Wednesday, November 16, 2011

                      ແປຼຈາກບົທກວີພາຄພາສາອັງກິສສຳລັບຜູ່ທີ່ແປເປັນພາສາລາວບໍ່ໄດ້

             ເຮົາເຊື່ອໝັ້ນໃນມຫາປຼະຊາຊົນ
ເຮົາເຊື່ອໝັ້ນໃນມຫາປຼະຊາຊົນ                        ຄືສິດທິສຽງສຳຄັນຄົນສ່ວນໃຫຍ່
ລ່າງສູ່ບົນສ້າງປຼະຊາທິປໄຕຍ                           ອະພິຊົນ...ບໍ່ເຄີຍໃຫ້ສິ່ງໃດໆກັບເຮົາ

ເຮົາເຊື່ອໝັ້ນໃນມະຫາປຼະຊາຊົນ                     ເລີກຈຳນົນ ມາຍາກາຣ ໂຄງສ້າງເກົ່າ
ເພື່ອອະນາຄົຕ ລູກຫຼານ ໃນວັຍເຍົາວ໌               ບໍ່ຕ້ອງຖືກເຂົາກົດຂິ່ ຢ່າງ ເຄີຍ ເຄີຍ

ເຮົາເຊື່ອໝັ້ນໃນມະຫາປຼະຊາຊົນ                      ຄົນເທົ່າ ໂດຍສງ່າ ກ້າຜ່າເຜີຍ
ຕໍ່ຕ້ານ ກາກ ເດນຊະຕາ ເຊີດໜ້າເງີຍ               ຂວາງຄິ້ວເສີຍ ທາຍທ້າ ຟ້າອະທັມ

ເຮົາເຊື່ອໝັ້ນໃນຫົວໃຈຂອງເຮົາເອງ                 ເປັ່ງປຼະກາຍ ໄຂແສງ ສຸກແດງກ່ຳ
ຕາສວ່າງ ກຼະຈ່າງໂຊນ ພົ້ນຄອບງຳ                    ຄົນຊັ້ນຕ່ຳ ຈະນຳລາວ ສູ່ເສຣີ

ເຮົາເຊື່ອໝັ້ນ ກັບ ກຳພືດຂອງເຮົາເອງ                ເລີກຫວັ່ນເກຼງ ທໍຣະຣາຊວິຖີ
ໃຊ້ຕັລກະ ເຫຕຸຜົລ ທີ່ເຮົາມີ                                 ວິທຍາສາສຕຣ໌ ພຸທວິທີ ລ້າງງົມງາຍ

ເຮົາເຊື່ອໝັ້ນໃນຕົວຕົນຊົນຊັ້ນລ້າງ                      ຈະສ້າງສັລຄ໌ສັງຄົມຂອງເຣົາໄດ້
ຈາກໝູ່ເມືອງສູ່ໄຮ່ນາປ່າພົງໄພ
ເປັນປຼະຊາທິປໄຕຍໂດຍສົມບູນ..ດ່ັງນັ້ນແລ!! 

No comments:

Post a Comment