Saturday, October 29, 2011

ວ່າດ້ວຍສັຈທັມແລະທັມມາພິບາລນຳມາກຼະຕຸ້ນໃນຈິຕສຳນຶກໃນຣະບອບກາຣປົກຄອງຣັຖຯ

                              "ມວລມະນຸສມີ 2 ທາງເລືອກ"ຄື ດີກັບຊົ່ວມົ້ວໂລກີ.
-"ຄົນໂງ່ມັກໃຊ້ແຕ່ອຳນາຈ..ຄົນທີ່ສລາດມັກໃຊ້ແຕ່ປັນຍາ" ແນວທາງກາຣປ່ຽນແປງຣະບອບຄືແນວທາງທີ່ສາມາດ
ເຮັດໃຫ້ປຼະຊາຊົນທັງຊາຕິເປັນມະນຸສຍ໌ໄດ້ຢ່າງສົມບູນໃນຣະດັບສາກົລຕາມທັມມາພິບາລທີ່ມະນຸສຍ໌ທຸກເຜົ່າພັນທ໌
ຕ້ອງກາຣ.
   ສຖາບັນກາຣເມືອງທີ່ເປັນຜເດັຈກາຣບໍ່ວ່າຂວາຈັດ-ຊ້າຍຈັດຫຼືຂວາຕົກຂອບຖືເປັນໄພຍຮ້າຍແຮງຕໍ່ສັງຄົມລາວ
ແລະຕໍ່ຊີວິຕກາຣເປັນຢູ່ຂອງຊົນໃນຊາຕິທຸກເຜົ່າພັນທ໌..ຫາກຄົນໃນຊາຕິຫຼືກຸ່ມຜູ່ນຳພັຄ-ຣັຖໃດໆຮູ້ແລ້ວຕ່າວພະໂລ
ຖືໄດ້ວ່າເປັນກາຣຝືນຕໍ່ກົຕເກນຂອງມວລມະນຸສຍ໌. ນອກນັ້ນຍັງເປັນໄພຍຮ້າຍແຣງຕໍ່ຊັພພຍາກອນ ເປັນໄພຍຕໍ່ສິ່ງ
ແວດລ້ອມຂອງຊາຕິຕາມວາຣະໂອກາສຂອງກຸ່ມຜູ່ນຳທີ່ວາງຕົວຢູ່ບົນກອງທຸກຂ໌ຂອງຊົນໃນຊາຕິ..
  ຊັພຍ໌ໃນດິນສິນໃນນ້ຳຂອງຊາຕິແທນທີ່ຊົນໃນຊາຕິເປັນເຈົ້າຂອງຊັພຍ໌ສິນດັ່ງກ່າວ ແຕ່ກຸ່ມກຳອຳນາຈໃຊ້ອຳນາຈ
ໜ້າທີ່ໄປທຳທາຍຄ້າຂາຍຍັງບໍ່ພໍຍັງໄປດຶງເອົາຕ່າງຊາຕິເຂົ້າມາຂຸດກົ່ນໂດຍບໍ່ຄຳນຶງວ່າໃນອະນາຄົຕຫາກຊັພຍ໌ສິນ
ດັ່ງກ່າວໝົດແລ້ວຈະພາກັນຫາກິນແບບໃດ? ຢ່າເຫັນແກ່ກາຣແກ້ຜ້າເອົາໜ້າລອດ!!
  ໃນເມື່ອປຼະຊາຊົນຜູ່ເປັນເຈົ້າຂອງເປັນກຸ່ມຄົນສ່ວນໃຫຍ່ຂອງປຼະເທສບໍ່ມີເອກສິດທິຊົມໃຊ້ເປັນເຈົ້າຂອງແລ້ວເຫັນ
ວ່າ"ອຸດົມກາຣຫຼືຄຳພັງເພີຍຂອງພວກສຫາຍທີ່ປຼະຊາຊົນຕ້ອງເປັນໃຫຍ່ໃນແຜ່ນດິນ"ນັ້ນພວກສຫາຍຂິ້ຕົວະຫຼອກ
ລວງປຼະຊາຊົນ ດັ່ງນັ້ນໃນເມື່ອຄົນລາວທຸກຄົນເປັນເຈົ້າຂອງຢ່າງແທ້ຈິງແລ້ວ ຈຶ່ງເຫັນຄວນລຸກຂຶ້ນທັກທ້ວງແລະ
ທວງກັມສິດທິເອົາຄືນໄດ້ແລ້ວບໍ່ດັ່ງນັ້ນບັລດາທ່ານຈະບໍ່ມີແຜ່ນດິນຈະຢູ່ ບໍ່ມີອູ່ຈະນອນໃນພາຍພາຄໜ້າ.!!
  -ຢາກມີຄວາມກ້າວໜ້າທັນສມັຍທັນໂລກຄວນຄົບກັບບັນດິສ ຈຶ່ງໄດ້ປັນຍາ..ຫາກຢາກເປັນໝາໃຫ້ຄົບກັບພວກ
ໂຈຣຫຼືຄົນຂໍທານ..ພວກມະຫາອຳນາຈທີ່ຄວນຄົບນັ້ນໂລກຍຸຄໂລກພິວັຕນ໌ ກໍຄືອະເມຣິກາ ແມ້ແຕ່ແກວເອງນາຍ
ເໜືອຫົວພວກເອງກໍຍັງແລ່ນມາກອດຂາອະເມຣິກາ..ພວກພວກສຫາຍແລ່ນໄປດົມກົ້ນຈີນແດງກໍເທົ່າກັບໄປປຼະ
ກາສເປັນສັຕຼູຂອງສຫະຣັຖຯ-ຍູໂຣປໃນວາຣະອັນໃກ້ນີ້.
   ຫາກປຼະຊາຊົນບໍ່ມີໂອກາສເປັນເຈົ້າຕົນເອງ ເມື່ອນັ້ນໂອກາສທີ່ຊາຕິຈະພິນາຕຈິບຫາຍກໍມາຈໍ່ລູກກະດູກທັນທີ..
ຕົວຢ່າງປຼະເທສໄທຍຂນະນີ້..ຜົລປຼະໂຍຊນ໌ຂອງຊາຕິຕົກໃນຢູ່ມືກຸ່ມຄົນບໍ່ເທົ່າໃດຄົນ..ຂນະນີ້ກຸ່ມຄົນເຫຼົ່ານັ້ນກຳລັງ
ຈະເອວັງກາລະເຊັ່ນນີ້ແລ!!"ດຽວນີ້ຊາຕິຕ່າງໆກໍຫາເຂົ້າໃຈຕຳນານທີ່ວ່າ"ເປັນຂ້ອຍອາຍາ ເປັນໝາອະເມຣິກາຈະ
ດີກວ່າເປັນຂ້ອຍແກວ-ຈີນແລະໄທຍ.
                ອັນນີ້ເປັນຂໍ້ສະກິຈຈິຕໃຕ້ສຳນຶກທັງຂອງຜູ່ປົກຄອງຣັຖຯແລະຜູ່ຖືກປົກຄອງ"ພາຍໃຕ້ຄຳວ່າປຼະຊາຊົນ
ຕ້ອງເປັນໃຫຍ່ໃນແຜ່ນດິນ" ຫາກຕ້ອງກາຣຄວາມກ້າວໜ້າຂອງຊາຕິ ບໍ່ຕ້ອງກາຣໃຫ້ປຼະເທສຖອຍຫຼັງລົງເຫວ."
"ປິ້ນຫຼືປ່ຽນໄວເທົ່າໃດ ຍິ່ງປອດໄພຍ"ສຖານະກາຣນ໌ປ່ຽນວິຖີ ກໍຣະນີປ່ຽນແປງແນວຄິດ ປິດປາກປຼະຊາຊົນກໍຄືບໍ່
ມີກຼະຈົກສ່ອງໜ້າ..ຄົນກ້າໃນອັຕວິສັຍຄືຄົນໜ້າດ້ານ ຄ້ານຄວາມຄິດເຫັນເປັນອາຈິນ" ໃຜຈະເຊື່ອກໍ Thank you
ໃຜຈະບໍ່ເຊື່ອວ່າກໍ Thank you!!
                                             ໂດຍ Peter.P.Pathammavong


No comments:

Post a Comment