Thursday, November 17, 2011

                                        ຣະບອບຜເດັຈກາຣພັຄດຽວໃນລາວກັບຣະບອບຜເດັຈກາຣຣາຊາ
                                        ທິປໄຕຍໃນໄທຍໃນຣະບົບຫຼາຽພັຄກາຣເມືອງຄົງບໍ່ມີຫັຽງແທບຈະ
                                                              ມີຄວາມແຕກຕ່າງໃນຣະບອບປົກຄອງ
                                      

      ກ່ອນຈະກ່າວໄປຫາກາຣແກ້ໄຂບັນຫາຄວາມຂັດແຍ່ງແຂ່ງດີໃນຣະບອບຜເດັຈກາຣພັຄດຽວ
ໃນລາວທີ່ຣວມສາມອຳນາຈໄວ້ທີ່ກຼົມກາຣເມືອງສູນກາງພັຄ ເຮົາຕ້ອງໄດ້ເຂົ້າໃຈກັນກ່ອນວ່າເຮົາ
ຈະແກ້ໄຂກັນຢ່າງໃດນັ້ນຄື:
-ຕ້ອງເຮັດໃຫ້ປຼະຊາຊົນ,ນັກຮຽນນັກສຶກສາທັງຫຼາຍໄດ້ເຂົ້າໃຈກ່ອນວ່າໃນຣະບອບຜເດັຈກາຣພັຄ
ດຽວມັນໄປຂັດກັບຫຼັກກາຣປົກຄອງແລະຝືນຕໍ່ຈິຕໃຈໃນຣະບອບປຼະຊາທິປໄຕຍທີ່ຊາວໂລກແລະ
ຊາວລາວຕ້ອງກາຣ.
                          ຜ່ານມາ 30 ກວ່າປີແລ້ວ ທັ້ງໆທີ່ເສິກເສືອເໜືອໃຕ້ບໍ່ມີ ຊັພພຍາກອນທັມຊາຕິ
ນັບມື້ນັບສູນຍ໌ສິ້ນໄປ ຊາຕິແລະປຼະຊາຊົນຍັງຕົກຢູ່ໃນສະພາວະລ້າຫຼັງຮອບດ້ານ ກໍມັນເປັນເພາະ
ມັນເປັນຣະບອບທາສແລະຜູກຂາດກາຣບໍຣິຫາຣຈັດກາຣຢູ່ກັບກຸ່ມກຳອຳນາຈພັຄໂທນນັ້ນເອງ
ໂດຍບໍ່ໄດ້ຮັບກາຣຮ່ວມມືສນັບສນຸນຈາກປຼະຊາຊົນ.
    ແຕ່ຖ້າຫາກວ່າຣະບອບນີ້ມັນສົມດຸລຍ໌ກັບສະວາກາຣປທີ່ປຼະຊາຊົນລາວຕ໊ອງກາຣແລະປຼະຊາ
ຄົມໂລກຄົງຈະເຮັດໃຫ້ປຼະຊາຊົນພົລເມືອງອ້າປາກຕາກແຂ້ວໄດ້ດີກວ່ານີ້ ອັນນິ້ມັນໄປກຼະຈຸກອຳ
ນາຈຢູ່ພຽງກຸ່ມກຳອຳນາຈພັຄ-ຣັຖຯຜູ່ຫິວໂຫຍອຳນາຈເທົ່ານັ້ນເອງ ຈຶ່ງຮຽກວ່າ ຣະບົບ "ທາສ"
ຊື່ງໂລກເຂົາປະຕິວັຕິແລະປະຕິຮູປກັນໃໝ່ໄປສູ່ຣະບອບປຼະຊາທິປໄຕຍແບບທຶນນິຍົມເສຣີກັນ
ໝົດແລ້ວ ສ່ວນກຸ່ມອຳນາຈໃນລາວຍັງທຳຕົວເປັນກົບໃນນ້ຳສ້າງຫາວ່າໂລກແຄບຢູ່ຕຼອດຜ່ານ
ມານີ້ເອງ.
   ຢ່າງໃດກໍດີກ່ອນຈະກ້າວໄປເຖິງຍຸຄແຫ່ງໂລກາພິວັຕນ໌ນີ້ມັນຕ້ອງໄດ້ກ່າວເຖິງ"ປະຕິນຍາສາກົລ
ວ່າເຣື້ອງສິດທິມະນຸສຍ໌ຊົນກ່ອນເພາະກາຣປົກຄອງປຼະເທສລາວເວລານີ້ກຸ່ມກຳອຳນາຈໄດ້ພຍາ
ຍາມຫຼິ້ນລະຄອນຕັດຮອນສິດທິເສຣີພາບ ອິສຣະພາບຊຶ່ງຂັດຕໍ່ປະຕິນຍາສາກົລດັ່ງຕໍ່ໄປນີ້(ຫາກ
ທ່ານໃດຮູ້ຊຶ່ງແລ້ວຕ້ອງຂໍອະໄພຍເພາະນຳອອກເຜີຍແພ່ສເພາະພວກທີ່ຍັງບໍ່ຊາບຊຶ້ງເທົ່ານັ້ນ:

                              ວ່າດ້ວຽປະຕິນຍາສາກົລເຣື້ອງສິດທິມະນຸສຍ໌ຊົນ
           ກາຣບໍຣິຫາຣຈັດກາຣໃນລາວບໍ່ກ້າວໜ້າເປັນເພາະ"ຣະບອບ"ຈຶ່ງເຮັດໃຫ້ຣະບົບ  
 ບໍຣິຫາຣຈັດກາຣຜິດພາດ"ຢຸດຣະບອບຜເດັຈກາຣສັງຄົມນິຍົມມາເປັນຣະບອບປຼະຊາທິປໄຕຍ
ທຸກຢ່າງມັນຈະແກ້ໄຂໃນຕົວມັນເອງແລະຄວນເຕະຖິ້ມໄດ້ແລ້ວຣະບອບ"ມາກຊິສ/ເລນິລນິສ.
 ຢ່າທຳຕົວເປັນບໍ່ຮູ້ຮ້ອນ ແມ້ແຕ່ຈີນ-ວຽຕເຂົາສວຍໃຊ໊ຣະບົບທຶນນິຍົມໄປຊຸກຍູ້ຣະບອບສັງຄົມ
ນິຍົມແຕ່ກໍໄປບໍ່ລອດ ກຳລັງຫັນປ່ຽນທິສກັນຢ່າງເຮັ່ງຮ້ອນເວລານີ້.
 
ດ້ວຽເຫຕຸທີ່ກາຣຍອມຮັບສັຄສຣີປຼະຈຳຕົວແລະສິດທິທີ່ສເມີພາບກັນບໍ່ອາຈໂອນແກ່ກັນໄດ້ຂອງສມາຊິກ
ທັງປວງແຫ່ງຄອບຄົວມະນຸສຍ໌ຖືເປັນຮາກຖານຂອງເສຣີພາບ-ຄວາມຍຸຕິທັມແລະສັນຕິພາບ.   

   ດ້ວຽເຫຕຸທີ່ມີກາຣເສີຍເມີຍແລະດູໝິ່ນຢຽດຢາມ ກີດກັນ ດ້ວຽວິທີກາຣຕ່າງໆດ້ານສິດທິມະນຸສຍ໌ຊົນດ້ວຽ
ກັນເອງຈຶ່ງໄດ້ກໍ່ໃຫ້ເກີດກາຣກຼະທຳອັນໂຫດຮ້າຽປ່າເຖື່ອນທາຣຸນແລະກຼະທົບກຼະເທືອນມະໂນທັມຂອງມະ
ນຸສຍ໌ຊາຕິຢ່າງຮຸນແຮງໂດຍເຫຕຸທີ່ໄດ້ມີກາຣປຼະກາສປະນິທານສູງສຸດ ຂອງສາມັນຊົນທີ່ວ່ານີ້ ເຖິງວາຣະ
ແຫ່ງໂລກແລ້ວ ທີ່ມະນຸສຍ໌ຈະຕ້ອງມີເສຣີພາບໃນກາຣເວົ້າ,ໃນຄວາມເຊື່ອຖືຍອມຮັບຄວາມເປັນຈິງຕິຊົມ
ແລະທັງມີເສຣີພາບຈາກຄວາມກົວແລະຄວາມຕ້ອງກາຣ.
   ດ້ວຍເຫຕຸນີ້ຈຶ່ງເປັນສິ່ງຈຳເປັນທີ່ສິດທິມະນຸສຍ໌ຄວນໄດ້ຮັບກາຣຄຸ້ມຄອງໂດຽຫຼັກນິຕິທັມ ຖ້າບໍ່ຕ້ອງກາຣ
ໃຫ້ມະນຸສຍ໌ຖືກບີບບັງຄັບໃຫ້ຫາທາງອອກໂດຽກາຣກະບົຕຕໍ່ຝ່າຍທໍຣະຣາສແລະກາຣກົດຂິ່ອັນເປັນທີ່ເພິ່ງ
ສຸດທ້າຽຂອງກາຣດຳຣົງຢູ່ໃນຊີວິຕປຼະຈຳວັນດັ່ງທີ່ພວກເຮົາທຸກຄົນໄດ້ປຼະສົບພົບພໍ້ມາຈົນກາຽເປັນອົພຍົບ
ໃນໂລກທີສາມດັ່ງທຸກວັນນີ້.
   ດ້ວຍເຫຕຸເປັນສິ່ງຈຳເປັນທີ່ສຸດທີ່ຈະຕ້ອງໄດ້ສົ່ງເສິມໃນກາຣພັທນາຄວາມສັມພັນທ໌ສັນມິຕຣຣະຫວ່າງ
ຊາຕິພັນທ໌ຕ່າງໆໃນທົ່ວໂລກ.
   ດ້ວຍເຫຕຸທີ່ບັລດາປຼະຊາຊົນແຫ່ງສຫະປຼະຊາຊາຕິໄດ້ຢືນຢັນໄວ້ໃນກົຕບັຕຣ ເຖິງຄວາມເຊື່ອໝັ້ນໃນສິດທິ
ມະນຸສຍ໌ຊົນຂັ້ນພຶ້ນຖານຄືໃນສັກດິ໌ສຣີແລະຄຸນຄ່າຂອງຕົວບຸຄຄົລແລະຄວາມສເມີພາບກັນແຫ່ງສິດທິທັງຊາຽ
ແລະຍິງແລະໄດ້ຕັດສິນໃຈທີ່ຈະສົ່ງເສີມຄວາມກ້າວໜ້າທາງສັງຄົມຕຼອດຈົນມາຕຣຖານແຫ່ງຊີວິຕໃຫ້ດີຂຶ້ນ
ແລະມີເສຣີພາບຫຼາຽຂຶ້ນ.
   ດ້ວຽເຫຕຸທີ່ຣັຖສມາຊິກໄດ້ປຕິຍານທີ່ຈະໃຫ້ໄດ້ມາໂດຽກາຣຮ່ວມມືກັບສຫະປຼະຊາຊາຕິຊຶ່ງກາຣສົ່ງເສິມ
ກາຣເຄົາຣົພ ແລະກາຣຖືປະຕິບັຕິໂດຽສາກົລຕໍ່ສິດທິມະນຸສຍ໌ຊົນແລະເສຣີພາບຂັ້ນພຶ້ນຖານ.
    ດ້ວຽເຫຕຸທີ່ຄວາມເຂົ້າໃຈຕຼົງກັນໃນເຣື້ອງສິດທິແລະເສຣີພາບ ຄວາມສຳຄັນທີ່ສຸດ ເພື່ອໃຫ້ຄຳປະຕິຍານ
ນີ້ເກີດສັມຣິທທິ໌ຜົລຢ່າງເຕັມປ່ຽມ ດັ່ງນັ້ນນະບັດນີ້ສະມັຊຊາໃຫຍ່ຈຶ່ງຂໍປຼະກາສໃຫ້ປະຕິນຍາສາກົລວ່າດ້ວຽ
ເຣື້ອງສິດທິມະນຸສຍ໌ຊົນນີ້ເປັນມາຕຣຖານຮ່ວມກັນແຫ່ງຄວາມສຳເຣັຈ ສຳລັບປຼະຊາຊົນທັງຫຼາຽແລະປຼະຊາ
ຊາຕິທັງປວງດ້ວຍຈຸດປຼະສົງຄ໌ທີ່ຈະໃຫ້ປັຈເຈກບຸຄຄົລທຸກຜູ່ທຸກນາມແລະອົງຄ໌ກອນຂອງສັງຄົມທຸກໜ່ວຽ
ໂດຽກາຣລຳລຶກສເມີເຖິງປະຕິນຍານີ້ ພຍາຍາມສັ່ງສອນແລະໃຫ້ກາຣສຶກສາເພື່ອສົ່ງເສິມກາຣເຄົາຣົພຕໍ່ສິດທິ
ແລະເສຣີພາບເຫຼົ່ານີ້ດ້ວຽມາຕຣກາຣທີ່ຈເຣິນກ້າວໜ້າ ທັງໃນແລະຣະຫວ່າງປຼະເທສເພື່ອໃຫ້ໄດ້ມາຊຶ່ງກາຣ
ຍອມຮັບແລະຖືປະຕິບັຕິຕໍ່ສິດທິເຫຼົ່ານີ້ຢ່າງເປັນສາກົລແລະໄດ້ຜົລ ທັງໃນໝູ່ປຼະຊາຊົນຂອງຣັຖແລະສມາຊິກ
ເອງແລະໃນໝູ່ຂອງປຼະຊາຊົນແຫ່ງດິນແດນ ທີ່ຢູ່ອາໃສພາຽໃຕ້ດຸລອານາຂອງຣັຖຂອງສມາຊິກດັ່ງກ່າວ.
   ເຣື້ອງສິດທິ ເສຣີພາບແລະອິສຣະພາບຂອງປຼະຊາຊາຕິທີ່ບໍ່ໄດ້ຮັບປະຕິບັຕິນີ້ເອງຈຶ່ງເກີດກໍຣະນີພິພາທກັນ
ຂຶ້ນທັງພາຍໃນແຕ່ລະປຼະເທສຈົນເຖິງຂັ້ນຂ້າມຊາຕິໄປຖລົ່ມກັນພິນາຕສັນຕະໂລດັ່ງທຸກວັນນີ້ແລະທີ່ນຳມາລົງ
ເປັນບົທວິເຄາະຫ໌ນີ້ກໍເພື່ອກຼະຕຸ້ນຈິຕສຳນົກຂອງພວກກຸມອຳນາຈຣັຖທັງຫຼາຽນັ້ນເອງ.
                                                          (ເຊິນຕິດຕາມອ່ານຕໍ່ໃນຫຼັກກາຣຂອງກົຕບັຕຣ)
                                                                  ດ້ວຍຄວາມເຄົາຣົພແລະຮັກແພງ
                                                                            ຈາກພຼົມ ສີໜ້າ.


                                                                                               

No comments:

Post a Comment