Friday, October 14, 2011

ຄິດຮອດເມືອງລາວບ້ານແມ່ບ່ອນຝັງສາຍແຮ່ແພ່ສາຍບື

-ຂ້ອຍຫາກພັດພາກບ້ານ ຖານຖິ່ນດິນລາວ ພີ່ນ້ອງເອີຍ!
-ກາຍມາເປັນຄົນພອຍ ພາກເຜົ່າພົງພັນທ໌ເຊື້ອ
-ຢາກກັບຄືນເຄຫັງຫ້ອງ ເມືອງລາວບ້ານອີ່ແມ່ ຂ້ອຍເດ້!
-ຄິດຮອດບ່ອນຝັງສາຍແຮ່ຂ້ອຍ ບໍ່ມີມື້ສວ່າງໃຈ
-ກາຣອາໃສບ້ານເພິ່ນພີ້ ບໍ່ສົມບູນແບບ ຄື ເປັນລາວແທ້ນໍ!
-ເພາະອາໃສຜືນແຜ່ນດິນ ຖິ່ນເຂົາມາອ້າງ
-ຈະພ່ຳພາພຽນສ້າງ ກາຣງານກໍຍາກຍິ່ງ ພີ່ນ້ອງເອີຍ!
-ທຸກສິ່ງນັບມື້ຫຍຸ້ງ ກົຕໝາຍຊ້ຳພັດເຄັ່ງສະນວນ
-ຫວນຄິດໄປຈົນເມື່ອຍລ້າ ເພັຽອ່ອນໂຣຍແຣງ
-ຂ້ອຍທົບທວນຄືນຫຼັງ ຕັ້ງແຕ່ຄາວເນົາຢັ້ງ
-ຜືນແຜ່ນດິນລາວນີ້ອຸດົມດ້ວຍ ທັນຍາຫານເຕັມດົງພົງປ່າ
-ປູປາໃນແມ່ນ້ຳ ລຳເຊຫ້ວຍບວກໜອງ ແທ້ແລ້ວ!
-ຂ້ອຍຫາກຫຼຽວມອງໄປໜ້າ ຫາຫົນທາງໄດ້ກັບຕ່າວ
-ຫວັງເມືອລາວບ້ານແມ່ຂ້ອຍ ນ້ຳຕາຍ້ອຍຍ່າວລົງ ທ່ານເອີຍ!

ຂອບໃຈສມາຊິກຜູ່ຕິດຕາມຂ່າວ

No comments:

Post a Comment