Sunday, November 6, 2011

ເຮົາຍັງເຊື່ອວ່າຜເດັຈກາຣລາວບໍ່ເຖິງຂັ້ນ"ສມອງໜາ ປັນຍາຄວາມ"

ແຕ່ວ່າຫາກຍັງໜ້າດ້ານເຮັດຫູໜວກກັນຢູ່ຕໍ່ໄປຍັງບໍ່ຍອມຮັບສ່ຽງປຼະຊາຊົນ ສຽງນານາຊາຕິຕາມມາຣຍາຄະຕິ
ຂອງຣະບອບຜເດັຈກາຣນັ້ນແຫຼະຈຶ່ງເຂົ້າຕຳຣາໝາກິນຄວາມຄິດເພາະໄປກິນນ້ຳອາບຂອງສຫາຽໂຮຈິມິນສມັຍ
ຂໍໃຫ້ວຽຕນາມມາຊ່ອຍປົດປ່ອຍຫວັງອຳນາຈກໍເລີຍກາຍເປັນຄົນໂງ່ຄົນຈ້າຕົວະກິນໄປແຕ່ວັນ.
  ສັນຍາລັກສນ໌ທີ່ຂຶ້ນປົກພາດຫົວວ່າ"ສາທາຣະນະຣັດ ປຼະຊາທິປໄຕຍປຼະຊາຊົນລາວ"ນັ້ນເປັນກາຣລວງໂລກຕົວະ
ຕົ້ມປຼະຊາຊົນລາວແລະທີ່ສຫາຍປຼະກາສຂໍຄວາມຮ່ວມມືກັບປຼະຊາຊົນຕອນຕໍ່ສູ້ນັ້ນກໍລວງໂລກຕົວະຕົ້ມປຼະຊາຊົນ
ທີ່ປຼະຊາຊົນຕ້ອງເປັນໃຫຍ່ໃນແຜ່ນດິນ..ເພາະພວກສຫາຍເປັນໃຫຍ່ເສັຽເອງແລະປຼະຊາທິປໄຕຍທີ່ສຫາຍຂຽນໄວ້
ນັ້ນກໍບໍ່ໄດ້ເປັນໄປຕາມນັ້ນ ພວກເຮົາຮຽກພວກສຫາຍວ່າ"ມາຣຍາຄະຕິ".
   ທັງໝົດນັ້ນມັນໝາຍເຖິງພວກຄຸນສົມບັຕິຈັລຍາບັນຂອງຜູ່ປົກຄອງຣັຖຕ້ອງຢູ່ໃນຫຼັກກາຣທີ່ເປັນສາກົລ ຍຸຄສຫາຍ
ໄກສອນ ພົມວິຫາຣ-ທອງວິນ ພົມວິຫາຣ ຍຸຄແຫ່ງເງິນກ້ອງໂຕະແລະແລກປ່ຽນດິນເພື່ອອຳນາຈ. ຍຸຄສຫາຍຄຳໄຕ
ສີພັນດອນ-ບຸນຍັງ ວໍລະຈິດຄືຍຸຄແຫ່ງຈ່າຍເທິງໂຕະແລະຈຳນອງທີ່ດິນໃຫ້ຕ່າງຊາຕິແລະເປັນຍຸຄເອົາເມືອງລາວ
ເປັນບ່ອນຣະຍາຽປຼະຊາຊົນແກວແລະໃຫ້ອຳນາຈແກ່ກອງທັພແກວເຂົ້າມາຄຸ້ມຄອງຣັຖບາລກຸ່ນລາວຫຼາຍໝຶ່ນຄົນ
ແລະຄອບປຼະຊາຊົນແກວແຕ່ເຂຕວຽງຈັນທຣ໌ລົງໃຕ້..ບໍ່ຕ້ອງຜ່ານກວດຄົນເຂົ້າເມືອງ.
   ຍຸຄຂອງສຫາຍຈູມມະລີ ໄຊຍະສອນ -ບົວສອນ ເປັນຍຸຄຍາດແຍ່ງອຳນາຈທີ່ຮຸນແຮງຣະຫວ່າງເຈັກກັບແກວໃນ
ດິນລາວແລະເປັນຍຸຄຂົນເອົາເຈັກ 50 ພັນຄົນເຂົ້າມາລາວໂດຍບໍ່ຜ່ານກວດຄົນເຂົ້າເມືອງມາໃນຮູປກັມກອນແຕ່ບໍ່
ແມ່ນກັມກອນມັນຫາກແມ່ນກຳລັງທັພປຼະຊາຊົນປະຕິວັຕິຈີນແລະສ່ວນໃຫຍ່ແມ່ນທຫາຣຊ່າງເຊັ່ນດຽວກັບແກວ
ແລະໃນຍຸຄນີ້ເອງທີ່ຈີນກັບແກວພະເຊີນໜ້າກັນໃນກາຣກອບໂກຽວັດຖຸດິບໃນລາວໂດຍໃຊ້ເງິນເທິງໂຕະໃນກາຣ
ໄດ້ສັມປທານທີ່ດິນທັງໃນເຂຕພາຄເໜືອແລະໃນວຽງຈັນທຣ໌ຈົນເຖິງຂັ້ນສຫາຍບົວສອນຖືກປົດກາງສະພາທັງທີ່
ສຫາຍບົວສອນຈັບມືກັບສຫາຍເກົ່າຣັສເຊັຽຈົນມີກາຣຟຶ້ນຟູວັທນະທັມມາກຊ໌-ເລນິລຂຶ້ນມາໃໝ່.
   ມາຣຍາຄະຕິທີ່ວ່າມານີ້ຍັງຣວມເຖິງແຜນພັທນາຕ່າງໆທີ່ຂຶ້ນໂຄງກາຣໃນຂນະດຽວກັນກໍພຍາຍາມສ້າງມາຣ
ຍາຄະຕິໃຫ້ກັບເດັກແລະເຍົາວະຊົນລາວດ້ວຍກາຣເປີດກວ້າງສາຣນະເຊັ່ນຮ້ານດຶ່ມ-ຣີສອຣ໌ຕຕາມສາຍທາງ
ຊຶ່ງອອກໂທຣະໂຂ່ງວ່າເປັນກາຣພັທນາສາທາຣະນະຣະບົບພຶ້ນຖານ ແຕ່ທາຕແທ້ກໍຄືສຖານທີ່ສະສົມບ່ອນຂ້າ
ແນວຄິດອຸດົມກາຣເຍົາວະຊົນບໍ່ໃຫ້ຕໍ່ຕ້ານພັຄ-ຣັຖຊຶ່ງໃນນັ້ນກໍຄື"ສຖານທີ່ເຣີງຣົມ-ຈຳໜ່າຍຢາເສພຕິດຕາມຣິ
ສອຣ໌ຕໄປຕາມຖນົນຫົນທາງທົ່ວປຼະເທສຈົນເຮັດໃຫ້ຊາວລາວຕ່າງປຼະເທສໄປທ່ຽວກັບມາແລ້ວໂຄຊນາຊ່ອຍ
ວ່າເມືອງລາວກ້າວໜ້າແລະຈເຣີນຮຸ່ງເຮືອງທັນສມັຍ.
    ຖນົນຫົນທາງທຸກສາຍສາມາດພິສູຕຈ໌ໄດ້ວ່າຕ່າງປຼະເທສສ້າງໃຫ້ຫຼືແມ່ນພັຄ-ຣັຖດຳເນີນກາຣຫຼືມອບໃຫ້
ບັລດາແກວຫຼືຈີນສ້າງນັ້ນເບິ່ງບໍ່ຍາກຄື ຍາມຝົນຈະເປັນຫຼຸມຍາມແລ້ງບໍ່ລອກລະແມ່ນສີມືພວກເຂົາຫາກສາຍ
ຣຽບຣ້ອຍຂໍໃຫ້ເບິ່ງວ່າຖນົນລາດຢາງຫຼືແລດຢາງນັ້ນເອງ..ຂໍຖາມພວກສຫາຍວ່າ:
     ໃນທີ່ຄຳວ່າເຂຕເສຖກິຈພິເສສທີ່ໂຄຊນາຢູ່ປຼະຈຳນັ້ນ ແມ່ນເຂຕເສຖກິຈຂອງເຈັກຫຼືຂອງແກວກັນແທ້ເພາະ
ແມ້ແຕ່ໃນບໍຣິເວນສຖານທີ່ຕ່າງໆມັນລ້ວນເຕັມແຕ່ເຈັກກັບແກວ ປຼະຊາຊົນລາວຫ້າມເຂົ້າ ເມື່ອເປັນດັ່ງນີ້ປຼະ
ຊາຊົນລາວໄດ້ປຼະໂຍຊນ໌ຫຼືພັຄ-ຣັຖຣວມຫົວກັນໂກຽເງິນເຂົ້າຖົງໃຜມັນ?ຂນະນີ້ປຼະຊາຊົນລາວສ່ວນໃຫຍ່ໄດ້
ເຣິ້ມຫູຕາສວ່າງຂຶ້ນແດ່ແລ້ວ ລໍແຕ່ເວລາມາເຖິງເພື່ອເອົາຄືນ.
                            ຢຸດເທົ່ານີ້ກ່ອນ..ພວກມັນປິດ ພວກເຮົາເປີດ ເພຶ່ອພີ່ນ້ອງລາວ!!

                                                  ລາວອະເມຣິກັນ...ບໍ່ແມ່ນອະເມຣິກັນລາວ!!
                                                                    ລູກວຽງຈັນທຣ໌


                                                

  

     

No comments:

Post a Comment