Tuesday, November 8, 2011

                                               ຊຸມຊົນຮັ່ງມີບົນຣະບອບຊົນຊັ້ນກັມມາຊີພ

ຣັຖບາລຫຸ່ນສ້າງຄວາມຊັບຊ້ອນໃນສັງຄົມໃຫ້ເຍົາວຊົນລາວລຸມຫຼົງຜິດເປັນຖືກເບື່ອເມົາດ້ວຍ
ອະບາຍມຸຂທຸກຊນິດ ສ້າງໃຫ້ໜຸ່ມລາວຫັນໄປລຸມຫຼົງທາງວັດຖຸນິຍົມແລະໃນກາຣເບື່ອເມົາເຫຼົ່າ
ນີ້ກໍເພື່ອຂ້າແນວຄິດບໍ່ໃຫ້ຫັນມາຕໍ່ຕ້ານພັຄ-ຣັຖ ໃນຂນະທີ່ພວກເຂົາເອງສນຸກກອບໂກຽໂກງກິນ
ທຸກຮູປແບບແລ້ວສ້າງພາບພົຈນ໌ວ່າພວກຕົນຄືກຸ່ມເທວະດາມາໂຜດປຼະຊາຊົນລາວ ແຕ່ທາຕຸແທ້
ກໍຄືມະນຸສຍ໌ຜີດິບດູດເລືອດປຼະຊາຊົນແລະຊັພພຍາກອນໃນປຼະເທສແລ້ວສ້າງວັທນະທັມໃໝ່ໃສ່
ໄຟຄົນລາວດ້ວຍກັນເພື່ອງ່າຍແກ່ກາຣປົກຄອງ ທັ້ງທີ່ຢູ່ພາຽໃນກົງຈັກຣພັຄ-ຣັຖຍິ່ງແຂ້ວຈະກັດ
ກັນຣະຫວ່າງລູກນ້ອງແກວກັບລູກນ້ອງຈີນຈົນແລະດຶງເອົາແກວແລະຈີນເຂົ້າມາຂຸດກົ່ນຊັພໃນ
ດິນສິນໃນນ້ຳຂອງຊາຕິ. 
     ຂນະນີ້ຊັພຍ໌ໃນດິນສິນໃນນ້ຳພໍມີໃຫ້ຂຸດກົ່ນ ແຕ່ຄົງອີກບໍ່ນານຕ້ອງໝົດໄປ ແລ້ວປຼະຊາຊົນລາວຈະກິນ
ຫັຽງ..ກາຣສ້າງເຂື່ອນໃສ່ນ້ຳຂອງເຂຕໄຊຊຍະບຸຣີກໍເປັນແຜນຂອງຈີນ ເມື່ອຕັນນ້ຳຂອງເຮັດເຂື່ອນຊຶ່ງຂັດ
ແລະລະເມີດຂໍ້ຕົກລົງຂອງອົງຄ໌ກາຣແວດລ້ອມນານາຊາຕິ ແຕ່ຣັຖບາລຫຸ່ນກໍຍັງຕົວະວ່າບໍ່ອັນຕຼາຍ ຈິງຢູ່
ພວກສຫາຍອາຈບໍ່ໄດ້ຮັບອັນຕຼາຍ ແຕ່ປຼະຊາຊົນລາວຈະໄດ້ຮັບເຄາະຫ໌ກັມຫາກເຂື່ອນພັງລົງມາເຊີນສະ
ຫາຍຕີ່ຕາເບິ່ງເມືອງໄທຍເວລານີ້ເປັນຢ່າງໃດ?ນອກນັ້ງຍັງທຳລາຍແຫຼ່ງປາວາງໄຂ່ແລ້ວປຼະຊາຊົນຈະໄປ
ຫາປາກິນໄດ້ຢ່າງໃດເມື່ອນ້ຳຂອງແຫ້ງຂອດ ເພາະຕາມແມ່ນ້ຳລຳຄອງຕ່າງໆທົ່ວດໄປພວກສຫາຍກໍໄປ
ສ້າງເຂື່ອນຕັນໝົດແລ້ວ..ໃຜຣັ່ງ?ຫາກບໍ່ແມ່ນຄົນໃນພັຄ-ຣັຖທີ່ກຳອຳນາຈພຽງຊຸມຊົນກຸ່ມນ້ອຍ.
    ຣະວັງຄວາມອົດກັ້ນຂອງມະນຸສຍ໌ມີຂອບເຂຕ ແລ້ວສຫາຍຈະເສັຽໃຈ..ເພາະເຂື່ອນແມ່ນມະນຸສຍ໌ເປັນ
ຜູ່ສ້າງ ຜູ່ທຳລາຍມັນກໍຄືມະນຸສຍ໌ ຜູ່ຕາຍແມ່ນປຼະຊາຊົນ ພວກສຫາຍບໍ່ຕາຍເພາະແບກເງິນຕຼາໄປຝາກໃນ
ຕ່າງປຼະເທສໝົດແລ້ວ ຜູ່ຮັບເຄາະຫ໌ຄືປຼະຊາຊົນລາວຜູ່ຢູ່ຫຼັງເຂື່ອນ.
   ນອກນັ້ນ 30 ກວ່າປີຜ່ານມາກົຕໝາຍກໍບໍ່ເປັນກົຕໝາຍຍັງເປັນກົຕໝູ່ຢູ່ຕາມເຄີຍ ກົຕໝາຍຄວຍຄຸມຄົນ
ຕ່າງດ້າວ ກົຕໝາຍປາບປາມສໍ້ຣາສບັງຫຼົງ ກົຕໝາຍທີ່ດິນທຳກິນຍັງບໍ່ມີຫັຽງໃນກໍໄຜ່ເພາະກົຕໝາຍທັງ
ໝົດລ້ວນແຕ່ແມ່ນໄປແຕະຕ້ອງຜົລປຼະໂຍຊນ໌ຂອງພວກສຫາຍນັ້ນເອງ. ດັ່ງນັ້ນຈຶ່ງແລ້ວວ່າເປັນເຈັກກັບ
ແກວຈຶ່ງໃຊ້ອຳນາຈເໜືອປຼະຊາຊົນລາວເຈົ້າຂອງປຼະເທສ?
     ດັ່ງນັ້ນພວກເຮົາລາວທຸກພາຄສ່ວນຈົ່ງຈັບມືກັນແລ້ວລຸກຂຶ້ນຂັບໄລ່ຣະບອບຜເດັຈກາຣນິ້ອອກຈາກ
ປຼະເທສລາວໃຫ້ໄວແລະຂັບໄລ່ກຸ່ມຫາຜົລປຼະໂຍຊນ໌ເຫຼົ່ານີ້ໃຫ້ສິ້ນໄປຈາກປຼະເທສລາວໂດຍສເພາະບັລ
ສຫາຍຂີ້ທູຕລາວທີ່ຖືກພັຄ-ຣັຖຯຮ້ອງຄືນໄປນັ່ງຕົບຍຸງໜ້າຫ້ອງກາຣແລະກຸ່ມຊາຕິນິຍົມລາວທັງຫຼາຍ
ຈົ່ງຕື່ນຈາກຄວາມຢ້ານກົວ ຕື່ນຈາກຄວາມຫວັງເພິ່ງຣອບຫຸ່ນເຊີດເຈັກ-ແກວເຫຼົ່ານີ້ໄດ້.
         "ຢ່າຟັງມັນເວົ້າ  ເບິ່ງມັນກຼະທຳກາຣຜ່ານມາ 30 ກວ່າປີແລ້ວ..ເຫັນຜົລຫຼືຍັງ?!!
                                     ຈຶ່ງຮຽກຮ້ອງມາດ້ວຍຄວາມເປັນຫ່ວງ
                                                     ລາວເດີມ!!

No comments:

Post a Comment