Friday, October 28, 2011

ກາຣບໍຣິຫາຣຈັດກາຣໃນຣັຖບາລຫຸ່ນດ້ອຍຄວາມຮູ້ແລະຂາດກາຣສຶກສາທີ່ມີຣະດັບ

ຂນະນີ້ພາສາຣາຊກາຣຣັຖຫຸ່ນລາວກຳລັງຈະໃຊ້ພາສາວຽຕມາແທນພາສາລາວດັ່ງຈະເຫັນໄດ້ຕາມປ້າຍໂຄຊນາໃນຕ່າງແຂວງຍົກເວັ້ນ
ໃນເທສບາລວຽງຈັນທຣ໌ຕາມຮ້ານຄ້າຈະມີພາສາວຽຕນາມໜ້າຕຼອດທຸກຮ້ານ ໝຳຊ້ຳມີຫຼາຍຄົນໃນຂະບວນກາຣລາວສ້າງຊາຕິທີ່ແຕ່ກ່ອນທີ່
ລືມຕົນເອງຫັນໄປເຊື່ອພັຄ-ຣັຖວ່າມີແຕ່ລາວເທົ່ານັ້ນຮັກກັນ..ແຕ່ນັ້ນເປັນພຽງຄາຣົມຄົມຄາຍຕາມທຶສດີກ່ອມລິງນອນ ທາຕຸແທ້ເມືອງລາວ
ຄືອານານິຄົມຂອງວຽຕນາມ ຊຶ່ງນັກວິຊາກາຣຕ່າງໆຂອງຄແນງກາຣນັ່ງບັນຊາໃຫ້ປຶກສາຢູ່ສຳນັກປຼະທານປຼະເທສແລະສຳນັກນາຍົກຣັຖມົນຕຼີ
ເພື່ອຊີ້ແນະໃຫ້ຣັຖບາລຫຸ່ນປະຕິບັຕິຕາມ.
ແມ້ແຕ່ເອກສາສເນີຂໍກາຣຊ່ອຍເຫຼືອກໍຕ້ອງແມ່ນໜ້າທີ່ທີ່ປຶກສາແກວເປັນຜູ່ຂຽນສເນີໃຫ້ເຫັນແຈ້ງຂນະນີ້ວ່າໃນກຸ່ມນີ້ມີສຫາຍນາມວິຍະເກຕ
ລູກຊາຍຂອງສຫາຍໝານ ວິຍະເກຕຄຸມກຼະຊວງອຸຕສາຫະກັມ ກາຣຄ້າ. ດັ່ງນັ້ນໄມ້ທີ່ຖືກກຸ່ມຕິດອາວຸທຍິງຖລົ່ມທັງຣົຖໄມ້ແລະທຫາຣແກວ
ຕາຍຢູ່ທາງໃຕ້ນັ້ນກໍຄືກາຣອະນຸຍາຕຈາກສຫາຍນາມທີ່ມີຫຸ້ນສ່ວນຣ່ວມກັບກອງທັພແກວນັ້ນເອງ.
ສ່ວນລູກສຫາຍໄກສອນ ພົມວິຫາຣແລະສຫາຍທອງວິນ ພົມວິຫາຣແລະສຫາຍແຈ້ງ ໄຊຍະວົງຣວມຫົວກັນສ້າງຣັຖວິສາຫະກິຈໂຣງ
ແຣມບໍຣິສັທຂາຍຣົຖ ຫໍກາຣຄ້າລາວ ກາຣບິນລາວຣວມທັງຕລາດຫຼັກຊັພຍ໌ທັງໝົດນີ້ຢູ່ພາຍໃຕ້ກາຣຄວບຄຸມຂອງຄົນກຸ່ມນີ້ທັງໝົດ ຊຶ່ງໃນ
ນີ້ຣວມເຖິງສຫາຍຄຳໄຕ ສີພັນດອນດ້ວຍຊຶ່ງນອກຈາກຜູກຂາດກາຣຄ້າກາເຟກາດາວແດງ.
ກາຣຂາດດຸລກາຣຄ້າຂອງຣັຖຯຫຸ່ນເກີດຈາກສັ່ງສິນຄ້າເຂົ້າຫຼາຍກວ່າສິນຄ້າຂາອອກແລະແດກກັນທັງອອກທັງເຂົ້າເຊັ່ນຊ່ວງຫ້າປີຜ່ານ
ມາລາວຂາດດຸນກາຣຄ້າເຖິງ $1,700ແລະຂນະນີ້ໄດ້ເພີ້ມສູງຂຶ້ນອີກ 48%ພຽງໄລຍະຫ່າງກັນ 6 ເດືອນຂອງແຜນກາຣແຣກ.ຂນະນີ້
ກາຣສັ່ງສິນຄ້າສົ່ງອອກມີພຽງມູລຄ່າ 836 ລ້ານດອລລາ 86% ແຕ່ກາຣນຳເຂົ້າສິນຄ້າຕ່າງໆຈາກຕ່າງປຼະເທສມີມວລຣວມເຖິງ $1047 ລ້ານດອລລາ ເທົ່າກັບ 83% ຕຼອດທັງປີ ດັ່ງນັ້ນໃນປັຈຈຸບັນລາວຈຶ່ງຂາດດຸລກາຣຄ້າກັບຕ່າງປຼະເທສເຖິງ $211 ລ້ານດອລລາ.
ເມືອງລາວຂາດນັກວິຊາກາຣຍ້ອນພັຄ-ຣັຖບໍ່ສົນໃຈກັບຊັພພຍາກອນມະນຸສຍ໌ ນັກຮຽນນັກສຶກສາສຳເຣັຈອອກມາບໍ່ມີງານທຳຕາມຄຳບັນຊາ
ຂອງສຫາຍແກວເຈົ້າອານານິຄົມ. ແຕ່ສຫາຍພັຄ-ຣັຖຕົວະປຼະຊາຊົນລາວວ່າແກວມາຊ່ອຍສ້າງສາພັທນາປຼະເທສ.
ກາຣພັທນາປຼະເທສຂອງວຽຕນາມສ່ວນໃຫຍ່ອາໃສວັຖຖຸດິບຈາກລາວໂດຍທີ່ວຽຕນາມບໍ່ຕ້ອງຂຸດກົ່ນຊັພຍາກອນຂອງຕົນເອງ ກາຣແກ້
ໄຂບັນຫາວິກຣິຕດັ່ງກ່າວບໍ່ຍາກຫາກກຸ່ມຂາຍຊາຕິຕ້ອງກາຣຈະແກ້ພຽງປຼະກາສໂຮມລາວເປີດກວ້າງໃຫ້ລາວຢູ່ຕ່າງປຼະເທສເຂົ້າຮ່ວມໃນກາຣ
ແກ້ໄຂ ຫາກຍັງກີດກັ້ນເປັນລາວນອກລາວໃນຢູ່ເຊີນໂລດ..ລາວຢູ່ຕ່າງປຼະເທສຊ້ຳພັດວ່າຕ່າງດ້າວ ບາດວ່າເຈັກແກວ-ຈີນຢູ່ເຕັມປຼະ
ເທສຊ້ຳພັດວ່າຄົນລາວ..?ບໍ່ຮູ້ວ່າມັນໂງ່ຈ້າຫຼືວ່າມັນຜູກຂາດກາຣຣັກຊາຕິພຽງພັຄໂທນກັນແນ່??

ນີ້ແຫຼະທາຕແທ້ຂອງກຸ່ມຫົວໂຈກລູກແຫຼ້ງຕີນມືແກວ..ໂລກກຳລັງຈະມີກາຣປ່ຽນແປງຄັ້ງໃຫຍ່ ພູມິພາຄເອເຊັຽຕະວັນອອກສຽງ
ໃຕ້ຈະກາຍເປັນສຫະພາບເອເຊັຽຕະວັນອອກສຽງໃຕ້ ກຸ່ມຜູ່ນຳປຼະເທສໃດກືກຄວາມຮູ້ຈະກາຍເປັນເສສປະຕິກູລຂອງປຼະເທສທີ່ສລາດ!!

ໂດຍລາວນອກຜູ່ຫວັງດີ

No comments:

Post a Comment