Saturday, October 8, 2011

ພວກລາວເຮົາທຸກພາກສ່ວນບໍ່ວ່າໃນຫຼືນອກຄວນຕື່ນໂຕໃຫ້ໂລກ

ຕະກຸລສັກດິນາໝົດໄປແຕ່ປີ 1975 ໃນຂນະດຽວກັນຕະກຸລເທພເຈົ້າແຫ່ງລັດທິມາກຊິສ-ເລນິລນິສເຂົ້າມາແທນທີ່ໂດຍກາຣເປັນເຈົ້າກາຣ
ຂອງເຈົ້າແດງ ສຸພານຸວົງແລະຕະກຸລຂອງໄກສອນ ພົມວິຫາຣ ຊຶ່ງອາໃສເອົາກາຣປະຕິວັຕິມາບັງໜ້າສວຍໃຊ້ພັຄປະຕິວັຕິປະຊາຊົນລາວເປັນ
ຄັນຕລາບັຕຣ..ເພື່ອສ້າງຄວາມນາບຂູ່ ຂົ່ມເຫງແລະສ້າງຄວາມແຕກແຍກຄົນຊາຕິດຽວກັນຕຼອດຜ່ານມາ 35 ປີແລະອາໃສບັ້ງຕົວະຍົວະໄຈ້
ແຍກບໍ່ໃຫ້ເກີດຄວາມສາມັຄຄີພາຍໃນຊາຕິ ເພື່ອງ່າຍແກ່ກາຣປົກຄອງແລະງ່າຍແກ່ກາຣໂກງກິນຂອງຄນະພັຄຯ.
-ເຫຕກາຣຕ່າງໆທີ່ເກີດຂຶ້ນແລະກຳລັງເກີດຂຶ້ນໃນລາວປັຈຈຸບັນມີຄື:
ກ-.ຣະບົບກາຣສຶກສາຣະດັບຊາຕິພັຄ-ຣັຖບໍ່ໃຫ້ຄວາມສົນໃຈເທົ່າທີ່ຄວນທັງນີ້ກໍເພາະຄນະນຳພາຊາຕິບໍ່ມີຄວາມຮູ້ພຽງພໍ ພໍທີ່ຈະມີວິສັຍທັສ
ກວ້າງໄກແຕ່ບໍ່ໄດ້ໝາຍຄວາມວ່າໝົດທຸກຄົນ..ໃນນີ້ຜູ່ທີ່ມີຄວາມຣູ້ ມີຄຸນສົມບັຕິທີ່ຮຽນຈົບຈາກໂລກເສຣີກໍມີຫຼາຍຄົນ ແຕ່ພັຄ-ຣັຖບໍ່ຍອມ
ໃຫ້ຮັບຜິດຊອບເພາະກຸ່ມຜູ່ນຳທີ່ມີອຳນາຈເຕັມໃນຣັຖບາລບໍ່ມີຄວາມຮູ້ດ້ານທຶນນິຍົມ ຮູ້ແຕ່ຣະບົນສັງຄົມນິຍົມຈຶ່ງເຮັດໃຫ້ເກີດບັນຫາວົງຈອນ
ປິດໃນດ້ານກາຣບໍຣິຫາຣຈັດກາຣແລະຢ້ານຄວບຄຸມບໍ່ໄດ້ຫຼືຢ້ານຂາຍຂີ້ໜ້າຕົນທີ່ມີຣະດັບກາຣສຶກສາຕ່ຳໃນຂນະດຽວກັນກໍພຍາຍາມບໍ່ໃຫ້ໂອ
ກາສຊາວໜຸ່ມມີໂອກາສອອກໄປຮຽນປຼະເທສໂລກເສຣີເຊັ່ນ ໃນປຼະເທສຝຼ້ງເສສ,ອອສເຕຼເລັຽ,ສຫະຣັຖຯເປັນຕົ້ນ..ທີ່ພັຄ-ນິຍົມແລະສົ່ງເສິມ
ທີ່ສຸດນັ້ນຄື: ໄປຈີນແລະວຽຕນາມ. ທັງຯທີ່ສອງປຼະເທສນີ້ສົ່ງນັກສຶກສາອອກມາຮຽນປີນຶ່ງໆເປັນພັນໆຄົນມາຮຽນໂລກເສຣີສົງໃສວ່າ ມີປຼະ
ເທສນາຍເໜືອຫົວບໍ່ອະນຸຍາຕໃຫ້ມາ..ກຸ່ມຜູ່ນຳຜເດັຈກາຣລາວຍັງບໍ່ຍອມຣັບຍຸທສາສຕຣ໌ໃໝ່ຂອງໂລກຍຸຄໂລກາພິວັທນ໌ "ເປັນຂ້ອຍອາຍາ
ເປັນໝາອະເມຣິກາຈະດີກວ່າ"ເປັນໝາແກວແລະໝາຈີນ"ຣະວັງ ພວກສຫາຍຈະບໍ່ມີຊີ້ນຕິດກຼະດູກ"ເພາະທັງສອງປຼະເທສນີ້ກຳລັງແຫ້ນກິນ
ຊັພຍ໌ໃນດິນສິນໃນນ້ຳຂອງລາວຢູ່ຕຼອດມາ ຫາກສຫາຍຄິດພຽງວ່າ ຊາຕິຈິບຫາຍຊ່າງມັນຂໍໃຫ້ກູກິນອິ່ມກໍພໍ ກໍຊ່ອຍເຫຼືອບໍ່ໄດ້ ແຕ່ເວລາຊີ້ນ
ຢ໋າງອື່ນໝົດແລ້ວຣະວັງຊີ້ນພວກສຫາຍຈະພອຍໝົດໄປນຳ.
ຂ-.ຂນະດຽວກັນໃນສ່ວນເລິກໆຂອງກົງຈັກຣຣັຖຯຍັງມີ 4 ອຳນາຈມືດຄອຍຕິດຕາມຈັບຕາມມອງໃກ້ຊິດຢູ່ ຊຶ່ງໃນນີ້ມີ:
-ເຈົ້າກາຣໃຫຍ່ໂຕສຳຄັນມີ 3 ໂຕຄື:-ຈີນ-ວຽຕນາມທີ່ຝັງເລິກຢູ່ໃນວຽຕຯນີ້ມີຝຼັ່ງເສສທີ່ຍັງບໍ່ລົດລະໃນອິດທິພົລເດີມຊຶ່ງປະກົບວຽຕນາມ
ເອົາໄວ້ເພາະວຽຕນາມເປັນເມືອງຂຶ້ນຝຼັ່ງເດີມແລະໄທຽເປັນພຽງນັກສວຍໂອກາສ.ສ່ວນລາວແລະກັມພູຊາບໍ່ແມ່ນເມືອງຂຶ້ນຝຼັ່ງທັງສອງປຼະເທສນີເປັນພຽງປຼະເທສອານານິຄົມຕາມສັນຍາຝຼັ່ງເສສປີ 1919-1926
ແລະກາຣທີ່ຝຼັ່ງບໍ່ຍອມໜີເພາະເສັຽຜົບປຼະໂຍດໃນຍຸຄໂລກາພິວັທນ໌ບໍຣິເວນອິນໂດຈີນແຫ່ງນີ້ຈຶ່ງພຍາຍາມຂ້ອງແຂ່ງ ຂ້ອງຂາ
ອະເມຣິກາຂໍສ່ວນແຍ່ງໃນຂນະດຽວກັນກໍຫັນໄປຊຸກຍູ້ຈີນແຊກເຂົ້າມາຢ່າງລັບໆຈົນເຖິງປັຈຸບັນນີ້.
-ກຸ່ມຜເດັຈກາຣລາວ ຫົວເປັນແກວຄື:ສຫາຍຄຳໄຕ ສີພັນດອນ,ສຫາຍສະໝານ ວິຍະເກຕ,ສຫາຍສີສະຫວາດ ແກ້ວນບຸນພັນ
ສຫາຍທອງສີ ທັມມະວົງ,ສ່ວນສຫາຍຈູມມາລີ ໄຊຍະສອນກຳລັງຖືກຈີນຊື້.
ສ່ວນກຸ່ມສາຍຈີນຫົວໂຈກແລະໄທຍກໍຄື ສຫາຍສົມສະຫວາດ ເລັ່ງສວັດ,ສຫາຍຄຳອ້ວນ ບຸຜາ,ສຫາຍແຈ້ງ ໄຊຍວົງ.
ທັງນີ້ເພາະໄທຍຄືຈີນ ຈີນກໍຄືໄທຍນັ້ນເອງ.(ເທ່ົາທີ່ຊາບມາມີເທ່ົານີ້ ຫາກທ່ານໃດຮູ້ຕື່ມກາຣຸນາສົ່ງໄປໃຫ້ດ້ວຍຈະເປັນພຼະຄຸນຢ່າງ
ສູງເພ່ືອໃຫ້ຂໍ້ມູລສົມບູນກວ່ານີ້). ດັ່ງນັ້ນປຼະເທສລາວເກີດວິກົລທຸກວັນນີ້ກໍເພາະປັນຍາຊົນວິປຣິຕຈາກຣະບອບອຸປຖັມຂອງກຸ່ມກຳອຳ
ນາຈພັຄ-ຣັຖ.
ກາຣແກ້ໄຂບັນຫາທຸກຢ່າງຈະຕ້ອງເກີດຈາກຄວາມຕື່ນຕົວໃຫ້ທັນໂລກນັ້ນ ທຸກຄົນຕ້ອງມີສິດທິ ອິສຣະພາບ ມີປາກມີສຽງເທົ່າທຽມ
ກັນບໍ່ຄວນໄຈ້ແຍກ ບໍ່ຄວນຖືກຄວບຄຸມໂດຍມີພຽງຄົນກຸ່ມດຽວທີ່ມີອາພິສິດທິ. ປຼະເທສລາວຖືກຕ່າງຊາຕິຮຸກຮານຍ້ອນກຸ່ມກຳອຳນາຈ
ຣັຖຯຍອມຈຳນົນຕໍ່ເຂົາເພື່ອຫວັງຜົລປຼະໂຍດທັບຊ້ອນຕາມໂຄງກາຣຕ່າງໆຂອງສັມປະທານ..ສນັ້ນພວກເຮົາລາວທຸກຄົນຕ້ອງຮ່ວມມື
ກັນຂັບໄລ່ລັດທິອຸບາທນີ້ອອກໄປຈາກແຜ່ນດິນລາວ ບໍ່ດັ່ງນັ້ນຊັພຍ໌ໃນດິນສິນໃນນ້ຳຂອງຊາຕິໝົດແນ່ໆ.
ຂອບໃຈໂອກາສໜ້າພົບກັນອີກ.

No comments:

Post a Comment