Tuesday, October 11, 2011

ຝືນຄວາມຈຳສັມນາກອນຫຼືນັກໂທສກາຣເມືອງຍຸຄທໍຣະຣາສກຳອຳນາຈ

ບໍຣິບົທກາບກອນຫຼືວັນນະກັມບົທນີ້ມີສມາຊິກຜູ່ອ່ານສົ່ງມາໃຫ້ ແຕ່ບໍ່ຂໍອອກຊື່ ແລະຜູ່ພິມແວປເຫັຣວ່າອາຈຈະເປັນປຼະໂຍດແກ່ສັງຄົມລາວຍຸຄ
ປັຈຈຸບັນໃຫ້ຊາບຊື້ງເຖິງກົລຍຸທຂອງກຸ່ມຜເດັຈກາຣທໍຣະຣາສລາວກຸ່ມປັຈຈຸບັນນີ້ວ່າ ພວກເຂົາຕົວະຍົວະແບບໃດ ຈຶ່ງເຮັດໃຫ້ບັລດາຂ້າຣາຊກາຣ
ທຫາຣ ຕຳຣວຈບາງພາຄສ່ວນປົງໃຈໄປສັມນາແລະບາງພາຄສ່ວນຖຶກຈັບກຸມມັດສອກໄປ ເມື່ອປຸ້ນອຳນາຈໄດ້ແລ້ວກໍຍັງບໍ່ລົດລະວາງມືຈາກກາຣ
ຕິດຕາມກວາດລ້າງພວກທີ່ພວກເຂົາເຫັນວ່າເປັນປໍຣະປັກຕໍ່ຣະບອບຜເດັຈກາຣຂອງພວກເຂົາ ໃນຂນະທີ່ຜູ່ລອດຕາຍມາເປີດເຜີຍຕໍ່ສັງໂລກແລະ
ສັງຄົມລາວຈຶ່ງຮູ້ແລະເຂົ້າໃຈເຖິງແກ່ນວ່າວ່າ"ສູນສັມນາກໍຄືສູນດັບສູນແລະລ້າງສມອງອອກແຮງງານ ທີ່ບໍ່ມີຢາຮັກສາໂຣຄແລະເຂົ້າສາຣເນົ່າທີ່
ນຳມາຈາກແກວນີ້ເອງ.
ດັ່ງນັ້ນຈຶ່ງຂໍທ່ານຜູ່ອ່ານໄດ້ນຳໄປວິເຄາະຕື່ນ ເພາະຜູ່ພິມບໍ່ເຄີຍໄປສັມນາເຂຕເມືອງວຽງໄຊ ພຽງແຕ່ສັມນານາຍພັນລຸ້ນແຣກທີ່ໂພນເຄັງທີ່ໂຮງ
ຮຽນສອນພາສາອັງກິສເທົ່ານັ້ນແລະຂນະນີ້ມີຣາຽງານມາວ່າໂຣງຣຽນສອນພາສາອັງກິສແຫ່ງນີ້ກຳລັງຟຶ້ນຄືນສູ່ສອນພາສາອັງກິສໃຫ້ກັບພວກສະ
ຫາຍນາຍທຫາຣແນວລາວໂດຽອົງກາຣຍູຊິສຂອງສຫະຣັຖຯເອງ.
ໃນບໍຣິບົທເຣິ້ມດ້ວຍຄຳວ່າ"-ຂ້ອຍຂໍເວົ້າບ່ອນບັ້ນ ສູນສີ່ສັມນາ ຄາວນັ້ນ
-ສມັຍວຽງຈັນທຣ໌ຕົກໂງ່ ຊາຕິລາວເກືອບຕາຍຖິ້ມ
-ປີ ຄໍ.ສໍ.ນຶ່ງເກົ້າເຈັດຫ້າ ເດືອນທັນວາປ່າວປຼະກາສ
-ວ່າລາວແດງປົດປ່ອຍໄດ້ ປຼະຊາເຊື້ອທົ່ວນະຄອນ
-ກ່ອນໜ້ານັ້ນ ກອງທັພຝ່າຍວຽງຈັນທຣ໌
-ບັລດານາຍພົລ ນາຍພັນ ຖືກແດງປິດລ້ອມ
-ແລ້ວເລົ່າໂຄສນາຮ້ອງ ກົລອຸບາຍຫຼາຍຫຼ່ຽມ
-ຫຼອກລວງເສືອເຂົ້າຖ້ຳ ຖອນແຂ້ວເຂກກະບາລ
-ດ້ານນຶ່ງນັ້ນ ຄືຂ້າຣາຊກາຣຫຼວງ
-ຕຳຣວຈສັນຕິບາລ ສັນຕິທັມ ຖືກແດງຄຸມຈົນໝົດກ້ຽງ
-ຈຣາຈອນພ້ອມ ນະຄອນບາລທຸກໆເຫຼົ່າ
-ຖືກແດງເປົ່າຈົນຫູອື້ ຕາເຊີ້ມືດມົວ
-ເວລານັ້ນຈະບໍ່ມີຍົກເວັ້ນ ບັງຄັບສົ່ງສັມນາ
-ວ່າເອົາທ່ານໄປສຶກສາ ຮ່ຳຮຽນໃຫ້ເຫັນແຈ້ງ
-ແລ້ວກັບຄືນມາສ້າງ ເມືອງລາວໃຫ້ເຮືອງຮຸ່ງ
-ໃຫ້ພໍ່ລຸງແລະແມ່ປ້າ ປຼະຊາເຊື້ອໄດ້ຢູ່ດີ
-ມັນເປັນຈັ່ງຊີ້ຫລະພີ່ນ້ອງ ກອງທັພເກົ່າວຽງຈັນທຣ໌
-ຕຳຣວຈ ທັງຂ້າຣາຊກາຣ ຝ່າຍວຽງຈັນທຣ໌ຄາວນັ້ນ
-ເລີຍຖືກຄຸມຕົວໄປຂຶ້ນ ຍົນຕ໌ຍານທັພອາກາສ
-ບິນເວິ່ນຂຶ້ນທ້ອງຟ້າ ມຸ້ງໜ້າສູ່ເຂຕເໜືອ
-ຈຸດໝາຍໃນເບື້ອງຕົ້ນ ເຕົ້າໂຮມຢູ່ໂພນສວັນ
-ໄດ້ປຼະມານເຈັດວັນ ກໍຈື່ງມີກາຣຍ້າຽ
-ມື້ 8 ສອງລຳແທ້ ເຮລິຄອຟເຕີ້ ຂອງໂຊວຽຕ
-ລຳລຽງພວກເຮົາລາວພີ່ນ້ອງ ສູ່ວຽງໄຊເປົ້າຈອດສນາມ

-ຕໍ່ຈາກນັ້ນມີຣົຖໃຫຍ່ກາໂກ ນຳພາເດີນປ່າໄພພະນອມໄມ້
-ເຂົ້າໄປໃນດົງກວ້າງ ຜາຊັນຫ້ວຍຮ່ອມ
-ເຖິງບ້ານນາພາບອກໄວ້ ເປັນຄ້າຍເຂຕຄອມມູລ
-ຕາມທີ່ເຮົາໄດ້ຮູ້ ນັ້ນເປັນບ່ອນຢູ່ແກວແດງ
-ດັກກົງມາມາແປງ ບ່ອນພັກເຊົາຊອມລີ້
-ພິປອງໂຈມຕີປຸ້ນ ຫວງດັບສູນລາວເຊື້ອຊາຕິ
-ລາວແດງຜູ່ໃສສລາດຮູ້ ເລີບຖືກຕົ້ມໄປດົມກົ້ນວຽຕແດງ
-ຕົວະວ່າປົດປ່ອຍແລ້ວ ດີເຫວ່ຫຍ້າ ບເານໃຜເມືອງມັນ ວ໋າຊັ້ນ!!
-ສຳເຣັຈພາຣະກິຈດຽວກັນ ຝ່າຍລາວແດງເລີຍເຫັນພ້ອມ
-ອອນຊອນແລ່ນນຳກົ້ນ ຍ້ອນຕາຟາງຈົນລືມຊາຕິ ມັນໂງ່ເອົາແທ້!!
-ກົລອຸບາຍອຸບາທນຳບອກຊີ້ ລາວແດງບ້າແລ່ນຕາມ
-ສີ່ເດືອນປາຍບອກໃຫ້ຮູ້ ພວກເຮົາພັກຢູ່ຄ້າຍດັກກົງ
-ນ້ຳໝອກລົງໂຮຽຮຳ ສັ່ນໜາວຈົນສະບັ້ນ
-ຍາມກາງຄືນດັງໄຟຕຸ້ມ ສຸມຂອນຝີງອຸ່ນ
-ໝົກເຜືອກມັນທີ່ຊອກໄດ້ ບຳຣຸງໄວ້ຊີພຊີວາ
-ນ້ຳຕາລິນລົງທ້ອງ ທາງໃນຈົນວ່າອັ່ງ
-ຫຼັ່ງໄຫຼອອກມານອກເບົ້າ ຕົນຕົວເສົ້າໝົ່ນໜອງ
-ຕໍ່ຈາກນັ້ນສູນສີ່ຕ້ອງຍົກຍ້າຽ ຖືກນຳສົ່ງເປັນຂບວນ
-ໃຫ້ໄປແປງບ່ອນເຊົາ ຢູ່ຝ່ັງແຄມເຊນ້ຳ
-ລຳທານມີນາມໄວ້ ນ້ຳມ້າໃສ ປູປາຢູ່
-ຫ້ວຍຄົດນາມຊື່ບ້ານ ດິນລາວແທ້ຕັ້ງແຕ່ຫຼັງ
-ພວກເຮົາເຊົາຢູ່ຢັ້ງ ຖາງປ່າແປງສຖານ
-ພ້ອມພາກັນປຸກເຮືອນຊານ ຕູບຕອງຈົນເປັນບ້ານ

-ດົນນານໄດ້ປີປາຍ ແສນທຸກຂ໌ໂສກ
-ລູກເມັຽຄອຍຢູ່ບ້ານ ຖືກເຂົາມ້າງແຕກທລາຍ
-ກາຍໃຈເສົ້າ ຕົນຕົວກໍເຫຼືອງຫລ່າ
-ເຈັບປວດຫາຊອກຊື້ ຢຸກຢາແກ້ກໍບໍ່ມີ ທ່ານເອີຍ!!
-ຕາຍເປັນຜີນັບບໍ່ຖ້ວນ ຍ້ອນລາວແດງໃຈບປາ
-ທັງນາບຂູ່ເຂັ່ນຂ້າ ວາຈາເວົ້າຢຽດຢາມ
-ທັງປຼະນາມພວກເຮົາເປັນແຫຼ້ງ ຕີນມີຈັກພັຕ
-ສາຣະພັດມັນຊອກເຣື້ອງ ຈາຂ້າບໍຫວ່າງວັນ
-ຖັດຈາກນັ້ນ ສຳຣວຈໃຫຍ່ ເປັນຂບວນ
-ສູນສີ່ແບ່ງເປັນສອງ ແຍກຈາກກັນຊັບຊ້ອນ
-ທ້ອນໂຮມກັນເປັນກ້ອນ ໄວພລັນຮີບດ່ວນ
-ໝົດທັງມວລຖືກຍົກຍ້າຽ ໃຫ້ໄປສ້າງບ່ອນໃໝ່ເຊົາ
-ຄ້າຍໃໝ່ນີ້ ຢູ່ແຄມນ້ຳແອດແດນໜາວ
-ບ້ານບວມໂພນາມເດິມ ຖິ່ນລາວເໜືອພຸ້ນ
-ສູນຫົກຢູ່ທາງກ້ຳ ຝັ່ງຂວາລຳນ້ຳແອດ ຫັ້ນແລ້ວ!
-ສູນສີ່ ເລາະລຽບຊ້າຍ ສາຍນ້ຳແມ່ນາທີ
-ສິບປີປາຽພວກເຮົາໄດ້ ທົນທຸກຂ໌ຢູ່ໃນສູນ
-ປຸນປຽບຂຸມນາຣົກ ແທບຊີວາວາຍຖິ້ມ
-ເດຊະ ບາຣະມີເຈົ້າ ພຼະອົງຄ໌ທັມໄດ້ມາເຫຼື່ອມ ທ໋ານເອີຍ!
-ກູ້ຊີວິຕພວກຂ້າຯໄວ້ ໄດ້ມາເຫັນໜ້າເພື່ອນປຼະຊາ ແທ້ແຫລ້ວ!!

ພວກເຮົາຂອບໃຈທຸກທ່ານທີ່ສົ່ງບົທຄວາມມາສົມທົບເພື່ອຈະໄດ້ສະກິດຈິຕສຳນຶກເຖິງຄວາມເຈັບປວດຮ່ວມ
ກັນກັບກາຣທຳລາຍຊາຕິຂອງກຸ່ມຜເດັຈກາຣລາວມ້າງຊາຕິ ຣັຖບາລຫຸ່ນຊຸດປັຈຈຸບັນ ຂໍຍົກຜົລປຼະໂຍດໃຫ້ກັບທ່ານຜູ່ຂຽນເຣື້ອງນີ້ດ້ວຍຄວາມ
ປຼາຖນາດີ ຂໍໃຫ້ທ່ານຜູ່ອ່ານທຸກໆທ່ານຈົ່ງມີອາຍຸໝັ້ນຂວັນຍືນ ຜາບແພ້ເສິກສັຕຼູ ຂໍໃຫ້ສັຕຼູຂອງຊາຕິລາວຈົ່ງວາບວອດຕາມກັມທີ່ມັນສ້າງດ້ວຽ
ເທີດ..!!ພົມສີໜ້າ (ພົບກັນສບັບໜ້າ)

No comments:

Post a Comment