Monday, November 14, 2011

                                                  "ເຊິນລາວທຸກພາຄສ່ວນຕິດຕາມໃກ້ຊິດ"
                                           "ຕຼຽມກາຣປ່ຽນແປງໂລກແລະພູມິພາຄຄັ້ງໃຫຍ່ "


                          ຮິລລາຣີ"ປຼະກາສຍຸຄນີ້ຄື..ສັຕວັຕິນີ້ຄື ສັຕວັຕິແຫ່ງປາຊິຟິກຂອງອະເມຣິກາ"
ຂ່າວຈາກສຳນັກເອເຈນຊີ-ໃນສະພາບກາຣທີ່ສຫະຣັຖຯກຳລັງຖືກຈີນທ້າທາຽຢູ່ໃນຫຼາຽດ້ານພ້ອມໆກັນຢູ່ໃນ
ປັຈຸບັນ ຣັຖມົນຕຼີຕ່າງປຼະເທສຮິລລາລີ ຄລັນຕັນກໍໄດ້ຂຶ້ນກ່າວປຼະກາສຢືນຢັນທີ່ຣັຖໂຮໂນລູລູ ຣັຖຮາວາຍອີໃນ
ວັນພຼະຫັສ 10 ວ່າຄຣິສສັຕວັຕິທີ 21 ຈະເປັນ"ສັຕວັຕິແຫ່ງປາຊິຟິກຂອງສຫະຣັຖຯ"ແລະບັນຫາຕ່າງໆໃນ
ພູມິພາຄເອເຊັຽ-ປາຊິຟິກຈຳເປັນຕ້ອງເພິ່ງພາຄວາມເປັນຜູ່ນຳຂອງສຫະຣັຖຯ.
     ໃນຂນະດຽວກັນຮິລລາລີ ຄລິນຕັນກໍໄດ້ເນັ້ນແລະຢ້ຳວ່າຄນະຣັຖບາລປຼະທານາທິບໍດີ ໂອບາມາຈະເສາະ
ຫາທາງປັບປຸງສາຍສັມພັນທ໌ທີ່ມີຢູ່ກັບຈີນໃຫ້ດີຍິ່ງຂຶ້ນ ແຕ່ກໍເຫັນຊັດເຈນວ່າ ກ່ອນກາຣປຼະຊຸມຊັມມິຕຣກຸ່ມ
ຄວາມຮ່ວມມືທາງເສຖກິຈພູມິພາຄເອເຊັຽ-ປາຊິຟິກ(ເອເປກ)ທີ່ໂຮໂນລູລູອາທິຕຍ໌ສຸດທ້າຍນັ້ນເພື່ອປຼາມປັກກິ່ງ
ຕຼອດຈົນຝ່າຍອື່ນໆບໍ່ໃຫ້ມີຄວາມຄິດໄປວ່າສຫະຣັຖຯກຳລັງຖອຍຫ່າງອອກຈາກບົທບາທທີ່ໄດ້ເຄີຍສະແດງ
ມານານແລ້ວໃນຍ່ານປາຊິຟິກ.
"ມີຄວາມທ້າທາຽຕ່າງໆທີ່ກຳລັງພະເຊີນໜ້າເອເຊັຽ-ປາຊິຟິກຢູ່ໃນເວລານິ້ ຊຶ່ງຮຽກຮ້ອງຕ້ອງກາຣຄວາມເປັນ
ຜູ່ນຳຂອງອະເມຣິກາ ຕັ້ງແຕ່ເຣື້ອງກາຣເຮັດໃຫ້ເກີດຄວາມໝັ້ນໃຈວ່າຈະມີສເຖັຽຣະພາບ ໃນກາຣເດີນເຮືອ
ໃນທະເລຈີນໃຕ້ ເຣື້ອງກາຣຈເຣີນເຕີບໂຕທາງເສຖກິຈແບບສົມດຸລແລະຝ່າຍຕ່າງໆລ້ວນມີສ່ວນເຂົ້າຮ່ວມ"
 ເຂົາກ່າວ."ຈຶ່ງເປັນທີ່ກຼະຈ່າງຊັດເຈນຍິ່ງຂຶ້ນແລ້ວວ່າ ໃນສັຕວັຕິທີ 21 ສູນຍ໌ກາງແຫ່ງແຣງໂນ້ມຖ່ວງໃນທາງ
ຍຸທສາສຕຣ໌ແລະໃນທາງເສຖກິຈໂລກຈະຢູ່ທີ່ພູມິພາຄເອເຊັຽ-ປາຊິຟິກຕັ້ງແຕ່ອະນຸທະວີປໄປອິນເດັຽຈົນກຼະ
ທັງເຖິງຊາຍຝັ່ງດ້ານຕະວັນຕົກຂອງທວີປອະເມຣິກາ"ນາງກ່າວ.
  ໃນພາຣະກິຈສຳຄັນທີ່ສຸດປຼະກາຣນຶ່ງແຫ່ງສິລປະທາງກາຣທູຕຂອງອະເມຣິກັນໃນຊ່ວງໄລຍະທົສວັຕິໜ້າ
ຈະເປັນເຣື້ອງຂອງກາຣເຂົ້າໄປລົງທຶນໃຫ້ໄດ້ເພີ້ມຂຶ້ນຢ່າງເປັນກອບເປັນກຳ ຣວມທັງກາຣເພິ້ມບົທບາທທັງ
ໃນທາງກາຣທູຕ,ເສຖກິຈ,ຍຸທສາສຕຣ໌ແລະອື່ນໆຢ່າງເປັນຮູປທັມໃນພູມິພາຄແຫ່ງນີ້."ໃນຂນະທີ່ເຂົາໄດ້ກ່າວ
ກັບນັກສຶກສາແລະນັກວິຊາກາຣ ທີ ອິສຕ໌-ເວສຕ໌ ເຊັນເຕິຣ໌ ຊຶ່ງເປັນອົງຄ໌ກອນຄັງສມອງຊື່ດັງທີ່ມີສຳນັກງານຢູ່
ໃນໂຮໂນລູລູ.
    ຂນະທີ່ ບອກວ່າຈີນກັບສຫະຣັຖຯຈຳເປັນທີ່ຈະຕ້ອງຮ່ວມມືປຼະສານງານກັນເພື່ອກຼະຕຸ້ນກາຣຈເຣີນເຕີບໂຕ
ທາງເສຖກິຈທົ່ວໂລກ ໃນຂນະເຂົາກ່າວວິພາກສ໌ວິຈາຣນ໌ໄປດ້ວຽກ່ຽວກັບນະໂຍບາຽດ້ານສິດທິມະນຸສຍ໌ຊົນໃນ
ປັກກິ່ງ.
"ເຮົາກຳລັງຕົກໃຈກັບເຫຕຸກາຣນ໌ເມື່ອບໍ່ນານມານີ້ໃນທິເຍຕ ທີ່ມີຄົນໜຸ່ມສາວຈຸດໄຟເຜົາຕົວເອງໃນກາຣກຼະ
ທຳເພື່ອສະແດງອອກຊຶ່ງກາຣປຼະທ້ວງທີ່ອົບຈົນທີ່ສຸດໝົດຫົນທາງເດີນຕຼອດຈົນກາຣຍັງມີກາຣຄຸມຂັງກັກກັນ
ເສິນ ກວາງເຊິງ ທນາຍຄວາມຊາວຈີນໃຫ້ຢູ່ແຕ່ໃນບ້ານພັກ"ຊຶ່ງອ້າງອິງສິ່ງທີ່ເກີດຂຶ້ນໃນຈີນເມື່ອບໍ່ນານມານີ້.
    ທັງນີ້ກໍເພາະມີຢ່າງນ້ອຽ 9 ຄົນໄດ້ຈຸດໄຟເຜົາຕົນເອງຕາມດິນແດນຂອງຊາວທິເບຕໃນຈີນຫຼາຽແຫ່ງຊົ່ວເວ
ລາບໍ່ເທົ່າໃດເດຶອນມານີ້ ເພື່ອເປັນກາຣປຼະທ້ວງກາຣເຂົ້າໄປປົກຄອງຂອງຈີນ ຂນະໃນກໍຣະນີຄຸມຂັງ ເສິນ ຊຶ່ງ
ເປັນນັກກົຕໝາຍຕາບອດນັ້ນ ທາງກາຣຈີນໄດ້ທຸບຕີນັກເຄື່ອນໄຫວເຣື້ອງດຽວກັນນີ້ຈຳນວນຫຼາຽສິບຄົນ.
   ຂນະດຽວກັນຮິລລາລີ ຍັງກ່າວຢ້ຳວ່າ ໃນສັຕວັຕິນີ້ວໍຊິງຕັນມີຈຸດມຸ້ງໝາຽທີ່ຈະຈັດໃຫ້ມີເຄືອຂ່າຍຂຶ້ນມາໃນ
ພູມິພາຄເອເຊັຽ-ປາຊິຟິກໂດຍຈະເປັນເຄືອຂ່າຍແຫ່ງສຖາບັນແລະຄວາມສັມພັນທ໌ຣະຫວ່າງສອງຟາກຝັ່ງ
ມຫາສມຸທຣອັຕແລນຕິກ ຊຶ່ງສຫະຣັຖຯແລະພັນທ໌ມິຕຣຂອງຕົນໃນຍູໂຣປໄດ້ສ້າງຂຶ້ນໃນຊ່ວງສັຕວັຕິທີ 20.
 "ທຸກວັນນີ້ມີຄວາມຕ້ອງກາຣທີ່ຈະໄດ້ຣະບົບຣະຫວ່າງສອງຟາກຝັ່ງປາຊິຟິກຊຶ່ງມີພົລວັດແລະຄວາມຄົງທົນ
ຖາວອນເພີ້ມຫຼາຽຂຶ້ນ - ເປັນຣະບົບສຖາປັຕຍະກັມທາງຄວາມໝັ້ນຄົງແລະທາງເສຖກິຈ ທີ່ມີຄວາມສຸກງອມ
ຫຼາຍຂຶ້ນ ໂດຍທີ່ຣະບົບດັ່ງກ່າວນີ້ຈະສົ່ງເສີມຄວາມໝັ້ນຄົງ ຄວາມມັ່ງຄັ່ງໄພບູລຍ໌ແລະຄຸນຄ່າທີ່ເປັນສາກົລ
ຕ່າງໆຕຼອດຈົນກາຣແກ້ໄຂຜ່ອນຄາຽຄວາມແຕກຕ່າງຣະຫວ່າງຊາຕິຕ່າງໆຣວມທັງອົບໂບ່ມໃຫ້ຊາຕິຕ່າງໆ
ເກີດຄວາມໄວ້ວາງໃຈກັນແລະສະແດງໃຫ້ເຫັນເຖິງກາຣມີຄວາມຮັບຜິດຊອບຊນິດສອບໄດ້ຕຼອດເຖິງກາຣ
ສນັບສນຸນຄວາມຮ່ວມມືກັນຢ່າງມີປຼະສິດທິພາບໃນຂນາດຂອບເຂຕຊຶ່ງສາມາດຕໍ່ສູ້ຮັບມືກັບບັນຫາທ້າທາຽ
ຢ່າງທຸກວັນນີ້".
    ຂນະທີ່ໃຫ້ຄວາມສນັບສນຸນກາຣມີສາຍສັມພັນທ໌ທາງດ້ານຄວາມໝັ້ນຄົງແລະດ້ານກາຣເມືອງຣະຫວ່າງ
ຊາຕິຕ່າງໆໃນເອເຊັຽ-ປາຊິຟິກ ແລະບອກດ້ວຽວ່າ ສຫະຣັຖຯຖືເອົາປຼະເດັນທາງເສຖກິຈເປັນແນວໜ້າສຸດ
ແລະເປັນສູນຍ໌ກາງ"ໃນຄວາມສັມພັນທ໌ໃນແຖບນີ້ໂດຍເນັ້ນໃຫ້ມີກາຣເປີດຕລາດສຳລັບກາຣຄ້າແລະກາຣ
ລົງທຶນ.
    ເພື່ອໃຫ້ບັລລຸເປົ້າໝາຍເຫຼົ່ານີ້ ເຮົາຕ້ອງສ້າງຣະບຽບທີ່ມີພຶ້ນຖານຢູ່ທີ່ກາຣຫຼິ້ນຕາມກົຕເກນທ໌ຕ່າງໆຂື້ນ
ມາເປັນຣະບຽບທີ່ເປີດກວ້າງ,ເສຣີ,ໂປ່ງໃສ,ແລະມີຄວາມຍຸຕິທັມ..ເຂົາກ່າວຢ້ຳແ ຂນະທີ່ບໍ່ໄດ້ພຍາຍາມ
"ຈຳກັດຂີດວົງ"ຈີນ ເຂົາກ່າວແລະສົ່ງສັນຍານໄປເຖິງພັນທ໌ມິຕຣຂອງວໍຊິງຕັນໃນພູມິພາຄແຖບ
ນີ້ວ່າ ສຫະຣັຖຯຈະເປັນຜູ່ຄອຍຖ່ວງດຸລອຳນາຈອິດທິພົລທາງເສຖກິຈແລະທາງທຫາຣຂອງປັກ
ກິ່ງແລະຈະຮຽກຮ້ອງໃຫ້ປັກກິ່ງຕ້ອງຫຼີ້ນຕາມກົຕເກນທ໌ຕ່າງໆໃນທາງກາຣຄ້າ. 

"ໃນທ້າຍສຸດຫຼາຍຄົນແລະຫຼາຍພາຄສ່ວນຕ່າງເຫັນພ້ອງຕ້ອງກາຣວ່າ ຫາກສຫະຣັຖຯເອົາຈິງ
ຄົງບໍ່ມີກຸ່ມຜເດັຈກາຣໃນພູມິພາຄເອເຊັຽເພາະສຫະຣັຖຯເປັນທັງເຈົ້າພໍ່ທຶນນິຍົມເສຣີແລະເປັນ
ທັງຕຳຣວຈໂລກທີ່ມີທຸກສັພພ໌ສິ່ງພ້ອມພຽງຜູ່ດຽວ ຫາກຄິດຈະລົງດາບກັບພວກທໍຣະຣາສຊາຕິຊົ່ວ
ຄອມມິວນິສບ໌ຕົວສຸດທ້າຽຄືຈີນ ແຜ່ນດິນໃນພູມິພາຄເອເຊັຽ-ປາຊິຟິກຄົງສູງຂຶ້ນ ປຼະຊາຊົນຈະໄດ້
ມີອິສຣະພາບ ເສຣີພາບໃນ ເກົາຫລີເໜືອ-ພມ້າ-ລາວຽອິຫຣ່ານ-ຊິເຣັຽແລະວຽຕນາມໃຫ້ໝົດໄປ
ໃນໂລກແຫ່ງຍຸຄພ້ອມທັງຂໍຮຽກຮ້ອງສຫະຣັຖຯໃຫ້ເຊີນແກວກັບຄືນໄປພັທນາສ້າງສາບ້ານເຂົາ
ປ່ອຽໃຫ້ລາວເວົ້າກັນເອງ..ພວກເຮົາຊາວລາວທັງຊາຕິຂໍສນັບສນຸນຢ່າງສຸດຊຶ່ງຕໍ່ນະໂຍບາຍນີ້.

                                     (ເຊິນອ່ານແລະວິເຄາະຫ໌)
                                        ພຼົມ ສີໜ້າຜູ່ຣວບຣວມ

No comments:

Post a Comment