Monday, October 24, 2011

ສິດທິມະນຸສຍ໌ຊົນ ກັບ ປຼະຊາທິປໄຕຍເປັນຂອງຄູ່ກັນ

ຂໍ້ເຕືອນສະຕິພວກສຫານຜເດັຈກາຣລາວ..ສຫາຍຈະປ່ຽນກໍຂອບໃຈ ຫຼື ພວກສຫາຍບໍ່ຢາກປ່ຽນກໍຂອບໃຈ ແຕ່ເວລາແຫ່ງປັ້ນປາຍຂອງ
ວິຖີທາງແຫ່ງປຼະຊາທິປໄຕຍແລະສິດທິເສຣີພາບຂອງມວລມະນຸສຍ໌ຊາຕິນັ້ນໄດ້ມາເຖິງແລ້ວຍຸຄປັຈຈຸບັນນະໂຍບາຍຂອງໂລກຍຸຄໂລກາພິ
ວັຕນ໌ ກ່ອນຈະກ້າວໄປສູ່ຍຸຄແຫ່ງການພັທນາຖາວອນເພື່ອໃຫ້ມວລມະນຸສຍ໌ຢູ່ກັນຢ່າງສັນຕິແລະມີຄວາມກ້າວໜ້າທາງໄປຢ່າງເປັນວິທຍາ
ສາສຕຣ໌ນັ້ນຕ້ອງມີກາຣປັບປ່ຽນຣະບອບກັນໃໝ່ບໍ່ວ່າຣະບອບຜເດັຈກາຣຂວາຈັດຫຼືຣະບອບຜເດັຈກາຣຂວາຈັດຕ້ອງຫາຍສາບສູນໄປຈາກ
ໂລກມະນຸສຍ໌.ອຳນາຈທີ່ໄດ້ມາໂດຍບໍ່ຖືກຕ້ອງຖືເປັນອຳນາຈເຖື່ອນ ອຳນາຈທີ່ຖືກຕ້ອງແມ່ນອຳນາຈທີ່ປຼະຊາຊົນຄົນໝູ່ມາກມອບໃຫ້ໂດຍສເນ
ຫາຈຶ່ງຖືວ່າເປັນອຳນາຈບໍຣິສຸດແລະເຈົ້າຂອງອຳນາຈນັ້ນໆຄືປຼະຊາຊົນແລະຜູ່ຍິ່ງໃຫຍ່ໃນແຜ່ນດິນຕົວຈິງກໍຄືປຼະຊາຊົນບໍ່ແມ່ນພວກສຫາຽ.
"ບໍ່ມີປຼະຊາທິປໄຕຍກໍເທົ່າກັບບໍ່ມີສິດທິເສຣີພາບ"ແບບຕີນຊ້າງຢຽບປາກນົກ ນະທີ່ແຫ່ງໃດມີກາຣກົດຂີ່ຂົ່ມເຫງ ຂູດຮີດນະທີ່ແຫ່ງນັ້ນຍ່ອມ
ຈະມີກາຣລຸກຮືຕໍ່ຕ້ານແລະຕໍ່ ມັນຂຶ້ນຢູ່ກັບຜົລກັມຂອງຜູ່ປົກຄອງຣັຖແລະຜົລກຼະທົບເຫຼົ່ານັ້ນແຮງຫຼືຄ່ອຍເທ່ົານັ້ນເອງ.
ເຫຕຸກາຣນ໌ທີ່ເກີດຂຶ້ນໃນທົ່ວໂລກຂນະນີ້ມີປຼາກົຕໃຫ້ເຫັນຢ່າງຊັດເຈນທັງໃນໂລກອາຫຣັບແລະອັຟຣິກາເໜືອເຊັ່ນ:ໃນອີຢິບກາຣລຸກຮືປົດ
ປ່ອຍຕົນເອງຂອງປຼະຊາຊົນແຕ່ຜູ່ນຳເຂົາຍອມຈຳນົນແລະຍອມລົງຈາກບັລລັງຢ່າງງ່າຍໆແລະຕໍ່ມາແມ່ນໃນລີເບັຽສຫາຍກາດາຟີທີ່ແຂງຂັນຕໍ່
ກຼະແສຄື້ນຂອງປຼະຊາທິປໄຕຍແລະສິດທິເສຣີພາບຂອງປຼະຊາຊົນຈຶ່ງຖືກປຼະຊາທົນຈົນສິ້ນຊີພຫາກຍ້ອນຫຼັງທີ່ເປັນຕົວຢ່າງແຕ່ກຸ່ມຜເດັຈກາຣບໍ່
ຍອມຮັບຮູ້ແລະປ່ຽນແປງກໍຄືໃນອິຣັກ ຂນາດວ່າໜີໄປຫລົບຢູ່ໃນຂຸມກໍຍັງບໍ່ລອດຊີວິຕຖືກສາລປຼະຊາຊົນຂອງຕົນເອງຈັບມາຕັດສິນແຂນຄໍຈົນ
ໄດ້ແລະໃນຂນະນີ້ຍັງເຫຼືອຢູ່ຄື ອິຫຣ່ານ-ຊີເຣັຽແລະເຢັຽເມນຄົງບໍ່ຊ້າເກີນລໍຜົລກັມກຳລັງຈະຕາມມາເຖິງ.
ສ່ວນເອເຊັຽທີ່ກຳລັງເຫັນປຼະຈັກໃນກາຣຕໍ່ສູ້ຂອງປຼະຊາຊົນຢູ່ຄືໄທຍຜເດັຈກາຣຂວາຈັດ(ສຍາມ)ໃນປຼະເທສຈີນຜເດັຈກາຣຊ້າຍຈັດ-
ວຽຕນາມຜເດັຈກາຣຊ້າຍຈັດແລະສປປລາວຜເດັຈກາຣຊ້າຍຈັດເຊັ່ນກັນຄົງບໍ່ຊ້າເກີນລໍກັມຕ້ອງຕາມສນອງຫຼັງຈາກກາຣປົດປ່ອຍຂອງປຼະຊາ
ຊົນມັນອາຈເກີດກາຣປະຕິວັຕິດອກມະລີໃນປຼະເທສຈີນ ສ່ວນລາວແລະວຽຕາມອາຈເປັນກາຣປະຕິວັຕິດອກຈຳປາກໍໄດ້ເພາະເວລານີ້ເວຣ
ກັມຂອງຜູ່ປົກຄອງຣັຖຯທີ່ປະຕິບັຕິຕໍ່ຊົນໃນຊາຕິມັນປ່າເຖື່ອນແລະໂຫດຫ້ຽມພຽງເພຶ່ອກາຣໃຫ້ໄດ້ນັ່ງຢູ່ບົນຫົວຂອງປຼະຊາຊາຕິຕົນເອງເທົ່າ
ນັ້ນ.
ກາຣຕໍ່ສູ້ປົດປ່ອຍຂອງແຕ່ລະປຼະເທສແຕກຕ່າງກັນ ມັນຂຶ້ນຢູ່ກັບຄວາມແຮງຂອງກາຣກົດຂິ່ຈາກຜູ່ປົກຄອງທີ່ມີຕໍ່ປຼະຊາຊົນແຕ່ລະປຼະເທສ
ເທ່ົານັ້ນ. ທັງນີ້ທຸກຢ່າງມັນອາຈເປັນໄປຕາມວັຖຈັກຣຂອງຄວາມບໍ່ແນ່ນອນຂອງວັທນະທັມໂລກເພາະມະນຸສຍ໌ສ້າງຄວາມເສື່ອມເສັຽໃຫ້ກັບ
ຣະບົບນິເວສຂອງໂລກໃນທາງທຳລາຍຫາຍກວ່າບູຣະນະກາຣນັ້ນເອງ.
ສຫາຍກຸ່ມກຼະຫາຍໃນຄວາມຢາກເປັນໃຫຍ່ກົດຫົວປຼະຊາຊົນ,ໂຣບ ໂກທ ຫຼົງພວກມືຖືສາກປາກຖືສິລຂອງຣັຖບາລຫຸ່ນລາວຈຈົ່ງ
ສັງວອນໄວ້ວ່າໃນໂລກຍຸຄແຫ່ງໂລກາພິວັທນ໌ນີ້ບໍ່ມີຫັຽງຈີຣັງຢັ້ງຢືນໄດ້ມັນຂຶ້ນກັບສເພາະຂອງໃຜມັນເໝືອນກັບເອົາກ້ອນຫິນຂ່ວາງໃສ່ໜ້າຜາ
ຊຶ່ງທັງໝົດນີ້ມັນສອດຄ່ອງກັບຈະເກີດກາຣປ່ຽນແປງຂອງໂລກແລະຂອງພູມິພາຄເອເຊັຽຕະວັນອອກໃນບໍ່ຊ້ານີ້.(ອ່ານຕໍ່)

No comments:

Post a Comment