Wednesday, November 30, 2011

                                  ບັນຫາທຸກຢ່າງທີ່ເກີດຂຶ້ນຕ້ອງແກ້ກັນທີ່ຕົ້ນເຫຕຸ ບໍ່ແມ່ນ
                                                    ຈະແກ້ກັນທີ່ປາຍເຫຕຸ !!

     37 ຜ່ານມາໃນປຼະເທສລາວນັ້ນມີຕົ້ນຕໍເກີດຈາກຄວາມມັກໃຫຍ່ໄຝ່ສູງ ຫຼົງອຳນາຈຂອງກຸ່ມກຳ
ອຳນາຈໃນລາວໂດຽອາໃສອຳນາຈຂອງພັຄປະຕິວັຕິປຼະຊາຊົນລາວເປັນສູນຍ໌ຣວມອຳນາຈໃນກາຣ
ປົກຄອງບໍຣິຫາຣຈັດກາຣ ຊຶ່ງເປັນອຳນາຈທີ່ຊາວໂລກໄດ້ເຕະຖິ້ມໃກ້ຈະໝົດໄປຈາກໂລກມະນຸສຍ໌
ແລ້ວ ເພາະຂນະນີ້ມະນຸສຍ໌ທຸກຮູປ ທຸກນາມໄດ້ຊິມຣົສຊາດມາແລ້ວທຸກຣະບອບກາຣປົກຄອງຂອງ
ມະນຸສຍ໌ຜູ່ກຳອຳນາຈຣັຖຯ ຊຶ່ງເຫັນວ່າມີຣະບອບດຽວທີ່ສາມາດເຮັດໃຫ້ມະນຸສຍ໌ສາມາດຢູ່ຮ່ວມ
ກັນໂດຽສັນຕິໄດ້ນັ້ນຄື:"ຣະບອບເສຣີປຼະຊາທິປໄຕຍ"ໂດຍສເພາະຢ່າງຍິ່ງມະນຸສຍ໌ທົ່ວໂລກມີຫຼາຽ
ປຼະເທສກຳລັງດິ້ນຮົນອອກຈາກຣະບອບອະທັມຄື"ຣະບອບຜເດັຈກາຣບໍ່ວ່າຊ້າຍຫຼືຂວາ".
   ໃນຂນະດຽວກັນມະນຸສຍ໌ຂນະນີ້ຮູ້ຊັດເຈນແລ້ວວ່າຕົນເອງຕ້ອງກາຣກາຣປົກຄອງ"..ຣະບອບທັມ
ມາພິບາລ"ຈຶ່ງພາກັນດິ້ນຮົນລຸກຮືຂັບໄລ່ຣະບອບຜເດັຈກາຣເພາະພວກເຂົາຂນະນີ້ມີຄວາມຕ້ອງ
ກາຣຢາກຢູ່ກັນຢ່າງສັນຕິ,ປາກຕ້ອງກາຣກິນສິ່ງທີ່ຖືກປາກ,ຫູຕ້ອງກາຣສຽງທີ່ມ່ວນຫູ,ດັງຕ້ອງກາຣ
ດົມສິ່ງທີ່ມັນຫອມ,ຕາຕ້ອງກາຣຢາກເຫັນສິ່ງທີ່ມັນສວຍງາມເທົ່ານັ້ນ. 
   ສນັ້ນພວກສຫາຍກຸ່ມກຳອຳນາຈໃນລາວຈົ່ງຫັນປ່ຽນໃຫ້ໄວ ບໍ່ດັ່ງນັ້ນກັມທີ່ສ້າງໄວ້ກັບຊົນໃນຊາຕິ
ທີ່ຜ່ານມາຈະຫວນຄືນມາຂັບໄລ່ແລະກົງລໍ້ປຼະວັຕິສາສຕຣ໌ທີ່ພວກສຫາຍເຄີຍກ່າວວ່າຈະບໍ່ໝູນກັບ
ນັ້ນພວກສຫາຍພຽງໄດ້ຍິນນາຍເໜືອຫົວກ່າວເທົ່ານັ້ນ ແຕ່ໃນຄວາມເປັນຈິງນັ້ນຂນະນີ້ກົງລໍ້ປຼະວັຕິ
ສາສຕຣ໌ໄດ້ແລ່ນຖອຍຫຼັງດ້ວຍຄວາມໄວສູງເຖິງ 90 ກິໂລແມຕຣຕໍ່ຊົ່ວໂມງໃກ້ຈະມາເຖິງຣະບອບ
ຜເດັຈກາຣທີ່ພວກສຫາຍໃຊ້ກັບຊາຕິແລະປຼະຊາຊົນແລ້ວ.
   ເມື່ອເຖິງວັນນັ້ນມາເຖິງພວກສຫາຍຈະບໍ່ມີໂອກາສປັບໂຕທັນ..ດັ່ງບັນຫາຕົ້ນຕໍຈຶ່ງຢູ່ທີ່ຣະບອບ"
ຜເດັຈກາຣ"ທົ່ວໂລກຖືວ່າ"ຣະບອບຜເດັຈກາຣເປັນກຸ່ມໂຈຣປຸ້ນອຳນາຈປຼະຊາຊົນແລະເປັນກຸ່ມ
ໂຈຣປຸ້ນຊັພຍ໌ໃນດິນສິນໃນນ້ຳຂອງຊາຕິ. ໃນຂນະທີ່ປຼະຊາຊົນລາວຊີ້ວ່າ"ຣັຖບາລປັຈຈຸບັນຄືຣັຖ
ບາລຮ່າງທຣົງ"ຊຶ່ງກຸ່ມໂຈຣຫ້າຮ້ອຍ"ນຳມ້າງສາສນາຕາມນິທານກ່າວອ້າງໄວ້.
    ພວກສຫາຍມີເວລາສັ້ນເຕັມທີ່ ໃນເມື່ອພູມິພາຄເອເຊັຽຕະວັນອອກສຽງໃຕ້(ກຸ່ມເອຊ່ຽນ)ຊຶ່ງມີພມ້າ
ພມ້າ,ລາວແລະວຽຕນາມ ຊຶ່ງເປັນຣະບອບຜເດັຈກາຣຊົນຊັ້ນກຼະດຸມພີມາຫຼາຍປີນັ້ນ ເຣິ້ມຕົ້ນຈາກ
ພມ້າກຳລັງຫັນປ່ຽນແລະຈະມີກາຣເລືອກຕັ້ງທົ່ວໄປໃນຕົ້ນປີ 2012 ແລະເມື່ອວັນຂອບຄຸນພຼະເຈົ້າ
ທີ່ຜ່ານມາປຼະທານາທິບໍດີວຽຕນາມແລະນາຍົກຯກໍໄດ້ອອກຖແລງກາຣແລ້ວວ່າຈະນຳກົຕໝາຍທີ່
ອະນຸຍາຕໃຫ້ປຼະຊາຊົນຮ່ວມຊຸມນຸມ ເດີນຂະບວນໃນກອບຂອງກົຕໝາຍໄດ້ແລ້ວ..ແລ້ວບັລດາ
ສຫາຍລູກຫາບຫຼືຣັຖບາລຮ່າງທຣົງຈະປັບປ່ຽນຫຼືຢ່າງໃດນັ້ນກໍສຸດແລ້ວ..ສ່ວນພວກເຮົາລາວເສຣີ
ຍັງຢຶນຢັດຢູ່ຢ່າງເດີມຄື"ຕ້ອງແກ້ບັນຫາທີ່ຕົ້ນຕໍ"ແລະບັນຫານັ້ນກໍຄື"ຣະບອບປຼະຊາທິປໄຕຍແລະ
ໃຫ້ມີກາຣເລືອກຕັ້ງທົ່ວໄປ ປ່ອຍໃຫ້ປຼະຊາຊົນເລືອກທາງເດີນຂອງເຂົາເຈົ້າເອງ..ກາຣບໍຣິຫາຣປຼະ
ເທສຕ້ອງມີຝ່າຍຄ້ານໃນຣັຖບາລ..
    ພວກເຮົາລາວເສຣີຂໍປຼະກາສວ່າ"ພວກເຮົາບໍ່ຕ້ອງກາຣລ້າງແຄ້ນ ພວກເຮົາຕ້ອງກາຣປັບປ່ຽນວິ
ຖີຊີວິຕຂອງຊາຕແລະປຼະຊາຊົນໃຫ້ສອດຄ່ອງກັບວິຖີຊີວິຕຂອງຊາວປຼະຊາຄົມໂລກສ່ວນໃຫຍ່ຈຶ່ງ
ຖືວ່າຕົ້ນຕໍທີ່ແທ້ຈິງຂອງບັນຫາໃນລາວນັ້ນຄື"ຣະບອບຜເດັຈກາຣຊົນຊັ້ນກຼະດຸມພີ"ນັ້ນເອງ.

                                                              ລາວເສຣີ

No comments:

Post a Comment