Thursday, October 20, 2011

ທີ່ນີ້ຫັນມາເບິ່ງເຂຕຫຼວງພະບາງ-ຊຳເໜືອແລະຊຽງຂວາງວ໋າໃຜຕົວແສບ?

ຣະຫວ່າງເຂຕນີ້ມາສາຍແດນຕິດກັບວຽຕນາມເໜືອເໝືອນແຜ່ນດິນຕໍ່ແຜ່ນ ຊຶ່ງເປັນວຽຕຂີ້ທຸກຂ໌ຈະຂໍກ່າວສເພາະສຫາຍລາວທີ່ຍັງມີຊີວິຕ
ຢູ່ຄືສຫາຍສີສະຫວາດ ແກ້ວບຸນພັນ-ສຫາຍສົມສະຫວາດ ເລັ່ງສະຫວັດແລະສຫາຍທອງສິງ ທັມມະວົງ,ຊຶ່ງເຂຕນີ້ລຽງໄປຕາມສາຍແມ່ນ້ຳ
ແດງແມ່ນເຜົ່າໄທແດງອາໃສຢູ່ສອງຝາກຝັ່ງແມ່ນ້ຳແລະແມ່ນ້ຳດຳແມ່ນເຜົ່າໄທດຳອາໃສຢູ່ທີ່ເປັນສາຍແດນຕິດກັບວຽຕນາມເໜືອຂີ້ທຸກຂ໌.
ໃນສມັຍອານາຈັກຣໜອງແສສອງຫຼັງຈາກຖືກເຈັກໄລ່ພວກເຮົາລົງມາຈາກໜອງແສນຶ່ງກ່ອນຈະມາຕັ້ງອານາຈັກຣລ້ານຊ້າງບັນພະບຸຣຸສລາວ
ໄດ້ມາຕັ້ງອານາຈັກຣໜອງແສສອງຢູ່ທີ່ບ້ານນານ້ອຍອ້ອຍໜູຊຶ່ງກໍເປັນເຂຕເມືອງເຜົ່າໄທດຳໄທແດງດຽວນີ້ແມ່ນແກວຍຶດຄອງໄປໃນຈຳນວນ
13 ແຂວງນັ້ນແຫຼະ!
ປົກຕິແລ້ວເຂຕນີ້ເປັນປ່າດົງດິບອຸດົມສົມບູນໄປດ້ວຍສັຕວ໌ປ່າແລະໄມ້ໃຫຍ່ດົກໜາແລະກໍເປັນຮັງໃຫຍ່ຂອງກຸ່ມລາວຂາຍຊາຕິພັຄປະຕິວັຕິດຽວນີ້
ແຕ່ເວລານີ້ປ່າດົງຕ່າງໆຖືກແກວຕັດໄປປ້ອນໂຮງງານນອກຈາກນີ້ແຮ່ທາຕຸຕ່າງໆຖືກຂຸດກົ່ນຈົນກາຍເປັນພູຫົວໂລ້ນແລະເປັນຍ່ອນລ້ຽງປາຂອງ
ພີ່ນ້ອງໄທດຳ-ໄທແດງ. ກາຣທີ່ແກວໃຊ້ເອກສິດທິເໜືອດິນແດນລາວເຂຕນີ້ກໍສືບເນື່ອງມາຈາກແກວບັງຄັບໃຫ້ຣັຖບາລຫຸ່ນລາວເຊັນໃຊ້ໜີ້ສົງ
ຄາມທັງໆທີ່ກ່ອນແກວເໜືອຈະຊນະແກວໃຕ້ໄດ້ຍ້ອນອາໃສຖນົນເຂຕໄມ້ລົ້ມແບ່ງຣະຫວ່າງແກວລາວເປັນສາຍລຳລຽງພົລແລະສັມພາຣະແລ້ວ
ເປັນຫັຽງຈຶ່ງໃຫ້ລາວໃຊ້ໜີ້ແທນທີ່ແກວຈະໃຊ້ໜີ້ລາວ? ດັ່ງນັ້ນຫາກຄົນພາຍໃນບໍ່ເປັນໄສ້ຫວັງພຽງອຳນາຈແລະແກ້ແຄ້ນກັນແລ້ວເຊື່ອແຜ່ນດິນ
ລາວອັນໃຫຍ່ກວ້າງຄົງບໍ່ເຫຼືອພຽງກີບໝາກບົກດອກ..ທ່ານວ່າແມ່ນບໍ?ແລະຕົວແສບທີ່ຍັງມີຊີວິຕຢູ່ສາມສຫາຍນີ້ຕ້ອງມີສ່ວນຮ່ວມແລະຮູ້ເຫັນ
ໄປນຳດ້ວຍເຊັ່ນກັນ.
ຕໍ່ຈາກສາຍແດນນີ້ລົງໄປຫາທ່າແຂກຂນະນີກຸ່ມຂາຍຊາຕິເຈຕໝົດແໝ້ວຜູ່ສຸດທ້າຍທີ່ເຈຕກໍຄືສຫາຍໜູຣັກ ພູມສວັນຊື່ງເປັນຄົນເກີດຢູ່ເມືອງ
ມຸກດາຫາຣປຼະເທສໄທຍທີ່ມີຄູ່ຫູຄືສຫາຍສມານ ວິຍະເກຕ ເຂຕບໍຣິເວນນີ້ຄື ຄຳເກີດ ຄຳມ່ວນເລີຍລົງໄປເຖິງເມືອງພິນແລະເຊໂປນ.ໃນບໍ
ຣິເວນເຂຕນີ້ກໍເຄີຍເປັນປ່າດົງດິບດົກໜາດ້ວຍສັຕວ໌ສາວາສິ່ງນານາຊນິດ ແຕ່ຫຼັງກາຣປຸ້ນອຳນາຈປຼະຊາຊົນລາວໄປແລ້ວບໍ່ວ່າປ່າໄມ້ ແຮ່
ທາຕຸຕ່າງໆເຊັ່ນ: ທອງຄຳ-ທອງແດງ-ທອງເຫຼືອງຖືກແກວເອົາກອງທັພມາຂົນໄມ້ຂຸດກົ່ນກັນທັງວັນທັງຄືນ ໜຳຊ້ຳສຫາຍໄກສອນ ພົມວິ
ຫານຍັງເຊັນອະນຸຍາຕໃຫ້ແກວເຊົ່າອີກກຳນົດ 60 ປີແລ້ວເປັນຫັຽງແກວຈຶ່ງເຈາະແລະຕ້ອງກາຣບໍຣິເວນແຫ່ງນີ້ກໍເພາະຕອນພວກເຂົາສົ່ງ
ທຫາຣມາຊ່ອຍລົບເຂົາມີທຫາຣຊ່າງໂຊວຽຕມານຳແລະສຳຣວຈພຶ້ນທີ່ໄປພ້ອມໆກັນຈຶ່ງຮູ້ວ່າບໍຣິເວນເຂຕນີ້ມີແຮ່ທາຕຸສຳຄັນ. ປັຈຈຸບັນນີ້ກາຽ
ເປັນບ້ານປຼະຊາຊົນແກວເຕັມໄປໝົດໃນໄລຍະທາງໄກ 60km ເລິກເຂົ້າມາທາງໃນອີກ 40km ຫາກໃຜຍັງສົງໃສໄປພິສູຈນ໌ເອງໄດ້.
ແຕ່ຢ່າງໃດກໍດີ ຂນະນີ້ໄດ້ເກີດມີກຸ່ມລາວຊາຕິນິຍົມຂຶ້ນແລ້ວທັງໃນເຂຕພາຄກາງຂຶ້ນເໜືອແລະເຂຕພາຄໃຕ້ຂອງລາວດັ່ງເຊັ່ນມີກາຣລັດ
ຍິງຣົຖແກ່ໄມ້ແກວທາງເຂຕພາຄໃຕ້ສຸດ ຊື່ງເປັນເຂຕອິດທິພົລຂອງສຫາຍຄຳໄຕ ສີພັນດອນ-ສຫາຍຈູມ ມະລີແລະສຫາຍບຸນຍັງ ວໍຣະຈິດ
ນ້ອງຮັກ ໄກສອນ ພົມວິຫາຣແລະບຸກຖລົ່ມເໝືອງແຮ່ແກວທີ່ເມືອງເຊໂປນ ປາກົຕວ່າທຫາຣຊ່າງແກວຕາຍຄາເໝືອງຫຼາຍສິບຄົນ. ສ່ວນ
ເຂຕໃຕ້ຍິງຣົຖແກ່ໄມ້ນັ້ນ ຣັຖແກ່ໄມ້ໄໝ້ຫ້າຄັນແລະທຫາຣແກວຕາຍຄາຣົຖໄມ້ບໍ່ຕ່ຳກວ່າ 20 ສົພ. ຊຶ່ງເຫຕກາຣຕ່າງໆເຫຼົ່ານີ້ເຫີນຫ່າງ
ບໍ່ຄ່ອຍຈະໄດ້ຍິນມານານຫຼັງຈາກກຸ່ມວັງປາວຖືກດັດເສັ້ນໃນເວທີສາກົລຈົນເຮັດໃຫ້ເຜົ່າມົ້ງຜູ່ບໍ່ຍອມຮັບວ່າຕົນເປັນລາວນັ້ນໝົດສະພາບໄປ.
ໃນເຫຕກາຣຕ່າງໆເຫຼົ່ານີ້ເດືອດຮ້ອນເຖິງສຫາຍວຽຕນາມນາຍເໜືອຫົວກຸ່ມອານານິຄົມລາວເຖິງຂັ້ນຣັຖມົນຕຼີປ້ອງກັນປຼະເທສວຽຕບິນດ່ວນ
ມາລາວແລະສັ່ງປຼະຊຸມດ່ວນບັລດາກຸ່ມກອງທັພແລ້ວສັ່ງປົດອາວຸທບາງສ່ວນເຂົ້າສາງບໍ່ໄວ້ວາງໃຈກອງກຳລັງແນວລາວພ້ອມໃຫ້ລູກກຼະສຸນ
ແຕ່ລະຄົນບໍ່ເກີນ 50 ນັດແລະມີອາວຸທປຶນປ້ອງກັນຕົວໄດ້ພາຍໃນ 1500 ກະບອກໃນເຂຕຄຳເກີດ ຄຳມ່ວນ ເຊໂປນ ເມຶອງພິນລົງໄປ
ເຖິງແຂວງສາຣະວັນ.
ທັ້ງທີ່ກຳລັງສ່ວນໃຫຍ່ທີ່ຮັກສາປຼະເທສລາວຢູ່ເວລານີ້ມີກອງກຳລັງຂອງແນວລາວແທ້ໆບໍ່ເທົ່າໃດກຼົມ..ນອກນັ້ນແມ່ນກອງກຳລັງວຽຕນາມ
ຕາມສັນຍາຮຽກຮ້ອງຂອງຝ່າຍລາວຂາຍຊາຕິທີ່ເມື່ອສາມປີຜ່ານມານັ້ນມີກອງກຳລັງຕໍ່ຕ້ານເຄື່ອນຫຼາຍຢ້ານຕົກຕັ່ງແລະຈະບໍ່ໄດ້ສໍ້ຕໍ່ຈຶ່ງດຶງຂາ
ທຫາຣແກວໄວ້..ແຕ່ຢ່າລືມວ່າທຫາຣແກວທີ່ເຂົ້າມາຢູ່ໃນລາວມີຢູ່ສອງພວກຄືພວກໃນເຄື່ອງແບບແລະນອກເຄື່ອງແບບ.
ພວກນອກເຄື່ອງແບບປະປົນຢູ່ຕາມປຼະຊາຊົນລາວນັ້ນເອີ້ນວ່າທຫາຣໜ່ວຍຣົບພິເສສ(ດັກກົງ)ສ່ວນໜ່ວຍຣົບນັ້ນສ່ວນໃຫຍ່ເຕັມຢູ່ເມືອງພິນ
ເຊໂປນແລະເຂຕແຂວງສາຣະວັນທີ່ຫ່າງຈາກໝູ່ບ້ານປະຊາຊົນລາວແລະບາງແຫ່ງເຂົ້າແທນຄ້າຍທຫາຣແນວລາວໃສ່ຊຸດແບບແນວລາວ.
ນອກຈາກນີ້ແຫຼ່ງຂ່າວພາຍໃນຍັງກ່າວສົ່ງທ້າຍໄວ້ອີກວ່າ..ແກວບີບສຫາຍຄຳໄຕ ສີພັນດອນໜັກເຣື້ອງທີ່ເກີດຂຶ້ນ..ສຫາຍຈຶ່ງເກີດອາ
ຣົມບົ່ມໃນເຖິງຂັ້ນບິນດ່ວນເຖິງວຽງຈັນທຣ໌ພົບກັບສຫາຍຈູມມະລີ ໄຊຍະສອນປຼະທານປຼະເທສແລະເລຂາທິກາຣພັຄໂທນ. ແຕ່ກາຣຕ້ອນຮັບ
ຣະຫວ່າງນີ້ເກີດມີປາກສຽງກັນພໍສົມຄວນ ຈົນເຖິງຂນາດວ່າຕັດຍາຕິຂາດມິຕຣໂດຍຄຳໄຕ ບໍ່ຄຶດວ່າສຫາຍຈູມມະລິ ຊຶ່ງເປັນລູກເກົ່າຈະໃຊ້
ວາຈາຫຍາບໆໃສ່ສຫາຍ ເຫຕຸຈຶ່ງລາມໄປເຖິງກາຣປົດສຫາຍບົວສອນ ນາຍົກຯຜູ່ເປັນລູກຊາຍກາງສະພາຯ.
ຫຼັງຈາກປະທະຄາຣົມກັນໜັກແລ້ວ ສຫາຍຄຳໄຕຈຶ່ງບິນກັບບ້ານສີພັນດອນ ຫຼັງຈາກນັ້ນທາງສຫາຍຈູມມະລີ ຖານະເລຂາພັຄຈຶ່ງສັ່ງປຼະ
ຊຸມພັຄນັດພິເສສເພາະຢ້ານແກວເຕະລົງຕັ່ງ..ຂນະດຽວກັນແຫຼ່ງຂ່າວຍັງບອກດ້ວຍວ່າຕາມສຽງວິພາກວິຈາຣກາງເມືອງນັ້ນຫຼາຍຄົນໃຫ້ປ໋ຽນ
ສຫາຍຈູມມະລີອອກຈາກເລຂາພັຄໂທນແລະອອກຈາກປຼະທານປຼະເທສມະຕິສເນີສຫາຍບຸນຍັງ ວໍລະຈິດຂຶ້ນແທນພ້ອມສເນີປົດສຫາຍທອງ
ສິງ ທັມມະວົງອອກຈາກນາຍົກຯເພາະບໍ່ຫລ້ອນໜ້າທີ່ວຽກງານສເນີເອົາສຫາຍບົວສອນຂຶ້ນເປັນນາຍົກຯຫຼືເອົາສຫາຍທອງລຸນ ສີສຸລິດຣັຖ
ມົນຕຼີຕ່າງປຼະເທສຂຶ້ນແທນແລະຂນະນີ້ກຳລັງຄາບກ່ຽວໃນບັນຫາທີ່ເກີດຂຶ້ນເພາະແກວບໍ່ຄ່ອຍຈະໄວ້ວາງໃຈທັງສຫາຍຈູມມະລີ ແລະສຫາຍ
ທອງສິງທີ່ອຽງໄປຫາຈີນຈົນເກີນໄປໂດຍສເພາະກາຣໄປຫາຈີນຄັ້ງຫຼັງສຸດນີ້ບໍ່ໄດ້ໄປຂໍຄຳເຫັນຈາກແກວເລີຍ.
ເທັຈຈິງຢ່າງໃດໃນຂ່າວນີ້ຂໍໃຫ້ທ່ານຜູ່ອ່ານຕິດຕາມແລະວິເຄາະຕື່ມອີກ.

No comments:

Post a Comment