Tuesday, November 8, 2011

ຂ່າວສຳຄັນທີ່ຕ້ອງກາຣໃຫ້ລາວໃນລາວນອກຕື່ນຕາຕື່ນໃຈຕຼຽມຮັບສະພາບ

ຣາຍງານຂ່າວພິເສສຣະບຸ 5 ປຼະເທສທີ່ມີທອງຄຳຫຼາຍກວ່າໝູ່ຄື:
1.-ສຫະຣັຖຯອະເມຣິກາມີທອງຄຳທັງໝົດ 8,133.5 ຕັນ.
2.-ເຢຣະມະນີມີທອງຄຳ 3,491.00 ຕັນ
3.-ໄອເອັມເອຟມີທອງຄຳ 2,847.7 ຕັນ
4-.ອິຕາລີມີທອງຄຳ 2,451.8 ຕັນ
5.-ຝຼັ່ງເສສມີທອງຄຳ ບໍ່ບອກຈຳນວນ
    ແຕ່ຂນະດຽວກັນຫຼາຍຄົນທີ່ເຊັຽຣ໌ຈີນເປັນມະຫາເສຖຖີຫຼືເປັນມຫາອຳນາຈນັ້ນບໍ່ມີອັນດັບໃນຣາຍງານສບັບນີ້
ແລະຈີນເອງກໍບໍ່ໄດ້ຢູ່ໃນຄນະມຫາເສຖຖີດ້ານອຸຕສາຫະກັມໃນຈຳນວນ 7 ເສືອເສຖກິຈອີກດ້ວຍ..ປຼະເທສເສຖຖີ
ດ້ານເສຖກິຈມີຄື-ສຫະຣັຖຯ,ຍິ່ປຸ່ນ,ເຢຣະມັນ,ອັງກິສ,ຝຼັ່ງເສສ,ກຣີຊແລະການາດາ.
ຈາກຣາຍງານຂ່າວຂອງໂລກສບັບອາທິຕຍ໌ຜ່ານມາຈາກໂຕກຽວປຼະເທສຍິ່ປຸ່ນມີຄື: ນາຍລີອອນ ພາເນຕຕາ ຣັຖ
ມົນຕຼີປ້ອງກັນປຼະເທສສຫະຣັຖຯຖແລງຂ່າວທີ່ຖານທັພອາກາສໂຍໂກຕະປຼະເທສຍິ່ປຸ່ນຜ່ານມາວ່າຫຼັງຈາກສົງ
ຄາມໃນອິຣັກແລະອັຟການິສຖານຜ່ອນຄາຍລົງ ເຮັດໃຫ້ສຫະຣັຖຯມຸ້ງໜ້າໄປເນັ້ນໄພຍຄຸມຄາມອື່ນໆເຊັ່ນກາຣ
ທີ່ຈີນຂຍາຍອິດທິພົລທາງທຫາຣເພີ້ມຂຶ້ນ ຣມຕ.ປ້ອງກັນປຼະເທສຍິ່ປຸ່ນຣະບຸວ່າສຫະຣັຖຍັງຄົງເປັນມຫາອຳນາຈ
ທາງທຫາຣແລະເສຖກິຈຂອງໂລກ ແມ່ນວ່າຈະມີກາຣລົດງົບປຼະມານຣາຍຈ່າຍລົງແລະເອເຊັຽ-ປາຊິຟິກຈະເປັນ
ສູນຍ໌ກາງດ້ານຍຸທສາສຕຣ໌ຄວາມໝັ້ນຄົງແຫ່ງຊາຕິຂອງສຫະຣັຖຯຢູ່ຕໍ່ໄປ.
   ໃນຂນະທີ່ສຫະຣັຖຯຈະຖອນທຫາຣທັງໝົດອອກຈາກອິຣັກໃນສິ້ນປີນີ້ແລະໄດ້ຕັ້ງເປົ້າຖອນອອກຈາກອັຟານິສ
ຖານໃນປີ 2014 ນາຍເພເຕຕາ ຣມຕ.ປ້ອງກັນປຼະເທສສຫະຣັຖຯຍັງຣະບຸເຖິງໄພຍຄຸກຄາມຕ່າງໆທັງກາຣໂຈມຕີ
ໃນໂລກໄຊເບິຣ໌ ບັນຫານິວເຄລັຽຣ໌ຂອງອິຫຣ່ານແລະເກົາຫຼີເໜືອ ສຖານະກາຣນ໌ຈລາຈົລໃນຕະວັນອອກກາງ
ແລະກາຣກ້າວຂຶ້ນເປັນມຫາອຳນາຈຊຶ່ງໝາຍເຖິງຈີນ.
   ນາຍເນຕຕາກ່າວວ່າສຫະຣັຖຯກຳລັງມາເຖິງຈຸດປ່ຽນແປງຫຼັງທຳສົງຄາມມານານ 10 ປີອັລເຄດະຍັງຄົງເປັນ
ສິ່ງທີ່ຍັງກັງວົລ ຊຶ່ງເຮັດໃຫ້ພາຣະກິຈດ້ານກາຣທຫາຣຂອງສຫະຣັຖຯຈະດຳເນິນຕໍ່ໄປ ແຕ່ທຳນຽມປະຕິບັຕິເດີມ
ນັ້ນສຫະຣັຖຯຍັງຄົງເພີ້ມຄວາມພຍາຍາມໃນກາຣຮັກສາຄວາມເປັນເຄື່ອຂ່າຍກັບພັນທ໌ມິຕຣໃນພູມິພາຄນີ້ໂດຍ
ຈະເພີ້ມຄວາມແຂງແກ່ງໃຫ້ຫຼາຍຂຶ້ນ.
   ໃນຂນະທີ່ເຂົາໃຫ້ຄວາມເຫັນໃນໜັງສືພິມຍິ່ປຸ່ນສບັບນື່ງກ່າວຫາວ່າເກົາຫລີເໜືອຍັງຄົງມີພຶຕຕິກັມຄຸກຄາມເຂົາ
ວິຈາຣນ໌ກາຣທີ່ຈີນຂຍາຍອິດທິພົລທາງທຫາຣຢ່າງລວດເລວໂດຍຂາດຄວາມໂປ່ງໃສ ທັງຍັງເພີ້ມກິຈກັມໃນທະ
ເລຈີນໃຕ້ແລະທະເລຈີນຕະວັນອອກ ນອກຈາກນີ້ຍັງຣະບຸຊັດເຈນວ່າສຫະຣັຖຯແລະຍິ່ປຸ່ນກຳລັງພະເຊີນກັບ
ຄວາມທ້າທາຍໃນເອເຊັຽ-ປາຊີຟິກຮ່ວມກັນ.
   ເຂົາຈຶ່ງຢ້ຳວ່າ ສຫະຣັຖຯແລະຍິ່ປຸ່ນຈະຮ່ວມມືກັນເພື່ອໂນ້ມນ້າວຈີນໃຫ້ສະແດງຄວາມຮັບຜິດຊອບຕໍ່ປຼະຊາຄົມ
ໂລກໃນກາຣຂຍາຍຄວາມຮ່ວມມືດ້ານກາຣທຫາຣຣະຫວ່າງສອງຊາຕິຍິ່ປຸ່ນແລະສຫະຣັຖຯ.
                                             ອັນນີຄືຂ່າວຈາກໂລກວັນນີ້.

No comments:

Post a Comment