່ຜິດຕໍ່ກົຕບັຕຣສຫະປຼະຊາຊາຕິທີ່ວ່າ"ສິດທິມະນຸສຍ໌ຊົນໃນຖານະພວກເຂົາທໍຣະຍົສຕໍ່ຊາຕິແລະ
ປຼະຊາຊົນ ຫຼັງປຸ້ນອຳນາຈໄປແລ້ວ ພວກເຂົາຍັງກົດຂີ່ຂົ່ມເຫງ ຕັດສິດທິຂັ້ນພຶ້ນຖານຢ່າງບໍ່ມີອິສຣະ
ເສຣີໃນກາຣປາກເວົ້າແລະຍັງໄຈ້ແຍກແບ່ງເຂຕໃຫ້ປຼະຊາຊົນລາວເປັນລາວນອກ-ລາວໃນຢູ່ຈົນ
ເຖິງປັຈຈຸບັນນີ້.
    ດັ່ງນັ້ນພວກເຮົາຄວນຮຽກກຸ່ມຜເດັຈກາຣພວກດັ່ງກ່າວນີ້ວ່າ"ກຸ່ມຜເດັຈກາຣໂຈຣຫ້າຮ້ອຍ".
ຂນະນີ້ພວກເຂົາກຳລັງຂາດພລັງຄວາມສັທທາທັງພາຽໃນຊຸມຊົນຄົນລາວແລະໃນເວທີນານາ
ຊາຕິຈົນເຖິງຂັ້ນບໍ່ກ້າໄປມາຫາສູ່ກຸ່ມປຼະເທສໃກ້ຄຽງເພາະບ້ານໃຫ້ເຮືອນຄຽງຢ້ານໄປຂໍຢືມ
ເງີນ..37 ປີຜ່ານມາໃນກາຣຂຶ້ນກຳອຳນາຈຣັຖຯຜານຊັພຍ໌ໃນດິນສິນໃນນ້ຳໄປຈວນຈະໝົດປຼະ
ເທສ ຍັງບໍ່ສາມາດສ້າງງົບປຼະມານແຜ່ນດິນ..ງົບປຼະມານທີ່ໃຊ້ກັນຢູ່ຂນະນີ້ລ້ວນແຕ່ເງິນກູ້ຢືມ
ທັງສິ້ນ..ແລ້ວບັລດາທ່ານທັງຫຼາຽຍັງນອນຫຼັບທັບສິດທິກັນຢູ່ບໍ?
  ກາຣຕັ້ງເຂຕເສຖກິຈພິເສສ ຊຶ່ງແມ່ນຈີນເປັນຜູ່ສ້າງຂຶ້ນນັ້ນປຼະຊາຊົນລາວບໍ່ໄດ້ຮັບຮູ້ເພາະປຼະ
ຊາຊົນບໍ່ໄດ້ຮັບຜົລປຼະໂຍຊນ໌ໃດໆຈາກແຫຼ່ງເຫົຼ່ານັ້ນ ໃນຂນະດຽວກັນຍັງມີກຼະແສຂ່າວລັບຊອດ
ອອກເຖິງຫູເຈົ້າໜ້າທີ່ປຼາບປຼາມຢາເສພຕິດສາກົລວ່າ..ແຫ່ຼງກາຊິໂນດັ່ງກ່າວຍັງເປັນແຫຼ່ງຜລິຕ
ຢາເສພຕິດຂອງຈີນແຫຼ່ງສຳຄັນອີກ ຊຶ່ງໃນນັ້ນໄດ້ໃຫ້ຂໍ້ສັງເກຕວ່າ..ແຫຼ່ງກາຊິໂນແຕ່ລະແຫ່ງ
ນັ້ນມີແຂກເຂົ້າໄປໃຊ້ບໍຣິກາຣແຕ່ລະແຫ່ງແຕ່ລະມື້ບໍ່ເກີນ 20-30 ຄົນບາງແຫ່ງບໍ່ເກີນ 10 ຄົນ
ແລ້ວຄ່ານ້ຳຄ່າໄຟເຈົ້າກາຊິໂນບໍ່ໄດ້ຈ່າຍບໍ? ອັນນິ້ກໍສະແດງໃຫ້ເຫັນວ່າ ຄ່ານ້ຳຄ່າໄຟບໍ່ໄດ້ຈ່າຍ
ຫຼືວ່າພວກເຂົາຈ່າຍໃຫ້ກັບກຸ່ມກຳອຳນາຈຣັຖຯໄປແລ້ວ? ອັນນີ້ຈຶ່ງເປັນເຫຕຸຜົລສຳຄັນຢ່າງນຶ່ງ
ທີ່ພວກຈີນບໍ່ຍອມຈ້າງພນັກງານຄົນລາວພຽງແຕ່ຫາວ່າບໍ່ມີຄວາມຮູ້ຫຼືບໍ່ມີຄຸນພາບນອກນັ້ນຈີນ
ພວກນີ້ຍັງບໍ່ອະນຸຍາຕໃຫ້ປຼະຊາຊົນລາວເຂົ້າໄປຂາຍຂອງໃນບໍຣິເວນໃກ້ຄຽງອີກຈຶ່ງເກີດປະ
ຖະຣະຫວ່າງກຸ່ມແມ່ຄ້າພໍ່ຄ້າລາວໃນຫຼາຽພຶ້ນທີ່ຂອງເສຖກິຈພິເສສ.
   ນອກຈາກນັ້ນຖນົນຫົນທາງຫຼາຽສາຍໃນເຂຕພາຄເໜືອຂອງລາວທີ່ຈີນສ້າງເຂົ້າໄປຫາບໍຣິ
ເວນເຂຕເສຖກິຈພິເສສພວກເຂົາໄດ້ຈຳກັດພື້ນທີ່ບໍ່ອະນຸຍາຕໃຫ້ນັກທ່ອງທ່ຽວແລະປຼະຊາຊົນ
ລາວໃຊ້ບໍຣິກາຣນຳອີກເມື່ອປຼະຊາຊົນເຂົ້າໄປຣ້ອງທຸກຂ໌ຕໍ່ເຈົ້າໜ້າທີ່ທ້ອງຖິ່ນ ພວກເຂົາພຽງ
ຕອບວ່າບໍ່ມີອຳນາຈເຂົ້າໄປຕຼວຈສອບແລະບໍ່ມີອຳນາຈໃນກາຣໄປເຈຣະຈາຕໍ່ຣອງນອກຈາກ
ຂັ້ນເທິງ ແມ້ແຕ່ພາສາທີ່ຂຽນປ້າຍຖນົນແລະສຖານທີ່ກາຊີໂນຍັງໃສ່ຊື່ເປັນພາສາຈີນທັງໝົດ
ສິ່ງທີ່ກ່າວມານິ້ແຫຼະຄືຄວາມສລາດສ່ອງໃສຂອງກຸ່ມໂຈຣຫ້າຮ້ອຍນັ່ງຄອງເມືອງ!!
   
                                              ລາວເສຣີ ຜູ່ມີສະຕິຊາຕິ

No comments:

Post a Comment