Wednesday, November 30, 2011

                             ຫຼັກຖານສຳຄັນກ່ຽວກັບແກວທີ່ສຫາຍໄກສອນ ພົມວິຫານ
                     ນຳເອົາດິນລາວບາງສ່ວນແລກກັບກາຣປຸ້ນອຳນາຈຈາກປຼະຊາຊົນ
                               ແລະນຳເອົາດິນລາວບາງສ່ວນໄປແລກກັບອຳນາຈ

 ໃນຣາຍງານສບັບນີ້ຣະບຸຊັດເຈນວ່າຝ່າຍລາວແມ່ນສຫາຍໄກສອນ ພົມວິຫານ ຝ່າຍແກວແມ່ນ
ສຫາຍຟາມວັນດົງ. ກາຣເຊັນສັນຍາດັ່ງກ່າວຈັດຂຶ້ນໃນວັນທີ 18/7/1977 ທີ່ນະຄອນວຽງຈັນທຣ໌
ແລະເອກສາຣສັນຍາດັ່ງກ່າວຝ່າຍວຽຕນາມໄດ້ພິມເຜີຍແພ່ໂດຍທົ່ວໄປ ແຕ່ຝ່າຍຄອມຯລາວຖື
ວ່າເປັນຄວາມລັບ.
 ໃນຂໍ້ຄວາມຂອງສັນຍາສບັບນີ້ເປັນພາສາຝຼັ່ງເສສ ຊຶ່ງຜູ່ແປຼຄຶທ່ານບຸນສີແລະມີຄວາມຍາວປຼະ
ມານ 2ໜ້າເຈັ້ຽ ໃນສັນຍາດັ່ງກ່າວເຣິ້ມຕົ້ນດ້ວຍວ່າສັນຍາສບັບນີ້ມີກຳນົດ 25 ປີແລະຈະມີກາຣຕໍ່
ສັນຍາກັນໄປອີກຄັ້ງລະ 10 ປີ.
  ຫຼັງຈາກສັນຍາຖືກປະຕິບັຕິແລ້ວທາງກາຣວຽຕນາມຈະສົ່ງທຫາຣແລະປຼະຊາຊົນເຂົ້າມາໃນປຼະ
ເທສລາວຈຳນວນ 3 ລ້ານ 5 ແສນຄົນ,ຊຶ່ງໃນຈຳນວນນີ້ມີຊາວນາວຽຕ 1 ລ້ານຄົນ,ກັມກອນ 1 ລ້ານ
ຄົນ ຊ່າງກໍ່ສ້າງຕ່າງໆ 1 ລ້ານຄົນແລະນັກວິຊາກາຣວຽຕຕາມກຼະຊວງແລະພແນກກາຣຕ່າງໆ 5
ແສນຄົນ.
  ດັ່ງນັ້ນຕາມສຖິຕິປຼະຊາກອນລາວປັຈຈຸບັນຈຶ່ງມີເຖິງ 6 ລ້ານກວ່າຄົນແລະເຖິງແມ່ນປຼະຊາກອນ
ລາວຈະຖືກເຕັ້ນໂຕນໂຍນໜີໄປຕັ້ງຊີວິຕໃໝ່ໃນຕ່າງປຼະເທສແລ້ວກໍຕາມພວກເຂົາບໍ່ໄດ້ນັບເຂົ້າ
ໃນຈຳນວນນີ້.
  ອິງຕາມຄຳບອກກ່າວຂອງຈານບຸນສີໄດ້ຣະບຸຊັດເຈນວ່າ..ສຫາຍໄກສອນ ພົມວິຫານນັ້ນເປັນ
ວຽຕຯເກີດທີ່ບ້ານຮ່າຕິ້ນ ເມື່ອອາຍຸ 9 ປີໄດ້ຕິດຕ້ອຍຫ້ອຍຕາມພໍ່ ຜູ່ເປັນນາຍພາສາໃຫ້ຈັກພັຕຣ
ຝຼັ່ງນັກລ້າເມືອງຂຶ້ນຢູ່ທີ່ເມືອງສວັນເຂຕ ເມື່ອພໍ່ເຂົາມາແຕ່ງງານກັບຄົນລາວຊື່ນາງດົກ ໄກສອນ
ຈຶ່ງກາຍເປັນຄົນລາວໄປໃນຕົວ ຊຶ່ງສັນຍາສັບນີ້ມີແຜນທີ່ປຼະກອບຄົບຖ້ວນແຕ່ພວກເຮົາບໍ່ສາມາດ
ນຳອອກມາເຜີຍແພ່ເພາະມັນໃຫຍ່ແລະຈະມີຣາຍລະອຽດຄົບຖ້ວນ.
  ຄວາມຈິງໃນເຣື້ອງສັນຍາສບັບນີ້ຈານບຸນສີ(ຄົນຖັນແຖວ 40 ປີ)ໄດ້ບອກວ່າ ອາຈເປັນຄວາມຈິງ
ແລະຢັ້ງຢືນໄດ້ເພາະໄດ້ຍິນມາກັບຫູຕອນໄປສັມນາທີ່ອັຕປື ພວກທຫາຣແກວກ່າວວ່າເສັ້ນທາງ
ໂຮ່ຈິມິນ(ໄມ້ລົ້ມແບ່ງແດນແກວ)ນັ້ນແມ່ນເຂຕແດນຣະຫວ່າງລາວກັບວຽຕແລະຝາກທາງເບື້ອງ
ຕາວັນອອກວຽຕຈະບໍ່ອະນຸຍາຕໃຫ້ເຂົ້າໄປຕັດໄມ້ເດັດຂາດແລະເສັ້ນທາງດັ່ງກ່າວຍາວແຕ່ເໜຶອ
ເຖິງໃຕ້ຣະຫວ່າງຊາຍແດນແກວ-ລາວຈາກເມືອງວິນແກວກາງເຂົ້າສູ່ເຂຕນາແປ,ເມືອງຄຳເກີດ,
ຍົມຣາຊ,ມຫາໄຊຂອງແຂວງຄຳມ່ວນ.
   ເມືອງເຊໂປນໃນແຂວງສວັນເຂຕ,ເມືອງຕາໂອ້ຍ,ເມືອງກາລຶມ,ເມືອງຈາວານ,ເມືອງດັກຈຶງໃນ
ແຂວງສາຣະວັນ,ເມືອງເຊກອງແຂວງອັຕະປື,ດົງບໍຣິເວນແຂວງເຊໂດນ,ດົງກະລໍແຂວງສີພັນ
ດອນເລີຍເຂົ້າສູ່ດິນແດນຂເມນ.
  ສ່ວນຊາຍແດນໃໝ່ຂອງລາວຕາມສັນຍາຂາຍຊາຕິໄກສອນ ພົມວິຫານນັ້ນທາງພາຄເໜືອທີ່ບໍ່
ມີສາຍທາງໂຮ່ຈິມິນຜ່ານນັ້ນຈາກໜັງສືສັນຍາມອບໝາຍດັ່ງກ່າວນັ້ນຫຼັກໝາຍເກົ່າແກ່ແກວໄດ້
ທັບມ້າງແລະຂະຍັບເຂົ້າມາພ້ອມສ້າງຫຼັກໝາຍຂຶ້ນມາໃໝ່ເຣິ້ມຕົ້ນຈາກເຂຕຜົງສາລີທີ່ມີ ອູ່ເໜືອ
ອູ່ໃຕ້,ສົບຮ່າວ ຊຶ່ງເປັນດິນແດນຂອງຫຼວງພະບາງນັ້ນມີນ້ຳບາກ,ເຂຕຊຳເໜືອມີເມືອງແອດຊຽງຄໍ້
ເຂຕຊຽງຂວາງມີບ້ານບານ ເມືອງຄຳ,ໜອງແຮດ,ທ່າໂທມເລີຍເຂົ້າເຂຕແຂວງຄຳມ່ວນ.
   ເມືອງແລະແຂວງທີ່ກ່າວມານັ້ນລ້ວນແຕ່ຢູ່ໃນສັນຍາຣະຫວ່າງໄກສອນ ພົມວິຫານກັບສຫາຍ
ຟາມວັນດົງມອບໝາຍໃຫ້ແກ່ກັນ.
                  ໃນຂນະດຽວກັນພວກເຮົາຂໍນຳເອກສາຣສັນຍາສບັບນີ້ເປັນພາສາຝຼັ່ງມາໃຫ້ທ່ານໄດ້
ນຳໄປວິເຄາະຫ໌ຕື່ມ ສ່ວນແຜນກາຣຈັດຕັ້ງແລະເຂຕໝາຍສຳຄັນຕ່າງໆທາງໜັງສືພິມລາວເສຣີ
ທັມເຄີຍນຳອອກເຜີຍແພ່ຄັ້ງນຶ່ງແລ້ວ ຈຶ່ງຂໍນຳເອົາເປັນບາງຕອນພາກພາສາຝຼັ່ງອອກເທົ່ານັ້ນ:
Article 6- Les deux parties procederont regulierement ades echanges de vues sur les
problemes relatifs aux relations entre les deux pays et sur des problemes internationaux
d'interet commun par les des rencontres entre les dirigeants du Parti et de l'Etat, des vi-
sites de delegations officielles et des representants speciaux ou par voie diplomatique;les
deux parties encourageront l'elargissement des relations entre organisations de masse de
deux pays. Tous les problemes relatifs aux relations entre les deux pays seront regles par
voie de negociations dans un esprit de comprehension et de respect mutuels et de facon
conforme aux exigences de la raison et du coeur.
Article 7.- Le present traite sera ratifie et entrera en vigueur a la date de l'echange des
instruments de ratification qui  aura lieu dans le meilleur detail a Hanoi, capitale de la
Republique Socialiste du Viet-Nam.
   Le present traite est valable pour une periode de vingt-cinq ans et sera tacitement recon-
duit tous les dix ans si aucune des deux parties ne notifie par ecrit a l'autre partie son inten-
tion de l'annuler, au moins un an avant son expiration.
  Fait a Vientiane, capital de la Republique Democratique Populaire Lao, le 18 Juillet 1977
en deux exemplaires dans les langues vietnamienne et lao, les deux textes vietnamien et 
lao faisant egalement foi.

Pour la Republique Socialiste du Viet-Nam: Pham Van Dong, Premier Ministre.
Pour la Republique Democratique Populaire Lao: Kayson Phomvihan, Premier
Ministre.
(Source: Bulletin du Viet-Nam, n'20, Paris. septembre 1977)      
ສ່ວນປຼະກອບທີ່ບໍ່ສາມາດນຳອອກເຜີຍແພ່ນັ້ນຄືແຜນທີ່ທີ່ແກວຂະຍັບແດນເຂົ້າມາໃນດິນລາວ
ຕາມຣາຍຊື່ເມືອງຕ່າງໆທີ່ກ່າວໄວ້ໃນຂ້າງຕົ້ນ.

                                 ຂອບໃຈກັບເຈົ້າຂອງເອກສາຣທີ່ສົ່ງໄປໃຫ້"ລາວເສຣີທັມ"
                                                ລາວເສຣີ 

No comments:

Post a Comment