Tuesday, November 22, 2011

                                          ພວກສຫາຍອາຈມີຄຳຖາມວ່າ..
-ພວກເຮົາບໍ່ຕ້ອງກາຣ ກາຣຟັນລັນແທງລາວດ້ວຽກັນອີກຕໍ່ໄປຈຶ່ງສົ່ງສາຣມາເຖິງພວກສຫາຽ.
-ດ້ວຍເຫຕຸອັນໃດພວກ"ລາວເສຣີ"ເຂົາຈຶ່ງອອກມາຕໍ່ຕ້ານພັຄ-ຣັຖຫຸ່ນ?
-ຕ້ອງກາຣປ່ຽນແປງຣະບອບປ່າເຖື່ອນຫັນໄປສູ່ຣະບອບ"ເສຣີປຼະຊາທິປໄຕຍ"
-ຕ້ອງກາຣໃຫ້ມີກາຣປົກຄອງແບບ 2 ພັຄກາຣເມືອງຄືມີຝ່າຍຄ້ານ
-ພວກເຮົາເຫັນວ່າຂນະນີ້ພວກສຫາຍຫຼົງທາງຫຼຶພົບທາງຕັນຫຼືບໍ່ກ້າຄັດຄ້ານຄຳສັ່ງແກວແລະຈີນ-ໄທຍ.
-ຕ້ອງກາຣໃຫ້ປຼະຊາຊົນລາວມີສິດທິເສຣີພຶ້ນຖານຂອງມະນຸສຍ໌ຊາຕິ.
-ບໍ່ຕ້ອງກາຣໃຫ້ຊັພພຍາກອນທັມຊາຕິຂອງລາວໝົດສິ້ນໄປຈາກແຜ່ນດິນແມ່.
-ຕ້ອງກາຣໃຫ້ຊັພພຍາກອນມະນຸສຍ໌ຂອງລາວໄດ້ຮັບຂ່າວສາຣທີ່ເປັນຈິງແລະມີຄຸນພາບສູງຂຶ້ນ.
-ບໍ່ຕ້ອງກາຣໃຫ້ຕ່າງຊາຕິມາໃຊ້ສິດທິເໜືອປຼະຊາຊົນລາວ..ຂນະດຽວກັນພວກເຮົາກໍຮູ້ວ່າພວກ
 ສຫາຍບໍ່ກ້າປາກບໍ່ກ້າທວງຕິງເພາະສຫາຍປາກຄາບເງິນເທິງໂຕະຂອງຈິນແລະຖືກເກີບຕິນຣົຖ
 ແກວຢຽບປາກໄວ້.
-ພວກເຮົາວ່າພວກສຫາຍເດີນຜິດພາດໃນການບໍຣິຫາຣປຼະເທສຮັບໃຊ້ປຼະຊາຊົນສນັ້ນສຫາຍຕ້ອງ
ຍອມຮັບແລະປັບປ່ຽນຣະບອບໂດຽໄວຫາກບໍ່ຕ້ອງກາຣໃຫ້ລາວເປັນທາສແກ່ແກວ-ຈີນ-ໄທບ.
      ສນັ້ນບົທຣາຍງານສບັບນີ້ຈຶ່ງຊີໃຫ້ພວກສຫາຍເຫັນວ່າ..ຖ້າຮັກຊາຕິແພງເຊື້ອຕ້ອງຝຶກຝົນກາຣ
ເປັນຜູ່ນຳບໍ່ແມ່ນກາຣເປັນໄດ້ພຽງແຕ່"ນາຍ" ກາຣເປັນນາຍບໍ່ຍາກເພາະບໍ່ໄດ້ໃຊ້ຄວາມຄິດພຽງແຕ່
ໃຊ່ມືຊີ້ແລະບັງຄັບໃຊ້ເທົ່ານັ້ນ..ເຊົາຄິວ່າ"ລາວເສຣີ"ເຂົາຈະໄປຍາດໂຕະຍາດຕັ່ງ ພວກເຮົາພຽງຄິດ
ຢາກແກ້ໄຂຄວາມອັປໂຍດຈາກກາຣກຼະທຳຂອງພວກສຫາຍເທົ່ານັ້ນເອງ.
                                               "ພາສາບົ່ງບອກຊາຕິ ມາຍາທບົ່ງບອກເຖິງຕຼະກຸລ"

                                                        ຄຸນທັມຂໍ້ສຸດທ້າຽຄື"ເຂັ້ມງວດກວດຂັນ"

ຜູ່ນຳທີ່ດີຕ້ອງຮູ້ຈັກຮັກສາກົຕວິນັຍ..ຮັກສາຄວາມເປັນທັມໃນສັງຄົມ...ເປັນດັ່ງວລີທີ່ວ່າ..ເຂັ້ມງວດຕົນ
ເອງ..ກວດຂັນຜູ່ອື່ນ..ຜູ່ນຳທີ່ດີນອກຈາກຈະຕ້ອງທຳຕົນຢູ່ໃນຣະບຽບວິນັຍເປັນຕົວຢ່າງໃຫ້ກັບຜູ່ອື່ນ
ແລ້ວ..ຍັງຕ້ອງກວດຂັນບໍ່ໃຫ້ຜູ່ອື່ນທຳຜິດ.. ເພື່ອຮັກສາກົຕ..ເພາະທຸກສັງຄົມຈະສງົບເປັນສຸຂໄດ້ກໍເພາະ
ສັງຄົມນັ້ນໆມີກົຕວິນັຍທີ່ເຂັ້ມແຂງ..ມີຄວາມເທົ່າທຽມກັນແລະກັນ..ບໍ່ເລືອກທີ່ຮັກມັກທີ່ຊັງ..ບໍ່ເລືອກຝ່າຽ
ຜູ່ນຳທີ່ດີຈຶ່ງຕ້ອງເປັນຜູ່ທຣົງໄວ້ຊຶ່ງຄວາມຍຸຕິທັມ..ເປັນທີ່ເພິ່ງຂອງຄົນໃນສັງຄົມ..


        ອັນນີ້ຄື  ລັກສນະຂອງຜູ່ນຳທີ່ດີໃນຄວາມຄິດຂອງຊຸ່ນຫວູ່ນັກປຣາຊຈີນ ແລ້ວຫັນມາເບິ່ງວ່າ ຜູ່
ນຳຂອງເຮົາຜູ່ອ້າງຕົນເອງວ່າສລາດສ່ອງໃສວ່າມີຄຸນທັມຈັກຂໍ້????
"ປັນຍາ"ມີຈິງຫຼືບໍ່..ເພາະເຮົາມັກຮຽກຜູ່ນຳເຮົາວ່າ"ຜູ່ນຳຫຸ່ນ"..
"ສັຈຈະ"ມີຈິງຫຼືບໍ່?..ເພາະຄັ້ງເມື່ອເປັນຝ່າຍບໍຣິຫາຣເວົ້າຢ່າງນຶ່ງ ປະຕິບັຕິໄປອີກຢ່າງ..
"ເມຕຕາ"ຈິງຫຼືບໍ່?..ເພາະຜ່ານມາ 36 ປີແລ້ວຈົນປານນີ້ຍັງບໍ່ສາມາດພິສູຈນ໌ໃຫ້ເຫັນວ່າພວກສຫາຽ
  ມີພຽງໂຄຊນາຊວນເຊື່ອເຂົ້າກຼະຕ່າຕົນເອງເທົ່ານັ້ນ..
"ກ້າຫາຣ"ມີຫຼືບໍ່?..ມີຈິງພຽງຫາຜົລປຼະໂຍຊນ໌ໃສ່ຕົນເອງ ກິນ ໂກງກັນເປັນທີມ..ບໍ່ເຄີຍຮັບຜິດຊອບ
ໃນໜ້າທີ່ກາຣປົກຄອງບໍຣິຫາຣຈັດກາຣ ມີພຽງຕົວະກັນໄປວັນໆ ຜົລປຼະໂຍຊນ໌ທີ່ມີຄືເປັນຂອງພັຄ-
ຣັຖບໍ່ແມ່ນປຼະຊາຊົນໄດ້ຮັບ..ນອກນັ້ນຍັງໃຊ້ອຳນາຈເຖື່ອນອອກກົຕໝາຍໃນສະພາຕົບມື..ຝືນຕໍ່ກົຕ
ທັມມາພິບາລ.
"ເຂັ້ມງວດ"ມີຈິງ..ສເພາະແຕ່ກັບປຼະຊາຊົນ ບໍ່ມີກາຣເຂັ້ມງວດກັບຄວາມຮັບຜິດຊອບຕໍ່ສັງຄົມມວລ
ຣວມແລະຕົນເອງຈຶ່ງເຕັມໄປດ້ວຍກາຣສໍ້ຣາສບັງຫຼວງເຕັມທົ່ວປຼະເທສ.."ໄຫໃຫຍ່ລົ້ນ ໄຫນ້ອຍ
ເລົ່າບໍ່ເຕັມ"ຈຶ່ງນັບວ່າເປັນກັມຂອງປຼະຊາຊົນລາວແລະປຼະເທສລາວໂດຽແທ້ໆ...!
     ຫາກມີຄົນກ່າວວ່າປຼະເທສລາວເປັນປຼະເທສດ້ອຍພັທນາແຫ່ງດຽວໃນໂລກ..ເຖິງຂັ້ນນານາຊາຕິ
ກ່າວວ່າ"ລາວໂອລີ່"ເພາະຄົງບໍ່ມີທີ່ໃດໃນໂລກເປັນແບບນີ້"..ໃນປຼະວັຕິສາສຕຣ໌ຊາຕິລາວຜ່ານມາ
ຈຶ່ງຂໍຝາກໄວ້ເພື່ອປັບປ່ຽນທິສໃຫ້ຖືກ ບໍ່ດັ່ງນັ້ນຄຳວ່າ"ລາວ"ອາຈເປັນໄດ້ພຽງ"ທາສ"ຂອງຕ່າງ
ຊາຕິເພາະກຸ່ມຜູ່ນຳຂາດ"ປັນຍາ"ໄຮ້ວິສັນທັສນ໌"ຂາດສັຈຈະທັມ"ຂາດທັມມາພິບາລ"ຈຶ່ງເປັນໄດ້
ພຽງ"ຣັຖບາລຫຸ່ນ"ເທົ່ານັ້ນເອງ.


                                                                      ລາວເສຣີ
 

No comments:

Post a Comment