Saturday, October 8, 2011

ປຼະຊາທິປະໄຕຍໃນທົ່ວໂລກໄດ້ມາດ້ວຍກາຣເສັຽສລະ

ດັ່ງຈະເຫັນໄດ້ວ່າຂນະນີ້ໃນແຖບອັຟຣິກາເໜືອແລະໂລກອາຣັຟທີ່ມີກາຣຕໍ່ສູ້ກັນໃນຂນະນີ້ກໍເພາະປຼະຊາຊົນຕ້ອງກາຣປຼະຊາທິປໄຕຍຊຶ່ງ
ພວກເຂົາອົດທົນຕໍ່ກາຣກົດຂິ່ຂົ່ມເຫງຈາກພາກຣັຖບໍ່ໄຫວຈຶ່ງເກີດກາຣປະຕິວັຕິວັທນະທັມກັນຄັ້ງໃຫຍ່ລາມໄປທົ່ວພູມິພາຄແລະກຳລັງກໍ່ຕົວລົງສູ່
ພູມິພາຄເອເຊັຽທັງເອເຊັຽໃຕ້ແລະອາເຊັຽຕະວັນອອກເໝືອນກັບພາຍຸກຳລັງກໍ່ຕົວຢູ່ຂນະນີ້..ສຳລັບເອເຊັຽມີນັກປະຕິວັຕິສາກົລເອີ້ນວ່າ"ປະຕິ
ວັຕິດອກມະລິສ່ວນເອເຊັຽໃຕ້ ເອິ້ນວ່າ"ປະຕິວັຕິດອກຈຳປາ".
ປຼະຊາທິປະໄຕຍກ່ອນຈະໄດ້ມາບາງປຼະເທສຕ້ອງເສັຽເລືອດເນື້ອດັ່ງທີ່ບັລດາທ່ານໄດ້ຊາບຂ່າວໃນໜັງສືພິມແລະໂທຣະທັສຢູ່ຂນະນີ້ກໍຄືປຼະ
ເທສລີເບັຽ-ຊີເຣັຽແລະປຼະເທສໃກ້ຄຽງ ຊຶ່ງເຣິ້ມຕົ້ນຈາກອິ່ຍິບແລະຂນະນີ້ທີ່ປຼະຊາຊົນສູ້ຫົວຂາດຄາແລະຊນະກຸ່ມຜເດັຈກາຣກຳອຳນາຈໄປແລ້ວ
ຄື ອິ່ຍິບແລະລີເບັຽຍ້ອນກາຣລວມພລັງຂັບໄລ່ໂດຍປຼະຊາຊົນເພຶ່ອປຼະຊາຊົນບໍ່ດັ່ງນັ້ນປຼະຊາຊົນຈະເປັນໃຫຍ່ໃນແຜ່ນດິນບໍ່ໄດ້..ກຸ່ມຄອມມິວນິສ
ມັກແອບອ້າງຢູ່ສເມີວ່າ"ປຼະຊາຊົນຕ້ອງເປັນໃຫຍ່ໃນແຜ່ນດິນ"ແຕ່ຫຼັງຈາກພວກເຂົາຊນະແລ້ວກັບປຼະກາສວ່າເຂົາຊນະ"ບໍ່ແມ່ນປຼະຊາຊົນຊນະ
ຫຼັງຂຶ້ນກຳອຳນາຈແລ້ວ.ຄຳວ່າ"ປຼະຊາຊົນເປັນເຈົ້າຕາມຄຳເວົ້າເຂົາມັນກັບຕົງຂ້າມ" ບໍ່ແມ່ນປຼະຊາຊົນຊຶ່ງຖືເປັນຄວາມເວົ້າຫຼອກໝູນໃຊ້ເພື່ອ
ກາຣຮ່ວມມືຂອງປຼະຊາຊົນເທົ່ານັນບໍ່ວ່າໃນປຼະເທສວຽຕນາມ-ຈີນ-ລາວເປັນຕົວຢ່າງໃຫ້ເຫັນສນັ້ນຢ່າຫຼົງກົລພວກມັນຕໍ່ໄປອີກພວກທ່ານຈະກາຍ
ໄປເປັນຕົວ"ລໍຫຼືຕົວລາ"ໃຫ້ພວກກຸ່ມຜເດັຈກາຣຂິ່ຄໍຕໍ່ໄປບໍ່ມີວັນສິ້ນສຸດ.
ກົຕແຫ່ງກັມມາເຖິງພວກເຂົາແລ້ວໃນໄວໆນີ້ ເຖິງພວກເຂົາບໍ່ຕ້ອງກາຣປ່ຽນຣະບອບຜເດັຈກາຣແຕ່ເວລານີ້ພວກເຂົາຕົກຢູ່ໃນພາວະທີ່
ຖືກບັງຄັບຢ່າງຮອບດ້ານແລະພວກເຂົາມັກກ່າວວ່າ"ກົງຈັກຣບໍ່ໝູນຄືນຫຼັງແຕ່ເກີດສະພາບບັງຄັບ"ກົງຈັກຣທີ່ວ່າຈຶ່ງເກີດຖອຍຫຼັງ ຂຶ້ນພູສູງໆບໍ່
ໄດ້ເພາະຄຶ້ນປຼະຊາທິປໄຕຍແລະສິດທິມະນຸສຊົນມາແຮງເກີນກວ່າກຳລັງຈະຕ້ານທານໄຫວແມ້ແຕ່ກຸ່ມນາຍເໜືອຫົວຂອງພວກເຂົາ: ຈີນ-ວຽຕ
ນາມໃນຂນະນີ້ປຼະຊາຊົນທັງສອງປຼະເທສກຳລັງນັບຖອບຫຼັງເພາະມັນເກີດພາວະວິສັຍນັ້ນເອງ.
ເຖິງຢ່າງໃດກໍຕາມເຖິງແມ່ນປຼະຊາຊົນລາວຈະກືກໜັງສືກາຍເຄິ່ງປຼະເທສ ແຕ່ໃນຍຸຄໂລກາພິວັທນ໌ນີ້ສື່ສາຣມວລຊົນມີຄວາມກ້າວໜ້າ
ທີ່ສຸດເພາະຍຸຄນີ້ເຊຶ່ອວ່າທຶນນິຍົມກ້າວໜ້າເພາະ ປາກກິນແຊບ ຕາສວ່າງ ຫູໄດ້ຟັງອັນມ່ວນໆ ດັງໄດ້ດົມກິ່ນຫອມໆແລ້ວເຊື່ອວ່າກຸ່ມຜເດັຈ
ອຳນາຈນິຍົມບໍ່ສາມາດຄວບຄຸມໄດ້ ແມ້ແຕ່ລູກຫຼານພວກເຂົາເອງກໍຍັງບໍ່ຕ້ອງກາຣໃນລັດທິບ້າບໍຄໍແຕກອັນນີ້ ນອກຈາກນັ້ນບັລດານັກຮຽນ
ນັກສຶກສາແລະຂ້າຣາຊກາຣຜູ່ຢູ່ໃນຖານະຕ່ຳຕ້ອຍແຫ້ນແຕ່ກະດູກຄົງເຫັນກັບຕາແລ້ວວ່າພວກຕົນເອງຖືກຫຼອກແລະຕົວະຕົ້ມຜ່ານມາແລ້ວສາມ
ສິບກວ່າບໍ່ມີຫັຽງດີຂຶ້ນ ຜູ່ຢູ່ສຸຂສະບາຍມີເຮືອນຊານງາມໆເມັຽນ້ອຽຫ້ອຍເມັຽປາຽລ້ວນແຕ່ກຸ່ມຄົນຍິບມືດຽວເທົ່ານັ້ນອາໃສແຕ່ຄວາມໂຄສນາຊວນ
ເຊື່ອຈາກກະບອກສຽງໄປວັນໆ..ແມ້ແຕ່ພາສີຣາຍໄດ້ຍັງບໍ່ເຄິຍເສັຽເຂົ້າຣັຖ ປາບກັນບໍ່ໄດ້ເພາະໄກ່ເຫັນຕິນງູ ງູເຫັນນົມໄກ່ ຈົນເຖິງຂັ້ນໃຫ້
ຈີນເຂົ້າມາປາບປາມຊ່ອຍ ຊຶ່ງວຽຕນາມຖືວ່າຈີນມາຕົບໜ້າຕົນຈົນເກີດເສິກແບ້ເມື່ອບໍ່ນານມານີ້ເຖິງຂັ້ນຣັຖມົນຕຼີປ້ອງກັນປຼະເທສວຽຕນາມບິນ
ດ່ວນມາລາວພົບກັບນາຍພົລ ດວງໃຈໄພຈິຕ ຊຶ່ງວຽຕນາມບໍ່ພໍໃຈພຶຕຕິກັມສຫາຍຈູມມະລີ ໄຊຍະສອນ ໂດຍກ່ອນໜ້ານັ້ນວຽຕນາມໄດ້ສັ່ງ
ໃຫ້ສຫາຍຈູມມະລີໄປພົບກ່ອນບິນໄປຈີນແຕ່ທຸກຄັ້ງໃດກ່ອນໄປຕ່າງປຼະເທສກຸ່ມຜູ່ນຳຜເດັຈກາຣລາວຕ້ອງໄປເອົາຄຳແນະນຳຈາກແກວກ່ອນ
ທຸກໆຄັ້ງ..ແຕ່ໃນຄັ້ງເມື່ອກີ້ນີ້ກ່ອນໄປຈີນແລະເກົາຫຼິເໜືອນັ້ນສຫາຍຈູມມະລີ ປຼະທານປຼະເທສແລະເລຂາທິກາຣພັຄຄອມຯລາວບໍ່ຍອມໄປ
ແມ້ກຼະທັງກາຣມາປຼະຊຸມຖແລງກາຣໃນສຫະປຼະຊາຊາຕິກໍບໍ່ມາຮ່ວມ ປ່ອຍໃຫ້ແຕ່ສຫາຍທອງລຸນ ສີສຸລິດຣັຖມົນຕຼີຕ່າງປຼະເມສກັບຄນະສອງ
ສາມຄົນມາຮ່ວມ ອັນນີກໍສະແດງວ່າຜູ່ນຳປຼະເທສລາວບໍ່ໃຫ້ກຽຕິແກ່ອົງກາຣສຫະປຼະຊາຊາຕິ.
ດັ່ງນັ້ນຈຶ່ງມີຂ່າວຊອດອອກມາວ່າຣັຖມົນຕຼີປ້ອງກັນປຼະເທສວຽຕນາມໄດ້ສັ່ງໃຫ້ຖອດອາວຸທຈາກກອງກຳລັງປຼະເທສລາວໃຫ້ເອົາເຂົ້າສາງ
ຄົງເຫຼືອໄວ້ປ້ອງກັນຕົນເອງພຽງພັນກວ່າກຼະບອກພ້ອມກຼະສຸນຄົນນຶ່ງໆບໍ່ເກີນຫ້າສິບລູກ.ໃນເຣື້ອງນີເຮັດໃຫ້ເກີດຄວາມບໍ່ພໍໃຈໃນກຸ່ມກອງທັພ
ລາວທີ່ວຽຕນາມໄດ້ກຼະທຳຕໍ່ກອງທັພປົດປ່ອຍລາວແລະສາເຫຕອື່ນທີ່ຜສົມໂຣງເຂົ້າມາໃສ່ນັ້ນຕາມກຼະແສນຶ່ງບອກວ່າສາເຫຕທີ່ສຳຄັນນັ້ນເກີດ
ຈາກກາຣດັກສກັດຍິງຣົຖຂົນໄມ້ຂອງແກວທີ່ດົງບໍຣິເວນເຮັດໃຫ້ຣົຖໄມ້ແກວຖືກທຳລາຍເຖິງສິບຫ້າຄັນໃນຈຳນວນຫ້າສິບຄັນແລະທຫາຣແກວ
ຖືກຍິງຕາຍຢ່າງນ້ອຍບໍ່ຕ່ຳກວ່າສາມສິບເຈັບອີກຫຼາຍສິບຄົນ ອັນນີ້ຄືຂ່າວທີ່ຢືນຢັນຈາກແຫຼ່ງຂ່າວພາຍໃນເອງ.
ສ່ວນທາງດ້ານບໍ່ແຕນແກ່ນທ້າວກອງທັພປຼະຊາຊົນຈີນທີ່ຂົນເຂົ້າມາໂດຍອ້າງວ່າເປັນກັມມະກອນຈີນຈຳນວນຫ້າສິບພັນຄົນນັ້ນໄດ້ເກີດເຫຕ
ຄວາມບໍ່ພໍໃຈຕໍ່ພຶຕຕິກັມຈີນເຖື່ອນເຫຼົ່ານີ້ໂດຍສເພາະບໍຣິເວນຕລາດກາຣຄ້າແລະສຖານທີ່ກາຊິໂນ ຊຶ່ງຈີນບໍ່ຍອມໃຫ້ຊາວລາວເຂົ້າໄປຄ້າຂາຍ
ແລະກຳລັງຈີນພວກນີ້ເຂົ້າມາລາວໂດຍບໍ່ມີໃບຜ່ານຕ.ມ.ເພາະຈິນໃຊ້ເອກສິດທິເໜືອຄົນລາວເໝືອນກັບແກວໃນເຂຕພາຄໃຕ້ຂອງລາວ.
ຈິນຄຸມລາວດ້ວຍອຳນາຈກາຣເງິນໂດຍຊື້ກຸ່ມກຳອຳນາຈຣັຖແລ້ວສ້າງສັນຍາກາຣຊ່ອຍເຫຼືອເພື່ອຜູກຄໍມັດສອກກົງຈັກຣພັຄ-ຣັຖ.ສ່ວນແກວ
ເຂົ້າມາກຸມອຳນາຈໃນລາວຍ້ອນສັນຍາມິຕຣພາບແລະສັນຍາຮ່ວມຣົບປຸ້ນອຳນາຈປຼະຊາຊົນລາວທາງກາຣທະຫາຣ. ໃນບາທກ້າວແຣກນັ້ນ
ທຳຕາມດ້ວຍດີ ພໍໄດ້ໂອກາສອັນປຼະກອບກັບຢ້ານກາຣຕໍ່ສູ້ແລະປ່ຽນແປງໃນລາວແລະຢ້ານກາຣຕໍ່ສູ້ຂອງປຼະຊາຊົນລາວແກວຮູ້ຈຸດອ່ອນຈຶ່ງ
ສ້າງສຖານະກາຣຂຶ້ນໃນລາວວ່າກຸ່ມຕໍ່ຕ້ານລາວນອກເຄື່ອນໄຫວນີ້ເອງເຊັ່ນກຸ່ມນາຍພົລວັງປາວເປັນຕົ້ນຢ້ານຕົກອຳນາຈຈຶ່ງເຮັດໃຫ້ກຸ່ມລາວ
ຮຽກຣ້ອງດຶງໃຫ້ແກວເອົາກຳລັງທຫາຣໄວ້ໃນລາວ ທັ້ງທີ່ສຫະຣັຖຯເຄີຍເຕືອນແກວແລ້ວວ່າປ່ອຍໃຫ້ລາວເວົ້າກັນເອງຊຶ່ງພວກທ່ານຄົງຊາບ
ຂ່າວດີເມື່ອປີທີ່ຜ່ານມາມີຫຼາຍພາກສ່ວນຂອງກຸ່ມກຳອຳນາຈໃນລາວພວກທີ່ຫົວຊາຕິນິຍົມພາກັນເຄື່ອນໄຫວອອກມາຕ່າງປຼະເທສຊອກຫາຂະ
ບວນກາຣຕໍ່ສູ້ແຕ່ວາສນາບໍ່ເຖິງແລະຕາບອດຍ້ອນເຊື່ອນັກສືບສອດແນມທີ່ຢູ່ຕ່າງປຼະເທສລາຍງານຂ່າວຈຶ່ງພົບແຕ່ກຸ່ມຕໍ່ສູ້ແຕ່ປາກແລະຊອກ
ຮູ້ບໍ່ເຖິງຈຶ່ງພົບແຕ່ກຸ່ມສວຍໂອກາສແລະກຸ່ມສູ້ແຕ່ປາກຈົນເທົ່າທຸກວັນນີ້. ຈິນຄຸມລາວໄດ້ກຸ່ມກຳອຳນາຈລາວຖືກຊື້ຈ້າງແລະແກວບໍ່ຍອມຖອນ
ທຫາຣຈາກລາວຍ້ອນສັນຍາມິຕຣພາບລາວວຽຕ ແລະບັງຄັບຣັຖບາລຫຸ່ນທາງອ້ອມຍ້ອນພາສາທາງກົຄໝາຍລາວບໍ່ມີ ມີແຕ່ພາສາຕລາດ
ພ້ອມທັງແກວຍັງຂົນເອົາວັຖຖຸດິບໄປປ້ອນໂຮງງານແກວຍັງບໍ່ທັນພໍ.
ກຸ່ມຕໍ່ສູ້ແທ້ໆມີແນ່ນອນແຕ່ຍາກທີ່ຈະຄົ້ນພົບ ຫາກເມື່ອໃດກຸ່ມຜູ່ຢາກປ່ຽນແປງຍັງເຊື່ອພວກເສສເຫຼືອນັກປ່ອຍຂ່າວພວກສວຍໂອກາສນີ້
ຢູ່ຣັບຣອງວ່າບໍ່ເຫັນແນ່ນອນ..ພວກນັກຕໍ່ສູ້ທີ່ເປັນຈິງນີ້ຈະບໍ່ປຼາກົຕຕົວໃຫ້ເຫັນຈົນກວ່າສະພາບອຳນວຍຕໍ່ກາຣປ່ຽນແປງເກີດຂຶ້ນໃນພູມິພາຄ
ເອເຊັຽຕະວັນອອກສຽງໃຕ້ແລະສາມາດພິສູຈນ໌ໄດ້ວ່າກຸ່ມຊາຕິນິຍົມລາວພາຍໃນສ້າງຄວາມເຊື່ອຖືໄວ້ວາງໃຈໄດ້ນັ້ນແຫຼະເຈົ້າຂອງບ້ານຜູ່ໃຫ້
ຄວາມເຊື່ອຖືແລະຮັບຣອງນັ້ນຈຶ່ງຈະສັ່ງປຼາກົຕຕົວໃຫ້ສັງຄົມລາວໄດ້ຊາບຢ່າງເປີດເຜີຍ.
ຣະບອບຄືບັນຖັດຖານກາຣຈັດຣະບົບກາຣບໍຣິຫາຣຈັດກາຣກາຣປົກຄອງປຼະເທສສນັ້ນຕ້ອງປ່ຽນວັທນະທັມຈາກຣະບົບທາສວັທນະທັມທາສ
ວັທນະທັມອຸປຖັມໃຫ້ມາເປັນວັທນະທັມປຼະຊາທິປໄຕຍຊາຕິແລະປຼະຊາຊົນຈຶ່ງຈະຢູ່ຮ່ວມກັນໄດ້ຢ່າງສັນຕິແລະມີກາຣເຊື່ອຖືຄ້ຳປຼະກັນຈາກນານາ
ປຼະເທສທ່ົວໂລກໄດ້ ແຕ່ຫາກເມື່ອໃດຍັງໃຊ້ຣະບົບອຸປຖັມແບບຂ້າທາສຢູ່ເມ່ືອກາຣຕໍ່ສູ້ທາງຊົນຊັ້ນແລະປົດປ່ອຍຕົນເອງຍ່ຶມຕ້ອງເກີດຂຶ້ນ
ຢ່າງບໍ່ຕ້ອງສົງໃສ.
ຂໍໃຫ້ປຼະຊາຊົນລາວຈົ່ງຈເຣີນ ພັຄ-ຣັຖຜເດັຈກາຣຈົ່ງຈິບຫາຍໆໆແຜ່ນດິນລ້ານຊ້າງຈຶ່ງຈະສູງຂຶ້ນ!!

No comments:

Post a Comment