Monday, October 24, 2011

ໃນສພາວະກາຣເຊັ່ນປັຈຈຸບັນນີ້ສຫະຣັຖຯແລະຍູໂຣປທີ່ມີຕໍ່ພູມິພາຄນີ້?

 ເມື່ອສພາວະກາຣເຊັ່ນນີ້ກຸ່ມປຼະເທສເອເຊັຽຕະວັນອອກສ່ຽງໃຕ້ຈະວາງຕົວເຊັ່ນໃດ?ເພື່ອຄວາມຢູ່ລອດແລະບໍ່ຖືກຄອບ
ງຳຈາກອິດທິພົລຈີນ(ຍົກເວັ້ນແຕ່ປຼະເທສຕ້ອງກາຣເປັນລູກນ້ອງຈີນ).ເຫຕຸກາຣນ໌ທີ່ເກີດຂຶ້ນໃນພູມິພາຄຂນະນີ້ແມ່ນ
ເກີດຈາກຈີນຕ້ອງກາຣແພ່ອິດທິພົລຄອບງຳເອເຊັຽຕະວັນອອກຊຶ່ງອາໃສຍາດແຍ່ງວັຖຖຸດິບປ້ອນໂຮງງານແລະນ້ຳມັນ
ດິບໃນກັມພູຊາແລະໃນວຽຕນາມຊຶ່ງເວລານີ້ຕົກຢູ່ໃນກາຣດູແລຂອງຝ່າຍສຫະຣັຖຯ ຊຶ່ງສຫະຣັຖຯຖືວ່າຈີນຄືສັຕຼູຕົວ
ສຸດທ້າຍໃນຂນະທີ່ວຽຕນາມກໍບໍ່ຄ່ອຍຈະເຊື່ອຈີນຈຶ່ງພຍາຍາມກອດຂາອະເມຣິກາເອົາໄວ້ເພາະຈີນເຄີຍປຼະກາສວ່າ
ຈະສັ່ງສອນແກວສຫະຣັຖຯຈຶ່ງທຸ້ມເທຊ່ອຍແກວແຕ່ພຍາຍາມປິດກັ້ນລາວບໍ່ໃຫ້ເຂົ້າຫາອະເມຣິກາ.
   ດັ່ງນັ້ນສຫະຣັຖຯຈຶ່ງສົ່ງເຮືອບັລທຸກເຄື່ອງບິນເຂົ້າປຼະຈຳກາຣໝູນວຽນກັນເລາະລຽບຝັ່ງທະເລຈີນຕອນໃຕ້ເຊັ່ນໃນ
ປຼະເທສອິນໂດເນເຊັຽເປັນຖານທັພປຼະຈຳພູມິພາຄ-ກັມພູຊາແລະໃນວຽຕນາມ. ໃນຂນະດຽວກັນສຫະຣັຖຯ  ກໍພຍາ
ຍາມຫຼິ້ນເກມທາງກາຣຄ້າແລະກາຣເງິນກັບຈີນແລະຍົວະໃຫ້ຈີນສ້າງອາວຸທແຂ່ງເຊັ່ນດຽວກັບຍຸຄສຫະພາບໂຊວຽຕ
ແລະໃນກາຣຕຼຽມກາຣນັ້ນສຫະຣັຖຯໄດ້ສົ່ງທູຕສຫະຣັຖຯເຂົ້າປຼະຈຳເອຊ່ຽນໄວ້ກ່ອນແລ້ວແລະຕໍ່ໄປຈະມີທູຕຈາກຍູ
ໂຣປເຂົ້າເສີມອີກຈຶ່ງເຮັດໃຫ້ຈີນຮ້ອນໆໜາວໃນເວລານີ້.
      ສນັ້ນຫຼັງປີ 2012 ເລືອກຕັ້ງປຼະທານາທິບໍດີສຫະຣັຖຯຈຶ່ງຈະມີກາຣເຄື່ອນໄຫວຄັ້ງໃຫຍ່ແລະປຼະເທສພູມິພາຄເອ
ເຊັຽຫາກປຼະເທສໃດບໍ່ຍອມປ່ຽນສິດທິກາຣເຂົ້າເປັນສມາຊິກຄົງຈະຍາກດັ່ງເຊັ່ນປຼະເທສໃນສຫະພາບຍູໂຣປຕອນເຂົ້າ
ເຂົ້າຣວມກັນໃໝ່ໆ. ສຳລັບປຼະເທສລາວເວລານີ້ຫາກເບິ່ງຜິວເຜີນບໍ່ມີຫັຽງແຕ່ຫາກມອງໃຫ້ເລິກກວ່ານັ້ນເຫັນວ່າອັນ
ຕຼາຍຕາມມາແນ່.
     ເຖິງແມ່ນປຼະເທສລາວບໍ່ມີຜົລປຼະໂຍຊນ໌ຫັຽງຫຼາຍແກ່ສຫະຣັຖຯແຕ່ປຼະເທສລາວກໍເປັນຍຸທສາສຕຣ໌ສຳຄັນຂອງ
ອະເມຣິກາເພາະດິນລາວຕໍ່ແຜ່ນກັບຈີນ,ແກວແລະພມ້າກໍດິນຕໍ່ແຜ່ນກັບຈີນ.ສນັ້ນຈີນຈະໂຫມກຳລັງເຂົ້າປິດຍາດແກວ
ຈຶ່ງເຂົ້າໄດ້ 3 ເສັ້ນເມ່ືອເປັນດັ່ງນັ້ນສຫະຣັຖຯ-ອັງກິສຈຶ່ງຜົລປຼະໂຍຊນ໌ກັນຄືໃຫ້ອັງກິສ-ອິນເດັຽ-ຍິ່ປຸ່ນຄຸມພມ້າ  ປິດ
ທາງເດີນຈີນເຖິງຂັ້ນເວລານີ້ພມ້າກ້ານຂັດໃຈຈີນເຣື້ອງສັມປທານສ້າງເຂື່ອນໄຟຟ້າໃສ່ປາກນ້ຳເມີຍ. ກາຣຂຸ້ນຂ້ຽວ
ຂອງແຕ່ລະປຼະເທສຂອງສມາຊິກເອຊ່ຽນເວລານີ້ຄຶກຄັກສົມຄວນເພື່ອຕຼຽມກາຣຮັບກາຣປ່ຽນແປງຄັ້ງໃຫຍ່ຍົໄກເວັ້ນ
ສປປລາວ.ແຕ່ກາຣເປັນຫ່ວງຄວາຍຊົນຄວາຍຈະແພ້ຫ້ຽາແພດເພາະກຸ່ມຣັຖບາລຫຸ່ນທີ່ສັນຍາໃຫ້ຈີນເອົາຄົນງານມາ
ລາວໂດຍບໍ່ຜ່ານຕໍ.ມໍ 50 ພັນຄົນນັ້ນແຫຼະຄືຕົວບັນຫາໃນອະນາຄົຕເພາະກັມກອນຈີນທີ່ວ່ານີ້ຄືທຫາຣກອງທັພປົດ
ປ່ອຍຈີນບໍ່ແມ່ນກັມກອນແລະເຮືອສິນຄ້າຈີນທີ່ລຳລຽງສິນຄ້າມານັ້ນແຫຼະຄືເຮືອບັລທຸກອາວຸທໃຊ້ໃນອະນາຄົຕ.ດັ່ງ
ນັ້ນກາຣທີ່ເຮືອສິນຄ້າຈີນຖືກກຸ່ມຕິດອາວຸທບຸກຍຶດແລະຂ້າກັມກອນຈີນຢູ່ເຮືອສິບກວ່າຄົນນັ້ນແຫຼະຄືສິ່ງບອກເຫຕ
ແລະກາຣກີດກັນປຼະຊາຊົນລາວບໍ່ໃຫ້ເຂົ້າໄປຂາຍຂອງໃນເຂຕກາຊີໂນບໍ່ວ່າໃນຜົງສາລີ-ຫຼວງນ້ຳທາແລະບໍ່ແຕນນັ້ນ
ຄືສັນຍານເຕືອນຣັຖບາລຫຸ່ນຫາກຍັງບໍ່ຍອມຫັນປ່ຽນຣະບອບອາຈມີເສີກທັງພາຍໃນແລະຂັດໃຈກັບຈີນຊຶ່ງກັບແກວ
ເປັນສັຕຼູຕໍ່ກັນແທນທີ່ລາວຈະເປັນພຽງອານານິຄົມແກວແລ້ວຍັງບໍ່ພໍອາຈຈະເປັນອານານິຄົມຈິນຕຶ່ມອີກ.


                                                                ອັນນີເປັນພຽງບົທວິເຄາະຫຼິ້ນໆຂອງອັຕມາ!!
 





































No comments:

Post a Comment