Friday, October 28, 2011

ກຸ່ມຜເດັຈກາຣຣັຖບາລຫຸ່ນລາວປັຈຸບັນສ້າງວັທນະທັມໃໝ່ໃຫ້ກັບຊາວລາວລຸ້ນໃໝ່ໆ

 -ວັທນະທັມໃໝ່ພວກເຂົາສ້າງຂຶ້ນມາໃໝ່ນີ້ໄດ້ທຳລາຍວັທນະທັມເກົ່າແກ່ທີ່ບັນພຼະບຸຣຸສລາວມອບໃຫ້ໄວ້ກັບຊາຕິລາວ
ມານັ້ນໄດ້ຖືກທຳລາຍມ້າງເພຈົນແທບບໍ່ເຫຼືອເຊັ່ນວັທນະທັມລາວເກົ່າສ້າງໃຫ້ຄົນລາວເປັນຄົນຊື່ສັຈສຸຈຣິຈ ມຸທຸອ່ອນ
ຫວານນອບນ້ອມຖ່ອມຕົນປຼະຫຍັດຮັດແກ່ນ ບໍ່ລັກຊົກຈົກຮໍ່ ຈົນນານາຊາຕິບັນທຶກໄວ້ວ່າຄົນລາວເປັນຄົນຊື່ສຸຈຣິຈ
ຄວນແກ່ກາຣເຄົາຣົພນັບຖືໃນວັທນະທັມລາວ.
  ຫຼັງຈາກກຸ່ມຣັຖບາລຫຸ່ນແກວຂຶ້ນກຳອຳນາຈຫຼືປຸ້ນອຳນາຈໄປຈາກປຼະຊາຊົນລາວແລ້ວສ້າງຕັ້ງຣະບອບໃໝ່ຂຶ້ນແທນ
ພ້ອມກັບສ້າງຕັ້ງວັທນະທັມໃໝ່ນັບແຕ່ວັນທີ 2ທັນວາ 1975 ເປັນຕົ້ນມາບໍ່ວ່າດ້ານໃດໆເຊ່ັນຮີຕຄອງປຼະເພນີຕ່າງໆ
ກໍປ່ຽນແປງໄປຄົນບໍ່ເຄີຍຂີ້ລັກ ຂີ້ຕົວະ ຂີ້ສໍ້ຂີ້ໂກງຫຼືຄວາມຮັກແພງໃນຄນະເຄືອຍາຕິໃຫ້ກຽຕິນັບຖືຊຶ່ງກັນແລະກັນແຕ່
ມາຫຼັງຈາກນັ້ນມາປຼາກົຕກາຣທີ່ວ່າພີ່ນ້ອງເກີດເປັນຄົນຂິ້ສໍ້ຂີ້ໂກງແລ້ວຂ້າກັນເອງຍ້ອນຢ້ານກັນລື່ນດັ່ງມີຂ່າວປຼາກົຕ
ໃນສະພາກາເຟແລ້ວແພ່ກຼະຈາຍເຖິງລາວໃນຕ່າງປຼະເທສດ້ວຍວິທີກາຣຕ່າງໆນາໆ.    ອັນນີ້ສໍ່ໃຫ້ເຫັນເຖິງຄວາມ
ເສື່ອມທີ່ທາງພັຄ-ຣັຖຫຸ່ນຖ່າຍທອດໃຫ້ກັບປຼະຊາຊົນຄົນລຸ້ນໃໝ່.
  -ອີກຢ່າງນຶ່ງກໍຄືສຖາບັນກາຣສຶກສາລຸ້ນຣະບອບໃໝ່..ຈະຂໍກ່າວສເພາະຣະດັບມັທຍົມສຶກສາ ໃຜຜູ່ໃດຈະເສັງຂຶ້ນ
ໃນຣະມັທຍົມສຶກສາຕ້ອງຈ່າຍຫົວລະ $2000 ເວລາເສັງຂຶ້ນຫ້ອງຈ່າຍອີກ $1000 ພໍຂຶ້ນເຖິງອຸດົມສຶກສາຈ່າຍອີກ
$2000 ແລະເວລາເສັງອອກຕ້ອງຈ່າຍແພງເຖິງ  $5000 ຂຶ້ນໄປບໍ່ດັ່ງນັ້ນຕ້ອງຖືກແຊ່ໄວ້ ຍົກເວັ້ນລູກຫຼານພັຄ-ຣັຖ
ທີ່ບໍ່ຕ້ອງຈ່າຍ..ອັນນີ້ຄືສະພາບຄວາມຈິງ. ດັ່ງນັ້ນເຍົາວະຊົນລາວຈຶ່ງເສັຽຜູ່ເສັຽຄົນ ຫາກເປັນວັຍລຸ້ນຍິງຈຳເປັນຕ້ອງ
ຫາວິທີເອົາຕົວລອດດ້ວຍກາຣຂາຍຕົວເອົາເງິນມາເສັຽຮຽນ.
  ບັນຫາຢາເສພຕິດໃນວົງກາຣວັຍລຸ້ນແລະເຍົາວະຊົນລາວເກີດຈາກນະໂຍບາຍຂອງພັຄ-ຣັຖຕ້ອງກາຣຂ້າແນວ
ຄິດຂອງກຸ່ມຄົນເຫຼົ່ານີ້ບໍ່ໃຫ້ມີແນວຄິດຕໍ່ຕ້ານພັຄ-ຣັຖ ດັ່ງນັ້ນຈະເຫັນໄດ້ວ່າຕາມຮ້ານກິນດຶ່ມຕ່າງໆທົ່ວປຼະເທສຈະ
ພົບເຫັນຄົນໜຸ່ມສາວເສີຟເຫຼົ້າເຕັມທົ່ວໄປໃນນັ້ນເປັນພຽງສາກໜ້າ ແຕ່ເບື້ອງຫຼັງກໍຄືນາງແກ້ຂັດນັ້ນເອງ. ໝຸ່ມສາວ
ເຫຼົ່ານີ້ມີອາຍຸແຕ່ 13 ປີຂຶ້ນໄປແລະກາຍເປັນພຍາບາລດ້ວຍຕົນເອງເພາະບໍ່ກ້າໄປຫາໝໍແລະເມື່ອໄປແລ້ວກໍບໍ່ຄ່ອຍ
ໄດ້ຮັບກາຣປະຕິບັຕິອ້າງວ່າຂາດຢາຂາດເຄື່ອງມືແພທຍ໌ແລະສິ່ງທີ່ກ່າວມານີ້ຈະປຼາກົຕຢູ່ໃນຣີສອຣ໌ຕຕາມເສັ້ນທາງ
ຕ່າງໆທົ່ວປຼະເທສລາວ.
  ໃນຂນະທີ່ພັຄ-ຣັຖປຼະກາສໃຫ້ປຼະຊາຊົນໃຊ້ເງິນຕຼາພາຍໃນປຼະເທສ ແຕ່ກຸ່ມພັຄ-ຣັຖເອງຊ້ຳພັດໃຊ້ຈ່າຍດ້ວຍເງິນ
ຕຼາຕ່າງປຼະເທສແລະທີ່ນິຍົມກັນທີ່ສຸດຈົນເຖິງເວລາຄື ເງິນດອລລາສຫະຣັຖຯຕໍ່ມາແມ່ນເງິນບາທ. ສນັ້ນເວລາໄປ
ຊື້ຂອງຫຼືຈ່າຍຄ່າອາຫາຣຕາມໂຮງແຣມຈະຕ້ອງໃຊ້ເງິນຕຼາຕ່າງປຼະເທສ. ສຳລັບເງິນກືບແລ້ວແມ້ແຕ່ເດັກອົມມືຍັງ
ເມີນບໍ່ສົນໃຈ. ສ່ວນເງິນຍູໂຣພວກເຂົາບໍ່ຄ່ອຍມັກເພາະມັນຕ້ອງໄປແລກທີ່ທນາຄາຣແຫ່ງດຽວ..
    ສິ່ງທີ່ເຫຼົ່າມານີ້ເປັນພຽງສ່ວນນ້ອຍໆບ່າງຜ່ານໄປເທົ່ານັ້ນຍັງມີອີກຫຼາຍກວ່ານີ້ດັ່ງປຼະຊາຊົນລາວເສື່ອມກໍເພາະ
ພວກພັຄ-ຣັຖພາໃຫ້ເສື່ອມແລະສ້າງໃຫ້ປຼະຊາຊົນພົລເມືອງກາຍເປັນພວກວັຖຖຸນິຍົມທັ້ງທີ່ຕົນເອງຍັງບໍ່ສາມາດ
ຜລິຕຫັຽງເປັນໄດ້ແມ້ແຕ່ໄມ້ຈິ້ມແຂ້ວແລະກຼະດາສເສັດກົ້ນຍັງຕ້ອງຊື້ມາຈາກຕ່າງປຼະເທສ. ແຕ່ຢ່າງໃດກໍຕາມກຸ່ມ
ພັຄ-ຣັຖບໍ່ໄດ້ໝາຍເຖິງໝົດທຸກຄົນ ພວກທີ່ຕ້ອງກາຣຢາກເຫັນຊາຕິບ້ານເມືອງຈເຣີນກ້າວໜ້າແທ້ໆກໍມີແຕ່ບໍ່ມີໂອ
ກາສໄດ້ຮັບຜິດຊອບແລະພວກຄົນເຫຼົ່ານີ້ບໍ່ແມ່ນເສັ້ນສາຍຂອງກຸ່ມແກວຫຼືກຸ່ມຈີນ-ໄທຍຈຶ່ງບໍ່ສາມາດມີປາກສຽງໄດ້
ແຕ່ກໍເຊື່ອວ່າພວກເຂົາກໍຕ້ອງກາຣເອົາຄືນຢູ່ເຊັ່ນກັນ.
          ແລະຂນະນີ້ຊາວໜຸ່ມລາວແລະຜູ່ຫວັງດີຕໍ່ຊາຕິບ້ານເມືອງຫຼາຍຄົນໄດ້ສົ່ງ E-mail ເຂົ້າພວກເຮົາຮຽກຮ້ອງ
ໃຫ້ພວກເຮົາອອກເຜີຍແພ່ເຖິງຊາວລາວຜູ່ຮັກຊາຕິທັງຫຼາຍຊ່ອຍອອກເຜີຍແພ່ຄວາມອັປຍົດອົດສູຂອງກຸ່ມຜູ໋ນຳລາວ
ຂາຍຊາຕິທີ່ເປັນລູກນ້ອງແກວແລະຈີນ-ໄທຍ.



                                                                ຈາກຜູ່ຫວັງດີຕໍ່ຊາຕິກຳເນີດ



 

 

No comments:

Post a Comment