Saturday, November 12, 2011

                                ປຼະເທສລາວຖືກຄອບງຳໂດຍແກວ-ຈີນແລະໄທຍ
                                       ທັງທາງດ້ານເສຖກິຈແລະວັທນະທັມ


   ໃນຂນະທີ່ກຸ່ມຜເດັຈກາຣສວຍໂອກາສກອບໂກຍໂກງກິນທຸກຮູປແບບ ສ້າງວັທນະທັມຊວນເຊື່ອ
ສ້າງວັທນະທັມອຸປຖັມ ຊຶ່ງໄດ້ລວງໂລກວ່າເປັນວັທນະທັມປຼະຊາທິປໄຕຍຫວັງເງິນຊ່ອຍເຫຼືອຈາກ
ນານາຊາຕິ ແຕ່ຄວາມຈິງກໍຄືຄວາມຫາຍນະຂອງຊາຕິແລະປຼະຊາຊົນລາວທີ່ຖືກປິດຫູບັງຕາຕຼອດ
ມາ 30 ກວ່າປີຂນະທີ່ຍັດຍຽດຄວາມເປື່ອຍຮອບດ້ານໃຫ້ກັບປຼະຊາຊົນມາຕຼອດກາລ.

-ຣັຖບາລຫຸ່ນມີນະໂຍບາຍປິດກັ້ນສື່ ບໍ່ອະນຸຍາຕໃຫ້ມີສຳນັກຂ່າວເອກຊົນ ມີເຈຕນາເພື່ອປິດຫູບັງຕາປຼະຊາ
ຊົນລາວ ຈຶ່ງອະນຸຍາຕໃຫ້ມີພຽງໂທຣະທັສນ໌ຊ້ອງດຽວແລະ ບໍ່ມີກາຣເຜີຍແພ່ນະໂຍບາຍ ກົຕໝາຍຣະບຽບ
ກາຣໃຫ້ປຼະຊາຊົນໄດ້ຮັບຊາບ(ໂທຣທັສນ໌ຊ່ອງດຽວ-ໜັງສືພິມສຳນັກດຽວພາຍໃຕ້ກາຣຄວບຄຸມຂອງອຳນາຈ
ຣັຖຯ)ທ້າຍສຸດກໍລົງເອີ່ຍ"ກ່ຽວນາແຊງບ້ານນ້ອງ"ຈາກສຽງເພງນັ້ນເອງແຫຼະເພາະຕົວະບໍ່ໄຫວຕໍ່ສັງຄົມຍຸຄ
ໃໝ່ໄລ່ບໍ່ທັນປຼະຊາຊົນຈຶ່ງຫັນໄປເບິ່ງໂທຣທັສນ໌ໄທຍ ຮຽນແບບວັທນະທັມໄທຍ..ແລ້ວໄປໂທສໃຜ?ຕ້ອງຮັບ
ດີໆວ່າ ຄວາມອ່ອນນ້ອຍ ດ້ອຍກາຣສຶກສາຂອງພວກຕົນຈະດີກວ່າ..(ກົບໃນນ້ຳສ້າງ)

-ຣັຖບາລຫຸ່ນວຽງຈັນທຣ໌ກໍຫາຕຶ່ນຕົວປ່ອຍເວລາໂອກາສຜ່ານມາເຖິງ 30 ກວ່າປີ ຈຶ່ງມາໂຄຊນາວ່າຕ້ອງກາຣ
ຜລິຕຄຣູສອນຊັ້ນປະຖົມສຶກສາ ແຕ່ປຼະເທສອ້ອມຂ້າງປຼະເທສລາວພວກເຂົາກ້າວ ກຼະໂດດໄປຂ້າງໜ້າຂ້າມ
ມະຫາສມຸທຣປາຊິຟິກຈົນເຖິງສຫະຣັຖແລະຍຸໂຣປແລ້ວ ແຕ່ ສປປ ລາວຍັງນັບນຶ່ງໝາກພ້າວຫ້າວສອງໝາກ
ພ້າວຢູ່ຕຼອດມາ..ແຕ່ຢ່າງໃດກໍດີພວກເຮົາຍິນດີນຳໃນກາຣຕຶ່ນຕົວດ້ານກາຣຍົກຣະດັບໃຫ້ຄວາມສຳຄັນກັບກາຣ
ສຶກສາ ແຕ່ເພື່ອໃຫ້ເກີດຄວາມກ້າວໜ້າທາງສັງຄົມວັທນະທັມເທົ່າທັນໂລກນັ້ນຈະປັບແຕ່ເຍົາວະຊົນຫຼືປຼະຊາ
ຊົນນັ້ນຍັງບໍ່ພຽງພໍ ມັນຕ້ອງລາກກຸ່ມບໍຣິຫາຣຈັດກາຣຂອງພັຄ-ຣັຖສ່ວນທີ່ດ້ອຍພາສາດ້ອຍແນວຄິດດ້ອຍວັທ
ນະທັມຄວາມຮູ້ມາຮຽນຕຶ່ມອີກ ຫາກປັບແຕ່ຂັ້ນພຶ້ນຖານຂອງເຮືອນຢ່າງດຽວບໍ່ໄດ້ ເພາະເຮືອນມັນຮົ່ວມາແຕ່
ແປ..ເຊັ່ນສັພທ໌ພາສາລາວຍັງບໍ່ທັນໄດ້ຮຽນຮູ້ພາສາລາວທີ່ວ່າ"ກິລາໝາກເສິກ"ສຫາຍແປມາຈາກພາສາຊາຕິ
ໃດກັນແນ່?ດຽວມັນຈະເຂົ້າເກນທ໌ທີ່ວ່າ"ຄົນລາວປາກພາສາລາວບໍ່ເປັນ"ຍ້ອນພວກສຫາຍພຍາຍາມກົບເກື່ອນ
ຄວາມດ້ອຍກາຣສຶກສາບໍ່ຈົບຊັ້ນປະຖົມ ຈຶ່ງພຍາຍາມບິດເບືອນໄປວ່າເປັນພາສາຕ່າງຊາຕິແມ່ນຫຼືບໍ່?ກາຣບໍ
ຣິຫາຣຈັດກາຣຕ້ອງໃຊ້ຫຼັກປຼັຊຍາທາງວິຊາກາຣ,ຈັລຍາບັນແລະຈາຣິຍະທັມປຼະກອບບໍ່ດັ່ງນັ້ນຖືວ່າເປັນຣະ
ບອບຜເດັຈກາຣຈຶ່ງເຫັນໄດ້ວ່າເທົ່າເປັນຢູ່ໃນຣະບອບພັຄໂທນຈຶ່ງເປັນພຽງກາຣສ້າງພາບແລະໂຄຊນາໃຫ້
ຕົນເອງເທົ່ານັ້ນ ຈຶ່ງຂາດສັທທາທັງພາຍໃນແລະໃນຕ່າງປຼະເທສ.


-ບັນຫາພຶ້ນຖານກາຣປົກຄອງບໍຣິຫາຣຄື:
-ບໍຣິຫາຣຈັດກາຣດ້ວຍຣະບົບຜເດັຈກາຣຊົນຊັ້ນກຼະດຸມພີ ໃຊ້ສິດທິອຳນາຈທີ່ຝືນຕໍ່ກົຕເກນທ໌ຂອງມະນຸສຍ໌
ທີ່ວ່າ"ຕ້ອງກາຣຢູ່ຮ່ວມກັນໂດຍສັນຕິ ມີອິສຣະພາບໃນກາຣສະແດງອອກແລະມີກົຕໝາຍຄຸ້ມຄອງ ໃຜລະ
ເມີດກົຕໝາຍ ຕ້ອງຖືກດຳເນິນຄະດີເທົ່າທຽມກັນບໍ່ແມ່ນຈະເປັນເທວະຫຼືພວກມະນຸສຍ໌ຜູ່ວິເສສແບບໃນປຼະ
 ເທສກຳລັງພະເຊີນຢູ່ເວລານີ້.

-ຕ້ອງໄດ້ປັບປ່ຽນຈາກວັທນະທັມ"ທາສແລະວັທນະທັມອຸປຖັມພ໌"ໃຫ້ມາເປັນວັທນະທັມປຼະຊາທິປໄຕຍ ບໍ່
ດັ່ງນັ້ນຊາຕິແລະປຼະຊາຊົນລາວກໍຈະມີຄວາມອ່ອນແອດັ່ງນີ້ຕຼອດໄປແລະຣະບົບຂອງປຼະເທສຍິ່ງອ່ອນແອ
ຣະບອບຜເດັຈກາຣກໍຍິ່ງເຂັ້ມແຂງດີຂຶ້ນ ດັ່ງເຮົາຈະເຫັນໄດ້ຈາກໂຄງສ້າງຕ່າງໆບໍ່ວ່າສື່ມວລຊົນຫຼືຣະບົບ
ເຄື່ອຂ່າຍອະບາຍມຸຂຫຼືໂຄງສ້າງສັງຄົມທີ່ເບື່ອເມົາຫຼືໂຄງສ້າງວັດຖຸນິຍົມມັນລ້ວນແຕ່ແມ່ນຕົກຢູ່ພາຽໃຕ້ອຳ
ອຳນາຈກາຣຄວບຄຸມຂອງຄນະພັຄຯທັງສິ້ນ.
     ພວກເຮົາຂໍຍົກຍ້ອງຜູ່ເປັນກຸລສັຕຼີລາວທຸກທ່ານທີ່ຍັງຍຶດໝັ້ນຕໍ່ຣີຕຄອງປຼະເພນີແລະວັທນະທັມເດີມໆ
ນານາຊາຕິເຄີຍຍົກຍ້ອງສັລເສິນກ່ອນຍ້ອນຍຸຄເມື່ອ 50 ປີຄືນຫຼັງວ່າ"ເປັນວັທນະທັມທີ່ໜ້າເຄົາຣົພນັບຖື"
ແຕ່ຕົກມາໃນຍຸຄມືດນີ້ວັທນະທັມປຼະເພນີເສື່ອມຖອຍເພາະກຸ່ມຜເດັຈກາຣຫຸ່ນລາວສ້າງວັທນະທັມວັດຖຸ
ນິຍົມຂຶ້ນມາແທນຈຶ່ງເຫັນເຕັມໄປດ້ວຍ"ຣີສອຣ໌ຕ,ຮ້ານກິນດຶ່ມທຳລາຍກຸລສັຕຼີລາວ"ຈຶ່ງເກີດເຕັມໄປດ້ວຽ
ແຕ່ນາງແກ້ຂັດ"ຂຍາຍພຶ້ນທີ່ ບໍ່ວ່າແຕ່ໃນຕົວເມືອງແມ້ແຕ່ຕາມຊົນບົທຈົນຂຶ້ນຊື່ລືຊາວ່າ"ປຼະເທສລາວ
ກ້າວໜ້າທາງວັທນະທັມແບບຍູໂຣປຈົນເລີຍເຖືອດກາຍເປັນສັງຄົມເນົ່າເໝັນ".

-ສ່ວນຈະຖາມວ່າຈະໃຊ້ມາຕຣກາຣແນວໃດໃຫ້ເຈັກ-ໄທຍ-ແກວອອກຈາກດິນລາວນັ້ນຄົງຍາກທີ່ຈະ
ອະທິບາຍໄດ້ໃນເວລານີ້ ແຕ່ກ່າວພໍສັງເຂປໄດ້ວ່າ"..ເມື່ອໃດຊັພພຍາກອນທັມຊາຕິສິ່ງຂອງທີ່ຕ້ອງກາຣ
ຂອງພວກເຂົາບໍ່ໝົດໄປຈາກດິນລາວຫຼືຄົນລາວຍັງບໍ່ຕື່ນຕົວຕື່ນໃຈໃນຄວາມເປັນຊາຕິ ຢ່າຫວັງເລີຍວ່າ
ພວກເຂົາຈະຍັບຍ້າຍຊ້າຍສວຍອອກມາດິນລາວແລະຂໍບອກໃຫ້ຮູ້ເລີຍວ່າ..ປຼະເທສລາວຄືອານານິຄົມ
ຂອງວຽຕນາມນັ້ນເອງຫຼືວ່າເຂື່ອນໄຟຟ້າແຕກແລະຊັພພຍາກອນທັມຊາຕິໝົດນັ້ນແຫຼະຈຶ່ງຈະເຖິງກາລ
ເວລາທີ່ສິ້ນສຸດ..ສນັ້ນມັນຈຶ່ງເປັນໜ້າທີ່ຂອງຊາວລາວທຸກຄົນທຸກຊົນຊັ້ນ!!.

-ກາຣຕັດຖນົນຫົນທາງສາຍເອເຊັຽບໍ່ວ່າກາຣສ້າງຂວາສະພານບໍ່ແມ່ນກາຣພັທນາຈາກຣັຖບາລຫຸ່ນແຕ່
ແຕ່ເປັນກົລຍຸຄຂອງສາກົລເພື່ອຊ່ອຍເຫຼືອປຼະເທສບໍ່ມີທາງອອກສູ່ທະເລແລະຕຼຽມໃຫ້ກຸ່ມປຼະເທສເອເຊັຽ
ໃຕ້ໄດ້ຈັດຕຼຽມເປັນສະຫະພາບເອເຊັຽຕະວັນອອກສຽງໃຕ້ເປັນເໝືອນສຫະພາບຍູໂຣປທີ່ເຣິ້ມລົງມືປຼະ
ຊຸມກັນຮອບສອງໃນຕົ້ນປີ 2012 ຈະເຖິງນີ້.(ພາສາທີ່ໃຊ້ຢູ່ຂນະນີ້ແມ່ນພາສາລາວໂດຽແທ້..ແຕ່ຫາກ
ຜູ່ບໍ່ຮູ້ທາງປຼະວັຕິສາສຕຣ໌ລາວແລ້ວມັກຫາວ່າເອົາພາສາສຍາມມາໃຊ້..ສຍາມບໍ່ມີພາສາຊາຕິ
ຕົນເອງ"ພະມ້າເປັນນຶ່ງໃນຫົວກ້າວໜ້າທັນໂລກຈະເປີດມີກາຣເລືອກຕັ້ງຕົ້ນປີ 2012..ນີ້.

        ພົມສີ່ໜ້າ ຫຼື ພຼົມສີ່ໜ້າຫຼືຫາກເປັນພາສາບາລີ"ພຼະຫົມ" ທັງພາສາເວົ້າແລະພາສາຂຽນ
            ບໍ່ຕ້ອງຖາມຕໍ່ແລະຂອບໃຈຜູ່ທີ່ຕ້ອງກາຣເປັນລາວກໍຂອບໃຈ ຜູ່ບໍ່ຢາກເປັນລາວ".
                   ກໍຂອບໃຈ (ຂອບໃຈທີ່ໃຫ້ຄວາມສົນໃຈກັບບັນຫາອັກສອນສາສຕຣ໌ລາວ)

No comments:

Post a Comment