Wednesday, October 12, 2011

ຕ້ອງກາຣຣະບອບປຼະຊາທິປໄຕຍ ຫຼືຍັງເຫັນດີໃນຣະບອບປຼະຊາທິປຕາຍປຼະຊາຊົນ???

ຜ່ານມາແລ້ວ 37 ປີບໍ່ມີຫັຽງກ້າວໜ້າເທົ່າທີ່ຄວນໃນກາຣປ່ຽນແປງແລະພັທນາຊາຕິ ຍ້ອນປັນຍາຊົນຈົນປັນຍາບໍ່ຍອມຮັບຄວາມເປັນຈິງຂອງ
ໂລກແຫ່ງຍຸຄ"ໂລກາພິວັທນ໌" ເມື່ອໃດປັນຍາຊົນລາວທັງໃນແລະນອກຍັງແຕກແຍກທາງແນວຄິດອຸດົມກາຣ ຊຶ່ງແຕ່ລະກຸ່ມຍັງສ້າງຄວາມຫວັງ
ລົມໆແລ້ງໆໃນຄວາມ"ຢາກ ໂລພະ ໂມຫະ"ເຫັນຜົລປຼະໂຍດພຽງສ່ວນກຸ່ມ ພວກພ້ອງດັ່ງທີ່ຜ່ານມາ..ແລະບໍ່ຈຳເປັນແລ່ນໃຕ້ແລ່ນເໜືອເສັຽ
ເງິນຄ່າເຄື່ອງບິນ ບິນຂ້າມທວີປໄປຈັດກອງປຼະຊຸມເພື່ອໂຄຊນາຕົນເອງວ່າເກ່ງກ້າສາມາດດອກ..ເພາະມັນໝົດຍຸຄສມັຍແລ້ວ ໃຜດີໃຜຊົ່ວໃຜ
ເປັນແນວໃດມັນຮູ້ກັນຈົນຮອດກົ້ນບຶ້ງແລ້ວ.
ທາງທີ່ດີຫາກຢາກຈັດໃຫ້ຈັດຢູ່ປຼະເທສໃຜມັນແລະຕິດແທດກັບປຼະເທສທີ່ອາໃສຢູ່ຈະດີກວ່າແລ້ວນຳເງິນຄ່າເຄື່ອງບິນເຫລົ່ານັ້ນໄວ້ໃຊ້ພາຍໃນ
ໃນຂນະດຽວກັນໃຊ້ວິທີປຼະສານຕິດຕໍ່ກັນທາງສື່ໂທຣສັພທ໌ຍອມຮັບກັນໃນວິຖີທາງປຼະຊາທິປໄຕຍຊຶ່ງໃນນີ້ຕ້ອງໃຫ້ເປັນມະຕິສຽງສ່ວນໃຫຍ່. ປຼະ
ຊາທິປໄຕຍກໍຄືສຽງສ່ວນໃຫຍ່ແລະຄົນໆນັ້ນຕ້ອງສັງຄົມຍອມຮັບຢ່າງບໍຣິສຸດແລະສັງຄົມນັ້ນຕ້ອງເປັນສັງຄົມເວທີປຼະຊາທະປໄຕຍທັງແຕ່ອະດິດ
ເຖິງປັຈຈຸບັນທີ່ຍອມຮັບກັນທົ່ວໄປແລະບໍ່ຈຳເປັນຕ້ອງແອບອ້າງເອົາຣະດັບຄວາມຮູ້ມາເປັນຫຼັກສູຕໃນຂັ້ນຕົ້ນນີ້ຄືສ້າງສູນຣວມນ້ຳໃຈຮັກຊາຕິ
ດັ່ງນັ້ນ
ໃຍປຼະກາສຕ່າງໆເອົາໄວ້ບັ້ນທ້າຍຫຼັງກາຣໄດ້ແນວທາງ ຈຸດຢືນແລະມີຍຸທສາສຕຣ໌ແນ່ນອນແລ້ວຈະດີກວ່າເພາະເວລາມັນບໍ່ລໍຖ້າ.
ທີ່ສຳຄັນຄື ແຍກມິຕຣ ແຍກສັຕຼູໃຫ້ອອກໂດຽອິງຕາມພຶ້ນຖານຄວາມຖືກຕ້ອງໃນສັງຄົມຂອງຣະບອບປຼະຊາທິປໄຕຍເພາະເຮົາຮູ້ກັນແລ້ວວ່າ
ໃນກາຣປົກຄອງລາວຂອງຣັຖບາລຫຸ່ນປັຈຈຸບັນພວກເຂົາໃຊ້ຣະບອບ"ວັທນະທັມອຸປຖັມຜູກຂາດ"ໂດຍອາໃສນະໂຍບາຍຂອງພັຄປະຕິວັຕິປຼະ
ຊາຊົນເປັນວິຖີກາຣປະຕິວັຕິແລະໃຊ້ທິສດີກາຣປະຕິວັຕິມາບັງຄັບໃນກາຣບໍຣິຫາຣຣັຖກາຣ ຊຶ່ງໃນຣັຖບາລຫຸ່ນຂນະນີ້ໄດ້ນຳເອົາຣະບຽບກາຣ
ແລະນະໂບາຍກາຣປະຕິວັຕິນັ້ນມາປົກຄອງປຼະເທສໂດຍພັຄກາຣເມືອງດຽວ ແລະຜູ່ແທນປຼະຊາຊົນທີ່ວ່ານັ້ນລ້ວນແຕ່ແມ່ນຄົນຂອງພັຄ-ຣັຖເປັນ
ຜູ່ແຕ່ງຕັ້ງແລະສເນີໜ້າໃຫ້ປຼະຊາຊົນເລືອກເອົາແລ້ວປຼະຊາຊົນຈະເລືອກຄົນໃຜອີກໄດ້ເພາະມີໃຫ້ເລືອກໄດ້ພຽງເທົ່ານີ້.
ດັ່ງນັ້ນຄຳວ່າ"ສະພາຜູ່ແທນຣາສດອນ"ນັ້ນຈຶ່ງບໍ່ສົມບູນຕາມຣະບອບປຼະຊາທິປໄຄຍດັ່ງສາກົລກຳນົດໄວ້ໃນກົຕຣະບຽບຂອງສຫະປຼະຊາ
ຊາຕິ ພວກເຮົາຈຶ່ງຈຳເປັນເອິ້ນວ່າ"ສະພາຕົບມືແຫ່ງຊາຕິ"(ຂນາດບໍ່ມີຝ່າຍຄ້າຍໃນຄນະຣັຖບາລ ກໍຍັງບໍຣິຫາຣບໍ່ເປັນແລະພັທນາປຼະເທສ
ໄປບໍ່ຮອດໃສ?). ດັ່ງນັ້ນຕ້ອງທຳກາຣປະຕິວັຕິວັທນະທັມໃໝ່ແລະທຳລາຍຣະບອບອຸປຖັມ"ອອກໄປຈາກສັງຄົມລາວໃຫ້ໄດ້.
ໃນເມື່ອຣັຖບາລຣວບ 3 ອຳນາຈຄື: ອຳນາຈ ບໍຣິຫາຣ-ອຳນາຈນິຕິບັນຍັຕແລະອຳນາຈຕຸລາກາຣມາຢູ່ໃນກົມກາຣເມືອງຂອງພັຄທັງ
ໝົດນັ້ນແຫລະຈຶ່ງເອີ້ນວ່າ"ອຳນາຈຜເດັຈກາຣ".
ອິງຕາມຍັຕິຫຼຶບັນຍັຕິສາກົລນັ້ນຄືອຳນາຈບໍຣິຫາຣເປັນອຳນາຈທີ່ມາຈາກຄວາມໄວ້ວາງໃຈຂອງປຼະຊາຊົນສ່ວນໃຫຍ່ໃຫ້ກັບນາຍົກຣັຖມົນຕຼີ
ແລະເປັນອຳນາຈທີ່ສູງສົ່ງເໜືອກວ່າທຸກອຳນາຈເພາະໂລກເສຣີປຼະຊາທິປໄຕຍຖືເອົາເອົານາຈບໍຣິຫາຣເປັນອຳນາຈຫຼັກ. ສ່ວນອຳນາຈນິຕິ
ບັນຍັຕິແມ່ນອຳນາຈທີ່ປຼະຊາຊົນເລືອກໃຫ້ເປັນຜູ່ຮ່າງແລະບັນຍັຕິກົຕໝາຍໄວ້ສຳລັບລົງໂທສຜູ່ຜິດໂດຍຜ່ານທາງສະພາຜູ່ແທນຣາສດອນ
ແລະຜູ່ແທນຣາສດອນທີ່ປຼະຊາຊົນເລືອກໃຫ້ເຂົ້າມາບັນຍັຕິແລະຮ່າງກົຕໝາຍໄວ້ປົກປ້ອງຊີວິຕກາຣເປັນຢູ່ຂອງແລະຮັບໃຊ້ເຂົາບໍ່ແມ່ນເອົາໄວ້
ໃສ່ໂທສແຕ່ປຼະຊາຊົນໝົດທຸກຄົນຕ້ອງໄດ້ຮັບໂທສຫາກຜິດຫຼືຣະເມີດກົຕໝາຍ.ສ່ວນອຳນາຈຕຸລາກາຣນັ້ນແຫລະເປັນຜູ່ຊີ້ຂາດຕາມກະບວນ
ກາຣຍຸຕິທັມ. ທັງສາມອຳນາຈນິ້ຕ້ອງຫ້າມກາຣແຊກແຊງຈາກກາຣເມືອງແລະກອງທັພໂດຍເດັຈກາຣ..ຂໍໃຫ້ເບິ່ງປຼະເທສໄທຍເປັນຕົວ
ຢ່າງທີ່ດີສຳລັບລາວໃນອະນາຄົຕ"ຢ່າໃຫ້ປຼະຊາຊົນຜິດຫວັງເດັດຂາດ".
ສ່ວນກົຕໝາຍຣັຖທັມນູນຖືເປັນກົຕໝາຍຫຼັກປົກຄອງປຼະເທສແລະເຣື້ອງຣະບົບສາລຕ້ອງປັບປ່ຽນໃຫ້ສອດຄ່ອງກັບສາລສາກົລຫາກພໍເປັນ
ໄປໄດ້ແລະຫຼິກເວັ້ນ ພວກເສັ້ນສາຍຫຼືກາຣຫາເງິນຂອງສາລຫຼຶກຸ່ມທີ່ອ້າງຕົນເອງວ່າ"ຈາສາລ-ຕຸລາກາຣ-ໄອຍກາຣ"ນັ້ນ ຄວນໃຊ້ຣະບົບ
ສາລແບບໃນສຫະຣັຖຯຫຼຶອັງກິສ ຄືໃຊ້ຣະບົບລູກຂຸນນັ້ນເອງ..ບໍ່ດັ່ງນັ້ນມັນຈະກາຍເປັນສາລເຈົ້າ ສາລພຼະພູມິດັ່ງທີ່ຜ່ານມາເໝືອນກັບຣະ
ບົບສາລໃນໂລກຜເດັຈກາຣ"ຊ້າຍຕົກຂອບ ຫຼື ຂວາຕົກຂອບ"ເມືອງລາວປຼະຊາຊົນລາວຈະບໍ່ມີໂອກາສໄດ້ຊິມຣົສຊາຕິປຼະຊາທິປໄຕຍອີກ
ຕໍ່ໄປ.
ຖ້າຢາກໃຫ້ປຼະເທສຊາຕິສງົບ ຢູ່ກັນຢ່າງເປັນສຸຂຢ່າງຖາວອນນັ້ນ ກົຕໝາຍຕ້ອງເປັນກົຕໝາຍ,ສະພາຕ້ອງເປັນສະພາຂອງປຼະຊາຊົນ
ໃຜຜິດຕ້ອງຖືກລົງໂທສ ບໍ່ມີຍົກເວັ້ນແມ້ແຕ່ຄົນໃນຕຳແໜ່ງສູງແລ້ວຈຶ່ງຖືໄດ້ວ່າ"ປຼະຊາຊົນເປັນໃຫຍ່ໃນແຜ່ນດິນ" ບໍ່ແມ່ນແບບທິສດີນ້ຳເຕົ້າ
ແບບທີ່ພັຄ-ຣັຖຫຸ່ນໃຊ້ກັນຢູ່ເວລານີ້"ບໍ່ແມ່ນປຼະຊາຊົນເປັນໃຫຍ່ ແຕ່ຫາກແມ່ນ ພັຄ-ຣັຖປະຕິວັຕິເປັນໃຫຍ່ໃນແຜ່ນດິນ.
ຂໍໃຫ້ພວກສຫາຍຣັຖບາລຫຸ່ນໄດ້ເຂົ້າໃຈວ່າ ເຖິງແມ່ນພວກສຫາຍບໍ່ຕ້ອງກາຣຢາກປະຕິຮູປປ່ຽນແປງຮັບສະພາບກາຣທີ່ຈະເກີດຂຶ້ນໃນໄວຯ
ນີ້ ສຫາຍບໍ່ຢາກປັຍປ່ຽນກໍຕ້ອງໄດ້ປ່ຽນ ສຫາຍຈະໃຫ້ສະພາບມາເຖິງກ່ອນນັ້ນຣະວັງມັນຈະສາຍເກີນແກ້ແລະຂໍໃຫ້ສະຫາຍຕີ່ຕາເບິ່ງກາຣປ່ຽນ
ແປງໃນພມ້າເປັນຫຼັກ..ຣະວັງກົງລໍ້ປຼະວັຕິສາສຕຣ໌ຈະຖອຍມາທັບຫົວພວກສຫາຍກໍແລ້ວກັນ.
ສ່ວນນັກວິຊາກາຣໜຸ່ມນ້ອງລາວຈົ່ງພາກັນຕື່ນຂຶ້ນໂດຍໄວແລ້ວລ້າງຕາໃຫ້ສວ່າງເບິ່ງກາຣໝູນວຽນຂອງໂລກຍຸຄໃໝ່..ຢ່າເຊື່ອຄວາມຂີ້ຕົວະ
ຂອງຣັຖບາລຫຸ່ນເພາະມັນເວົ້າຢ່າງນຶ່ງມັນເຮັດອີກຢ່າງນຶ່ງໂດຍອ້າງເອົາແຕ່ລັດທິບ້າບໍຄໍແຕກມາຂົ່ມລູກຫຼານ ລັດທິບ້າໆນີ້ມັນລ້າສມັຍແລ້ວ
ມັນພຽງເປັນກາຣແອບອ້າງຂົ່ມຂູ່ໄວ້ສື່ໆດອກ..ຫາກເປັນລັດທິມາກຊ໌-ເລນິລແທ້ໆຈະບໍ່ມີໂອກາສໄສ້ແຕກໂກງກິນໄດ້ເດັດຂາດ..ອັນນີ້ເຫັນ
ແລ້ວບໍ? ບ້ານໃຫຍ່ຈັກຫຼັງ-ຣົຖງາມຈັກຄັນ-ເງິນຝາກແບງກ໌ຕ່າງປຼະເທສເທົ່າໃດມີໃຜຮູ້? ບໍ່ວ່າເຈັກຫຼຶແກວ ມັນພຽງເອົາກາກ່ຽວຄ້ອນຕີມາ
ຂົ່ມໃຫ້ຢ້ານກົວແບບແຕ້ມຮູປເສືອໃຫ້ລິງຢ້ານເທົ່ານັ້ນເອງ.

ສິ່ງຂາດຕົກບົກຜ່ອງຕ້ອງຂໍອະໄພຍເພາະມືໃໝ່ແລະກໍຫາໃຊ້ຟອລ ຍູນິໂຄສໃໝ່ອາຈບໍ່ທັນຊຳນານ

ຈາກໃຈຈິງບໍ່ໄດ້ອິງນິຍາຍ!!
ພົມສີ່ໜ້າ

No comments:

Post a Comment