Thursday, November 24, 2011

                                       ສະພາບກາຣແລະສະພາວະກາຣທີ່ສອດຄ່ອງ
       ສຫະພາບພມ້າຜ່ານກົຕໝາຍອະນຸຍາຕປຼະຊາຊົນຊາວພມ້າມີກາຣຊຸມນຸມປຼະທ້ວງໄດ້
       ແຕ່ຣັຖບາລຜເດັຈກາຣຫຸ່ນລາວຍັງນອນບໍ່ທັນຕື່ນຕໍ່ເຫຕຸກາຣນ໌ຫັນປ່ຽນຂອງພູມິພາຄ
       ແລະຂອງໂລກແຫ່ງຄວາມເປັນຈິງຍຸຄໂລກາພິວັຕນ໌ດັ່ງນັ້ນພລົງຄວາມສັທທາແຫ່ງຣັຖ
                                       ຈຶ່ງກຸດຫ້ຽນລົງໄປເຣື້ອຽໆ!!

      ກາຣທີ່ນຳເຫຕຸກາຣນ໌ໃນສຫະພາບພມ້າມາສົມທຽບເປັນຢ່າງກໍເພາະຕ້ອງກາຣກຼະຕຸ້ນຈິຕ
ສຳນຶກຂອງຣັຖບາລຜເດັຈກາຣຫຸ່ນໃຫ້ຕື່ນຈາກກາຣຕັດແລະກີດກັນສິດທິຂອງຄວາມເປັນມະ
ນຸສຍ໌ຂອງປຼະຊາຊົນລາວໃນຂນະດຽວກັນກໍຕ້ອງກາຣໃຫ້ປຼະຊາຊົນລາວໄດ້ຮັບຮູ້ສິດທິພຶ້ນຖານ
ຂອງຄວາມເປັນມະນຸສຍ໌ຊາຕິພັນທ໌ທີ່ເທົ່າທຽມກັນນັ້ນເອງ.
       ເຣື້ອງມີຢູ່ວ່າ ສຳນັກຂ່າວເອເອຟພີຊຶ່ງເປັນສຳນັກຂ່າວສຳນັກຂ່າວທີ່ສຳຄັນໂດຍສເພາະໃນ
ພາຄພື້ນເອເຊັຽທັງໝົດໄດ້ຣາຽງານເມື່ອ 11-24-2011 ທີ່ຜ່ານມາວ່າ ສຫະພາບພມ້າໄດ້ຜ່ານຮ່າງ
ກົຕໝາຍທີ່ອະນຸຍາຕໃຫ້ປຼະຊາຊົນສາມາດຈັດກາຣປຼະທ້ວງຢ່າງສງົບໄດ້..ທັ້ງໆທີ່ພມ້າທີ່ຜ່ານມາ
ກໍຕົກຢູ່ໃນສະພາວກາຣນ໌ທີ່ເປັນຜເດັຈກາຣຊ້າຍຕົກຂອບເໜືອກວ່າຣັຖຯຜເດັຈກາຣລາວຈຶ່ງນັບ
ໄດ້ວ່າເປັນຄວາມເຄື່ອນໄຫວທີ່ກ່ຽວກັບກາຣປະຕິຮູປຈາກຣະບອບຜເດັຈກາຣຊົນຊັ້ນກຼະດຸມພີ
ໃຫ້ມາເປັນຣະບອບປຼະຊາທິປໄຕຍໃນເວລາອັນໃກ້ນີ້ຢ່າງແນ່ນອນແລະຕໍ່ໆໄປສະພາແຫ່ງຊາຕິ
ພມ້າຄົງໝົດວິທີກາຣເປັນ"ສະພາຕົບມື"ກາຍມາເປັນສະພາແຫ່ງຊາຕິຂອງພມ້າແລ້ວ.!!
       ອິງຕາມຣາຽງານສບັບນີ້ຣະບຸວ່ານາຍເອ ໝ່ອງ ສມາຊິກຣັຖສະພາຜູ່ແທນຣາສດອນຈາກ
ພັຄພັທນາຊົນຊາຕິຍະໄຂ່ ຣະບຸວ່າຮ່າງກົຕໝາຍດັ່ງກ່າວຕ້ອງໄດ້ຮັບກາຣລົງນາມຈາກປຼະທານາ
ທິບໍດີ ເຕັງ ເສັ່ງ ກ່ອນນຳໄປບັງຄັບໃຊ້ ທີ່ຣະບຸໃຫ້ຜູ່ຊຸມນຸມປຼະທ້ວງຕ້ອງແຈ້ງເຈົ້າໜ້າທີ່ລ່ວງໜ້າ
ກ່ອນ 5 ວັນກ່ອນຈັດກາຣປຼະຊຸມປຼະທ້ວງໄດ້.
      ຜູ່ຊຸມນຸມປຼະທ້ວງສາມາດຖືທຸງແລະສັນຍາລັກສນ໌ພັຄກາຣເມືອງໄດ້ ແຕ່ຕ້ອງຫຼີກລ້ຽງທີ່ຈະ
ຂຸມນຸມປຼະທ້ວງໃກ້ກັບອາຄາຣສຖານທີ່ຂອງຣັຖຯເຊັ່ນ ໂຮງຮຽນ ໂຮງພຍາບາລແລະສຖານທູຕ
ໃນຂນະທີ່ຣັຖສະພາຊຸດໃໝ່ຂອງພມ້າເປີດປຼະຊຸມຄັ້ງແຣກໄປເມື່ອເດືອນມົກຣາ ຫຼັງຈາກຈັດກາຣ
ເລືອກຕັ້ງໃນເດືອນພຶສຈິກາຍົນ 2553 ທີ່ເປັນກາຣເລືອກຕັ້ງຄັ້ງແຣກໃນຮອບ 20 ແຕ່ຜູ່ສັງເກຕ
ກາຣນ໌ຫຼາຍຄົນຣະບຸວ່າເປັນກາຣເລືອກຕັ້ງທີ່ບໍ່ໂປ່ງໃສ ແຕ່ຜູ່ນຳຊຸດໃໝ່ໄດ້ເຣິ້ມສ້າງຄວາມປຼະ
ຫຼາດໃຈໃຫ້ກັບບັລດາຜູ່ສັງເກຕກາຣນ໌ເຫຼົ່ານັ້ນດ້ວຽກາຣດຳເນີນກາຣປະຕິຮູປຫຼາຽໆຢ່າງທີ່ເປັນ
ຄວາມພຍາຍາມຂອງພມ້າທີ່ຕ້ອງກາຣຍຸຕິກາຣໂດດດ່ຽວປຼະເທສຕົນຈາກນານາຊາຕິ.
    ຄນະຣັຖບາລຊຸດນີ້ໄດ້ຈັດກາຣຫາຣືໂດຽຕຼົງກັບຍານາງອອງຊ່ານ ຊູຈີ ຣະງັບໂຄງກາຣກາຣກໍ່
ສ້າງເຂື່ອນ ຜ່ອນຜັນຂໍ້ຈຳກັດກ່ຽວກັບກາຣເຊັນເຊີຣ໌ສື່ ແລະຜ່ານກົຕໝາຍໃຫ້ແຮງງານມີສິດທິ
ທີ່ຈະໜີງານຫຼືເລີກງານປຼະທ້ວງໄດ້ແລະຈາກກາຣປະຕິຮູປເຫຼົ່ານີ້ຈຶ່ງເຮັດໃຫ້ພມ້າໄດ້ຮັບສັນທາ
ມະຕິເຫັນຊອບຈາກປຼະເທສສມາຊິກເອຊ່ຽນໃຫ້ດຳຣົງຕຳແໜ່ງເປັນປຼະທານເອຊ່ຽນໝຸນວຽນ
ໃນປີ 2557.
             ເຣື້ອງນີ້ສະແດງໃຫ້ເຫັນວ່າພມ້າມີວິສັຍທັສນ໌ທັນກັບເຫຕຸກາຣນ໌ຂອງໂລກແລະພູມິພາຄ
ເອເຊັຽຕະວັນອອກສຽງໃຕ້ໃນອະນາຄົຕວ່າຄວນຕ້ອງປຼັບຕົວໃຫ້ທັນກັບສະພາບຂອງອະນາຄົຕ
ມັນແຕກຕ່າງຈາກຜເດັຈກາຣລາວຊຶ່ງປຽບເໝືອນກົບໃນນ້ຳສ້າງ ທີ່ລໍຖ້າແຕ່ນ້ຳໃຫ້ເຕັມສ້າງກ່ອນ
ຈຶ່ງຈະມອງເຫັນໂລກກວ້າງ ແຕ່ຫາກເຖິງວັນນິ້ມັນສາຍໄປເສັຽແລ້ວ..!!!ດັ່ງນັ້ນພວກສຫາຍຈົ່ງ
ເປັນກົບໃນນ້ຳສ້າງຕໍ່ໄປເຖີດ!!ຄົນໂງ່ເພາະຂາດປັນຍາ ກາຣຂາດປັນຍາຄືກາຣບໍ່ຮັບຮູ້ໃນສິ່ງທີ່
ເກີດຂຶ້ນ..ບໍ່ມີປັນຍາເພາະຣະດັບກາຣສຶກສາຕ່ຳກວ່າຄວາມຮັບຮູ້ແລະຮັບຜິດຊອບ.


                                                ລາວເສຣີ

No comments:

Post a Comment