Wednesday, November 9, 2011

ຂ່າວໂລກວັນນີ້
(ຕົວຢ່າງເຕືອນຈິຕໃຕ້ສຳນຶກກຸ່ມຜເດັຈກາຣລາວ ..ຂນະທີ່ລາວນອກຂໍສະແດງຄວາມນັບຖືນ້ຳໃຈທີ່ເດັດດ່ຽວ
ສາມາດຕັດສິນໃຈຫາທາງອອກທີ່ຖືກຕ້ອງທີ່ຫລີກກາຣເປັນອານານິຄົມແບບໃໝ່ຂອງຈີນຊຶ່ງເປັນສັຕຼູ
ໂຕສຸດທ້າຍຂອງໂລກທຶນນິຍົມໂລກາພິວັຕນ໌ "ພະມ້າຕົບໜ້າຈີນ").
     ຂ່າວຈາກເອເຊັຽວິເຄາະຫ໌ຣາຍງານເມື່ອອາທິຕຜ່ານມາ ນັກວິເຄາະຣະບຸວ່າກາຣຣະງັບໂຄງກາຣກໍ່ສ້າງ
ເຂື່ອນຂອງພະມ້າເປັນສັນຍານຂໍ້ຜູກມິຕຣກັບຊາຕິຕະວັນຕົກ ແຕ່ອາຈມີຜົລກຼະທົບເຮັດໃຫ້ພະມ້າຫ່າງເຫີນ
ໄປຈາກຈີນໄດ້ ສ່ວນດ້ານອອງ ຊ່ານ ຊູຈີພັຄເອັນແອລດີຝ່າຍຄ້ານຈະຈົດທະບຽນພັຄໃໝ່ເພື່ອສູ້ເສິກເລືອກ
ຕັ້ງທົ່ວໄປໃນປາຍປີ 2011 ຫຼື ກາງປີ 2012 .
   ສຳນັກຂ່າວຕ່າງປຼະເທສຫຼາຍສຳນັກຣາຍງານຄວາມເຫັນຂອງນັກວິເຄາະຫ໌ເມື່ອອາທິຕຍ໌ຜ່ານມາທີ່ມອງ
ກັນວ່າກາຣຣະງັບໂຄງກາຣກໍ່ສ້າງເຂຶ່ອນມິຕໂສນໃນຣັຖຄະສິນທາງຕອນເໜືອຂອງພມ້າ ຊຶ່ງໄດ້ຮັບກາຣ
ສນັບສນຸນຈາກຈີນຈະບໍ່ພຽງເປັນກາຣສະແດງອອກວ່າທາງກາຣພະມ້າໄດ້ຫັນເຂັມມາຣັບຟັງສຽງປຼະຊາຊົນ
ຊາວພະມ້າແລ້ວ ແຕ່ຖືເປັນກາຣຍື່ນໄມຕຼີໄປຍັງຝ່າຍຕໍ່ຕ້ານທັງກຸ່ມປຼະເທສຕະວັນຕົກທີ່ປຼະກາສກົດດັນແນວ
ຮ່ວມປຼະຊາທິປໄຕຍແລະຂະບວນກາຣຊົນກຸ່ມນ້ອຍຕິດອາວຸທ ນອກຈາກນີ້ຍັງເຫັນວ່າກາຣປະຕິຮູປກາຣ
ເມືອງໃນພະມ້າທີ່ຜ່ານມາອາຈເຮັດໃຫ້ທາງກາຣເຫັນເຖິງຄວາມຈຳເປັນທີ່ຈະຕ້ອງຖອຍຫ່າງຈາກຮົ່ມເງົາ
ຂອງຈີນແລະຫັນໄປຜູກມິຕຣກັບຊາຕິອື່ນເພື່ອທີ່ຈະໃຫ້ຫຼຸດພົ້ນຈາກມາຕຣກາຣກົດດັນຢ່າງຮອບດ້ານ.
   ແລະນັກວິເຄາະຄນະນີ້ຍັງມອງອີກວ່າຣັຖບາລພົລເຮືອນຂອງພະມ້າມີຄວາມກະຕືລືລົ້ນທີ່ຈະຜູກມິຕຣກັບ
ສຫະຣັຖຯເພື່ອໃຫ້ຊາຕິຕະວັນຕົກຍົກເລີກກາຣກົດດັນທາງເສຖກິຈຂອງພະມ້າ ແມ່ນວ່າອາຈສົ່ງຜົລກຼະທົບ
ຕໍ່ຄວາມສັມພັນທ໌ກັບຈີນກໍຍອມ ໂດຍມີເຈົ້າໜ້າທີ່ຫຼາຍຄົນໃນຣັຖບາລພະມ້າເຊື່ອແນ່ວ່າມາຕຣກາຣກົດດັນ
ຂອງກຸ່ມປຼະເທສຕະວັນຕົກເປັນສາຍເຫຕຸສຳຄັນທີ່ບີບໃຫ້ພະມ້າຕ້ອງຫັນໄປເພິ່ງພາຄວາມຊ່ອຍເຫຼືອຈາກ
ຈີນ..ສ່ວນອີກດ້ານນຶ່ງ ສຫະຣັຖຯໄດ້ຊື່ນຊົມມະຕິຣະງັບໂຄງກາຣກໍ່ສ້າງເຂື່ອນມິຕໂສນໃນຖານະບາດກ້າວ
ສຳຄັນທີ່ສະແດງໃຫ້ເຫັນວ່າທາງກາຣພະມ້າໄດ້ເປີດຮັບຟັງສຽງຈາກປຼະຊາຊົນຂອງຕົນແລະພ້ອມກັນນີ້ຍັງ
ສະແດງຄວາມຍິນດີຕໍ່ຄວາມຄືບໜ້າຂອງກາຣປະຕິຮູປກາຣເມືອງໃນພະມ້າດ້ວຍ ໂດຍສເພາະກາຣເຈຣະ
ຈາຣະຫວ່າງປຼະທານາທິບໍດີ ເຕັງ ເສັງ ກັບ ອອງ ຊ່ານ ຊູຈີແກນນຳຮຽກຮ້ອງປຼະຊາທິປໄຕຍເມື່ອເດືອນສິງ
ຫາຜ່ານມາ.
   ທັງນີ້ນາຍເຕັງ ເສັງ ປຼະທານປຼະເທສຍັງໄດ້ປຼະກາສເມື່ອອາທິຕຜ່ານມາແລ້ວວ່າ ຈະໄດ້ຣະງັບໂຄງກາຣ
ກໍ່ສ້າງເຂື່ອນດັ່ງກ່າວຊຶ່ງເປັນໂຄງກາຣຮ່ວມກັນຣະຫວ່າງຈີນກັບພະມ້າ ໂດຍອ້າງເຫຕຸຜົລວ່າກາຣສ້າງ
ເຂື່ອນຈະສົ່ງຜົລກຼະທົບຮ້າຍແຮງຕໍ່ສະພາບແວດລ້ອມຂອງພະມ້າໃນບໍຣິເວນກໍ່ສ້າງດັ່ງກ່າວ.
    ຂນະທີ່ໂຄສົກຕ່າງປຼະເທສຈີນຖແລງວ່າຈີນຈະບໍ່ຍອມຣະງັບໂຄງກາຣນີ້ໂດຍຈະຫາລືຢ່າງສັນມິຕຣ
ກັບຣັຖບາລພະມ້າຕໍ່ໂຄງກາຣມູລຄ່າ 3,600 ລ້ານດອລລາ ຊຶ່ງຜ່ານກາຣສຶກສາວິຈັຍຢ່າງຣອບຄອບມາ
ແລ້ວຈາກຣັຖບາລທັງສອງຝ່າຍ.
   ໂຄງກາຣກໍ່ສ້າງເຂື່ອນແຫ່ງນີ້ດຳເນີນກາຣໂດຍຣັຖບາລພະມ້າກັບບໍຣິສັທໄຊນ່າ ພາວເວິຣ໌ ອິນເວສຕ໌ເມນ
ທ໌ ຄອຣ໌ປ(ຊີພີໄອ)ໂດຍຕັ້ງເປົ້າວ່າຈະຜລິຕກຼະແສໄຟຟ້າໄດ້ 6000ເມກະວັຕຕ໌ປະມານ 90% ຂອງປຣິມານດັ່ງ
ກ່າວຈະຖືກນຳໄປໃຊ້ໃນຈີນພາຽໃນ 50 ປີຊຶ່ງຕາມຂໍ້ຕົກລົງຣະຫວ່າງຣັຖບາລພະມ້າກັບຊີພີໄອຣະບຸວ່າ ຊີພີໄອ
ຈະໄດ້ຣັບເງິນ 70% ຈາກຜົລກຳໄຣຂອງໂຄງກາຣນີ້ ຊຶ່ງກໍ່ສ້າງມາຕັ້ງແຕ່ປີ 2009ແລະກຳໜົດແລ້ວເສັຈພາຍ
ໃນປີ 2018.
   ໃນຂນະທີ່ນັກສິ່ງແວດລ້ອມໄດ້ເຕືອນວ່າ ກາຣສ້າງເຂື່ອນດັ່ງກ່າວຈະສົ່ງຜົລກຼະທົບຕໍ່ແມ່ນ້ຳອິຣະວດີຂນະ
ທີ່ເຄືອຂ່າຍຄະສິນດີເວລອປເມນຕ໌ ແອນດ໌ ເນັດເວິຣ໌ດກິ້ງ ກຣຸປຣະບຸວ່າ ຊາວພະມ້າກວ່າ 15,000 ຄົວຈາກ
60 ໝູ່ບ້ານຈະຖືກບັງຄັບໃຫ້ອອກຈາກຖິ່ນຖານເດີມໄປຍັງທີ່ໃໝ່ໂດຍຍັງບໍ່ມີແຜນກາຣຮອງຮັບທີ່ດີພໍແລະ
ນອກຈາກນັ້ນຊາວບ້ານອີກນັບລ້ານຄົນໃນພື້ນທີ່ທາງໃຕ້ເຂື່ອນຈະໄດ້ຮັບຜົລກຼະທົຍຢ່າງຮ້າຍແຮງດ້ວຍ.
  ໃນຂນະທີ່ ອອງ ຊ່ານ ຊູຈີຫົວໜ້າພັຄຝ່າຍຄ້ານໃຫ້ສັມພາສນ໌ກັບຜູ່ສື່ຂ່າວຕ່າງປຼະເທສທີ່ນະຄອນຍ່າງກຸ້ງ
ເມື່ອວັນເສົາຣ໌ວ່າ ຣັຖບາລພະມ້າອາຈປຼັບແກ້ໄຂກົຕໝາຍເພື່ອອະນຸຍາຕໃຫ້ນາງ ອອງ ຊ່ານສາມາດນຳພັຄ
ສັນນິບາຕແຫ່ງຊາຕິເພື່ອປຼະຊາທິປໄຕຍ(ເອັນແອລດີ)ກັບມາຈົດທະບຽນພັຄກາຣເມືອງໃໝ່ໄດ້ອກຄັ້ງນຶ່ງ
ຫຼັງຈາກທີ່ຖືກຣັຖບາລທຫາຣສັ່ງຍຸບພັຄກົດດັນກາຣເລືອກຕັ້ງທົ່ວໄປເມື່ອປີຜ່ານມາແລະຫາກພັຄເອລແອລ
ດີ ໄດ້ຮັບຈົດທະບຽນຄັ້ງໃໝ່ກໍສາມາດສົ່ງຜູ່ສມັຄຣລົງຮັບກາຣເລືອກຕັ້ງສມາຊິກສະພາຜູ່ແທນໃນຊ່ວງຕົ້ນປີ
2012 ໄດ້ຕາມກົຕໝາຍ.
                                ຣາຍງານສບັບນີ້ມີປຼະໂຍຊນ໌ຫາກວິເຄາະຫ໌ກັນໃຫ້ດີໆ


No comments:

Post a Comment