Monday, October 31, 2011

ຄວາມຊົ່ວຂອງສັຕວ໌ທີ່ຮຽກຕົນເອງວ່າ"ສັຕວ໌ປຼະເສີດ"

ສັຕວ໌ໂລກຈຳພວກທີບໍ່ຕ້ອງກາຣຢູ່ກັນຢ່າງສັນຕິສ້າງຄວາມວຸ້ນວາຍແກ່ສັງຄົມມະນຸສຍ໌ຊາຕິຜ່ານໄປຢ່າງບໍ່ຍອມລົດ
ລາວາສອກໃຫ້ກັນແລະກັນ..ພໍຂ້ອນສັຕວັຕິທີ່ 21 ນີ້ຈຶ່ງໄດ້ມີຄວາມພຍາຍາມຮ່ວມກັນຂອງນານາຊາຕິເພື່ອຈະປົກ
ປ້ອງບໍ່ໃຫ້ສັຕວ໌ໂລກແລະພືຊພັນທ໌ຈຳນວນມາກມາຍຫຼາຍຊນິດຕ້ອງສູນພັນທ໌ໄປຈາກໂລກໃບນີ້.
   ແລະພາຽຫຼັງຈາກທີ່ໄດ້ສູນພັນທ໌ໄປແດ່ແລ້ວຫຼາຍພາກສ່ວນນັບບໍ່ຖ້ວນທັງທີ່ເກີດຈາກກາຣສູນພັນທ໌ໂດຍທັມຊາຕິ
ເພາະບໍ່ສາມາດປັບຕົວເຂົ້າກັບສພາວະແວດລ້ອມທີ່ປ່ຽນແປງໄປຫຼືເກີດຈາກກາຣຖືກເຂັ່ນຂ້າທຳລາຍລ້າງດ້ວຍນ້ຳມື
ຂອງສັຕວ໌ປຼະເສີດທີ່ມີຊື່ວ່າ"ມະນຸສຍ໌".
  ເຫຕຸທີ່ຕ້ອງພຍາຍາມປົກປ້ອງກໍເພາະກາຣສູນພັນທ໌ຂອງສັຕວ໌ແລະພືຊທີ່ວ່ານີ້ມັນຈະກາຍເປັນໄພຍຕໍ່ກາຣດຳຣົງຢູ່
ຂອງມວລມະນຸສຍ໌ນີ້ເອງ ເຮັດໃຫ້ມະນຸສຍ໌ຕ້ອງສູນພັນທ໌ໄປດ້ວຍ..ແລ້ວກໍເຣິ້ມເຫັນປຼະຈັກທີ່ເຂົ້າຕາມລຳດັບ.
 ເຣື້ອງທັງໝົດນີ້ຖືເປັນກົຕແຫ່ງຄວາມສັມພັນທ໌ຣະຫວ່າງມະນຸສຍ໌ກັບທັມຊາຕິ..ບໍ່ວ່າແຕ່ກາລະເວລາຈະຜ່ານພົ້ນໄປ
ສັກກີ່ລ້ານປີ ມະນຸສຍ໌ກໍຍັງບໍ່ເຄີຍເຫັນວ່າຈະເອົາຊນະທັມຊາຕິໄດ້ເລີຍ. ແຕ່ໃນຂນະທີ່ມີຄວາມພຍາຍາມປ້ອງກັນບໍ່
ໃຫ້ມີກາຣສູນພັນທ໌ຂອງສັຕວ໌ແລະພືຊຢູ່ນັ້ນ ກໍໄດ້ມີຄວາມພຍາຍາມອີກດ້ານນຶ່ງຊຶ່ງເປັນດ້ານຕຼົງກັນຂ້າມໂດຍນານາ
ປຼະຊາຊາຕິທີ່ພຍາຍາມທີ່ຈະທຳລາຍກາຣປົກຄອງແບບຜເດັຈກາຣບໍ່ວ່າຊ້າຍຈັດຫຼືແມ້ແຕ່ຂວາຈັດ(ຕົກຂອບ)ໃຫ້
ມັນສູນພັນທ໌ໄປຈາກໂລກໃບນີ້ອັນເປັນເຣື້ອງກາຣແກ້ໄຂຄວາມສັມພັນທ໌ທີ່ບໍ່ຖືກຕ້ອງຣະຫວ່າງມະນຸສຍ໌ກັບມະນຸສຍ໌
    ໃນເຣິ້ມແຣກເດີມທີ່ນັ້ນເມື່ອມີໂລກແລະມະນຸສຍ໌ເກີດຂຶ້ນມາ ທຸກຄົນມີເສຣີພາບແລະຄວາມສເມີພາບເທົ່າທຽມ
ກັນແລະຢູ່ຮ່ວມກັນຢ່າງສັນຕິບໍ່ມີໃຜຜູ່ໃດມີອຳນາຈແລະສິດທິພິເສສເໝືອກວ່າກັນ. ແຕ່ຢູ່ໄປມາ..ຫົວສມອງຂອງ
ມະນຸສຍ໌ຄົນນຶ່ງຫຼືກຸ່ມນຶ່ງກໍຕັ້ງຕົນຂຶ້ນເປັນໃຫຍ່ກວ່າມະນຸສຍ໌ຄົນອື່ນໆ ໃຜກຼະດ້າງກຼະເດື່ອງບໍ່ຍອມກົ້ມຫົວຢູ່ພາຍ
ໃຕ້ອຸ້ງຕີນຂອງຕົນກໍຈະຖືກຂ້າຖືກຄຸມຂັງ.ເຣິ້ມມາຕັ້ງແຕ່ເອົາມະນຸສຍ໌ຄົນອື່ນໆລົງມາເປັນທາສ ຈະຂ້າຈະແກງໄດ້
ຕາມໃຈຊອບ.
   ປຼະຊາທິປໄຕຍ ເສຣີພາບແລະຄວາມສເມີພາບຂອງມະນຸສຍ໌ຖືກແທນທີ່ດ້ວຍສິ່ງທີ່ຮຽກວ່າ"ຣະບອບຜເດັຈກາຣ"
ຊຶ່ງມີຢູ່ມກາກມາຍໃນຫຼາຍຮູປແບບ ຊຶ່ງຣວມທັງຜເດັຈກາຣຊ້ອນຮູປດັ່ງທີ່ເປັນຢູ່ໃນປຼະເທສລາວແລະຢູ່ອ້ອມຂ້າງ
ປຼະເທສລາວຂນະນີ້. ແຕ່ເມື່ອເບິ່ງໃຫ້ໃກ້ໆແລ້ວກໍປຼາກົຕມີແວວວ່າ..ຜເດັຈກາຣຊ້ອນຮູປໃນບ້ານເມືອງລາວຂນະ
ນີໃກ້ຈະສູນພັນທ໌ເຕັມທີແລ້ວດ້ວຍພາວະແວດລ້ອມທາງສັງຄົມໂລກ ແຕ່ຄົງບໍ່ແມ່ນມາຈາກດາວເຄາະຫ໌ນ້ອຽພຸ້ງ
ເຂົ້າຕຳໂລກຫຼືເກີດຈາກລືກຊົນກັນເອງ..
  ເທົ່າທີ່ຈຳໄດ້ຈາກຕຳຣາເມື່ອ 65 ປີກ່ອນ ທີ່ວ່າມີດາວເຄາະຫ໌ນ້ອຍພຸ້ງຊົນໂລກຈຶ່ງເຮັດໃຫ້ພວກສັຕວ໌ໄດໂນເສົາຣ໌
ສູນພັນທ໌ໄປນັ້ນ..ແຕ່ມາບໍ່ເທົ່າໃດວັນມານີ້ນັກວິທຍາສາສຕຣ໌ກຸ່ມນຶ່ງໄດ້ເກີດຄວາມເຊື່ອວ່າ...ໃນຈັກຣວາລອັນກວ້າງ
ໃຫຍ່ໄພສາລນີ້ຈະມັກມີປຼາກົຕກາຣທີ່ດາວລືກຊົນກັນເອງແລ້ວເກີດກາຣຣະເບີດທຸກໆ 100 ປີຈຶ່ງກໍໃຫ້ເກີດຣັງສີ
ແກມມ່າທີ່ມີພລານຸພາບມະຫາສາລພຸ້ງເຂົ້າມາສູ່ຈັກຣວາລເຂັ່ນຂ້າມະນຸສຍ໌ ສັຕວ໌ແລະພືຊພັນທ໌ໃຫ້ໝົດໄປຈາກ
ໂລກ ເປັນກາຣເຮັດໃຫ້ຣະບອບຜເດັຈກາຣຕ່າງໆສູນພັນທ໌ໄປໂດຍທາງອ້ອມ.
   ເຣື້ອງດາວເຄາະຫ໌ນ້ອງພຸ້ງຊົນກັບໂລກຫຼືດາວລືກຊົນກັນມັນຈະຕ້ອງລໍກັນໄປນານອີກເປັນ 100 ປີຫຼືເປັນລ້ານປີ
ເລີຍມີຄົນຄິດຈະກຼະທຳກາຣເຮັດໃຫ້ຜເດັຈກາຣຕ໋າງໆສູນພັນທ໌ໄວຂຶ້ນ. ໂດຽທີ່ມີປຼາກົຕກາຣນ໌ໜ້າພິສວົງໃນເຫຕ
ກາຣນ໌ທີ່ກຳລັງເກີດຂຶ້ນໃນປຼະເທສສຍາມຂອງຄນະ"ນິຕິຣາສ"ຂອງອາຈາຣຍ໌ວໍຣະເຈຕ ສເນີແນວທາງທີ່ເຮັດໃຫ້
ພຶຕຕິກັມຊົ່ວຮ້າຍຂອງພວກຜເດັຈກາຣຂວາຈັດ"ຣະບອບຣາຊາທິປໄຕຍ"ສເນີແນວທາງເຮັດໃຫ້ກາຣປົກຄອງໃນ
ຣະຍອບຜເດັຈກາຣຣາຊາທິປໄຕຍເຫຼົ່ານີ້ລົ້ມຫາຍຕາຍຈາກປຼະຊາຊົນຊາວສຍາມອີກຕໍ່ໄປຫຼືຫາກກຸ່ມຄົນພວກນີ້
ຍັງບໍ່ຍອມຮັບກາຣປ່ຽນແປງຄັ້ງໃໝ່ ຍັງຝືນຕໍ່ເນື້ອນັຍຈິຕໃຈຂອງຊາວຊົນສຍາມຢູ່ກໍມີທາງດຽວຕ້ອງຮ່ວມໃຈກັນ
ລຸກຂຶ້ນທຳລາຍຣະບອບຜເດັຈກາຣຂວາຈັດໃຫ້ສູນພັນທ໌ໄປແລະພ້ອມກັນນີ້ຊາວຊົນລາວພາຍໃຕ້ກາຣກົດຂີ່ຂົ່ມ
ເຫງ ສປປ ລາວ ກໍຕ້ອງກຼະທຳກາຣເຊັ່ນດຽວກັບຊາວຊົນສຍາມເພື່ອກຳຈັດປັດເປົ່າໄພຍທີ່ເກີດຂຶ້ນກັບເຜົ່າພັນທ໌
ລາວຢ່າງໄວແລະພ້ອມພຽງກັນຖືເປັນກາຣທຳລາຍລ້າງພັຄກາຣເມືອງເຖື່ອນພັຄດຽວແລະກຸ່ມຄົນພຽງຍິບມືດຽວ
ປົກຄອງປຼະເທສລ້າງຜານທັງເຜົ່າພັນທ໌ແລະພຶຊພັນທ໌ທັນຍາຫາຣ.
   ສນັ້ນຈຶ່ງເວົ້າໄດ້ວ່າກຸ່ມຂາຍຊາຕິຂາຍແຜ່ນດິນທີ່ມັກອ້າງຕົນເອງເປັນຜູ່ວິເສສໃນສັງຄົມຊາຕິຂນະນີ້ກຳລັງຈະ
ຕາຍແລະສູນພັນທ໌ໄປຈາກໂລກມະນຸສຍ໌ເຊັ່ນດຽວກັບໄດໂນເສົາຣ໌ທີ່ຢ້ານກົວກາຣສູນພັນທ໌ນັ້ນເອງ.
                           ຂໍກະຕຸ້ນຈິຕໃຕ້ສຳນຶກກຸ່ມຫຼົງອຳນາຈໃນລາວທຸກສຫາຍ
                                                            ຈາກລາວນອກ.

No comments:

Post a Comment