Friday, November 4, 2011

ຄວາມຂັດແຍ່ງໃນສັງຄົມມະນຸສຍ໌"ຕ້ອງລົດລະ ຜ່ອນສັ້ນຜ່ອນຍາວ"

   ຈາກຕຳຣາສອນເຣື້ອງມະນຸສຍ໌ວິທຍາກ່າວໄວວ່າ ມະນຸສຍ໌ຢູ່ກັນເປັນສັງຄົມ ຍ່ອມໜີບໍ່ພົ້ນຄວາມຂັດແຍ່ງທີ່
ເຣິ້ມຈາກຄວາມຂັດແຍ່ງທີ່ເກີດຂຶ້ນກັບຕົວເອງ ມີຄວາມລັງເລບໍ່ສາມາດຈະຕັດສິນໃຈໄດ້ແລະເມື່ອຢູ່ກັນຕັ້ງແຕ່
ສອງຄົນຂຶ້ນໄປກໍເປັນຄວາມຂັດແຍ່ງຣະຫວ່າງສອງຄົນເມື່ອຫາກຂຍາຍເປັນສັງຄົມກວ່າງໃຫຍ່ຂຶ້ນມາກໍຈະເກີດ
ຄວາມຂັດແຍ່ງໃນມິຕິຕ່າງໆເຊັ່ນຄວາມຂັດແຍ່ງໃນຄອບຄົວ ຄວາມຂັດແຍ່ງຂອງສຖາບັນຕ່າງໆໃນສັງຄົມແລະ
ຣັຖຈົນເຖິງຄວາມຂັດແຍ່ງຣະຫວ່າງໜ່ວຍກາຣເມືອງສອງໜ່ວຍຄື ຄວາມຂັດແຍ່ງຂ້າມປຼະເທສຈົນອາຈນຳໄປ
ສູ່ສົງຄາມຣະຫວ່າງຣັຖຫຼືປຼະເທສໄດ້.
  ສຳຫຼັບກໍຣະນີຄວາມຂັດແຍ່ງພາຽໃນປຼະເທສນັ້ນ ໃນເບື້ອງຕົ້ນປຼະເທສຄືໜ່ວຍຣັຖຊາຕິຊຶ່ງຢູ່ຣວມເປັນໜ່ວຍ
ດຽວກັນ ມີກຸ່ມຜູ່ໃຊ້ອຳນາຈຣັຖເພື່ອກາຣປົກຄອງບໍຣິຫາຣ ກາຣຈັດກາຣທາງສັງຄົມເສຖກິຈໂດຍໃຊ້ອຳນາຈ
ຣັຖເພື່ອກາຣຈັດຣະບຽບສັງຄົມ ມີກົຕຣະບຽບເພື່ອປ້ອງກັນບໍ່ໃຫ້ເກີດຄວາມຂັດແຍ່ງຫຼືແກ້ໄຂຄວາມຂັດແຍ່ງ
ເພື່ອຫາຂໍ້ຍຸຕິ ອໍານາຈຣັຖຍັງໃຊ້ໃນກາຣວາງນະໂຍບາຍເພື່ອແກ້ບັນຫາສັງຄົມແລະເພື່ອພັທນາສັງຄົມແລະ
ເພື່ອກາຣດັ່ງກ່າວສາມາດໃຊ້ຊັພພຍາກອນເພື່ອໃຫ້ບັລລຸເປົ້າໝາຍໄດ້.
   ກາຣຢູ່ຮ່ວມກັນເປັນຣັຖຊາຕິອາຈຈະຕ້ອງມີຂໍ້ຕົກລົງຮ່ວມກັນບາງຢ່າງ ໂດຍທຸກຝ່າຍຕ້ອງຍິນດີຢູ່ຮ່ວມເປັນ
ໜ່ວຍດຽວກັນ ແຕ່ບາງຄັ້ງຄວາມຍິນດີຢູ່ຮ່ວມກັນນັ້ນກໍອາຈບໍ່ໄດ້ເກີດຈາກຄວາມສມັຄໃຈ ບາງສ່ວນອາຈຈະ
ເປັນພາວະຈຳຍອມດ້ວຍເຫຕຸຜົລນີ້ຈຶ່ງຈຶ່ງມີຄວາມຈຳເປັນທີ່ຈະຕ້ອງມີວິທີກາຣໃນກາຣແກ້ໄຂບັນຫາຄວາມ
ຂັດແຍ່ງທີ່ເກີດຂຶ້ນ:
    ຄວາມຂັດແຍ່ງທີ່ເກີດຂຶ້ນໃນຣັຖຊາຕິຂອງພາບຣວມໆກໍຄື ຄວາມຂັດແຍ່ງທີ່ອາຈຈະເກີດຈາກຄື:
ກ)-ເຊື້ອຊາຕິ (race)
ຂ)-ເຜົ່າພັນທ໌ (ethnicity)
ຄ)-ສາສນາ (religion)
ງ)-ພາສາ (language)
ຈ)-ວັທນະທັມແລະຂນົບທັມນຽມປຼະເພນີ (culture and tradition)ຯລຯ
     ໃນຣັຖຊາຕິອັນປຼະກອບໄປດ້ວຍກຸ່ມບຸຄຄົລຕ່າງໆ ຊຶ່ງມີຄວາມແຕກຕ່າງດັ່ງກ່າວມາແລ້ວນັ້ນ ກຸ່ມທີ່ມີຈຳ
ນວນນ້ອຍກວ່າຈະຖືກຮຽກວ່າຊົນກຸ່ມນ້ອຍຫຼືຊົນຊາຕິສ່ວນນ້ອຍ ຊຶ່ງຢູ່ຣວມກັບຊົນກຸ່ມໃຫຍ່ຊຶ່ງເປັນກຸ່ມທີ່ຄວບ
ຄຸມພຶ້ນທີ່ ອຳນາຈທາງກາຣເມືອງ ອຳນາຈ ອຳນາຈເສຖກິຈມາກກວ່າຊົນກຸ່ມທີ່ມີຈຳນວນນ້ອຍກວ່າ ແຕ່ໃນ
ບາງກໍຣະນີກຸ່ມທີ່ຄຸມອຳນາຈຣັຖອາຈຈະມີນ້ອຍກວ່າກຸ່ມໃຫຍ່ໃນສັງຄົມເຊັ່ນກໍຣະນີອັຟຣິກາໃຕ້ໃນອະດີຕຄົນ
ຜົວຂາວຊຶ່ງເປັນຊົນກຸ່ມທີ່ມີຈຳນວນນ້ອຍກວ່າກັບກາຍເປັນຜູ່ຄຸມອຳນາຈຣັຖປົກຄອງຄົນຜິວດຳຊຶ່ງມີຈຳນວນ
ທີ່ມາກກວ່າ ສ່ວນກໍຣະນີປຼະເທສຈີນກຸ່ມຊາວຈີນທີ່ຮຽກຕາມຊື່ຣາຊວົງສ໌ວ໋າຊາວຮັ່ນເປັນກຸ່ມທີ່ໃຫຍ່ທີ່ສຸດໃນ
ຈຳນວນ 56 ກຸ່ມ ສ່ວນອີກ 55 ກຸ່ມມີຈຳນວນນ້ອຍກວ່າທີ່ຮຽກວ່າຊົນຊາຕິສ່ວນນ້ອຍ.
      -ຄວາມຂັດແຍ່ງທີ່ເກີດຈາກຕົວແປດັ່ງກ່າວຂ້າງຕົ້ນມີວິທີກາຣແກ້ໄຂໃຫຍ່ 4 ວິທີຄື:
1)-ກາຣຜສົມຜສານກົມກືນ (assimilation) ໂດຍເຮັດໃຫ້ຄົນກຸ່ມນ້ອຍທັງຫຼາຍຖືກກືນໄປໃນທາງວັທນະທັມ
    ພາສາ ຂນົບທັມນຽມປຼະເພນີ ແລະແມ່ນວ່າທາງສາສນາໃຫ້ເໝືອນກັບຊົນກຸ່ມໃຫຍ່.
2)-ກາຣບູຣະນາກາຣ (integration) ຄືກາຣທີ່ທັງກຸ່ມນ້ອຍກຸ່ມໃຫຍ່ຢູ່ຮ່ວມກັນໂດຍສັນຕິໂດຍມີວັທນະທັມ
     ຂອງທັງສອງກຸ່ມຂ້າມໄປຂ້າມມາ ແຕ່ທຸກກຸ່ມຍັງຄົງຮັກສາວັທນະທັມພຶ້ນຖານໄວ້ໄດ້ ທີ່ສຳຄັນຄືມີຄວາມ
     ພັຄດີຕໍ່ໜ່ວຍກາຣເມືອງຊຶ່ງເປັນໜ່ວຍຣວມໃນກາຣບູຣະນາກາຣນີ້ ຊົນກຸ່ມນ້ອຍຫຼືຊົນຊາຕິສ່ວນນ້ອຍ
     ຈະບໍ່ສູນເສັຽເອກລັກສນ໌ຫຼັກຂອງພວກຕົນ.
3)-ເພື່ອໃຫ້ຢູ່ກັນຢ່າງສັນຕິແລະບໍ່ກຼະທົບກຼະທັງກັນແລະເປັນທີ່ຍອມຮັບຂອງທຸກຝ່າຍກໍຄືກາຣເປີດໃຫ້ມີ
     ກາຣປົກຄອງຢ່າງອິສຣະເປັນເຂຕພິເສສ ດັ່ງເຊັ່ນທີ່ເກີດຂຶ້ນໃນປຼະເທສຈີນເວລານີ້ ຊຶ່ງຊົນກຸ່ມນ້ອຍ
     ຕ່າງໆມີເຂຕບາງເຂຕປົກຄອງຕົນເອງໃນດ້ານຕ່າງໆຍົກເວັ້ນໃນສ່ວນທີ່ກ່ຽວກັບຄວາມພັຄດີຕໍ່ໜ່ວຍ
     ກາຣເມືອງໜ່ວຍໃຫຍ່.
4)-ຖ້າກາຣແຂ້ໄຂບັນຫາຄວາມຂັດແຍ່ງໃນຂໍ້ 1-3 ບໍ່ສາມາດກຼະທຳໄດ້ກໍອາຈໃຊ້ວິທີເປີດໂອກາສໃຫ້ເລືອກ
     ອະນາຄົຕຂອງຕົວເອງແຍກຕົວໄປຕ່າງຫາກໂດຍກາຣລົງປຼະຊາມະຕິຫຼືກາຣຕໍ່ສູ້ດ້ວຍກຳລັງຈົນມີກາຣ
    ແຊກແຊງເຂົ້າມາໂດຍອົງຄ໌ກອນຣະຫວ່າງປຼະເທສຊຶ່ງໃນແກ້ບັນຫາຂໍ້ທີ 4 ນີ້ເກີດຂຶ້ນບໍ່ຄ່ອຍຈະງ່າຍເທົ່າ
    ໃດ ທາງອອກທີ່ດີທີ່ສຸດຄືກາຣຜສົມຜສານຣະຫວ່າງກາຣແກ້ບັນຫາຂໍ້ 2 ແລະຂໍ້ 3 ໂດຍບໍ່ກຼະທົບກຼະເທືອນ
    ຕໍ່ຄວາມເປັນອັນນຶ່ງອັນດຽວຂອງປຼະເທສຊາຕິ ຊຶ່ງຍ່ອມຂຶ້ນຢູ່ກັບຄວາມຍິນຍອມຂອງທຸກຝ່າຍແລະຂຶ້ນຢູ່
    ກັບສຖານະກາຣນ໌ຂອງແຕ່ລະປຼະເທສບໍ່ສາມາດຈະກ່າວກັນໂດຍເປັນພາບຣວມໄດ້.
ຄວາມຂັດແຍ່ງໃນສ່ວນທີສອງ:ຄືຄວາມຂັດແຍ່ງທີ່ບໍ່ກ່ຽວກັບຄວາມແຕກຕ່າງດ້ານເຊື້ອຊາຕິ ສາສນາຫາກ
ແຕ່ເປັນຄວາມຂັດແຍ່ງໃນເຣື້ອງຣະບົບກາຣເມືອງ ຊຶ່ງອາຈຈະມີຄວາມແຕກຕ່າງໃນທາງອຸດົມກາຣຢູ່ດ້ວຍ
ຄວາມຂັດແຍ່ງໃນສ່ວນນີ້ສາມາດແກ້ໄຂໄດ້ໂດຍສັນຕິວິທີກໍອາຈຈະເປັນທາງອອກທີ່ເກີດປຼະໂຍຊນ໌ ແຕ່ຖ້າ
ບໍ່ສາມາດຕົກລົງກັນໄດ້ໂອກາສຂອງຄວາມຂັດແຍ່ງຈະນຳໄປສູ່ກາຣໃຊ້ກຳລັງທີ່ຮຽກກັນວ່າກາຣກະບົຕຫຼຶ
ກາຣປະຕິວັຕິຍ່ອຍເກີດຂຶ້ນໄດ້ ເພາະເຄິຍມີມາແລ້ວຫຼາຍກໍຣະນີໃນປຼະວັຕິສາສຕຣ໌ ແຕ່ກໍຣະນີດັ່ງກ່າວນີ້
ຄວນຫຼີກລ້ຽງທີ່ສຸດ ເພາະຜົລສຸດທ້າຍຈະສ້າງຣອຍແຜແຫ່ງຄວາມແຕກແຫງຈົນຍາກແກ່ກາຣປົວແປງແລະ
ທີ່ສຳຄັນແພ້ຊນະກໍຈະມີລັກສນະດຽວກັນຄືພັງດ້ວຍກັນທັງຄູ່ຕ່າງແຕ່ໜ້ອຍຫຼາຍເທົ່ານັ້ນ ອາຈກາຍເປັນໄຊ
ຊນະທີ່ມີແຕ່ຜູ່ແພ້ບໍ່ມີຜູ່ຊນະນັ້ນເອງ.
   ກາຣແກ້ບັນຫາໃນສ່ວນນິ້ຈະຕ້ອງມີກາຣຄຳນຶງເຖິງກາຣປຼະນີປຼະນອມແລະກາຣອອມຊອມໂດຍຖືເອົາຜົລ
ປຼະໂຍຊນ໌ສ່ວນຣວມເປັນທີ່ຕັ້ງແລະຖ້າຈະກ່າວກັນໃຫ້ເຖິງທີ່ສຸດແລ້ວຈະຕ້ອງມີສັທທາຄວາມເຊື່ອວ່າທຸກຝ່າຽ
ຕ່າງມີຄວາມຊອບທັມໃນກາຣຮຽກຮ້ອງ ຄວາມຊອບທັມແລະຄວາມຍຸຕິທັມ ກາຣແກ້ບັນຫາຄວາມຂັດແຍ່ງ
ໃນສ່ວນນີ້ຈຶ່ງຕ້ອງເຣິ້ມຕົ້ນດ້ວຍກາຣເປີດໃຈກວ້າງ ຟັງຄວາມເຫັນຂອງທຸກຝ່າຍພົບກັນເຄິ່ງທາງແລະ"ປຼະ
ສານຜົລປຼະໂຍຊນ໌"ໃຫ້ໄດ້ເທົ່ານັ້ນເອງ.
   ຄວາມຂັດແຍ່ງໃນສ່ວນທີສາມຄື:  ຄວາມຂັດແຍ່ງຣະຫວ່າງໜ່ວຍກາຣເມືອງສອງໜ່ວຍຫຼືສອງປຼະເທສ
ໂດຍໜ່ວຍກາຣເມືອງສອງໜ່ວຍນັ້ນມີຄວາມສັມພັນທ໌ຕໍ່ກັນໃນດ້ານຕ່າງໆດັ່ງຕໍ່ໄປນີ້ຄື ຄວາມສັມພັນທ໌ທາງ
ກາຣທູຕ ຄວາມສັມພັນທ໌ທາງກາຣເມືອງ ຄວາມຕົກທາງກາຣທະຫາຣ ກາຣຄ້າ ກາຣລົງທຶນ ກາຣແລກປ່ຽນ
ວັທນະທັມ ກາຣຮ່ວມມືທາງດ້ານວິທຍາສາສຕຣ໌ ກາຣສົ່ງເສີມກາຣທ່ອງທ່ຽວຮ່ວມກັນຯລຯແຕ່ບາງຄັ້ງໃນ
ຄວາມສັມພັນທ໌ອັນຣາບຣື້ນຣະຫວ່າງໜ່ວຍກາຣເມືອງສອງໜ່ວຍອາຈຈະສະດຸດແລະເກີດອຸປສັກໄດ້ ຊຶ່ງຈຳ
ເປັນຕ້ອງມີກາຣເຈຣະຈາຫາຂໍ້ຍຸຕິ ບໍ່ດັ່ງນັ້ນອາຈລົງເອີ່ຍດ້ວຍກາຣໃຊ້ກຳລັງເຂົ້າຕໍ່ສູ້ກັນຈົນນຳໄປສູ່ສົງຄາມ
ອັນເປັນທາງເລືອກສຸດທ້າຍກໍໄດ້.
   ຄວາມຂັດແຍ່ງທີ່ນຳໄປສູ່ກາຣໃຊ້ກຳລັງນັ້ນໃນປຼະເທສໃຫຍ່ໆໄດ້ແກ່ຄວາມຂັດແຍ່ງໃນເຣື້ອງດິນແດນຄວາມ
ຂັດແຍ່ງໃນເຣື້ອງຊັພພຍາກອນ ຄວາມຂັດແຍ່ງໃນເຣື້ອງອຸດົມກາຣທາງກາຣເມືອງ ຄວາມຂັດແຍ່ງທີ່ກ່ຽວກັບ
ມົລພິສ ຄວາມຂັດແຍ່ງກ່ຽວກັບຜົລປຼະໂຍຊນ໌ທາງກາຣຄ້າເປັນຕົ້ນ ໃນກາຣແກ້ໄຂບັນຫາຄວາມຂັດແຍ່ງຣະ
ຫວ່າງກາຣເມືອງສອງໜ່ວຍກ່ອນທີ່ຈະນຳໄປສູ່ກາຣໃຊ້ກຳລັງຊຶ່ງເປັນວິທີກາຣທີ່ຮຸນແຮງທີ່ສຸດ (ultima ratio)
ກໍຄືເພື່ອກາຣຫາຂໍ້ຕົກລົງອັນເປັນທີ່ຍອມຮັບໄດ້ຂອງທັງສອງຝ່າຍແລະໃນກາຣນີ້ອາຈຈະມີຜູ່ເຂົ້າມາຊ່ຶຍໄກ່
ເກັ່ຽເພື່ອໃຫ້ກາຣເຈຣະຈາຕົກລົງກັນໄດ້ດ້ວຽດີ ກາຣເຈຣະຈາຫາຂໍ້ຕົກລົງນັ້ນເປັນເຣື້ອງທີ່ຊັບຊ້ອນແລະລະ
ອຽດອ່ອນ ແຕ່ຖ້າບໍ່ປຼະສົບຄວາມສຳເຣັຈເຫຕກາຣນ໌ອາຈຈະຮຸນແຮງຍິ່ງຂຶ້ນ ຜູ່ດຳເນີນນະໂຍບາຽຕ່າງປຼະເທສ
ຈຶ່ງຕ້ອງຣະມັດຣະວັງເປັນພິເສສ.
  ໂດຍສເພາະຢ່າງຍິ່ງຄວາມຂັດແຍ່ງທີ່ເກີດກັບເພື່ອນບ້ານ ເພາະເພື່ອນບ້ານທີ່ດີຄືຮົ້ວບ້ານທີ່ແຂງແກ່ງ ແຕ່ຖ້າ
ເພື່ອນບ້ານກາຍເປັນສັຕຼູຈະເປັນອັນຕຼາຍທີ່ຈະຫຼອກຫຼອນຢູ່ຕຼອດເວລາຈົນເຮັດໃຫ້ເກີດຄວາມບໍ່ສງົບແລະຖ້າ
ມີບັນຫາວິກຣິຕພາຽໃນປຼະເທສຈະກາຍເປັນທັງ"ເສິກນອກເສິກໃນ"ຍາກທີ່ຈະໃຊ້ສັພກຳລັງໄປແກ້ໄຂບັນຫາ
ຕ່າງໆທີ່ພະເຊີນຢູ່ໄດ້.
   ບັນຫາຄວາມຂັດແຍ່ງທັງ 3 ປຼະກາຣນີ້ເປັນບັນຫາທີ່ບັ່ນທອນຂວັນແລະກຳລັງໃຈຂອງຜູ່ທີ່ຈະແກ້
ບັນຫາແລະເຮັດໃຫ້ກາຣພັທນາໂດຍສເພາະຢ່າງຍິ່ງບັນຫາເສຖກິຈ ດັ່ງນັ້ນຄວາມພຍາຍາມໃນກາຣ
ແກ້ບັນຫາວິກຣິຕທາງເສຖກິຈຈະໃຫ້ໄດ້ຜົລນັ້ນຈະຕ້ອງທຳໃຫ້ປອດຈາກຄວາມຂັດແຍ່ງ 3 ປຼະກາຣ
ດັ່ງກ່າວຂ້າງຕົ້ນເພື່ອບໍ່ໃຫ້ເປັນກາຣສ້າງພາຣະໃນທາງກາຣແກ້ວິກຣິຕທາງເສຖກິຈເນື່ອງຈາກ
ຖ່ວງດຶງໂດຍບັນຫາຄວາມຂັດແຍ່ງຕ່າງໆດັ່ງກ່າວມາແລ້ວນັ້ນເອງ.
                          ສິ່ງທີ່ກ່າວມານີ້ເປັນພຽງຫຼັກວິຊາກາຣເທົ່ານັ້ນເອງ.

                                                      ພົມສີ່ໜ້າ
                                           



No comments:

Post a Comment